แผนที่
  • ແມ່ນມີຄວາມສຳຄັນ ແລະ ຈຳເປັນໃນການຮຽນຮູ້ໂລກທຳມະຊາດ ແລະ ສັງຄົມ ດ້ວຍເຫດນັ້ນການຮຽນຮູ້ແຜນທີ່ກ່ອນອື່ນໝົດຕ້ອງເຂົ້າໃຈດັ່ງນີ້

- ເຂົ້າໃຈຄວາມໝາຍ ແລະ ຄຸນປະໂຍຫດຂອງແຜນທີ່ເຊີ່ງມີມາດຕາສ່ວນທີ່ແຕກຕ່າງກັນແຜນທີ່ມາດຕາສ່ວນໃຫຍ່ເໝາະກັບພື້ນທີ່ແຄບ ເຊັ່ນ ຂອບເຂດບ້ານ ເມືອງ ແຕ່ແຜນທີ່ທີ່ມີມາດຕາສ່ວນນ້ອຍ ເໝາະກັບພື້ນທີ່ກວ້າງຄື ຂອບເຂດຂອງແຂວງ ຂອງປະເທດ

- ເຂົ້າໃຈມາດຕາສ່ວນຂອງແຜນທີ່ແມ່ນເຂົ້າໃຈໄລຍະຫ່າງຈາກຈຸດຕ່າງໆເທິງແຜນທີ່ໂດຍອີງໃສ່ມາດຕາສ່ວນຂອງແຜນທີ່ນັ້ນເອງ

- ເຂົ້າໃຈເຄື່ອງໝາຍ ແລະ ຮູ້ເຄື່ອງໝາຍ ທີ່ມີໃນແຜນທີ່ກໍຄືກັບວ່າພວກເຮົາໄດ້ສຳພັດສະຖານະການຈິງຂອງເປົ້າໝາຍ ຢາກເຮັດໄດ້ແນວນັ້ນຕ້ອງມີການເຝິກຫັດ ສັງເກດ ແລະ ນຳໃຊ້ເປັນປະຈຳ

- ເຂົ້າໃຈບັນດາຄວາມໝາຍຂອງບັນດາເສັ້ນສະແດງ ສີ ລະດັບຄວາມຕ່ຳ ຄວາມສູງ ຂອງພູມສັນຖານທີ່ປາກົດໃຫ້ເຫັນໃນແຜນທີ່