ຄວາມຮູ້ເບື້ອງຕົ້ນກ່ຽວກັບການວັດຜົນ ແລະ ປະເມີນຜົນ


                                                   ບົດທີ 1

                      ຄວາມຮູ້ເບື້ອງຕົ້ນກ່ຽວກັບການວັດຜົນ ແລະ ປະເມີນຜົນ

1.   ຄວາມໝາຍຂອງການວັດຜົນ ແລະ ປະເມີນຜົນ

1.1       ຄວາມໝາຍຂອງການວັດຜົນ

ການວັດຜົນແມ່ນຂະບວນການຊອກຫາປະລິມານ ຫຼື ຈຳນວນຂອງສິ່ງຂອງຕ່າງໆໂດຍໃຊ້ເຄື່ອງມືຢ່າງໃດ

ຢ່າງໜຶ່ງ ຜົນຂອງການວັດຜົນມັກຈະອອກມາເປັນຕົວເລກ ສັນຍາລັກ ຫຼື ຂໍ້ມູນ.

              ການວັດຜົນການສຶກສາ ໝາຍເຖິງການເກັບກໍາລວບລວມຂໍ້ມູນຕ່າງໆ ຂອງຜູ້ຮຽນຢູ່ໃນຂະບວນການຮຽນ-ການສອນໂດຍໃຊ້ເຄື່ອງມືຢ່າງໃດຢ່າງໜຶ່ງມາປະຕິບັດ.

1.2      ຄວາມໝາຍຂອງການປະເມີນຜົນ

ການປະເມີນຜົນແມ່ນການນຳເອົາຜົນຂອງການວັດຜົນມາພິຈາລະນາວິນິດໄສ, ຕັດສິນຄຸນຄ່າໂດຍ

ປຽບທຽບກັບເກນມາດຕະຖານທີ່ກຳນົດໄວ້.

              ການປະເມີນຜົນການສຶກສາ ໝາຍເຖິງການນໍາເອົາຜົນຂອງການວັດຜົນການສຶກສາມາຕີລາຄາ ແລະ ວິນິດໄສ ແລ້ວຕັດສິນໃຈໂດຍອາໄສຫຼັກການຢ່າງໃດຢ່າງໜຶ່ງ.

2.  ຈຸດປະສົງຂອງການວັດຜົນການສຶກສາ

ການວັດຜົນການສຶກສາມີຈຸດປະສົງທີ່ສຳຄັນຫຼາຍຢ່າງຕໍ່ການຮຽນ-ການສອນແຕ່ພໍສະຫຼຸບໄດ້ບາງບັນຫາທີ່

ສຳຄັນດັ່ງນີ້.

     . ວັດຜົນເພື່ອພັດທະນາການຮຽນ-ການສອນ

          ເປັນການວັດຜົນເພື່ອຊອກຮູ້ວ່ານັກຮຽນມີຄວາມບົກຜ່ອງ ຫຼື ບໍ່ເຂົ້າໃຈໃນບົດເລື່ອງໃດ ແລ້ວຈຶ່ງຄ່ອຍຫາວິທີການສອນເພື່ອແກ້ໄຂຂໍ້ບົກຜ່ອງເຫຼົ່ນັ້ນ ຈຸດປະສົງນີ້ຖືວ່າເປັນຈຸດປະສົງທີ່ສຳຄັນທີ່ສຸດ

    ຂ. ວັດຜົນເພື່ອວິນິດໄສ

        ເປັນການວັດຜົນເພື່ອຊອກຮູ້ວ່ານັກຮຽນມີຄວາມບົກຜ່ອງຢູ່ຈຸດໃດໃນບົດຮຽນໜຶ່ງຈາກນັ້ນກໍຫາທາງຊ່ວຍເເຫຼືອເພີ່ມໃຫ້ນັກຮຽນມີຄວາມເຂົ້າໃຈໃນຈຸດນັ້ນ.

    ຄ. ວັດຜົນເພື່ອຈັດອັນດັບທີຂອງນັກຮຽນ

         ເປັນການວັດຜົນເພື່ອປຽບທຽບວ່ານັກຮຽນຄົນໃດເກັ່ງ ຄົນໃດອ່ອນ ນັກຮຽນຄົນໃດຈະໄດ້ເປັນທີເທົ່າໃດ.

    ງ. ວັດຜົນເພື່ອປຽບທຽບການພັດທະນາການຂອງນັກຮຽນ

        ເປັນການວັດຜົນເພື່ອປຽບທຽບສະມັດຖະພາບຂອງນັກຮຽນວ່າມີຄວາມກ້າວໜ້າ ຫຼື ບໍ ເຊັ່ນ : ການປຽບທຽບກ່ອນຮຽນ ແລະ ຫຼັງຮຽນ ຫຼື ປຽບທຽບການຮຽນລະຫວ່າງ ພາກຮຽນທີ 1 ແລະ ພາກຮຽນທີ 2.

    ຈ. ວັດຜົນເພື່ອພະຍາກອນ

        ເປັນການວັດຜົນເພື່ອຄາດຄະເນລ່ວງໜ້າວ່ານັກຮຽນຄົນໃດຄວນຈະໄປຮຽນຕໍ່ໃນລາຍວິຊາໃດຈຶ່ງຈະມີຜົນສໍາເລັດອັນດີ ການວັດຜົນແບບນີ້ມີປະໂຫຍດໃນການແນະແນວການສຶກສາ.

 

 

    ສ. ວັດຜົນເພື່ອປະເມີນຜົນ

        ເປັນການວັດຜົນເພື່ອເອົາຜົນຂອງການວັດຜົນນັ້ນໄປໃຊ້ໃນການສະຫຼຸບຕີລາຄາວ່າການຈັດການສຶກສານັ້ນມີປະສິດທິພາບສູງ ຫຼື ຕໍ່າ ຫຼັກສູດເໜາະສົມ ຫຼື ບໍ່ຄວນປັບປຸງແກ້ໄຂຫຍັງແດ່ ແລະ ຈະຕັດສິນໃຈເຮັດແນວໃດໃນຂັ້ນຕໍ່ໄປ ຫຼື ອາດນຳໄປວິເຄາະເຄື່ອງມືທີ່ໃຊ້ໃນການວັດຜົນນັ້ນເໜາະສົມ ຫຼື ບໍ.

3.  ຫຼັກການວັດຜົນການສຶກສາ

ການວັດຜົນການສຶກສາຈະມີປະສິດທິພາບດີ ຫຼື ບໍ່ນັ້ນຂຶ້ນຢູ່ກັບຫຼັກການ ແລະ ວິທີການວັດຜົນການວັດຜົນທີ່

ດີຕ້ອງຍຶດຖືຫຼັກການດັ່ງນີ້:

      ກ. ຕ້ອງໃຫ້ຖືກກັບຈຸດປະສົງຂອງການຮຽນ-ການສອນ

          ການວັດຜົນການສຶກສາເປັນການທົດສອບເບິ່ງວ່າ ຜົນຂອງການສອນຂອງຄູນັ້ນເຮັດໃຫ້ນັກຮຽນມີຄວາມຮູ້ຕາມຈຸດປະສົງທີ່ວາງໄວ້ ຫຼື ບໍ ຖ້າການວັດຜົນການສຶກສາບໍ່ຖືກກັບຈຸດປະສົງຂອງການຮຽນການສອນແລ້ວກໍຈະຖືວ່າ ບໍ່ມີປະໂຫຍດຫຍັງໝົດ.

      ຂ. ພະຍາຍາມຊອກຫາເຄື່ອງມືວັດຜົນທີ່ດີ ແລະ ເໜາະສົມທີ່ສຸດ

         ການວັດຜົນການສຶກສາເປັນການວັດທາງອ້ອມ, ດັ່ງນັ້ນ ຄູຄວນຊອກຫາເຄື່ອງມືວັດຜົນທີ່ມີຄຸນະພາບດີທີ່ສຸດ ເພື່ອໃຫ້ໄດ້ຜົນທີ່ຖືກຕ້ອງ ແລະ ໜ້າເຊື່ອຖືໄດ້.

     . ພະຍາຍາມໃຫ້ມີຄວາມຜິດພາດໜ້ອຍທີ່ສຸດ

        ການວັດຜົນການສຶກສານັ້ນຈະເກີດມີຄວາມຜິດພາດຢູ່ສະເໜີ, ດັ່ງນັ້ນຄູຄວນລະມັດລະວັງເພື່ອໃຫ້ຄວາມຜິດພາດນັ້ນມີໜ້ອຍທີ່ສຸດ ຖ້າຈະໃຊ້ເຄື່ອງມືວັດຊະນິດໃດກໍຄວນລະມັດລະວັງເຖິງດ້ານຈຳກັດຂອງເຄື່ອງມືຊະນິດນັ້ນ ແລະ ຄວນເຮັດການວັດຜົນຫຼາຍຄັ້ງ.

     ງ. ຄວນຕີຄວາມໝາຍຂອງຜົນການວັດຜົນໃຫ້ຖືກຕ້ອງ.

       ເມື່ອໄດ້ຜົນການວັດອອກມາເປັນຄະແນນແລ້ວ ຄວນຕີຄວາມໝາຍຂອງຄະແນນນັ້ນໃຫ້ຖືກຕ້ອງເໜາະສົມ ແລະ ຍຸດຕິທຳ.

    ຈ. ຄວນໃຊ້ຜົນການວັດໃຫ້ເປັນປະໂຫຍດທີ່ສຸດ

       ການວັດຜົນບໍ່ແມ່ນພຽງແຕ່ຈະຮູ້ວ່ານັກຮຽນຄົນໃດ ໄດ້ຄາດໝາຍ ຫຼື ບໍ ນັກຮຽນຄົນໃດເກັ່ງ ຫຼື ອ່ອນ ແຕ່ສິ່ງທີ່ດີທີ່ສຸດຄື ຕ້ອງພະຍາຍາມຄົ້ນຄວ້າເຖິງວ່າ ນັກຮຽນແຕ່ລະຄົນມີຈຸດດີ ແລະ ຈຸດອ່ອນຢູ່ບ່ອນໃດ ແລະ ຈະຊອກຫາວິທີແກ້ໄຂແນວໃດ ເພື່ອໃຫ້ການສອນບັນລຸຕາມຈຸດປະສົງທີ່ວາງໄວ້. ການວັດຜົນ ແລະ ການປະເມີນຜົນ ການສຶກສາມີການພົວພັນຢ່າງສະໜິດແໜ້ນກັບການຮຽນ-ການສອນ ແລະ ບໍ່ສາມາດທີ່ຈະແຍກອອກຈາກກັນໄດ້.

       ດັ່ງນັ້ນ ຄູອາຈານຂອງພວກເຮົາຄວນຈະຊອກຮູ້ຮໍ່າຮຽນ ເລືອກເອົາວິທີການວັດຜົນທີ່ດີ ແລະ ແທດເໜາະກັບສະພາບການຕົວຈິງຄວນວັດຜົນຢ່າງເນື່ອງນິດລຽນຕິດ ເພື່ອຈະໄດ້ຮູ້ວ່າການສອນຂອງຕົນມີຄວາມຂາດຕົກບົກຜ່ອງຢູ່ບ່ອນໃດ ນັກຮຽນບໍ່ເຂົ້າໃຈບ່ອນໃດ ແລະ ຈະຊອກຫາວິທີແກ້ໄຂແນວໃດ ເພື່ອໃຫ້ນັກຮຽນກາຍເປັນນັກຮຽນດີ ນັກຮຽນເກັ່ງ ແລະ ກາຍເປັນກຳລັງແຮງອັນມີຄຸນຄ່າຂອງປະເທດຊາດໃນອະນາຄົດ.

 

 

 

 

 

 

 

 

 

หมายเลขบันทึก: 548624เขียนเมื่อ 18 กันยายน 2013 13:55 น. ()แก้ไขเมื่อ 18 กันยายน 2013 13:55 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

 

***มาหัดอ่านและเรียนรู้ภาษาลาวด้วยคนครับอาจารย์  ขออ่านเฉพาะหัวข้อใหญ่ ๆ นะครับ***

 

ความรู้เบื้องต้นเกี่ยวกับการวัดผล และประเมินผล

บทที่ 1

ความรู้เบื้องต้นเกี่ยวกับการวัดผลและประเมินผล

1.ความหมายของการวัดผลและประเมินผล

1.1 ความหมายของการวัดผล

1.2 ความหมายของการประเมินผล

2.จุดประสงค์ของการวัดผลการศึกษา

ก.วัดผลเพื่อพัฒนาการเรียน-การสอน

ข.วัดผลเพื่อวินิจฉัย

ค.วัดผลเพื่อจัดอันดับที่ของนักเรียน

ง.วัดผลเพื่อเปรียบเทียบการพัฒนาการของนักเรียน

จ.วัดผลเพื่อพยากรณ์

ส.วัดผลเพื่อประเมินผล

3.หลักการวัดผลการศึกษา

ก.ต้องให้ถูกกับจุดประสงค์ของการเรียน-การสอน

ข.พยายามค้นหา(ซอก)เครื่องมือวัดผลที่ดีและเหมาะสมที่สุด

ค.พยายามให้มีความผิดพลาดน้อยที่สุด

ง.ควรตีความหมายของผลการวัดผลให้ถูกต้อง

จ.ควรใช้ผลการวัดให้เป็นประโยชน์ที่สุด

 

***ผิดพลาดตรงไหน อาจารย์ช่วยแนะนำ แก้ไขให้ด้วยนะครับ

 

ขอบคุณมากครับ สำหรับภาษาลาวที่น่ารัก***

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท