ບົດທົດສອບບົດທີ 4 ການຂຽນຂໍ້ສອບວັດພຶດຕິກຳດ້ານສະຕິປັນຍາ


ບົດທົດສອບ

  1. ບຼຸມ ແລະ ຄະນະໄດ້ແບ່ງພຶດຕິກຳດ້ານສະຕິປັນຍາອອກເປັນຈັກດ້ານ?

          ກ. 6 ດ້ານ     ຂ.  5 ດ້ານ        ຄ. 4 ດ້ານ

       2. ຄໍາຖາມທີ່ໃຊ້ໃນການທົດສອບການຮຽນຮູ້ທີ່ຖາມເຖິງຂໍ້ມູນ, ເນື້ອໃນ, ລາຍລະອຽດ

          ຂອງສິ່ງທີ່ຮຽນຮູ້ ແລະ ໃຫ້ຜູ້ຮຽນສະແດງພຶດຕິກຳດ້ານໃດ ?

         ກ. ການຮຽນຮູ້ໃນລະດັບຄວາມເຂົ້າໃຈ

         ຂ. ການຮຽນຮູ້ໃນລະດັບຄວາມຮູ້-ຄວາມຈຳ

         ຄ. ການຮຽນຮູ້ໃນລະດັບການນຳໄປໃຊ້

      3. ຂໍ້ໃດເປັນຄຳຖາມກ່ຽວກັບຄວາມຮູ້ສະເພາະເລື່ອງ?

         ກ. ອາຊີບຄູປຽບເໜືອນເຮືອຈ້າງໝາຍຄວາມວ່າອາຊີບຄູເປັນຢ່າງໃດ

         ຂ. ຄົນສູງຄວນໃຊ້ເສື້ອຜ້າລາຍໃດ

         ຄ. ວັັນທີ 2 ທັນວາ ປີ 1975 ແມ່ນວັນສຳຄັນຫຍັງຂອງ ສ.ປ.ປ ລາວ

      4. ສິ່ງໃດທີ່ກ່ຽວຂ້ອງກັບການວິເຄາະຫຼາຍທີ່ສຸດ ?

         ກ. ໃຫ້ແຕ່ງກາບກອນ, ໂຄງ, ສານ, ບົດເພງ, ນິທານ ເລື່ອງອື່ນໆ

         ຂ. ຖາມໃຫ້ຈັບເຄົ້າເລື່ອງໃຫ້ໄດ້ວ່າເລື່ອງນັ້ນອີງໃສ່ຫຼັກການໃດ

         ຄ. ໃຫ້ວິນິໄສ ພິຈາລະນາ ຫຼື ຕັດສິນໂດຍກຳນົດເກນໃຫ້

      5. ເປັນຫຍັງຈິ່ງໃຫ້ນັກສຶກສາຂຽນຂໍ້ສອບວັດພຶດຕິກຳດ້ານສະຕິປັນຍາ ?

         ກ. ຈຳແນກພຶດຕິກຳດ້ານສະຕິປັນຍາເປັນດ້ານຍ່ອຍໄດ້

         ຂ. ຮັບຮູ້ພຶດຕິກຳດ້ານສະຕິປັນຍານັກຮຽນ

         ຄ. ຮັບຮູ້ ຈຸດພິເສດຂອງນັກຮຽນໄດ້ດີ

      6. ເລົ່າ, ຊີ້, ລະບຸ, ປະມວນ ຄວນໃຊ້ພຶດຕິກຳດ້ານສະຕິປັນຍາຫຍັງ?

          ກ. ຄວາມຮູ້ກ່ຽວກັບວິທີການປະຕິບັດ

          ຂ. ຄວາມຮູ້-ຄວາມຈື່ຈຳ

          ຄ. ຄວາມຮູ້ກ່ຽວກັບລະດັບຄາດໝາຍ

  7. ຂໍ້ສອບທີ່ວັດຄວາມສາມາດໃນການນຳເອົາຄວາມຮູ້ ຄວາມເຂົ້າໃຈຈາກສິ່ງທີ່ເຄີຍຮຽນ 

        ມາໄປໃຊ້ໃນສະຖານະການໃໝ່ຄວນຂຽນຂໍ້ສອບວັດຄວາມສາມາດດ້ານໃດ?

         ກ. ດ້ານຄວາມຮູ້-ຄວາມຈື່ຈຳ

         ຂ. ດ້ານຄວາມເຂົ້າໃຈ

         ຄ. ດ້ານການນຳໃຊ້

       8. ອາກາດຮ້ອນອົບເອົ້່າກ່ອນຝົນຕົກ ແຕ່ຖ້າອາກາດບໍ່ຮ້ອນອົບເອົ້າສະຫຼຸບໄດ້ແນວໃດ

          ຄໍາຖາມເທິງນີ້ຄວນແມ່ນການຂຽນຂໍ້ສອບວັດພຶດຕິກໍາດ້ານສະຕິປັນຍາຫຍັງ?

           ກ. ພຶດຕິກຳດ້ານຄວາມສາມາດໃນການວິເຄາະ

           ຂ. ພຶດຕິກຳດ້ານຄວາມສາມາດໃນຄວາມເຂົ້າໃຈ

           ຄ. ພຶດຕິກຳດ້ານຄວາມສາມາດໃນຄວາມຮູ້-ຄວາມຈື່ຈຳ

       9. ຄວາມສາມາດໃນການຕັດສິນຄຸນຄ່າຂອງເນື້ອໃນຂອງບົດເລື່ອງເຫດການ ຫຼື ເລື່ອງ 

          ລາວຕ່າງໆໜ້າຈະມີການຂຽນຂໍ້ສອບວັດພຶດຕິກຳດ້ານສະຕິປັນຍາຫຍັງ?

          ກ. ພຶດຕິກຳດ້ານສະຕິປັນຍາຄວາມຮູ້-ຄວາມຈື່ຈຳ

          ຂ. ພຶດຕິກຳດ້ານສະຕິປັນຍາໃນການປະເມີນຜົນ

          ຄ. ພຶດຕິກຳດ້ານສະຕິປັນຍາຄວາມສາມາດໃນການວິເຄາະ

       10. ຄຳໃດທີ່ມີລັກສະນະພຶດຕິກຳທີ່ບົ່ງຊີ້ເຖິງການຮຽນໃນລະດັບການນຳໄປໃຊ້ ?

          ກ. ແກ້ປັນຫາ, ປະຕິບັດ, ສະແດງ, ສາທິດ

          ຂ. ຈຳແນກ, ຫາຄວາມພົວພັນ, ຫາຂໍ້ສະຫຼຸບ, ຫາຂໍ້ອ້າງອີງ

          ຄ. ມາດຖານ, ຄຸນະພາບ, ຄວາມເຊື່ອໜັ້ນ, ວິທີການ

หมายเลขบันทึก: 555898เขียนเมื่อ 10 ธันวาคม 2013 09:14 น. ()แก้ไขเมื่อ 10 ธันวาคม 2013 09:14 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (2)

-สวัสดีครับ

-น่าสนใจการเรียนรู้ภาษามาก ๆครับ

-ขอบคุณครับครู

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท