ຊັບສິນທາງປັນຍາໄດ້ໄດ້ປະກອບເຂົ້າໃນການພັດທະນາເສດຖະກິດແນວໃດ?
- ຊັບສິນທາງປັິນຍາຄືຜົນງານທີ່ປະດິດຄິດຄົ້ນຂື້ນມາໃໝ່ທີ່ພວກເຮົາສາມາດຈັບບາຍແລະສໍາພັດໄດ້ເຊັ່ນ ເຄື່ອງໝາຍການຄ້າ ແລະບໍ່ສາມາດຈັບບາຍໄດ້ເຊັ່ນ ໂປຼແກມຄອມພີວເຕີ, ເພັງ, ດົນຕີ ຊຶ່ງໃນປະຈຸບັນຖືວ່າ ເປັນ ຊັບສິນ ທີ່ບຸກຄົນຫຼືກຸ່ມຄົນ ສາມາດເປັນເຈົ້າຂອງຜູກຂາດການໃຊ້ແລະສະແຫວງຫາຜົນປະໂຫຍດໄດ້
- ໃນສັງຄົມກ່ອນຍຸກລະບອບທຶນນິຍົມ ເຖິງແມ່ນວ່າຈະມີການປະດິດຄິດສ້າງສິ່ງໃໝ່ໆຂື້ນມາຢູ່ເລື້ອຍໆ ແຕ່ສິງດັ່ກ່າວກໍ່ຍັງບໍ່ໄດ້ຖືວ່າເປັນຊັບສິນ ເພາະວ່າ ບໍ່ມີຕະຫລາດຊື້ - ຂາຍ ຍັງມີການລະບຸກຳມະສິດເດັດຂາດ, ບໍ່ມີການອານຸຍາດໃຫ້ເຊົ່າ ຫຼືໃຊ້ເພື່ອແລກປ່ຽນກັບຜົນຄ່າຕອບແທນໂດຍຄິດເປັນ ຄ່າເຊົ່າ
- ເຖິງແມ່ນວ່າໃນຍຸກນັ້ນໄດ້ມີຄວາມພະຍາຍາມຜູກຂາດກັບສິ່ງທີ່ປະດິດສ້າງຂື້ນມາເພື່ອສະແຫວງຫາຜົນປະໂຫຍດໃນໄລຍະຍາວເຊັ່ນຄວາມຮູ້ທາງດ້ານງານມີສີມື ຫຼືສິ່ງປະດິດຄິດສ້າງທີ່ຜູກຂາດຖ່າຍທອດກັນສະເພາະໃນຄອບຄົວຫຼືໃນຊຸມຊົນຈາກບັນພະບູລຸດສູ່ລູກຫລານ ແຕ່ສິ່ງເຫລົ່ານັ້ນກໍ່ຍັງບໍ່ທັນເຖິງຂັ້ນເປັນຊັບສິນເພາະຍັງບໍ່ທັນໄດ້ມີການຕີລາຄາ ຍັງບໍ່ມີການຊື້ຂາຍ
- ເມື່ອສັງຄົມມະນຸດມີການພັດທະນາເຂົ້າສູ່ລະບົບທຶນນິຍົມສິ່ງທີ່ປະດິດຄິດສ້າງຂື້ນມາໃໝ່ນັ້ນ ຈຶ່ງຖືກພັດທະນາໃຫ້ເປັນ ຊັບສິນທາງປັນຍາ ທີ່ມີຕະຫລາດຊື້ຂາຍ ແລະໃຫ້ເຊົ່າເຊັ່ນດຽວກັບຊັບສິນທົ່ວໄປ ເຊັ່ນ ເຮືອນ, ທີ່ດິນເປັນຕົ້ນ ແລະບໍ່ສາມາດຜະລິດຊຳ້ ຫຼືປອມແປງໄດ້ ແຕ່ວ່າ ຊັບສິນທາງປັນຍາແມ່ນສາມາດຜະລິດຊຳ້ໄດ້ເປັນຈຳນວນຫລາຍໄດ້
- ນອກຈາກນັ້ນຊັບສິນທົ່ວໄປຈະຄົງຢູ່ຕະຫລອດໄປ ແຕ່ຊັບສິນທາງປັນຍາມີ ວັນໝົດອາຍຸ ເມື່ອໝົດອາຍຸແລ້ວ ຜູ້ອື່ນກໍ່ສາມາດເຂົ້າມາໃຊ້ປະໂຫຍດໂດຍບໍ່ຈຳກັດ ແລະຊັບສິນທາງປັນຍາເປັນອຳນາດຜູກຂາດທີ່ມີອາຍຸຄວາມຈຳກັດ
- ຊັບສິນທາງປັນຍາແມ່ນມີຄວາມສຳຄັນແລະມີຄວາມຈຳເປັນທີ່ສຸດຕໍ່ກັບການພັດທະນາເສດຖະກິດທຶນນິຍົມ ເຊິ່ງຕ້ອງຍົກລະດັບຄວາມສາມາດໃນການຜະລິດໃຫ້ສູງຂື້ນຢ່າງຕໍ່ເນື່ອງ ສະນັ້ນລະບົບເສດຖະກິດ ແລະບໍລິສັດເອກະຊົນຈຶ່ງຕ້ອງເພິ່ງພານັກວິທະຍາສາດ, ວິສະວະກອນ, ແລະນັກປະດິດຄິດແຕ່ງ ທີສະແຫວງຫາຂະບວນການຜະລິດໃໝ່ໆ ລົດຕົ້ນທຶນ ເພີ່ມມູນຄ່າແລະກຳໄລຂອງສິນຄ້າ ສ້າງຕະຫລາດສິນຄ້າໃໝ່ ການກະຕຸ້ນຄວາມຕ້ອງການບໍລິໂພກສິ່ງໃໝ່ໆ
- ແຕ່ປັນຫາຂອງສິ່ງທີ່ປະດິດຂື່ນໃໝ່ຄື ຜູ້ປະດິດຄິດສ້າງຕ້ອງລົງທຶນສູງ ໃຊ້ເວລາດົນ ແລະແລະບາງຄັ້ງກໍ່ລັົ້ມເຫລວ ກ່ອນທີ່ຈະໄດ້ສິ່ງທີ່ປະດິດຄິດສ້າງມາໃໝ່ທີ່ມີຄຸນຄ່າທາງຕະຫລາດແທ້ໆ ແຕ່ເມື່ອນຳສິ່ງທີ່ຄິດສ້າງຂື້ນມາໃໝ່ນັ້ນອອກສູ່ຕະຫລາດເພື່ອສະແຫວງຫາກຳໄລ ຄູ່ແຂ່ງຂັນທາງທຸລະກິດຊຳ້ພັດສາມາດເອົາໄປລອກຮຽນແບບໄດ້ງາ່ຍ ເຮັດໃຫ້ລາຄາຕົກຕຳ່ ຜູ້ປະດິດຄິດສ້າງຄົນທຳອິດໄດ້ຖືກສູນເສຍອຳນາດຜູກຂາດແລະບໍ່ສາມາດສະແຫວງຫາຜົນປະໂຫຍດໃນຮູບ ຜົນກຳໄລສ່ວນເກີນໄດ້
- ຖ້າຫາກເຫດການເປັນແນວນັ້ນ ຜູ້ປະດິດ ແລະທຸລະກິດກໍ່ຈະບໍ່ມີສິ່ງຈູງໃຈໃນການພັດທະນາສິ່ງໃໝ່ ເພື່ອສ້າງມູນຄ່າໃໝ່ຕໍ່ໄປ ລະບົບເສດຖະກິດກໍ່ຈະຢຸດສະງັດພະລັງການຜະລິດບໍ່ມີການພັດທະນາ
- ລັດຖະບານຈິ່ງຕ້ອງມີການອອກກົດໝາຍໃຫ້ຜູ້ປະດິດສ້າງຄົນທຳອິດມີອຳນາຜູກຂາດ ສະແຫວງຫາກຳໄລຈາກຜົນງານຂອງຕົນ ແລະສາມາດກີດກັນຜູ້ອື່ນໄດ້ ເພື່ອເປັນແຮງຈູງໃຈ ໃຫ້ນັກປະດິດສ້າງແລະທຸລະກິດກ້າທີ່ຈະລົງທິນຄົ້ນຄວ້າແລະປະດິດສິ່ງໃໝ່ໆອອກມາ ແລະເນື່ອງຈາກເປັນອຳນາດຜູກຂາດທີ່ຄ້າຍຄືກັນກັບກຳມະສິດໃນຊັບສິນທົ່ວໄປ ກົດໝາຍຈຶ່ງເອີ້ນວ່າອຳນາດຜູກຂາດໃນສິ່ງປະດິດສ້າງວ່າເປັນຊັບສິນທາງປັນຍາ
- ຊັບສິນທາງປັນຍາເຫລົ່ານີ້ອາດເປັນປະໂຫຍດຕໍ່ເສດຖະກິດສັງຄົມໂດຍລວມໄດ້ຫລາຍຂື້ນ ຖ້າສາທາລະນະຊົນສາມາດເຂົ້າເຖິງແລະໃຊ້ປະໂຫຍດໄດ້ໂດຍບໍ່ມີການກີດກັນເຊັ່ນ ຂະບວນການຜະລິດໃໝ່ ສະນັ້ນລັດຈຶ່ງໃຫ້ ອຳນາດຜູກຂາດ ຂອງຜູ້ປະດິດສ້າງຄົນທຳອິດມີຜົນຢູ່ໄລຍະໜຶ່ງ ພຽງພໍທີ່ຈະຫາຜົນກຳໄລຫຼືຜົນຕອບແທນໄດ້ຢ່າງເໝາະສົມ
- ຊັບສິນທາງປັນຍາ ຈຶ່ງຕ້ອງມີອາຍຸຄວາມຈຳກັດຊຶ່ງຕ່າງຈາກຊັບສິນທົ່ວໄປ ຫົວໃຈຂອງກົດໝາຍຄຸ້ມຄອງຊັບສິນທາງປັນຍາຄື ຕ້ອງຫາຄວາມສົມດູນລະຫວ່າງການຄຸ້ມຄອງອຳນາດຜູກຈາດຂອງຜູ້ປະດິດສ້າງ ກັບຜົນປະໂຫຍດທີ່ເສດຖະກິດສັງຄົມ ຈະໄດ້ຮັບຈາກສິ່ງທີ່ປະດິດໃນໄລຍະຍາວ
- ຖ້າໃຫ້ການຄຸ້ມຄອງຊັບສິນທາງປັນຍາເຂັ້ມງວດແລະມີອາຍຸຕວາມຍາວເກີນໄປກໍ່ຈະເກີດອຳນາດຜູກຂາດທັງໝົດ ລະບົບເສດຖະກິດບໍ່ໄດ້ຮັບປະໂຫຍດຢ່າງເຕັມທີ່ ໃນຂະນະທີ່ຜູ້ທີ່ຄິດຄົ້ນປະດິດສ້າງ ແລະທຸລະກິດກໍ່ຂາດສິ່ງຈູງໃຈທີ່ຈະຄົ້ນຄິດສິ່ງໃໝ່ຕໍ່ໄປເພາະໄດ້ຮັບ ຜົນກຳໄລສ່ວນເກີນ ຈາກສິ່ງເດີມຢູ່ ແຕ່ຖ້າຫາກໃຫ້ການຄຸ້ມຄອງແບບບໍ່ເຄັ່ງຄັດແລະມີອາຍຸສັ້ນເກີນໄປ ນັກຄົ້ນຄວ້າໃນການປະດິດສ້າງແລະທຸລະກິດກໍ່ບໍ່ມີສິ່ງຈູງໃຈທີ່ຈະຄົ້ນຄວ້າເຊັ່ນກັນ ເພາະບໍ່ສາມາດຮັກສາຜົນປະໂຫຍດຈາກຜົນງານຂອງຕົນໄດ້ຢ່າງເຕັມທີ່ ລະບົບເສດຖະກິດກໍ່ຈະບໍ່ມີການພັດທະນາຊຶ່ງເປັນຜົນເສຍຕໍ່ສັງຄົມ
- ສ່ວນຄວາມເຂັ້ມງວດແລະອາຍຸຄວາມທີ່ກົດໝາຍວ່າດ້ວຍຊັບສິນທາງປັນຍາກຳນົດໄວ້ນັ້ນ ຂື້ນຢູ່ກັບລະດັບການພັດທະນາເສດຖະກິດສັງຄົມ ແລະເທັກໂນໂລຊີຂອງແຕ່ລະປະເທດ ຄືຫາຫກຳນົດໄວ້ເຂັ້ມງວດເກີນໄປ ຫຼື ບໍ່ເຂັ້ມງວດເກີນໄປກໍ່ຈະບໍ່ເປັນການກະຕຸ້ນການພັດທະນາຄວາມຮູ້ແລະເທັກໂນໂລຊີຂອງປະເທດ