it


ຕອບບັນຫາ ຄອມພິວເຕີ

 

ຈາກ​ທ່ານ sam Œວັນ​ທີ 20 ກັນ­ຍາ 2012 :

1.ສະ­ບາຍ­ດີ ສະ­ຫາຍ​ທີ​ນັບ­ຖື ປັດ­ຈຸ­ບັນ​ນີ້ window ທີ່​ນຳ​ໃຊ້​ໃນ computer ກໍ່​ມີ​ຫຼາຍ​ຮູບ​ແບບ, ເວີ​ຊັນ ແລະ ມາ​ໃໝ່​ເລື້ອຍໆ ອັນ​ເປັນ​ສາ­ເຫດ​ທີ່​ເຮັດ​ໃຫ້​ເຮົາ​ລົງ window ໃໝ່​ໄປ​ເລື້ອຍໆ. ຢາກ​ຮູ້​ວ່າ ອັນ​ທີ່​ເຮົາ​ລົງ window ຫຼາຍໆ​ຄັ້ງŒຫຼາຍໆ​ເທື່ອ​ນັ້ນ ຈະ​ມີ​ຜົນ​ແນວ­ໃດ​ຕໍ່​ກັບ computer, harddisk ຫຼື mainboard ແລະ ອື່ນໆ.

2.ການ​ທີ່​ເຮົາ​ລົງ window ໃໝ່​ກັບ computer ທີ່​ເຄີຍ​ຕິດ virus, virus ນັ້ນ​ຈະ​ຕາຍ, ຈະ​ຫາຍ ຫຼື ບໍ? ໂດຍ​ທີ​ເຮົາ​ບໍ່​ໄດ້​ຕິດ​ຕັ້ງ Antivirus scan ແລະ ບໍ່​ໄດ້​ຂ້າ​ດ້ວຍ​ວິ­ທີ​ອື່ນ.

(ຂອບ­ໃຈ​ທີ່​ທ່ານ​ໃຫ້​ຄວາມ​ກະ­ຈ່າງ​ແຈ້ງ)

ຕອບ: 1.ໃນ​ການ​ລົງ Windows ຫຼາຍໆ​ຄັ້ງ ມັນ​ຈະ​ບໍ່​ສົ່ງ​ຜົນ​ຫຍັງ​ຕໍ່​ກັບ​ອຸ­ປະ­ກອນ​ຄອມ​ພິວ​ເຕີ ບໍ່​ວ່າ​ຈະ​ເປັນ harddisk mainboard VGA card ... ເພາະ​ອຸ​ປະ­ກອບ​ທຸກ​ຢ່າງ​ມັນ​ມີ​ການ​ເສື່ອມ​ສະ­ພາບ​ຂອງ​ມັນ​ເອງ​ຢູ່​ແລ້ວ (ເວົ້າ​ສະ­ເພາະ​ໃນ​ການ​ລົງ Windows ແລະ ການ Format ແບບ​ປົກ­ກະ­ຕິ ເທົ່າ​ນັ້ນ!)

2. ການ​ລົງ Windows ໃນ​ຄອມ​ທີ່​ເຄີຍ​ຕິດ Virus  ນັ້ນ ອາດ​ຈະ​ຂ້າ​ໄດ້​ສະ­ເພາະ Virus ຊະ­ນິດ​ທີ່​ບໍ່​ຮ້າຍ​ແຮງ ເພາະ​ການ​ລົງ Windows ໃໝ່ ສ່ວນ​ຫຼາຍ​ເຮົາ​ມັກ​ຈະ Format ຊ່ອງ C: ເທົ່າ​ນັ້ນ ແຕ່ Virus ບາງ​ຊະ­ນິດ​ອາດ​ຝັງ​ໂຕ​ໃນ​ຊ່ອງ D: ຫຼື E: (ຖ້າ​ມີ harddisk ຫຼາຍ​ໜ່ວຍ ຫຼື ມີ​ການ​ແບ່ງ Partition ຫຼາຍ​ຊ່ອງ) ຊຶ່ງ​ກໍ່​ອາດ​ຈະ​ຕິດ Virus ໄດ້​ອີກ​ຄັ້ງ.

 

 

Hard disk ແມ່ນ​ອຸ­ປະ­ກອນ​ທີ່​ໃຊ້​ເກັບ​ຂໍ້​ມູນ ຊຶ່ງ​ມີ​ມາດ­ຕະ­ຖານ​ຫຼາຍ​ແບບ​ດ້ວຍ​ກັນ Hard disk ຫຼື Hard drive ເປັນ​ອຸ­ປະ­ກອນ​ຫຼັກ​ທີ່​ໃຊ້​ໃນ​ການ​ເກັບ​ຂໍ້​ມູນ​ຂອງ Operating system (OS) ຫຼື Windows ນັ້ນ​ເອງ ລວມ​ທັງ​ໂປຣ​ແກຣມ​ຕ່າງໆ ແລະ ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້ ໜ່ວຍ​ຄວາມ​ຈຸ​ຂອງ Hard disk ຄິດ­ໄລ່​ເປັນ Gigabyte (GB) ປັດ­ຈຸ­ບັນ Hard disk ມີ​ສອງ​ຮູບ​ແບບ​ຄື ຮຸ່ນ​ໃໝ່​ມີ​ຊື່­ວ່າ Serial ATA (SATA) ບາງ​ທ່ານ​ເອີ້ນ​ວ່າ ຊາ­ຕາ ແລະ ອີກ​ຮຸ່ນ​ເກົ່າ ແບບ IDE (Integrated Drive Electronics) ເອີ້ນ​ວ່າ ໄອ​ດີ​ອີ ທັງ​ສອງ​ແບບ​ໃຊ້​ສາຍ​ສັນ­ຍານ ແລະ ສາຍ​ໄຟ​ໃນ​ການ​ເຊື່ອມ​ຕໍ່​ທີ່​ແຕກ​ຕ່າງ​ກັນ ໃນ​ການ​ເລືອກ​ໃຊ້​ງານ ຕ້ອງ​ໄດ້​ກວດ­ກາ​ເບິ່ງ Mainboard ວ່າ​ຮອງ​ຮັບ​ການ​ທຳ​ງານ​ກັບ Hard disk ແບບ​ໃດ ເຮົາ​ມາ​ເບິ່ງ​ໜ້າ​ຕາ (ຕາມ​ພາບ) ແລະ ຮູບ​ແບບ​ການ​ເຊື່ອມ​ຕໍ່​ຂອງ​ແຕ່​ລະ​ຮຸ່ນ​ກັນ​ເລີຍ​ນໍ!

IDE (Integrated Drive Electronics)

ແບບ​ທຳ​ອິດ​ແມ່ນ IDE ເປັນ​ແບບ​ທີ່​ມີ​ການ​ນຳ​ໃຊ້​ກັນ​ມາ​ຍາວ​ນານ ຈົນ​ຮອດ​ປັດ­ຈຸ­ບັນ​ກໍ່​ຍັງ​ຊອກ​ຊື້​ມາ​ໃຊ້​ງານ​ໄດ້​ຢູ່ ມີ​ຄວາມ​ສາ­ມາດ​ບັນ­ຈຸ​ຕັ້ງ­ແຕ່ 40-500GB ສ່ວນ​ປະ­ກອບ​ທີ່​ຈຳ­ເປັນ​ມີ​ສີ່​ສ່ວນ​ດ້ວຍ​ກັນ ຄື IDE Port ຢູ່​ທີ່​ໂຕ​ເມນ​ບອດ, ສາຍ​ສັນ­ຍານ 80 pin IDE, Power connector ແລະ ກໍ່​ໂຕ hard disk IDE ນັ້ນ​ເອງ.

Serial ATA (Advanced Technology Attachment)

ເປີດ​ໂຕ​ຄັ້ງ​ທຳ​ອິດ​ໃນ​ວັນ​ທິ 26 ມິ­ຖຸ­ນາ 2002 ໃນ​ງານ PC EXPO ທີ່ New York ປະ­ເທດ​ສະ­ຫະ­ລັດ​ອາ­ເມ­ລິ­ກາ ຫຼັງ​ຈາກ​ທີ່​ມີ​ການ​ນຳ​ສະ­ເໜີ Parallel ATA (IDE) ດົນ​ກວ່າ 20 ປີ ລວມ​ທັງ​ເຕັກ​ໂນ​ໂລ​ຊີ​ອື່ນໆ​ທີ່​ເຮັດ​ໃຫ້­ການ​ອ່ານ​ຂໍ້​ມູນ​ໄດ້​ໄວ​ຂຶ້ນ ແລະ ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ Serial ATA ຂຶ້ນ​ມາ​ແທນ​ຮາດ​ດິ​ສ​ແບບ IDE ຊຶ່ງ Serial ATA ມີ​ຄວາມ​ໄວ​ໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຮອດ 150 Mbytes ຕໍ່​ວິ­ນາ­ທີ ແລະ ໃຫ້​ຜົນ​ຕອບ​ສະ­ໜອງ​ໃນ​ການ​ທຳ​ງານ​ໄດ້​ໄວ​ຫຼາຍ ໃນ​ພາກ­ສ່ວນ​ຂອງ​ຈຳ­ນວນ Pin ໜ້ອຍ​ກວ່າ Parallel ATA ສ່ວນ​ການ​ເຊື່ອມ​ຕໍ່​ກໍ່​ຈະ​ຄ້າຍ­ຄື​ກັບ​ແບບ IDE ແຕ່​ຈະ​ແຕກ​ຕ່າງ​ກັນ​ຢູ່​ທີ່​ໜ້າ​ຕາ Connector ຂອງ​ສາຍ​ໄຟ ແລະ ສາຍ​ສັນ­ຍານ​ເທົ່າ​ນັ້ນ.

ເມື່ອ​ເບິ່ງ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ກາຍ​ຍະ​ພາບ​ເຮົາ​ຈະ​ເຫັນ​ວ່າ Hard disk ແບບ IDE ແລະ SATA ຈະ​ມີ​ການ​ເຊື່ອມ​ຕໍ່​ທີ່​ແຕກ​ຕ່າງ​ກັນ​ຢ່າງ​ຂາດ​ຂັ້ນ ເຊັ່ນ ດ້ານ Connector ຂອງ Hard disk ຮວມ​ທັງ Mainboard ໄປ​ຈົນ​ເຖິງ​ສາຍ​ສັນ­ຍານ ແລະ ສາຍ​ໄຟ​ທີ່​ໃຊ້​ໃນ​ການ​ເຊື່ອມ​ຕໍ່ ສະ­ນັ້ນ ຖ້າ​ຫາ​ກວ່າ​ຕ້ອງ­ການ​ຊື້ Hard disk ມາ​ໃຊ້​ງານ ກໍ່​ຕ້ອງ​ມີ​ການ​ສຳ​ຫຼວດ​ກ່ອນ​ວ່າ Mainboard ດັ່ງ­ກ່າວ​ນັ້ນ ຮອງ​ຮັບ​ກັບ Hard disk ແບບ​ໃດ.

Connector ຢູ່​ໃນ​ໂຕ Mainboard ຂອງ Interface ທັງ​ສອງ​ແບບ ກໍ່​ຈະ​ມີ​ຮູບ​ຮ່າງ​ໜ້າ​ຕາ​ທີ່​ແຕກ​ຕ່າງ​ກັນ ເຊັ່ນ SATA ຈະ​ກຳ­ນົດ​ໃຫ້ 1 Connector ສາ­ມາດ​ຕໍ່ Hard disk ໄດ້​ພຽງ​ໜ່ວຍ​ດຽວ​ເທົ່າ​ນັ້ນ ສ່ວນ IDE ໃນ 1 Connector ສາ­ມາດ​ເລືອກ​ເອົາ​ໄປ​ຕໍ່​ກັບ Hard disk ຫຼື CD-ROM ຫຼື ທັງ​ສອງ​ຢ່າງ​ຮ່ວມ​ກັນ​ກໍ່​ໄດ້ ແຕ່​ບໍ່​ເກີນ 2ຢ່າງ Mainboard ໃນ​ປັດ­ຈຸ­ບັນ ນິ­ຍົມ​ໃຫ້ Port SATA ມາ​ຫຼາຍ​ອັນ ແຕ່​ມັກ​ຈະ​ໃຫ້ IDE ມາ​ພຽງ​ອັນ​ດຽວ ສຳ­ລັບ​ເພື່ອ​ຕໍ່ CD-ROM ຊຶ່ງ​ອາດ​ຈະ​ມີ​ບັນ­ຫາ ຫາກ​ຕ້ອງ​ຕໍ່​ໃຊ້​ງານ​ຮ່ວມ​ກັບ Hard disk ແບບ IDE ດັ່ງ­ນັ້ນ ຖ້າ­ວ່າ​ຕ້ອງ­ການ​ຈະ Upgrade ເຄື່ອງ ກໍ່​ຕ້ອງ​ໄດ້​ເບິ່ງ​ໃນ​ພາກ­ສ່ວນ​ນີ້​ນຳ.

ສາຍ​ສັນ­ຍານ​ຂອງ Hard disk ແບບ IDE ຈະ​ລັກ­ສະ­ນະ​ເປັນ​ສາຍ Parallel ຫຼື​ມັກ​ຮ້ອງ​ກັນ​ຕິດ​ປາ​ກວ່າ “ສາຍ​ແພ” ເຊິ່ງ​ສາຍ​ແພ​ທີ່​ວ່າ​ນີ້ ກໍ່​ມີ​ຢູ່​ສອງ​ແບບ ຄື​ແບບ 40 Pin (40 ເສັ້ນ) ແລະ 80 Pin (80 ເສັ້ນ) ໂດຍ​ສາຍ​ແບບ 40 Pin ນັ້ນ​ຈະ​ນຳ­ໄປ​ໃຊ້​ສຳ­ລັບ CD Drive ແລະ DVD Drive ສ່ວນ 80 Pin ຈະ​ໃຊ້​ກັບ Hard disk ຊຶ່ງ​ບໍ່​ແນະ­ນຳ​ໃຫ້​ໃຊ້​ງານ​ສະ­ຫຼັບ​ກັນ ເຖິງ​ວ່າ​ຈະ​ໃຊ້​ແທນ​ກັນ​ໄດ້​ກໍ່​ຕາມ.

ດັ່ງ​ທີ່​ໄດ້​ກ່າວ​ກ່ອນ​ໜ້າ​ນີ້​ວ່າ 1Connector ຂອງ IDE ສາ­ມາດ​ຕໍ່​ກັບ​ອຸ­ປະ­ກອນ​ແບບ IDE ໄດ້​ສອງ​ຢ່າງ ສາຍ​ທີ່​ໃຊ້​ຕໍ່​ກໍ່​ເລີຍ​ຖືກ​ອອກ​ແບບ​ໃຫ້​ສາ­ມາດ​ໃຊ້​ກັບ​ອຸ­ປະ­ກອນ​ສອງ​ຢ່າງ​ຕາມ​ທີ່​ກຳ­ນົດ ໂດຍ​ປາຍ​ດ້ານ​ໜຶ່ງ​ຈະ​ຖືກ​ເຊື່ອມ​ຕໍ່​ເຂົ້າ​ກັບ Mainboard ແລະ ຫົວ​ທີ່​ເຫຼືອ​ຈະ​ເຊື່ອມ​ຕໍ່​ເຂົ້າ​ກັບ​ອຸ­ປະ­ກອນ IDE ຊຶ່ງ​ກໍ່​ຈະ​ແມ່ນ Hard disk ຫຼື CD-ROM ໂດຍ​ເຮົາ​ອາດ​ຈະ​ຕໍ່​ພຽງ​ແຕ່​ອຸ­ປະ­ກອນ IDE ໜ່ວຍ​ດຽວ ຫຼື ສອງ​ໜ່ວຍ ເພື່ອ​ໃຊ້​ງານ​ຮ່ວມ​ກັນ​ກໍ່​ໄດ້ ແຕ່​ກໍ່​ມີ​ຄຳ­ເຕືອນ​ໜຶ່ງ​ວ່າ ບໍ່​ແນະ­ນຳ​ໃຫ້​ຕໍ່ CD-ROM ກັບ Hard disk ໃຊ້​ງານ​ຮ່ວມ​ກັນ ເພາະ​ຈະ​ເຮັດ​ໃຫ້​ຄວາມ​ໄວ​ໃນ​ການ​ທຳ​ງານ​ຂອງ Hard disk ຫຼຸດ​ລົງ ຄວນ​ຕໍ່​ອຸ­ປະ­ກອນ IDE ຊະ­ນິດ​ດຽວ​ກັນ​ໄວ້​ນຳ​ກັນ​ເທົ່າ​ນັ້ນ ໃນ​ການ​ເຊື່ອມ​ຕໍ່​ສາຍ ເນື່ອງ​ຈາ​ກວ່າ​ມີ​ອຸ­ປະ­ກອນ​ຕໍ່​ຮ່ວມ​ກັນ​ຢູ່​ໃນ​ສາຍ​ດຽວ ດັ່ງ­ນັ້ນ ຈຶ່ງ​ຈຳ­ເປັນ​ຕ້ອງ​ມີ​ການ​ກຳ­ນົດ​ການ​ທຳ​ງານ​ຂອງ​ອຸ­ປະ­ກອນ​ອອກ​ເປັນ Master ແລະ Slave ເພື່ອ​ລະ­ບຸ​ໂຕ​ອຸ­ປະ­ກອນ​ສຳ­ລັບ​ທຳ​ງານ ດັ່ງ­ນັ້ນ ເວ­ລາ​ຕໍ່​ສາຍ​ເຮົາ​ຕ້ອງ​ຄຳ­ນຶງ​ວ່າ ເຮົາ​ໄດ້​ກຳ­ນົດ​ໃຫ້​ອຸ­ປະ­ກອນ​ໂຕ​ໃດ​ເປັນ Master ແລະ Slave ເພື່ອ​ໃຫ້​ອຸ­ປະ­ກອນ​ທຳ​ງານ​ໄດ້​ດີ.

Hard disk ແບບ IDE ຈຳ­ເປັນ​ຕ້ອງ Set Jumper ເພື່ອ​ລະ­ບຸ​ການ​ທຳ​ງານ​ຂອງ​ອຸ­ປະ­ກອນ ວ່າ ເປັນ​ແບບ Master ຫຼື Slave ປົກ­ກະ­ຕິ​ຈະ​ມີ​ການ​ລະ­ບຸ​ຂອງ​ການ Set Jumper ຢູ່​ເທິງ​ໜ່ວຍ​ອຸ­ປະ­ກອນ ຫຼື​ຫາ​ກວ່າ​ບໍ່​ມີ ກໍ່​ສາ­ມາດ​ຊອກ​ເບິ່ງ​ໄດ້​ໃນ​ຄູ່​ມື​ທີ່​ມາ​ກັບ Hard disk ເພື່ອ​ໃຫ້​ເຮົາ​ສາ­ມາດ Set Jumper ໃຫ້​ຖືກ​ຕາມ​ທີ່​ກຳ­ນົດ ຫຼັງ​ຈາກ​ນັ້ນ​ກໍ່​ນຳ​ເອົາ​ສາຍ IDE ແລະ ສາຍ​ໄຟ​ມາ​ຕໍ່ ກໍ່​ສາ­ມາດ​ທຳ​ງານ​ໄດ້ ຫຼື ຖ້າ​ຫາກ​ບໍ່​ຕ້ອງ­ການ​ລະ­ບຸ​ເອງ ເຮົາ​ກໍ່​ສາ­ມາດ​ກຳ­ນົດ​ໃຫ້​ເປັນ CS (Cable Select) ຊຶ່ງ​ຈະ​ເປັນ​ການ​ລະ­ບຸ​ທີ່​ໂຕ Connector ຂອງ​ສາຍ IDE ແທນ ຖ້າ​ຫາກ​ອຸ­ປະ­ກອນ​ໂຕ​ໃດ​ຕໍ່​ຢູ່​ກັບ Connector ທີ່​ເປັນ Master ອຸ­ປະ­ກອນ​ໂຕ​ນັ້ນ​ກໍ່​ຈະ​ກາຍ­ເປັນ Master ໂດຍ​ອັດ­ຕະ­ໂນ­ມັດ ແຕ່​ສຳ­ລັບ SATA ບໍ່​ຈຳ­ເປັນ​ຕ້ອງ​ກຳ­ນົດ Jumper ເພາະ­ວ່າ Hard disk ໜຶ່ງ​ໜ່ວຍ ໃຊ້ Port SATA 1 Port.

Hard disk ແບບ SATA ຈະ​ເປັນ​ສາຍ​ເສັ້ນ​ດຽວ ທີ່​ດ້ານ​ໜຶ່ງ​ຈະ​ເຊື່ອມ​ຕໍ່​ເຂົ້າ​ກັບ Mainboard ແລະ ສ່ວນ​ປາຍ​ອີກ​ດ້ານ​ໜຶ່ງ​ຈະ​ເຊື່ອມ​ຕໍ່​ເຂົ້າ​ກັບ Hard disk ແບບ SATA ຂໍ້​ດີ​ຂອງ​ການ​ເຊື່ອມ​ຕໍ່​ແບບ​ນີ້​ກໍ່​ຄື ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສາຍ ເພາະ­ວ່າ​ສາຍ​ດັ່ງ­ກ່າວ​ມີ​ຂະ­ໜາດ​ນ້ອຍ ເຮັດ​ໃຫ້­ການ​ຈັດ​ວາງ​ສາຍ​ໃຊ້​ເນື້ອ­ທີ່​ໃນ Case ໜ້ອຍ.

 

 

ເບີ່ງຄືວ່າ (Microsoft) ຈະໄດ້ຢືມແນວຄວາມຄິດເມື່ອຄັ້ງທີ Steve JOBS ປ່ຽນແປງຜະລິດຕະພັນຕ່າງໆຂອງ Apple ໃຫ້ເຫຼືອໜ້ອຍທີ່ສຸດ ເພື່ອໃຫ້ລູກຄ້າຕັດສິນໃຈໄດ້ງ່າຍ ເນື່ອງຈາກກ່ອນໜ້ານີ້ Windows ຈະມາພ້ອມກັນຫຼາຍ ເວີເຊິນໃຫ້ລູກຄ້າເລືອກຈົນສັບສົນ ເຊັ່ນ Starter, Home, Basic, Home Premium, Ultimate, etc. ແຕ່ ບັນຫານີ້ຈະບໍ່ເກີດຂຶ້ນກັບລະບົບ ປະຕິບັດການຮຸ່ນໃໝ່ ກໍຄື Windows 8 ທີ່ຈະເປີດໂຕ ໄລຍະໄຕມາດທີ່ສາມຂອງ ປີນີ້...

ບັນຫາໂຕເລືອກທີ່ຫຼາຍເກີນໄປຂອງ Windows ຍັງເປັນແຮງຊຸກຍູ້ໃຫ້ລູກຄ້າໃໝ່ຫັນໄປໃຊ້ Mac ແທນ ຊຶ່ງຫຼັງຈາກທີ່ Microsoft ເບິ່ງເຫັນບັນຫາດັ່ງກ່າວແລ້ວ ບໍລິສັດຈຶ່ງໄດ້ວາງກົນລະຍຸດໃໝ່ໃຫ້ກັບ Windows 8 ໂດຍການເຮັດໃຫ້ ມັນມີພຽງ 3ເວີເຊິນເທົ່ານັ້ນ.

Windows 8 ຖ້າເອິ້ນສັ້ນໆພຽງເທົ່ານີ້ ແມ່ນໝາຍເຖິງ Windows 8 ສຳລັບຮາດແວຄອມພິວເຕີທີ່ທຳງານດ້ວຍ Processor x86 ທັງ Desktop ແລະ Notebook ໂດຍຈະມາພ້ອມກັບຄຸນສົມບັດທີ່ຈຳເປັນສຳລັບຜູ້ໃຊ້ ຊຶ່ງລວມທັງ Interface ໃໝ່ ເຊັ່ນ Metro UI ທີ່ເພີ່ມຂຶ້ນມາ ນອກຈາກ Desktop UI ອີກດ້ວຍ.

Windows 8 Pro ສຳລັບເວີເຊິນ Pro ແມ່ນເໝາະສົມກັບຜູ້ໃຊ້ທີ່ຕ້ອງການປະສິດທິພາບການທຳງານທີ່ເໜືອກວ່າ ໂດຍສະເພາະກຸ່ມທຸລະກິດ ເນື່ອງຈາກມີ Function ເຊັ່ນ ການເຂົ້າລະຫັດ Virtualization ແລະ ການຈັດການ PC ຈະເວົ້າໄປແລ້ວ Windows 8 Pro ໜ້າຈະເອິ້ນວ່າ Windows 8 Enterprise ຫຼາຍກວ່າ ແຕ່ຖ້າຫາກໃສ່ຊື່ນີ້ ມັນກໍເທົ່າກັບວ່າຕັດກຸ່ມລູກຄ້າຕາມບ້ານ ຫຼື ທຸລະກິດຂະໜາດນ້ອຍໄປນັ້ນເອງ.

Windows 8 RT ຫຼືເປັນທີ່ຮູ້ຈັກກັນດີໃນອີກຊື່ໜຶ່ງວ່າ Windows On ARM ເວີເຊິນນີ້ ກໍຈະໝາຍເຖິງ Windows 8ທີ່ສຳລັບໃຊ້ Run ໃນອຸປະກອນ ເຊັ່ນ "ແທັບເລັດ" (Tablet) ທີ່ທຳງານດ້ວຍ Processor ARM (Qualcomm, Motorola ແລະ Nvidia) ທີ່ເໝາະກັບຜູ້ໃຊ້ທີ່ຕ້ອງການ Run Windows 8 ໃນ Tablet ໂດຍສະເພາະ RT (Run Time) ຊຶ່ງໝາຍລະບົບນິເວດການທຳງານໃໝ່ ແລະ ການໃຊ້ງານ Metro UI ໃນ Tablet.

ຂໍ້ມູນການຊີ້ແຈງເວີເຊິນຂອງ Windows 8 ນີ້ ມາຈາກ Blog ທີມພັດທະນາ Windows ສ່ວນຜູ້ທີ່ໃຊ້  Windows 7 ເມື່ອຕ້ອງການ Upgrade ຈະຕ້ອງເລືອກລະຫວ່າງ Windows 8 ຫຼື Windows 8 Pro ໃນຂະນະທີ່ Windows 8 RT ຈະຕິດຕັ້ງມາພ້ອມກັບອຸປະກອນຢູ່ແລ້ວ ກ່ອນໜ້ານີ້ມີຂ່າວລື ຫຼັງຈາກທີ່ Windows 8 Consumer Preview ເປີດໂຕອອກມາວ່າ Microsoft ຈະອອກ Windows 8 ມາໃຫ້ເລືອກນັບຕັ້ງແຕ່ Home Basic ໄປຈົນເຖິງ Professional Plus ລວມທັງໝົດ 9 ເວີເຊິນ ຊຶ່ງແນ່ນອນວ່າຜູ້ບໍລິໂພກຈະຕ້ອງຮູ້ສຶກບໍ່ດີໃຈ ການຊີ້ແຈງຂໍ້ມູນກ່ຽວກັບເວີເຊິນຫຼ້າສຸດທີ່ເຫຼືອພຽງ 3 ເວີເຊິນນີ້ ກໍໜ້າຈະເປັນຂ່າວດີສຳລັບຜູ້ໃຊ້ ແລະ ເປັນໂອກາດຂອງ Windows 8 ນັ້ນເອງ.

 

 

ໃນ​ນີ້​ຈະ​ສະ­ເໜີ​ບາງ​ຄຳ​ສັບ​ໄອ​ທີ (IT = Information Technology) ພາ­ສາ​ອັງ (ໃນ​ຕົວ​ຈິງ​ອາດ​ມີ​ຫຼາຍ​ກວ່າ​ນີ້) ທີ່​ຕ່າງ​ກັນ​ໜ້ອຍ​ດຽວ ແຕ່​ໃຊ້​ແທນ​ກັນ​ໄດ້...

 

Notebook / Laptop

ເຊື່ອ​ວ່າ​ຫຼາຍ​ຄົນ​ຄົງ​ໄດ້​ຍິນ​ສອງ​ຄຳ​ນີ້​ມາ​ພໍ​ສົມ­ຄວນ ຊຶ່ງ​ໃນ​ລາຍ​ລະ­ອຽດ​ເລິກໆ​ແລ້ວ​ຕ່າງ​ກັນ​ໜ້ອຍ​ດຽວ​ເທົ່າ​ນັ້ນ ເພາະ​ມີ​ຈຸດ​ກຳ­ເນີດ​ທີ່​ແຕກ​ຕ່າງ​ກັນ (ຖ້າ​ອະ­ທິ­ບາຍ​ລະ­ອຽດ ກໍ​ຄົງ​ກິນ​ເນື້ອ­ທີ່​ຫຼາຍ​ກວ່າ​ນີ້) ປັດ­ຈຸ­ບັນ​ສອງ​ຄຳ​ນີ້​ມີ​ຄວາມ​ຄື​ກັນ​ຢ່າງ​ຊັດ​ເຈນ ໂດຍ​ຄຳ​ວ່າ Laptop ມາ​ຈາກ ຄອມ​ພິວ​ເຕີ​ຕັ້ງ​ຕັກ (ວາງ​ເທິງ​ຕັກ​ໄດ້) ຊຶ່ງ​ພື້ນ­ຖານ​ກໍ​ມາ​ຈາກ ຄອມ​ພິວ​ເຕີ​ຕັ້ງ​ໂຕະ (Desktop Computer) ທີ່​ຫຍໍ້​ສ່ວນ​ລົງ​ມາ.

ຄຳ​ທີ່​ນິ­ຍົມ​ໃຊ້ Notebook

 

Software / Program (US) , Programme (UK)

ສອງ​ຄຳ​ນີ້ ຄື​ກັນ​ຢ່າງ​ຊັດ​ເຈນ ຊຶ່ງ​ບາງ​ຄົນ​ກໍ​ເອີ້ນ “ຊອບ​ແວ” ບາງ​ຄົນ​ກໍ​ວ່າ “ໂປຣ​ແກຣມ” ຕ່າງ­ປະ­ເທດ​ກໍ​ເຊັ່ນ​ກັນ ຄຳ​ວ່າ “ໂປຣ​ແກຣມ” ມີ​ຮາກ​ສັບ​ມາ​ຈາກ​ພາ­ສາ ເກຼັກ ແຕ່​ຄຳ​ວ່າ “ໂປຣ​ແກຣມ” ອາດ​ມີ​ຄວາມ​ໝາຍ​ກວ້າງ​ກວ່າ ຄື ອາດ​ໝາຍ​ເຖິງ​ກຳ­ນົດ​ການ​ຕ່າງໆ​ຂອງ​ແຜນ​ງານ ສ່ວນ​ຄຳ​ວ່າ “ຊອບ​ແວ” ໝາຍ​ເຖິງ​ໂປຣ​ແກຣມ ຫຼື ສິ່ງ​ທີ່​ຖື​ພັດ­ທະ­ນາ​ຂຶ້ນ​ມາ​ເພື່ອ​ໃຊ້​ກັບ​ຄອມ​ພິວ​ເຕີ​ເທົ່າ​ນັ້ນ ສຸດ​ທ້າຍ​ສະ­ຫຼຸບ​ໄດ້​ວ່າ ຄື​ກັນ ແລະ ໃຊ້​ແທນ​ກັນ​ໄດ້.

ຄວາມ​ຮູ້​ເສີມ: ບາງ​ຄົນ​ອາດ​ສົງ​ໃສ​ວ່າ ຄຳ​ວ່າ “ແອບ​ພຣິກ​ເຄ​ຊັນ” (Application) ຫຼື ຮ້ອງ​ສັ້ນໆ​ວ່າ “ແອບ” ນັ້ນ​ແມ່ນ​ໝວດ​ຍ່ອຍ​ຂອງ​ຊອບ​ແວ​ອີກ​ຂັ້ນ​ໜຶ່ງ ຊຶ່ງ​ໝວດ​ຫຼັກໆ​ຂອງ​ຊອບ​ແວ ແບ່ງ​ອອກ​ເປັນ​ສອງ​ສ່ວນ​ນ້ອຍ​ຫຼັກໆ ຄື ຊອບ​ແວ​ບໍ­ລິ­ຫານ​ຈັດ­ການ​ລະ­ບົບ (System Software) ເຊັ່ນ ລະ­ບົບ​ປະ­ຕິ­ບັດ​ການ​ທີ່​ເຮົາ​ລຶ້ງ​ເຄີຍ​ດີ Windows, Mac OS, Linux ຖ້າ​ຢູ່​ໃນ​ສະ­ມາດ​ໂຟນ ກໍ​ແມ່ນ iOS, Android, BlackBerry ເປັນ­ຕົ້ນ ແລະ ອີກ​ພາກ­ສ່ວນ​ໜຶ່ງ​ຄື ພວກ​ຊອບ​ແວປະ­ຍຸກ” (Application Software) ເຊັ່ນ MS-Office, Internet Explorer, Adobe Photoshop ແລະ ໂປຣ​ແກຣມ​ອື່ນໆ​ອີກ.

ຄຳ​ທີ່​ນິ­ຍົມ​ໃຊ້ Program

 

USB Flash Drive / Thumb Drive

ຄົນ​ໄອ​ທີ​ແມ່ນ​ຮູ້­ຈັກ​ດີ ແລະ ຂາດ​ບໍ່​ໄດ້ ຊຶ່ງ​ສ່ວນ​ຫຼາຍ​ຈະ​ມີ​ລັກ­ສະ­ນະ​ສີ່​ຫຼ່ຽມ​ນ້ອຍໆ ສຽບ​ໃສ່​ພອດ USB ເອ­ກະ­ລັກ​ສະ­ເພາະ​ຂອງ​ມັນ​ແມ່ນ​ເອົາ​ໄວ້​ໃຊ້​ເປັນ​ອຸ­ປະ­ກອນ​ເກັບ​ຂໍ້​ມູນ​ແບບ​ພົກ​ພາ ມີ​ຂະ­ໜາດ​ນ້ອຍ ນ້ຳ­ໜັກ​ເບົາ ລັກ­ສະ­ນະ​ໃຊ້​ງານ​ຄ້າຍ­ຄື​ກັບ Floppy Disk ຫຼື ແຜ່ນ CD ແຕ່ ສິ່ງ​ນີ້​ໃຊ້​ໜ່ວຍ​ຄວາມ​ຈຳ​ແບບ​ແຟຣດ ຂໍ້​ດີ​ຄື ບໍ່​ຕ້ອງ​ມີ​ຫົວ​ອ່ານ​ຂໍ້​ມູນ​ທີ່​ຊັບ­ຊ້ອນ ຮຸ່ນ​ທຳ​ອິດ​ທີ່​ຜະ­ລິດ​ອອກ​ມາ​ມີ​ຊື່­ວ່າ Thumb Drive ສະ­ຫຼຸບ​ຄື ຄຳ​ວ່າ Flash Drive ແມ່ນ​ຊື່​ທີ່​ເອີ້ນ​ຢ່າງ​ເປັນ​ທາງ​ການ​ຂອງ​ອຸ­ປະ­ກອນ​ນີ້ ແຕ່ Thumb Drive ແມ່ນ​ຊື່​ທາງ​ການ​ຄ້າ​ຂອງ​ບໍ­ລິ­ສັດ​ຜູ້​ຜະ­ລິດ​ລາຍ​ໜຶ່ງ ນອກ­ຈາກ​ນີ້​ແລ້ວ ກໍ​ຍັງ​ມີ​ຊື່​ທາງ​ການ​ຄ້າ​ອື່ນ​ອີກ​ເຊັ່ນ Handy Drive, Data Drive, Key Drive ແລະ ອື່ນໆ.

ຄຳ​ທີ່​ນິ­ຍົມ​ໃຊ້ Flash Drive (ຄົນ​ລາວ​ສ່ວນ​ຫຼາຍ​ເອິ້ນສັ້ນໆ​ວ່າ USB ເພາະ​ໃຊ້​ສຽບ​ໃສ່​ຮູ USB)

 

System board / Motherboard

ແຜ່ນ​ວົງ​ຈອນ​ໄຟ­ຟ້າ​ຫຼັກ​ຂອງ​ເຄື່ອງ​ຄອມ​ພິວ​ເຕີ ທີ່​ທຸກໆ​ເຄື່ອງ​ຕ້ອງ​ມີ ເຊັ່ນ ຄອມ​ພິວ​ເຕີ ຕັ້ງ​ໂຕະ ຫຼື ຕັ້ງ​ຕັກ ໄປ​ຈົນ​ຮອດ​ອຸ­ປະ­ກອນ​ພົກ​ພາ (Mobile Devices)... ແມ່ນ​ແຜ່ນ​ທີ່​ທຸກ​ສ່ວນ​ປະ­ກອບ​ໃນ​ຄອມ​ພິວ​ເຕີ ຈະ​ຕ້ອງ​ໄດ້​ເຊື່ອມ​ຕໍ່​ມາ​ຍັງ​ແຜ່ນ​ວົງ​ຈອນ​ອັນ​ຊັບ­ຊ້ອນ​ນີ້ ເຊັ່ນ ໜ່ວຍ​ປະ­ມວນ​ຜົນ (CPU) ໜ່ວຍ​ຄວາມ​ຈຳ (RAM) ອຸ­ປະ­ກອນ​ຈັດ​ເກັບ​ຂໍ້​ມູນ (Storage Device) ລວມ​ທັງ​ອຸ­ປະ­ກອນ​ຕໍ່​ພວງ​ຕ່າງໆ (Peripheral Device) ຖື​ວ່າ​ແມ່ນ​ຫົວ­ໃຈ​ສຳ­ຄັນ​ທີ່​ຂາດ​ບໍ່​ໄດ້​ແທ້ໆ ຊຶ່ງ​ສິ່ງ​ນີ້​ມີ​ຫຼາຍ​ຄຳ​ທີ່​ໃຊ້​ເອີ້ນ ເຊັ່ນ System board, Motherboard, Logic board ແລະ ສຸດ​ທ້າຍ​ແມ່ນ Mainboard.

ຄຳ​ທີ່​ນິ­ຍົມ​ໃຊ້ Mainboard

คำสำคัญ (Tags): #dd
หมายเลขบันทึก: 562406เขียนเมื่อ 21 กุมภาพันธ์ 2014 22:21 น. ()แก้ไขเมื่อ 21 กุมภาพันธ์ 2014 22:21 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท