ກົດໝາຍລະຫວ່າງຊາດສ່ວນບຸກຄົນ

III ຄວາມແຕກຕ່າງລະຫວ່າງກົດໝາຍລະຫວ່າງຊາວດສ່ວນບຸກຄົນ ແລະ ກົດໝາຍລະຫວ່າງ ຊາດສ່ວນສາທາລະນະ

- ກົດໝາຍລະຫວ່າງຊາດສ່ວນສາທາລະນະ ແມ່ນມີຈຸດປະສົງດັດປັບສາຍພົວພັນລະຫວ່າງລັດ ກັບລັດສະມາຊິກດ້ວຍກັນໃນສັງຄົມລະຫວ່າງປະເທດ

- ກົດໝາຍລະຫວ່າງຊາດສ່ວນບຸກຄົນແມ່ນໃຊ້ໃນການດັດປັບສາຍພົວພັນລະຫວ່າງບຸກຄົນກັບ ບຸກຄົນ,ບຸກຄົນກັບນິຕິບຸກຄົນ ຫຼື້ ນິຕິບຸກຄົນດ້ວຍກັນເອງ ທີ່ມີສັນຊາດຕ່າງກັນມີອົງປະກອບ ລະຫວ່າງຊາດ,ມີຄວາມແຕກຕ່າງລະຫວ່າງພູມລຳເນົາ ເຊີ່ງສາຍພົວພັນດັ່ງກ່າວນັ້ນອາດເກີດຂື້ນ ເຊັ່ນ: ການເຮັດສັນຍາແລ້ວມີການລະເມີດສັນຍາ ລວມທັງຊັບສິນ  ດັ່ງນັ້ນກົດໝາຍລະຫວ່າງຊາດ ສ່ວນບຸກຄົນຈື່ງຈຳເປັນຕ້ອງອາໃສກົນໄກການຂັດກັນທາງກົດໝາຍ ເຂົ້າມາແກ້ ຫຼື ບັງຂັບໃຊ້.