ການພັດທະນາທັກສະການຄຳນວນກ່ຽວກັບສຳນວນ ຂອງນັກຮຽນຫ້ອງ ມ2/2 ໂດຍນຳໃຊ້ແບບ ເຝິກທັກສະ


I.  ບົດນຳ

1.1  ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

ໂຮງຮຽນມັດທະຍົມສົມບູນຄຳທອງຕັ້ັງຢູ່ທິດໃຕ້ຂອງເມືອງຄົງເຊໂດນ ແຂວງສາລະວັນ ໃນສົກຮຽນ 2012–2013 ມີນັກຮຽນທັງໝົດ 678 ຄົນ, ຍິງ 343 ຄົນ, ຄູສອນ 33 ຄົນ, ຍິງ 13 ຄົນ

ໂຮງຮຽນມັດທະຍົມສົມບູນຄຳທອງເປັນໂຮງຮຽນແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມ ທີ່ຕັ້ງຢູ່ບ້ານຄຳທອງ  ເມືອງຄົງເຊໂດນ ແຂວງສາລະວັນ, ດ້ານໜ້າຕິດກັບບ້ານຄຳທອງ ດ້ານຫຼັງຕິດກັບທ່າຫຼວງ , ດ້ານຕາເວັນອອກຕິດກັບແມ່ນໍ້າເຊໂດນ,  ດ້ານຕາເວັນຕົກຕິດກັບ ບ້ານໂນນສໍາລານ.

 ສະພາບການຈັດການຮຽນ - ການສອນຜ່ານມາໃນໂຮງຮຽນມັດທະຍົມສົມບູນ​ຄຳທອງໄດ້ມີການດຳເນີນການຮຽນ  -  ການສອນ ຜ່ານມາໃນໂຮງຮຽນມັດທະຍົມສອນໄປຕາມຫຼັກສູດ ແລະ ການສອນເອົານັກຮຽນເປັນໃຈກາງ ການສອນແບບນີ້ຄູສອນສ່ວນຫຼາຍໄດ້ຮັບການເຝິກອົບຮົມ  ແລະ  ຮັບປະກັນຄຸນະພາບໃນການຮຽນ-ການສອນທາງກະຊວງສຶກສາທິການ ​ແລະ ກິລາ ໄດ້ສ້າງຄູສຶກສານິເທດໃນຊັ້ນມັດທະຍົມຕອນຕົ້ນເພື່ອລົງຕິດຕາມ, ຊຸກຍູ້ ແລະ ໃຫ້ຄວາມຊ່ວຍເຫຼືອຄູ ໃນຂອບເຂດຄວາມຮັບຜິດຊອບຂອງເມືອງ ແລະ ແຂວງ, ເພື່ອແນໃສ່ການປັບປຸງຄຸນະພາບ ແລະ ວິທີຈັດການຮຽນ- ການສອນຂອງຄູໃຫ້ສອດຄ່ອງກັບຫຼັກສູດ,  ສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ  ເພື່ອຮັບປະກັນຄຸນະພາບໃນການຈັດການຮຽນ - ການສອນເຊັ່ນ:  ປຶ້ມແບບຮຽນ,  ປຶ້ມຄູ່ມືຄູ,  ສື່ການສອນເອກະສານອ້າງອີງ ແລະ ອື່ນໆເປັນສ່ວນໃຫຍ່ ເຊິ່ງເຮັດໃຫ້ການດຳເນີນການຮຽນ - ການສອນ ຂອງຄູສ່ວນຫຼາຍແມ່ນເອົາຜູ້ສອນເປັນຈຸດໃຈກາງ ອຸປະກອນໃນການສອນແມ່ນບໍ່ພຽງພໍ ແລະ ສະພາບຂອງຫ້ອງຮຽນມີຄວາມແອະອັດ ຈຳນວນນັກຮຽນມີຄວາມຫຼວງຫຼາຍຈິ່ງເຮັດໃຫ້ການສົ່ງຄວາມຮູ້ຂອງຄູບໍ່ທົ່ວເຖິງນັກຮຽນ.

ສະນັ້ນ ຈຶ່ງເຮັດໃຫ້ການດຳເນີນການຮຽນ - ການສອນໃນວິຊາຄະນິດສາດພົບຄວາມຫຍຸ້ງຍາກ  ແລະ ເຮັດໃຫ້ນັກຮຽນຈຳນວນໜຶ່ງບໍ່ສົນໃຈໃນການສຶກສາຮໍ່າຮຽນເປັນຕົ້ນແມ່ນໃນລາຍ ວິຊາ: ຄະນິດສາດ ຫ້ອງ ມ2, ​ເຊິ່ງມີຈຳນວນນັກຮຽນທັງໝົດ 46 ຄົນ, ຍິງ 16 ຄົນ.

ຄະນິດສາດເປັນໜຶ່ງໃນວິຊາຮຽນທີ່ເປັນເຄື່ອງມືຂອງການຮຽນຮູ້, ການຮຽນ-ການສອນຄະນິດສາດຢູ່ໃນຊັ້ນມັດທະຍົມແມ່ນແນໃສ່ເຮັດໃຫ້ນັກຮຽນມີຄວາມຮູ້ຄວາມເຂົ້າໃຈຄະນິດສາດພື້ນຖານ, ມີທັກສະຂະບວນການທາງຄະນິດສາດ, ພັດທະນາຄວາມສາມາດໄຕ່ຕອງຄື ການສັງເກດ, ການວິເຄາະ, ການຄິດແບບອຸປະມານ ແລະ ຊຸກຍູ້ຈິນຕະນາການ ເຮັດໃຫ້ນັກຮຽນມີການປ່ຽນແປງພຶດຕິກຳທັງສາມດ້ານຄື ດ້ານຄວາມຮູ້, ດ້ານການກະທຳ ແລະ ດ້ານຄວາມຮູ້ສຶກ. ການສອນຄະນິດສາດແມ່ນການເຮັດໃຫ້ຜູ້ຮຽນປະພຶດຕົນເອງເໜືອນນັກຄະນິດສາດ, ໂດຍເອົາບັນຫາໃຫ້ນັກຮຽນແກ້ ແລະ ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນຈະບໍ່ພຽງພໍເພື່ອການແກ້ໄຂບັນຫາທີ່ຄູວາງອອກ ດັ່ງນັ້ນນັກຮຽນຈະຕ້ອງອີງໃສ່ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນເພື່ອຈຳແນກ, ຈັດກຸ່ມຫາຄວາມສໍາພັນອັນໃໝ່, ຊອກຮູ້, ວາງຂໍ້ສົມມຸດ  ແລະ ກວດຄືນເພື່ອແກ້ບັນຫາໂດຍຜູ້ສອນເປັນຜູ້ແນະນໍາ ແຕ່ບໍ່ເປັນຜູ້ແກ້ບັນຫາຕາງນັກຮຽນ (ກະຊວງສຶກສາທິການ, 2009 , ໜ້າ 13)

ການລົງເຝິກຫັດຂອງທີມງານຄັ້ງນີ້ແມ່ນ​ໄດ້​ດໍາ​ເນີນເຮັດການວິໄຈໄປພ້ອມ ແລະ  ເພື່ອຊອກຫາຂໍ້ມູນມາດໍາ​ເນີນການວິໄຈທີມງານໄດ້ສໍາພາດເອົາຂໍ້ມູນຈາກຄູເກົ່າເຊິ່ງຄູເກົ່າກໍ່ໄດ້ໃຫ້ຂໍ້ມູນດັ່ງນີ້:

-  ພື້ນຖານການຮຽນຮູ້ຄະນິດສາດຂອງນັກຮຽນໃນໄລຍະທຳອິດຍັງບໍດີ

-  ນັກຮຽນຂາດການເອົາໃຈໃສ່ໃນການຮຽນຄະນິດສາດ

-  ນັກຮຽນມີທັກສະການຄຳນວນກ່ຽວກັບສຳນວນໃນຂັ້ນພື້ນຖານທີ່ບໍໍ່ຖືກຕ້ອງ

  ຈາກສາຍເຫດທີ່ກ່າວມາຂ້າງເທິງ ເຮັດໃຫ້ການພັດທະນາການຮຽນຄະນິດສາດຂອງນັກຮຽນຍັງບໍ່ໄດ້ດີເທົ່າທີ່ຄວນ ດັ່ງນັ້ນ ຜູ້ວິໄຈຈິງຄິດຫາວິທີແກ້ບັນຫາດັ່ງກ່າວ ເຊິ່ງໄດ້ຂໍ້ມູນຈາກຜູ້ເກົ່າໃນການຈັດການຮຽນ-ການສອນແລ້ວພົບວ່າ ທັກສະການຄິດຄຳນວນກ່ຽວກັບສຳນວນຂອງນັກຮຽນມັດທະຍົມສົມບູນຄຳທອງຫ້ອງ ມ 2 / 2 ຈໍານວນ 6 ຄົນ ຍັງມີຂໍ້ບົກຜ່ອງຢູ່ຫຼາຍທີມງານວິໄຈມີແນວຄິດທີ່ຈະພັດທະນາທັກສະທາງການຄິດຄຳນວນກ່ຽວກັບສຳນວນຂອງນັກຮຽນກຸ່ມນີ້ ໂດຍການໃຫ້ນັກຮຽນໄດ້ເຝິກຄິດຄຳນວນກ່ຽວກັບສຳນວນ ຕາມແບບເຝິກທີ່ທີມງານວິໄຈສ້າງຂຶ້ນເພື່ອເປັນແນວທາງໃນການແກ້ບັນຫາ

1.2  ຈຸດປະສົງຂອງການວິໄຈ

·  ເພື່ອພັດທະນາແບບທັກສະການຄິດຄຳນວນກ່ຽວກັັບສຳນວນທາງຄະນິດສາດຂອງນັກຮຽນ

·  ເພື່ອສຶກສາທັກສະການຄິດຄຳນວນກ່ຽວກັບສຳນວນຂອງນັກຮຽນມັດທະຍົມສົມບູນຄຳທອງຫ້ອງ ມ 2 ຫຼັງຈາກໃຊ້ແບບເຝິກທັກສະທີ່ສ້າງຂຶ້ນ

II.ວິທີດຳເນີນການວິໄຈ

 2.1 ສຶກສາສະພາບບັນຫາ

ເພື່ອຕ້ອງການເກັບກຳຂໍ້ມູນໃຫ້ລະອຽດ ແລະ ມີຄວາມຈະແຈ້ງຊັດເຈນກວ່າເກົ່າ ດັ່ງນັ້ນ ທີມງານຂອງພວກຂ້າພະເຈົ້າໄດ້ສົນທະນາປຶກສາກັນເຂົ້າຮ່ວມໂມງສອນຂອງຄູເກົ່າ,  ຄູເຝິກຫັດແລະ ຄູປະຈຳວິຊາ ທີມງານວິໄຈຂອງພວກຂ້າພະເຈົ້າໄດ້​ເຂົ້າ​ຮ່ວມສັງເກດການສອນຂອງຄູສອນ ວິຊາ ຄະນິດສາດ ໃນຫ້ອງ ມ 2/2 ບົດທີ 18 ການຄຳນວນກ່ຽວກັບສຳນວນ ເວລາ 100  ນາທີ, ຜ່ານການສັງເກດຮ່ວມໂມງສອນຂອງຄູເກົ່າເຫັນວ່າຄູໃນໂຮງຮຽນແມ່ນບໍ່ໄດ້ມີການກຽມຫຍັງສິ່ງທີ່ຄູນຳມາໃຊ້ຄື: ປຶ້ມແບບຮຽນ ວິຊາ ຄະນິດສາດ, ຫ້ອງ ມ 2 ແລະ ປຶ້ມຄູມືຄູ ຜ່ານການສັງເກດການສອນສາມາດເຫັນຂັ້ນຕອນ ແລະ ວິທີການສອນຂອງຄູເຊັ່ນ: ກ່ອນດຳເນີນການສອນຄູໄດ້ທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາຈາກນັ້ນຄູສອນໄດ້ເລີ່ມເຂົ້າສູ່ບົດຮຽນໃໝ່ກ່ຽວກັບຫົວຂໍ້: ການຄຳນວນກ່ຽວກັບສຳ ນວນ, ໃນການສອນບົດໃໝ່ຂັ້ນຕອນທຳອິດຄູແນະນຳໃຫ້ນັກຮຽນເອົາປຶ້ມແບບຮຽນຂຶ້ນມາເບິ່ງກັບໝູ່ຄູ່ທີ່ນັ່ງຢູ່ອ້ອມຂ້າງຄູໄດ້ສະຫຼຸບບົດຮຽນທີ່ຮຽນມາພ້ອມທັງປະເມີນຜົນການຮຽນຂອງນັກຮຽນດ້ວຍການຕັ້ງ ຄຳຖາມກ່ຽວກັບ ການຄຳນວນກ່ຽວກັບສຳນວນ, ໃຫ້ນັກຮຽນບອກວິທີຄິດໄລ່ຈາກນັ້ນໃຫ້ນັກຮຽນອາສາສະໝັກຕອບ ແລະ ບົ່ງຊື່ເອົານັກຮຽນທີ່ຮຽນບໍ່ໄດ້ຕອບຄຳຖາມພ້ອມນັ້ນກໍ່ມອບບົດເຝິກຫັດໃຫ້  ແລະ  ສຶກສາອົບຮົມແນວຄິດຂອງນັກຮຽນ 

ຈາກການຮ່ວມໂມງສອນໃນ 2 ຊົ່ວໂມງ, ທີມງານຂອງພວກຂ້າພະເຈົ້າຄິດວ່າບັນຫານີ້ເກີດຈາກຄູຜູ້ສອນທີ່ບໍ່ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອ, ໃກ້ຊິດ ແລະ ຕິດຕາມການແກ້ເລກຂອງນັກຮຽນແຕ່ລະຄົນໃນຫ້ອງ, ການສິດສອນຂອງຄູບໍ່ມີສື່ການສອນຫຍັງມາປະກອບໃຫ້ນັກຮຽນເກີດມີຄວາມສົນໃຈຢາກຮຽນ, ສະນັ້ນ ເພື່ອຢາກນຳມາແກ້ໄຂ ແລະ ພັດທະນາການຮຽນ - ການສອນຂອງຄູ ແລະ ທີມງານວິໄຈຂອງພວກຂ້າພະເຈົ້າກໍ່ບໍ່ແນ້ໃຈວ່າບັນຫາທີ່ເກີດຂຶ້ນມັນແມ່ນແທ້ ຫຼື ບໍ່ ສະນັ້ນ ທີມງານຂອງພວກຂ້າພະເຈົ້າຈຶ່ງປຶກສາຫາລືກັນ ແລະ ຕົກລົງເຂົ້າຮ່ວມໂມງສອນຂອງຄູອີກຄັ້ງ​ໃໝ່.

ເຂົ້າ​ຮ່ວມສັງເກດການສອນວິຊາຄະນິດສາດ ບົດທີ 18  ການຄຳນວນກ່ຽວກັບສຳນວນ ໄດ້ສັງເກດເຫັນວ່າຄູບໍ່ກະກຽມບົດສອນ,  ມີແຕ່ປຶ້ມແບບຮຽນວິຊາ ຄະນິດສາດເປັນປຶ້ມຄູມືໃນການສອນຜ່ານການສັງເກດການສອນເຫັນວ່າຂັ້ນຕອນ ໃນການເຂົ້າສູ່ບົດຮຽນແມ່ນໄດ້ທວນຄືນບົດຮຽນເກົ່າກ່ອນການດຳເນີນການສອນກ່ຽວກັບ ຫົວຂໍ້ທີ່ວ່າ: ຄຳນວນກ່ຽວກັບສຳນວນ, ໃນການສອນບົດຮຽນໃໝ່ຂັ້ນຕອນທຳອິດຄູໃຫ້ກ່າຍເອົາເນື້ອໃນບົດຮຽນໃສ່ປຶ້ມຂອງໃຜລາວຕໍ່ມາຄູໄດ້ໃຫ້ນັກຮຽນແກ້ບົດເຝິກຫັດຄຳນວນກ່ຽວກັບສຳນວນເພື່ອຊອກຫາຄໍາຕອບຕາມປຶ້ມແບບຮຽນ, ນັກຮຽນແຕ່ລະຄົນແມ່ນໄດ້ແກ້ບົດເລກຄືກັນໝົດ, ໃນເວລານີ້ພວກຂ້າພະເຈົ້າສັງເກດເຫັນນັກຮຽນກຸ່ມເປົ້າໝາຍໃນເວລາຄູດຳເນີນການຮຽນ - ການສອນຄັ້ງນີ້ເຫັນວ່ານັກຮຽນບໍ່ຕັ້ງໃຈຟັງຄຳຄູອະທິບາຍເຮັດໃຫ້ການແກ້ຄຳນວນກ່ຽວກັບສຳນວນຂອງນັກຮຽນບໍ່ໄດ້, ເລກທີ່ຄູມອບໝາຍໃຫ້ໃນເວລາຮຽນນັກຮຽນກໍ່ແກ້ບ່່ໄດ້, ມັກຫັນໜ້າມາຫາກັນເວົ້າເລື່ອງອື່ນ ຄູບໍ່ມີການແນະນຳນັກຮຽນພຽງແຕ່ໃຊ້ຄຳເວົ້າທຸກຄົນເຮັດແລ້ວບໍ? ແລ້ວໃຫ້ນັກຮຽນອາສາສະໝັກອອກມາແກ້ຈາກນັ້ນຄູເອີ້ນ ນາງ ປານຕາວັນ ອອກມາແກ້ໃຫ້ໝູ່ເບິ່ງຢູ່ກະດານ, ຄູໄດ້ໃຫ້ທ້າວ ເອກະໄຊ ອອກມາແກ້ຊ່ວຍບໍ່ໄດ້ອີກ ແລະ ຄູຈິ່ງເອິ້ນ ນັກຮຽນເກັ່ງອອກມາແກ້ຊ່ວຍຈຶ່ງໄດ້, ຕໍ່ມາຄູໄດ້ແນະນຳໃຫ້ນັກຮຽນຈົດເອົາຄຳຕອບໃສ່ປຶ້ມໃຜລາວ ນອກຈາກນັ້ນຍັງສັງເກດເຫັນວ່າຄູໄດ້ມີການປະເມີນຜົນດ້ວຍການສ້າງບົດທົດສອບມາທົດສອບນັກຮຽນກຸ່ມເປົ້າໝາຍແລ້ວໃຫ້ນັກເກັ່ງມາແກ້ກ່ອນເອີ້ນນັກຮຽນກຸ່ມເປົ້າໝາຍອອກມາແກ້ຕາມຫຼັງເທຶ່ອລະຄົນສັງເກດເຫັນວ່າບາງຄົນກໍ່ສາມາດແກ້ໄດ້ ແລະ ບາງຄົນກໍ່ບໍ່ສາມາດແກ້ໄດ້ ແລ້ວຄູອະທິບາຍກ່ຽວກັບການຄຳນວນກ່ຽວກັບສຳນວນ ແລະ ວິທີແກ້ໃຫ້ນັກຮຽນຟັງຈາກນັ້ນຄູໄດ້ແບ່ງນັກຮຽນອອກເປັນ 3 ກຸ່ມຄູໃຫ້ນັກຮຽນເອົາປຶ້ມແບບຮຽນຂຶ້ນມາເບິ່ງ  ບົດທີ 18 ການຄຳນວນ ກ່ຽວກັບສຳນວນ, ຄູໃຫ້ນັກຮຽນແຕ່ລະກຸ່ມຄິດໄລ່ບົດເຝິກຫັດຂໍ້ທີ 1  ສັງເກດເຫັນວ່າ ນັກຮຽນໃນກຸ່ມເປົ້າ  ໝາຍຈຳນວນ 6 ຄົນ, ໃນກຸ່ມດຽວກັນໄດ້ເອົາໃຈໃສ່ຄົ້ນຄິດເພາະວ່ານັກຮຽນ 6 ຄົນໄດ້ຮັບການຊ່ວຍເຫຼືອຈາກຄູໃນການແນະນຳວິທີການແກ້ເລກ ແລະ ໄດ້ໃຫ້ກຳລັງໃຈນອກຈາກນັ້ນນັກຮຽນທີ່ຮຽນເກັ່ງຢູ່ໃນກຸ່ມດຽວໄດ້ໃຫ້ຄວາມຊ່ວຍເຫຼືອໃນການອະທິບາຍວິທີແກ້ບົດເລກ, ເຖິງແມ່ນວ່າຈະໄດ້ຮັບການຊ່ວຍຈາກຄູ ແລະ ອາຈານກໍ່ຕາມນັກຮຽນຈຳນວນ 6 ຄົນແມ່ນຍັງບໍ່ສົນໃຈ, ບາງຄົນກໍ່ເວົ້າກັນໃນເລື່ອງອື່ນ  ແລະ  ຢອກໄຍກັນກັບໝູ່ຄູ່ອາດຈະເປັນເພາະວ່ານັກຮຽນ 6 ຄົນ ນັ້ນພັດຢູ່ໃນກຸ່ມດຽວກັນມີແຕ່ອາໄສນັກຮຽນທີ່ຮຽນເກັ່ງຢູ່ໃນກຸ່ມເປັນຜູ້ເຮັດ, ຄູສອນໄດ້ເລາະຕິດຕາມເບິ່ງແຕ່ລະກຸ່ມຈາກນັ້ນຄູໃຫ້ນັກຮຽນແຕ່ລະກຸ່ມອອກລາຍງານພໍຮອດກຸ່ມນັ້ນຄູໃຫ້ນັກຮຽນກຸ່ມເປົ້າໝາຍອອກມາລາຍງານຈາກນັ້ນຄູ ແລະ ນັກຮຽນຮ່ວມກັນສະຫຼຸບບົດຮຽນ. ແຕ່ນັກຮຽນກຸ່ມເປົ້າໝາຍ 6 ຄົນ ແມ່ນຍັງບໍ່ປ່ຽນແປງພຶດຕິກຳເລີຍ ດັ່ງນັ້ນ ທີມງານວິໄຈຂອງພວກຂ້າພະເຈົ້າຈຶ່ງໄດ້ສົນທະນາປຶກສາກັນກຳນົດເອົາບັນຫານັກຮຽນຄຳນວນກ່ຽວກັບສຳນວນບໍ່ໄດ້ເພື່ອມາດຳເນີນການວິໄຈເຊິ່ງກົງກັບຫົວຂໍ້: ການພັດທະນາທັກສະການຄຳນວນກ່ຽວກັບສຳນວນ ຂອງນັກຮຽນຫ້ອງ ມ2/2 ໂດຍແບບເຝິກທັກສະ ແລະ ຕັ້ງຄຳຖາມການວິໄຈວ່າ:  1.​ ແບບເຝິກທັກສະການຄິດຄຳນວນກ່ຽວກັບສໍານວນທາງຄະນິດສາດມີລັກສະນະເປັນຢ່າງໃດ?

2.ທັກສະການຄິດຄໍານວນກ່ຽວກັບສຳນວນທາງຄະນິດສາດຂອງນັກຮຽນຫຼັງໃຊ້ແບບເຝິກທັກສະແລ້ວເປັນແນວໃດ?

2.1  ວາງແຜນຄັ້ງທີ 1

ພາຍຫຼັງຈາກທີມງານວິໄຈໄດ້ສຶກສາສະພາບບັນຫາ  ແລະ ໄດ້ຫົວຂໍ້ການວິໄຈແລ້ວທີມງານພວກຂ້າພະ

ພະເຈົ້າຈິ່ງໄດ້ວາງແຜນແກ້ໄຂບັນຫາທີ່ພົບເຫັນເພື່ອໃຫ້ນັກຮຽນມີຄວາມສຳນານໃນການຄິດໄລ່ ສະນັ້ນ ທີມງານວິໄຈພວກຂ້າພະເຈົ້າຈິ່ງໄດ້ວາງແຜນດັ່ງນີ້:

·  ຍ້າຍບ່ອນນັ່ງໃຫ້ນັກຮຽນກຸ່ມເປົ້າໝາຍ 6 ຄົນ, ໃຫ້ນັ່ງໜ້າ 3 ຄົນ, ນັ່ງນຳນັກຮຽນເກັ່ງ 3 ຄົນ

·  ສອນເພີ່ມໃຫ້ນັກຮຽນກຸ່ມເປົ້າໝາຍ ແລະ  ແບ່ງນັກຮຽນອອກເປັນກຸ່ມໃນເວລາສອນ

·  ມອບກິດຈະກຳໃຫ້ນັກຮຽນກຸ່ມເປົ້າໝາຍເຮັດ

·  ໃນເວລາສອນໃຫ້ນັກຮຽນອາສາສະໝັກອອກມາແກ້ເລກຢູ່ກະດານຫຼັງຈາກນັ້ນເອີ້ນກຸ່ມເປົ້າ  ໝາຍອອກມາແກ້ປະຕິບັດຕາມຫຼັງ

·  ບົດແກ້ເລກການຄຳນວນກ່ຽວກັບສຳນວນຂຽນໃສ່ເຈ້ຍແຜ່ນໃຫຍ່ຕິດໃຫ້ນັກຮຽນເບິ່ງ

·  ນຳບົດທົດສອບເສັງກ່ອນຮຽນ ແລະ ຫຼັງຮຽນ ດ້ວຍບົດທົດສອບຄືກັນ

2.2   ປະຕິບັດ ​ແລະ ສັງ​ເກດ

   ພາຍຫຼັງທີ່ວາງແຜນລະອຽດແລ້ວທີມງານວິໄຈກໍ່ໄດ້ນຳເອົາແຜນທີ່ວາງໄວ້ໄປປະຕິບັດ ນາງ ລິດສະໄໜ

ໄຊສຸລິຍະວົງສາ ໄດ້ສອນວິຊາ ຄະນິດສາດ ຫ້ອງ ມ 2 / 2 ບົດທີ 18 ການຄຳນວນກ່ຽວກັບສຳນວນສ່ວນທີມງານວິໄຈໄດ້ເຂົ້າຮ່ວມສັງເກດການສອນ ທ້າວ ລືໄຊ ລຸນສະຫວ່າງ  ແລະ ນາງ ສົມສະໜຸກ ສີຫາຈັກ , ນາງ  ລິດສະ

ໄໜ ໄຊສຸລິຍະວົງສາ ສອນ ວິຊາ ຄະນິດສາດ ຫ້ອງ ມ​2/2 ບົດທີ 18 ການຄໍາ ນວນກ່ຽວກັບສຳນວນ, ກ່ອນການດຳເນີນການສອນໄດ້ຍ້າຍນັກຮຽນໃນກຸ່ມເປົ້າໝາຍ 3 ຄົນ ນັ່ງຢູ່ທາງໜ້າອີກ 3 ຄົນຈັດໃຫ້ນັ່ງກັບນັກຮຽນເກັ່ງເພື່ອໃຫ້ນັກຮຽນເກັ່ງຊ່ວຍເຫຼືອແລ້ວທົດສອບນັກຮຽນກ່ອນສອນໃຊ້ເວລາ 20 ນາທີ , ສັງເກດເຫັນວ່າຄູຜູ້ສອນໄດ້ກະກຽມເນື້ອໃນບົດສອນ ແລະ ສື່ການສອນເປັນຢ່າງດີ, ນອກຈາກປຶ້ມແບບຮຽນແລ້ວຍັງມີ ກິດຈະກຳ, ໃບງານ, ເຈ້ຍຄຳຕອບ ແລະ ຍັງມີເນຶ້ອໃນບົດຮຽນໃສ່ເຈ້ຍແຜ່ນໃຫຍ່ເພື່ອເປັນບ່ອນອີງໃນການແກ້ການຄຳນວນກ່ຽວກັບສຳນວນ, ກ່ອນດຳເນີນການສອນຄູໄດ້ທວນຄືນບົດຮຽນເກົ່າທີ່ຮຽນຜ່ານມາຈາກນັ້ນຄູໄດ້ເຂົ້າສູ່ບົດຮຽນໃໝ່ກ່ຽວກັບການຄຳນວນກ່ຽວກັບສຳນວນຄູໄດ້ນຳເອົາ​ແຜ່ນພູມກິດຈະກຳ ແລະ ເນື້ອໃນບົດຮຽນການແກ້ການຄຳນວນກ່ຽວກັບສຳນວນ  ຕິດໃສ່ກະດານເພື່ອເປັນບ່ອນອີງເວລານັກຮຽນແກ້ຢູ່ກະດານຄູແນະນຳໃຫ້ນັກຮຽນແກ້ທີ່ຢູ່ໃນວົງເລັບເສຍກ່ອນແລ້ວຈິ່ງດຳເນີນການແກ້ເລກທີ່ຢູ່ນອກວົງເລັບ ນັກຮຽນແກ້ເລກບໍ່ທັນໄດ້ພຽງແຕ່ປ່ຽນພຶດຕິກຳເລັກນ້ອຍເຊັ່ນ: ການຄຳນວນກ່ຽວກັບສຳນວນ ແກ້ຖືກແດ່ຜິດແດ່. ແລ້ວຄູໄດ້ສະຫຼຸບບົດຮຽນຄືນທີ່ຮຽນຜ່ານມາໃນຊົ່ວນີ້ພ້ອມດ້ວຍວັດຜົນ ແລະ ມອບວຽກງານໄປແກ້ຢູ່ເຮືອນພ້ອມທັງເສັງອີກດ້ວຍ.

2.3  ສະທ້ອນຄືນ

ຜ່ານການປະຕິບັດ ແລະ ສັງເກດໃນໄລຍະເວລາ 2 ຊົ່ວໂມງທີມງານວິໄຈຂອງພວກ ຂ້າພະເຈົ້າສັງ​ລວມ​ໄດ້​ວ່າກຸ່ມເປົ້າໝາຍໄດ້ມີການປ່ຽນແປງພຶດຕິກຳເຊັ່ນ ນັກຮຽນອ່ອນສາມຄົນໄດ້ມານັ່ງໃກ້ຜູ້ຮຽນເກັ່ງພວກເຂົາພະຍາມສອບຖາມນຳຜູ້ຮຽນເກັ່ງໄດ້ມີການສົນທະນາກັນກ່ຽວກັບບົດຮຽນໄລຍະທຳອິດໄດ້ມີກວດການກ່ອນການສອນເຫັນວ່ານັກຮຽນກຸ່ມເປົ້າໝາຍໄດ້ຄະແນນບໍ່ເຖິງຄາດໝາຍ, ໃນເວລາປະຕິບັດກິດຈະກຳນັກຮຽນ 3 ຄົນທີ່ນັ່ງໃກ້ນັກຮຽນເກັ່ງ ໄດ້ມີສົນທະນາກັນກັບໜູ່ຄູ່ຜູ້ທີ່ຮຽນໄດ້ ໂດຍການໂຕ້ຖຽງກັນໃນໝູ່ພວກເຂົາໂດຍພວກເຂົາມີການພິຈາລະນາບັນຫາຢ່າງມີຂັ້ນຕອນ ແລະ ວິເຄາະຈາກຂໍ້ມູນທີ່ກຳນົດສ່ວນ ນັກຮຽນທີ່ນັ່ງທາງໜ້າ 3 ຄົນນັ້ນໄດ້ພາກັນຕັ້ງໃຈຟັງຄູອະທິບາຍແຕ່ມີບາງຄົນກໍ່ຍັງບໍ່ເອົາໃຈໃສ່ໃນການແກ້ບົດເລກນັ່ງຢູ່ຊື່ໆບໍ່ເຮັດຫຍັງມີແຕ່ນັ່ງເບິ່ງເພື່ອນເຮັດ ສະນັ້ນ ຂ້ອຍຄິດວ່າໃນເວລາສອນເຮົາຄວນເອົາໃຈໃສ່ເປັນພິເສດໃຫ້ຄວາມໃກ້ຊິດແລ້ວເຮົາຕ້ອງໃຫ້ບົດເລກແຕ່ງ່າຍຫາຍາກໄປ, ນັກຮຽນກຸ່ມເປົ້າໝາຍຈຳນວນ 4 ຄົນສາມາດແກ້ເລກການຄຳນວນກ່ຽວກັບສຳນວນ ໄດ້ມີຄວາມກ້າຫານ ແລະ ມີຄວາມກະຕືລືລົ້ນໃນການຮຽນ, ອີກ 2 ຄົນ ແມ່ນພຽງແຕ່ປ່ຽນແປງພຶດຕິກຳເລັກນ້ອຍເມື່ອຮຽນແລ້ວກໍ່ມີການທົດສອບຄືນເຫັນວ່ານັກຮຽນກຸ່ມເປົ້າໝາຍສາມາດ ໄດ້ຄະແນນຕາມຄາດໝາຍ ສະນັ້ນ ທີມງານ​ວິ​ໄຈ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​ວາງ​ແຜນ​ອີກ​ຄັ້ງ​ໃໝ່.

2.4  ວາງແຜນຄືນໃໝ່

ທີມງານວິໄຈຂອງພວກຂ້າພະເຈົ້າໄດ້ຮ່ວມກັນວາງແຜນເພື່ອຊອກຫາຊ່ອງທາງວິທີການປັບປຸງແກ້ໄຂໃຫ້ນັກຮຽນກຸ່ມເປົ້າໝາຍດັ່ງກ່າວປ່ຽນແປງພຶດຕິກຳໃນທາງທີ່ດີຂຶ້ນ ເຊິ່ງໄດ້ກຳນົດແຜນລະອຽດດັ່ງນີ້:

·  ສອນເພີ່ມໃຫ້ນັກຮຽນກຸ່ມເປົ້າໝາຍໃນທ້າຍຊົ່ວໂມງ ຫຼື ຊົ່ວໂມງຫວ່າງ

·  ເອົາໃຈໃສ່ໃຫ້ຄວາມໃກ້ຊິດຕິດຕາມພຶດຕິກຳຂອງເດັກໃຫ້ຫຼາຍຂຶ້ນສ້າງບົດທົດສອບແຕ່ງ່າຍຫາຍາກເພື່ອວັດຄວາມເຂົ້າໃຈຂອງນັກຮຽນໃນກຸ່ມເປົ້າໝາຍ

·  ເອົາວຽກບ້ານໃຫ້ນັກຮຽນເຮັດແຕ່ລະອາທິດແລ້ວສົ່ງໃຫ້ຄູກວດ

·  ໃຫ້ກໍາລັງໃຈດ້ວຍການຍ້ອງຍໍຊົມເຊີຍເຊັ່ນ: ເກັ່ງຫຼາຍ ແລະ ໃຫ້ລາງວັນ

2.5ປະຕິບັດແລະ ສັງ​ເກດ

ທີມງານວິໄຈຂອງພວກຂ້າພະເຈົ້າໄດ້ນຳແຜນປະຕິບັດກັບນັກຮຽນກຸ່ມເປົ້າໝາຍການປະຕິບັດແຜນຄັ້ງນີ້ ແມ່ນທີມງານວິ​ໄຈຂອງພວກຂ້າພະເຈົ້າເປັນຜູ້ປະຕິບັດ ແລະ ສັງເກດບັນທຶກຜົນຂອງການປະຕິບັດສັງເກດການສອນ​ເພີ່ມໃຫ້ນັກຮຽນ ວິຊາ ຄະນິດສາດ ຫ້ອງ ມ2/2 ບົດທີ 18 ການຄຳນວນກ່ຽວກັບສຳນວນ, ສັງເກດເຫັນວ່າຄູກະກຽມປຶ້ມແບບຮຽນ, ບົດສອນ ແລະ ຂຽນຄຳຖາມໃສ່ເຈ້ຍແຜ່ນໃຫຍ່ ແລະ ເຈ້ຍເນື້ອໃນບົດຮຽນຂອງການຄຳນວນກ່ຽວກັບສຳນວນ ເພື່ອເປັນບ່ອນອີງໃນເວລານັກຮຽນອອກແກ້ເລກການຄຳນວນກ່ຽວກັບສຳນວນໄດ້ສັງເກດຂັ້ນຕອນ ແລະ ວິທີໃນການດຳເນີນການສອນຂອງຄູ, ກ່ອນດຳເນີນການສອນຄູໄດ້ທວນຄືນບົດຮຽນເກົ່າ ຈາກນັ້ນໄດ້ເລີ່ມສອນຕາມກິດຈະກຳທີ່ຮຽນມາ ຄູໄດ້ເອົາເຈ້ຍກິດຈະກຳ, ຄຳຖາມມາຕິດໃສ່ກະດານແລ້ວແນະນຳການແກ້ເປັນຕົວຢ່າງໃຫ້ນັກຮຽນກຸ່ມເປົ້າໝາຍເບິ່ງ 3 -4 ຄັ້ງ ແລ້ວຄູເອີ້ນເອົານັກຮຽນກຸ່ມເປົ້ົາໝາຍອອກມາແກ້ການຄຳນວນກ່ຽວກັບສຳນວນເທື່ອລະຄົນຈົນໝົດ 6 ຄົນ ສັງເກດເຫັນວ່ານັກຮຽນ 4 ຄົນ ແມ່ນສາມາດແກ້ ການຄຳນວນກ່ຽວກັບສຳນວນໄດ້ດ້ວຍຕົນເອງສ່ວນ 2 ຄົນ ແມ່ນຄູເປັນຜູ້ແນະນຳຊ່ວຍແນະນຳຈຶ່ງສາມາດແກ້ໄດ້ ຫຼັງຈາກນັ້ນຄູໄດ້ນຳພານັກຮຽນ​ແກ້ການຄຳນວນກ່ຽວກັບສຳນວນ ສັງເກດເຫັນນັກຮຽນ 4 ຄົນສາມາດແກ້ໄດ້ເປັນຢ່າງດີ​ແຕ່ 2 ຄົນ ແມ່ນຍັງບໍ່ທັນໄດ້ແຕ່ຄູກໍ່ເອົາໃຈໃສ່ຊ່ວຍເຫຼືອຈົນສຸດຄວາມສາມາດແຕ່ນັກຮຽນຍັງແກ້ແບບຜິດໆ ຖືກໆທີມງານພວກຂ້ອຍຄິດວ່າອາດເປັນນຳຕົວນັກຮຽນ​ເອງໂດຍສະເພາະແມ່ນການຮັບຮູ້ຍັງຊັກຊ້າ ແລະ  ຍັງບໍ່ມີຄວາມຮູ້ພື້ນຖານໃນຄະນິດສາດຢ່າງພຽງພໍ

ຈາກການປະຕິບັດ ແລະ ສັງເກດຄັ້ງນີ້ທີມງານວິ​ໄຈຂອງພວກຂ້າພະເຈົ້າກໍ່ເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 4 ຄົນ ແມ່ນປ່ຽນແປງພຶດຕິກຳເຊິ່ງສາມາດແກ້ການຄຳນວນກ່ຽວກັບສຳນວນໄດ້​ແຕ່ອີກ 2 ຄົນ ແມ່ນຍັງອາໄສຄູເປັນຜູ້ຊ່ວຍໃນການແກ້ບົດ​ເລກ, ຈາກ​ນັ້ນ​ທີມງານ​ວິ​ໄຈ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ທົດ​ສອບ​ນັກຮຽນກຸ່ມ​ເປົ້າໝາຍ​ ແລະ ​ເຫັນ​ໄດ້ຜົນ​ການ​ທົດ​ສອບ​ຄື: ນັກຮຽນກຸ່ມເປົ້າໝາຍສາມຄົນແມ່ນໄດ້ຄະແນນດີ ແລະ  ອີກ 2 ຄົນແມ່ນໄດ້ຄະແນນບໍ່ທັນດີເທົ່າທີ່ຄວນ.

ຜ່ານການປະຕິບັດ ແລະ ສັງເກດຄັ້ງນີ້ທີມງານວິໄຈຂອງພວກຂ້າພະເຈົ້າໄດ້ເຫັນວ່ານັກຮຽນກຸ່ມເປົ້າໝາຍໄດ້ມີການປ່ຽນແປງພຶດຕິກຳດີຂຶ້ນນັກຮຽນກຸ່ມເປົ້າໝາຍ 4 ຄົນ ແມ່ນສາມາດຄຳນວນກ່ຽວກັບສຳນວນໄດ້.

  2.6ສະທ້ອນຄືນ

  ຜ່ານການປະຕິບັດ ແລະ ສັງເກດໃນຄັ້ງນີ້ໃນໄລຍະເວລາ 2 ຊົ່ວໂມງ, ທີມງານວິໄຈຂອງພວກຂ້າພະເຈົ້າໄດ້ ເຫັນວ່າກຸ່ມເປົ້າໝາຍໄດ້ມີການປ່ຽນແປງພຶດຕິກຳ, ນັກຮຽນກຸ່ມເປົ້າໝາຍຈຳນວນ 4 ຄົນສາມາດແກ້ການຄຳນວນກ່ຽວກັບສຳນວນໄດ້ ມີຄວາມກ້າຫານ ແລະ ມີຄວາມກະຕືລືລົ້ນໃນການຮຽນ, ​ແຕ່​ຍັງ​ອີກ 2 ຄົນ ແມ່ນພຽງແຕ່ປ່ຽນແປງພຶດຕິກຳເລັກນ້ອຍການດຳເນີນວິໄຈພາກປະຕິບັດໃນຄັ້ງນີ້ ມັນໄດ້ເປັນບົດຮຽນໃຫ້ແກ່ທີມງານວິໄຈຂອງພວກຂ້າພະເຈົ້າເພຶ່ອນຳໄປໃຊ້ໃນຄັ້ງໜ້າສິ່ງທີ່ສະທ້ອນຄືນ ເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ, ບໍ່ສາມາດປ່ຽນແປງພຶດຕິກຳໄດ້ເທົ່າທີ່ຄວນ, ຂ້າພະເຈົ້າຄິດວ່າອາດຈະເກີດຈາກການຮັບຮູ້ຂອງນັກຮຽນຍັງຊ້າໄລຍະເວລາດຳເນີນການວິໄຈໃຊ້ເວລາໜ້ອຍ ການສຶກສາສະພາບບັນຫາຍັງບໍ່ທັນສອດຄ່ອງກັບບັນຫາ ສະນັ້ນໃນອະນາຄົດເຮົາຄວນວາງແຜນຫາວິທີແກ້ໄຂ ແລະ ສືບຕໍ່ປະຕິບັດຮອບວຽນຕໍ່ໄປ

III.  ສະຫຼຸບ

ຜ່ານການປະຕິບັດການວິໄຈພາກປະຕິບັດໃນຫົວຂໍ້  (  ການພັດທະນາທັກສະການຄຳນວນກ່ຽວກັບສຳ ນວນຂອງນັກຮຽນຫ້ອງ ມ2/2 ໂດຍແບບເຝິກທັກສະ ) ຈາກການລາຍງານຂອງຄູປະຈຳຫ້ອງ, ຄູປະຈຳວິຊາ ສຳພາດຈາກນັກຮຽນ ເຊິ່ງໄດ້ຂໍ້ມູນຫຼາຍໆຢ່າງເຊັ່ນ: ບັນຫາທີ່ນັກຮຽນ​ແກ້ຄຳນວນກ່ຽວກັບສຳນວນບໍ່ໄດ້ທີມງານວິໄຈໄດ້ເອົາໃຈໃສ່ຊອກ ຫາເຕັກນິກວິທີການເພື່ອນຳມາແກ້ໄຂໃນການວາງແຜນ ແລະ ປະຕິບັດ  2 ຄັ້ງ,  ຈາກຜົນການປະຕິບັດສັງເກດເຫັນວ່າຈາກການໃຊ້ແບບເຝິກທັກສະການຄຳນວນທີ່ພວກທີມງານສ້າງຂຶ້ນເອງ ພົບວ່າໃນໄລຍະທຳອິດກ່ອນໃຊ້ແບບເຝິກທັກສະນັກຮຽນກຸ່ມເປົ້າໝາຍທັງ 6 ຄົນ ບໍ່ຜ່ານເກນການປະເມີນ.

ຫຼັງຈາກດຳເນີນການໃຊ້ແບບເຝິກທັກສະໃນແຕ່ລະອາທິດເຂົ້າໃນການສອນເພີ່ມພ້ອມໃຫ້ວຽກບ້ານເຫັນວ່ານັກຮຽນໄດ້ຄະແນນດີຂຶ້ນແຕ່ລະຂັ້ນໄປ ແລະ ຫຼັງຈາກດຳເນີນການເຝິກທັກສະສິ້ນສຸດລົງ ທີມງານວິໄຈໄດ້ເຮັດການທົດສອບຫຼັງຈາກໃຊ້ແບບເຝິກທັກສະອີກຄັ້ງໜຶ່ງ ພົບວ່າ ຜົນການທົດສອບຫຼັງໃຊ້ແບບເຝິກທັກສະການຄຳນວນກ່ຽວກັບສຳນວນທາງຄະນິດສາດຂອງນັກຮຽນເປົ້າໝາຍຈຳນວນ 6 ຄົນ, ຜ່ານເກນໄດ້ 4 ຄົນ ​ແລະ ອີກ 2 ຄົນຍັງບໍໍ່ທັນຜ່ານເກນ.

ຈາກຜົນການປະເມີນສະຫູູບໄດ້ວ່າແບບເຝິກທັກການຄຳນວນກ່ຽວກັບສຳນວນທີ່ທີມງານວິໄຈສ້າງຂຶ້ນນັ້ນສາມາດນຳໄປໃຊ້ໃນການພັດທະນາທັກສະການຄຳນວນກ່ຽວກັບສຳນວນຂອງນັກຮຽນໄດ້ເປັນຢ່າງດີ ສັງເກດໄດ້ຈາກການທີ່ນັກຮຽນມີການພັດທະນາການທີ່ດີຂຶ້ນເປັນລຳດັບໃນລະອາທິດມັນຈິງສອດຄ່ອງກັບຈິດວິທະຍາການການສອນຄະນິດສາດ ສຸລະໄຊ ຂວັນເມືອງທີ່ວ່າ: ການຈັດການຮຽນ-ການສອນວິຊາຄະນິດສາດຄວນຄຳນີງເຖິງພັດທະນາການຂອງຜູ້ຮຽນດ້ວຍການສອນຈິ່ງຈະປະສົບຜົນສຳເລັດຕາມເປົ້າໝາຍນອກຈາກນັ້ນແລ້ວໃນຄະນະທີ່ກຳລັງສອນຄູຜູ້ສອນຈຳເປັນຕ້ອງສົ່ງເສີມໃຫ້ຜູ້ຮຽນໄດ້ຮຽນຮູ້ໂດຍອາໄສປະສົບການໃນຊີວິດປະຈຳວັນມາປະຍຸກໃຊ້ເພື່ອໃຫ້ເກີດຄວາມເຊື່ອມໂຍງລະຫວ່າງເນື້ອໃນວິຊາ ແລະ ຊີວິດປະຈຳວັນໂດຍຜູ້ຮຽນຈະຕ້ອງເຫັນປະໂຫຍດຂອງການຮຽນນັ້ນໆດ້ວຍ[1]

ການເຮັດວິໄຈໃນຄັ້ງນີ້ນັກຮຽນກຸ່ມເປົ້າໝາຍບໍ່ປ່ຽນແປງໝົດທຸກຄົນກໍ່ຕາມ ແຕ່ມັນກໍ່ເປັນບົດຮຽນໃຫ້ແກ່ທີມງານການວິໄຈຂອງພວກຂ້າພະເຈົ້າເພື່ອນຳ​ໄປພັດທະນາການຮຽນ - ການສອນ ແລະ ການເຮັດວິໄຈໃນຕໍ່ໜ້າ.

4.ຂໍ້ສະເໜີແນະ

4.1ຂໍ້ສະເໜີແນະຜົນການວິໄຈ

ທີມງານວິໄຈມີຄວາມເຫັນວ່າຫາກນັກຮຽນໄດ້ຮັບການເຝິກຜົນຢ່າງຕໍ່ເນື່ອງຈະຊ່ວຍໃຫ້ນັກຮຽນສາມາດຄຳນວນກ່ຽວກັບສຳນວນໄດ້ຢ່າງຄ່ອງແຄ້ວ ແລະ ເປັນພື້ນຖານການຮຽນຄະນິດສາດໃນລະດັບທີ່ສູງຍິ່ງຂຶ້ນໄປໄດ້ເປັນຢ່າງດີ.

4.2   ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ

[img width="13" height="13" src="file:///C:/Users/CHANTH~1/AppData/Local/Temp/msohtmlclip1/01/clip_image001.gif" alt="*">ສະເໜີໃຫ້ຄູໃນໂຮງຮຽນສືບຕໍ່ປະຕິບັດວິ​ໄຈນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ ທີ່ຍັງແກ້ໄຂບໍ່ທັນໄດ້

VI.  ຫຼັກຖານປະກອບ

[img width="13" height="13" src="file:///C:/Users/CHANTH~1/AppData/Local/Temp/msohtmlclip1/01/clip_image001.gif" alt="*">ແຜນການເຄື່ອນໄຫວການວິໄຈ

[img width="13" height="13" src="file:///C:/Users/CHANTH~1/AppData/Local/Temp/msohtmlclip1/01/clip_image001.gif" alt="*">ບົດບັນທຶກປະຈຳວັນ

[img width="13" height="13" src="file:///C:/Users/CHANTH~1/AppData/Local/Temp/msohtmlclip1/01/clip_image001.gif" alt="*">ບົດສອນ

[img width="13" height="13" src="file:///C:/Users/CHANTH~1/AppData/Local/Temp/msohtmlclip1/01/clip_image001.gif" alt="*">ແຜນວາດຫ້ອງຮຽນ

[img width="13" height="13" src="file:///C:/Users/CHANTH~1/AppData/Local/Temp/msohtmlclip1/01/clip_image001.gif" alt="*">ບົດສຳພາດຄູເກົ່າ ແລະ ນັກຮຽນ

[img width="13" height="13" src="file:///C:/Users/CHANTH~1/AppData/Local/Temp/msohtmlclip1/01/clip_image001.gif" alt="*">ໂຄງການວິໄຈ

[img width="13" height="13" src="file:///C:/Users/CHANTH~1/AppData/Local/Temp/msohtmlclip1/01/clip_image001.gif" alt="*">ບົດທົດສອບ



ອາຈານ ຈັນທະວີໄຊ ແຫວນພະຈັນ ວິທະຍານິພົນ ເລື່ອງ ຜົນສຳເລັດທາງການຮຽນ ແລະ ເຈດຄະຕິຕໍ່ວິຊາຄະນິດສາດຂອງນັກສຶກສາລະບົບ 11+3 ສາຍຄະນິດສາດປີທີ 2 ທີ່ໄດ້ສອນແບບ 4 Mat ໜ້າ 14[1] 


หมายเลขบันทึก: 535705เขียนเมื่อ 12 พฤษภาคม 2013 14:02 น. ()แก้ไขเมื่อ 12 พฤษภาคม 2013 14:02 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (3)

อ่านได้เป็นบางคำ กำลังพยายามค่ะ ขอบคุณที่นำมาแบ่งปันค่ะ

ตอนมีน้อยๆรู้สึกว่าอ่านพอได้นะคะ แต่พอมาแบบนี้ ที่เคยคิดว่าอ่านได้ คงต้องไปทบทวนเสียแล้ว อ่านได้ามากจนต้องขอมาตั้งใจอ่านคราวหน้านะคะ

คุณมะเดื่ออ่านไม่ออกเลยจ้ะ  ตัวหนังสือมันเป็นรูปสี่เหลี่ยมเต็มพรืดเลยอ่ะนะ  มีแต่ตัวเลขที่ชัดเจน

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท