ເຂົ້າພັນສາ ທຳມະ


#1 ຄວາມເຫັນຈາກ: ທັມມະທາຣາ 05/08/2007 10:16 AM

ເຖິງ: ປາກະ­ເຕົາ­ບັ້ງ

ເຂົ້າ­ພັນ­ສາມາຮອດ­ແລ້ວ.................ບຸນ­ໃຫຍ່­ປະ­ເພ­ນີ
ລາວເຮົາເຄີຍ­ມີມາ........................­ແຕ່ເດີມດາເຄົ້າ
ຝູງ­ຊົນ­ລາວເຄີຍ­ໂຮມເຕົ້າ................­ໄປ­ທໍາ­ບຸນ­ບໍ່­ໄດ້­ຂາດ
ມີ­ຕັກບາດ­ຢາດ­ນ້ໍາ.........................ຄອງເຄົ້າ­ໄດ້ເຮັດມາ

ຮັກ­ສາ­ສີ­ລ­ພ່ໍາ­ພ້ອມ........................ພຽນ­ພ່ໍາພາວະ­ນາ
ໃຫ້­ທານ­ທັງເຈືອ­ຈານ......................ເພີ່ມ­ບຸນ­ຄູນ­ຄ້ໍາ
ບໍ່­ໄດ້­ໄລພຣະ­ທັມເຈົ້າ......................ທັງ­ສັງ­ໂຄ­ຜູ້ສອນ­ສັ່ງ
ພຸດ­ທະ­ບາດ­ຍົກ­ໃສ່ເກົ້າ...................ຄຸນ­ແກ້ວ­ທີ່­ສູງ

ເສີມ­ຂະ­ຫຍາຍ­ທັງ­ກໍ່­ສ້າງ.................ຮີດເກົ່າຄອງ­ປະ­ຖົມ
ບໍ່­ໄດ້­ໄລລາປະ­............................ຍ່ໍາ­ຍີ­ໃຫ້ເປັນ­ຮ້າຍ
ລະ­ອະ­ບາຍ­ບົນເບື້ອງ.....................ຫົນ­ທາງ­ແນວ­ພາເຊື່ອມ
ສ້າງ­ທາງ­ທັມ ແລະ­ ໂລກ­ພ້ອມ...........ສເມີເທົ້າ­ທໍ່ກັນ

ບໍ່­ໃຫ້­ໄລລະ­ຮ້າງ..........................ປະ­ປ່ອຍ­ອາຮາມ­ສົງ
ລືມ­ແລ່ນ­ນໍາ­ວັດ­ຖຸນິຍົມ...................ປ່ອຍ­ໃຫ້­ສັງ­ໂຄເສົ້າ
ຢ່າ­ໄດ້­ໄລພະ­ສົງ­ຮ້າງ...................ວາງ­ອາຮາມ­ໃຫ້­ແປນເປົ່າ
ທັງ­ວັດ­ວາ­ກໍ່­ໃຫ້ເຂົ້າ....................ຄອງ­ບ້ານ­ກໍ່ບໍ່­ໄລ ຊອບນາ.

 
  ຕອບກັບ »
 

 

  #2 ຄວາມເຫັນຈາກ: ດາວເປັ່ງແສງ 06/08/2007 06:06 PM

ເຖິງ: Devaking
ເຂົາ­ພັນ­ສາ­ແຕ່­ລະ­ຄັ້ງ......ດາວ­ຫວັງ­ຮ່ວມ­ສັທາ­ທັມ
ຈາກ­ຜູ້­ທົງ­ດໍາ­ລົງ­ສີ­ລ......ຊື່ນ­ຍິນ­ດີດ້ວຍ
ດ້ວຍ­ກຸສົນ­ຜົນ­ສ້າງ......ບໍ່ມີວາງ­ປະ­ປ່ອຍ
ສ້າງ­ຄວາມ­ດີບໍ່­ຖອຍ,ເດີນ­ຕາມ­ຄອງ­ແຕ່ເຄົ້າ......ຈົນ­ຜອງເທົ້າ­ຊົວ­ຊິວາ

ເຂົ້າ­ພັນ­ສາ­ບໍ່ເຂົ້າ­ລ້າ......ປາກ­ວ່າ­ມື­ຈັບ
ນັບ­ວັນເດືອນ­ປີຍາມ......ຜ່ານມາເທົ່າ­ໃດ­ແລ້ວ
ນີ້­ແມ່ນ­ແນວ­ທາງ­ໃຫ້......ເຕືອນ­ໃຈ­ຕົນ­ໃຫ້­ຄິດ­ຕໍ່
ຫົວ­ຂໍ້­ທັມ­ພຣະ­ເຈົ້າ......ເຕືອນ­ຕົນເຂົ້າ­ສູ່­ທາງ(ທາງ­ສາຍກາງ)

ເຂົາ­ພັນ­ສາ­ບໍ່­ແມ່ນເຂົ້າ ແຕ່­ສັງ­ຄະ­ເຈົ້າ......ກັບເຫລົາສາມະ­ເນນ ດອກ­ໃດ
ລວມ­ພວກເຮົາຊາວ­ພຸດ......ກໍຫາກອະ­ທິ­ຖານ­ຕັ້ງ
ຈະ­ບໍ່­ພັງເພ­ມ້າງ......ຄອງ­ອັນງາມ­ແຕ່ອ­ດີດ
ນອກ­ນັ້ນ­ຍັງ­ຫລີກເວັ້ນ......ບໍ່­ສຸມ­ມົ້ວ­ໝູ່ອບາຍ ອີກ­ແລ້ວ


(ບໍ່­ສູບ­ຢາ ບໍດື່ມ­ນ້ໍາເມົາ ບໍ່­ຫລິ້ນການ­ພະ­ນັ້ນ......)

คำสำคัญ (Tags): #ວັນທອງ
หมายเลขบันทึก: 556529เขียนเมื่อ 16 ธันวาคม 2013 10:13 น. ()แก้ไขเมื่อ 16 ธันวาคม 2013 10:13 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท