ກໍລະນີ​ສຶກສາ​ຂອງ​ຄົນ​ຕ່າງ​ດ້າວ​ໃນ​ສປປລາວ


.

 

  • ຂໍ້ມູນກ່ຽວກັບເອກະສານທີ່ຕິດຕົວຜູ້ກ່ຽວມີ

     

  1. ໜັງສື​ເດີນທາງ(Passport) ​​ເລກທີ0011556 ອອກ​ໃຫ້​ໂດຍ​ລັດຖະບານ​ຂອງ​ປະ​ເທດ​ຈໍ​ແດນ ​ໃນ​ວັນ​ທີ 20 ສິງຫາ 2009 ໝົດ​ອາຍຸ​ໃນ​ວັນ​ທີ 20 ສິງຫາ 2014

  2. ໜັງສື​ເດີນທາງ(Passport) ອອກ​ໃຫ້​ໂດຍ​ລັດຖະບານປະ​ເທດ​ປາ​ລາ​ສະຕິ​ນບໍ່​ມີ

  3. ວິຊາ​ເພື່ອ​ປະກອບ​ທຸລະ​ກິດ(Temporary Business Visa) ​ເລກທີ111000 ອອກ​ໃຫ້​ໂດຍ​ລັດຖະບານ​ລາວ​ໃນ​ວັນ​ທີ 13 ​ເມສາ 2010 ໝົດ​ອາຍຸວັນ​ທີ 16 ​ເມສາ 2014

    ຂໍ້​ມູນກ່ຽວ​ກັບ​ຄອບຄົວ

         Mr. John Ben ມີ​ອາຊີບ​ເປັນ​ຕໍາຫຼວດ​ມີໜ້າ​ທີ່​ຮັບຜິດຊອບ​ເປັນ​ເຈົ້າ​ໜ້າ​ທີ່​ສືບສວນມີພັນ​ລະ​ຍາ​ແລະ​ມີ​ລູກ 3 ຄົນປັດຈຸບັນ​ອາ​ໃສ​ຢູ່​ເມືອງ​ເບ​ທ໌​ເລ​ແຮມ ​ເຂດ​ເວສຕ໌​ແບ່ງປາ​ລາ​ສະຕິ​ນ Mr. John Ben ​ໄດ້​ເຊົ້າ​ມາ​ຢູ່ສປປລາວ ​ແຕ່ປີ 2010​ເຖິງ​ປະ​ຈຸ​ບັນປັດຈຸບັນ John Ben ອາ​ໃສ​ຢູ່​ສປປລາວ​ ​ໄດ້​ວິຊາ​ດໍາ​ເນີນ​ທຸລະ​ກິດປັດຈຸບັນ​ວິຊາ​ທຸລະ​ກົດ​ໄດ້​ໝົດ​ອາຍຸ​ແລ້ວ(Overstayed)

     

         ສາເຫດທີ່ເດີນທາງອອກຈາກປະເທດຕົ້ນທາງ

     

           ​ໃນ​ເວລາ​ທີ່​ອາ​ໃສ​ຢູ່​ເມືອງ​ເບ​ທ໌​ເລ​ແຮມ Mr. John Ben ມີ​ອາຊີບ​ເປັນ​ພະນັກລັດ ​ເຊິ່ງ​​ເປັນ​ພະນັກງານ​ສືບສວນ​ສອບ​ສວນ​ໃນ​ຄະດີ​ອາ​ຊະ​ຍາ​ກໍາ

           ​ໃນ​ປີ2005 Mr. John Ben ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ສອບ​ສວນ​ຄະດີ​ Mr. Thomas ອາຍຸ15ປີທີ່​ເສຍ​ຊີວິດ​ຍ້ອນ​ການ​ແຂນ​ຄໍ​ຕາຍດ້ວຍ​ຕົວ​ເອງ Mr. John Ben ​ໄດ້​ຜ່າຕັດ​ຊາບ​ສົບMr. Thomas ​ເພື່ອ​ສັນ​ລະ​ສູດ​ຊາບ​ສົບ​ດັ່ງກ່າວ

           Mr. John Ben   ອ້າງ​ວ່າການ​ກະທໍາ​ດັ່ງກ່າວ​ຂອງ​ຕົນ(ຜ່າ​ສັນ​ລະ​ສູດສົບ)​ເຮັດ​ໃຫ້​ຍາດ​ພີ່ນ້ອງ​ຂອງ​ຜູ້​ທີ່​ເສຍ​ຊີວິດ​ບໍ່​ພໍ​ໃຈ ​ເນື່ອງ​ຈາກ​ວ່າ​ເປັນ​ການທາລຸນ​ແລະ​ທໍາຮ້າຍ​ຮ່າງກາຍ​ຂອງ​ຜູ້​ທີ່​ເສຍ​ຊີວິດ​ຢ່າງ​ຮ້າຍ​ແຮງຕາມ​ຄວາມ​ເຊື່ອ​ຂອງ​ສາສະໜາ​ອິດສະ​ລ່າມ

             ຫຼັງ​ຈາກ​ນັ້ນ​ເປັນ​ຕົ້ນ​ມາ Mr. John Ben ອ້າງ​ວ່າ​ຕົນ​ເອງ​ໄດ້​ຖືກ​ທໍາຮ້າຍ​ຮ່າງກາຍ​ຢ່າງ​ຮຸນ​ແຮງ​ຈາກ​ຍາດ​ພີ່ນ້ອງ​ຂອງ​ຜູ້​ຕາຍ​ແລະ​ຍັງ​ຖືກ​ຂົ່ມຂູ່ ​ແລະ​ໃຫ້​ອອກ​ຈາກ​ເມືອງເບ​ທ໌​ເລ​ແຮມ

             ດ້ວຍ​ເຫດ​ນີ້Mr. John Ben ຈຶ່ງ​ອ້າງ​ວ່າ​ຕົນ​ເອງ​ມີ​ຄວາມ​ຈໍາ​ເປັນ​ຕ້ອງ​ໄດ້​ອອກ​ຈາກເມືອງເບ​ທ໌​ເລ​ແຮມປະ​ເທດ​ປາ​ລາ​ສະຕິ​ນ

    ສາ​ເຫດ​ທີ່​ສໍາຄັນ​ອີກ​ອັນ​ໜຶ່ງ​ທີ່​ພາ​ໃຫ້Mr. John Ben ຕ້ອງ​ຕັດສິນ​ໃຈ​ເຂົ້າ​ມາ​ໃນ​ສປປລາວ​ຍ້ອນ​ວ່າ​ມີ​ຄົນ​ແນະ​ນໍາ​ທີ່​ສາມາດ​ເຮັດ​ວິຊາ​​ແບບ​ດໍາ​ເນີນ​ທຸລະ​ກິດ​ໄດ້

               ຫຼັງ​ຈາກທີ່Mr. John Ben ​ໄດ້​ວິຊາ​ທຸລະ​ກິດ​ກໍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສປປລາວ ​ແຕ່​ຫຼັງຈາກ​ນັ້ນMr. John Ben ກໍ່​ໄດ້​ໄປ​ເຮັດ​ວຽກ​ໃນ​ຮ້ານ​ອາຫານ​ແຫ່ງ​ໃນ​ນະຄອນຫຼວງ​ວຽງ​ຈັນ(​ໃນ​ຖານະ​ເປັນ​ລູກຈ້າງ​ກິນ​ເງິນ​ເດືອນ)

     

    ຂໍ້ມູນພື້ນຖານຂອງປະເທດຈໍແດນ

           ຕັ້ງ​ແຕ່​ປີ 1954 ​ເປັນ​ຕົ້ນ​ມາ​ປະ​ເທດ​ຈໍ​ແດນ​ຮັບ​ຜູ້​ລີ້​ໄພ​ຊາວ​ປາ​ລາ​ສະຕິ​ນອາ​ໃສ​ຢູ່ East Bank ຫຼືWest Bank ​ເປັນ​ສັນຊາດ​ຈໍ​ແດນ ​ແຕ່​ໃນ​ເມື່ອ​ປະ​ເທດອິດສະ​​ເອວ​ໄດ້​ເຂົ້າ​ມາ​ຄວບ​ຄຸມ​ພື້ນ​ທີ່​ຝັ່ງWest Bankປີ 1983 ປະ​ເທດ​ຈໍ​ແດນ​ຈິ່ງ​ໄດ້​ວາງ​ລະບົບ​ໃໝ່​ເຊັ່ນ ຊາວ​ປາ​ລາ​ສະຕິ​ນທີ່​ອົບ​ພະ​ຍົກ​ຈາກWest Bank ມາ​ອາ​ໃສຢູ່​ໃນ East Bank ກ່ອນ​ວັນ​ທີ1 ມີ​ຖຸນາ 1986 ຍັງ​ຖື​ໄດ​ວ່າ​ເປັນ​ຄົນ​ສັນຊາດ​ຈໍ​ແດນ ​ແລະ​ຖື​ “ບັດ​ສີ​ເຫຼືອງ(yellow card)” ​ແຕ່​ວ່າ​ຖ້າ​ຄົນ​ປາ​ລາ​ສະຕິ​ນທີ່​ອົບ​ພະ​ຍົກ​ເຂົ້າ​ມາ​ຫຼັງ​ວັນ​ດັ່ງກ່າວ​ໄດ້​ຖື​ບັດ“ບັດ​ສີຂຽວ (green card)” ​ເຊິ່ງໝາຍ​ຄວາມ​ວ່າ​ບໍ່​ມີ​ສິດ​ໄດ້​ສັນຊາດ​ຈໍ​ແດນ, ບໍ່​ມີ​ສິດທິ​ທີ່​ຈະ​ອາ​ໃສ​ໃນ​ປະ​ເທດ​ຈໍ​ແດນ ​ແຕ່​ວ່າ​ບຸກຄົນ​ທີ່​ຖື​ບັດ​ສີຂຽວ​ສາມາດ​ຂໍ​ເອກະສານ​ເດີນທາງ​ຈາກ​ປະ​ເທດ​ຈໍ​ແດນ​ໄດ້​ເພື່ອ​ໃຊ້​ໃນ​ການ​ເດີນທາງ​ໄປ​ປະ​ເທດ​ອື່ນ​ແລະ​ໃຊ້​ສໍາ​ຫຼັບ​ການ​ເດີນທາງ​ເທົ່າ​ນັ້ນ(The Palestine Yearbook of International Law 2000/2001) ​ແລະ​ຈາກ​ລາຍ​ງານ​ຂອງ Human Rights Watch ​ເລ​ອື່ງ “Stateless Again: Palestinian-Origin Jordanians deprived of Their Nationality”​ໃນ​ວັນ​ທີ 2 ກຸມພາປີ 2010ກໍ່​ໄດ້​ກ່າວ​ໃນ​ໃນ​ທໍານອງ​ດຽວ​ກັນ

           ​ໃນ​ກໍລະນີ​ຂອງMr. John Ben ກໍ່​ເຊັ່ນ​ດຽວ​ກັນMr. John Ben ​ໄດ້​ຂໍ​ໜັງສື​ເດີນທາງ​ຈາກ​ປະ​ເທດ​ຈໍ​ແດນ​ເພື່ອ​ໃຊ້​ໃນ​ການ​ເດີນທາງ​ອອກ​ນອກ​ພື້ນ​ທີ່​ ທີ່Mr. John Ben ມີ​ຄວາມ​ຂັດ​ແຍ່ງ​ກັນMr. John Ben ​ໄດ້​ອ້າງ​ວ່າ​ຖ້າ​ຫາກ​ວ່າ​ໃຊ້​ໜັງສື​ເດີນທາງ​ເດີນທາງ​ຂອງ​ປະ​ເທດ​ປາ​ລາ​ສະຕິ​ນຈະ​ບໍ່​ສາມາດ​ເດີນທາງ​ໄປ​ປະ​ເທດ​ຕ່າງໆ​ໄດ້ ​ເນື່ອງ​ຈາກ​ປາ​ລາ​ສະຕິ​ນຍັງ​ບໍ່​ຖື​ເປັນ​ “ລັດ” ​ໃນ​ສາຍຕາ​ຂອງ​ປະ​ເທດ​ສ່ວນ​ໃຫຍ່

  1. ຖາມ​ວ່າ:Mr. John Ben ຈະ​ມີ​ສັນຊາດຫຼື​ບໍ່? ​ຖ້າມີຈະມີສັນຊາດຕາມກົດໝາຍຂອງລັດໃດ? ເພາະ​ເຫດຜົນ​ອັນ​ໃດ?

  2. ຕາມ​ກົດໝາຍ​ເຂົ້າເມືອງຂອງ​ສປປລາວMr. John Ben ​ໄດ້​ເຂົ້າ​ມາ​ຖືກຕ້ອງ​ຕາມ​ກົດໝາຍ​ລາວ​ຫຼື​ບໍ່? ​ໃຫ້​ເຫດຜົນ

  3. ​ Mr. John Ben ​ໄດ້​ເຮັດວຽກ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ສປປລາວ​ຫຼື​ອບໍ່? ​ໃຫ້​ເຫດຜົນ

  4. Mr. John Ben ມີ​ສິດ​ທິອາ​ໃສ​ໃນ​ສປປລາວ​ໄດ້​ຫຼື​ບໍ່? ຕາມ​ກົດໝາຍ​ຫຼື​ລະບຽບ​ການ​ອັນ​ໃດ​ແລະ​ພາຍ​ໃຕ້​ເງື່ອນ​ໄຂ​ອັນ​ໃດ?

หมายเลขบันทึก: 564226เขียนเมื่อ 19 มีนาคม 2014 15:50 น. ()แก้ไขเมื่อ 19 มีนาคม 2014 15:50 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท