ຄວາມເປັນໄປໄດ້ໃນການຮ້ອງຂໍອະນຸຍາດເຮັດວຽກໃນປະເທດໄທ


 v ນາງສົມສີ ວິໄລພອນ

ພາຍໃຕ້ພຣະຣາຊະບັນຍັດຄົນເຂົ້າເມືອງ ພ.ສ.2522 ອານຸຍາດໃຫ້ບຸກຄົນ 11 ປະເພດດັ່ງຕໍ່ໄປນີ້ສາມາດຂໍອະນຸຍາດເຂົ້າເມືອງເພື່ອເຮັດວຽກໄດ້ ກ່າວຄື (1) ຜູ້ປະຕິບັດໜ້າທີ່ທາງການທູດຫຼືກົງສຸນ (2) ​ຜູ້ປະຕິບັດໜ້າທີ່ທາງຣາຊະການ (3) ນັກກິລາ (4) ນັກທຸລະກິດ (5) ນັກລົງທຶນທີ່ໄດ້ຮັບຄວາມເຫັນຊອບໃນການລົງທທຶນຈາກກະຊວງກົມກອງທີ່ກ່ຽວຂ້ອງ (6) ນັກລົງທຶນທີ່ລົງທຶນພາຍໃຕ້ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (7) ຜູ້ຄວບຄຸມພາຫະນະ ຫຼື ຄົນປະຈຳພາຫະນະ ທີ່ເຂົ້າມາຍັງທ່າສະຖານນີ ຫຼືທ້ອງຖິ່ນໃນປະເທດໄທ (8) ສື່ມວນຊົນ (9) ຜູ້ທີ່ເຂົ້າມາເຜີຍແຜ່ສາສະໜາທີ່ໄດ້ຮັບຄວາມເຫັນຊອບຈາກກະຊວງກົມກອງທີ່ກ່ຽວຂ້ອງ (10) ນັກວິທະຍາສາດ ຫຼື ຜູ້ເຝິກສອນໃນສະຖາບັນຄົ້ນຄວ້າຫຼືສະຖາບັນສຶກສາໃນປະເທດໄທ ແລະ (11) ຊ່າງສີມື ຫຼືຜູ້ຊ່ຽວຊານ ເຊິ່ງການຂໍອະນຸຍາດເຮັດວຽກຂອງບຸກຄົນດັ່ງກ່າວເປັນໄປຕາມມາດຕາ 12 ແຫ່ງ ພຣະຣາຊະບັນຍັດການເຮັດວຽກຂອງຄົນຕ່າງດ້າວ ພ.ສ.2551

ກໍລະນີຂອງນາງສົມສີນັ້ນເກືອບຈະບໍ່ມີໂອກາດທີ່ຈະຂໍອະນຸຍາດເຂົ້າເມືອງເພື່ອເຮັດວຽກໃນກິດຈະການຂ້າງຕົ້ນໃນສະຖານະການປົກກະຕິໄດ້ເລີຍ ແຕ່ນາງສົມສີ ສາມາດອາໄສ ມາດຕາ 14 ວັນໜື່ງ[1] ແຫ່ງພຣະຣາຊະບັນຍັດການເຮັດວຽກຂອງຄົນຕ່າງດ້າວ ພ.ສ.2551 ໃນການຂໍອະນຸຍາດເຂົ້າເມືອງເພື່ອເຮັດວຽກຕາມລະດູການໃນພື້ນທີ່ ທີ່ຢູ່ຕິດຊາຍແດນໄດ້ ແຕ່ຂັ້ນຕອນໃນລາຍລະອຽດຂອງການອານຸຍາດເຂົ້າມາເພື່ອເຮັດວຽກຕາມມາດຕາ 14 ວັກໜື່ງນັ້ນ ຈະຖືກກຳນົດໃນກົດກະຊວງເຊິ່ງປັດຈຸບັນຍັງບໍ່ມີການອອກກົດກະຊວງດັ່ງກ່າວແຕ່ຢ່າງໃດ

ນອກຈາກນີ້ ນາງສົມສີຍັງສາມາດໃຊ້ຊ່ອງທາງພິເສດໃນການຂໍອະນຸຍາດເຂົ້າມາເຮັດວຽກໃນປະເທດໄທໄດ້ເຊັ່ນກັນ ໂດຍອາໄສບັນທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືດ້ານການຈ້າງແຮງງານລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທກັບລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ[2] ເມື່ອວັນທີ 18 ຕຸລາ ພ.ສ.2545 ເຊິ່ງຖືເປັນການໃຊ້ອໍານາດຕາມມາດຕາ 17 ແຫ່ງ ພຣະຣາຊະບັນຍັດຄົນເຂົ້າເມືອງ ພ.ສ.2522

v ລູກຊາຍສົມຊາດ ແລະລູກສາວສົມໃຈ

ລູກຊາຍສົມຊາດແລະລູກສາວສົມໃຈລູກຂອງນາງສົມສີບໍ່ສາມາດຂໍອານຸຍາດເຮັດວຽກໄດ້ ເນື່ອງຈາກອາຍຸຍັງບໍ່ຮອດກະຊຽນການເຮັດວຽກ ແຕ່ສາມາດຂໍອານຸຍາດເຂົ້າເມືອງໃນຖານະຜູ້ຕິດຕາມຂອງນາງສົມສີໄດ້



[1] ມາດຕາ 14 ວັນໜື່ງ ບັນຍັດໄດ້ວ່າ “ຄົນຕ່າງດ້າວເຊິ່ງມີພູມລຳເນົາ ແລະເປັນຄົນສັນຊາດທີ່ມີຊາຍແດນຕິດກັບປະເທດໄທ ຖ້າໄດ້ເຂົ້າມາໃນຣາຊະອານາຈັກໂດຍມີເອກະສານໃຊ້ແທນໜັງສືເດີນທາງຕາມກົດໝາຍວ່າດ້ວຍຄົນເຂົ້າເມືອງ ອາດໄດ້ຮັບອານຸຍາດໃຫ້ເຮັດວຽກບາງປະເພດຫຼືລັກສະນະວຽກໃນຣາຊະອານາຈັກເປັນການຊົ່ວຄາວໃນໄລຍະເວລາ ຫຼືຕາມລະດູການທີ່ກຳນົດໄດ້ ໃນນີ້ ສະເພາະການເຮັດວຽກໃນທ້ອງຖິ່ນທີ່ຢູ່ຕິດກັບຊາຍແດນ ຫຼືທ້ອງຖິ່ນທີ່ຕໍ່ເນື່ອງກັບທ້ອງຖິ່ນດັ່ງກ່າວ”

[2] ຂໍ້ 9 ບັນຍັດໄວ້ວ່າ “ຫາກບໍ່ໄດ້ລະບຸໄວ້ເປັນຢ່າງອື່ນ ວາລະການຈ້າງງານຂອງແຕ່ລະຄົນ”ຈະມີກຳນົດບໍ່ເກີນ 2 ປີ ຫາກຈຳເປັນໃຫ້ອະນຸຍາດເຮັດວຽກຕໍ່ໄດ້ເປັນໄລຍະເວລາອີກ 2 ປີ ໂດຍບໍ່ວ່າກໍລະນີຈະເປັນຢ່າງໃດກໍຕາມ ວາລະການຈ້າງງານຂອງແຕ່ລະຄົນຈະມີກຳນົດບໍ່ເກີນ 4 ປີ ແລະເມື່ອຄົບ 4 ປີແລ້ວ ໃຫ້ຖືວ່າເປັນການສິ້ນສຸດວ່າລະການຈ້າງງານດ້ວຍ

ແຮງງານເຊິ່ງສິ້ນສຸດວາລະການຈ້າງງານແລ້ວ ຈະສະມັກເຂົ້າເຮັດວຽກໄດ້ໃໝ່ເມື່ອຄົບໄລຍະເວລາ 3 ປີ ຫຼັງຈາກສິ້ນສຸດວາລະຈ້າງງານຄັ້ງກ່ອນ ຍົກເວັ້ນແຕ່ວ່າບຸກຄົນນັ້ນຈະຖືກຍົກເລີກການເຮັດວຽກກ່ອນໂດຍບໍ່ແມ່ນຄວາມຜິດຂອງຕົນ”

1.  ຄວາມເປັນໄປໄດ້ໃນການຮ້ອງຂໍສັນຊາດລາວຂອງທ້າວຊາຍ ຜູ້ເປັນຜົວ

ທ້າວຊາຍ ແສນດີ ຜົວຂອງນາງສົມສີເຖິງວ່າຈະມີສະຖານະເປັນບຸກຄົນບໍ່ມີສັນຊາດ ກໍ່ຍັງຮ້ອງຂໍສັນຊາດລາວຕາມນາງສົມສີຜູ້ເປັນເມຍໄດ້ ຫາກນາງກາວີພອນໄດ້ຮັບການພິຈາລະນາວ່າມີສັນຊາດລາວຕາມ ມາດຕາ 10 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ຫຼື ໄດ້ສັນຊາດລາວກັບຄືນຈາກການຮ້ອງຂໍຕາມ ມາດຕາ 21 ປະກອບກັບ ມາດຕາ 15 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ຢ່າງໃດກໍ່ຕາມ ເງື່ອນໄຂໜຶ່ງຂອງການຮ້ອງຂໍສັນຊາດລາວຕາມຜົວ ຫຼືເມຍ ຄືການຈົດທະບຽນແຕ່ງງານຕາມກົດໝາຍ

ພາຍຫລັງຈາກການຈົດທະບຽນແຕ່ງງານຕາມກົດໝາຍແລ້ວ ທ້າວຊາຍກໍສາມາດເຂົ້າມາອາໄສຢູ່ໃນປະເທດລາວຕາມນາງສົມສີຜູ້ເປັນເມຍໄດ້ ແລະສາມາດຮ້ອງຂໍສັນຊາດລາວໄດ້ ດັ່ງທີ່ໄດ້ກ່າວມາກ່ອນໜ້ານີ້ຕາມມາດຕາ 14[1] ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004



[1] ມາດຕາ 14 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ບັນຍັດວ່າ “ພົນລະເມືອງຕ່າງປະເທດ ຫລືບຸກຄົນທີ່ບໍ່ມີສັນຊາດອາດໄດ້ສັນຊາດຕາມຄຳຮ້ອງຂໍຂອງຜູ້ກ່ຽວ ຖ້າຫາກມີເງື່ອນໄຂຄົບຖ້ວນ ດັ່ງນີ້:

  1. ມີອາຍຸຕັ້ງແຕ່ 18 ປີ ຂື້ນໄປໃນເວລາທີ່ປະກອບຄຳຮ້ອງຂໍສັນຊາດລາວ
  2. ເຄົາລົບລັດຖະທຳມະນູນ ແລະກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
  3. ສາມາດເວົ້າ ອ່ານ ແລະຂຽນພາສາລາວໄດ້ໃນລະດັບທີ່ແນ່ນອນ
  4. ມີຫລັກຖານສະແດງໄດ້ວ່າ ຕົນເອງໄດ້ເຊື່ອມຊຶມເຂົ້າກັບສັງຄົມ ແລະວັດທະນະທຳລາວ ຮູ້ແລະເຄົາລົບຈາຮີດ ປະເພນີທີ່ດີຂອງລາວ
  5. ມີສຸຂະພາບດີ ບໍ່ເປັນໂຣກຕິດຕໍ່ທີ່ຮ້າຍແຮງ ບໍ່ຕິດຢາເສບຕິດ
  6. ບໍ່ໄດ້ຖືກສານຕັດສິນລົງໂທດ ຕັດອິດສະລະພາບ
  7. ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະພັດທະນາປະເທດຊາດ
  8. ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ
  9. ໄດ້ສະລະສັນຊາດເກົ່າຂອງຕົນ (ຍົກເວັ້ນຄົນບໍ່ມີສັນຊາດ)
หมายเลขบันทึก: 435802เขียนเมื่อ 18 เมษายน 2011 14:28 น. ()แก้ไขเมื่อ 12 กุมภาพันธ์ 2012 19:05 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (1)

ใครอ่านออกบอกด้วย หรือว่า เครื่องมือครูอ้อย ไม่ดี อ่านไม่ออก

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท