ການພັດທະນາທັກສະການລົບເລກມີຈື່ໂດຍເນັ້ນການສອນແບບແກ້ໄຂບັນຫານຳໃຊ້ດ້ວຍເກມສຳລັບນັກຮຽນຂັ້ນ ປ 3 ທີ່ໂຮງຮຽນປະຖົມມູນລະຟັງຖານນ້ອຍ ເມືອງຄົງເຊໂດນ ແຂວງສາລະວັນ ສົກຮຽນ 2015-2016

ບົດນຳ

1.ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

ຄະນິດສາດຢູ່ຊັ້ນປະຖົມແມ່ນແນ່ໃສ່ພັດທະນາຄວາມສາມາດໃນການຄົ້ນຄິດ, ການຄຳນວນ, ຮູ້ໄຕ່ຕອງຫາເຫດຜົນສ້າງຄວາມຊິນເຄີຍໃນລະບຽບແບບແຜນທັງສາມາດສະແດງແນວຄິດ ແລະ ພຶດຕິກຳຂອງຕົນອອກຢ່າງຊັດເຈນ. ທັງໝົດນີ້ແມ່ນເພື່ອເຮັດໃຫ້ນັກຮຽນສາມາດນຳໃຊ້ເຄື່ອງມືໃນການຮຽນວິຊາອື່ນໆ ແລະ ການດຳລົງຊີວິດປະຈຳວັນໃຫ້ມີຄຸນະພາບນອກຈາກນີ້ແລ້ວຄະນິດສາດຢູ່ຂັ້ນປະຖົມຍັງແນ່ໃສ່ປູກຝັງ ແລະ ສົ່ງເສີມທັດສະນະຄະຕິທີ່ດີຕໍ່ຄະນິດສາດ[1]

ໃນການຈັດການຮຽນ-ການສອນມີຜົນສຳເລັດ, ໄດ້ຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບ ນັກຮຽນຕ້ອງໄດ້ສົນທະນາແລກປ່ຽນບົດຮຽນ ແລະ ຄວາມຄິດເຫັນ, ພ້ອມທັງຄົ້ນຄວ້າ ແລະ ຖ່າຍທອດຄວາມຮູ້ເຊິ່ງກັນ ແລະ ກັນ ເຊິ່ງ ມັນສະແດງອອກໃນຫຼັກການ, ວິທີສອນຕ່າງໆຂອງຄູເຊັ່ນ: ການສອນຄະນິດສາດແບບໂດຍກົງ, ການສອນຄະນິດສາດແບສືບສວນ , ການສອນຄະນິດສາດແບບໂຈດບັນຫາ ແລະ ບັນດາເຕັກນິກ, ວິທີສອນຕ່າງໆ ດັ່ງນັ້ນ ໃນການມີສ່ວນຮ່ວມຂອງນັກຮຽນໃນການຮຽນ-ການສອນຂອງຄູແມ່ນມີຄວາມຈຳເປັນ ແລະ ສຳຄັນທີ່ສຸດ ເພາະວ່າ ຈະຊ່ວຍໃຫ້ບັນຍາກາດໃນການຮຽນມີຄວາມຮູ້,ຄວາມສາມມາດ ແລະ ມີສ່ວນຮ່ວມໃນຂະບວນການຮຽນ-ການສອນຫຼາຍຂຶ້ນ.

ສະພາບການຈັດການຮຽນ-ການສອນໃນໄລຍະຜ່ານມາໃນໂຮງຮຽນແຫ່ງນີ້ໄດ້ດຳເນີນການຈັດການຮຽນ-ການສອນໄປຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ແລະ ການຈັດກິດຈະກຳການຮຽນ-ການສອນແມ່ນມຸ່ງເນັ້ນໃສ່ຕົວຂອງຜູ້ຮຽນເປັນສ່ວນຫຼາຍເພື່ອໃຫ້ຜູ້ຮຽນເກີດມີທັກສະ ຫຼື ເກີດຂະບວນການຮຽນຮູ້ໃນການແກ້ໄຂບັນຫາທາງດ້ານຄະນິດສາດ ຄູໄດ້ໃຫ້ນັກຮຽນມີສ່ວນຮ່ວມໃນການດຳເນີນກິດຈະກຳການຮຽນ-ການສອນເປັນຕົ້ນແມ່ນການຈັດກ່ານຮຽນ-ການສອນໄປຕາມແຜນປັບປຸງຄຸນະພາບຂອງການສຶກສາໄລຍະໃໝ່ ໂດຍເອົາຮູບແບບການສອນແບບເອົານັກຮຽນເປັນໃຈກາງໃຈກາງ ແຕ່ວ່າຄູສອນແບບນັ້ນກໍ່ຕາມແຕ່ນັກຮຽນປະຖົມສຶກສາຂັ້ນ ປ 3 ເຊິ່ງມີຈຳນວນນັກຮຽນທັງໝົດ 13 ທ່ານ, ຍິງ 6 ທ່ານ ແມ່ນໄດ້ພົບບັນຫາຫຼາຍຢ່າງເຊັ່ນ:

-ນັກຮຽນບໍ່ມັກສົນໃຈຕໍ່ການຮຽນ

-ນັກຮຽນວົນແຊວໃນຫ້ອງເວລາຄູສອນ

-ນັກຮຽນມີທັກສະການຄິດຄຳນວນໃນຂັ້ນພື້ນຖານທີ່ບໍ່ຖືກຕ້ອງ

-ນັກຮຽນແກ້ເລກລົບມີຈື່ບໍ່ໄດ້

-ນັກຮຽນບໍ່ຕອບຄຳຖາມຂອງຄູ ແລະ ນັກຮຽນບໍ່ຕັ້ງໃຈບໍ່ໄດ້ຮ່ວມກິດຈະກຳນຳໝູ່

ນອກຈາກນີ້ຜູ້ວິໄຈຍັງໄດ້ສ້າງແບບສໍາພາດຂຶ້ນມາ ແລ້ວນໍາໄປສໍາພາດນັກຮຽນກຸ່ມເປົ້າໝາຍຈໍານວນ 2 ທ່ານ, ຍິງ 1 ທ່ານ ໂດຍສຳພາດເປັນລາຍບຸກຄົນຊ່ອງໜ້າກັນຕາມຄຳຖາມທີ່ຜູ້ວິໄຈກຽມມາໃນແບບສຳພາດຈາກຜົນຂອງການລວບລວມຂໍ້ມູນໃນແບບສຳພາດພົບວ່າບັນຫາດັ່ງກ່າາວມີສາຍເຫດມາຈາກຄູຂາດວິທີສອນ ແລະ ເທັກນິກການສອນທີ່ສົ່ງເສີມໃຫ້ຜູ້ຮຽນໄດ້ຄິດ ແລະ ຄູຂາດນຳໃຊ້ສື່ການສອນໃນເວລາດຳເນີນການສອນ ສະນັ້ນ ຈິ່ງສົ່ງເສີມໃຫ້ນັກຮຽນມີຄວາມຮູ້ພື້ນຖານການລົບເລກມີຈື່ໜ້ອຍ.

ຈາກສາຍເຫດທີ່ກ່າວມາຂ້າງເທິງນີ້ ເຮັດໃຫ້ພັດທະນາການໃນການຮຽນຄະນິດສາດຂອງນັກຮຽນບໍ່ດິເທົ່າທີ່ຄວນ ດັ່ງນັ້ນ ຜູ້ວິໄຈຈິ່ງໄດ້ສຶກສາເອກະສານ ແລະ ງານວິໄຈທີ່ກ່ຽວຂ້ອງພົບວ່າ ການນຳໃຊ້ວິທີສອນແບບແກ້ໄຂບັນຫາກໍ່ເປັນວິທີສອນອີກວິທີໜຶ່ງທີ່ຄູສອນກະຕຸ້ນນັກຮຽນແກ້ບັນຫາຢ່າງມີເຫດຜົນໂດຍອາໄສມະໂນພາບ, ກົດເກນ, ຂໍ້ສະຫຼຸບ, ປະສົບການ, ຄວາມຮູ້ ຄວາມຊຳນິຊຳນານທີ່ກ່ຽວຂ້ອງກັບເລື່ອງນັ້ນ, ໃນການພິຈາລະນາບັນຫານີ້ຈະຕ້ອງມີຂັ້ນຕອນ ຜູ້ສອນຈະຕ້ອງພະຍາຍາມຊ່ວຍນັກຮຽນໃຫ້ນັກຮຽນເຂົ້າໃຈບັນຫານັ້ນຢ່າງຈະແຈ້ງເສຍກ່ອນວ່າ ໂຈດບອກອັນໃດ, ໂຈດຕ້ອງການອັນໃດ ເມື່ອພິຈາລະນາບັນຫາ ແລະ ສະຫຼຸບບັນຫານັ້ນໄດ້ ເມື່ອໄດ້ຜົນອອກມາແລ້ວ ຜູ້ສອນຄວນຈະໃຫ້ນັກຮຽນ ຮູ້ຈັກກວດສອບເບິ່ງວ່າຜົນທີ່ໄດ້ຮັບຖືກຕ້ອງຕາມຂໍ້ມູນທີ່ກຳນົດໃຫ້ມາ ຫຼື ບໍ ອາດຈະກວດຄືນຈາກຜົນ ໄປສູ່ເຫດ ຫຼື ກວດຈາກເຫດໄປສູ່ຜົນກໍ່ໄດ້ແລ້ວແຕ່ຄວາມເໝາະສົມຂອງເນື້ອໃນ ສະນັ້ນ ການສອນການລົບເລກມີຈື່ມັນກໍ່ມີໂຫຍດຫຼາຍໃນການນຳໃຊ້ເຂົ້າໃນຊີວິດປະຈຳຂອງນັກຮຽນເຊັ່ນ: ການເອົາເຄື່ອງມາຂາຍ, ການທອນເງິນໃຫ້ລູກຄ້າ, ການສູນເສຍໄປ ແລະ ການນັບຄົບ.

ດ້ວຍເຫດນີ້ຜູ້ວິໄຈມີຄວາມສົນໃຈທີ່ຈະນຳວິທີສອນແບບແກ້ໄຂບັນຫາເຊິ່ງເປັນການສອນໃຫ້ນັກຮຽນພັດທະນາການຄິດເປັນລະບົບ ເພື່ອພັດທະນາຜົນການຮຽນຂອງນັກຮຽນປະຖົມສຶກສາຂັ້ນ ປ 3 ເພື່ອໃຫ້ເກິດຄວາມເໝາະສົມກັບນັກຮຽນທີ່ແຕກຕ່າງກັນ ແລະ ຊ່ວຍໃຫ້ພັດທະນານັກຮຽນໃຫ້ເກີດການຮຽນຮູ້ດີຂຶ້ນ ໂດຍຮຽນຢ່າງມີຄວາມສຸກ ແລະ ສາມາດນຳຄວາມຮູ້ທີ່ໄດ້ໄປໃຊ້ປະໂຫຍດໃນຊີວິດປະຈຳວັນໄດ້ຢ່າງປະສິດທິພາບອີກດ້ວຍ.

ສະນັ້ນຂ້າພະເຈົ້າຜູ້ວິໄຈຈິ່ງຕັ້ງຫົວຂໍ້ວິໄຈວ່າ “ ການພັດທະນາທັກສະການລົບເລກມີຈື່ໂດຍເນັ້ນການສອນແບບແກ້ໄຂບັນຫານຳໃຊ້ດ້ວຍເກມສຳລັບນັກຮຽນຂັ້ນ ປ 3 ທີ່ໂຮງຮຽນປະຖົມມູນລະຟັງຖານນ້ອຍ ເມືອງຄົງເຊໂດນ ແຂວງສາລະວັນ ສົກຮຽນ 2015-2016” ດັ່ງນັ້ນຂ້າພະເຈົ້າຈິ່ງໄດ້ຕັ້ງຄໍາຖາມວິໄຈວ່າ” ຂ້ອຍຈະເຮັດແນວໃດ ? ເພື່ອໃຫ້ນັກຮຽນຫ້ອງ ປ 3 ຈຳນວນ 2 ທ່ານ, ຍິງ 1 ທ່ານ ແກ້ເລກລົບມີຈື່ໄດ້” ?.

2. ຈຸດປະສົງຂອງການວິໄຈ

- ເພື່ອພັດທະນາທັກສະການລົບມີຈື່ໂດຍນຳໃຊ້ວິທີສອນແກ້ໄຂບັນຫາ

- ເພື່ອປຽບທຽບການຮຽນ-ການສອນຄະນິດສາດເລື່ອງການລົບເລກມີຈື່ຂອງນັກຮຽນປະຖົມສຶກສາຂັ້ນ ປ 3 ຫຼັງໃຊ້ວິທີ

ສອນແບບແກ້ໄຂບັນຫາ

3.ວິທີດໍາເນີນການວິໄຈ

1. ປະຊາກອນ ແລະ ກຸ່ມຕົວຢ່າງ

ປະຊາກອນ: ນັກຮຽນປະຖົມສຶກສາຂັ້ນ ປ 3 ຂອງໂຮງຮຽນປະຖົມມູນຟັງຖານນ້ອຍມີຈໍານວນ 13 ທ່ານ, ຍິງ 6 ທ່ານ.

ກຸ່ມຕົວຢ່າງ: ນັກຮຽນປະຖົມສຶກສາຂັ້ນ ປ 3 ຂອງໂຮງຮຽນປະຖົມມູນຟັງຖານນ້ອຍມີຈໍານວນ 2 ທ່ານ, ຍິງ 1 ທ່ານ

2. ເຄື່ອງມືທີ່ໃຊ້ໃນການວິໄຈ

1. ເຄື່ອງມືແກ້ໄຂບັນຫາ

ໃນການເຮັດວິໄຈຄັ້ງນີ້ຜູ້ວິໄຈນຳໃຊ້ເຄື່ອງມືແກ້ໄຂບັນຫາດັ່ງນີ້:

  • -ແຜນການສອນ 1 ບົດ ໂດຍນຳໃຊ້ວິທີສອນແກ້ໄຂບັນຫາ, ໄມ້ຖູ່ , ກ້ອນຫີນ ປະກອບເປັນສື່ການສອນ
  • -ບົດທົດສອບຈຳນວນ 5 ຂໍ້ ໜຶ່ງຊຸດທົດສອບກ່ອນຮຽນ ແລະ ຫຼັງຮຽນ
  • -ບົດສຳພາດນັກຮຽນກຸ່ມເປົ້າໝາຍຈຳນວນ 10 ຂໍ້
  • -ບົດທົດສອບຈຳນວນ 5 ຂໍ້ ໜຶ່ງຊຸດທົດສອບກ່ອນຮຽນ ແລະ ຫຼັງຮຽນ
  • -ນຳໃບສະເໜີເລື່ອງການວິໄຈໃນຫ້ອງຮຽນໃຫ້ອຳນວຍການໂຮງຮຽນແກ້ງຕະຫວັງ ເມືອງຄົງເຊໂດນ ແຂວງສາລະວັນເພື່ອເກັບກຳຂໍ້ມູນນຳນັກຮຽນ ປ 3
  • -ວິເຄາະຜູ້ຮຽນ
  • -ວິເຄາະດ້ານເນື້ອໃນບົດຮຽນຂັ້ນຕອນດຳເນີນການມີດັ່ງນີ້:
  • -ແບບທົດສອບວັດຄວາມຮູ້ກ່ຽວກັບການລົບເລກມີຈື່ກ່ອນຮຽນ ແລະ ຫຼັງຮຽນ
  • -ສຶກສາເອກະສານກ່່ຽວກັບວິທີສອນແບບແກ້ໄຂບັນຫາ
  • -ເຮັດການທົດສອບກັບນັກຮຽນຫ້ອງ ປ 3 ໂດຍໃຫ້ແບບທົດສອບກ່ອນຮຽນກ່ຽວກັບການລົບເລກມີຈື່ແລ້ວບັນທຶກຄະແນນໄວ້
  • -ຂ້າພະເຈົ້ານຳເອົາແຜນການສອນທີ່ໄດ້ນຳໃຊ້ວິທີສອນແກ້ໄຂບັນຫາມາສອນນັກຮຽນຫ້ອງ ປ 3
  • -ເຮັດການທົດສອບອີກຄັ້ງໂດຍໃຫ້ນັກຮຽນເຮັດການທົດສອບຫຼັງຮຽນໂດຍທີ່ຂໍ້ສອບຈະມີການປັບປຸງບາງຂໍ້ຈາກຂໍ້ສອບກ່ອນຮຽນເພື່ອໃຫ້ສອດຄ່ອງກັບພັດທະນາການຂອງນັກຮຽນ
  • -ຄ່າສະເລ່ຍ , ເປີເຊັນ

2. ເຄື່ອງມືໃນການເກັບກໍາຂໍ້ມູນ

ໃນການເຮັດວິໄຈຄັ້ງນີຜູ້ວິໄຈນໍາໃຊ້ເຄື່ອງມືເກັບກໍາຂໍ້ມູນດັ່ງນີ້:

3. ການເກັບກໍາລວບລວມຂໍ້ມູນ

ການເກັບລວບລວມຂໍ້ມູນທາງຂ້າພະເຈົ້່າໄດ້ດຳເນີນຕາມຂັ້ນຕອນດັ່ງນີ້:

ຂັ້ນອອກແບບ

ຂັ້ນດຳເນີນການມີດັ່ງນີ້

4.ວິທີວິເຄາະຂໍ້ມູນ ແລະ ສະຖິຕິທີ່ໃຊ້

ເຮັດການວິເຄາະຂໍ້ມູນລຸ່ມນີ້

-ວິເຄາະຜົນຈາກຄະແນນທີ່ໄດ້ຈາກການເຮັດແບບທົດສອບກ່ອນຮຽນ

-ວິເຄາະຜົນຈາກຄະແນນທີ່ໄດ້ຈາກແບບທົດສອບຫຼັງຮຽນ

-ນຳຄະແນນທັງໝົດມາປຽບທຽບການພັດທະນາການ

ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນມີດັ່ງນີ້:

ຜົນການວິເຄາະຂໍ້ມູນຕາມຕາຕະລາງລຸ່ມນີ້:

ຕາຕະລາງທີ 1 ຄະແນນການທົດສອບການພັດທະນາທັກສະການລົບເລກມີຈື່ ແລະ ເນັ້ນການສອນແບບແກ້ໄຂບັນຫາໂດຍຈຳແນກຕາມຊື່ນັກຮຽນ 2 ຄົນ, ຍິງ 1 ຄົນ ດັ່ງນີ້

ລ / ດ

ຊື່ແລະນາມສະກຸນ

ຄະແນນເຕັມ (10)

ຄະແນນກ່ອນສອບ

ຜົນການປະເມີນ

1

ນ. ທອງດີ

10

4

ບໍ່ຜ່ານເກນ

2

ທ. ບົວໃສ

10

3

ບໍ່ຜ່ານເກນ

ລວມ

20

7

ສະເລ່ຍ

10

3,5

ຈາກຕາຕະລາງທີ 1 ພົບວ່ານັກຮຽນກຸ່ມຕົວຢ່າງທັງ 2 ຄົນ, ຍິງ 1 ຄົນມີຄະແນນບໍ່ຜ່ານເກນເຊິ່ງຄະແນນສະເລ່ຍ 3,5

ຕາຕະລາງທີ 2 ຄະແນນທົດສອບການລົບເລກມີຈື່ໃນໄລຍະນຳໃຊ້ວິທີສອນແບບແກ້ໄຂບັນຫາໂດຍຈຳແນກຕາມຊື່ນັກຮຽນ 2 ຄົນ, ຍິງ 1 ຄົນ ດັ່ງນີ້:

ລ.ດ

ຊື່ແລະນາມສະກຸນ

ຄະແນນເຕັມ

ອາທິດ 1

ອາທິດ 2

ອາທິດ 3

ອາທິດ 4

1

ນ ທອງດີ

4

5

7

9

2

ທ. ບົວໃສ

3

4

7

8

ລວມ

7

9

14

17

ສະເລ່ຍ

3,5

4,5

7

8,5

ຈາກຕາຕະລາງ 2 ພົບວ່ານັກຮຽນທັງ 2 ຄົນ, ຍິງ 1 ຄົນ, ມີການພັດທະນາການດີຂຶ້ນຕາມລໍໍາດັບເຊິ່ງສາມາດສັງເກດໄດ້ຈາກການທົດສອບໃນໄລຍະໃຊ້ວິທີສອນແບບແກ້ໄຂບັນຫາ ໃນອາທິດທຳອິດນັກຮຽນມີຄະແນນສະເລ່ຍ 3,5, ອາທິດທີ 2 ນັກຮຽນມີຄະແນນສະເລ່ຍ 4,5, ອາທິດທີ 3 ນັກຮຽນມີຄະແນນສະເລ່ຍ 7 ແລະ ອາທິດທີ 4 ນັກຮຽນມີຄະແນນສະເລ່ຍ 8,5 ຈາກຜົນຂອງການທົດສອບແຕ່ລະຄັ້ງເຫັນວ່ານັກຮຽນກຸ່ມຕົວຢ່າງທັງ 2 ມີຜົນການຮຽນດີຂຶ້ນເລື້ອຍໆ.

ຕາຕະລາງທີ 3 ຄະແນນການທົດສອບການລົບເລກມີຈື່ໃນໄລຍະນຳໃຊ້ວິທີສອນແບບແກ້ໄຂບັນຫາໂດຍຈຳແນກຕາມຊື່ນັກຮຽນ 2 ຄົນ, ຍິງ 1 ຄົນດັ່ງນີ້:

ລ.ດ

ຊື່ແລະນາມສະກຸນ

ຄະແນນເຕັມ

ຄະແນນສອບຫຼັງ

ຜົນການປະເມີນ

1

ນ. ທອງດີ

10

9

ຜ່ານເກນ

2

ທ. ບົວໃສ

10

8

ຜ່ານເກນ

ລວມ

20

17

ສະເລ່ຍ

10

8,5

ຈາກຕາຕະລາງທີ 3 ພົບວ່າຜົນການທົດສອບຫຼັງໃຊ້ວິທີສອນແບບແກ້ໄຂບັນຫານັກຮຽນກຸ່ມຕົວຢ່າງທັງ 2 ຄົນ, ຍິງ 1 ຄົນ

ຜ່ານເກນການປະເມີນທັງໝົດ, ເຊິ່ງຄະແນນສະເລ່ຍ 8,5

ຕາຕະລາງທີ 4 ປຽບທຽບຄະແນນກ່ອນ ແລະ ຫຼັງການນຳໃຊ້ວິທີສອນແບບແກ້ໄຂບັນຫາເຂົ້າໃນການລົບເລກມີຈື່ໂດຍຈຳແນກຕາມຊື່ນັກຮຽນ 2 ຄົນ, ຍິງ 1 ຄົນ ດັ່ງນີ້:

ລ.ດ

ຊື່ແລະນາມສະກຸນ

ສອບກ່ອນ

ສອບຫຼັງ

ພັດທະນາການ

ຜົນການປະເມີນ

1

ນ. ທອງດີ

4

9

5

ຜ່ານເກນ

2

ທ. ບົວໃສ

3

8

5

ຜ່ານເກນ

ລວມ

7

17

10

ສະເລ່ຍ

3,5

8,5

5

ເປີເຊັນ

35%

85%

50%

ຈາກຕາຕະລາງທີ 4 ສັງເກດເຫັນວ່າຜົນການສອບກ່ອນການຮຽນມີຄະແນນສະເລ່ຍ 3,5 ແລະ ຜົນການສອບຫຼັງການຮຽນມີຄະແນນສະເລ່ຍ 8,5

ສະຫຼຸບແລ້ວ: ຄະແນນການສອບຫຼັງການຮຽນແມ່ນສູງກວ່າຄະແນນການສອບກ່ອນການຮຽນເຊິ່ງສະແດງໃຫ້ເຫັນໃນຜົນການສອບກ່ອນການຮຽນມີຄະແນນສະເລ່ຍ 3,5 ແລະ ຜົນການສອບຫຼັງການຮຽນມີຄະແນນສະເລ່ຍ 8,5

5.ສະຫຼຸບຜົນ, ອະພິປາຍຜົນ ແລະ ຂໍ້ສະເໜີແນະ

5.1 ສະຫຼຸບຜົນ

ຈາກການດໍາເນີນການວິໄຈໃນເລື່ອງ: ການພັດທະນາທັກສະການລົບເລກມີຈື່ໂດຍເນັ້ນການສອນແບບແກ້ໄຂບັນຫາການໃຊ້ດ້ວຍເກມສຳລັບນັກຮຽນຂັ້ນ ປ 3 ທີ່ໂຮງຮຽນມູນຟັງຖານນ້ອຍ ເມືອງຄົງເຊໂດນ ແຂວງສາລະວັນ ສົກຮຽນ 2015-2016ການວິໄຈຄັ້ງນີ້ ເພື່ອພັດທະນາທັກສະການລົບມີຈື່ໂດຍນຳໃຊ້ວິທີສອນແກ້ໄຂບັນຫາ ແລະ ເພື່ອປຽບທຽບການຮຽນ-ການສອນຄະນິດສາດເລື່ອງການລົບເລກມີຈື່ຂອງນັກຮຽນປະຖົມສຶກສາຂັ້ນ ປ 3 ຫຼັງໃຊ້ວິທີ ສອນແບບແກ້ໄຂບັນຫາ. ປະຊາກອນໃນການວິໄຈຄັ້ງນີ້ ໄດ້ແກ່ ນັກຮຽນປະຖົມສຶກສາຂັ້ນ ປ 3 ຈໍານວນ 13 ຄົນ, ຍິງ 6 ຄົນ. ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈໄດ້ແກ່ນັກຮຽນປະຖົມສຶກສາຂັ້ນ ປ 3 ຈໍານວນ 2 ຄົນ, ຍິງ 1 ຄົນ. ເຄື່ອງມືທີ່ໃຊ້ໃນການເກັບກໍາຂໍ້ມູນໄດ້ແກ່, ບົດສອນ 1 ບົດ, ແບບສຳພາດນັກຮຽນຈຳນວນ ຂໍ້, ບົດທົດສອບກ່ອນ ແລະ ຫຼັງຈຳນວນ 5 ຂໍ້, ສະຖິຕິທີ່ໃຊ້ໃນການວິໄຈໄດ້ແກ່ ເປີເຊັນ, ຄ່າສະເລ່ຍ.

ຜົນການວິໄຈພົບວ່າ:

ນັກຮຽນທັງ 2 ຄົນ, ຍິງ 1 ຄົນ, ມີການພັດທະນາການດີຂຶ້ນຕາມລໍໍາດັບເຊິ່ງສາມາດສັງເກດໄດ້ຈາກການທົດສອບໃນໄລຍະໃຊ້ວິທີສອນແບບແກ້ໄຂບັນຫາ ໃນອາທິດທຳອິດນັກຮຽນມີຄະແນນສະເລ່ຍ 3,5, ອາທິດທີ 2 ນັກຮຽນມີຄະແນນສະເລ່ຍ 4,5, ອາທິດທີ 3 ນັກຮຽນມີຄະແນນສະເລ່ຍ 7 ແລະ ອາທິດທີ 4 ນັກຮຽນມີຄະແນນສະເລ່ຍ 8,5 ຈາກຜົນຂອງການທົດສອບແຕ່ລະຄັ້ງເຫັນວ່ານັກຮຽນກຸ່ມຕົວຢ່າງທັງ 2 ມີຜົນການຮຽນດີຂຶ້ນເລື້ອຍໆ.

ຄະແນນການສອບຫຼັງການຮຽນແມ່ນສູງກວ່າຄະແນນການສອບກ່ອນການຮຽນເຊິ່ງສະແດງໃຫ້ເຫັນໃນຜົນການສອບກ່ອນການຮຽນມີຄະແນນສະເລ່ຍ 3,5 ແລະ ຜົນການສອບຫຼັງການຮຽນມີຄະແນນສະເລ່ຍ 8,5

5.2 ອະພິປາຍຜົນ

ຈາກຜົນການວິໄຈພົບວ່ານັກຮຽນທີ່ໄດ້ຮັບການສອນແບບແກ້ໄຂບັນຫາມີຜົນສຳເລັດທາງການຮຽນສູງກວ່າສະແດງວ່າ ຜົນການຮຽນຂອງນັກຮຽນທີ່ໄດ້ໃຊ້ວິທີສອນການແກ້ໄຂບັນຫາໄດ້ຮັບຜົນດີ ສະນັ້ນ ການສອນແບບແກ້ໄຂບັນຫາເປັນວິທີການພັດທະນາຄວາມຄິດຂອງນັກຮຽນໃຫ້ເປັນລະບົບ ແລະ ມີແບບແຜນໃນການປະຕິບັດວຽກງານມີການພິຈາລະນາບັນຫາຢ່າງມີຂັ້ນຕອນນັກຮຽນສາມາດບອກໄດ້ວ່າໂຈດນັ້ນບອກຫຍັງ, ໂຈດຕ້ອງການຫຍັງ ອອກມາເປັນຂໍ້ຍ່ອຍໆດ້ວຍການວິເຄາະຈາກຂໍ້ມູນທີ່ກໍານົດ ສະນັ້ນ ນັກຮຽນສາມາດແກ້ໄຂບັນຫາດ້ວຍຕົນເອງເຊິ່ງມັນສະແດງອອກໃນການຄິດໄລ່ການລົບເລກມີຈື່ເຊິ່ງນັກຮຽນສາມາດວິເຄາະບົດເລກໄດ້ ໃນເວລາສອນຄູກະຕຸ້ນນັກຮຽນດ້ວຍການຫຼິ້ນເກມເຮັດໃຫ້ນັກຮຽນສາມາດພັດທະນາໃນການແກ້ໄຂບັນຫາໄດ້ດີ ເຊິ່ງມັນສອດຄ່ອງກັບທິດສະດີ ຫຼື ແນວຄິດຂອງບຣູເນີ ສະໜັບສະໜູນຢ່າງແຂງແຮງຕໍ່ການຮຽນດ້ວຍການຄົ້ນພົບ ແລະ ມີຄວາມເຊື່ອວ່າ ຂະບວນການແກ້ບັນຫາຄວນເປັນສິ່ງສໍາຄັນຕໍ່ການສຶກສາ ຫຼາຍກວ່າການໃຊ້ຄໍາຕອບທີ່ຖືກຕ້ອງ, ການທີ່ນັກຮຽນຈະຮຽນຮູ້ຢ່າງມີປະສິດທິພາບ ເຂົາຄວນຈະໄດ້ຮ່ວມໃນການຄົ້ນພົບ ຫຼື ຂະບວນການແກ້ບັນຫາດ້ວຍຕົນເອງ, ການຈົດຈຳຄວາມຈິງ ຫຼື ກົດເກນຕ່າງໆໃນຄະນິດສາດມີຄວາມຈຳເປັນໃນບາງກໍລະນີເທົ່ານັ້ນ ເຊັ່ນ ກໍລະນີສິ່ງເຫຼົ່ານັ້ນຈຳເປັນຕ້ອງໃຊ້ ເພື່ອໃຫ້ໄດ້ຄຳຕອບຂອງບັນຫາ.ໃນການໃຫ້ບັນຫານັກຮຽນແກ້ໄຂເລື້ອຍໆເຮັດໃຫ້ນັກຮຽນເຄີຍມີປະສົບການຂອງຕົນເອງເປັນສ່ວນໜຶ່ງຂອງການຮຽນຮູ້ພ້ອມກັບການວິເຄາະ,ໄຕ່ຕອງປະສົບການຂອງຕົນເອງເປັນການສ້າງຄວາມໜັ້ນໃຈໃນການຮຽນ, ເຮັດໃຫ້ນັກຮຽນເກີດຄວາມສົນໃຈ ແລະ ມີເປົ້າໝາຍໃນການຮຽນ,ນັກຮຽນໄດ້ສະຫຼຸບຄວາມຄິດລວມຍອດໂດຍການວິເຄາະປະສົບການ ບູລະນະປະສົບການກັບສິ່ງທີ່ຕ້ອງການຮຽນ ເພື່ອໃຫ້ໄດ້ຂໍ້ຫຼຸບທີ່ຖືກຕ້ອງ ເຮັດໃຫ້ນັກຮຽນມີຄວາມໜັ້ນໃຈທີ່ຈະຮຽນໃນເນື້ອໃນທີ່ຍາກຂຶ້ນ ນັກຮຽນໄດ້ສາມາດແກ້ບັນຫາດ້ວຍຕົນເອງ, ນັກຮຽນໄດ້ຄົ້ນຄິດວິທີການເຮັດວຽກ ການໄດ້ລົງມືເຮັດຈົນມີປະສົບການທີ່ເປັນຮູບປະທຳ ທາງການວິເຄາະເຊື່ອມໂຍງກັບສະຖານະການໃນຊີວິດຈິງໄດ້ ແລະ ນັກຮຽນຍັງສາມາດນໍາປະສົບການໄປປະຍຸກໃຊ້ໃນຊີວິດປະຈຳເຮັດໃຫ້ຜູ້ຮຽນມີວິທີການທີ່ຫຼາກຫຼາຍໃນການແກ້ບັນຫາດ້ວຍຕົນເອງໄດ້, ນັກຮຽນໄດ້ພັດທະນາຄວາມຄິດ ຮູ້ຈັກຄິດວິເຄາະຢ່າງມີເຫດຜົນ, ຍອມຮັບຄວາມຄິດເຫັນຂອງຜູ້ອື່ນ ແລະ ອະພິປາຍຮ່ວມກັນທັງຫ້ອງເກີດປະຕິສຳພັນລະຫວ່າງນັກຮຽນ ກັບ ຄູສອນເຮັດໃຫ້ເກີດບັນຍາກາດແຫ່ງການຮຽນຮູ້ ນັກຮຽນກ້າສະແເດງຫຼາຍຂຶ້ນເຮັດໃຫ້ເກີດຄວາມມ່ວນຊື່ນໃນການຮຽນ ໃຊ້ຄວາມຮູ້ທີ່ໄດ້ຮຽນມາຮັບໃຊ້ເຂົ້າຮຽນວິຊາອື່ນ ການຈັດກິດຈະກຳການຮຽນ-ການສອນແບບແກ້ໄຂບັນຫາໄດ້ສົ່ງເສີມໃຫ້ນັກຮຽນໄດ້ປະຕິບັດກິດຈະກຳຕ່າງໆຢ່າງເໝາະສົມມີຄວາມຮັບຜິດຊອບມີການອະພິປາຍບັນຫາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ເຮັດໃຫ້ເກີດຄວາມຄິດກວ້າງຂວາງເປັນການເປີດໂອກາດໃຫ້ນັກຮຽນໄດ້ຮູ້ຈັກຄິດວິເຄາະໄດ້ນິຍາມ ຫຼື ລະບຸບັນຫາອະພິປາຍເຖິງສາຍເຫດຕ່າງໆຂອງບັນຫານັ້ນຢ່າງມີເຫດຜົນ ຈະເຫັນໄດ້ວ່າການຮຽນແບບແກ້ໄຂບັນຫາ ໄດ້ມີການເຝິກໃຫ້ນັກຮຽນຮູ້ຂະບວນການການພັດທະນາໃນການແກ້ໄຂບັນຫາຊ່ວຍກັນ ແລ້ວຫາຂໍ້ສະຫຼຸບ.

ນອກຈາກນີ້ຍັງສອດຄ່ອງກັບງານວິໄຈຂອງ (ສີລິພອນ ທິບຄົງ, 2545 ) ທີ່ກ່າວວ່າ ບັນຍາກາດທີ່ຊ່ວຍສົ່ງເສີມຄວາມຄິດສ້າງສັນໄດ້ແກ່ການເປີດໂອກາດໃຫ້ຜູ້ຮຽນຄິດ ແລະ ນໍາສະເໜີແນວຄິດຂອງຕົນເອງຢ່າງອິດສະຫຼະພາຍໃຕ້ການໃຫ້ຄໍາປືກສາ ແລະ ແນະນໍາຈາກຜູ້ສອນການຈັດກິດຈະກໍາການຮຽນຮູ້ ຄວນເລີ່ມຈາກການນໍາສະເໜີບັນຫາທີ່ໜ້າສົນໃຈເໝາະສົມກັບໄວຂອງຜູ້ຮຽນ ທ້າທາຍຄວາມຄິດ ໃຫ້ຜູ້ຮຽນໄດ້ຮ່ວມກັນແກ້ບັນຫາ ສະແດງຄວາມຄິດເຫັນ ຮ່ວມກັນອະພິປາຍໃຫ້ໄດ້ແນວຄິດໃນການແກ້ໄຂບັນຫາທີ່ສົມບູນ ແລະ ຫຼາກຫຼາຍຂະບວນການສອນຂອງຄູເປັນລະບົບເຮັດໃຫ້ນັກຮຽນເຂົ້າໃຈຄວາມຄິດລວມຍອດທາງຄະນິດສາດ ນັກຮຽນໄດ້ມີໂອກາດໃນການຄິດແກ້ໄຂບັນຫາ, ນັກຮຽນແຕ່ລະຄົນນັ້ນສາມາດເຂົ້າໃຈເນື້ອໃນທີ່ສຳຄັນຂອງເລື່ອງທີ່ຮຽນໄດ້ດີຂຶ້ນຕົວຢ່າງໃນການຈັດການຮຽນ-ການສອນການລົບເລກມີຈື່ໂດຍຂ້າພະເຈົ້າໄດ້ໃຊ້ຮູບແບບການຫຼິ້ນເກມສັງເກດເຫັນວ່ານັກຮຽນມີຄວາມກະຕືລືລົ້ນໃນການແກ້ໄຂບັນຫາຂອງຄູ ສະນັ້ນ ເຮັດໃຫ້ນັກຮຽນສາມາດຮຽນເລື່ອງການລົບເລກມີຈື່ໄດ້ດີຂຶ້ນ

ນັກຮຽນທີ່ໄດ້ຮັບການສອນແບບແກ້ໄຂບັນຫາສູງກວ່າກ່ອນຮຽນທີ່ເປັນເຊັ່ນນີີ້ກໍ່ອາດມາຈາກການຈັດກິດຈະກໍາການຮຽນ - ການສອນແບບແກ້ໄຂບັນຫາໂດຍເນັ້ນການໃຊ້ເກມ, ນັກຮຽນກ້າສະແດງຄວາມຄິດເຫັນຢ່າງເຕັມທີ່ ນັກຮຽນໄດ້ໃຊ້ຄວາມຄິດຮ່ວມກັນ ເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມຄິດຢ່າງເອກະລາດ ນັກຮຽນໄດ້ພາກັນສະແດງຄວາມຄິດເຫັນຂອງຕົນອອກ , ມີການລະດົມສະໜອງ ແລະ ເປີດກວ້າງ ຍອມຮັບຟັງຄວາມເຫັນຂອງເພື່ອນພາຍໃນຫ້ອງ ເຮັດໃຫ້ນັກຮຽນເກີດປະຕິສຳພັນທີ່ດີເຊິ່ງກັນ ແລະ ກັນ ນັກຮຽນທີ່ເກັ່ງກວ່າສາມາດອະທິບາຍໃຫ້ເພື່ອນທີ່ຮຽນອ່ອນ ພາຍໃນກຸ່ມດຽວກັນໄດ້ບັນຍາກາດການຮຽນ-ການສອນມີຄວາມມ່ວນຊື່ນໃນການຮຽນຜ່ານການສອນວິຊາຄະນິດສາດຈາກການກວດສອບການເຂົ້າຮຽນສົ່ງຜົນໃຫ້ນັກຮຽນມີຜົນສຳເລັດ ແລະ ນັກຮຽນມີຄວາມກະຕື້ລືລົ້ນທີ່ຈະມາຮຽນ ແລະ ນັກຮຽນບໍ່ໄດ້ຂາດຮຽນ ສົ່ງຜົນການຮຽນສູງຂຶ້ນ.

ຈາກຜົນການວິໄຈຄັ້ງນີ້ພໍສະຫຼຸບໄດ້ວ່າການສອນທີ່ນໍາໃຊ້ແບບແກ້ໄຂບັນຫາໂດຍເນັ້ນການໃຊ້ເກມເປັນການສອນທີ່ມີຄວາມເໝາະສົມ ວິທີໜຶ່ງທີ່ສາມາດນຳມາໃຊ້ສອນກັບວິຊາຄະນິດສາດ ຈາກການຈັດຂະບວນການຮຽນຮູ້ສອດຄ່ອງກັບຮູບແບບການຮຽນຮູ້ຂອງນັກຮຽນ ແລະ ພັດທະນາການແກ້ໄຂບັນຫາຂອງນັກຮຽນດີຂຶ້ນ ແລະ ລວມເຖິງນັກຮຽນມີຜົນການຮຽນດີ.

5.3 ຂໍ້ສະເໜີແນະ

ຂໍ້ສະເໜີແນະຜົນຂອງການວິໄຈ

ຄວນມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບວິທີສອນແບບແກ້ໄຂບັນຫາ, ເຕັກນິກການສອນ ແລະ ຕອນດຳເນີນການສອນ

ສາມາດນຳເອົາຜົນການວິໄຈໄປນຳໃຊ້ເຂົ້າໃນການຈັດກິດຈະກໍາການຮຽນ-ການສອນ.

ຂໍ້ສະເໜີແນະຂອງການວິໄຈໃນຄັ້ງຕໍ່ໄປ

ຄວນເຮັດການວິໄຈທີ່ໃຊ້ວິທີສອນແບບແກ້ໄຂບັນຫາເຂົ້າກັບວິຊາອື່ນ

ຄວນຈະມີການຈັດກິດຈະກໍາການຮຽນ-ການສອນທີ່ຫຼາກຫຼາຍ ແລະ ສອດຄ່ອງກັບວິທີສອນແບບແກ້ໄຂບັນຫາໃນທຸກກິດຈະກໍາ ແລະ ຄວນກໍາກິດຈະກໍາຕ່າງໆໃຫ້ສອດຄ່ອງກັບການກໍານົດເວລາໃນຊົ່ວໂມງຮຽນ



ແສງເດືອນ ຫຼ່າຈັນທະບູນ ແລະ ຄະນະ, ຫຼັກສູດ ແລະ ວິທີສອນຄະນິດສາດ, ພິມທີ່ບໍລິສັດວິສາຫາກິດໂຮງພິມສຶກສາ, ປີ 1998, ໜ້າ 1[1]

บันทึกนี้เขียนที่ GotoKnow โดย  ใน ວິໄຈພາກປະຕິບັດ



ความเห็น (0)