ກັອດອໍລາຍ ວິຊາ ວັດ ແລະ ປະເມີນຜົນການສຶກສາ ພາກຮຽນທີ 1 , ປີ 4 ຂອງ ຫຼັກສູດສ້າງຄູມັດທະຍົມລະບົບ 12+4 ສາຍພາສາລາວ ສະບັບປັບປຸງ 2019


  ຊື່ວິຊາ​: ວັດ ​ແລະ ປະ​ເມີນ​ຜົນການສຶກສາ

ຫຼັກສູດສ້າງຄູມັດທະຍົມ ລະບົບ 12+4

ລະຫັດວິຊາ: 0917703

ລະບົບ-ພາກຮຽນ ລະບົບ 4 ປີ ພາກຮຽນທີ 1 ປີທີ 4
     ​ຊົ່ວ​ໂມງ 64 ຊົ່ວໂມງ
ຈຳນວນ​ໜ່ວຍ​ກິດ 3(2-2-2)
ອະທິບາຍ​ຄ່າ​ໜ່ວຍ​ກິດ ວິຊາ​ນີ້​ມີ 3 ໜ່ວຍ​ກິດ, ຮຽນທິດສະດີ 2 ຊົ່ວໂມງ, ພາກປະຕິບັດຕົວຈິງ 2 ຊົ່ວໂມງ   ແລະ ວຽກບ້ານ 2  ຊົ່ວໂມງ, ໃນນັ້ນຮຽນ 4 ຊົ່ວໂມງຕໍ່ອາທິດ, ຮຽນທັງໝົດ 16 ອາທິດ, ເທົ່າກັບ 64 ຊົ່ວໂມງ.

ຈຸດປະສົງ

 

​ເພື່ອ​ໃຫ້​ນັກສຶກສາຄູ​ສາມາດ:

  • ອະທິບາຍ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ວັດ ​ແລະ ການປະ​ເມີນ​ຜົນ​ໄດ້
  • ສ້າງ ແລະ ນຳໃຊ້ເຄື່ຶອງມຶວັດຜົນການສຶກສາໄດ້ຢ່າງຖືກຕ້ອງຕາມຫຼັກການ,ມີຄຸນນະທຳ ແລະ ຈັນຍາບັນຂອງນັກວັດຜົນ ແລະ ປະເມີນຜົນ
  • ຂຽນຂໍ້ສອບ ແລະ ວິເຄາະ ເພື່ອວັດສະຕິປັນຍາຂອງຜູ້ຮຽນຕາມທິດສະດີການຮຽນຮູ້ຂອງບຼຸມ
  • ນຳໃຊ້ສະຖິຕິຂັ້ນພື້ນຖານເຂົ້່າໃນການວິເຄາະຜົນການສຶກສາ
  • ວັດຜົນການຮຽນໂດຍນໍາໃຊ້ຣູບຣິກ ( Rubrics )

​ເນື້ອ​ໃນ​ຫຍໍ້

 

ວິຊາ​ນີ້​ຮຽນຮູ້ກ່ຽວກັບ ຄວາມໝາຍຂອງການວັດຜົນ, ການປະເມີນຜົນ ມີຄຸນນະທຳ ແລະ ຈັນຍາບັນຂອງນັກວັດຜົນ ແລະ ປະເມີນຜົນ. ມີຈຸດປະສົງຂອງການວັດ ຜົນທາງການສຶກສາ, ຄຸນປະໂຫຍດ,ລັກສະນະຂອງການວັດ, ລະດັບຂອງການວັດ, ຫຼັກການວັດຜົນການສຶກສາ ແລະ ປະເມີນຜົນການຮຽນ, ການສ້າງເຄື່ອງມືຮັບໃຊ້ການວັດຜົນການສຶກສາ, ການສ້າງຂໍ້ສອບແບບຕ່າງໆ, ນຳໃຊ້ສະຖິຕິຂັ້ນພື້ນຖານເຂົ້່າໃນການວິເຄາະຂໍ້ສອບ ແລະ ການວິເຄາະຜົນການສຶກສາ, ​ການສ້າງເຄື່ອງມືວັດຜົນການຮຽນ​ໂດຍນຳໃຊ້ຣູບຣິກ, ການປະເມີນຜົນແບບຕໍ່ເນື່ອງ ແລະ ການປະເມີນຜົນ ໂດຍໃຊ້ແຟ້ມສະສົມຜົນງານ.

ການດຳ​ເນີນ​ການ​ສອນ

 

ວິຊາ​ນີ້ດໍາ​ເນີນ​ການ​ຮຽນ -​ ການ​ສອນ​ຢູ່​ໃນພາກຮຽນ​ທີ 1 ປີ​ທີ 4 ພາຍ​ໃນ 16 ອາທິດມີ ​ 4 ຊົ່ວ​ໂມງຕໍ່ອາທິດ, ລວມ 64 ຊົ່ວ​ໂມງ. ວິທີ​ສອນ​ທີ່​ນໍາ​ໃຊ້​ເຂົ້າ​ໃນ​ການ​ດໍາ​ເນີນ ​ກິດຈະ​ກໍາການ​ຮຽນ -​ ການ​ສອນ​ມີ: ບັນຍາຍ, ສົນທະນາ, ລະດົມ​ສະໝອງ,ເຮັດວຽກບ້ານມອບໝາຍ,  ປະຕິບັດ​ຕົວ​ຈິງການສ້າງຂໍ້ສອບ,ກິດຈະກໍາກຸ່ມ ​ແລະ​ ບຸກຄົນ.

 

ອາທິດ 1

ບົດ​ທີ 1  ຄວາມ​ຮູ້​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ວັດ ​ແລະ ປະ​ເມີນ​ຜົນ

  1. ຄວາມ​ໝາຍ​ຂອງ​ການ​ວັດຜົນ ​ແລະປະ​ເມີນ​ຜົນ​ການ​ສຶກສາ
  2. ຈຸດປະສົງ​ຂອງ​ການ​ວັດ​ຜົນ​ການ​ສຶກສາ
  3. ລັກສະນະ​ຂອງ​ການ​ວັດ​ຜົນ​ການ​ສຶກສາ
  4. ລະດັບຂອງການວັດຜົນ
ອາທິດ 2 

ບົດ​ທີ 1 ຄວາມ​ຮູ້​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ວັດ ​ແລະປະ​ເມີນ​ຜົນ ( ຕໍ່ )

  1. ຫຼັກ​ການ​ວັດ​ຜົນ​ການ​ສຶກສາ
  2. ຄຸນ​ນະ​ທໍາ ​ແລະຈັນ​ຍາ​ບັນ​ຂອງ​ນັກ​ວັດ ​ແລະປະ​ເມີນ​ຜົນ
  3. ຄຸນປະໂຫຍດຂອງການວັດຜົນ
ອາທິດ 3

ບົດ​ທີ 2  ເຄື່ອງມື​ວັດ​ຜົນ​ການ​ສຶກສາ

  1. ປະ​ເພດຂອງ​ເຄື່ອງມື​ວັດ​ຜົນ​ການ​ສຶກສາ
  2. ແບບ​ທົດ​ສອບ
  3. ການ​ສັງ​ເກດ
  4. ​ການສໍາພາດ
  5. ແບບສອບຖາມ
ອາທິດ 4

ບົດ​ທີ 2 ເຄື່ອງມື​ວັດ​ຜົນ​ການ​ສຶກສາ ( ຕໍ່ )

  1. ແບບກວດຕາມລາຍການ
  2. ການປະຕິບັດຈິງ
  3. ​ການຈັດອັນດັບຄຸນນະພາບ
  4. ແບບສັງຄົມມິຕິ
ອາທິດ 5

ບົດທິ  2 ເຄື່ອງມືວັດຜົນການສຶກສາ ( ຕໍ່ )

  1. ການສຶກສາລາຍກໍລະນີ
  2. ການໃຫ້ສ້າງຈິນຕະນາການ
  3. ລັກສະນະທີ່ດີຂອງເຄື່ອງມື
ອາທິດ 6

ບົດ​ທີ 3 ການຂຽນຂໍ້ສອບແບບອັດຕະໄນ ແລະ ປາລະໄນ

  1. ການຂຽນຂໍ້ສອບແບບອັດຕະໄນ
  2. ການຂຽນຂໍ້ສອບແບບປາລະໄນ
ອາທິດ 7

ບົດ​ທີ 4 ການ​ຂຽນ​ຂໍ້​ສອບ​ວັດ​ພຶດຕິ​ກໍາ​ດ້ານ​ສະຕິ​ປັນຍາ

  1. ພຶດຕິ​ກໍາ​ດ້ານ​ສະຕິ​ປັນຍາ
  2. ການ​ຂຽນ​ຂໍ້​ສອບ​ວັດ​ຄວາມ​​ເຂົ້າ​ໃຈ
  3. ການ​ຂຽນ​ຂໍ້​ສອບ​ວັດ​ຄວາມ​ຮູ້ - ຄວາມ​ຈື່​ຈໍາ
           ອາທິດ 8

ບົດ​ທີ 4 ການ​ຂຽນ​ຂໍ້​ສອບ​ວັດ​ພຶດຕິ​ກໍາ​ດ້ານ​ສະຕິ​ປັນຍາ (ຕໍ່)

  1. ການຂຽນຂໍ້ສອບວັດຄວາມສາມາດໃນການນນຳໃຊ້
  2. ການ​ຂຽນ​ຂໍ້​ສອບ​ວັດຄວາມສາມາດໃນການວິເຄາະ
ອາທິດ 9

ບົດ​ທີ  4 ການຂຽນຂໍ້ສອບວັດພຶດຕິກຳດ້ານສະຕິປັນຍາ ( ຕໍ່ )

  1. ການຂຽນຂໍ້ສອບວັດຄວາມສາມາດໃນການປະເມີນຜົນ
  2. ການຂຽນຂໍ້ສອບວັດຄວາມສາມາດໃນການປະດີດສ້າງ
ອາທິດ 10

ບົດ​ທີ 5  ລັກສະນະ ແລະ ການຊອກຫາຄຸນນະພາບຂອງເຄື່ອງມື

  1. ລັກສະນະຂອງເຄື່ອງມືທີ່ດີສຳລັບການວັດຜົນ
  2. ການຊອກຫາຄຸນນະພາບຂອງເຄື່ອງມື
ອາທິດ 11

ບົດ​ທີ 6  ສະຖິຕິເບື້ອງຕົ້ນກ່ຽວກັບການວັດຜົນ

  1. ຄວາມຖີ່ ແລະ ເປີເຊັນ
  2. ການວັດທ່າອ່ຽງເຂົ້າຄ່າກາງ
ອາທິດ 12

ບົດທີ 6 ສະຖິຕິເບື້້ອງຕົ້ນກ່ຽວກັບການວັດຜົນ

  1. ການວັດການກະຈາຍ
  2. ຄ່າສະຫະສຳພັນ
ອາທິດ 13 

ບົດ​ທີ 7 ການປະເມີນຜົນແບບຕໍ່ເນື່ອງ

  1. ຈຸດປະສົງຂອງການປະເມີນຜົນແບບຕໍ່ເນື່ອງ
  2. ວິທີການປະເມີນຜົນແບບຕໍ່ເນື່ອງ
  3. ການນໍາໃຊ້ການປະເມີນຜົນແບບຕໍ່ເນື່ອງ
ອາທິດ 14

ບົດ​ທີ 8 ການ​ປະເມີນຜົນໂດຍໃຊ້ແຟ້ມສະສົມຜົນງານ

  1. ຄວາມໝາຍຂອງການປະເມີນຜົນໂດຍໃຊ້ແຟ້ມສະສົມຜົນງານ
  2. ສ່ວນປະກອບຂອງແຟ້ມສະສົມຜົນງານ
ອາທິດ 15

ບົດ​ທີ 8 ການ​ປະເມີນຜົນໂດຍໃຊ້ແຟ້ມສະສົມຜົນງານ ( ຕໍ່ )

  1. ຂັ້ນຕອນຂອງການຈັດແຟ້ມສະສົມຜົນງານ
  2. ເກນການກວດສອບຄຸນນະພາບຂອງການປະເມີນຜົນ
ອາທິດ 16

ບົດ​ທີ 9 ການ​ປະເມີນການຮຽນໂດຍການນຳໃຊ້ຣູບຣິກ (Rubrics )

  1. ຄວາມໝາຍສຳຄັນຂອງຣູບຣິກ
  2. ການ​ປະເມີນຜົນການຮຽນຂອງຣູບຣິກ
  3. ຂັ້ນຕອນແນວຄວາມຄິດທີ່ຈະປະເມີນຜົນ
  4. ປະເພດຂອງຣູບຣິກ
  5. ການປະເມີນຜົນການຮຽນໂດຍນຳໃຊ້ຣູບຣິກ
ການ​ປະ​ເມີນ​ຜົນ
  • ຮ່ວມ​ຮຽນ                     10%
  • ກິດຈະ​ກໍາ​ກຸ່ມ                        10%
  • ກິດຈະ​ກໍາ​ບຸກຄົນ                     25%
  • ກວດກາ​ກາງ​ພາກຮຽນ         25%
  • ສອບ​ເສັງ​ທ້າຍ​ພາກຮຽນ       30%
​ເອກະສາ​ນອ້າງ​ອີງ
  1. ສຸກສາຄອນ ສິດທິສັກ ພ້ອມດ້ວຍຄະນະ “ການວັດ ແລະ ປະເມີນຜົນ ສຳລັບໂຮງຮຽນສ້າງຄູ ລະບົບ 8+3 ແລະ 11+3” ສູນພັດທະນາຄູ 1998.
  2. ສົມລວຍ ສຸຕິຍະໄທ ພ້ອມດ້ວຍຄະນະ “ວັດ ແລະ ປະເມີນຜົນ” ສາຍສ້າງຄູມັດທະຍົມຕົ້ນລະບົບ 3 ປີ ກະຊວງສຶກສາທິການ 2009
  3. ຄູ່ມືຝຶກອົບຮົມການນຳໃຊ້ປຶ້ມແບບຮຽນຊັ້ນມັດທະຍົມຕົ້ນ 2010
  4. ສົມນຶກ ນົນທິຈັນ “ການຮຽນ-ການສອນການວັດ ແລະ ປະເມີນຜົນຈາກສະພາບຈິງຂອງຜູ້ຮຽນໂດຍໃຊ້ Portfolio” 2545 ( ປະເທດໄທ)
ຜູ້ຂຽນ

ຊອ ປທ ຈັນທະວີໄຊ ແຫວນພະຈັນ ວິທະຍາໄລຄູສາລະວັນ

ເບີໂທ : 02092930564

    E-mail : [email protected]

หมายเลขบันทึก: 692478เขียนเมื่อ 18 กันยายน 2021 13:44 น. ()แก้ไขเมื่อ 18 กันยายน 2021 13:46 น. ()สัญญาอนุญาต: สงวนสิทธิ์ทุกประการจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท