ເທັກນິກການຮຽນຄະນິດສາດ


ຊ່ວຍໃຫ້ນັກສຶກສາໄດ້ອ່ານແລ້ວໄປທົດລອງປະຕິບັດເບິ່ງ

 

 

ເທັກນິກການຮຽນຄະນິດສາດ

  1. ເຮົາຮຽນຄະນິດສາດໄປເພື່ອຫຍັງ?

ເປົ້າໝາຍສູງສຸດຂອງການຮຽນຄະນິດສາດກໍ່ຄື: ການນຳໄປໃຊ້ໃນຊີວິດປະຈຳວັນແລະການນຳໄປໃຊ້ເປັນພື້ນຖານການສຶກສາວິຊາຊີບຕ່າງໆຫຼາຍຄົນອາດສົງໃສວ່າບໍ່ເຫັນຕ້ອງຮຽນຄະນິດສາດຫຼາຍກໍ່ ບວກ,ລົບ,ຄູນ, ຫານແລ້ວຮູ້ຈຳນວນເພາະວ່າເຮົາມີເຄື່ອງຄິດເລກໃຊ້ເລກ ນັບວ່າເປັນຄວາມເຂົ້າໃຈຜິດ ຄະນິດສາດບໍ່ແມ່ນພຽງຕ້ອງໃຫ້ຄິດຄຳນວນກ່ຽວກັບຕົວເລກເທົ່ານັ້ນ ໃນໂລກຍຸກປະຈຸບັນເມື່ອເຮົາຮຽນຄະນິດສາດເຮົາຄວນໄດ້ເບິ່ງຄຸນສົມບັດຕໍ່ໄປນີ້ຈາກການຮຽນ

-       ຄວາມສາມາດໃນການສຳຫຼວດ

-       ຄວາມສາມດໃນການຄາດເດົາ

-       ຄວາມສາມາດໃນການໃຫ້ເຫດຜົນ

-       ຄວາມສາມາດໃນການນຳຄວາມຮູ້ໄປໃຊ້ແກ້ປັນຫາທີ່ບໍ່ເຄີຍພົບໄດ້ຢ່າງມີປະສິດຕິພາບຄູນສົມບັດນີ້ເອີ້ນວ່າ: ຄວາມສົມບູນທາງຄະນິດສາດ ( Mathematical power)ບໍ່ວ່າເຮົາຈະມີອາຊີບໃດຖ້າເຮົາມີຄູນສົມບັດ

ນີ້ເອີ້ນໄດ້ວ່າເປັນຄົນທີ່ມີຄວາມສົມບູນທາງຄະນິດສາດ

      ການຮຽນຮູ້ຄະນິດສາດຖ້າເຮົາຖືກສອນ ໂດຍວິທີຄູບອກຄວາມຮູ້ຫຼືເທັກນິກລັດໆ ໃຫ້ທ່ອງຈໍາ ນໍາໄປໃຊ້ໂດຍປາສະຈາກຄວາມເຂົ້າໃຈບໍ່ຮູ້ທີ່ມາ,ບໍ່ຮູ້ເຫດຜົນເຮົາກໍ່ບໍ່ໄດ້ຄຸນສົມບັດດັ່ງກ່າວ  ອັນໃດຄືຫົວໃຈສຳຄັນຂອງຄະນິດສາດ

ເມື່ອເຮົາຮຽນຄະນິດສາດໄປຈົນເຖິງມັດທະຍົມສຶກສາເຮົາຄວນໄດ້ສິ່ງຕໍ່ໄປນີ້

-       ມີຄວາມຮູ້ໃນຄຳສັບ,ນິຍາມ,ຫຼັກການ,ທິດສະດີ,ໂຄງສ້າງແລະວິທີການ

-       ມີຄວາມເຂົ້າໃຈໃນຄວາມຄິດລວມຍອດຈົນສາມາດອະທິບາຍໄດ້ຫຼືຂຽນໄດ້ຫຼືຍົກຕົວຢ່າງໄດ້ແປງບັນຫາຈາກຮຸບໜຶ່ງໄປສູ່ຮູບໜຶ່ງໄດ້ ປະມານຄ່າຕອບໄດ້ ລະບຸຄວາມພົວພັນໄດ້ກວດສອບຜົນທີ່ເກີດໄດ້

-       ມີທັກສະຕ່າງໆດັ່ງນີ້ ທັກສະການແກ້ປັນຫາ,ການນຳຄວາມຮູ້ໄປໃຊ້ໃນຊີວິດຈິງ ການຄິດຢ່າງມີເຫດຜົນ ການຄິດຄຳນວນ,ການວັດ,ການປະມານ,ການອ່ານແລະແປຜົນຂໍ້ມູູນ,ການນຳສະເໜີຂໍ້ມູນ,ການທຳນາຍແລະການໃຊ້ຕອມພີວເຕີ

-       ມີຄວາມສາມາດໃນການວິເຄາະແລະປະຍູກໃຊ້

  1. ເຮົາຈະມີວິທີຮຽນຄະນິດສາດແນວໃດໃຫ້ໄດ້ດີ ?

ເຮົາຕ້ອງເລີ່ມເຝິກຜົນການເປັນຜູ້ຮຽນທີ່ດີ

-       ເວລາຟັງຄູ ຫຼືເວລາອ່ານຕ້ອງຄິດ,ຖາມ,ຈົດ ຖ້າບໍ່ເຂົ້າໃຈຄວນຈົດຄຳຖາມໄວ້ເພື່ອຄິດຄົ້ນຫາຫຼືຖາມຜູ້ຮູ້ຕໍ່ໄປ

-       ໜັ່ນເບິ່ງໜັງສືຫຼືເຮັດວຽກບ້ານຢ່າງມີປະສິດຕິພາບ ຄວນຫາມູມອ່ານຫຼືເຮັດວຽກງານທີ່ເໜາະສົມກັບຕົນເອງ

-       ຈົດເວລາສຳລັບທົບທວນສິ່ງທີ່ຮຽນມາຫຼືອ່າລ່ວງໜ້າສິ່ງທີ່ຮຽນຕໍ່ໄປແລະຖ້າປະຕິບັດທີ່ກຳນົດໄດ້ຄວນໃຫ້ລາງວັນຕົນເອງເຊັ່ນ: ໄດ້ຂະໜົມ,ໄດ້ຫຼຶ້ນ,ໄດ້ັຟັງເພງ,ເບິ່ງໂທລະທັດແລະໄດ້ຫຼິ້ນກິລາເປັນຕົ້ນ ຖ້າເຮັດບໍ່ໄດ້ຕາມກຳນົດຄວນຫາເວລາຊົດເຊີຍ

-       ທົບທວນຄວາມຮູ້ກັບເພື່ອນ ຢ່າງຫວງວິຊາ ແບ່ງປັນຄວາມຮູ້ອະທິບາຍໃຊ້ກັນແລະກັນຢ່າຊ່ວຍເຫຼືອເພື່ອນໃນທາງທີ່ຜິດເຊັ່ນ: ທຸຈະລິດ ເວລາສອບຫຼືໃຫ້ບົດແກ້ເລກໂດຍບໍ່ເຂົ້າໃຈ

-       ສຶກສາດ້ວຍຕົນເອງບໍ່ແມ່ນຕ້ອງຮຽນຈາກຄູພຽງຢ່າງດຽວ ການສຶກສາດ້ວຍຕົນເອງຈາກຕຳລາຫຼາຍໆຫົວ ຕ້ອງທຳຄວາມເຂົ້າໃຈຈົດສາລະສຳຄັນຕ່າງໆລົງໃສ່ປຶ້ມໄວໂດຍຫຍໍ້ ຈົດສິ່ງທີ່ບໍ່ເຂົ້າໃຈໄວ້ຄົ້ນຄ້ວາຕໍ່ໄປຖ້າຕ້ອງການການຊຽ້ວຊານຄະນິດສາດ ຕ້ອງໜັ່ນຫາໂຈດແປກໃໜ່ມາເຮັດຫຼາຍໆເຊັ່ນໂຈດແຂ່ງຂັນເປັນຕົ້ນ

  1. ເຮັດແນວໃດເຮົາຈະຈຳໄດ້ດີ?

   ເຮົາຕ້ອງຮຽນດ້ວຍຄວາມເຂົ້າໃຈເສຍກ່ອນ ຈາກນັ້ນເຮົາຕ້ອງໜັ່ນທົບທວນ ກ່ອນອືື່ນເຮົາຈະຕ້ອງມີຄວາມຮູ້ກ່ຽວກັບການຈຳ ການລືມກ່ອນ ຈາກການສຶກສາຂອງນັກຈິດວິທະຍາກ່ຽວກັບການຈຳການລືມຂອງມະນຸດພົບວ່າ

ຄົນເຮົາອັດຕາຈຳຫຼືລົມດັ່ງເສັ້ນສະແດງຂ້າງລຸ່ມນີ້

 ນັກຈິດວິທະຍາພົບວ່າເມື່ອເວລາຜ່ານໄປໜຶ່ງວັນເຮົາຈະຈຳເລື່ອງລາວທີ່ຕົນອ່ານໄປໄດ້ປະມານເຄິ່ງໜຶ່ງແລະຫຼຸດລົງໄປອີກເຄິ່ງໜຶ່ງຂອງທີ່ເຫຼືອທູກ 7 ວັນຈົນໃນທີ່ສຸດຈະນິກບໍ່ອອກເລີຍ

     ການທີ່ຈະໃຫ້ສິ່ງທີ່ຮຽນມາໄປຢູ່ຕິດຕົວເຮົາໄດ້ຫຼາຍທີ່ສູດເທົ່າທີ່ຈະທໍາໄດ້ເຮົາຄວນໄປທົບທວນທັນທີທີ່ເຮົາຮຽນໃນແຕ່ລະວັນຈາກນັ້ນເຮົາທິ້ງຊ້ວງໄປທົບທວນລວມຍອດໃນວັນຢຸດ ເສົາ,ອາທິດ ເພື່ອມີໃຫ້ເກີນ 7 ວັນຈາກນັ້ນເຮົາທິ້ງຊ້ວງເປັນ 2 ສັບດາຄວນທວນອີກຄັ້ງແລະເມື່ອຜ່ານໄປ 1 ເດືອນຄວນລວບລວມຍອດທວນອີກຄັ້ງຕອນເສັງກາງພາກຢ່າງລືມວ່າຄວາມຮູ້ໃໜ່ທີ່ເຮົາຮັບເຂົ້າໄປໃນແຕ່ລະວັນຈະມີພູນຂຶ້ນໄປເລື້ອຍໆເຮົາຄວນຈົດໃສ່ປຶ້ມໄວ້ຫຍໍ້ເນື້ອໃນສຳຄັນລວບລວມ ນິຍາມ, ສູດ,ກົດເກນແລະວິທີການເຮົາທົບທວນຈາກປຶ້ມທີ່ຫຍໍ້ບົດຮຽນໄວ້ຈະຊ່ວຍໃຫ້ເຮົາເສຍເວລາທົບທວນນ້ອຍລົງ

  1. ເປັນຫຍັງເດັກສ່ວນໃຫ່ຍບໍ່ມັກຄະນິດສາດ ?

ມີຫຼາຍສາຍເຫດ ບາງຄົນບໍ່ມັກເພາະບໍ່ຖະໝັດ ມັນຍາກເກີນໄປ ບໍ່ມັກຄິດ ພວກນີ້ບໍ່ຄອຍຈະປະສົບຜົນສຳເລັດໃນການເຮັດບົດເຝິກຫັດ ມັກເຮັດບໍ່ໄດ້ ເຮັດຜິດເລື້ອຍໆ ຈິງທໍ້ແທ້ ເບື່ອໜ່າຍແລະຊັ່ງໃນທີ່ສຸດ ບາງຄົນບໍ່ມັກ ເພາະຄູສອນບໍ່ເຂົ້າໃຈ, ສອນບໍ່ມ່ວນ , ຄູຮ້າຍ ຈູ້ຈີ້ຂີ້ບົນແລະໃຫ້ການບ້ານຫຼາຍ.

  ທາງແກ້ຢູ່ທີ່ຄູຈະຕ້ອງສໍາຫຼວດວ່າເດັກບໍ່ມັກຄະນິດສາດເພາະຫຍິງຄູຕ້ອງປັບປູງການສອນເຮັດຂອງຍາກໃຫ້ເປັນຂອງງ່າຍເຮັດຂອງໜ້າເບື່ອໜ່າຍໃຫ້ມ່ວນແລະຄວນປັບປູງບູກຄະລິກ ບໍ່ຮ້າຍຈົນເກີນໄປບໍ່ເຈົ້າລະບຽບຫຼາຍຈົນເກີນເຫດການບ້ານກໍ່ມີແຕ່ພໍຄວນ ເລືອກໃຫ້ເດັກເຮັດສິ່ງທີ່ສຳຄັນແລະຈຳເປັນກ່ອນ

 ຖ້າເລືອກຄູບໍ່ໄດ້ ບັງເອີນເຮົາຕ້ອງຮຽນກັບຄູ ທີ່ສອນບໍ່ຮູ້ເລື່ອງ ສອນບໍ່ມ່ວນຊື່ນ ຮ້າຍ ຈູ້ຈີ້ຂີ້ບົ່ນເຮົາຕ້ອງຫາຕໍາລາຫຼາຍເຫຼັ້ມມາສຶກສາຄົ້ນຄ້ວາຕົນເອງເມື່ອບໍ່ເຂົ້າໃຈໃຫ້ປຶກສາຜູ້ຮູ້ ຖາມກັນ ອະທິບາຍກັນໃນໝູ່ເພື່ອນໆ ເຮົາອົດທົນໃນທີ່ສຸດເຮົາຈະພົບວ່າ ເຮົາເປັນຄົນເກັ່ງຄົນໜຶ່ງ

  1. ບົດຮຽນຄະນິດສາດຫຍັງທີ່ມີປັນຫາຫຼາຍທີ່ສຸດ ?

ເລື່ອງທີ່ມີປັນຫາຫຼາຍທີ່ສູດຄືໂຈດປັນຫາທຸກເລື່ອງ ວິທີການຮຽນເລື່ອງນີ້ໃຫ້ໄດ້ດີຕ້ອງເລີ່ມຈາກການທຳຄວາມເຂົ້າໃຈໂຈດເສຍກ່ອນມີຄຳສັບຫຍັງທີ່ເຮົາບໍ່ຮູ້ຈັກຫຼືລືມ ມີຂໍ້ຄວາມຕອນໃດເຮົາບໍໍ່ເຂົ້່າໃຈເຮົາຕ້ອງທຳຄວາມເຂົ້າໃຈກ່ອນ ໂຈດຖາມຫຍັງແລະໂຈດກຳນົດຫຍັງມາໃຫ້ ອາດແຕ້ມຮູບຊ່ວຍ ອາດສ້າງຕາຕະລາງຊ່ວຍ,ຂັ້ນວາງແຜນແກ້ປັນຫາແລະດຳເນີນການແກ້ປັນຫາແລະສຸດທ້າຍເຮົາຕ້ອງກວດສອບຄຳຕອບຂັ້ນຕອນທີ່ກ່າວມານີ້ແນະນຳໂດຍ ຈອຣຈ ໂພລຍາ ໄດ້ຮັບຄວາມນິຍົມຫຼາຍກ່ວາ 50 ປີ ທີ່ສຳຄັນເຮົາຄວນເຝິກການແກ້ປັນຫາທີ່ຫຼາກຫຼາຍເພື່ອສະສົມປະສົບການຍູດທະວິທີການແກ້ປັນຍາ

  ຕົວຢ່າງ: ປັນຫາໃນລະດັບມັດທະຍົມສຶກສາທີ່ເດັກໃນລະດັບປະຖົມສຶກສາກໍ່ແກ້ໄດ້ : ມີນົກແລະໝູລວມກັນ

15 ໂຕ ນັບຂາລວມກັນ ໄດ້ 40 ຂາ ຖາມວ່າມີນົກແລະໜູມີຈັກໂຕ?

 ເດັກມັດທະຍົມສຶກສາຂຶ້ນໄປມັກຈະໃຊ້ວິທີແກ້ສົມຜົນ, ເດັກລະດັບປະຖົມສຶກສາຈະໃຊ້ວິທີແຕ້ມຮູບຫົວ 15 ຫົວແລະຕື່ມຂາເຂົ້າທີ່ລະ 2 ຂາ ໄດ້ 30 ຂາ ເຫຼືອຂາອີກ 10 ຂານຳໄປຕື່ມຈະໄດ້ໝູ 5 ໂຕເດັກບາງຄົນໃຊ້ວິທີລອງຜິດລອງຖືກເຊັ່ນ: ສົມມຸດວ່າມີນົກ 7 ໂຕ ແລະໝູ 8 ໂຕ ແລ້ວຄຳນວນຂາວ່າໄດ້ 40 ຂາຫຼືບໍ? ຖ້າບໍ່ໄດ້ກໍ່ຫຼຸດຫຼືເພື່ມຈຳນວນຕົວສັດໄປເລື້ອຍໆກໍ່ຈະພົບຄຳຕອບເຊິ່ງອາດຊ້າບາງຄົນອາດສ້າງຕາຕະລາງແຈກແຈງນັບທຸກຮູບແບບເລີ່ມແຕ່ນົກ 1 ໂຕ ໝູ 14 ໂຕ ຈົນເຖິງ ນົກ 15 ໂຕ ໝູ 1 ໂຕ ແລ້ວກວດສອບນັບຈຳນວນຂາຈະໄດ້ຄຳຕອບເຊັ່ນກັນ

 

  1. ຈະມີວິທີກຽມຕົວເສັງຢ່າງໃດ ?

ວິທີໜຶ່ງສຳລັບຄົນທີ່ມີເວລານ້ອຍເລີ່ມດ້ວຍການທົບທວນນິຍາມ , ສູດ, ກົດ ວິທີການຈາກການບັນທຶກປຶ້ມຫົວນ້ອຍ ຈາກນັ້ນທົບທວນວິທີການແກ້ປັນຫາຈາກໂຈດປັນຫາໂດຍນຶກວ່າແຜນການແກ້ປັນຫຫາສຳລັບໂຈດຂໍ້ນີ້ຈະເປັນຢ່າງໃດ ແລ້ວກວດສອບຈາກສະເຫຼີຍທີ່ເຮົາເຮັດແບບເຝິກຫັດໄວ້ ເຮົາບໍ່ຕ້ອງລົງມືແກ້ປັນຫາຈິງພຽງແຕ່ຄິດວິທີການໂດຍສະເພາະຂໍ້ຍາກເຮົາຕ້ອງຄິດກ່ອນແຕ່ຖ້າເຮົາມີເວລາຫຼາຍເຮົາກໍ່ອາດທົບທວນໂດຍລົງມືແກ້ປັນຫາອີກຄັ້ງກໍ່ຈະເຮັດໃຫ້ເຮົາໄດ້ເຝິກຜົນຄວາມແມ້ນຫຍຳ

  1. ຄົນເກັ່ງຄະນິດສາດຈະມີຜົນປະໂຫຍດຫຍັງແດ່?

ຄົນເກັ່ງຄະນິດສາດມີປະໂຫຍດຕໍ່ປະເທດຊາດຢ່າງຫຍິ່ງເພາະຄະນິດສາດບໍ່ເປັນພຽງລາຊະນີຂອງວິທະຍາສາດ

ດັ່ງເຊັ່ນທີ່ເກົາສ ນັກຄະນິດສາດຜູ້ຫຍິ່ງໃຫ່ຍກ່າວໄວ້ໃນອາດີດເທົ່ານັ້ນ ປັດຈຸບັນຄະນິດສາດເປັນພື້ນຖານຂອງສາດອີກຫຼາຍສາຂາເຊັ່ນ: ວິສະຫະກຳສາດ ,ເສດຖະສາດແລະອື່ນໆເຮົາລອງນຶກພາບຖ້າເຮົາມີເສດຖະກອນທີ່ເກັ່ງຄະນິດສາດເຮົາຄົງຈະໄດ້ປູ໊ຍສູດໃໝ່ໆ ການກຳຈັດແມງວິທີໃໝ່ ຫຼືພຶດພັນໃໜ່ທີ່ມີຄຸນນະພາບເໜາະກັບບ້ານເຮົາຫຼືການໃຊ້ຊັບພະຍາກອນທີ່ມີຢູ່ເຮັດກະສິກຳຢ່າງຄູ້ມຄ່າຕະຫຼອດຈົນແປຮູບຜະລິດທາງກະສິກອນໃຫ້ເປັນສິນຄ້າທີ່ຈະນຳລາຍໄດ້ສູ່ຄອບຄົວຫຼືປະເທດເຮົາມີຄົນທີ່ມີຄຸນສົມບັດຢ່າງນີ້ນ້ອຍຫຼາຍ

 ປະເທດຂັ້ນນຳຂອງໂລກໃຫ້ຄວາມສຳຄັນຕໍ່ຄະນິດສາດຢ່າງຫຍິ່ງບາງປະເທດພັດທະນາເດັກຈົນສາມາດມີເດັກເກັ່ງຄະນິດສາດໄດ້ເຖິງ 40 % ເຊັ່ນ : ປະເທດສິງກະໂປ , ປະເທດໃຕ້ຫວັນ  ບາງປະເທດຖ້າເຫັນວ່າຄະນິດສາດຂອງປະເທດຕົນແຍ້ພຽງເລັກນ້ອຍກໍ່ຈະທຸ້ມເທໃຫ້ຄວາມສຳຄັນເຊັ່ນ: ສະຫະລັດອາເມລິກາ ແຕ່ປະເທດເຮົາມີຄົນເກັ່ງຄະນິດສາດຕາມທຳມະຊາດປະມານບໍ່ເກີນ   3 %  ໂດຍທີ່ຄວາມເກັ່ງນັ້ນເມື່ອທຽບກັບຕ່າງປະເທດເຮົາຍັງຢູ່ໃນລະດັບທ້າຍໆເຮົາໃຫ້ຄວາມສຳຄັນໃນດ້ານນີ້ນ້ອຍເກີນໄປ ປະເທດເຮົາມີນັກຄະນິດສາດປະມານ 30 ຄົນ ມີຄົນເລົ່າວ່າຫວຽດນາມມີເຖິງ 600 ຄົນ ປັນຈຸບັນເຮົາຕ້ອງຈ້າງສາດສະດາຈານທາງຄະນິດສາດຊາວຫວຽດນາມ

 

 

  

หมายเลขบันทึก: 476933เขียนเมื่อ 31 มกราคม 2012 18:15 น. ()แก้ไขเมื่อ 13 กุมภาพันธ์ 2012 01:48 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท