ຄວາມເປັນມາຂອງສົນທິສັນຍາ



1.ຄວາມເປັນມາຂອງສົນທິສັນຍາ

ກ່ອນປີ 1969, ກົດໝາຍລະຫວ່າງຊາດກ່ຽວກັບສົນທິສັນຍານັ້ນມີລັກສະນະຖືວ່າເປັນກົດມາຍຮີດຄອງປະເພນີ ແລະ ແນວຄວາມຄິດຂອງນັກທິດສະດີກົດໝາຍລະຫວ່າງປະເທດບາງທ່ານເປັນຕົ້ນແມ່ນບົດຂຽນຂອງທ່ານ (Hugo Grotius)ຊາວດັທຊ໌ ເຊິ່ງໄດ້ຮັບການຍ້ອງຍໍວ່າເປັນບິດາຂອງກົດໝາຍລະຫວ່າງຊາດ.

ໃສນສະຕະວັດທີ 19-20 ຫຼັກການທົ່ວໄປຂອງກົດໝາຍລະຫວ່າງຊາດວ່າດ້ວຍສົນທິສັນຍາໄດ້ກາຍເປັນຮີດຄອງປະເພນີທີ່ປະຕິບັດໂດຍສອດຄ່ອງສັງຄົມລະຫວ່າງຊາດ ແລະ ກາງສະຕະວັດທີ 20 ກໍ່ໄດ້ມີຄວາມພະຍາຍາມປະມວນກົດໝາຍວ່າດ້ວຍສົນທິສັນຍາໃຫ້ເປັນລາຍລັກອັກສອນຂື້ນ ໂດຍຄະນະກຳມະທິການກົດໝາຍລະຫວ່າງຊາດ ຂອງອົງການສະຫະປະຊາຊາດເປັນຜູ້ດຳເນີນການ ແລະ ສຳເລັດເທື່ອທຳອິດໃນປີ 1966ມີທັງໝົດ 75 ມາດຕາ

ຮ່າງສັນທິສັນຍານີ້ໄດ້ມີການພິຈະລະນາໃນກອງປະຊຸມກຸງວຽນນາໃນປີ 1968 ແລະ ໄດ້ຖືກຮັບຮອງເອົາໃນວັນທີ 22 ພຶດສະພາ 1969 ປະກອບທັງໝົດມີ 85 ມາດຕາ.ບົດບັນຍາທີ່ປະມວນໄວ້ໃນສົນທິສັນຍາສະບັບນີ້ປະກອບດ້ວຍຫຼັກການວ່າດ້ວຍສົນທິສັນຍາທີ່ເປັນຮີດຄອງປະເພນີເກົ່າ,ຫຼັກການທີ່ໄດ້ພັດທະນາໃໝ່ ແລະ ຫຼັກການທີ່ເກີດຈາກການປະນິປະນອມ,ທັດສະນະຄະຕິ ແລະ ແນວທາງປະຕິບັດທີ່ແຕກຕ່າງກັນຂອງແຕ່ລະລັດ.

ໃນການທີ່ມີປະມວນກົດໝາຍວ່າດ້ວຍສົນທິສັນຍາ ກໍ່ເນື່ອງຈາກວ່າລັດຕ່າງໆໄດ້ຄໍານຶ່ງເຖິງບົດບາດສໍາຄັນຂອງສັນທິສັນຍາໃນປະຫວັດສາດການພົວພັນສາກົນ,ກົດໝາຍສົນທິສັນຍາໄດ້ຕັ້ງຂໍ້ສັງເກດວ່າເປັນຫຼັກການ ແຫ່ງຍອມຮັບດ້ວຍຄວາມສະໝັກໃຈ ແລະ ໂດຍສຸດຈະລິດ ແລະ ຫຼັກການສົນທິສັນຍາຕ້ອງໄດ້ຮັບການເຄົາລົບ ແລະ ຖືກປະຕິບັດລ້ວນແຕ່ເປັນຫຼັກການທີ່ຍອມຮັບກັນໂດຍທົ່ວໄປໃນພົວພັນລະຫວ່າງປະເທດ.

หมายเลขบันทึก: 621252เขียนเมื่อ 9 มกราคม 2017 20:58 น. ()แก้ไขเมื่อ 9 มกราคม 2017 20:58 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท