ແຟ້ມສະສົມຜົນງານ


 

1. ແຟ້ມສະສົມຜົນງານ ( Portfolios)

       ໝາຍເຖິງ ການສະສົມຜົນງານຂອງນັກຮຽນຢ່າງມີຈຸດມຸ່ງໝາຍ ເພື່ອສະແດງຄວາມກ້າວໜ້າຂອງນັກຮຽນແຕ່ລະຄົນ ຄວບຄູ່ໄປກັບການວັດຜົນສຳເລັດທາງການຮຽນ ຈິ່ງເໝາະກັບການວັດທັງດ້ານຈິດຕະພິໄສຄືການວັດສະພາບຈິງ ແລະ ທາງທັກສະພິໄສ ຄືການວັດທາງປະຕິບັດ ວິທີການວັດລັກສະນະນີ້ ເນັ້ນການລວບລວມຜົນງານຂອງນັກຮຽນແຕ່ລະຄົນຫຼາຍກວ່າການປຽບທຽບຄວາມສາມາດຂອງນັກຮຽນໃນກຸ່ມດຽວກັນ ຊຶ່ງກົງກັນກັບຫຼັກການຮຽນການສອນທີ່ເນັ້ນຜູ້ຮຽນເປັນສຳຄັນ ຫຼື ເປັນສູນກາງ.

2.ຫຼັກການວັດຈາກແຟ້ມສະສົມຜົນງານ

  1. ຜົນງານທີ່ວັດອາດຈະມາຈາກການວັດສະພາບຈິງ (  Authentic Assessment ) , ການວັດ ພາກປະຕິບັດ  ( Performance Assessment ) ຢ່າງໃດຢ່າງໜຶ່ງ ຫຼື ຈາກທັງສອງຢ່າງ.
  2. ຜົນງານຂອງນັກຮຽນເປັນສິ່ງທີ່ນັກຮຽນຄິດວ່າສຳຄັນ, ມີຄຸນຄ່າ ຫຼື ປະທັບໃຈ ແລະ ບໍ່ຈຳເປັນຕ້ອງເປັນຜົນງານທີ່້ເໜືອນກັນ ຈະຊ່ວຍໃຫ້ນັກຮຽນມີຄວາມພາກພູມໃຈ ຫຼື ມີຄວາມມ່ວນຊື່ນກັບການຮຽນ.
  3. ຄູຄວນກະຕຸ້ນ ຕິດຕາມ ທວງຖາມ ແລະ ໃຫ້ຄຳແນະນຳເພື່ອຝຶກໃຫ້ນັກຮຽນເປັນຄົນຢາກຮູ້ ເອົາໃຈໃສ່ຕໍ່ການຮຽນການສອນ.
  4. ການວັດຜົນງານຂອງນັກຮຽນອາດຈະວັດເປັນພາບລວມ ຫຼື ລວມທຸກລາຍວິຊາກໍ່ໄດ້ຕາມຄວາມເໝາະສົມໃນຮູບແບບຂອງວັດຖຸ ສິ່ງຂອງ ເອກະສານປົກກະຕິ ຫຼື ເອກະສານເອເລັກໂທນິກ.

 3.ຂໍ້ດີຂອງການວັດຜົນໂດຍໃຊ້ແຟ້ມສະສົມຜົນງານ

  1. ສາມາດປະເມີນຄຸນລັກສະນະຂອງນັກຮຽນໄດ້ເປັນຢ່າງດີ ຊ່ວຍໃຫ້ຄູຮູ້ຈັກນັກຮຽນໄດ້ລະອຽດກວ່າປົກກະຕິ.
  2.  ນັກຮຽນໄດ້ຮຽນຮູ້ວິທີການຄັດເລືອກ ຫຼື ຈັດສັນຜົນງານ ແລະ ປະເມີນຜົນງານດ້ວຍຕົນເອງ.
  3.  ນັກຮຽນມີແຮງຈູງໃຈ ເຮັດການພັດທະນາຕົນເອງ ຫຼື ແຂ່ງຂັນກັບຕົນເອງ ແລະ ເກີດຄວາມພາກພູມໃຈ.
  4. ເປັນສ່ວນສຳຄັນໃນການສົ່ງເສີມຄວາມກ້າວໝ້າຂອງນັກຮຽນທັງຮຽນເກັ່ງ ແລະ ຮຽນອ່ອນ ຈິ່ງເປັນສ່ວນທີ່ສົ່ງເສີມ ປະສານກິດຈະກຳການຮຽນກັບການປະເມີນຜົນ.
  5. ຝຶກຄວາມມີວິໄນ ແລະ ຝຶກການເກັບຂໍ້ມູນຢ່າງມີລະບົບລະບຽບຈົນເປັນນິໄສທີ່ດີ.
  6. ຄູໄດ້ຂໍ້ມູນສະທ້ອນກັບໃນການປະເມີນຜົນການສອນຂອງຕົນຈາກນັກຮຽນ.

4.ຂໍ້ຈຳກັດຂອງການວັດຜົນໂດຍໃຊ້ແຟ້ມສະສົມຜົນງານ

  1. ໃຊ້ເວລາຫຼາຍ ເພາະນອກຈາກຈະໃຊ້ເວລາໃນການຈັດເຮັດແຟ້ມສະສົມຜົນງານ ແລ້ວຍັງໃຊ້ເວລາໃນການພິຈາລະນາກວດຄືນ ( Review )
  2. ບໍ່ສາມາດວັດຜົນສຳເລັດທາງການຮຽນ ຊຶ່ງວັດກ່ຽວກັບດ້ານພຸດທິພິໄສ.

 

 

 

 

 

 

 

 

 

 

 

หมายเลขบันทึก: 714178เขียนเมื่อ 28 สิงหาคม 2023 08:29 น. ()แก้ไขเมื่อ 28 สิงหาคม 2023 08:29 น. ()สัญญาอนุญาต: สงวนสิทธิ์ทุกประการจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท