ຄວາມໝາຍຂອງການເມືອງ ການປົກຄອງ


ການເມືອງເປັນເລື່ອງຂອງການແຂ່ງຂັນເພື່ອສະເເຫວງຫາອຳນາດ ເຊີງມີຜົນກະທົບຕໍ່ສັງຄົມການປົກຄອງສ່ວນລວມ ການເມືອງໝາຍເຖິງກ່ຽວກັບການບໍລິຫານວາງລະບຽບກົດເກນສຳຫລັບສັງຄົມເພື່ອໃຫ້ສັງຄົມມີຄວາມສະຫງົບສຸກ ຫລືເພື່ອໃຫ້ເກີດການບຳບັດທຸກ ບຳລຸງສຸກໃຫ້ແກ່ປະຊາຊົນ .
ການເມືອງ ການປົກຄອງມີຄວາມໝາຍທາງລັດຖະສາດດັ່ງນີ້ :

ການເມືອງ ຄື ກິດຈະກຳທາງສັງຄົທີມີຈຸດມຸ່ງໝາຍ ເພື່ອເຂົ້າໄປກຳໜົດທິດທາງການປົກຄອງ ຫລືທິດທາງການເຮັດວຽກຂອງພັກລັດ 
ການປົກຄອງ ຄືການໃຊ້ອຳນາດຂອງລັດທີ່ເຮັດຕໍ່ສັງຄົມ ດັ່ງນັ້ນການບຳບັດທຸກ ບຳລຸງສຸກຈຶງເປັນໜ້າທີ່ຂອງຝ່າຍບໍລິຫານ ຄືລັດຖະບານ
ດັ່ງນັ້ນ ການເມືອງການປົກຄອງ ຈິງມີຄວາມກ່ຽວຂ້ອງ ແລະເສື່ອມໂຍງກັນ ເພາະວ່າການປົກຄອງຕ້ອງອາໄສອຳນາດທາງການເມືອງຈິງສາມາດດຳເນີນການໄດ້ສຳເລັດ ດັ່ງນັ້ນການສຶກສາເລື່ອງການເມືອງການປົກຄອງ ຈິງໝາຍເຖິງການສຶກສາອົງກອນທີ່ໃຊ້ອຳນາດ ແລະລະບຽບກົດເກນການບໍລິຫານ
ທຸກໆປະເທດບໍ່ວ່າຈະເປັນລະບອບການປົກຄອງໄດ ສ່ວນຫລາຍເຂົາຈະເເບ່ງອຳນາດໄວ້ 3 ອຳນາດໃຫຍ່ໆໃນການປົກຄອງປະເທດ ອຳນາດອະທິປະໄຕ ໝາຍເຖິງອຳນາດສູງສຸດ ອຳນາດເດັດຂາດ ໃນການປົກຄອງປະເທດ ແລະອຳນາດຕັດສິນທາງກົດໝາຍສຳຫລັບປະຊາຊົນທີ່ຢູ່ພາຍໃນອະນາເຂດຂອງລັດ ປະເທດທີ່ເປັນເອກະລາດຈະຕ້ອງມີອຳນາດອະທິປະໄຕເປັນຂອງຕົນເອງ ແລະຕ້ອງມີຄົບ 3 ຢ່າງ ອຳນາດທັ້ງ 3 ຕ້ອງສາມາດດຳເນີນກິດຈະການພາຍໃນ ແລະພາຍນອກປະເທດໂດຍອິດສະຫລະ ບໍ່ຖືກບັງຄັບຄວບຄຸມ ຫລືແຊກແຊງຈາກປະເທດອື່ນ .
ອຳນາດອະທິປະໄຕມີ 3 ຄື
1.ອຳນາດນິຕິບັນຍັດ (ສະພາແຫ່ງຊາດ) ຄືອຳນາດໃນການອອກກົດໝາຍ
2.ອຳນາດບໍລິຫານ (ລັດຖະບານ) ຄືອຳນາດໃນການນຳກົດໝາຍໄປບັງຄັບໃຊ້
3.ອຳນາດຕຸລາການ (ສານປະຊາຊົນ) ຄືອຳນາດໃນການຕັດສິນຄະດີທາງກົດໝາຍ

คำสำคัญ (Tags): #ລັດຖະສາດ
หมายเลขบันทึก: 629584เขียนเมื่อ 10 มิถุนายน 2017 14:05 น. ()แก้ไขเมื่อ 23 ตุลาคม 2019 14:25 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท