ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ


ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຍັງຍືນຍົງຢູ່ໃນດວງໃຈຂອງພວກເຮົາຕະຫລອດໄປ

   ໃນທ່າມກາງບັນຍາກາດທີ່ທົ່ວພັກ, ລັດ ແລະ ທົ່ວ ປວງຊົນລາວທັງຊາດມີຄວາມເບີກບານມ່ວນຊື່ນຕໍ່ຜົນສຳເລັດໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດກໍ່ຄືວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 38 ປີ, ມື້ນີ້ຄືວັນທີ 13 ທັນວາ 2013 ກໍ່ແມ່ນວັນຫນຶ່ງທີ່ມີຄວາມຫມາຍສຳຄັນ ແລະ ຢູ່ໃນຄວາມຊົງຈຳຂອງປວງຊົນລາວຕະຫລອດມາ, ນັ້ນກໍ່ຄືວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ວິລະບູລຸດທີ່ຍິ່ງໃຫຍ່ຂອງຊາດ, ຜູ້ນຳປະຕິວັດທີ່ກ້າແກ່ນ, ສະຫລາດສ່ອງໃສ ແລະ ເຄົາລົບຮັກຂອງພັກ,ລັດ ແລະ ຂອງປວງຊົນລາວບັນດາເຜົ່າ, ຊຶ່ງປີນີ້ໄດ້ຫມູນວຽນມາບັນຈົບຄົບຮອບ 93 ປີ (13/12/1920 -13/12/2013).
   ປະທານ ໄກສອນ ພົມວິຫານ ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນສະພາບທີ່ປະເທດຊາດຂອງພວກເຮົາ ແລະ ປະຊາຊົນລາວ ຖືກຕົກເປັນເມືອງຂຶ້ນ, ຖືກກົດຂີ່ຂູດຮີດ ແລະ ເປັນຂ້ອຍຂ້າຂອງຕ່າງຊາດ. ຍ້ອນມີນ້ຳໃຈຮັກຊາດ ແລະ ປະຊາຊົນຢ່າງເລິກເຊິ່ງ, ປະທານ ໄກສອນ ພົມວິຫານ ຈຶ່ງມີຄວາມຕື່ນຕົວເຂົ້າຮ່ວມການປະຕິວັດຕັ້ງແຕ່ຍັງຫນຸ່ມນ້ອຍ. ພາຍໃຕ້ແສງສະຫວ່າງຂອງລັດທິມາກ- ເລນິນ ແລະ ກະແສຟອງປະຕິວັດໂລກໃນໄລຍະນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ແລະ ເຫື່ອແຮງຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍແຕ່ຕົ້ນຕະຫລອດປາຍເພື່ອໄຊຊະນະຂອງການປະຕິວັດລາວ.
   ໃນຂະບວນການຕໍ່ສູ້ປົດປ່ອຍຊາດອັນຫຍຸ້ງຍາກລຳບາກ, ເສຍສະຫລະອັນໃຫຍ່ຫລວງ ແລະ ຍືດເຍື້ອຍາວນານນັ້ນ, ປະທານ ໄກສອນ ພົມວິຫານ ຍາມໃດກໍ່ຖືການປຸກລະດົມຄວາມຕື່ນຕົວຮັກຊາດຂອງປະຊາຊົນ ແລະ ຖືເອົາການເຕົ້າໂຮມຄວາມສາມັກຄີ ປອງດອງຊາດ, ປອງດອງລະຫວ່າງບັນດາເຜົ່າ, ບັນດາຊັ້ນຄົນເປັນກຳລັງແຮງຕົ້ນຕໍຂອງການປະຕິວັດ ແລະ ຖືເອົາການຍາດແຍ່ງ ສະໜັບສະໜູນຈາກສາກົນ ແລະ ການປະສົມປະສານສົມທົບກັບບັນດາປະເທດເພື່ອນມິດ, ບັນດາປະເທດທີ່ຮັກຫອມສັນຕິພາບ ຢູ່ໃນໂລກເປັນກຳລັງແຮງສັງລວມ ແລະ ເປັນກົດເກນຕັດສິນໄຊຊະນະຂອງພາລະກິດປົດປ່ອຍຊາດ.
   ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດາສະຫາຍນັກປະຕິວັດອາວຸໂສຂອງພັກສ້າງຕັ້ງແນວລາວອິດສະຫລະຂຶ້ນ ອັນເປັນການເຕົ້າໂຮມຄວາມສາມັກຄີປະຊາຊົນທຸກຊົນເຜົ່າ, ຊັ້ນຄົນ, ເພດໄວ, ສາສະໜາ ບົນພື້ນຖານພັນທະພາບກຳມະກອນ, ຊາວນາ, ປັນຍາຊົນປະຕິວັດ ພາຍໃຕ້ການນຳພາຂອງພັກ, ກາຍເປັນກຳລັງແຮງປະຕິວັດທີ່ເຂັ້ມແຂງ ແລະ ຊະນະເລີດໃນພາລະກິດ ຕໍ່ສູ້ກູ້ຊາດ ໃນເມື່ອກ່ອນກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດ ແລະ ໃນພາລະກິດປ່ຽນແປງໃໝ່ຂອງປະເທດເຮົາ. 
   ປະທານ ໄກສອນ ພົມວິຫານ ເປັນຜູ້ນຳສູງສຸດທີ່ກຳແໜ້ນຈຸດພິເສດຂອງສັງຄົມລາວ ແລະ ຄົນລາວ, ທັງຮູ້ສ້າງສະພາວະ ການປະຕິວັດ ແລະ ຮູ້ຍາດແຍ່ງກາລະໂອກາດຂອງການປະຕິວັດ. ເພິ່ນໄດ້ເປັນເຈົ້າການຮ່ວມກັບໝູ່ຄະນະນຳເຊີດຊູຫົວຄິດ ປະດິດສ້າງໃນການໝູນໃຊ້ທິດສະດີປະຕິວັດເຂົ້າໃນການຢຶດອຳນາດ “ແບບບົວບໍ່ຊ້ຳນ້ຳບໍ່ຂຸ່ນ” ດ້ວຍ 3 ບາດຄ້ອນຍຸດທະສາດ ເພື່ອປົດປ່ອຍປະເທດຊາດ ແລະ ສະຖາປະນາສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ອັນເປັນຂີດໝາຍ ແລະ ໄຂສັງກາດໃໝ່ແຫ່ງຄວາມເປັນເອກະລາດ, ມີອິດສະຫລະພາບອັນແທ້ຈິງໃຫ້ແກ່ປະເທດຊາດ ແລະ ປະຊາຊົນເຮົາ.ໃນຊຸມປີທຳອິດພາຍຫຼັງການປົດປ່ອຍປະເທດຊາດ, ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກ ແລະ ປະເຊີນກັບສິ່ງທ້າ ທາຍທົດສອບອັນຂ້ຽວຂາດ ທີ່ເກີດມາຈາກການປິດລ້ອມ ແລະ ບຸກໂຈມຕີບຽດຢຶດຂອງອິດທິກຳລັງປໍລະປັກກໍ່ຕາມ, ແຕ່ປະທານ ໄກສອນ ພົມວິຫານ ກໍ່ໄດ້ພ້ອມກັບໝູ່ຄະນະການນຳຂອງພັກນຳພາປວງຊົນລາວຜ່ານຜ່າໄດ້ຢ່າງມີໄຊ, ຮັກສາໝາກຜົນຂອງ ການປະຕິວັດ ໄດ້ຢ່າງຫມັ້ນຄົງ, ປົກປ້ອງຜືນແຜ່ນດິນ ແລະ ອະທິປະໄຕຂອງຊາດໄວ້ໄດ້ຢ່າງໜັກແໜ້ນ. 
   ດ້ວຍຄວາມສະດຸ້ງໄວຕໍ່ບັນຫາ, ກຳແໜ້ນສະຖານະການຂອງປະເທດ ແລະ ການນຳໃຊ້ບົດຮຽນຂອງປະເທດອ້າຍນ້ອງ, ປະທານ ໄກສອນ ພົມວິຫານ ໄດ້ມີແນວຄິດລິເລີ່ມຈິນຕະນາການແຫ່ງການປ່ຽນແປງໃໝ່ຢູ່ປະເທດເຮົາໃນທ້າຍຊຸມປີ 1970 ແລະ ໄດ້ກາຍ ເປັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫລັກການດ້ວຍບາດກ້າວອັນເໝາະສົມໜັກແໜ້ນ ແລະ ໄດ້ຮັບຜົນສຳເລັດ ທີ່ໃຫຍ່ຫຼວງ.
   ປະທານ ໄກສອນ ພົມວິຫານ ຍາມໃດກໍ່ເອົາໃຈໃສ່ຕໍ່ການເພີ່ມທະວີບົດບາດການນຳພາຂອງພັກໃຫ້ສອດຄ່ອງກັບເງື່ອນໄຂ ທີ່ພັກກຳອຳນາດ; ເພິ່ນຖືສຳຄັນທີ່ສຸດໃນການກໍ່ສ້າງ ແລະ ປັບປຸງພັກທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນ ວິທີນຳພາ; ເພີ່ມທະວີວຽກງານສຶກສາອົບຮົມ,ຝຶກຝົນທົດສອບສະມາຊິກພັກໃຫ້ຮັກສາທາດແທ້ຊົນຊັ້ນກຳມະກອນ ແລະ ທັດສະນະ ປະຕິວັດຂອງພັກ, ສ້າງພັກໃຫ້ເຕີບໃຫຍ່ເຂັ້ມແຂງທຽມທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
   ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳທີ່ມີຍຸດທະສາດການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍຸດທະສາດດ້ານການພັດທະນາເສດຖະກິດເທົ່ານັ້ນ, ແຕ່ຍັງເປັນນັກຍຸດທະສາດທາງດ້ານວັດທະນະທຳ, ການສຶກສາວິທະຍາສາດ ອີກດ້ວຍ. ເພິ່ນຖືເອົາການສຶກສາໄປກ່ອນກ້າວໜຶ່ງ, ວັດທະນະທຳຕ້ອງມີລັກສະນະຊາດ, ມະຫາຊົນ ແລະ ກ້າວໜ້າ. ເພິ່ນເຄີຍ ເວົ້າວ່າ: “ເສຍວັດທະນະທຳແມ່ນເສຍຊາດ”. ເພິ່ນເອງເປັນຜູ້ມີຄ່ານິຍົມສູງສົ່ງຕໍ່ວັດທະນະທຳ ທີ່ເປັນເອກະລັກອັນດີເດັ່ນ ຂອງຊາດລາວ, ພ້ອມດຽວກັນນັ້ນ, ເພິ່ນຍັງແມ່ນຜູ້ນຳເຄື່ອນໄຫວວຽກງານຕ່າງປະເທດທີ່ຊຳນານ, ເພິ່ນມີຍຸດທະສາດຍຸດໂທບາຍ ແລະ ວິທີພົວພັນກັບນານາປະເທດ ແລະ ອົງການສາກົນທີ່ຄ່ອງແຄ້ວ. 
   ສັງລວມແລ້ວ, ປະທານ ໄກສອນ ພົມວິຫານ ແມ່ນປ່ຽມລົ້ນໄປດ້ວຍຄຸນສົມບັດສິນທຳປະຕິວັດອັນສູງສົ່ງ, ຕະຫລອດຊີວິດ ຂອງເພິ່ນໄດ້ອຸທິດເຫື່ອແຮງ, ສະຕິປັນຍາເພື່ອຊາດເພື່ອປະຊາຊົນ, ເພິ່ນເປັນຕົວແທນແຫ່ງນ້ຳໃຈຮັກເຊື້ອແພງຊາດ, ໂອບເອື້ອອາລີ, ມີມະນຸດສະທຳ, ມີຄວາມຊື່ສັດບໍລິສຸດທ່ຽງທຳ, ມີຄວາມຈິງໃຈກໍ່ສ້າງພະນັກງານຮຸ່ນສືບທອດຕ່າງໆ, ດຳລົງຊີວິດແບບລຽບງ່າຍ, ຖະໜອມຖ່ອມຕົວຮ່ຳຮຽນນຳມະຫາຊົນ, ມັກອ່ານມັກຄົ້ນຄວ້າຮ່ຳຮຽນ ແລະ ເອົາໃຈໃສ່ສຶກສາອົບຮົມລູກເຕົ້າໃຫ້ເປັນຄົນດີ.
   ຄຸນງາມຄວາມດີ ແລະ ພາລະກິດຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດໃຫ້ແກ່ການປະຕິວັດກໍ່ຄືປະເທດຊາດ ແລະ ປະ ຊາຊົນແມ່ນໃຫຍ່ຫລວງ. ອຸດົມຄະຕິ ແລະ ການອຸທິດຂອງເພິ່ນຍັງຍືນຍົງ ແລະ ກາຍເປັນພຶດຕິກຳຕົວຈິງໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຂອງພວກເຮົາ.
   ສະນັ້ນ, ເນື່ອງໃນວັນທີ່ມີຄວາມໝາຍສຳຄັນນີ້. ພວກເຮົາສະມາຊິກພັກ, ພະນັກງານ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ ຕະຫລອດທັງປະຊາຊົນບັນດາເຜົ່າຈົ່ງຮ່ຳຮຽນເອົາແບບຢ່າງຄຸນສົມບັດ, ທາດແທ້ປະຕິວັດ, ຄວາມຈົງຮັກພັກດີຄວາມເດັດດ່ຽວ ໜຽວແໜ້ວຂອງປະທານ ໄກສອນ ພົມວິຫານ.
- ເດັດດ່ຽວຢຶດຫມັ້ນໃນເສັ້ນທາງແລະ ຈຸດໝາຍຂອງການປະຕິວັດນັ້ນຄື: ຈຸດໝາຍສັງຄົມນິຍົມ, ຈັດຕັ້ງປະຕິບັດສອງໜ້າທີ່ ຍຸດທະສາດຕາມແນວທາງປ່ຽນແປງໃຫ້ມີຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ, ສ້າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ເປັນປະເທດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
- ເພີ່ມທະວີວຽກງານກໍ່ສ້າງ ແລະ ປັບປຸງພັກໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງໂດຍຢຶດຫມັ້ນຫລັກການ ລວມສູນປະຊາທິປະໄຕ, ເສີມຂະຫຍາຍປະຊາທິປະໄຕ ໄປພ້ອມກັບການເພີ່ມທະວີລະບຽບວິໄນພາຍໃນພັກຢ່າງເຂັ້ມງວດ; ເຊີດຊູ ຄວາມເປັນແບບຢ່າງນຳໜ້າຂອງພະນັກງານສະມາຊິກ ພັກ ໃນທຸກການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ; ສືບຕໍ່ປັບປຸງ ແຜນການ ນຳພາຂອງພັກຕາມທິດເສີມຂະຫຍາຍແບບແຜນການນຳພາຕາມແນວທາງມະຫາຊົນອັນເປັນມູນເຊື້ອທີ່ດີງາມຂອງພັກເຮົາ.
- ຕັ້ງໜ້າບູລະນະລັດປະຊາທິປະໄຕຂອງພວກເຮົາຕາມທິດສ້າງລັດຂອງປະຊາຊົນ,ໂດຍປະຊາຊົນ ແລະ ເພື່ອຜົນ ປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ສ້າງລັດເຮົາໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວພາຍໃຕ້ການນຳພາຂອງພັກ; ສຸມເຫື່ອແຮງ ແລະ ສະຕິປັນຍາໃສ່ການພັດທະນາປະເທດຊາດ, ພາປະເທດຊາດກ້າວຂຶ້ນຫລຸດພົ້ນຈາກຄວາມດ້ອຍພັດທະນາ.
- ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດບົນພື້ນຖານການສ້າງພັນທະພາບກຳມະກອນ, ກະສິກອນ, ນັກຮຽນ ຮູ້ປັນຍາຊົນປະຕິວັດໃຫ້ແໜ້ນແກ່ນພາຍໃຕ້ການນຳພາຂອງພັກເຮົາ.
- ຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ຫມັ້ນຄົງ.
- ຈັດຕັ້ງປະຕິບັດແນວທາງການຕ່າງປະເທດທີ່ສ້າງສັນເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ ແລະ ເປັນເຈົ້າການ, ປະຕິບັດ ນະໂຍບາຍພົວພັນແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບບົນພື້ນຖານເຄົາລົບເອກະລາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

คำสำคัญ (Tags): #president kaysone
หมายเลขบันทึก: 637427เขียนเมื่อ 20 กันยายน 2017 08:44 น. ()แก้ไขเมื่อ 20 กันยายน 2017 08:44 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท