ລັດຖະທຳມະນູນລາວສະບັບທຳອິດ

ລັດຖະທຳມະນູນແຫ່ງພະຣາຊະອານາຈັກລາວ (ສະບັບຊົ່ວຄາວ ປະກາດໄຊ້ໃນວັນທີ 12 ຕຸລາ 1945):

ສຸພາມັດສະດຸພະພຸທສາສະໜາຍຸການລ່ວງແລ້ວ 2488 ວັດສາ ປະຈຸບັນສະໄໝຈັນທະຣະຄະຕິນິຍົມປະຖົມກັດຕິກາມາດ ສຸກຣະປັກ ສັດຕະມະດີຖີ ສຸຣິຍະຄະຕິການ ຕຸລາຄົມມາດທະຍາທະສະ ສຸຣະທິນ ສຸກຣະວານ ໂດຍກຳນົດບັນດາອານາປະຊາຣາສະດອນ ແຫ່ງປະເທດລາວທັງໝົດ ມີຄວາມເຫັນເປັນເອກະສັນອັນໜື່ງອັນດຽວກັນວ່າ ເວລານີ້ເປັນເວລາອັນສົວຄວນແລ້ວ ທີ່ປະເທດລາວຂອງເຮົາ ຈະໄດ້ມີການປົກຄອງໂດຍລັດຖະທຳມະນູນ ຄືກັບອາອາຣະຍະປະເທດທັງຫຼາຍ.
       
ສະນັ້ນຄະນະກຳມະການ ລາສະດອນ ຈື່ງເຫັນພ້ອມກັນ ໃຫ້ຕາກົດໝາຍລັດຖະທຳມະນູນນີ້ ຂື້ນໄວ້ເປັນຫຼັກ ປົກຄອງຂອງປະເທດລາວສືບໄປ.
ໝວດ 1 ວ່າດ້ວຍດິນແດນ
ມາດຕາ 1: ປະເທດລາວເປັນອັນໜື່ງອັນດຽວກັນ ຜູ່ໄດຈະແບ່ງແຍກອອກບໍໄດ້.
ມາດຕາ 2: ດິນແດນປະເທດລາວປະກອບດ້ວຍ 11 ແຂວງຄື: 1. ແຂວງຜົ້ງສາລີ, 2. ແຂວງຫ້ວຍຊາຍ, 3. ແຂວງຫຼວງພະບາງ, 4. ແຂວງຊຳເໜືອ, 5. ແຂວງຊຽງຂວາງ, 6. ແຂວງວຽງຈັນ, 7. ແຂວງທ່າແຂກ. 8. ແຂວງສະຫວັນນະເຂດ, 9. ແຂວງສາລະວັນ, 10. ແຂວງອັດຕະປື. 11. ແຂວງປາກເຊ.
ມາດຕາ 3: ເມືອງຫຼວງຂອງປະເທດລາວຕັ້ງຢູ່ວຽງຈັນ.

ໝວດ 2 ວ່າດ້ວຍມະຫາກະສັດ
ມາດຕາ 4: ອຳນາດອະທິປະໄຕ ຍ່ອມມາຈາກປວງຊົນລາວ ພະມະຫາກະສັດຜູ່ເປັນພະປະມຸກຂອງປະເທດທັງໃຊ້ອຳນາດນັ້ນ ແຕ່ໂດຍບົດບັນຍັດແຫ່ງລັດຖະທຳມະນູນນັ້ນ.
ມາດຕາ 5: ພະມະຫາກະສັດ ທົງໃຊ້ອຳນາດນິຕິບັນຍັດ ໂດຍຄວາມແນະນຳ ແລະ ຍິນຍອມຂອງສະພາຜູ່ແທນລາຊະດອນ.
ມາດຕາ 6: ພະມະຫາກະສັດ ທົງໃຊ້ອຳນາດບໍລິຫານທາງຄະນະລັດຖະມົນຕີ.
ມາດຕາ 7: ພະມະຫາກະສັດທົງໃຊ້ອຳນາດຕຸລາການທາງສານ ທີ່ໄດ້ຕ໊ງຂື້ນຕາມກົດໝາຍ.
ມາດຕາ 8: ເມື່ອຕຳແໜ່ງພະມະຫາກະສັດຍັງເປົ່າຫວ່າງຢູ່ ໃຫ້ຄະນະລັດຖະມົນຕີ ບໍລິຫານພະຣາຊະພາຣະນັ້ນ ໄປຈົນກວ່າສະພາຜູ່ແທນລາດສະດອນ ໄດ້ອັງເຊີນເອົາພະມະຫາກະສັດຂື້ນສະເຫວີຍຣາດ.
ມາດຕາ 9: ໃນເມື່ອພະມະຫາກະສັດບໍໄດ້ປະທັບຢູ່ເມືອງຫຼວງ ຫຼື ດ້ວຍເຫດຜົນໄດໆ ທີ່ຈະບໍລິຫານຣາຊະພາຣະບໍໄດ້ ໃຫ້ຄະນະລັດຖະມົນຕີ ບໍລິຫານລາຊະພາລະນັ້ນແທນພະມະຫາກະສັດ.
ມາດຕາ 10: ການກະທຳໄດໆ ຂອງພະມະຫາກະສັດ ອັນກ່ຽວດ້ວຍລາຊະການແຜ່ນດິນ ຕ້ອງທີລັດຖະມົນຕີຜູ່ໜື່ງລົງນາມສະຫຼອງ ພະບໍລົມຣາຊະອົງການ ບໍດັ່ງນັ້ນການກະທຳເປັນໂມຄະ.

ໝວດ 3 ວ່າດ້ວຍສິດທິ ແລະ ໜ້າທີ່ຂອງປະຊາຊົນລາວ
ມາດຕາ 11: ພາຍໃຕ້ບົດບັນຍັດແຫ່ງລັດຖະທຳມະນູນນີ້ ບຸກຄົນຍ່ອມສະເໝີພາບກັນຕາມກົດໝາຍ.
ມາດຕາ 12: ບຸກຄົນຍ່ອມມີຄວາມສະເໝີພາບບໍລິບູນ ໃນການນັບຖືສາສະນາ ຫຼື ລັດທິໄດໆ ມີເສລີພາບບໍລິບູນໃນຮ່າງກາຍ ເຄຫະສະຖານ ຊັບສົມບັດ ການອາຊີບ ການເວົ້າ ການໂຄສະນາ ການສຶກສາອົບຮົມ ການປະຊູມໂດຍເປີດເຜີນ ການຈັດຕັ້ງສາມະຄົມ ແລະ ການຮ້ອງທຸກ.
ມາດຕາ 13: ບຸກຄົນມີໜ້າທີ່ເຄົາລົບຕໍ່ກົດໝາຍ ແລະ ມີໜ້າທີ່ປ້ອງກັນປະເທດຊາດ ຊ່ວຍເຫຼືອທາງລາຊະການ ໂດຍທາງເສັຍພາສີ ແລະ ອື່ນໆພາຍໃນຂໍ້ບັງຄັບແຫ່ງກົດໝາຍ.

ໝວດ 4 ວ່າດ້ວຍກຳມະການລາຊະດອນ ແລະ ສະພາຜູ່ແທນລາຊະດອນ
ມາດຕາ 14: ຄະນະກຳມະການລາຊະດອນ ແມ່ນຄະນະຜູ່ກໍການປ່ຽນແປງການປົກຄອງ ຕາມຄວາມປະສົງຂອງລາຊະດອນລາວ.
ມາດຕາ 15: ເມື່ອຄະນະກຳມະການລາຊະດອນ ໄດ້ຕັ້ງສະມາຊິກສະພາຜູ່ແທນລາຊະດອນ ແລະ ຄະນະລັດຖະມົນຕີຂື້ນແລ້ວ ຄະນະກຳມະການລາຊະດອນ ກໍເປັນອັນໝົດອາຍຸລົງ.
ມາດຕາ 16: ສະພາຜູ່ແທນລາຊະດອນ ປະກອບດ້ວນສະມາຊິກ ເຊີ່ງຄະນະກຳມະການລາຊະດອນ ຈັດຕັ້ງຜູ່ແທນລາຊະດອນ ຈຳນວນ 45 ຄົນຂື້ນເປັນສະມາຊິກໃນສະພາ, ອາຍຸຂອງສະພາຜູ່ແທນລາຊະດອນນີ້ສີ້ນສຸດລົງ ເມື່ອໄດ້ມີການເລືອກຕັ້ງຜູ່ແທນລາຊະດອນຂື້ນໃໝ່ ຕາມລັດຖະທຳມະນູນຖາວອນ ວ່າດ້ວຍການເລືອກຕັ້ງ.
ມາດຕາ 17: ກ່ອນເຂົ້າຮັບໜ້າທີ່ ສະມາຊິກສະພາຜູ່ແທນລາຊະດອນ ຕ້ອງປະຕິຍານຕົວ ໃນທີ່ປະຊູມແຫ່ງສະພາວ່າ ຈະຮັກສາໄວ້ ແລະ ປະຕິບັດຕາມລັດຖະທຳມະນູນນີ້.
ມາດຕາ 18: ສະມາຊິກສະພາຜູແທນລາຊະດອນ ຍ່ອມເປັນຜູ່ແທນຂອງລາຊະດອນທົ່ວປະເທດ ຕ້ອງປະຕິບັດໜ້າທີ່ຕາມຄວາມເຫັນຂອງຕົນໂດຍອິດສະຫຼະ ແລະ ດ້ວຍຄວາມບໍລິສຸດຢູ່ທີ່ໃຈ.
ມາດຕາ 19: ທີ່ປະຊູມສະພາຜູ່ແທນລາຊະດອນ ແຕ່ງຕັ້ງສະມາຊິກຕາມມະຕິຂອງສະພາ ໃຫ້ເປັນປະທານແຫ່ງສະພາ ຄົນໜື່ງ ແລະ ຮອງປະທານຄົນໜື່ງ ຫຼື ຫຼາຍຄົນກໍໄດ້.
ມາດຕາ 20: ປະທານສະພາມີໜ້າທີ່ດຳເນີນກິດຈະການ ຂອງສະພາໃຫ້ເປັນໄປຕາມລະບຽບ, ຮອງປະທານສະພາມີໜ້າທີ່ດຳເນີນກິດຈະການແທນປະທານ ເມື່ອປະທານບໍຢູ່ ຫຼື ບໍສາມາດປະຕິບັດໜ້າທີ່ໄດ້.
ມາດຕາ 21: ເມື່ອປະທານສະພາ ແລະ ຮອງປະທານສະພາ ບໍຢູ່ໃນທີ່ປະຊູມ ໃຫ້ສະມາຂິກເລືອກກັນເອງ ຂື່ນເປັນປະທານຊົ່ວຄາວໃນການປະຊູມນັ້ນ.
ມາດຕາ 22: ການປະຊູມທຸກຄາວ ຕ້ອງມີສະມາຊິກມາປະຊູມ ບໍໜ້ອຍກວາໜື່ງໃນສາມຂອງຈຳນວນສະມາຊິກທັງໝົດຈື່ງ ເປັນອົງປະຊູມໄດ້.
ມາດຕາ 23: ການລົງມະຕິໃນຂໍ້ປືກສານັ້ນ ໃຫ້ຖືເອົາສຽງສ່ວນຫຼາຍເປັນຫຼັກ, ສະມາຊິກຄົນໜື່ງ ມີສຽງໜື່ງໃນຍາມລົງຄະແນນ ຖ້າມີຈຳນວນສຽງທໍ່ກັນ ກໍໃຫ້ປະທານອອກສຽງຕື່ມອີກ ສຽງໜື່ງເປັນສຽງຊີ້ຂາດ.
ມາດຕາ 24: ໃນທີ່ປະຊູມແຫ່ງສະພາ ສະມາຊິກຄົນໄດຈະກ່າວຂໍ້ຄວາມໄດໆ ໃນທາງສະແດງຂໍ້ຄວາມ ຫຼື ອອກສຽງລົງຄະແນນ ທ່ານວ່າເປັນເອກະສິດທີ່ເດັດຂາດ ຜູ່ໄດຈະນຳໄປເປັນເຫດຮ້ອງຟ້ອງສະມາຊິກຜູ່ນັ້ນ ໃນທາງໄດໆບໍໄດ້. ເອກະສິດໃນທີ່ນີ້ ຄູ້ມຄອງເຖີງຜູ່ພິມ ແລະ ຜູ່ໂຄສະນາ ງານການປະຂູມ ໂດຍຄຳສັ່ງຂອງສະພາ ແລະ ຄູ້ມຄອງໄປເຖີງບຸກຄົນທີ່ຖືກສະພາເຊີນມາສະແດງຂໍ້ຄວາມ ຫຼື ອອກຄວາມເຫັນໃນທີ່ປະຊູມດ້ວຍ.
ມາດຕາ 25: ພະມະຫາກະສັດ ມີອຳນາດຮຽກປະຂູມສະພາໄດ້ທຸກເວລາ.
ມາດຕາ 26: ບັນດາກົດໝາຍທັງຫຼາຍ ຈະສົມບູນເປັນກົດໝາຍໄດ້ ກໍແຕ່ໂດຍຄຳຍິນຍອມຂອງສະພາຜູ່ແທນລາຊະດອນ.
ມາດຕາ 27: ເມື່ອຜູ່ແທນລາຊະດອນຕັ້ງກົດໝານຂື້ນແລ້ວ ໃຫ້ນາຍົກລັດຖະມົນຕີ ນຳຂື້ນທູນເກົ້າຖວາຍ ເມື່ອພະມະຫາກະສັດລົງພະນາມແລ້ວ ໃຫ້ປະກາດໃຊ້ເປັນກົດໝາຍບັງຄັບໄດ້.
ມາດຕາ 28: ສະພາຜູ່ແທນລາຊະດອນມີອຳນາດ ຄຸມລາຊະການແຜ່ນດິນ.
ມາດຕາ 29: ການປະຊູມສະພາຜູ່ແທນລາຊະດອນ ຍ່ອມເປັນການເປີດເຜີນ ແຕ່ການປະຊູມລັບກໍຍ່ອມໃຫມີຂື້ນໄດ້ ຖ້າຄະນະລັດຖະມົນຕີ ຫຼື ສະມາຂິກສະພາຈຳນວນບໍໜ້ອຍກວ່າ 15 ຄົນຂໍຮ້ອງ.
ມາດຕາ 30: ສະພາຜູ່ແທນລາຊະດອນມີອຳນາດຕັ້ງ ສະມາຊິກເປັນກຳມາທິການສາມັນ ແບະ ມີອຳນາດເລືອກເອົາຜູ່ທີ່ຈະເປັນສະມາຊິກ ຫຼື ບໍໄດ້ເປັນກໍຕາມ ໃຫ້ເປັນຄະນະກຳມາທິການສາມັນ ເພື່ອກະທຳກິດຈະການ ຫຼື ພິຈາບະນາສອບສວນ ຂໍ້ຄວາມໄດໆອັນຢູ່ໃນວົງການຂອງສະພາແລ້ວ ລາຍງານຕໍ່ສະພາ ຄະນະກຳມາທິການດັ່ງກ່າວນີ້ ມີອຳນາດເຊີນບຸກຄົນອື່ນໆ ມາຊີ້ແຈງ ສະແດງຄວາມເຫັນໃນກິດຈະການທີ່ກະທຳ ຫຼື ພິຈາລະນາຢູ່ນັ້ນໄດ້. ການປະຊູມຄະນະກຳມາທິການ ຕາມວັກກ່ອນນັ້ນ ຕ້ອງມີຄະນະກຳມາທິການມາປະຊູມ ບໍໜ້ອຍກວ່າເຄີ່ງ ຈື່ງເປັນອົງປະຂູມໄດ້.
ມາດຕາ 31: ສະພາຜູ່ແທນລາຊະດອນ ມີອຳນາດຕາມຂໍ້ບັງຄັບການປະຊູມ ແລະ ປືກສາຂອງສະພາ ເພື່ອດຳເນີນຕາມລັດຖະທຳມະນູນນີ້.

ໝວດ 5 ວ່າດ້ວຍຄະນະລັດຖະມົນຕີ
ມາດຕາ 32: ຄະນະກຳມະການລາຊະດອນ ຕັ້ງຄະນະລັດຖະມົນຕີ ຂື້ນຄະນະໜື່ງປະກອບດ້ວຍ ນາຍົກລັດຖະມົນຕີຄົນໜື່ງ ແບະ ລັດຖະມົນຕີຢ່າງໜ້ອຍ 10 ຄົນ ຫຼື ຢ່າງຫຼາຍ 15 ຄົນ ໃຫ້ຄະນະລັດຖະມົນຕີມີອຳນາດໜ້າທີ່ບໍລິຫານລາຊະການແຜ່ນດິນ.
ມາດຕາ 33: ສະມາຊິກສະພາຜູ່ແທນລາຊະດອນ ຜູ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີ ບໍຈຳເປັນຕ້ອງຂາດຈາກສະມາຊິກສະພາແຫ່ງຊາດ.
ມາດຕາ 34: ໃນການບໍລິຫານລາຊະການແຜ່ນດິນ ຄະນະລັດຖະມົນຕິ ຕ້ອງປະຕິບັດໜ້າທີ່ດ້ວຍ ຄວາມໄວ້ວາງໃຈຂອງສະພາຜູ່ແທນລາຊະດອນ.
ມາດຕາ 35: ຄະນະລັດຖະມົນຕີຕ້ອງອອກຈາກຕຳແໜ່ງ ເມື່ອອາຍຸຂອງສະພາຜູ່ແທນລາຊະດອນຊຸດທີ່ໃຫ້ຄວາມໄວ້ວາງໃຈສ້ຽງສຸດລົງ ແຕ່ຕ້ອງບໍລິຫານລາຊະການແຜ່ນດິນໄປ ຈົນກວ່າວ່າຄະນະລັດຖະມົນຕີ ທີ່ໄດ້ແຕ່ງຕັ້ງຂື້ນໃໝ່ ຈະເຂົ້າຮັບໜ້າທີ່ແທນ.
ມາດຕາ 36: ພະມະຫາກະສັດ ທັງປະກາດໃຊ້ກົດໄອຍະການເສິກ ຕາມລັກສະນະ ແລະ ພິທີການໃນກົດໝາຍໄອຍະການເສິກ.
ມາດຕາ 37: ພະມະຫາກະສັດທົງໄວ້ ເຊີ່ງອຳນາດໃນການປະກາດສົງຄາມ ທຳໜັງສືສັນຍາສັນຕິພາບ ສະຫງົບເສິກ ແລະ ໜັງສືສັນຍາອື່ນໆກັບນາໆປະເທດ ການປະກາດສົງຄາມນັ້ນ ທົງກະທຳໄດ້ໂດຍບໍຂັດຕໍ່ຂໍ້ປະຊູມຂອງໂລກ.
ມາດຕາ 38: ພະມະຫາກະສັດທົງໄສ້ເຊີ່ງອຳນາດ ທີ່ຈະພະລາຊະທານອະໄພຍະໂທດ.
ມາດຕາ 39: ພະມະຫາກະສັດ ທົງໄວ້ເຊີ່ງອຳນາດ ທີ່ຈະອອກພະລາຊະອົງການອັນຂັດຕໍ່ກົດໝາຍ.

ໝວດ 6 ວ່າດ້ວຍສານ
ມາດຕາ 40: ການພິຈາລະນາພິພາກສາຄະດີ ໃຫ້ເປັນອຳນາດຂອງສານ ໂດຍຈຳເພາະເຊີ່ງຈະຕ້ອງ ເຮັດຕາມກົດໝາຍ ແລະ  ໃນນາມຂອງພະມະຫາກະສັດ.
ມາດຕາ 41: ບັນດາສານທັງຫຼາຍ ຈະຕັ້ງຂື້ນໂດຍອາໄສກົດໝາຍ.
ມາດຕ່ 42: ຫົວໜ້າສານຍ່ອມມີອິດສະຫຼະ ໃນການພິຈາລະນາ ແລະ ພິພາກສາຄະດີໃຫ້ເປັນໄປຕາມກົດໝາຍ.

ວັນທີ 12 ຕຸລາ ພ.ສ. 2488 ເວລາ 08 : 00 ມ.
(ລົງນາມ) ຄຳມ້າວ
ປະທານກຳມະການລາຊະດອນ.

บันทึกนี้เขียนที่ GotoKnow โดย  ใน ສັງລວມບົດຮຽນ



ความเห็น (0)