ຈຸດພິເສດ ແລະ ລັກສະນະຂອງລັດ ສ ປປ ລາວ


1.ຄວາມຮັບຮູ້ພື້ນຖານກ່ຽວກັບລັດ ສ ປປ ລາວ

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຢ່າງສົມບູນແລ້ວ ໄດ້ສ້າງຕັ້ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງວັນທີ 2 ທັນວາ 1975 ການສ້າງຕັ້ງລັດ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວແມ່ນ ໝາກຜົນ ເຊິ່ງພາລະກິດ ຕໍ່ສູ້ປົດປ່ອຍຊາດ ອັນຍາວນານ,ເຕັມໄປດ້ວຍຄວາມຍຸ້ງຍາກລຳບາກແລະ ຄວາມເສຍສະຫຼະຂອງກອງທັບ ແລະ ປະຊາຊົນບັນດາເຜົ່າທີ່ຮັກຊາດ ໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.

ລັດແຫ່ງ ສ ປປ ລາວ ແມ່ນລັດປະຊາທິປະໄຕ ປະຊາຊົນ ແລະ ພາກສ່ວນໜຶ່ງໃໃນໂຄງປະກອບ ດ້ານລະບົບການເມືອງ,ເປັນອົງການແຫ່ງອຳນາດການເມືອງ ແກ່ອຳນາດທັງໝົດຂອງປະຊາຊົນບັນດາເຜົ່າ ເຊີ່ງປະກອບໄປດ້ວຍບັນດາຊົ້ນຄົນຢູ່ໃນສັງຄົມໂດຍແມ່ນ ກໍາມະກອນ,ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນເປັນຫຼັກແຫຼ່ງ,ມີກົງຈັກພິເສດ,ສາມາດເຮັດໃຫ້ລະບຽບຂອງຕົນມີຜົນບັງຄັບສຳລັບປະຊາຊົນ ທັງທັງໝົດ ແລະ ຍັງເປັນອົງການຈັດຕັ້ງເຕົ້າໂຮມທຸກກຳລັງ ແລະປຸກລະດົມຊຸກຍູ້ ປະຊົາຊົນບັນດາເຜົ່າ ປົກປັກສາຄວາມເປັນເອກະລາດແຫ່ງຊາດ ແລະ ອຳນາດອະທິປະໄຕຂອງຊາດໂດຍພົວພັນກັບ ພາລະກິດສ້າງສາປະເທດຊາດເດີນຕາມແນວທາງ ທິດສະດີຂອງ ມາກ-ເລນິນ ຕາມບາດກ້າວຂອງສັງຄົມນິຍົມ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບ,ເອກະລາດ,ມິດະພາບ ແລະ ການຮ່ວມມື;ການຂະຫຍາຍສາຍພົວພັນ ແລະ ຮ່ວມມືກັບທຸກປະເທດບົນຫຼັກການຮ່ວມກັນໂດຍສັນຕິ,ການເຄົາລົບເອກະລາດ,ອະທິປະໄຕ,ຜືນແຜ່ນອັນຄົບຖ້ວນຂອງກັນ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ,ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

1 .1 ຈຸດພິເສດຂອງລັດ ສ ປປ ລາວ

- ໃນສະໄໝການປະຕິວັດຊາດ ປະຊາທິປະໄຕພວກເຮົາໄດ້ສ້າງເຂດປົດປ່ອຍທີ່ມີລັກສະນະ

ເປັນລັດໜຶ່ງ ເຊິ່ງໜ້າທີ່ໃຈກາງແມ່ນນໍາພາປວງຊົນບັນດາເຜົ່າ ຕໍ່ສູ້ຕ້ານກັບສັດຕູ ພາຍຫຼັງໄດ້ຮັບການປົດປ່ອຍປະເທດຊາດຢ່າງສົມບູນແລ້ວໄດ້ສຸມໃສ່ກ່ຽວກັບການປະຕິບັດ ສອງ ໜ້າທີ່ຍຸດທະສາດ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດນີ້ສະແດງໃຫ້ເຫັນ ພາລະບົດບາດ ແລະ ໜ້າທີ່ຂອງລັດ ໄດ້ມີການປ່ຽນແປງຢ່າງເລິກເຊິ່ງ ແລະ ມີຄວາມຫຍຸ້ງຍາກສັບສົນທີ່ສຸດ ເລນິນເຄີຍເວົ້າວ່າ:}ທັງໝົດລັກສະນະທີ່ເປັນເອກະລັກ ແລະ ບັນດາຂໍ້ຫຍຸ້ງຍາກໃນໄລຍະໃໝ່ແມ່ນຢູ່ບ່ອນວ່າ ພວກເຮົາຕ້ອງໄດ້ປະຕິບັດໜ້າທີ່ຕົ້ນຕໍຄື: ການຄຸ້ມຄອງສັງຄົມຊື່ງແມ່ນໜ້າທີ່ອັນຫຍຸ້ງຍາກກວ່າໝູ່ ຍ້ອນວ່າພວກເຮົາຕ້ອງໄດ້ຈັດຕັ້ງ ບັນດາຮາກຖານເສດຖະກິດ ເພື່ອຮັບໃຊ້ຊີວິດຂອງຄົນເປັນລ້ານໆ~

-ພວກເຮົາໄດ້ຫັນປ່ຽນຈາກກນຄຸ້ມຄອງ ປະເທດດ້ວຍລະບອບເກື້ອກູນໄປສູ່ລະບອບໄລ່ລຽງທຸລະກິດ,ລົບລ້າງການເກື້ອກູນແບບລາມປາມ,ຫັນຈາກເສດຖະກິດທໍາມະຊາດກຸ້ມຕົນເອງພໍໃຜພໍລາວ ໄປສູ່ເສດຖະກິດສິນຄ້າຕາມກົນໄກຕະຫຼາດ ທີ່ມີການດັດສົມຂອງລັດ,ອັນນີ້ຊີ້ບອກວ່າພວກເຮົາຕ້ອງເດັດດ່ຽວປ່ຽນແປງຄວາມຊີ້ນເຄີຍ ແລະ ເປັນແຜນໃນການ

ອໍານວຍຄວບຄຸມວຽກງານຂອງລັດຕາມລະບອບເກື້ອກູນທີ່ຕົກທອດມາແຕ່ສະໄໝສົງຄາມຕັ້ງໜ້າຊອກຮູ້ຮໍ່າຮຽນບັນດາກົດເກນເສດຖະກິດ-ສັງຄົມ ແລະ ບົດຮຽນກ່ຽວກັບການຄຸ້ມຄອງທີ່ກ້າວໜ້າຂອງໂລກ.

-ພວກເຮົາໄດ້ຫັນປ່ຽນຈາກການສ້າງເສດຖະກິດທີ່ຖືເອົາກໍາມະສິດຂອງລັດ ແລະ ລວມໝູ່ເປັນຕົ້ນຕໍໄປສູ່ການສ້າງໂຄງປະກອບເສດຖະກິດສິນຄ້າທີ່ີລາຍໄດ້ສ່ວນ,ແນ່ໃສ່ເສີມຂະຫຍາຍ ຄວາມສາມາດ ແລະ ຄຸນປະໂຫຍດອັນຕັ້ງໜ້າຂອງທຸກພາກສ່ວນເສດຖະກິດ ເພື່ອຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ,ພັດທະນາສ້າງສາປະເທດຊາດໃຫ້ຈະເລີນຮູ່ງເຮືອງ.

-ໄດ້ຫັນໄປສູ່ການປະຕິບັດແຜນນະໂຍບາຍເປີດກວ້າງການພົວພັນກັບຕ່າງປະເທດຕ່າງໆ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ,ການລົງທຶນຂອງຕ່າງປະເທດຢ່າງກວ້າງຂວາງ,ຮັບເອົາຜົນສໍາເລັດຂອງຄວາມກ້າວໜ້າທາງດ້ານວິທະຍາສາດ-ເຕັກນິກ ແລະ ບົດຮຽນໃນການຕັ້ງຄຸ້ມຄອງເສດຖະກິດຂອງຕ່າງປະເທດ ແນ່ໃສ່ຊຸກຍູ້ການພັດທະນາເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວຢ່າງໄວວາ,ອັນນີ້ຊີ້ບອກໃຫ້ພວກເຮົາຕ້ອງເຊີດຊູຈິດໃຈບຸກບືນ ແລະ ເປັນເຈົ້າຕົນເອງເພື່ອສົມທົບກໍາລັງແຮງຂອງຊາດກັບກໍາລັງແຮງສາກົນ.

1.2. ລັກສະນະຂອງລັດ ສ ປປ ລາວ

-ລັກສະນະຊົນຊັ້ນຂອງລັດເຮົາ ສະແດງອອກຢ່າງລວມສູນຢູ່ບ່ອນວ່າ: ພັກປະຊາຊົນປະຕິບັດລາວ ເປັນຜູ້ນໍາພາທຸກການເຄືອນໄຫວຂອງລັດ ແນ່ໃສ່ປະຕິບັດແນວທາງ,ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆຂອງພັກໃຫ້ປະກົດຜົນເປັນຈິງ.

-ລັກສະນະຊາດຂອງລັດເຮົາ: ສະແດງຢູ່ບ່ອນວ່າ ແມ່ນລັດເອກະພາບຂອງປະຊາຊົນບັນດາເຜົ່າໃນວົງຄະນາຍາດແຫ່ງຊາດ,ປະຕິບັດຄວາມສະເໜີພາບລະຫວ່າງເຜົ່າຕ່າງໆ ຢ່າງເຖິງຖອງ,ນໍາເອົາຄວາມຢູ່ດີກິນດີມາສູ່ປະຊາຊົນ ແລະ ຄວາມຈະເລີນກ້າວໜ້າມາສູ່ປະເທດຊາດ.

-ລັກສະນະປະຊາຊົນຂອງລັດເຮົາ: ສະແດງອອກຢູ່ບ່ອນວ່າ ອໍານາດທັງໝົດຂອງລັດ ແມ່ນ ອໍານາດຂອງປະຊາຊົນ ແລະ ເພື່ອປະຊາຊົນ,ປະຊາຊົນໄດ້ຮັບການສຶກສາອົບຮົມ,ຍົກລະດັບຄວາມຮູ້ເປັນກ້າວໆ ເພື່ອເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດໃນທຸກດ້ານ,ເຂົ້າຮ່ວມການຄຸ້ມຄອງລັດດ້ວຍຄວາມເປັນເຈົ້າການ.

-ລັກສະນະປະຊາທິປະໄຕຂອງລັດເຮົາ: ສະແດງອອກຢູ່ວ່າ ແມ່ນປະຊາທິປະໄຕຂອງຄົນສວ່ນໃຫ່ຍ,ແມ່ນປະຊາທິປະໄຕທີ່ມີການຈັດຕັ້ງ,ມີການນໍາພາ ແລະ ຢູ່ໃນຂອບເຂດຂອງກົດ ໝາຍ,ທັງເປັນຈຸດໝາຍ,ເປັນກໍາລັງດັນຂອງລະບອບໄໝ່,ຫາກບໍ່ແມ່ນປະຊາທິປະໄຕຕາມໃຈຊອບແບບເສລີອານາທິປະໄຕ,ລັດຄໍ້າປະກັນສິດເສລີພາບ,ປະຊາທິປະໄຕ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ,ພ້ອມມກັນນັ້ນພົນລະເມືອງກໍ່ຕ້ອງປະຕິບັດພັນທະຂອງຕົນຢ່າງຄົບຖ້ວນ.

1ຮສ. ສົມພັນ ຈັນທະລິວົງ ທິດສະດີລັດແລະກົດໝາຍ ປິ 2007 ໜ້າ 59- 66

1.3. ທາດແທ້ຂອງລັດ ສ ປປ ລາວ
ທາດແທ້ຂອງລັດ ສ ປປ ລາວ ແມ່ນສະແດງອອກຢູ່ບ່ອນວ່າ ພາຍໃຕ້ເປັນລັດຂອງປະຊາ ໂດຍປະຊາຊົນ ແລະ ເພື່ອປະໂຫຍດຂອງປະຊາຊົນບັນດາເຜົ່າ ໃຕ້ການນໍາພາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ເຊິ່ງມີພັກປະຊາຊົນປະຕິວັດລາວເປັນແກ່ນນໍາ ດັ່ງທີ່ໄດ້ກໍານົດໄວ້ໃນມາດຕາ 2 ແລະ ມາດຕາ 3 ຂອງລັດຖະທໍາມະນູນ,ນັບແຕ່ກົດໝາຍ,ກົນໄກ ແລະ ນະໂຍບາຍຕ່າງໆຈົນເຖິງບັນດາຫຼັກການ-ການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດລ້ວນແຕ່ເຊື່ອມຊຶມແນວຄິດ,ທັດສະນະຂອງຊົນຊັ້ນກໍາມະກອນ ແນ່ໃສ່ຮັບໃຊ້ຜົນປະໂຫຍດຂອງຊາດ,ຂອງປະຊາຊົນບັນດາເຜົ່າພາລະກໍາປະຫວັດສາດຂອງລັດ ແມ່ນການຈັດຕັ້ງເຕົ້າໂຮມທຸກກ້ອນກໍາລັງເພື່ອຄຸ້ມຄອງປະເທດຊາດສ້າງສາບັນດາປະຖົມປັດໃຈ ໃຫ້ແກ່ການກ້າວຂື້ນສັງຄົມນິຍົມເທື່ອລະກ້າວ,ເຊື່ອມຊຶມທາດແທ້ຂອງຊົນຊັ້ນກໍາມະກອນຂອງລັດ ໝາຍຄວາມວ່າຕ້ອງຍືດໝັ້ນລັດທິມາກ-ເລນິນ,ຍືດໝັ້ນບົດບາດການນໍາຂອງພັກ,ຍືດໝັ້ນພາລະກິດການປ່ຽນແປງໃໝ່ ແລະ ຍຶດໝັ້ນຕໍ່ແນວທາງສັງຄົມນິຍົມ.

1.4. ພາລະບົດບາດຂອງລັດ ສ ປປ ລາວ

ພາລະໜ້າທີ່ຂອງລັດ ສ ປປ ລາວ ແມ່ນປະຕິບັດສອງໜ້າທີ່ຍຸດທະສາດຄື:

-ພາລະບົດບາດປົກປັກຮັກສາປະເທດຊາດ :ແມ່ນໄດ້ສືບຕໍ່ປະຕິບັດຕາມແນວທາງປ້ອງກັນຊາດ,ປ້ອງກັນຄວາມສະຫງົບທົ່ວປວງຊົນ ແນໃສ່ປົກປັກຮັກສາຄວາມເປັນເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ,ປົກປັກຮັກສາລະບອບໃໝ່,ປົກປັກຮັກສາພັກຮັບປະກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.ໃນເງື່ຶອນໄຂທີ່ພວກເຮົາເປີດກວ້າງການພົວພັນກັບຕ່າງປະເທດນີ້ ທຸກຂະແໜງການ ແລະ ພະນັກງານທຸກຄົນ ຕ້ອງມີສະຕິສໍານຶກກ່ຽວກັບການປ້ອງກັນ,ປະສານສົມທົບຢ່າງແໜ້ນແຟ້ນກັນຂະແໜງການປ້ອງກັນຄວາມສະຫງົບ,ພ້ອມກັນນັ້ນກໍ່ຕ້ອງປະຕິບັດແນວທາງ,ນະໂຍບາຍຂອງພັກຢ່າງຖືກຕ້ອງ ແນໃສ່ສ້າງສະພາບແວດລ້ອມແວດລ້ອມພາຍນອກ ອໍານວຍໃຫ້ແກ່ພາລະກິດສ້າງສາປະດທດຊາດໃຫ້ສັນຕິພາບ.

-ພາລະບົດບາດສ້າງສາປະເທດຊາດ: ແມ່ນໄດ້ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນທົ່ວພັກ ທົ່ວປວງຊົນຕິດແໜ້ນກັບການເຊີດຊູນໍາໃຈຮັກຊາດ ເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ອີງໃສ່ປະຊາຊົນເສີມຂະຫຍາຍກໍາລັງອັນມະຫາສານຂອງປະຊາຊົນ ແລະ ເຮັດທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນ;ຮັບປະກັນສະຖຽນນະພາບທາງດ້ານການເມືອງ,ຄວາມສະຫົງບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ

ເພີ່ມທະວີບົດບາດການນໍາພາຂອງພັກໃນທຸກຂົງເຂດວຽກງານ ແລະ ການເຊີດຊູຄວາມສັກສິດແຫ່ງການຄຸ້ມຄອງລັດ;ເສີມຂະຫຍາຍກໍາລັງແຮງຂອງຊາດ ສົມທົບກັບກໍາລັງແຮງຂອງຍຸກໄໝ;ຍາດແຍ່ງເອົາການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກສາກົນທຸກຢ່າງ ມີຫຼັກການແມ່ນສິ່ງທີ່ຂາດບໍ່ໄດ້ສໍາລັບການພັດທະນາປະເທດຊາດ.

2. ອົງປະກອບຂອງລັດ

ຕາມອະນຸສັນຍາມອນເດວິດໂອວ່າດ້ວຍສິດ ແລະ ໜ້າທີ່ຂອງລັດ (The montevideo convention on Rights and Duties of states) ຄ.ສ 1993 ມາດຕາ 1 ໄດ້ອະທິບາຍອົງປະກອບຂອງລັດເພື່ອຈຸດປະສົງໃນທາງດກົດໝາຍລະຫວ່າງປະເທດວ່າລັດປະກອບດ້ວຍ:

-ມີດິນແດນທີ່ແນ່ນອນ (definite territory)

-ມີປະຊາກອນທີ່ແນ່ນອນ (Permanent population)

-ມີລັດຖະບານ (Independent Government)

-ມີຄວາມສາມາດໃນການພົວພັນກັບຕ່າງປະເທດໄດ້ (Capacity into International Relations)

2.1. ມີດິນແດນທີແນ່ນອນ

ໃນທີ່ນີ້ ດິນແດນໝາຍເຖີງພື້ທີ່ຊື່ງມີອະນາເຂດແນ່ນອນພື້ນທີ່ນັ້ນອາດຈະປະກອບດ້ວຍທີ່ ດິນ,ນ່ານນໍ້າສຸດແລ້ວແຕ່ຈະກໍານົດຫຼືເອົາຕາມວິຊາການຕ່າງໆ ຄວາມສໍາຄັນຢູ່ທີ່ການມີຂອບເຂດແນ່ນອນສາມາດລະບຸໄດ້,ກໍານົດໄດ້ ແລະ ຫວງແຫນໄວ້ໃຊ້ປະໂຫຍດ ສະເພາະສັງຄົມຂອງຕົນເອງໄດ້.ດິນແດນລັດຈະກ້ວາງໃຫ່ຍໄພສານພຽງໃດຫຼືນ້ອຍພຽງໃດກໍ່ຕາມບໍ່ມີຂໍ້ກໍານົດຂະໜາດມາດຕະຖານໄວ້ເຊັ່ນ: ສາທາລະນະລັດ ແອນລໍດາ ຊື່ງມີຊາຍແດນລະຫວ່າງຝຣັ່ງເສດ ກັບສະເປນມີເນື້ອທີ່ພຽແຕ່ 350ກິໂລແມັດ ຖ້າທຽບໃສ່ປະເທດທີ່ໃຫ່ຍກວ່າເຊັ່ນ:ສະຫະລັດ,ລັດເຊຍ,ອິນເດຍແລະປະເທດອື່ນໆ.

2.2. ປະຊາກອນ

ອົງປະກອບທີ່ສອງຂອງລັດໄດ້ແກ່ປະຊາກອນ(ພົນລະເມືອງ) ການີ່ມີປະຊາກອນຍ່ອມເປັນປັດໃຈອັນສຳຄັນທີ່ເຮັດໃຫ້ເກີດລັດ ເພາະຖ້າມີແຕ່ດິນແຫ້ງແລ້ງເປົ່າວ່າງຢູ່ ໂດຍປາສະຈາກ ມ່ວນມະນຸດ ກໍ່ບໍຈໍາເປັນຈະຕ້ອງໄປພິຈາລະນາຫາປະໂຫຍດອັນໃດອີກ ມະນຸດເປັນສິ່ງທີ່ສຳຄັນເຮັດໃຫ້ດິນແດນມີຄວາມ ໝາຍ ເພາະເມື່ອເວລາປະກອບເຂົ້າກັນກໍ່ຕ້ອງມີ ການປົກຄອງ,ມີກົດໝາຍ,ມີການຫ່ວງແຫນຮັກສາດິນແດນຂື້ນ.ແຕ່ຖ້າມີປະຊາກອນໂດຍບໍມີຄວາມຜູກພັນໃດໆຕໍ່ກັນ ຕ່າງຄົນຕ່າງຢູ່ໃນດິນແດນນັ້ນ ສະພາບຄວາມເປັນລັດກໍ່ບໍ່ສາມາດເກີດຂື້ນໄດ້

2.3. ລັດຖະບານ

ລັດຖະບານຫຼື ອົງການຂອງລັດຊື່ງເຮັດໜ້າທີ່ໃນການດຳເນີນການ ໃນທາງການເມືອງ ແລະ ການປົກຄອງ ເພື່ອໃຫ້ບັນລຸວັດຖຸປະສົງຕາມທີ່ຕ້ອງການ ໃນທາງກົດໝາຍປົກຄອງຄຳວ່າ:ລັດຖະບານ ໝາຍເຖິງສະເພາະຝ່າຍບໍລິຫານ ແລະ ຝ່າຍປົກຄອງຄືຄະນະລັດຖະມົນຕີ ແລະ ບັນດາເຈົ້າໜ້າທີ່ປົກຄອງທັງຫຼາຍ ອັນເປັນຄວາມໝາຍແຄບເຂົ້າໃຈກັນ ແຕ່ພິຈາລະນາແລ້ວຄໍາວ່າ: ລັດ ແມ່ນໝາຍເຖິງ ສະຖາບັນຫຼື ອົງການຕ່າງໆ ທີ່ມີອໍານາດໜ້າທີ່ ໃນການປົກຄອງດີນແດນ ແລະ ປະຊາກອນໃນດິນແດນ ຕະຫຼອດໃຊ້ອໍານາດອະທິປະໄຕແທນປະຊາກອນໃນດິນແດນ.

2.4. ຄວາມສາມາດໃນການພົວພັນກັບຕ່າງປະເທດໄດ້

ອີງຕາມບັນດາທັດຖານຂອງສົນທິສັນຍາ montevideo ທີ່ຖືກສະເໜີໂດຍຄໍາສອນຂອງ ອະເມລິກາລາຕິນນັ້ນ ແມ່ນໄດ້ສະໜັບສະໜູນໃຫ້ຖືເອົາຕາມວັນນະຄະດີ,ແຕ່ໂດຍທົ່ວໄປແລ້ວກໍ່ບໍ່ໃຫ້ຖືວ່າເປັນການຍອມຮັບທີ່ຈໍາເປັນ.ແຕ່ຢ່າງໃດກໍ່ຕາມໂດຍພື້ນຖານແລ້ວ ໃນບົດຖະແຫຼງການຂອງສະຖາບັນກົດໝາຍຂອງ ສະຫະລັດອາເມລິກາ ແມ່ນຍັງຄົງຮັກສາບັນທັດຖານນີ້ໄວ້ພ້ອມກໍານົດວ່າ: ຈະບໍ່ສາມາດເປັນລັດໄດ້ຖ້າບໍ່ມີຄວາມສາມາດປະຕິບັດ ສາຍພົວພັນກົດໝາຍສາກົນ ຕະຫຼອດເຖີງລັດອື່ນໆ ນອກນັ້ນຍັງມີຄວາມສາມາດທາງດ້ານການເງິນ,ເຕັກນິກ,ຄວາມສາມາດທາງດ້ານການເມືອງ ແລະທຄວາມສາມາດອື່ນໆອີກທີ່ໄດ້ກໍານົດໄວ້ໃນກົດໝາຍສາກົນ.

3.ແຜນວາດລະບົບການກົງຈັກການຈັດຕັ້ງຂອງລັດ ສ ປປ ລາວ.



3.1. ລະບົບກົງຈັກລັດຢູ່ ສ ປປ ລາວ

ກົງຈັກລັດແມ່ນລະບົບອົງການທີ່ນໍາໃຊ້ເພື່ອດໍາເນີນຈຸດປະສົງ ແລະ ພາລະໜ້າທີ່ຂອງລັດ ເປັນຫົວໜ່ວຍເບື້ອງຕົ້ນຂອງລັດ,ອົງການລັດແມ່ນສໍານັກງານ,ອົງການຈັດຕັ້ງທາງດ້ານການເມືອງ,ກະຊວງຫຼືຜູ້ຕ່າງໜ້າ ຜູ້ ນື່ງຜູ້ດຽວຂອງລັດ( ປະທານາທິບໍດີ )ຊຶ່ງມີພາລະໜ້າທີ່ຄຸ້ມຄອງລັດ ໃນບັນດາລັດ ທີ່ມີກົງຈັກການໝາຍຄວາມວ່າ ບຸກຄົນທີ່ປະຕິບັດວຽກງານ ການປົກຄອງ ຢູ່ພາຍໃຕ້ລະບຽບວິໄນ,ມີຄວາມຮັບຜິດຊອບ ແລະ ພ້ອມດຽວກັນນັ້ນກໍ່ມີສິດ ແລະພັນທະໃນການດໍາເນີນວຽກງານ ມີພາລະໜ້າທີ່ຄອບຄອງ,ມີຄວາມສາມາດອອກລະບຽບການ,ບັງຄັບໃຫ້ປະຕິບັດຢ່າງເຂັ້ມງວດ ເຊິ່ງປະກອບດ້ວຍ 3 ພາກສ່ວນຄື:

3.2 ອົງການນິຕິບັນຍັດ ( ສະພາແຫ່ງຊາດ)

ອົງການນິຕິບັນຍັດ ເປັນກົນໄກອັນສໍາຄັນປະການໜຶ່ງໃນການບໍລິຫານ ແລະ ການປົກຄອງປະເທດ.ໂດຍສະເພາະຢ່າງຍິ່ງໃນປະເທດທີ່ປົກຄອງ ໂດຍລະບອບປະຊາທິປະໄຕ, ອົງການນິຕິບັນຍັດ ເປັນທີີ່ມາແຫ່ງກົດໝາຍ ແລະ ນະໂຍບາຍທີ່ໃຊ້ບໍລິຫານປະເທດ,ເປັນຕົວແທນແຫ່ງສິດອໍານາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາຊົນເຜົ່າ,ເປັນອົງການອໍານາດແຫ່ງລັດທັງເປັນອົງການນິຕິບັນຍັດທີ່ມີສິດຕົກລົງບັນຫາພື້ນຖານຂອງປະເທດຊາດ,ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ,ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ອົງການນິຕິບັນຍັດມີສິດແລະໜ້າທີ່ດັ່ງຕໍ່ໄປນີ້:

-ສ້າງ,ຮັບຮອງເອົາ ຫຼື ປ່ຽນແປງລັດຖະທໍາມະນູນ

-ພິຈາລະນາ,ຮັບຮອງເອົາການກໍານົດ,ການປ່ຽນແປງ,ລົບລ້າງ ຫຼື ຍົກເລີກກົດໝາຍ

-ເລືອກຕັ້ງ ຫຼື ປົດຕໍາແໜ່ງປະທານປະເທດ ແລະ ຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ

-ໃຫ້ຄວາມເຫັນຊອບ ຫຼື ອະນຸມັດນະໂຍບາຍຂອງລັດຖະບານ

-ພິຈາລະນາ,ຮັບຮອງເອົາການສະເໜີີຕັ້ງຫຼືປົດຕໍາແໜ່ງລັດຖະມົນຕີ,ຕາມການສະເໜີຂອງປະທານປະເທດ.

- ພິຈາລະນາ ຮັບຮອງ ການໃຫ້ນິລະໂທດກໍາ

-ຕິດຕາມກວດກາ ການປະຕິບັດລັຖະທະມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດ,ມະຕິຕົກລົງຂອງຄະນະປະຈໍາສະພາ,ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດ,ໂຄງການລະດັບຊາດ ແລະ ໂຄງການທີ່ມີຜົນກະທົບຕໍ່ປະຊາຊົນຈໍານວນຫຼາຍ ຫຼືຕໍ່ສິ່ງແວດລ້ອມຢ່າງ ຮ້າຍແຮງ.

-ພົວພັນກັບຕ່າງປະເທດ ແລະ ອົງການລັດຖະສະພາສາກົນ

-ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນກົດໝາຍ.

3.3. ອົງການບໍລິຫານ

ອົງການບໍລິຫານ ກໍ່ຄື ປະທານປະເທດ ແລະ ລັດຖະບານ ຫຼື ລັດຖະມົນຕີ ເຊິ່ງເປັນອົງການທີ່ມີບົດບາດສໍາຄັນທີ່ສຸດ ໃນການໃຊ້ອໍານາດທາງດ້ານການເມືອງ ( political Authority )ຊຶ່ງໝາຍເຖີງຄະນະບຸກຄົນທີ່ມີໜ້າທີ່ຫຼັກຄື:ການນໍາເອົາກົດໝາຍໄປໃຊ້ ຫຼື ຮັບຜິດຊອບໃນງານ ສ່ວນການປົກຄອງປະເທດ ດໍາເນີນການປົກຄອງປະເທດໃຫ້ເປັນໄປຕາມນະໂຍບາຍ ແລະ ກົດໝາຍທີ່ກໍານົດໄວ້ ເຊິ່ງປະກອບມີ 3 ພາກສວ່ນຄື:

3.4. ປະທານປະເທດ

ເປັນປະມຸກລັດແຫ່ງ ສ ປປ ລາວ ເປັນອົງການບໍລິຫານສູງສຸດ,ເປັນຜູ້ຕ່າງໜ້າໃຫ້ປະຊາຊົນລາວບັນດາເຜົ່າຢູ່ພາຍໃນ ແລະ ຕ່າງປະເທດ.ປະເທດປະເທດແມ່ນສະພາແຫ່ງຊາດເປັນຜູ້ເລືອກຕັ້ງໂດຍໄດ້ຮັບຄະແນນສ່ຽງຢ່າງໜ້ອຍສອງສ່ວນສາມຂອງສະມາຊິກຂອງສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການເທົ່າກັບອາຍຸຂອງສະພາແຫ່ງຊາດ.

ປະທານປະເທດມີສິດ ແລະ ໜ້າທີ່ດັ່ງນີ້:

1)ປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍທີ່ສະພາແຫ່ງຊາດໄດ້ຕົກລົງຮັບເອົາແລ້ວ

2)ອອກລັດຖະບັນຍັດ ແລະ ລັດຖະດຳລັດ.

3)ສະເໜີການແຕ່ງຕັ້ງຫຼືປົດຕໍາແໜ່ງນາຍຍົກລັດຖະມົນຕີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຕົກລົງ

4)ແຕ່ງຕັ້ງ ຫຼື ປົດຕໍາແໜ່ງນາຍຍົກລັດຖະມົນຕີ,ແຕ່ງຕັ້ງຍົກຍ້າຍ ຫຼືປົດຕໍາແໜ່ງສາມາຊິກລັດຖະບານ ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ.

5)ແຕ່ງຕັ້ງ ຫຼື ປົດຕໍາແໜ່ງຮອງປະທານສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ,ແຕ່ງຕັ້ງ ຫຼື ປົດຕຳແໜ່ງຮອງໄອຍະການສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານໄອຍະການສານປະຊາຊົນສູງສຸດ.

6)ແຕ່ງຕັ້ງ ຫຼື ປົດຕໍາແໜ່ງເຈົ້າແຂວງ,ເຈົ້າຄອງນະຄອນ ຕາມການສະເໜີຂອງນາຍຍົກລັດຖະມົນຕີ

7)ເປັນແມ່ທັບກໍາລັງ ປະກອບອາວຸດຂອງປະຊາຊົນ

8)ຕົກລົງເລື່ອນຊັ້ນ ຫຼື ປົດຊັ້ນນາຍຍພົນໃນກໍາລັງປ້ອງກັນຊາດ-ປ້ອງການຄວາມສະຫງົບ ຕາມການສະເໜີຂອງນາຍຍົກລັດຖະມົນຕີ

9)ຮຽກໂຮມ ແລະເປັນປະທານນກອງປປະຊຸມພິເສດຂອງລັດຖະບານ.

10) ຕົກລົງປະດັບຫຼຽນຄໍາແຫ່ງຊາດ,ຫຼຽນກຽດຕິຄຸນ,ຫຼຽນໄຊ ແລະ ນາມມະຍຸດສູງສຸດແຫ່ງລັດ

11) ຕົກລົງການໃຫ້ອະໄພຍະໂທດ

12) ປະກາດໃຫ້ສັດຕະຍາບັນ ຫຼື ການລົບລ້າງສົນທິສັນຍາ ແລະ ສັນຍາທີ່ໄດ້ເຊັນກັບຕ່າງປະເທດ.

13) ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນກົດໝາຍ

__________________________

3.5. ລັດຖະບານ

ແມ່ນອົງການບໍລິຫານແຫ່ງລັດ ລັດຖະບານ ຄຸ້ມຄອງເປັນເອກະພາບການປະຕິບັດໜ້າທີ່ຂອງ

ລັດທຸກດ້ານຄື:ດ້ານການເມືອງ,ເສດຖະກິດ,ວັດທະນາທໍາ-ສັງຄົມ,ປ້ອງກັນຊາດ-ປ້ອງການຄວາມສະຫງົບ,ການຕ່າງປະເທດ,ລັດຖະບານປະກອບດ້ວຍນາຍົກລັດຖະມົນຕີ,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີອົງການທຽບເທົ່າຂອງກະຊວງ ລັດຖະບານມີອາຍຸການເທົ່າກັບອາຍຸການຂອງສະພາ.

ລັດຖະມົນຕີ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫຼື ປົດຕໍາແໜ່ງ ພາຍຫຼັງສະພາແຫ່ງຊາດ ຮັບຮອງເອົາແລ້ວ.

ລັດຖະບານມີສິດ ແລະ ໜ້າທີ່ດັ່ງນີ້:

1)ປະຕິບັດລັດຖະທໍາມະນູນ ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ,ລັດຖະບັນຍັດ ແລະ ລັດຖະດໍາລັດຂອງປະທານປະເທດ

2)ສະເໜີຮ່າງກົດໝາຍ ແລະ ຮ່າງລັດຖະບັນຍັດຕໍ່ສະພາແຫ່ງຊາດ,ຮ່າງລັດຖະດໍາລັດຕໍ່ປະທານປະເທດ.

3)ກໍານົດແຜນ ຍຸດທະສາດ,ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັັັດປະຈໍາປີ ແລ້ວນໍາມາສະເໜີສະພາແຫ່ງຊາດ ພິຈາລະນາ ຮັບຮອງເອົາ.

4)ລາຍງານວຽກງານຂອງຕົນຕໍ່ສະພາແຫ່ງຊາດ,ຕໍ່ຄະນະປະຈໍາສະພາແຫ່ງຊາດ(ໃນເວລາທີ່ສະພາບໍ່ໄດ້ເປີດປະຊຸມ) ແລະ ລາຍງານຕໍ່ປະທານປະເທດ.

5)ອອກດໍາລັດ,ມະຕິການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ-ສັງຄົມ,ວິທະສາດເຕັກນິກ,ເຕັກໂນໂລຍີ,ຊັບພະຍາກອນທໍໍາມະຊາດ,ສິ່ງແວດລ້ອມ,ປ້ອງກັນຊາດ-ປ້ອງການຄວາມສະຫງົບ ແລະການຕ່າງປະເທດ.

6)ຈັດຕັ້ງ,ຊີ້ນໍາ ວຽກງານການເຄືອນໄຫວຂອງບັນດາຂະແໜງ ແລະ ອົງການປົກຄອງຂັ້ັນທ້ອງຖິ່ນ.

7)ເຊັນສົນທິສັນຍາ,ສັນຍາກັບຕ່າງປະເທດ ແລະ ຊີ້ນໍາການປະຕິບັດສົນທິສັນຍາ ແລະສັນຍາ ທີ່ເຊັນແລ້ວ.

8)ງົດການປະຕິບັດ,ລົບລ້າງ ຫຼື ຍົກເລີກຂໍ້ຕົກລົງ,ຄໍາສັ່ງຂອງກະຊວງ,ອົງການທຽບເທົ່າກະຊວງ,ອົງການທີ່ຂື້ນກັບລັດຖະບານ ແລະ ອົງການຂັ້ນທ້ອງຖິ່ນທີ່ຂັດຕໍ່ລະບຽບກົດໝາຍ.

9)ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນກົດໝາຍ.

____________________________

3.6.ການປົກຄອງຂັ້ນທ້ອງຖິ່ນ

ການປົກຄອງຂັ້ນທ້ອງຖິ່ນແມ່ນອົງການບໍລິຫານລັດຂັ້ນທ້ອງຖິ່ນ,ມີພາລະບົດບາດເປັນຕົວແທນ ແລະ ຮັບຜິດຊອບຕໍ່ລັດຖະບານ ໃນດ້ານການເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມ,ການກໍ່ສ້າງ,ການກໍ່ສ້າງຊັບພະຍາກອນມະນຸດ,ການນໍາໃຊ້ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມ ແລະ ຊັບພະຍາກອນອື່ນໆ ຢູ່ ສ ປປ ລາວ ແບ່ງອອກເປັນ 3 ພາກສ່ວນຄື:

-ຂັ້ນແຂວງ: ມີແຂວງ,ນະຄອນ

-ຂັ້ນເມືອງ:ມີເມືອງ,ເທດສະບານ

-ຂັ້ນບ້ານ: ມີບ້ານ

ແຂວງມີເຈົ້າແຂວງ,ນະຄອນມີເຈົ້າຄອງນະຄອນ,ເມືອງມີເຈົ້າເມືອງ,ເທດສະບານມີຫົວໜ້າເທດສະບານ,ບ້ານມີນາຍບ້ານ

ເຈົ້າແຂວງມີຮອງເຈົ້າແຂວງ,ເຈົ້ານະຄອນມີຮອງເຈົ້ານະຄອນ,ເຈົ້ົາເມືອງມີຮອງເຈົ້າເມືອງ,ຫົວໜ້າເທດສະບານມີຮອງຫົວໜ້າເທດສະບານ,ນາຍບ້ານມີຮອງນາຍບ້ານເປັນຜູ້ຊ່ວຍວຽກ.

ເຈົ້າແຂວງ,ເຈົ້າຄອງນະຄອນ,ເຈົ້າເມືອງ ມີສິດແລະໜ້າທີ່ລວມດັ່ງນີ້:

1)ຮັບປະກັນປະຕິບັດຕາມ ລັດຖະທໍາມະນູນ ແລະ ກົດໝາຍ ຈັດຕັ້ງປະຕິບັດທຸກມະຕິຄໍາສັ່ງຂັ້ນເທິງວ່າງອອກຢ່າງເຂັ້ມງວດ.

2)ຈັດຕັ້ງ,ຊີ້ນໍາ ວຽກງານການເຄືອນໄຫວຂອງບັນດາຂະແໜງ ແລະ ທຸກຂັ້ນທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ.

3)ງົດການປະຕິບັດ,ລົບລ້າງ ຫຼື ຍົກເລີກຂໍ້ຕົກລົງທຸກຂະແໜງການທີ່ຂື້ນກັບຕົນ ຫຼືຂັ້ນລຸ່ມທີ່ຂັດກັບກົດໝາຍ.

4)ຄຸ້ມຄອງພົນລະເມືອງ,ພິຈະລະນາ ແລະ ແກ້ໄຂຄໍາຮ້ອງທຸກ,ຄໍາສະເໜີຂອງປະຊາຊົນຢູ່ໃນສິດອໍານາດທີ່ກໍານົດໄວ້ໃນກົດໝາຍ.

5)ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນກົດໝາຍ.

-ຫົວໜ້າເທດສະບານມີສິດ ແລະ ໜ້າທີ່ໃນການວາງແຜນ,ຈັດຕັ້ງປະຕິບັດຄຸ້ມຄອງ,ພັດທະນາຕົົວເມືອງ,ບໍລິການສາທາລະນະໃຫ້ທົ່ວເຖີງ,ມີລະບຽບຮຽບຮ້ອຍ...ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນກົດໝາຍ.

-ນາຍບ້ານມີຄວາມຮັບຜິດຊອບປະຕິບັດຕາມກົດໝາຍ ແລະ ປະຕິບັດຕາມຄໍາສັ່ງຂອງລັດ,ປົກປັກຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຂອງບ້ານ ແລະ ພັດທະນາບ້ານໃຫ້ມີໜັກແໜ້ນທຸກດ້ານ.

____________________________

3.7. ອົງການຕຸລາການ

ແມ່ນອົງການພິພາກສາຂອງລັດ,ສານພິຈາລະນາຄະດີເປັນໝູ່ຄະນະ,ສານພິຈາລະນາຕັດສິນຄະດີຕ່າງໆຕາມບົດບັນຍັດແຫ່ງກົດໝາຍບົນພື້ນຖານຄວາມເປັນເອກະລາດ ສານມີໜ້າທີ່ອັນສໍາຄັນຕໍ່ການຮັບຜິດຊອບໃນການຮັກສາເສລີພາບຂອງບຸກຄົນປົກປ້ອງຄຸ້ມຄອງ ແກ້ໄຂບໍ່ໃຫ້ເອກະຊົນຜູ້ໃດລ່ວງລໍ້າເສລີພາບຕໍ່ກັນ,ເປັນສະຖາບັນຄວບຄຸມໃຫ້ເຈົ້າໜ້າທີ່ຂອງລັດຖະບານ ໃຊ້ອໍານາດເກີນຂອບເຂດສານປະຕິບັດໜ້າທີ່ບົນພື້ນຖານແຫ່ງຄວາມຍຸດຕິທໍາໂດຍຫຼັກການວ່າ: ທຸກຄົນລ້ວນເທົ່າທຽມກັນພາຍໃຕ້ກົດໝາຍ.

ສານປະຊາຊົນປະກອບມີ:

-ສານປະຊາຊົນສູງສຸດ

-ສານອຸທອນ

-ສານປະຊາຊົນແຂວງ,ນະຄອນ

-ສານປະຊາຊົນເມືອງ

-ສານທະຫານ

ອົງການໄອຍະການສານປະຊາຊົນ

-ອົງການໄອຍະການສານປະຊົນສູງສຸດ

-ອົງການໄອຍະການສານປະຊົນຂັ້ນອຸທອນ

-ອົງການໄອຍະການສານປະຊົນແຂວງ,ນະຄອນ

-ອົງການໄອຍະການສານປະຊົນເມືອງ

-ອົງການໄອຍະການສານທະຫານ

ຄະດີທຸກຄະດີ ທັງຄະດີທາງແພ່ງ ແລະ ຄະດີອາຍາຕ້ອງເລີ່ມຕົ້ນທີ່ສານຂັ້ນແຂວງ,ເມືອງ,ນະຄອນດຕັດສິນແລ້ວ ຄູ່ກໍລະນີບໍ່ຍິນຍອມ(ບໍ່ພໍໃຈ)ຕາມຄໍາຕັດສິນມີສິດອຸທອນ ແລະ ດີກາຕໍ່ໄປໄດ້. ສານທະຫານ ມີອໍານາດ ພິຈາລະນາຄະດີ ຕາມກົດໝາຍບັນຍັດເຊັ່ນ: ຄວາມຜິດກ່ຽວກັບກົດໝາຍ ຫຼື ລະບຽບການທະຫານ,ໃນຍາມກົດບັດໄອຍະການເສິກ ຫຼື ການປະຕິວັດ,ອາດມີຄວາມຜິດບາງປະການ,ຕ້ອງຂື້ນສານທະຫານ ແລະ ອາດຈະໃຫ້ສານທົ່ວໄປ ເຮັດໜ້າທີ່ເປັນສານທະຫານໄດ້ຄໍາຕັດສິນຂອງສານທະຫານບໍ່ມີສິດອຸທອນ ແລະ ລົບລ້າງ.

____________________

ອ.ຈ ບຸນແຍງ ໄຊຍະວົງ ປື້ມແບບຮຽນສຶກສາພົນລະເມືອງຊັ້ນມັດທະຍົມປີທີ່ 7 ໜ້າທີ່ 103 ປີ 2010

ອາຈານ ບຸນຄົງ ເພັດດາວຮຸ່ງ ຄວາມຮູ້ພື້ນກ່ຽວກັບລັດຖະສາດ ປີ 2009 ໜ້າ 56

4. ສະຫຼຸບເນື້ອໃນລວມ:

ຈຸດພິເສດ ແລະ ລັກສະນະຂອງລັດ ສ ປປ ລາວ ແມ່ນລັດຂອງປະຊາຊົນໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ,ທຸກອໍານາດລ້ວນແຕ່ຂື້ນກັບປະຊາຊົນ,ສິດອໍານາດຂອງກົງຈັກລັດແມ່ນປະຊາຊົນມອບໃຫ້ລັດ ໂດຍແມ່ນປະຊາຊົນເປັນຜູ້ເລືອກເອົາ ແລະ ສ້າງຕັ້ງຂື້ນ,ປະຊາຊົນເປັນຜູ້ຕິດຕາມກວດກາ ແລະ ສະເໜີປົດຜູ້ແທນຂອງຕົນ ຫຼື ຕົວແທນຂອງລັດຖ້າເຫັນວ່າມີການປະພຶດທີ່ບໍ່ສົມກຽດສັກສີ ຫຼື ຂາດຄວາມໄວ້ໃຈຈາກປະຊາຊົນ,ທຸກການເຄື່ອນໄຫວຂອງລັດແມ່ນ ເພື່ອຜົນປະໂຫດຂອງປະຊາຊົນ ແລະ ປະເທດຊາດ ໂດຍຖືເອົາການຮັບໃຊ້ປະຊາຊົນ ຫຼື ປະເທດຊາດ ເປັນເປົ້າໝາຍອັນສູງສົ່ງຂອງຕົນ ແລະ ເດີນຕາມສັງຄົມໃໝ່ຕາມທິດທາງສັງຄົມນິຍົມ ເພື່ອນໍາເອົາຄວາມຢູ່ດີກິນດີມາໃຫ້ປະຊາຊົນ ແລະ ເຮັດໃຫ້ປະເທດຊາດຈະເລີນຮຸ່ງເຮືອງ,ສີວິໄລ,ເຂັ້ມແຂງ ວັດທະນາຖາວອນ ຕະຫຼອດໄປ.

ຈຸດພິເສດ ແລະ ລັກສະນະຂອງລັດ ສ ປປ ລາວ ອີກອັນໜຶ່ງແມ່ນ ແມ່ນລັດທີ່ເປັນຕົວແທນໃຫ້ແກ່ປະເທດຊາດ ໃຫ້ແກ່ປະຊາຊົນບັນດາເຜົ່າຢ່າງແທ້ຈິງ ມີພາລະບົດບາດຜະເດັດການ ຕໍ່ອິດທິກໍາລັງ ປໍລະປັກ ທີ່ທໍລະຍົດປະເທດຊາດຕໍ່ປະຊາຊົນ,ປະຕິບັດປະຊາທິປະໄຕ ຕໍ່ປະຊາຊົນ ແລະ ຕໍ່ບັນດາປະເທດທີ່ເປັນພັນທະມິດ.

5.ຜົນໄດ້ຮັບການສຶກສາ

ຜົນໄດ້ຮັບຈາກການຂຽນບົດລາຍງານນີ້ໄດ້ເຮັດໃຫ້ຜູ້ຂຽນມີການຮັບຮູ້ ແລະ ຄວາມ ເຂົ້າໃຈກ່ຽວກັບທິດສະດີລັດ ແລະ ກົດໝາຍ ຫຼາຍຂື້ນກວ່າເກົ່າໄດ້ຮູ້ຄວາມເປັນມາ,ຄວາມໝາຍຄວາມສໍາຄັນ,ໂຄງຮ່າງອົງປະກອບຕ່າງຂອງລັດ ແລະ ທາດແທ້, ພາລະບົດບາດຂອງລັດ ສ ປປ ລາວ ແລະ ວິທີການປົກຄອງໃນລາວເຮົາ ກໍ່ເຫັນວ່າພັກລັດ ເຮົາກໍ່ໄດ້ເອົາໃຈໃສ່ໃນການປົກປັກຮັກສາ ສ້າງສາ ພັດທະນາ ປະເທດຊາດ ເພື່ອຄວາມຜາສຸກຂອງ ປວງຊົນລາວໃນປະເທດຊາດ ແລະ ກໍ່ຍັງໄດ້ຄວາມຮູ້ອັນໃໝ່ໆ ຈາກການຄົ້ນຄ້ວາຈາກຕໍາລາຕ່າງໆ ແລະ ປະສົບການໃນການພິມ,ການສອບຖາມອາຈານເຖີງວິທີຂຽນບົດລາຍງານ.

ທັງໝົດທີ່ກ້າວມານີ້ລ້ວນແຕ່ບົດຮຽນອັນລໍ້າຄ່າສໍາລັບຜູ້ຂຽນ.

ເອກະສານອ້າງອີງ

1)ທິດສະດີລັດ ແລະ ກົດໝາຍ ຮສ.ສົມພັນ ຈັນທະລີວົງ ພິມຄັ້ງທີ 2 ປີ 2007.

2)ຄວາມຮູ້ພື້ນກ່ຽວກັບລັດຖະສາດ ອາຈານ ບຸນຄົງ ເພັດດາວຮຸ່ງ ປີ 2009.

3)ກົດໝາຍລະຫ່ວາງຊາດພັກລັດ ອາຈານແສງເພັດ ອຸໄທ,ອ.ຈ ບຸນຍະເດດ ອ.ຈ ແກ້ວສາຍຈົງ ສາຍສຸວັນນະວົງ ເຫຼັ້ມ 1 ປີ 2008.

4)ປື້ມແບບຮຽນສຶກສາພົນລະເມືອງຊັ້ນມັດທະຍົມປີທີ່ 7 (ສະບັບຊົ່ວຄາວ)

ອ.ຈ ບຸນແຍງ ໄຊຍະວົງ,ຄໍາເມິງ ມວນມະນີ,ຄໍາເບົ້າ ລູກສອນ,ຮສ. ຄໍາຜິວ ນວນລໍາພູນ,ຮສ.ພຽງສີ ແສນສະຖິດ ປີ 2010.

คำสำคัญ (Tags): #LPDR
หมายเลขบันทึก: 629046เขียนเมื่อ 31 พฤษภาคม 2017 09:23 น. ()แก้ไขเมื่อ 31 พฤษภาคม 2017 09:23 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท