“ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ”



ຫົວບົດຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ

 ເປີດຫົວເລື່ອງ:

         ນັບແຕ່ມື້ສ້າງຕັ້ງຂຶ້ນມາ ພັກເຮົາໄດ້ຮັບມອບໝາຍໜ້າທີ່ ແລະ ຄວາມຮັບຜິດ ຊອບອັນໃຫຍ່ຫຼວງ ແລະ ໜັກໜ່ວງຈາກປະຊາຊົນລາວບັນດາເຜົ່າ ເພື່ອນຳພາປວງຊົນລາວທັງຊາດ ເຮັດສຳເລັດພາລະກຳປະຫວັດສາດແຕ່ລະໄລຍະ. ໃນຂະບວນວິວັດແຫ່ງການນຳພາຂອງຕົນ, ພັກເຮົາຍາມໃດກໍຕັ້ງໜ້າປັບປຸງ ແລະ ກໍ່ສ້າງຕົນເອງ ໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ ໂດຍຢຶດໝັ້ນຢູ່ໃນຫຼັກການ, ຈຸດໝາຍຍຸດທະສາດ ແລະ ອຸດົມການຂອງຕົນ. ພຶດຕິກຳຂອງການປະຕິວັດປະເທດເຮົາ ໄດ້ພິສູດໃຫ້ເຫັນວ່າ ການນຳພາຂອງພັກແມ່ນມີລັກສະນະກົດເກນ, ແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດປະເທດເຮົາ ໃນເງື່ອນໄຂໃໝ່-ເງື່ອນໄຂສະພາບການສາກົນ ແລະ ພາກພື້ນມີການຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ, ປະເທດຊາດຂອງພວກເຮົາ ພວມສູ້ຊົນແກ້ໄຂຄວາມທຸກຍາກ ເພື່ອຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ, ເປີດກວ້າງການພົວພັນຮ່ວມມືເຊື່ອມໂຍງກັບພາກພື້ນ ແລະ ສາກົນ ດ້ວຍຫຼາຍຮູບ, ຫຼາຍລະ ດັບ ແລະ ຫຼາຍທິດຫຼາຍຝ່າຍ  ການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບ ຢ່າງນຳໜ້າຂອງພັກໃນໄລຍະປັດຈຸບັນນີ້ ແມ່ນຄວາມຈຳເປັນພາວະວິໄສທີ່ສຸດ.

        I. ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການໃນການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກເຮົາ.

        1. ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ແມ່ນບັນຫາພື້ນຖານຂອງການກໍ່ສ້າງພັກກຳອຳນາດ.

        ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດມີຄວາມຮັບຜິດຊອບຕໍ່ທົ່ວສັງຄົມ,ປະເທດຊາດຂອງພວກເຮົາຈະຄົງຕົວ ແລະ ຂະຫຍາຍຕົວກ້າວຂຶ້ນຢ່າງໜັກແໜ້ນໄດ້ ຫຼື ບໍ່, ການສ້າງສາພັດທະນາຕາມທິດສັງຄົມນິຍົມຈະສໍາເລັດ ຫຼື ບໍ່, ປະຊາຊົນບັນດາເຜົ່າຈະໄດ້ຮັບການພັດທະນາຕາມແນວທາງນະໂຍບາຍທີ່ພັກໄດ້ກຳນົດໄວ້ ແລະ ເປັນປະເທດທີ່ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກໄດ້ຫຼືບໍ່ນັ້ນ ລ້ວນແຕ່ຂຶ້ນກັບວ່າພັກເຮົາຈະເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ ໄດ້ທຽມທັນກັບຄວາມຮຽກຮ້ອງຕ້ອງການຂອງສະພາບການລວມ ແລະ ສົມຄູ່ກັບພາລະກຳປະຫວັດສາດໃນໄລຍະໃໝ່ ເພື່ອຮັກສາບົດບາດເປັນພັກກຳອຳນາດໄວ້ຢ່າງໝັ້ນຄົງຕໍ່ໆໄປ.

         ການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກແມ່ນບັນຫາພື້ນຖານທີ່ສຸດ ຕໍ່ການນຳພາຂອງພັກເຮົາໃນໄລຍະໃໝ່, ຖ້າພັກຢາກກໍາອໍານາດໄດ້ຢ່າງຍາວນານພັກຕ້ອງໄດ້ເພີ່ມທະວີບົດບາດການນຳພາ, ປັບປຸງ ແລະ ປົວແປງພາຍໃນພັກໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ, ທັງເປັນກອງນຳໜ້າຂອງຊົນຊັ້ນກຳມະກອນ, ທັງເປັນຕົວແທນແຫ່ງຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ປວງຊົນລາວທັງຊາດ.

        2. ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ ແມ່ນປັດໄຈຕັດສິນພາລະກິດປະຕິວັດ.

        ເພື່ອນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບ ຂອງປະເທດດ້ອຍພັດ ທະນາ ໃນປີ 2020 ແລະ ກ້າວສູ່ບາດລ້ຽວໃໝ່ຂອງການພັດທະນາຕາມຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ພັກເຮົາຕ້ອງເປັນພັກທີ່ມີສະຕິປັນຍາ ມີຄວາມຮູ້ທີ່ທັນຍຸກທັນສະ   ໄໝ ມີຄວາມສາມາດໃນການຄົ້ນຄວ້າ, ສ້າງບັນດາໂຄງການການເມືອງ, ແນວທາງນະໂຍບາຍຍຸດທະສາດ ທີ່ມີລັກສະນະກວມລວມ ທັງສ່ອງແສງເຖິງບົດບາດການ ນໍາພາຂອງພັກ ໃນການຄົ້ນຄວ້າ, ສະຫຼຸບສັງລວມ ແລະ ຕອບແກ້ບັນຫາທີ່ເກີດຂຶ້ນຕໍ່ທຸກຂົງເຂດຊີວິດສັງຄົມ: ການເມືອງ, ເສດຖະກິດ, ສັງຄົມ-ວັດທະນະທໍາ, ວຽກງານປ້ອງກັນຊາດ, ວຽກງານປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.

        ການຈັດຕັ້ງພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມສາມາດໃນການກໍາແໜ້ນ, ເຊື່ອມຊຶມເຂົ້າໃຈຕໍ່ແນວທາງ, ນະໂຍບາຍ, ມະຕິ ແລະ ຄໍາສັ່ງທີ່ໄດ້ວາງອອກຢ່າງເລິກເຊິ່ງ, ພ້ອມກັນນັ້ນ ຮູ້ວິທີຈັດຕັ້ງຜັນຂະຫຍາຍ ແລະ ກໍານົດມາດຕະການ ທີ່ຖືກຕ້ອງເຂົ້າໃນການ ເຄື່ອນໄຫວໃຫ້ມີປະສິດທິຜົນສູງ.

        ການຈັດຕັ້ງພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະຄົນ ຕ້ອງຮັບປະກັນເປັນກໍາລັງແຮງປະຕິວັດຂອງພັກໃນໄລຍະໃໝ່ ໃນການເສີມຂະຫຍາຍລັກສະນະນຳໜ້າຂອງພັກ,ຕ້ອງມີຄວາມສາມາດໃນການຕອບຕ້ານທຸກໄພອັນຕະລາຍທີ່ເກີດຂຶ້ນພາຍໃນພັກ; ກຳລັງແຮງຂອງສະມາຊິກພັກ ແມ່ນສະແດງອອກຢູ່ໃນຫຼັກໝັ້ນການເມືອງ, ຄຸນສົມບັດສິນທຳປະຕິວັດ, ສະຕິຕື່ນຕົວໃນການປະຕິບັດລະບຽບວິໄນ, ປັນຍາຄວາມຮູ້ ໃນການປົກປ້ອງການຈັດຕັ້ງພັກ, ປົກປ້ອງບົດບາດການນຳພາຂອງພັກ, ກຽດສັກສີຂອງພັກ, ແນວທາງນະໂຍບາຍຂອງພັກ, ປ້ອງກັນສະມາຊິກພັກ-ພະນັກງານ ແລະ ປ້ອງກັນໝາກຜົນຂອງການປະຕິວັດ ທີ່ພັກໄດ້ນຳພາປວງຊົນລາວທັງຊາດຍາດມາໄດ້.

        3. ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກເຮົາແມ່ນບັນຫາອັນຮີບດ່ວນຂອງການກໍ່ສ້າງພັກໃນເງື່ອນໄຂປັດຈຸບັນ.

        ໃນພາລະກິດແຫ່ງການປະຕິວັດຂອງປະເທດເຮົາໃນໄລຍະຜ່ານມາ, ເຖິງວ່າພັກເຮົາຈະຍາດໄດ້ຜົນງານອັນຍິ່ງໃຫຍ່ໃນຫຼາຍດ້ານ ຊຶ່ງໄດ້ເຮັດໃຫ້ປະເທດເຮົາກ້າວຂຶ້ນດ້ວຍຖ່ວງທ່າອັນໜັກແໜ້ນກໍຕາມ ແຕ່ພາຍໃນພັກຂອງພວກເຮົາ ກໍຍັງມີຫຼາຍບັນຫາທີ່ຕ້ອງໄດ້ປັບປຸງແກ້ໄຂຢ່າງຮີບດ່ວນ ເປັນຕົ້ນ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ,ແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດ, ນໍ້າໃຈຮັບໃຊ້ຊາດ, ຮັບໃຊ້ປະຊາ ຊົນ ແລະ ຄວາມເສຍສະຫຼະເພື່ອສ່ວນລວມຂອງສະມາຊິກພັກ, ພະນັກງານຈຳນວນບໍ່ໜ້ອຍໄດ້ມີການເສື່ອມຖອຍ; ເກີດມີພະຍາດອາດຍາສິດ, ຫ່າງເຫີນຈາກປະຊາຊົນ, ມີແນວຄິດຈຸ້ມເຈື້ອເຊື້ອສາຍ, ພັກພວກ ມີການສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຊອກສະ ແຫວງຫາຜົນປະໂຫຍດສ່ວນຕົວ ທີ່ຍັງປະກົດໃຫ້ເຫັນຢູ່ຫຼາຍຂັ້ນ, ການສໍ້ລາດບັງຫຼວງຍັງມີລັກສະນະແຜ່ລາມທົ່ວໄປ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເດັດຂາດເຂັ້ມງວດ, ສິ່ງເຫຼົ່ານັ້ນ ພວມເປັນບັນຫາທ້າທາຍຕໍ່ບົດບາດອິດທິພົນຂອງພັກເຮົາ.

        II. ທິດທາງຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກເຮົາໃນຊຸມປີຕໍ່ໜ້າ.

        ເພື່ອນໍາພາປະເທດເທດຊາດ ຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020 ແລະ ກ້າວສູ່ບາດລ້ຽວໃໝ່ຂອງການພັດທະນາຕາມຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ ການຍົກສູງຄວາມສາມາດນໍາພາ, ກໍາລັງແຮງສູ້ຮົບໃໝ່ຂອງພັກ, ການເສີມຂະຫຍາຍລັກສະນະນໍາໜ້າ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ ແມ່ນມີຄວາມໝາຍສໍາຄັນ, ເປັນປັດໄຈຕັດສິນຕໍ່ພາລະກິດດັ່ງກ່າວ. ໃນຊຸມປີຕໍ່ໜ້າ, ພັກເຮົາຕ້ອງເພີ່ມທະວີການປັບປຸງ, ປົວແປງຕົນເອງໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ, ຕ້ອງຮັບປະກັນທາດແທ້ເປັນກອງນໍາໜ້າຂອງຊົນຊັ້ນກໍາມະກອນ ເປັນຕົວແທນຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ປວງຊົນລາວທັງຊາດ.

        1. ທິດທາງຍົກສູງຄວາມສາມາດນຳພາຂອງພັກ.

        ທິດທາງການຍົກສູງຄວາມສາມາດນໍາພາຂອງພັກ ມີດັ່ງນີ້:

         ຍົກສູງຄວາມສາມາດໃນການກຳນົດແນວທາງ ບົນພື້ນຖານກຳແໜ້ນທິດສະດີມາກ-ເລນິນ ແລະ  ທິດສະດີກ້າວໜ້າອື່ນໆ, ຮັບຮູ້ບັນດາກົດເກນ ແລະ  ການໝູນໃຊ້ຢ່າງສອດຄ່ອງ, ເພີ່ມທະວີການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳ ແລະ ໃຫ້ຄຳຕອບຢ່າງທັນການຕໍ່ກັບບັນຫາທີ່ພຶດຕິກຳປະຕິວັດຕັ້ງຂຶ້ນ.

        - ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຂອງພັກ, ແມ່ນເພື່ອສືບຕໍ່ບຸກທະລຸທາງດ້ານຈິນຕະນາການທິດສະດີ ແນໃສ່ສ້າງພື້ນຖານໃນການຍົກສູງສະຕິປັນຍາຄວາມສາມາດນຳພາຂອງພັກ ແລະ ຄວາມສາມາດໃນການຫັນທິດສະດີເປັນແນວທາງ-ແຜນນະໂຍບາຍຂອງພັກໃຫ້ສອດຄ່ອງກັບສະພາບແວດລ້ອມ ແລະ ເງື່ອນໄຂຂອງປະເທດເຮົາ. ດັ່ງນັ້ນ, ຕ້ອງດຳເນີນການສະຫຼຸບຕີລາຄາວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ເພື່ອສືບຕໍ່ປັບປຸງ, ເພີ່ມເຕີມບັນດາເນື້ອໃນໃນການຄົ້ນຄວ້າ ໂດຍສະເພາະແມ່ນ ບັນ ຫາທີ່ພົວພັນເຖິງຄວາມສາມາດກຳແໜ້ນລັກສະນະຂອງການປະຕິວັດໃນປະເທດເຮົາໃນໄລຍະໃໝ່ ຫຼື ກຳນົດທິດທາງໃນບາດກ້າວໃໝ່ແຫ່ງການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມ. ຕ້ອງສືບຕໍ່ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຕາມຫົວຂໍ້ໃຫຍ່ລະດັບຊາດໃຫ້ສຳເລັດຕາມຄາດໝາຍ.

        - ຈັດວາງສັບຊ້ອນບຸກຄະລາກອນ ໄປພ້ອມກັບການປັບປຸງການຈັດຕັ້ງຂອງພາກ ສ່ວນເຮັດວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ເປັນຕົ້ນແມ່ນສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ສະພາວິທະຍາສາດສັງຄົມແຫ່ງຊາດ, ບັນດາສະຖາບັນຄົ້ນຄວ້າຂອງກະຊວງ-ອົງການ, ສະພາວິທະຍາສາດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

        ‚ ຍົກສູງຄວາມສາມາດໃນການຫັນແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ກາຍເປັນທິດທາງ, ແຜນການ ແລະ  ລະບຽບກົດໝາຍຕ່າງໆ ທີ່ສ່ອງແສງອອກຢ່າງຖືກຕ້ອງ ແລະ ຄົບຖ້ວນເຖິງຜົນປະໂຫຍດ, ເຈຕະນາລົມ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ຊີ້ນຳການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.

        - ຄະນະພັກແຕ່ລະຂັ້ນ  ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາ ການຄົ້ນຄວ້າ, ກຳແໜ້ນແນວທາງ-ນະໂຍບາຍຂອງພັກ ແລະ ຫັນເປັນແຜນການ ແລະໂຄງການຂອງຂັ້ນຕົນ, ທັງຈັດຕັ້ງປະຕິບັດໃຫ້ເກີດຜົນຕົວຈິງ.   

        - ການຈັດຕັ້ງພັກແຕ່ລະຂັ້ນ ຕ້ອງເປັນເຈົ້າການປັບປຸງປ່ຽນແປງສິ່ງທີ່ບໍ່ຖືກຕ້ອງ ບໍ່

ສອດຄ່ອງກັບແນວທາງເຮັດແນວໃດເພື່ອເຮັດໃຫ້ແນວທາງນະໂຍບາຍຂອງພັກນັບມື້ນັບເປັນຮູບປະທໍາ, ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນ ແລະ ນັບມື້ນັບໄດ້ຮັບການສະໜັບສະໜູນຈາກປະຊາຊົນ.

        ƒ ຍົກສູງຄວາມສາມາດຊີ້ນໍາ-ນຳພາ ການຈັດຕັ້ງປະຕິບັດແນວທາງແຜນນະໂຍ ບາຍຂອງພັກໃຫ້ເກີດຜົນເປັນຈິງ ນຳເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ.

        ພັກເຮົາກໍາເນີດຈາກຂະບວນການຕໍ່ສູ້ຂອງປະຊາຊົນ, ເຕີບໃຫຍ່ຂະຫຍາຍຕົວຍ້ອນມີການສະໜັບສະໜູນຂອງມະຫາຊົນ. ສະນັ້ນ, ພັກເຮົາຕ້ອງຕໍ່ສູ້ເພື່ອຜົນປະໂຫຍດຂອງມະຫາຊົນ, ຖືມະຫາຊົນເປັນກໍາລັງຊະນະເລີດ, ໃກ້ຊິດຕິດແທດ ແລະ ກໍາແໜ້ນແນວຄິດຈິດໃຈຂອງມະຫາຊົນ, ເປັນເຈົ້າການນໍາເອົາແນວທາງຂອງພັກໄປຊີ້ແຈ້ງອະທິບາຍຊວນເຊື່ອມະຫາຊົນ, ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດແນວທາງ-ນະໂຍບາຍຂອງພັກໃຫ້ເກີດຜົນເປັນຈິງ.

        - ຄະນະພັກແຕ່ລະຂັ້ນ ຕ້ອງສືບຕໍ່ຢຶດໝັ້ນ ແລະ ເສີມຂະຫຍາຍແບບແຜນນໍາພາທີ່ເປັນມູນເຊື້ອອັນດີງາມດັ່ງກ່າວຂອງພັກ, ການເຄື່ອນໄຫວນຳພາຕາມແນວທາງມະຫາ ຊົນຂອງພັກ, ໂຄສະນາຂົນຂວາຍປຸກລະດົມຊວນເຊື່ອມະຫາຊົນ ຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ, ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ ແລະ ປະ ຊາຊົນ.

        „ ຍົກສູງຄວາມສາມາດໃນການຕິດຕາມກວດກາ, ກະຕຸກຊຸກຍູ້ການເຄື່ອນໄຫວຂອງທົ່ວລະບົບການເມືອງໃນການຈັດຕັ້ງປະຕິບັດແນວທາງຂອງພັກ.

        - ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີການນຳພາ, ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາຕາມຫຼັກການຂອງພັກ ແລະ ກົດໝາຍຂອງລັດ ຄົ້ນຄວ້າວາງລະບອບ, ລະບຽບການ, ກົນໄກການຕິດຕາມ, ກວດກາໃຫ້ຄົບຖ້ວນ ແລະ ຮັດກຸມ. ໃນນີ້ລວມທັງກົນໄກໃຫ້ຂັ້ນລຸ່ມ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນໄດ້ຕິດຕາມ, ກວດກາບັນດາອົງການອຳນາດລັດ ໃນການປະຕິບັດກົດໝາຍ, ລະບຽບການຕ່າງໆ ແລະ ການແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງທີ່ເກີດຂຶ້ນໃນກົງຈັກຈັດຕັ້ງ, ຖືເອົາການສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫຼວງເປັນຄວາມຮັບຜິດຊອບຂອງພັກ, ຂອງທຸກການຈັດຕັ້ງ.

        - ສ້າງເງື່ອນໄຂໃຫ້ສື່ມວນຊົນ ແລະ ປະຊາຊົນໄດ້ເຂົ້າຮ່ວມວຽກງານຕິດຕາມ,ກວດກາການເຄື່ອນໄຫວປະຕິບັດໜ້າທີ່ ແລະ ການດຳລົງຊີວິດຂອງພະນັກງານ, ສະມາ ຊິກພັກ.

        - ເພີ່ມທະວີຄວາມຮັດຜິດຊອບຂອງຄະນະພັກ ແລະ ການນຳທຸກຂັ້ນຕໍ່ການແກ້ໄຂຜົນຂອງການກວດກາໃຫ້ທັນການ, ເຂັ້ມງວດ, ສັກສິດຕາມກົດລະບຽບຂອງພັກ, ກົດ   ໝາຍ ແລະ ລະບຽບການຕ່າງໆຂອງລັດ.

        - ເພີ່ມຄວາມເອົາໃຈໃສ່ຕື່ມອີກ ຕໍ່ການປັບປຸງກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນ, ແຕ່ລະຂະແໜງການ ແລະ ກໍ່ສ້າງ, ບຳລຸງພະນັກງານກວດກາພ້ອມທັງສ້າງເງື່ອນໄຂໃຫ້ຄະນະກວດກາແຕ່ລະຂັ້ນ ປະຕິບັດພາລະບົດບາດຂອງຕົນມີປະສິດທິພາບສູງຂຶ້ນ.

        … ເພີ່ມຄວາມສາມາດໃນການຄົ້ນເຫັນ ແລະ ຕໍ່ສູ້ຕ້ານ, ກໍາຈັດປັດເປົ່າປະກົດການຫຍໍ້ທໍ້ພາຍໃນພັກຢ່າງທັນການ ແລະ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ.

        - ຄະນະພັກທຸກຂັ້ນ, ພະນັກງານ-ສະມາຊິກພັກທຸກຄົນ ຕ້ອງເຊີດຊູຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ: ຝຶກຝົນຄຸນທາດການເມືອງ-ຄຸນສົມບັດສິນ ທໍາປະຕິວັດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດແລະ ປະຊາຊົນ, ເດັດດ່ຽວຕອບຕ້ານທຸກກົນອຸບາຍທຳລາຍມ້າງເພຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ; ສະກັດກັ້ນ ແລະ ຕ້ານກັບທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນພັກຢ່າງທັນການ.

        - ຄະນະພັກທຸກຂັ້ນ, ສະມາຊິກພັກທຸກຄົນ ຕ້ອງເປັນແບບຢ່າງນໍາໜ້າໃນການສະ ກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ ໂດຍເລີ່ມຈາກການສຳຫຼວດກວດກາຕົນເອງ ຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຫາກມີສິ່ງຫຍໍ້ທໍ້ເກີດຂຶ້ນຕ້ອງມີຄວາມຕື່ນຕົວເປັນເຈົ້າການແກ້ໄຂຢ່າງເດັດຂາດ. ເອົາໃຈໃສ່ຕິດຕາມກວດກາຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນປະຈໍາ, ຫາກເຫັນສິ່ງຫຍໍ້ທໍ້ເກີດຂຶ້ນຕ້ອງມີຄວາມເດັດຂາດເຂັ້ມງວດໃນການແກ້ໄຂ, ຫຼີກເວັ້ນການປົກປ້ອງ ຫຼື ປົກປິດສິ່ງຫຍໍ້ດັ່ງກ່າວ.

        2. ຍົກສູງລັກສະນະນຳໜ້າຂອງພັກ.

        ຍົກສູງລັກສະນະນຳໜ້າຂອງພັກ ສະແດງອອກໃນການວາງແນວທາງແຜນນະໂຍ ບາຍຮັບໃຊ້ປະຊາຊົນ. ຖ້າຫາກພັກຜິດພາດໃນການວາງແນວທາງການເມືອງແລ້ວ ບໍ່ສະ ເພາະແຕ່ຈະພາໃຫ້ລັກສະນະນຳໜ້າຂອງພັກຫຼຸດຖອຍລົງ, ຍິ່ງໄປກວ່ານັ້ນກໍຈະພາໃຫ້ເກີດໄພອັນຕະລາຍຕໍ່ບົດບາດກຳອຳນາດຂອງພັກ. ຍົກສູງລັກສະນະນຳໜ້າຂອງພັກຕ້ອງສະແດງອອກໃນ 4 ດ້ານ ດັ່ງນີ້:

         ນຳໜ້າໃນການປັບປຸງບູລະນະແນວທາງ, ແຜນນະໂຍບາຍໃຫ້ມີຄວາມຖືກ ຕ້ອງສອດຄ່ອງກັບສະພາບການຕົວຈິງ ແລະ ການປ່ຽນແປງຂອງສະພາບແວດລ້ອມພາຍນອກ.

        ການຄົ້ນຄວ້າປັບປຸງ ແລະ ວາງແນວທາງໃຫ້ຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ ແມ່ນການເສີມຂະຫຍາຍ ແລະ ຍົກລະດັບສະຕິປັນຍາໃຫ້ທັນກັບຍຸກສະໄໝ, ຍົກລະດັບຄວາມສາມາດໃນການກຳແໜ້ນ, ວິໄຈສະພາບຄວາມເປັນຈິງ, ທ່າແຮງບົ່ມຊ້ອນຂອງປະເທດ ແລະ ທ້ອງຖິ່ນຮາກຖານ ເພື່ອກຳນົດທິດທາງໜ້າທີ່ ແລະ ມາດຕະການຈັດຕັ້ງປະຕິບັດຢູ່ຂັ້ນຕົນໃຫ້ມີປະສິດທິຜົນສູງ; ເປັນເຈົ້າການຕື່ນຕົວປັບປຸງປ່ຽນແປງໃນສິ່ງທີ່ບໍ່ຖືກຕ້ອງ, ບໍ່ສອດຄ່ອງກັບແນວທາງແຜນນະໂຍບາຍຂອງພັກ ແລະ ເຮັດໃຫ້ແນວ ທາງຂອງພັກນັບມື້ນັບໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາ ແລະ ສະໜັບສະໜູນຈາກປະຊາຊົນ.

        ‚ ນຳໜ້າໃນການຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແນວທາງໃຫ້ມີຜົນສຳເລັດ ໂດຍຖືເອົາການຕອບສະໜອງຜົນປະໂຫຍດຂອງປະຊາຊົນເປັນຈຸດເລີ່ມຕົ້ນ.

        - ການຈັດຕັ້ງພັກແຕ່ລະຂັ້ນ ພະນັກງານ, ສະມາຊິກພັກທຸກຄົນ ຕ້ອງຍົກສູງຄວາມຮັບຜິດຊອບໃນການນຳພາທຸກຂົງເຂດວຽກງານ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ສຸມໃສ່ນໍາພາຈັດຕັ້ງປະຕິບັດບັນດາຄາດໝາຍໃຫຍ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ແລະ ນຳພາປະເທດຊາດຫຼຸດພົ້ນຈາກຄວາມທຸກຍາກ ໃນປີ 2020.

        - ພະນັກງານ-ສະມາຊິກພັກທຸກຄົນ ຕ້ອງເປັນແບບຢ່າງຫ້າວຫັນອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບຈະເລີນກ້າວໜ້າ ແລະ ມີຄວາມເປັນຫ່ວງເປັນໃຍນຳຄວາມສຸກ-ທຸກຂອງປະຊາຊົນ. ໃນການປະຕິບັດໜ້າທີ່ວຽກງານບໍ່ວ່າຈະຢູ່ໃນຕຳແໜ່ງໃດກໍຕາມ ເມື່ອໄດ້ຮັບມອບໝາຍວຽກງານຈາກການຈັດຕັ້ງ ເຖິງວ່າຈະເປັນວຽກໃຫຍ່, ວຽກນ້ອຍ, ວຽກຫຍຸ້ງຍາກສັບສົນປານໃດກໍຕາມ ຕ້ອງຕັ້ງໜ້າປະຕິບັດດ້ວຍຈິດໃຈກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເວົ້າຕ້ອງໄປຄຽງຄູ່ກັບການປະຕິບັດ ແລະ ຕ້ອງເຮັດທຸກສິ່ງທຸກຢ່າງ ເພື່ອນຳເອົາຄວາມຢູ່ດີ, ກິນດີມາໃຫ້ປະຊາຊົນ ແລະ ນຳເອົາຄວາມມັ່ງຄັ່ງເຂັ້ມແຂງມາໃຫ້ປະເທດຊາດ.

        ƒ ນຳໜ້າໃນການກຳຈັດ ແລະ ແກ້ໄຂຂໍ້ຂາດຕົກບົກຜ່ອງຂອງຕົນ, ປັບປຸງກໍ່ ສ້າງພັກດ້ວຍຄວາມເປັນເຈົ້າການ.

        - ການເຊີດຊູບົດບາດ ແລະ ຄວາມສາມາດນໍາພາຂອງພັກ ຕ້ອງໄປຄຽງຄູ່ກັບການຍົກສູງຄວາມເປັນແບບຢ່າງນຳໜ້າ ຕໍ່ສູ້ຂອງຖັນແຖວສະມາຊິກພັກ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນການຈັດຕັ້ງຂອງພັກ-ລັດ ກໍຄື ໃນຖັນແຖວສະມາຊິກພັກ ພະນັກງານຢ່າງທັນການ; ຮັບປະກັນໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢູ່ສະເໝີ.

        - ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ,ເຂັ້ມແຂງ ແລະ ປອດໃສທາງດ້ານການຈັດຕັ້ງ ແລະ ແບບແຜນການນຳພາ, ມີຄວາມສາມາດນຳພາສູງຂຶ້ນ ເພື່ອເປັນກອງນຳໜ້າ ແລະ ເປັນແກນນຳທີ່ໝັ້ນຄົງໃນລະບົບການເມືອງປະຊາທິປະໄຕປະຊາຊົນ.

        - ປັບປຸງກົງຈັກການຈັດຕັ້ງພັກແຕ່ລະຂັ້ນ ໃຫ້ປອດໃສ ແລະ ເຂັ້ມແຂງບົນພື້ນ ຖານປະຕິບັດຫຼັກການລວມສູນປະຊາທິປະໄຕໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ປັບປຸງພາລະບົດບາດ, ໜ້າທີ່ຂອງການຈັດຕັ້ງພັກຢູ່ບັນດາກະຊວງ-ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຮາກຖານ, ປັບປຸງຍົກສູງຄຸນນະພາບບັນດາອົງການ ແລະ ບຸກຄະລາກອນທີ່ເປັນເສນາທິການຂອງພັກ ແລະ ລັດ; ເສີມຂະຫຍາຍປະຊາທິປະໄຕໃນການດຳເນີນຊີວິດພັກຢູ່ໃນການຈັດຕັ້ງພັກແຕ່ລະຂັ້ນ; ປັບປຸງການຈັດຕັ້ງຮາກຖານພັກຕິດພັນກັບການສ້າງຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ, ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງການຈັດຕັ້ງຮາກຖານພັກ; ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ເພີ່ມທະວີວຽກງານຄຸ້ມຄອງສະມາຊິກພັກ ແລະ ຂະຫຍາຍພັກ, ສ້າງແບບແຜນດຳລົງຊີວິດທີ່ປອດໃສຂອງສະມາຊິກພັກ, ເສີມຂະຫຍາຍຄວາມເປັນແບບຢ່າງນຳໜ້າ, ເປັນເຈົ້າການປະດິດສ້າງ, ຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ ທີ່ໄດ້ມອບໝາຍ.

        „ ນຳໜ້າໃນການເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ມີຄວາມເຂັ້ມງວດໃນການປະຕິບັດກົດລະບຽບ ແລະ ຂໍ້ຫ້າມຕ່າງໆຂອງພັກ.

        - ສະມາຊິກພັກຊຶ່ງມີບົດບາດໃນການຄົ້ນຄວ້າ ແລະ ກໍານົດແນວທາງຂອງພັກ,ລະບຽບກົດໝາຍຂອງລັດ. ສະນັ້ນ, ຄະນະພັກທຸກຂັ້ນ, ສະມາຊິກພັກທຸກຄົນ ຕ້ອງເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກທີ່ວາງອອກໃນແຕ່ລະໄລ ຍະ, ຍາມໃດກໍຕ້ອງເປັນແບບຢ່າງນຳໜ້າໃນການເຄົາລົບລັດຖະທໍາມະນູນ ແລະ ລະບຽບກົດໝາຍຢ່າງເຂັ້ມງວດ, ປະຕິບັດກົດລະບຽບຂອງພັກ ແລະ ຂໍ້ຫ້າມຕ່າງໆ ດ້ວຍຄວາມຕື່ນຕົວ;  ມີລະບຽບວິໄນດີ; ບໍ່ສວຍໃຊ້ກົດໝາຍ ແລະ ໜ້າທີ່ຕຳແໜ່ງຂອງຕົນ ເພື່ອໃຫ້ຕົນເອງມີຄວາມສະດວກ ແລະ ມີຜົນປະໂຫຍດ; ເຄົາລົບສິດເສລີພາບຂອງພົນລະເມືອງແລະ ເປັນເຈົ້າການປະກອບສ່ວນເຂົ້າໃນການປົກປ້ອງກົດໝາຍ ແລະ ຄວາມຍຸຕິທຳ;ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນສັງຄົມ.

        III. ວຽກງານຈຸດສຸມຈຳນວນໜຶ່ງໃນການກໍ່ສ້າງພັກໃນຊຸມປີຕໍ່ໜ້າ.

        ໃນຊຸມປີຕໍ່ໜ້າໜ້ານີ້, ພັກເຮົາຕ້ອງເພີ່ມທະວີການປັບປຸງ, ປົວແປງຕົນເອງໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ, ຮັບປະກັນທາດແທ້ທີ່ເປັນກອງນໍາໜ້າຂອງຊົນຊັ້ນກໍາມະກອນ, ເປັນຕົວແທນແຫ່ງຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະປະຊາຊົນລາວທັງຊາດ. ການກໍ່ສ້າງພັກໃນຕໍ່ໜ້າຕ້ອງຊຸມໃສ່ບາງວຽກ ດັ່ງນີ້:

        1. ເພີ່ມທະວີການກໍ່ສ້າງພັກ ໃຫ້ມີິຄວາມໜັກແໜ້ນທາງດ້ານການເມືອງ.

        - ຕ້ອງຮັບປະກັນທາດແທ້ຂອງພັກທີ່ເປັນກອງນໍາໜ້າ, ເປັນອົງການຈັດຕັ້ງການ ເມືອງສູງສຸດຂອງຊົນຊັ້ນກໍາມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດ, ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ.

        - ຕ້ອງຢຶດໝັ້ນລັດທິມາກ-ເລນິນແນວຄິດ ໄກສອນ ພົມວິຫານ, ນໍາເອົາທິດສະດີມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ເປັນພື້ນຖານແຫ່ງແນວຄິດ ແລະ ທິດສະດີຂອງພັກ, ໝູນໃຊ້ຢ່າງປະດິດສ້າງເພື່ອໃຫ້ສອດຄ່ອງກັບຕົວຈິງຂອງປະ ເທດ ແລະ ຈຸດພິເສດຂອງສັງຄົມລາວ.

        - ສະມາຊິກພັກ, ພະນັກງານ ຕ້ອງເພີ່ມທະວີຍົກສູງຫຼັກໝັ້ນການເມືອງ, ບໍ່ຫວັ່ນ ໄຫວຄອນແຄນຕໍ່ສະຖານະການໃດໆ, ຢຶດໝັ້ນແນວທາງການປ່ຽນແປງໃໝ່, ຕໍ່ສູ້ຕ້ານແລະ ແກ້ໄຂທັດສະນະຄໍາພີຕາຍຕົວ, ຮັກສາເດີມ ຫຼື ອັດຕະວິໄສ, ຮ້ອນຮົນຟ້າວຟັ່ງ,ປ່ຽນແປງໃໝ່ທີ່ບໍ່ມີຫຼັກການ.

        2. ປັບປຸງ ແລະ ຍົກສູງຄຸນນະພາບ, ປະສິດທິພາບຂອງວຽກງານແນວຄິດ, ທິດສະດີຂອງພັກ.

        ການປັບປຸງ ແລະ ກາານຍົກສູງຄຸນນະພາບ ວຽກງານແນວຄິດ-ທິດສະດີຂອງພັກແມ່ນບັນຫາສຳຄັນທີ່ມີລັກສະນະຍຸດທະສາດ ແລະ ທັງແມ່ນໜ້າທີ່ອັນຮີບດ່ວນໃນຊຸມປີຕໍ່ໜ້າ. ເພາະສະນັ້ນ ໜ້າທີ່ຕົ້ນຕໍຂອງວຽກງານແນວຄິດ-ທິດສະດີ, ໃນຊຸມປີຕໍ່ໜ້າແມ່ນ:

        - ສືບຕໍ່ຍົກສູງຄວາມສາມາດໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງພັກເພື່ອສືບຕໍ່ສ້າງບາດກ້າວບຸກທະລຸທາງດ້ານຈິນຕະນາການ ແນໃສ່ສ້າງພື້ນຖານໃນການຍົດສູງສະຕິປັນຍາ, ຄວາມສາມາດນຳພາຂອງພັກ ແລະ ຄວາມສາມາດຫັນທິດສະດີເປັນແນວທາງ-ແຜນນະໂຍບາຍຂອງພັກ ໃຫ້ສອດຄ່ອງກັບສະພາບແວດລ້ອມ ແລະ ເງື່ອນໄຂຂອງປະເທດເຮົາ, ຕີຖອຍລັດທິຄໍາພີກົນຈັກ.

        - ດຳເນີນການສະຫຼຸບຕີລາຄາວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳເພື່ອສືບຕໍ່ປັບປຸງເພີ່ມເຕີມບັນດາເນື້ອໃນການຄົ້ນຄວ້າ, ໂດຍສະເພາະ ແມ່ນບັນຫາທີ່ພົວພັນເຖີງລັກສະນະຂອງການປະຕິວັດປະເທດເຮົາໃນໄລຍະໃໝ່, ກໍານົດເສັ້ນທາງ ແລະ ບາດກ້າວແຫ່ງການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ; ບັນຫາການຮັກສາ ແລະ ເສີມຂະຫຍາຍທາດແທ້, ລັກສະນະນຳໜ້າຂອງພັກໃນເງື່ອນໄຂພັກກຳອຳນາດ, ບັນຫາການພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ; ການສ້າງຄວາມເຂັ້ມແຂງໃຫ້ແກ່ລັດປະຊາທິປະໄຕ ປະຊາຊົນ ທີ່ປົກປ້ອງດ້ວຍກົດໝາຍ, ບັນຫາການສ້າງສັງຄົມສາມັກຄີປອງດອງ ປະຊາທິປະໄຕ, ຍຸຕິທໍາ ແລະ ສິີວິໄລ.

        - ຄົ້ນຄວ້າ, ກຳແໜ້ນປະຫວັດສາດ, ມູນເຊື້ອ, ທາດແທ້ຂອງພັກ, ສັງລວມເອົາທັດສະນະແນວຄິດ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງປະທານໄກສອນພົມ ວິຫານ ແລະ ການນຳອື່ນໆ ເພື່ອສ້າງເປັນພື້ນຖານແນວຄິດ, ທິດສະດີຂອງພັກເຮົາ ແລະ ເອົາເປັນພື້ນຖານສຳລັບການສິດສອນ, ສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ແກ່ສະມາຊິກພັກ-ພະນັກງານ.

        - ສືບຕໍ່ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຄົ້ນຄ້ວາທິດສະດີ ແລະ ພຶດຕິກໍາຕາມຫົວຂໍ້ໃຫຍ່ລະດັບຊາດທີ່ໄດ້ຮັບຮອງເອົາແລ້ວ ໃຫ້ສໍາເລັດຕາມຄາດໝາຍ.

- ສືບຕໍ່ປ່ຽນແປງໃໝ່ດ້ານເນື້ອໃນ, ຮູບການ ແລະ ຍົກສູງຄຸນນະພາບວຽກງານແນວຄິດ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວທາງ, ທັດສະນະຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ; ສຶກສາອົບຮົມມູນເຊື້ອຮັກຊາດ ແລະ ໂຄສະນາປຸກລະດົມປັດໄຈໃໝ່, ຕົວແບບທີ່ກ້າວໜ້າ, ບຸກຄົນແບບຢ່າງ, ວຽກດີຄົນເດັ່ນ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໄດ້ຮຽນຮູ້.

- ກໍ່ສ້າງຂໍ້ກຳນົດໃຫ້ສະມາຊິກພັກແຕ່ລະສະຫາຍ ໃຫ້ມີຄວາມຮັບຜິດຊອບຕໍ່ວຽກງານແນວຄິດໂດຍກົງ ເພື່ອກຳແໜ້ນຕີລາຄາສະພາບແນວຄິດຂອງເຂົາເຈົ້າ ແລະ ມີວິທີແກ້ໄຂທັນເວລາ ເຮັດໃຫ້ການສຶກສາອົບຮົມການເມືອງ-ແນວຄິດ ຕິດແໜ້ນ ແລະ ສອດຫ້ອຍໄປນໍາທຸກຂົງເຂດວຽກງານຂອງພັກ ແລະ ລັດ ແນໃສ່ເຮັດໃຫ້ພະນັກງານ ໂດຍສະເພາະ ຜູ້ທີ່ເປັນພະນັກງານຫຼັກແຫຼ່ງ ຕ້ອງກຳແໜ້ນແນວທາງນະໂຍບາຍ, ມີຫຼັກໝັ້ນທັດສະນະ ແລະ ຄຸນທາດການເມືອງ, ທັງມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ດ້ວຍຄວາມປອດໃສ, ມີທັດສະນະຄະຕິ ແລະ ໂລກກະທັດວິທະຍາສາດ, ສາມາດຈຳແນກອັນຜິດ-ອັນຖືກ ທັງມີຄວາມເປັນເຈົ້າການປົກປ້ອງແນວທາງ ແລະ ອຸດົມການຂອງພັກ, ຕີຖອຍ ແລະ ຕອບຕ້ານສິ່ງຫຍໍ້ທໍ້ ເສື່ອມຊາມຢູ່ໃນພັກ ແລະ ຢູ່ໃນສັງຄົມ.

        - ປັບປຸງວຽກງານໂຄສະນາອົບຮົມຂອງພັກ ໃຫ້ມີຄຸນນະພາບ, ມີຊີວິດຊີວາ ແລະ ທົ່ວເຖິງເປົ້າໝາຍຕ່າງໆ, ປ່ຽນແປງໃໝ່ແບບວິທີກໍ່ສ້າງ ແລະ ຝຶກອົບຮົມຍົກລະ ດັບທິດສະດີການເມືອງ ໃຫ້ແກ່ພະນັກງານ, ສະມາຊິກພັກຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂຮງຮຽນການເມືອງ-ການປົກຄອງຢູ່ທ້ອງຖິ່ນ, ຢູ່ລະບົບການສຶກສາຂອງລັດ ແລະ ເອກະຊົນ, ບັນດາສະຖາບັນການສຶກສາໃນກຳລັງປະກອບອາວຸດ, ປັບປຸງວຽກງານໂຄສະນາຖະແຫຼງຂ່າວ ແລະ ສື່ມວນຊົນໃຫ້ມີເນື້ອໃນສາລະ, ແນະນຳດ້ານແນວຄິດທີ່ແທດເໝາະ, ມີສີສັນທີ່ມີຊີວິດຊີວາ.

        - ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຍົກລະດັບ ຂອງບັນດາອົງການເຮັດວຽກງານແນວຄິດ, ເປັນຕົ້ນ ແມ່ນການບຳລຸງສ້າງ ຍົກລະດັບຖັນແຖວໂຄສະນາສຶກສາອົບຮົມ, ປາຖະກະຖາ ແລະ ຄູອາຈານໃຫ້ມີຄຸນນະພາບ ໄປພ້ອມໆກັບການປັບປຸງກົງຈັກການ ຈັດຕັ້ງ, ປະກອບງົບປະມານ, ພາຫະນະ ແລະ ພື້ນຖານວັດຖຸເຕັກນິກ ໃຫ້ແທດເໝາະກັບຄວາມຮຽກ ຮ້ອງຕ້ອງການໃນໄລຍະໃໝ່ ແລະ ຄວາມອາດສາມາດສະໜອງຕົວຈິງ.

        - ເພີ່ມທະວີຄວາມຮັບຜິດຊອບ ຕິດພັນກັບການຍົກສູງຄວາມສາມາດນໍາພາ-ຊີ້ນໍາຂອງຄະນະພັກຕໍ່ວຽກງານແນວຄິດ, ທິດສະດີ ໂດຍສະເພາະແມ່ນຄວາມສາມາດໃນການຄົ້ນຄວ້າ, ກຳແໜ້ນ ແລະ ຫັນເປັນແຜນກຳນົດ, ແຜນການ ແລະ ໂຄງການຂອງຂັ້ນຕົນ, ທັງຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.

        3. ຝຶກຝົນຫຼໍ່ໍ່ຫຼອມຄຸນທາດການເມືອງ,ຄຸນສົມບັດສິນທຳປະຕິວັດ.

        ພະນັກງານ, ສະມາຊິກພັກກ່ອນອື່ນໝົດ ແມ່ນພະນັກງານການນຳແຕ່ລະຂັ້ນຕ້ອງຕັ້ງໜ້າ ແລະ ເປັນແບບຢ່າງຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງ ແລະ ແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ຍົກສູງນ້ຳໃຈຄວາມຮັບຜິດຊອບຕໍ່ປະເທດຊາດ, ຕໍ່ພັກ ແລະ ຮັບໃຊ້ປະຊາຊົນຢ່າງສຸດໃຈ; ເພີ່ມທະວີການຕຳນິຕິຊົມຕົນເອງ ແລະ ຕິຊົມເຊິ່ງກັນ ແລະ ກັນຢ່າງຕັ້ງໜ້າ, ແກ້ໄຂບັນຫາພະນັກ ງານ, ສະມາຊິກພັກ ທີ່ຂາດຄວາມຮັບຜິດຊອບ, ບຸກຄົນເຊື່ອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຢ່າງເຄັ່ງຄັດ. ເດັດດ່ຽວຕໍ່ສູ້ຕ້ານກົນອຸບາຍ ແລະ ການ ເຄື່ອນໄຫວ ຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກໃຫ້ປະລາໄຊ; ເປັນເຈົ້າການສະກັດກັ້ນການຫັນປ່ຽນດ້ວຍຕົນເອງ ຢູ່ພາຍໃນພວກເຮົາ, ຈຳກັດການເຊື່ອມຖອຍດ້ານແນວຄິດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ຮັກຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ພາຍໃນສັງຄົມ.

        4. ປັບປຸງກົງຈັກການຈັດຕັ້ງພັກແຕ່ລະຂັ້ນໃຫ້ປອດໃສເຂັ້ມແຂງບົນພື້ນຖານຫຼັກການລວມສູນປະຊາທິປະໄຕໃຫ້ຖືກຕ້ອງ ແລະ ຂັ້ມງວດ.

        ກອນອື່ນຕ້ອງປັບປຸງພາລະບົດບາດໜ້າທີ່ຂອງການຈັດຕັ້ງພັກຢູ່ບັນດາກະຊວງອົງການຂັ້ນສູນກາງ ແລະ ທ້ອງຖິ່ນຮາກຖານໃຫ້ສອດຄ່ອງກັບບົດບາດເປັນແກນນຳຂອງລະບົບການເມືອງ, ປັບປຸງຍົກສູງຄຸນນະພາບບັນດາອົງການ ແລະ ບຸກຄະລາກອນທີ່ເປັນເສນາທິການຂອງພັກ ແລະ ລັດ ຄັດເລືອກເອົາຜູ້ໜັກແໜ້ນທາງດ້ານການເມືອງ, ມີຄວາມຮູ້ຄວາມສາມາດປະກອບເຂົ້າອຸດົມການດັ່ງກ່າວ; ເອົາໃຈໃສ່ປັບປຸງ, ຄະນະພັກບ່ອນໃດມີຄວາມຫຍຸ້ງຍາກສັບສົນ; ຖືສຳຄັນການດຳເນີນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ ເສີມຂະຫຍາຍປະຊາທິປະໄຕ ແລະ ການດຳເນີນຊີວິດພັກຢູ່ໃນການຈັດຕັ້ງພັກແຕ່ລະຂັ້ນ ແນໃສ່ສ້າງພັກໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕ້ານພະຍາດອາດຍາສິດ, ຜະເດັດການອ້າຍດຽວ, ການແບ່ງແຍກພາຍໃນພັກ, ເຮັດວຽກບໍ່ປະຕິບັດຕາມຫຼັກການ, ສະກັດກັ້ນການລະເມີດລະບຽບພັກ, ລະເມີດປະຊາທິປະໄຕ, ບໍ່ເຄົາລົບລັດຖະທຳມະນູນ ແລະ ກົດໝາຍ. ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງການຈັດຕັ້ງຮາກຖານພັກ; ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ເພີ່ມທະວີວຽກງານຄຸ້ມຄອງສະມາຊິກພັກ ແລະ ການຂະຫຍາຍພັກ, ສ້າງແບບແຜນດຳລົງຊີວິດທີ່ປອດໃສຂອງສະມາຊິກພັກ, ເສີມຂະຫຍາຍຄວາມເປັນແບບຢ່າງນຳໜ້າ, ເປັນເຈົ້າການປະດິດສ້າງ, ຍົກສູງຄວາມຮັບຜິດ ຊອບປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ.

        5. ປ່ຽນແປງໃໝ່ວຽກງານພະນັກງານ.

        ພັກກຳອຳນາດ ຕ້ອງກຳພະນັກງານໃຫ້ແໜ້ນ ແລະ ຄຸ້ມຄອງພະນັກງານໃຫ້ດີຕ້ອງສືບຕໍ່ບາດກ້າວບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ; ຕ້ອງປ່ຽນແປງ ໃໝ່ເນື້ອໃນ ແລະ ວິທີການປະຕິບັດຕົວຈິງ ກ່ຽວກັບວຽກງານພະນັກງານ ໂດຍເລີ່ມຈາກການຂຶ້ນແຜນການກໍານົດພະນັກງານ ແລະ ແຜນການກໍ່ສ້າງ, ບໍາລຸງຍົກລະດັບພະ ນັກງານ, ການຈັດວາງສັບຊ້ອນ, ການເຄື່ອນຍ້າຍ ແລະ ການຄຸ້ມຄອງນໍາໃຊ້, ການຕິດ ຕາມກວດກາ, ຕີລາຄາ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານ; ຫັນວຽກງານພະ ນັກງານເຂົ້າສູ່ນິຕິກໍາ ແລະ ລະບຽບການ ໂດຍມີບາດກ້າວ ແລະ ມີຂັ້ນຕອນ ທີ່ເປັນ ລະບົບອັນຈະແຈ້ງ, ໂປ່ງໃສແນໃສ່ບໍາລຸງພະນັກງານ ໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການສຳລັບການເຊີດຊູຄວາມສາ ມາດນຳພາ ແລະ ກຳລັງແຮງສູ້ຮົບຂອງພັກ ໃນການປະຕິບັດພາລະກຳປະຫວັດສາດຂອງຕົນ.

- ສຳລັບພະນັກງານຫຼັກແຫຼ່ງນຳພາ ແລະ ຄຸ້ມຄອງນັ້ນຕ້ອງຖືມາດຕະຖານຄວາມຮູ້ດ້ານແນວທາງນະໂຍບາຍຂອງພັກ, ຖືທັດສະນະຫຼັກໝັ້ນການເມືອງ ແລະ ຄຸນສົມບັດສິນທຳປະຕິວັດເປັນບູລິມະສິດ; ຖືຄວາມຮູ້ຄວາມສາມາດ, ຄວາມບາກບັ່ນສູ້ຊົນ ແລະ ແບບແຜນວິທີເຮັດວຽກເປັນສຳຄັນ ແລະ ຈຳເປັນ; ພະນັກງານຫຼັກແຫຼ່ງຕ້ອງໄດ້ຜ່ານການສຶກສາຮໍ່າຮຽນ ໃນລະບົບໂຮງຮຽນຂອງພັກ ແລະ ຕ້ອງໄດ້ຜ່ານການຝຶກຝົນທົດສອບໃນຂະບວນການວຽກງານຕົວຈິງ ຜ່ານການກວດກາຕີລາຄາ ແລະ ເລືອກເຟັ້ນບົນພື້ນຖານຜົນງານອັນທີ່ຍອມຮັບຈາກກົມກອງ-ທ້ອງຖິ່ນ ກໍຄື ສະມາຊິກພັກ, ພະນັກງານ ແລະ ມະຫາຊົນ ໃນບ່ອນທີ່ຜູ້ນັ້ນສັງກັດຢູ່.

        - ເອົາໃຈໃສ່ກໍ່ສ້າງພະນັກງານວິຊາການ, ຜູ້ຊ່ຽວຊານສະເພາະດ້ານ, ພະນັກ ງານຄຸ້ມຄອງ-ບໍລິຫານ ໃຫ້ໄດ້ທັງຈຳນວນ ແລະ ຄຸນນະພາບ ເພື່ອຕອບສະໜອງໃຫ້ໄດ້ ໂດຍພື້ນຖານຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ການເຊື່ອມໂຍງ; ສຸມໃສ່ສ້າງພະນັກງານ ເພື່ອປະກອບໃຫ້ເມືອງ ແລະ ຮາກຖານຕາມທິດ 3 ສ້າງ, ພິ ເສດແມ່ນຕ້ອງສ້າງໃຫ້ໄດ້ພະນັກງານກັບທີ່, ພະນັກງານຊົນເຜົ່າ ແລະ ເພດຍິງ, ຮັບປະ ກັນໃຫ້ເມືອງ ແລະ ຮາກຖານມີກຳລັງແຮງໃນການສ້າງຄວາມເຂັ້ມແຂງ ແລະ ໃນການພັດທະນາບ້ານຊ່ອງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

        - ອັນຮີບດ່ວນໃນຕໍ່ໜ້ານີ້ ແມ່ນຕ້ອງສ້າງໃຫ້ໄດ້ແຜນຍຸດທະສາດ ກ່ຽວກັບການບຳລຸງສ້າງພະນັກງານໄລຍະການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ເອົາໃຈໃສ່ການສ້າງແຜນກຳນົດພະນັກງານແຕ່ຮາກຖານຂຶ້ນມາໃຫ້ມີຄວາມຊັດເຈນ ເພື່ອມີແຫຼ່ງຕອບສະໜອງຄວາມຕ້ອງການໃນແຕ່ລະໄລຍະ ແລະ ແຕ່ລະຂະແໜງການທ້ອງຖິ່ນໃຫ້ທັນການ; ຕ້ອງຖືວຽກນີ້ເປັນວຽກທີ່ຕ້ອງໄດ້ເຮັດເປັນປົກກະຕິຕໍ່ເນື່ອງ ເພື່ອເປັນເງື່ອນໄຂກະຕຸກຊຸກຍູ້ພະນັກງານປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບ ແລະ ທຸ້ມເທຄວາມຮູ້ຄວາມສາມາດຂອງຕົນຢ່າງເຕັມສ່ວນ.

        - ປະຕິບັດຫຼັກການຄຸ້ມຄອງ-ນຳໃຊ້ພະນັກງານໃຫ້ເປັນເອກະພາບ ແລະ ຖືກ ຕ້ອງ; ກ່ອນອື່ນໝົດ ແມ່ນຫຼັກການພັກນຳພາໂດຍກົງ ແລະ ເປັນເອກະພາບກ່ຽວກັບການຄຸ້ມຄອງພະນັກງານ, ສົມທົບຢ່າງແໜ້ນແຟ້ນລະຫວ່າງການຄຸ້ມຄອງລວມສູນກັບການແບ່ງຂັ້ນຄຸ້ມຄອງພະນັກງານ ໂດຍແມ່ນສູນກາງເປັນຜູ້ວາງແນວທາງ, ກຳນົດທິດນຳ, ມາດຕະຖານ, ຊີ້ນຳການອອກນິຕິກຳ, ລະບອບລະບຽບການ, ກົນໄກ ແລະ ນະ ໂຍບາຍກ່ຽວກັບພະນັກງານ, ຮັບປະກັນໃຫ້ການຄຸ້ມຄອງພະນັກງານດຳເນີນໄປຕາມຫຼັກ ການລວມສູນປະຊາທິປະໄຕ, ປະຕິບັດລະບອບເຄື່ອນຍ້າຍ ແລະ ສັບປ່ຽນບ່ອນປະຈຳ ການ, ລະບອບຄວບຕຳແໜ່ງ; ສະກັດກັ້ນ ແລະ ກຳຈັດທຸກວິທີການເຄື່ອນໄຫວຂອງພະນັກງານ, ສະມາຊິກພັກ ທີ່ລະເມີດແນວທາງ ແລະ ກົດໝາຍ ເພື່ອໃຫ້ໄດ້ເລື່ອນຕຳແໜ່ງ ຫຼື ເພື່ອຊ່ວຍແກ້ໄຂບັນຫາຜິດພາດຂອງພະນັກງານ-ສະມາຊິກພັກ.

        - ປ່ຽນແປງໃໝ່ການສຶກສາກໍ່ສ້າງ ແລະ ຝຶກອົບຮົມຍົກລະດັບພະນັກງານ ຢູ່ໃນລະບົບໂຮງຮຽນພັກ ໂດຍຖືເອົາການຍົກສູງຄຸນນະພາບ ແລະ ຄວາມຮູ້ຄວາມສາມາດດ້ານການນຳພາຈັດຕັ້ງປະຕິບັດອັນຕົ້ນຕໍ. ຮີບຮ້ອນປັບປຸງເນື້ອໃນຫຼັກສູດ, ຍົກລະດັບຖັນແຖວຄູອາຈານ, ປ່ຽນແປງແບບວິທີການຮຽນ-ການສອນ, ເອົາໃຈໃສ່ຄັດເລືອກເອົາເປົ້າໝາຍເຂົ້າຮຽນໃຫ້ໄປຕາມແຜນການກຳນົດ ແລະ ມາດຖານແຕ່ລະຕຳແໜ່ງງານ. ກຳນົດລະບຽບການກົນໄກຄຸ້ມຄອງໂຮງຮຽນພັກ ແລະ ສູນຝຶກອົບຮົມດ້ານການເມືອງ-ການປົກຄອງຂັ້ນທ້ອງຖິ່ນ ແລະ ຂະແໜງການ; ຈັດຕັ້ງຝຶກອົບຮົມໃຫ້ແກ່ພະນັກງານຂັ້ນບ້ານຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ທົ່ວເຖິງ ເພື່ອສ້າງໃຫ້ໄດ້ພະນັກງານກັບທີ່ ທີ່ເປັນຫຼັກແຫຼ່ງໃນຂະບວນການສ້າງບ້ານພັດທະນາ.

        - ປະຕິບັດລະບອບນະໂຍບາຍພະນັກງານ ໃຫ້ເໝາະສົມ-ສອດຄ່ອງກັບເງື່ອນໄຂ ໃໝ່ເປັນຕົ້ນ, ປະຕິບັດນະໂຍບາຍຕໍ່ພະນັກງານປະຕິວັດອາວຸໂສ-ຜູ້ມີຜົນງານຕໍ່ປະເທດຊາດ ແລະ ການປະຕິວັດໃຫ້ສຳເລັດຢ່າງທົ່ວເຖິງ; ຄົ້ນຄວ້າປັບປຸງເງິນເດືອນ, ເງິນອຸດໜູນເບ້ຍບຳນານ ແລະ ນະໂຍບາຍອື່ນໆ ໃຫ້ແກ່ພະນັກງານແຕ່ລະປະເພດ ແລະ ແຕ່ລະຂະແໜງການ; ຄົ້ນຄວ້າປັບປຸງລະບອບອຸດໜູນພະນັກງານຂັ້ນບ້ານທີ່ບໍ່ມີເງິນເດືອນຕາມທິດທາງໃໝ່ ຈາກການທົດລອງ 3 ສ້າງ ແລະ ເປີດກ້ວາງການປະຕິບັດອອກຕາມເງື່ອນໄຂຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ.

        - ຖືເປັນສຳຄັນວຽກງານປ້ອງກັນພັກ-ພະນັກງານ, ເພີ່ມທະວີວຽກງານຄຸ້ມຄອງພະນັກງານ, ສະມາຊິກພັກ ແຕ່ຮາກຖານຂຶ້ນມາ. ເອົາໃຈໃສ່ວຽກງານປ້ອງກັນແນວ ທາງ, ແຜນນະໂຍບາຍ, ກົດລະບຽບຂອງພັກ, ປ້ອງກັນຫຼັກການຈັດຕັ້ງ ແລະ ຫຼັກການເຄື່ອນໄຫວຂອງພັກ; ປ້ອງກັນລັດຖະທຳມະນູນ ແລະ ກົດໝາຍຂອງລັດ, ປ້ອງກັນພະນັກງານ, ສະມາຊິກພັກທາງດ້ານການເມືອງ-ແນວຄິດ, ປ້ອງກັນຮັກສາຄວາມລັບຂອງພັກ, ຂອງຊາດ. ເພີ່ມທະວີຕ້ານ ສົງຄາມຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກໃນຂົງເຂດແນວຄິດ, ວັດທະນະທຳໃຫ້ປະລາໄຊ, ຍົກສູງປະສິດທິພາບການປະສານສົມທົບ ລະຫວ່າງວຽກງານປ້ອງກັນພັກ-ພະນັກງານ ກັບວຽກງານກວດກາພັກ-ລັດ. ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງຄຸນນະພາບຂອງພະນັກງານທີ່ເຮັດວຽກງານປ້ອງກັນພັກ-ພະນັກງານ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.

        6. ປ່ຽນແປງໃໝ່ແບບແຜນນຳພາຂອງພັກ.

        ໃນໄລຍະໃໝ່ນີ້, ພັກເຮົາຍັງສືບຕໍ່ຢຶດໝັ້ນ ແລະ ເສີມຂະຫຍາຍແບບແຜນນຳພາທີ່ເປັນມູນເຊື້ອອັນດີງາມຂອງພັກ ໄປພ້ອມກັບການເພີ່ມທະວີແບບແຜນນຳພາທີ່ມີວິທະ ຍາສາດ, ແທດຕົວຈິງ ແລະ ປະຊາທິປະໄຕ.

- ຄະນະພັກແຕ່ລະຂັ້ນຕ້ອງສືບຕໍ່ຢຶດໝັ້ນ ແລະ ເສີມຂະຫຍາຍແບບແຜນນຳພາທີ່ເປັນມູນເຊື້ອອັນດີງາມຂອງພັກເຮົາ ເປັນຕົ້ນ ແມ່ນເຄື່ອນໄຫວນຳພາໂດຍຜ່ານແນວ ທາງ ແລະ ການຈັດຕັ້ງຂອງພັກ, ນຳພາຕາມແນວທາງມະຫາຊົນຂອງພັກ, ເອົາການຂົນຂວາຍປຸກລະດົມຊວນເຊື່ອ ສົມທົບກັບຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ແລະ ການຈັດຕັ້ງພັກແຕ່ລະຂັ້ນ.

        - ເພີ່ມທະວີແບບແຜນນຳພາທີ່ມີວິທະຍາສາດ, ແທດຕົວຈິງ ແລະ ປະຊາທິປະ ໄຕ, ເອົາການເອົາງານ ແລະ ຄວາມຮັບຜິດຊອບ, ທັງມີຄວາມຕັ້ງໜ້າເປັນເຈົ້າການຕໍ່ສູ້ຕ້ານ ແລະ ກຳຈັດປັດເປົ່າພະຍາດອາດຍາສິດ, ການເຮັດວຽກແບບຜິວເຜີນ, ຂາດຄວາມຮັບຜິດຊອບ, ຕ້ານທັດສະນະແນວຄິດ ແລະ ການກະທຳທີ່ບໍ່ເຄົາລົບລະບຽບວິໄນ, ເອກະທິປະໄຕ.

        - ຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ສ້າງພັກໃຫ້ເຂັ້ມແຂງຕິດພັັນກັບການສ້າງລັດໃຫ້ເຂັ້ມແຂງ, ຮັບປະກັນການປະຕິບັດຫຼັກການທີ່ວ່າ ພັກບໍ່ປະລະການນຳພາ, ແຕ່ບໍ່ເຮັດແທນໜ້າທີ່ລັດ; ພະນັກງານ, ສະມາຊິກພັກທຸກຄົນບໍ່ວ່າຢູ່ໃນຖານະຕໍາແໜ່ງໜ້າທີ່ຂັ້ນໃດ ກໍຕ້ອງເຄື່ອນໄຫວພາຍໃຕ້ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.

        - ປ່ຽນແປງໃໝ່ແບບແຜນນໍາພາຂອງພັກຕໍ່ແນວລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນ, ເຄົາລົບລະບຽບ ແລະ ຫຼັກການເຄື່ອນໄຫວປະຊາທິປະໄຕຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອສ້າງເງື່ອນໄຂໃຫ້ອົງການຈັດຕັ້ງດັ່ງ ກ່າວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມຂອງຊາດ; ປະຕິບັດລະບອບນໍາພາລວມສູນ ໄປພ້ອມກັບການເສີມຂະຫຍາຍຈິດໃຈຄວາມເປັນເຈົ້າການ, ປະດິດສ້າງ ແລະ ຄວາມຮັບຜິດຊອບຂອງແຕ່ລະບຸກຄົນ, ໂດຍສະເພາະ ແມ່ນຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າ. ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງພັກ, ກໍາມະການໃນຄະນະພັກ, ສະມາຊິກພັກໃນການເຄື່ອນໄຫວວຽກງານຂອງອົງການລັດ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ.

        - ປ່ຽນແປງໃໝ່ແບບແຜນວິທີເຮັດວຽກຂອງອົງການນຳຂອງພັກ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍການຫັນມະຕິເປັນແຜນການ, ໂຄງການເຂົ້າໃນອົງການ, ຂະແໜງ ການ ແລະ ທ້ອງຖິ່ນ, ຕາມທ່າແຮງ ແລະ ຈຸດພິເສດຂອງຕົນ, ມີການກວດກາ ແລະ ສະຫຼຸບການຈັດຕັ້ງປະຕິບັດມະຕິ. ດັດປັບການບໍລິຫານພາຍໃນພັກ, ແກ້ໄຂຄວາມຫຍຸ້ງ ຍາກຂອງລະບອບລະບຽບການ, ຫຼຸດຜ່ອນການປະຊຸມ, ເວົ້າໄປພ້ອມກັບເຮັດຕົວຈິງ ແລະ ມີປະສິດທິຜົນ.

        - ຄົ້ນຄວ້າກົນໄກລະບຽບການກ່ຽວກັບການເສີມຂະຫຍາຍປະຊາທິປະໄຕ ແລະ ປະກອບຄວາມຄິດຄວາມເຫັນໃຫ້ການນນຳແຕ່ລະຂັ້ນດ້ວຍຫຼາຍຮູບການ, ແຕ່ລະໄລຍະໃຫ້ມີການທາບທາມລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ບຸກຄົນການນຳພັກ, ລັດ, ອົງການຈັດຕັ້ງການເມືອງ, ສັງຄົມແຕ່ລະຂັ້ນ ເພື່ອເຮັດໃຫ້ພາຍໃນພັກປອດໃສ, ໜັກ  ແໜ້ນ ແລະ ເຂັ້ມແຂງຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.

        7. ເພີ່ມປະສິດທິພາບ ແລະ ຄວາມສັກສິດຂອງວຽກງານກວດກາ.

        ພັກເຮົາ ຍາມໃດກໍ່ຢືນຢັນວ່າ ວຽກງານກວດກາ ແມ່ນໜຶ່ງໃນພາລະບົດບາດ ແລະ ແບບແຜນການນຳພາທີ່ສຳຄັນຂອງພັກ, ບໍ່ມີການກວດກາ ກໍໝາຍຄວາມວ່າ ບໍ່ມີການນຳພາ ໃນເງື່ອນໄຂເສດຖະກິດຕະຫຼາດ ແລະ ການເປີດກວ້າງການພົວພັນ-ເຊື່ອມໂຍງກັບສາກົນ ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີການນຳພາ, ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາຕາມຫຼັກການຂອງພັກ ແລະ ກົດໝາຍຂອງລັດ; ຄົ້ນຄວ້າວາງລະບອບ, ລະບຽບ, ກົນໄກການຕິດຕາມ, ກວດກາໃຫ້ຄົບຖ້ວນ ແລະ ຮັດກຸມ ໃນນີ້ ລວມທັງກົນໄກໃຫ້ຂັ້ນລຸ່ມ, ແນວລາວສ້າງຊາດ ແລະ ບັນດາອົງການຈັດ ຕັ້ງມະຫາຊົນໄດ້ຕິດຕາມ, ກວດກາ ບັນດາອົງການອໍານາດລັດ ໃນການປະຕິບັດກົດ  ໝາຍ, ລະບຽບການຕ່າງໆ ແລະ ແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງທີ່ເກີດໃນກົງຈັກການຈັດຕັ້ງ, ຖືເອົາການສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫຼວງເປັນ ຄວາມຮັບຜິດຊອບຂອງພັກ, ຂອງທຸກການຈັດຕັ້ງ, ສ້າງເງື່ອນໄຂໃຫ້ສື່ມວນຊົນ ແລະ ປະຊາຊົນ ໄດ້ເຂົ້າຮ່ວມວຽກງານຕິດຕາມ, ກວດກາການເຄື່ອນໄຫວປະຕິບັດໜ້າທີ່ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ. ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ ແລະ ການນຳທຸກຂັ້ນ ຕໍ່ການແກ້ໄຂຜົນຂອງການກວດກາໃຫ້ທັນການ, ເຂັ້ມງວດ, ສັກສິດ, ຕາມກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ. ເພີ່ມຄວາມເອົາໃຈໃສ່ຕື່ມອີກ ຕໍ່ການປັບປຸງກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນ, ແຕ່ລະຂະແໜງການ ແລະ ກໍ່ສ້າງ, ບຳລຸງພະນັກງານກວດກາ ພ້ອມທັງສ້າງເງື່ອນໄຂໃຫ້ຄະນະກວດກາແຕ່ລະຂັ້ນ ປະຕິບັດພາລະບົດບາດຂອງຕົນ ໃຫ້ມີປະ ສິດພາບສູງຂຶ້ນ.

        ສັງລວມແລ້ວ: ການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ແມ່ນວຽກງານທີ່ສຳຄັນ ແລະ ແມ່ນບັນຫາທີ່ມີລັກສະນະເປັນຕາຍຂອງພັກກຳອຳນາດ. ຢາກນຳພາປະເທດຊາດໄປສູ່ຄວາມວັດທະນະຖາວອນໄດ້, ກ່ອນອື່ນໝົດພັກຕ້ອງມີຄວາມເຂັ້ມແຂງ, ຢາກມີຄວາມເຂັ້ມແຂງຕ້ອງຮູ້ກໍ່ສ້າງ ແລະ ປັບປຸງຕົນເອງຢ່າງຮອບດ້ານ ແລະ ເປັນປະຈຳ ເປັນຕົ້ນ ແມ່ນຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກຕ້ອງເຂົ້າໃຈວ່າ ແມ່ນການເພີ່ມທະວີຄວາມສາມາດ ນໍາພາໃຫ້ດີກວ່າເກົ່າ ແລະ ຄວາມເປັນແບບຢ່າງນໍາໜ້າຂອງກະໂຕສະມາຊິກພັກໃຫ້ໄດ້ດີຂຶ້ນລື່ນແຕ່ກ່ອນ ແລະ ມີແຕ່ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ໃຫ້ສູງຂຶ້ນເທົ່ານັ້ນ, ພັກຈຶ່ງມີຄວາມເຂັ້ມແຂງ ແລະ ຄວາມສາມາດກຳນາດໄດ້ຢ່າງໝັ້ນຄົງຍາວນານ ແລະ ນຳພາປວງຊົນທັງຊາດ ສ້າງສາພັດທະນາປະເທດຊາດ ໃຫ້ປະສົບຜົນສຳເລັດ ຕາມອຸດົມການທີ່ກຳນົດໄວ້: ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

คำสำคัญ (Tags): #ຄຸນທາດ
หมายเลขบันทึก: 637443เขียนเมื่อ 20 กันยายน 2017 12:22 น. ()แก้ไขเมื่อ 26 กันยายน 2017 12:45 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

ອ່ານແລ້ວ ມີແນວຄິດ ລັກໝັ້ນການເມືອງ ໃນການ ຊີ້ນຳ-ນຳພາ ພັກ ສະມາຊິກພັກ ຂັ້ນພື່ນຖານ ຂໍຂອບໃຈ

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท