ບົດທີ 5 ການສ້າງເກນໃຫ້ຄະແນນ ( Rubrics )


ບົດທີ 5

ການສ້າງເກນການໃຫ້ຄະແນນ ( Rubrics )

  • 1.ຄວາມໝາຍຂອງເກນການໃຫ້ຄະແນນ ( Rubrics )
  • ແມ່ນເຄື່ອງມືການໃຫ້ຄະແນນ ( Scoring Tool ) ທີ່ເກີດຈາກການລວມກັນລະຫວ່າງເກນການໃຫ້ຄະແນນ
  • ( Scoring Criteria ) ກັບ ຄ່າລະດັບຄະແນນ ( Rating scale ) ເພື່ອບອກເຖິງຄຸນະພາບຂອງງງານ.
  • 1.1ຄວາມສຳຄັນຂອງເກນການໃຫ້ຄະແນນ ( Rubrics )
  • -ການຕັດສິນໃຫ້ຄະແນນມີຄວາມທ່ຽງຕົງ ແລະ ຍຸດທິທຳ
  • -ຊ່ວຍໃຫ້ຄູສາມາດຕັ້ງຄວາມຄາດຫວັງກັບການປະຕິບັດກິດຈະກຳຂອງນັກຮຽນໄດ້ຢ່າງຊັດເຈນ
  • -ຊ່ວຍໃຫ້ນັກຮຽນສາມາດປັບປຸງຄວາມຜິດພາດຂອງຕົນເອງ ແລະ ຜູ່ອື່ນ
  • 1.2ລັກສະນະຂອງ Rubrics ທີ່ດີ
  • -ມີຄວາມສອດຄ່ອງກັບຈຸດປະສົງ
  • -ຈຳແນກການປະຕິບັດຢ່າງທ່ຽງຕົງ
  • -ແຕ່ລະຕົວບໍ່ມີການລວມເກນການໃຫ້ຄະແນນ
  • -ວິເຄາະກິດຈະກຳໄດ້ຢ່າງລະອຽດ
  • -ພາສາທີ່ໃຊ້ອະທິບາຍຈຳແນກກິດຈະກຳຢ່າງຊັດເຈນ
  • -ສາມາດຕິດສິນຜົນຂອງກິດຈະກຳໄດ້ຢ່າງຖືກຕ້ອງ
  • 2.ປະເພດຂອງເກນການໃຫ້ຄະແນນ Rubrics
  • 3.ເກນການໃຫ້ຄະແນນ ຫຼື Rubrics ມີ 2 ແບບຄື :
  • 3.1ເກນການໃຫ້ຄະແນນໂດຍພາບລວມ (Holistic score )
  • 3.2 ເກນການໃຫ້ຄະແນນແບບຈໍາແນກສິ່ງປະເມີນອອກເປັນຂໍ້ຍ່ອຍ ( Analytic score )
  • 3.1ເກນການໃຫ້ຄະແນນໂດຍພາບລວມ (Holistic score )
  • ເປັນການໃຫ້ຄະແນນໂດຍນຳເອົາລາຍການປະເມີນທາງດ້ານຂະບວນການ ແລະ ກິດຈະກຳມາລວມກັນໃນແຕ່ລະດັບຄຸນະພາບ
  • ຕົວຢ່າງ ເກນໃຫ້ຄະແນນຜົນງານການແກ້ໂຈດຄະນິດສາດ
  • ເກນ 1
  • ຄຳຕອບຖືກ ສະແດງເຫດຜົນຖືກຕ້ອງ ແນວຄິດຊັດເຈນ
  • ( ຄະແນນ 4 )
    • ເກນ 2
  • ຄຳຕອບຖືກ ສະແດງເຫດຜົນຖືກຕ້ອງ ອາດມີຂໍ້ຜິດພາດເລັກນ້ອຍ
  • ( ຄະແນນ 3 )
    • ເກນ 3
  • ເຫດຜົນ ຫຼືການຄຳນວນຜິດພາດແຕ່ມີແນວທາງທີ່ຈະນຳໄປສູ່ຄຳຕອບ
  • ( ຄະແນນ 2 )
    • ເກນ 4
  • ສະແດງວິທີຄິດເລັກນ້ອຍ ແຕ່ບໍ່ມີຄຳຕອບ
  • ( ຄະແນນ 1 )
    • ເກນ 5
  • ບໍ່ຕອບ ຫຼື ຕອບບໍ່ຖືກເລີຍ
  • ( ຄະແນນ 0)
  • ເກນການປະເມີນທົກສະການຂຽນ
    ລະດັບຄະແນນ ລັກສະນະຂອງການຂຽນ
    3 ( ດີ ) ຂຽນໄດ້ກົງປະເດັນ ແລະ ຊັດເຈນ ມີຄຳນຳ ເນື້ອໃນ ແລະ ບົດສະຫຼຸບ ຢ່າງຊັດເຈນ ຕົດສະກົດ ແລະ ໄວຍະກອນມີຄວາມຖືກຕ້ອງສົມບູນເຮັດໃຫ້ຜູ່ອ່ານເຂົ້າໃຈງ່າຍມີແນວຄິດທີ່ໜ້າສົນໃຈ ມີເຫດຜົນ ໃຊ້ພາສາຢ່າງຖືກຕ້ອງ
    2 ( ຜ່ານ ) ຂຽນໄດ້ກົງປະເດັນຕາມທີ່ກຳນົດໄວ້ ມີຄຳນຳ ເນື້ອໃນ ແລະ ບົດສະຫຼຸບ ພາສາທີ່ໃຊ້ເຮັດໃຫ້ຜູ່ອ່ານເກີດຄວາມສັບສົນ ເຫດຜົນຍັງບໍ່ຄ່ອຍສອດຄ່ອງກັນ
    1 (ຕ້ອງປັບປຸງ) ຂຽນບໍ່ກົງປະເດັນ ບໍ່ມີການຈັດລະບົບການຂຽນເຊັ່ນ ຄຳນຳ, ເນື້ອໃນ ແລະ ບົດສະຫຼຸບ ພາສາທີ່ໃຊ້ ເຮັດໃຫ້ຜູ່ອ່ານເກີດມີຄວາມສັບສົນ ຂາດເຫດຜົນສະໜັບສະໜູນໃຊ້ສັບທີ່ ເໜາະສົມ
    • 3.2ເກນການໃຫ້ຄະແນນແບບຈຳແນກສິ່ງປະເມີນອອກເປັນຂໍ້ຍ່ອຍ ( Analytic Score )
    • ເປັນການໃຫ້ຄະແນນເປັນລາຍການຍ່ອຍ ເຊິ່ງຈະໄດ້ຂຽນຄຳອະທິບາຍຄຸນະພາບໃນທຸກໆລະດັບ
    • ຕົວຢ່າງ: ເກນການປະເມີນການເລົ່ານິທານ
    • ລາຍການປະເມີນ
    • ຄຸນນະພາບ
    • ດີ
    • ( 3 )
    • ພໍໃຊ້
    • ( 2 )
    • ຄວນປັບປຸງ
    • ( 1 )
      • ເນື້ອໃນ
    • ມີອົງປະກອບເຊັ່ນ: ມີການກຳນົດບັນຫາ ມີພອນສະຫວັນການເລົ່າເລື່ອງ ແລະ ການຈັບໃຈຄວາມ ແລະ ເນື້ອເລື່ອງບໍ່ຕ່າງຈາກເລື່ອງເດີມຫຼາຍ ມີການໃຫ້ລາຍລະອຽດເພີມເຕີມ
    • ຂາດອົງປະກອບບາງປະການແຕ່ເລລື່ອງຍັງຄົງເນື້ອໃນຫຼັກໆຢູ່
    • ຂາດອົງປະກອບຫຼາຍປະການ ເຮັດໃຫ້ເລື່ອງສັ້ນ
    • ຂາດຄວາມລະອຽດຫຼັກ ແລະ ບໍ່ໜ້າສົນໃຈ
      • ພາສາ
    • ມີຄວາມຄ່ອງໃນການເລົ່າບໍ່ກະຕູດກະຕັກຟັງມ່ວນດີ ເຖິງຈະຜິດໄວຍະກອນຢູ່ ມີການໃຊ້ຂອງຕົນເອງ
    • ຜິດໄວຍະກອນ ເຮັດໃຫ້ການເລົ່າເລື່ອງສະດຸດ
    • ຂາດຕອນ
    • ການອອກສຽງ ແລະ ໄວຍະກອນຜິດຫຼາຍ ຈົນຍາກແກ່ການຟັງໃຫ້ເຂົ້າໃຈ ຫຼື ຈົນເດົາເລື່ອງຕໍ່ໄປບໍ່ໄດ້
      • ນໍ້າສຽງ, ລີລາ
    • ມີການໃຊ້ສຽງໜັກ, ເບົາ ແລະ ໃຊ້ທ່າທາງປະກອບເພື່ອຊ່ວຍຄວາມເຂົ້າໃຈ ແລະ ເພື່ອໃຫ້ເລື່ອງເປັນໜ້າສົນໃຈ
    • ໃຊ້ນໍ້າສຽງແບບດຽວລຽບໆ ໃຊ້ທ່າທາງປະກອບນ້ອຍ
    • ໃຊ້ນໍ້າສຽງເປັນແບບອ່ານຫຼາຍກວ່າແບບເລົ່າເລື່ອງບໍ່ໃຊ້ສີໜ້າທ່າທາງປະກອບເພື່ອຄວາມໜ້າສົນໃຈ
    • 3.ວິທີການສ້າງເກນການໃຫ້ຄະແນນ Rubrics

      ປັດຈຸບັນນັກສຶກສາໄດ້ໃຫ້ຄວາມສົນໃຈຢ່າງຫຼາຍກ່ຽວກັບການສ້າງເກນການປະເມີນ ທັງນີ້ເນື່ອງມາຈາກການວັດ ແລະ ປະເມີນຜົນກຳລັງປ່ຽນແປງສູ່ການປະເມີນຕາມສະພາບຈິງ ແລະ ການປະເມີນຈະເນັ້ນຂະບວນການປະຕິບັດຫຼາຍຂຶ້ນ ຄູຈຳເປັນຕ້ອງພັດທະນາເກນການປະເມີນທີ່ສະທ້ອນຫຼັກສູດ ແລະ ການສອນຂອງແຕ່ລະຄົນ ທັງນີ້ເພື່ອໃຫ້ເກນປະເມີນມີຄວາມສຳພັນກັບການຮຽນຮູ້ຫຼາຍຂຶ້ນ ການອອກແບບເກນການປະເມີນຕ້ອງພະຍາຍາມໃຫ້ນັກຮຽນມີສ່ວນຮ່ວມໃນແຕ່ລະຂັ້ນຕອນດັ່ງນີ້

      ຂັ້ນຕອນທີ 1 ກຳນົດສິ່ງທີ່ປະເມີນໃຫ້ຊັດເຈນວ່າຕ້ອງການປະເມີນວຽກຫຍັງ ?

      ຂັ້ນຕອນທີ 2 ກຳນົດຄວາມໝາຍຂອງຄຸນລັກສະນະຂອງສິ່ງທີ່ຈະວັດຕາມຂັ້ນຕອນທີ 1

      ຂັ້ນຕອນທີ 3 ກຳນົດລາຍການ ຫຼື ຕົວບົ່ງຊີ້ຂອງຄຸນລັກສະນະຂອງວຽກ ຫຼື ຂະບວນການປະຕິບັດວຽກ

      ຂັ້ນຕອນທີ 4 ລະບຸລະດັບຂອງຄຸນະພາບ ເຊັ່ນ 3 ລະດັບ ຄື ດີ ພໍໃຊ້ ຜ່ານເກນ ຫຼື 4 ລະດັບ ຄື ດີຫຼາຍ ດີ ປານກາງ ຄວນປັບປຸງ

      ຂັ້ນຕອນທີ 5 ກຳນົດຕົວຢ່າງວຽກທີ່ດີ ແລະ ບໍ່ດີ ໂດຍການນຳວຽກງານຕ່າງໆມາເປັນຕົວຢ່າງເພື່ອໃຫ້ນັກຮຽນເຫັນຕົວຢ່າງວຽກນັ້ນໆ ແລະ ຂຽນບັນຍາຍລັກສະນະວຽກທີ່ມີຄຸນະພາບດີທີ່ສຸດ ແລະ ຂຽນບັນຍາຍລັກສະນະວຽກທີ່ມີລັກສະນະຕໍ່າທີ່ສຸດ

      ແລ້ວຄ່ອຍຂຽນວຽກທີ່ມີລັກສະນະກາງໆ ເຊິ່ງຂັ້ນນີ້ເປັນຂັ້ນທີ່ປະຕິບັດຍາກທີ່ສຸດ ເພາະການສ້າງ ຫຼື ການບັນຍາຍຄູນລັກສະນະຂອງຄຸນະພາບຂອງວຽກໃຫ້ມີຄວາມແຕກຕ່າງກັນໃນແຕ່ລະດັບ.

      Weiner and Cohen ( 1997 ) ໄດ້ສະເໜີແນະການແບ່ງລະດັບຄຸນະພາບ ແລະ ການຂຽນອະທິບາຍວຽກແຕ່ລະລະດັບມີ 4 ລະດັບຄື:

      ລະດັບ 4 ມີ ( yes ) ມີການໃຫ້ລາຍລະອຽດຢ່າງຄົບຖ້ວນ

      ລະດັບ 3 ມີ -ແຕ່ ( yes-but ) ມີການໃຫ້ລາຍລະອຽດແຕ່ຂາດລາຍລະອຽດບາງຢ່າງ

      ລະດັບ 2 ບໍ່ມີ-ແຕ່ (no but ) ບໍ່ມີການໃຫ້ລາຍລະອຽດຢ່າງພຽງພໍ ແຕ່ມີການໃຫ້ລາຍລະອຽດພຽງເລັກ

      ນ້ອຍ

      ລະດັບ 1 ບໍ່ມີ ( no ) ບໍ່ມີການໃຫ້ລາຍລະອຽດ

      ຂັ້ນຕອນທີ 6 ໃຫ້ນັກຮຽນປະເມີນຜົນເອງ ແລະ ປະເມີນເພື່ອນຂັ້ນນີ້ໃຫ້ນັກຮຽນຜິດລິດວຽກຂະນະປະຕິບັດວຽກໃຫ້ນັກຮຽນຢຸດບາງຊ່ວງເພື່ອໃຫ້ໃຊ້ເກນການປະເມີນວຽກຂອງຕົນເອງ ແລະ ປະເມີນວຽກຂອງເພື່ອນ.

      ຂັ້ນຕອນທີ 7 ແກ້ໄຂປັບປຸງຂັ້ນນີ້ເປັນການປັບປຸງວຽກຂອງຕົນເອງຕາມຂໍ້ສະເໜີແນະທີ່ໄດ້ຈາກຂັ້ນຕອນທີ 6

      ຂັ້ນຕອນທີ 8 ໄດ້ເກນປະເມີນ ເພື່ອຄູຜູ່ສອນໄດ້ນຳໄປໃຊ້ໃນການປະເມີນວຽກຂອງນັກຮຽນຕໍ່ໄປ

      ດັ່ງນັ້ນຄູຜູ່ສອນຕ້ອງການຝຶກສ້າງເກນການປະເມີນກໍຄວນຈະເລີ່ມຕົ້ນຈາກຂໍ້ສະເໜີແນະດັ່ງກ່າວແລ້ວຄ່ອຍພັດທະນາຕົນເອງໄປເລື້ອຍໆ ກໍ່ຈະໄດ້ເກນປະເມີນທີ່ມີຄຸນະພາບທັງຄວາມທ່ຽງຕົງ (Validity ) ຄວາມເຊື່ອໜັ້ນ ( Reliability) ມີຄວາມເປັນປາລະໄນ (Objectivity) ແລະ ມີອຳນາດຈຳແນກ ( Discriminant ) ສາມາດປະເມີນຜົນງານ ຫຼື ຂະບວນການປະຕິບັດວຽກຂອງນັກຮຽນໄດ້ຕາມສະພາບຈິງ.

หมายเลขบันทึก: 570941เขียนเมื่อ 24 มิถุนายน 2014 13:28 น. ()แก้ไขเมื่อ 24 มิถุนายน 2014 13:28 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท