ການພິສູດສັນຊາດ


ເປັນການພິສູດສັນຊາດລາວໃນກໍລະນີທີ່ຄົນລາວໄປຢູ່ໃນປະເທດໄທໂດຍໃຊ້ວິທີຫຼືຊ່ອງທາງທາງການທູດ ຫຼື ອີງຕາມກົດໝາຍປະເພນີ ບົນພື້ນກົດໝາຍພາຍໃນທັງສອງປະເທດ,ກົດໝາຍສາກົນແລະວິເຄາະຕາມຂໍ້ມູນແລະຂໍ້ເທັດຈິງທີ່ປະກົດມີຢູ່ ເພື່ອນໍາມາວິເຄາະແລະກໍານົດສະຖານະ,ຂະວນການແລະຂັ້ນຕອນຂອງການດໍາເນີນການໆ
 
ການວິໄຈແລະການພັດທະນາວິທີການພິສູດສັນຊາດລາວໂດຍວິທີທາງການທູດນີ້ແມ່ນກິດຈະກໍາໜຶ່ງເຊິ່ງເກີດຂື້ນຈາກປະສົບການໃນການເຮັດວຽກຂອງທິມນັກວິໄຈແລະ
ມວນມິດ ທີ່ເຮັດວຽກຮ່ວມກັນຢ່າງຍາວນານ
ຈົນເກີດການຄົ້ນພົບຂໍ້ເທັດຈິງທີ່ປະກົດເປັນຫຼັກຖານທີ່ຊັດເຈນວ່າ
ມີຄົນຕ່າງດ້າວໂດຍສະເພາະແມ່ນຄົນລາວທີ່ອາໃສຢູ່ໃນປະເທດໄທ
ກຸ່ມໜຶ່ງແມ່ນບໍ່ສາມາດເຂົ້າເຖິງການແກ້ໄຂບັນຫາດ້ານສະຖານະບຸກຄົນໂດຍກົດໝາຍນະໂຍບາຍຂອງລັດໄທໄດ້
ສ່ວນໜຶ່ງກໍ່ຄືຄົນລາວທີ່ເຂົ້າມາເຮັດວຽກໃນປະເທດໄທຢ່າງຜິດກົດໝາຍແລະບໍ່ສາມາດທີ່ຈະເຂົ້າສູ່ຂະບວນການພັດທະນາສະຖານະເປັນຄົນຖືກກົດໝາຍໄດ້ຕາມນະໂຍບາຍການບໍລິຫານຈັດການແຮງງານຕ່າງດ້າວທີ່ລັດໄທພະຍາຍາມດໍາເນີນການມາຕັ້ງແຕ່ປີ
ພ.ສ. 2547 ເປັນຕົ້ນມາ
ທິມນັກວິໄຈຮ່ວມກັບຄະນະທິມງານຂອງໂຄງການໂຄງການຕໍ່ຍອດອົງຄວາມຮູ້ຄີລີນິກກົດໝາຍຊາວບ້ານດ້ານສິດແລະສະຖານະບຸກຄົນ
ເມືອງແມ່ອາຍ ແຂວງຊຽງໃໝ່ໄລຍະສາມ ຈິ່ງໄດ້ພະຍາຍາມເຮັດການວິໄຈແລະພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດຂື້ນໂດຍເນັ້ນໄປທີ່ຂະບວນການພິສູດສັນຊາດລາວ
ເພື່ອສຶກສາຄວາມເປັນໄປໄດ້ໃນການແກ້ໄຂບັນຫາສະຖານະບຸກຄົນຂອງກຸ່ມຄົນລາວຊຶ່ງກໍາລັງຕົກຢູ່ໃນໂຄງການທາງນະໂຍບາຍຂອງລັດໄທ
ໂດຍການສຶກສາທາງເລືອກອື່ນໃນການແກ້ໄຂບັນຫາສະຖານະບຸກຄົນຕໍ່ກຸ່ມຄົນນີ້
ແລະຫວັງເປັນຢ່າງຍິ່ງວ່າຜົນຂອງການວິໄຈໃນຄັ້ງນີ້ຈະສາມາດພັດທະນາຕໍ່ໄປເພື່ອເປັນແນວທາງໃນການພິສູດສັນຊາດກັບປະເທດຕົ້ນທາງທີ່ມີປະສິດຕິພາບແລະຢືນຍົງໃນລະດັບຕໍ່ໄປໃນທ້າຍທີ່ສຸດ
ການວິໄຈແລະພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດສະບັບນີ້ປະກອບດ້ວຍ 3ສ່ວນຄື:
   1)ຄວາມເປັນມາຂອງບັນຫາທີ່ນໍາໄປສູ່ການວິໄຈແລະພັດທະນາ ຊຶ່ງຈະກ່າວເຖິງສາເຫດແລະສະພາບບັນຫາສະຖານະບຸກຄົນໃນລາຍລະອຽດຂອງຄົນກຸ່ມເປົ້າໝາຍໃນປະເທດໄທ
ທີ່ນໍາມາສູ່ຄວາມພະຍາຍາມໃນການວິໄຈແລະພັດທະນາຂື້ນ
    2)ຂໍ້ຄົ້ນພົບຈາກການວິໄຈແລະສະຫຼຸບວິເຄາະ ຊຶ່ງຈະກ່າວເຖິງ ຂໍ້ເທັດຈິງຂອງນາງ ສົມສີ, ທ້າວ
ຊາຍສົມຊາດ ແລະ ນາງ ສົມໃຈ ສະຖານະບຸກຄົນຕາມກົດໝາຍລາວຂອງນາງ ສົມສີ, ທ້າວ ຊາຍສົມຊາດ ແລະ ນາງ ສົມໃຈ
ຄວາມເປັນໄປໄດ້ໃນການຮ້ອງຂໍອອກນອກປະເທດໄທເພື່ອດໍາເນີນການພິສູດສັນຊາດລາວ,
ຄວາມເປັນໄປໄດ້ໃນການຮ້ອງຂໍກັບເຂົ້າໃນປະເທດໄທ,
ຄວາມເປັນໄປໄດ້ໃນການຮ້ອງຂໍອານຸຍາດເຮັດວຽກໃນປະເທດໄທ
ແລະຄວາມເປັນໄປໄດ້ໃນການຮ້ອງຂໍສັນຊາດລາວຂອງທ້າວ ຊາຍທີ່ເປັນສາມີຂອງນາງສົມສີ
  3ຂັ້ນຕອນໃນການດໍາເນີນການໃຫ້ຄວາມຊ່ວຍເຫຼືອທາງກົດໝາຍທີ່ນໍາໄປສູ່ການພິສູດສັນຊາດລາວໂດຍວິທີທາງການທູດ
ທີ່ປະກອບດ້ວຍຂັ້ນຕອນໃນທາງປະຕິບັດຕາມຄວາມເປັນຈິງທີ່ທິມນັກວິໄຈເຮັດການສຶກສາເພື່ອພັດທະນາໃຫ້ຄວາມຊ່ວຍເຫຼືອຕໍ່ກໍລະນີສຶກສາ
ຜ່ານການລວບລວມທາງພະຍານຫຼັກຖານແລະຜ່ານຈາກການທົດລອງໃນກໍລະນີສຶກສາຄະນະທໍາການວິໄຈຈິ່ງສາມມາດສະຫຼຸບຂັ້ນຕອນໃນການດຳເນີນການໃຫ້ຄວາມຊ່ວຍເຫລືອທາງກົດໝາຍ
ທີ່ນຳໄປສູ່ການພິສູດສັນຊາດລາວທີ່ອາໃສໃນປະເທດໄທໂດຍ ວິທີທາງການທູດ ໃນການແກ້ໄຂສະຖານະທາງກົດ  ໝາຍຄະນະທິມງານການວິໄຈໄດ້ເລືອກເອົາໃນກໍລະນີຄອບຄົວຂອງນາງ
ສົມສີ ວິໄລພອນ ແລະລູກ ລວມມີທັງໝົດ 14 ຂັິ້ນຕອນດັ່ງຕໍ່ໄປນີ້ 
   1. ການກວດສອບຂໍ້ເທັດຈິງ ແລະ ລວບລວມພະຍານຫລັກຖານຂອງນາງ ສົມສີ ວິໄລພອນໃນປະເທດໄທ
   2. ການກວດສອບຂໍ້ເທັດຈິງ ແລະລວບລວມພະຍານຫລັກຖານຂອງນາງ ສົມສີ ວິໄລພອນໃນປະເທດລາວ
    3. ການຂໍເອກະສານຢັ້ງຢືນ ແລະການຮັບຮອງປື້ມສຳມະໂນຄົວລາວ
ເຊິ່ງປະກົດຊື່ຂອງນາງສົມສີວ່າເປັນເອກະສານທີ່ຖືກຕ້ອງ
   4. ການກຳໜົດສະຖານະບຸກຄົນຂອງນາງສົມສີ ຕາມກົດໝາຍໄທ
   5. ການກໍາໜົດສະຖານະບຸກຄົນຂອງນາງສົມສີ ຕາມກົດໝາຍລາວ
  6. ການເດີນທາງອອກນອກພື້ນທີ່ ເມືອງແມ່ອາຍ
ແຂວງຊຽງໃໝ່ໄປຫາສະຖານທູດລາວທີ່ບາງກອກ
  7. ການຂໍໃບເດີນທາງ (ເຊິ່ງມີອາຍຸ7ວັນ) ຈາກສະຖານທູດລາວ
   8. ການສະ ແດງຕົວຕໍ່ນາຍບ້ານ ທີ່ປະເທດລາວ
ເພື່ອຂໍອອກເອກະສານຢັ້ງຢືນຂໍເຮັດບັດປະຈຳຕົວລາວ
   9. ການເຮັດບັດປະຈຳຕົວລາວ ແບບທຳມະດາ ບໍ່ດ່ວນ
   10. ການເຮັດໜັງສືເດີນທາງ (Passport)
   11. ການຂໍອະນຸຍາດເດີນທາງເຂົ້າໄປປະເທດໄທ
    12. ການຂໍອະນຸຍາດເຮັດວຽກໃນປະເທດໄທ
   13. ການຂໍເພີ່ມຊື່ນາງສົມສີໃນທະບຽນຣາຊະດອນໄທ
  14. ການເພີ່ມຊື່ນາງ
ສົມສີວີໄລພອນໃນບັນຊີໃນບັນຊີທີ່ຢູ່ພາຍໃຕ້ຄວາມຄຸ້ມຄອງຂອງສະຖານທູດລາວ ແລະການອອກ Consular
Card[1]
1. ຄວາມເປັນມາຂອງປັນຫາທີ່ນຳມາສູ່ການວິໄຈ ແລະພັດທະນາ
    ເປັນທີ່ຮູ້ຈັກກັນດີແລ້ວວ່າ ປະເທດລາວມີຊາຍແດນຕິດຕໍ່ກັບປະເທດໄທມີອານາເຂດຕິດຕໍ່ກັນແຕ່  ເໜືອຮອດໃຕ້ ເຊິ່ງການປັກປັນເຂດແດນຍັງມີຫລາຍຈຸດທີ່ມີບັນຫາຢູ່ຍັງບໍ່ທັນແລ້ວ
ຈົນມາຮອດປັດຈຸບັນ ນອກຈາກປັນຫາເລື່ອງເຂດແດນທີ່ວ່າມານີ້ແລ້ວ ປັນຫາເລື້ອງການຄວບຄຸມຄົນ
ເຂົ້າ-ອອກເມືອງ ກໍເປັນອີກປະເດັນໜຶ່ງທີ່ເຮັດໃຫ້ຄົນຈາກສອງປະເທດໄປມາຫາສູ່ກັນຍ່າງທີ່ຫຼວງຫຼາຍ
ເຊິ່ງມີທັງຄົນທີ່ເຂົ້າແລະອອກເມືອງຢ່າງຖືກຕ້ອງຕາມກົດໝາຍ ແລະຍັງມີອີກກຸ່ມຈໍວນໜຶ່ງຍັງສາມາດລັກລອບເຂົ້າ
ຫລືອອກເມືອງໄດ້ ໂດຍຜ່ານຊ່ອງທາງທີ່ຍັງມີປັນຫາເຫລົ່ານີ້
    ການລັກລອບເຂົ້າເມືອງໄທຂອງຄົນລາວອາດຈະມາຈາກຫລາຍໆ ສາເຫດດ້ວຍກັນ
ເຊັ່ນ ເພື່ອໜີໄພສົງຄາມໃນສະໄໝທີ່ປະເທດລາວຍັງບໍ່ທັນໄດ້ປົດປ່ອຍແລະຫຼັງປົກປ່ອຍ,
ກຸ່ມທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ, ເພື່ອເຂົ້າມາເຮັດວຽກ
ຫລືເພື່ອຕິດຕາມຄອບຄົວເຂົ້າມາ ເປັນຕົ້ນ
ແຕ່ຖ້າຈະແບ່ງປະເພດຂອງຄົນອົບພະຍົບເຫລົ່ານີ້ຕາມໄລຍະເວລາຂອງການເຂົ້າມາອາໄສຢູ່ໃນປະເທດໄທແລ້ວ
ກໍອາດຈະແບ່ງອອກໄດ້ເປັນ 2 ກຸ່ມໃຫຍ່ໆ ດ້ວຍກັນຄື ກຸ່ມຄົນທີ່ເຂົ້າມາດົນນານແລ້ວ (Old comers) ແລະກຸ່ມຄົນທີ່ເຂົ້າມາໃໝ່ (New comers)
   ກຸ່ມຄົນທີ່ເຂົ້າມາດົນນານແລ້ວ ສ່ວນໃຫຍ່ແມ່ນເປັນກຸ່ມທີ່ໜີໄພສົງຄາມໃນຊ່ວງເວລາທີ່ລາວຍັງບໍ່ທັນປົດປ່ອຍ
ລັດໄທໄດ້ຈັດການແກ້ໄຂປັນຫາຄົນເຫລົ່ານີ້ ໂດຍສະເພາະຜູ້ທີ່ມີປັນຫາທາງສະຖານະບຸກຄົນ
ໂດຍການບັນທຶກໃນທະບຽນຣາຊະດອນຂອງລັດໄທປະເພດຢູ່ຊົ່ວຄາວ ເມື່ອໄດ້ອາໄສຢູ່ດົນນານຂື້ນ
ກໍສາມາດຂໍສິດອາໄສຢູ່ຖາວອນ ແລະສາມາດຮ້ອງຂໍສັນຊາດໄທໄດ້ຕາມມລຳດັບ
     ສ່ວນກຸ່ມຄົນທີ່ເຂົ້າມາໃໝ່ນັ້ນ[2] ນັ້ນ ລັດໄທບໍ່ສາມາດຈັດການໂດຍໃຊ້ວິທີດຽວກັນກັບການແກ້ໄຂປັນຫາສຳຫລັບກຸ່ມທຳອິດໄດ້
ດ້ວຍເຫດຜົນປະການທີໜຶ່ງ ເປັນກຸ່ມທີ່ສ່ວນໃຫຍ່ບໍ່ໄດ້ເປັນຜູ້ໜີໄພສົງຄາມ
ແຕ່ຫາກເປັນການເຂົ້າມາເພື່ອຊອກຫາວຽກເຮັດ
ແລະເປັນທີ່ແນ່ນອນວ່າຍັງສາມາດກັບປະເທດຕົ້ນທາງໄດ້ ແລະ ເຫດຜົນປະການທີສອງ ຄື
ເປັນຄົນກຸ່ມໃຫຍ່ທີ່ມີຈຳນວນບໍ່ຕ່ຳກວ່າ 1 ໜຶ່ງແສນຄົນ[3]
ທີ່ອົບພະຍົບຈາກປະເທດລາວ ດັ່ງນັ້ນ ການໃຫ້ສະຖານະໃດໆ
ອາດຈະເປັນປັດໄຈໃຫ້ເກີດການຫລັ່ງໄຫລເຂົ້າໃນປະເທດໄທຂອງຄົນໃນລັກສະນະຮູບການດຽວກັນອີກ
ໃນຊ່ວງທີ່ລະບົບການຄວບຄຸມເຂົ້າຫລືອອກເມືອງຂອງປະເທດໄທຍັງບໍ່ມີປະສິດທິພາບເທົ່າທີ່ຄວນ
ດັ່ງນັ້ນ ການແກ້ໄຂປັນຫາສຳຫລັບຄົນກຸ່ມນີ້ຂອງລັດໄທ[4]
ຄືການບັນທຶກບຸກຄົນເຫລົ່ານີ້ໄວ້ໃນທະບຽນຣາຊະດອນປະເພດໜຶ່ງ ເຊິ່ງເອີ້ນວ່າ
ແບບຮັບຮອງລາຍການທະບຽນປະຫວັດຂອງຄົນຕ່າງດ້າວທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນຣາຊະອານາຈັກໄທເປັນກໍລະນີພິເສດ
(ທ.ຣ.38/1) ແລະຜ່ອນຜັນໃຫ້ອາໄສຢູ່ຊົ່ວຄາວໃນປະເທດໄທ
ແລະອະນຸຍາດໃຫ້ເຮັດວຽກໄດ້ຕາມຄວາມເໝາະສົມ ໃນລະຫວ່າງລໍຖ້າການເຂົ້າສູ່ກະບວນການພິສູດສັນຊາດກັບປະເທດຕົ້ນທາງ[5]
ເພື່ອປັບສະຖານະແຮງງານທີ່ຜິດກົດໝາຍໃຫ້ກາຍເປັນແຮງງານທີ່ຖືກຕ້ອງຕາມກົດໝາຍໃນທີ່ສຸດ
ເຊິ່ງການດຳເນີນການເພື່ອໃຫ້ແຮງງານດັ່ງກ່າວເຂົ້າສູ່ກະບວນການພິສູດສັນຊາດກັບປະເທດຕົ້ນທາງໃຫ້ເປັນໄປຕາມບັນທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືດ້ານການຈ້າງແຮງງານລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ
ກັບລັດຖະບານຂອງປະເທດມຽນມ້າ ປະເທດລາວ ແລະປະເທດກຳປູເຈຍ (Memorandum of Understanding on Cooperation in the Employment of Workers between the Thai Government and the Government of Myanmar, Lao
PDR, and Cambodia – MOU)
    ຢ່າງໃດກໍຕາມ
ຂໍ້ເທັດຈິງທີ່ໄດ້ຈາກການເຮັດວິໄຈຢ່າງຍາວນານຂອງທີມນັກວິໄຈ
ປະກົດວ່າກະບວນການໃນການພິສູດສັນຊາດກັບປະເທດຕົ້ນທາງຕາມມບັນທຶກຄວາມເຂົ້າໃຈນັ້ນ
ຍັງມີຊ່ອງວ່າງທີ່ເຮັດໃຫ້ແຮງງານຕ່າງດ້າວຈຳນວນຫລາຍບໍ່ອາດສາມາດເຂົ້າສູ່ກະບວນການພິສູດສັນຊາດຕາມບັນທຶກຄວາມຕົກລົງໄດ້
ເຊິ່ງຈະສົ່ງຜົນໃຫ້ແຮງງານຕ່າງດ້າວຈຳນວນໜຶ່ງຕ້ອງຕົກຄ້າງຢູ່ໃນປະເທດໄທຢ່າງຜິດກົດໝາຍ
ແລະບໍ່ມີສະຖານະໃດເລີຍ
ເຖິງແມ່ນວ່າຈະສິ້ນສຸດໄລຍະເວລາການຈ້າງເຮັດວຽກຕາມທີ່ກຳໜົດໄວ້ໃນບັນທຶກຄວາມເຂົ້າໃຈແລ້ວກໍຕາມ
ກຸ່ມແຮງງານຕ່າງດ້າວດັ່ງກ່າວປະກອບໄປດ້ວຍ ກຸ່ມທີໜຶ່ງ ຄື ກຸ່ມທີ່ຕົກຫລົ່ນຈາກການຂື້ນທະບຽນແຮງງານ(ທ.ຣ.
38/1) ກັບກົມການປົກຄອງ ທີ່ກະຊວງມະຫາດໄທ(ກະຊວງປ້ອງຄວາມສະຫງົບ)
ຈຶ່ງກາຍເປັນແຮງງານທີ່ບໍ່ມີລັດໃນປະເທດໄທ ກຸ່ມທີສອງ ຄື
ກຸ່ມຄົນທີ່ຂື້ນທະບຽນແຮງງານຕ່າງດ້າວ (ທ.ຣ.38/1) ກັບກົມການປົກຄອງ
ແຕ່ບໍ່ໄດ້ຂໍອະນຸຍາດເຮັດວຽກກັບກົມຈັດຫາງານ ກະຊວງແຮງງານ ເນື່ອງຈາກວ່າເປັນກຸ່ມແຮງງານຮັບຈ້າງລາຍວັນທີ່ບໍ່ມີນາຍຈ້າງ
ເຊິ່ງແຮງງານຮັບຈ້າງລາຍວັນເຫລົ່ານີ້ກໍອາດຈະບໍ່ມີເງິນພຽງພໍທີ່ຈະໄປຂໍອະນຸຍາດເຮັດວຽກ
ແລະ ກຸ່ມສຸດທ້າຍ ຄື ກຸ່ມລູກ ຫລືຜູ້ຕິດຕາມຂອງແຮງງານຕ່າງດ້າວ
   ນອກຈາກນີ້ ຈາກການເປີດຫ້ອງຮຽນດ້ານສິດທິ ແລະສະຖານະບຸກຄົນ[6]
ເພື່ອໃຫ້ຄວາມຊ່ວຍເຫລືອບຸກຄົນທີ່ມີປັນຫາສະຖານະບຸກຄົນໃນພື້ນທີ່ ເມືອງແມ່ອາຍ
ແຂວງຊຽງໃໝ່ ກໍເຮັດໃຫ້ພົບຂໍ້ເທັດຈິງທີ່ວ່າມານີ້ເຊັ່ນດຽວກັນ ໃນພື້ນທີ່ຊາຍແດນ
ເຊັ່ນເມືອງແມ່ອາຍ ແຂວງຊຽງໃໝ່
ເຫັນວ່າມີແຮງງານຕ່າງດ້າວທີ່ບໍ່ສາມາດເຂົ້າສູ່ກະບວນການພິສູດສັນຊາດກັບປະເທດຕົ້ນທາງຕາມບັນທຶກຄວາມເຂົ້າໃຈ
ທັງ 4 ກຸ່ມດ້ວຍກັນ ບໍ່ວ່າຈະເປັນແຮງງານບໍ່ມີລັດ
ທີ່ເດີນທາງເຂົ້າມາຈາກປະເທດລາວ ເພື່ອຮັບຈ້າງເຮັດວຽກໃນໄລຍະເວລາສັ້ນໆ
ຈຶ່ງບໍ່ໄດ້ໄປຂື້ນຈົດທະບຽນແຮງງານກັບລັດຖະບານໄທ ແຮງງານຮັບຈ້າງລາຍວັນທີ່ບໍ່ມີນາຍຈ້າງປະຈຳ
ຈຶ່ງໄດ້ຂື້ນພຽງແຕ່ທະບຽນແຮງງານ ແຕ່ບໍ່ໄດ້ຂໍອະນຸຍາດເຮັດວຽກ
ຈາກບັນຫາທີ່ເກີດຂື້ນຕໍ່ກັບຄົນກຸ່ມນີ້ຊຶ່ງກໍາລັງຕົກຢູ່ໃນໂຄງການທາງນະໂຍບາຍຂອງລັດໄທ
ທາງໂຄງການ ฯ ຈຶ່ງໄດ້ພິຈາລະນາ
ແລະເຫັນສົມຄວນໃຫ້ເຮັດການສຶກສາແນວທາງການພິສູດສັນຊາດກັບປະເທດຕົ້ນທາງໃນຊ່ອງທາງອື່ນ
ນອກເໜືອໄປຈາກຊ່ອງທາງຕາມບັນທຶກຄວາມເຂົ້າໃຈ
ເພື່ອສະແຫວງຫາຄວາມເປັນໄປໄດ້ໃນການສ້າງທາງເລືອກ ໃນການແກ້ໄຂປັນຫາສຳຫລັບຄົນກຸ່ມນີ້
ແລະເພື່ອພັດທະນາໃຫ້ເປັນແນວທາງໃນການພິສູດສັນຊາດກັບປະເທດຕົ້ນທາງທີ່ມີປະສິດທິພາບ
ແລະປະສິດທິຜົນແບບຍືນຍົງໃນທ້າຍທີ່ສຸດ
 ດ້ວຍເຫດນີ້ ທາງໂຄງການ ຈຶ່ງເລືອກທີ່ຈະທຳການສຶກສາເຊີງເລິກ
ເຈາະປະເດັນໄປທີ່ແຮງງານທີ່ອົບພະຍົບມາຈາກປະເທດລາວເສຍກ່ອນ ເນື່ອງຈາກວ່າທາງໂຄງການ
ໄດ້ເລັງເຫັນຄວາມເປັນໄປໄດ້ໃນການພັດທະນາແນວທາງການພິສູດສັນຊາດ ໂດຍວິທີທາງການທູດ[7]
ກັບປະເທດລາວ ຈາກຄວາມຮ່ວມມືຂອງນັກວິຊາການດ້ານກົດໝາຍຈາກປະເທດລາວ (ອາຈາຣຍ໌ ບຸນມີ
ຣາຊະມີໄຊ ອາຈາຣຍ໌ປະຈຳຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໜຶ່ງໃນທີມນັກວິໄຈ)
ຮ່ວມກັບສະຖານທູດແຫ່ງ ສປປ ລາວ ປະຈຳປະເທດໄທ
2. ສົມມຸຕິຖານຂອງການວິໄຈ
ປະຈຸບັນແມ່ນຍັງບໍ່ທັນມີລະບຽບກົດໝາຍທີ່ຊັດເຈນເທື່ອເພື່ອກໍານົດເຖິງວີທີແລະຂັ້ນຕອນຂອງການພິສູດສັນຊາດໂດຍວິທີທາງການທູດ
ເພື່ອທີ່ຈະໃຊ້ເປັນມາດຕະຖານຫຼືຕົ້ນແບບໃນຂະບວນໃຫ້ຄວາມຊ່ວຍເຫຼືອຕໍ່ບຸກຄົນທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ໄດ້ອາໃສໃນປະເທດໄທ
ໂດຍສະເພາະກຸ່ມຄົນທີ່ໄປເຮັດວຽກຫຼືອາໃນໃນປະເທດໄທແບບຜິດກົດໝາຍ
ຊຶ່ງໄດ້ໄປຂື້ນທະບຽນແຮງງານ
ຫຼືບໍ່ສາມາດທີ່ຈະໄປຂື້ນທະບຽນແຮງງານຕ່າງດ້າວກັບກົມຈັດຫາງານກະຊວງແຮງງານໃນປະເທດໄທ
ດັ່ງນັ້ນຈຶ່ງສົມຄວນທີ່ຈະທໍາການສຶກສາວິໄຈເພື່ອຫາວິທີ,ຂັ້ນຕອນແລະສະເໜີແນວທາງແກ້ໄຂໃຫ້ເໝາະກັບສະພາບຄວາມເປັນຈິງ
3. ຈຸດປະສົງຂອງການວິໄຈ
1)
ຈະໄດ້ສຶກສາເຖິງວິທີແລະຂັ້ນຕອນຂອງການພິສູດສັນຊາດໂດຍວິທີທາງການທູດ
  2) ເພື່ອໃຫ້ເກີດເປັນຕົ້ນແບບຂອງການຂະຈັດຄົນບໍ່ມີສັນຊາດໃຫ້ຕໍ່ບຸກຄົນທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ
3) ເພື່ອໃຫ້ເກີດມີຮູ້ແບບມີສ່ວນຮ່ວມຈາກທຸກພາກສ່ວນທີ່ກ່ຽວຂ້ອງເພື່ອພັດທະນາຄວາມຮູ້ຈາກຝັ່ງລາວໃນການຂະຈັດຄົນບໍ່ສັນຊາດທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ
4. ວິທີການວິໄຈ
 ການວິໄຈຄັ້ງນີ້ແມ່ນໄດ້ລົງພື້ນທີ່ສຳຫຼວດຂໍ້ເທັດຈິງ,
ໃຊ້ແບບສຳພາດບຸກຄົນ ແລະພະຍານບຸກຄົນເປັນຫຼັກ,  ວິເຄາະຂໍ້ມູນຕາມຂໍ້ກົດໝາຍແລະຂໍ້ເທັດຈິງ, ຈັດປະຊຸມສໍາມະນາເພື່ອລະດົມຄວາມຄິດທັງຝັ່ງລາວ,
ຝັ່ງໄທ ແລະການປະຊຸມເຜີຍແຜ່ຜົນຂອງການຄົ້ນພົບ
ຄົ້ນຄວ້າຕາມລະບຽບກົດໝາຍລາວ, ກົດໝາຍໄທ, ກົດໝາຍສາກົນ,ຕະຫຼອດຈົນເຖິງນະໂຍບາຍຕ່າງໆທີ່ກ່ຽວຂ້ອງ
5. ຂອບເຂດໃນການວິໄຈ
ການສຶກສາວິໄຈໃນບົດນີ້ແມ່ໄດ້ມຸ້ງເນັ່ງສຶກສາແຕ່ຄົນລາວໃນປະເທດໄທໃນການພິສູດສັນຊາດໂດຍໄດ້ເອົາໃນຊ່ອງທາງທາງການທູດ
ເພື່ອພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດ ເຊິ່ງໄດ້ເລືອກເອົາຄອບຄົວຂອງນາງ
ສົມສີ ວິໄລພອນ ມາເປັນກໍລະນີສຶກສາ
ແລະເພື່ອໃຫ້ເກີດເປັນຕົ້ນແບບຂອງການຂະຈັດຄົນບໍ່ມີສັນຊາດໃຫ້ຕໍ່ບຸກຄົນທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ
6. ຜົນທີ່ຄາດວ່າຈະໄດ້ຮັບຈາກການວິໄຈ
  1)
ຮູ້ໄດ້ວິທີແລະຂັ້ນຕອນຂອງການພິສູດສັນຊາດໂດຍວິທີທາງການທູດ
   2)
ເກີດເປັນຕົ້ນແບບຂອງການຂະຈັດຄົນບໍ່ມີສັນຊາດໃຫ້ຕໍ່ບຸກຄົນທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ
 3) ເກີດມີຮູ້ແບບມີສ່ວນຮູ້ຈາກທຸກພາກສ່ວນທີ່ກ່ຽວຂ້ອງເພື່ອພັດທະນາຄວາມຮູ້ຈາກຝັ່ງລາວໃນການຂະຈັດຄົນບໍ່ສັນຊາດທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ
7. ສະຫຼຸບ
1. ສະຫຼຸບ
ເປັນທີ່ຮູ້ຈັກກັນດີແລ້ວວ່າ ປະຊາຊົນສອງຊາດລາວ-ໄທໄດ້ມີການພົວພັນກັນມາແຕ່ດົນນານ
ເຊິ່ງມີພາສາ, ທໍານຽມປະຕິດຄ້າຍຄືກັນສະນັ້ນຈິ່ງເປັນການຍາກທີ່ຈະຕັດແຍກອອກຈາກກັນໄດ້  ນອກນັ້ນປະເທດລາວ ແລະປະເທດໄທ
ຍັງມີຊາຍແດນຕິດຈອດກັບປະເທດໄທແຕ່ເໜືອຮອດໄຕ້
ມັນມີຄວາມສະດວກທີ່ຈະຂ້າມໄປມາຫາສູ່ກັນໄດ້ງ່າຍ ສະນັ້ນຈິ່ງເຮັດໃຫ້ປະຊາຊົນສອງຊາດລາວ-ໄທ
ໃນການເຂົ້າແລະອອກເມືອງແບບຜິດກົດໝາຍຢ່າງຫຼວງຫຼາຍ
 ຄົນລາວໄດ້ມີການລັກລອບເຂົ້າເມືອງໄທໃນຫລາຍໆ ສາເຫດດ້ວຍກັນ ເຊັ່ນ
ເພື່ອໜີໄພສົງຄາມໃນຊ່ວງສະໃໝກ່ອນແລະຫຼັງປົດປ່ອຍໃໝ່, ເພື່ອເຂົ້າມາເຮັດວຽກ
ຫລືເພື່ອຕິດຕາມຄອບຄົວເຂົ້າມາ ເປັນຕົ້ນ
ແຕ່ຖ້າຈະແບ່ງປະເພດຂອງຄົນອົບພະຍົບເຫລົ່ານີ້ຕາມໄລຍະເວລາຂອງການເຂົ້າມາອາໄສຢູ່ໃນປະເທດໄທແລ້ວ
ກໍອາດຈະແບ່ງອອກໄດ້ເປັນ 2 ກຸ່ມໃຫຍ່ໆ ດ້ວຍກັນຄື ກຸ່ມຄົນທີ່ເຂົ້າໃນປະເທດໄທດົນນານແລ້ວ
(Old comers) ແລະກຸ່ມຄົນທີ່ເຂົ້າໃນປະເທດໄທໃໝ່
(New comers)
ກຸ່ມຄົນທີ່ເຂົ້າມາດົນນານແລ້ວ ສ່ວນໃຫຍ່ແມ່ນເປັນກຸ່ມທີ່ໜີໄພສົງຄາມມາໃນຊ່ວງເວລາທີ່ແຕກຕ່າງກັນ
ລັດໄທໄດ້ຈັດການແກ້ໄຂປັນຫາຄົນເຫລົ່ານີ້ ໂດຍສະເພາະຜູ້ທີ່ມີປັນຫາທາງສະຖານະບຸກຄົນ
ໂດຍການບັນທຶກໃນທະບຽນຣາຊະດອນຂອງລັດໄທປະເພດຢູ່ຊົ່ວຄາວ ເມື່ອໄດ້ອາໄສຢູ່ດົນນານຂື້ນ
ກໍສາມາດຂໍສິດອາໄສຢູ່ຖາວອນ ແລະສາມາດຮ້ອງຂໍສັນຊາດໄທໄດ້ຕາມມລຳດັບ
 ສ່ວນກຸ່ມຄົນທີ່ເຂົ້າມາໃໝ່ນັ້ນ  ລັດໄທບໍ່ສາມາດຈັດການໂດຍໃຊ້ວິທີດຽວກັນກັບການແກ້ໄຂປັນຫາສຳຫລັບກຸ່ມທຳອິດໄດ້
ດ້ວຍເຫດຜົນປະການທີໜຶ່ງ ເປັນກຸ່ມທີ່ສ່ວນໃຫຍ່ບໍ່ໄດ້ເປັນຜູ້ໜີໄພສົງຄາມ
ແຕ່ຫາກເປັນການເຂົ້າມາເພື່ອຊອກຫາວຽກເຮັດ
ແລະເປັນທີ່ແນ່ນອນວ່າຍັງສາມາດກັບປະເທດຕົ້ນທາງໄດ້ ແລະ ເຫດຜົນປະການທີສອງ ຄື
ເປັນຄົນກຸ່ມໃຫຍ່ທີ່ມີຈຳນວນບໍ່ຕ່ຳກວ່າ 1 ແສນຄົນ ຈາກປະເທດລາວ  ດັ່ງນັ້ນ ການໃຫ້ສະຖານະໃດໆ
ອາດຈະເປັນປັດໄຈໃຫ້ເກີດການຫລັ່ງໄຫລເຂົ້າໃນປະເທດໄທຂອງຄົນໃນລັກສະນະຮູບການດຽວກັນອີກ
ໃນຊ່ວງທີ່ລະບົບການຄວບຄຸມເຂົ້າຫລືອອກເມືອງຂອງປະເທດໄທຍັງບໍ່ມີປະສິດທິພາບເທົ່າທີ່ຄວນ
ດັ່ງນັ້ນ ການແກ້ໄຂປັນຫາສຳຫລັບຄົນກຸ່ມນີ້ຂອງລັດໄທ
ຄືການບັນທຶກບຸກຄົນເຫລົ່ານີ້ໄວ້ໃນທະບຽນຣາຊະດອນປະເພດໜຶ່ງ ເຊິ່ງເອີ້ນວ່າ
ແບບຮັບຮອງລາຍການທະບຽນປະຫວັດຂອງຄົນຕ່າງດ້າວທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນຣາຊະອານາຈັກໄທເປັນກໍລະນີພິເສດ
(ທ.ຣ.38/1) ແລະຜ່ອນຜັນໃຫ້ອາໄສຢູ່ຊົ່ວຄາວໃນປະເທດໄທ
ແລະອະນຸຍາດໃຫ້ເຮັດວຽກໄດ້ຕາມຄວາມເໝາະສົມ
ໃນລະຫວ່າງລໍຖ້າການເຂົ້າສູ່ກະບວນການພິສູດສັນຊາດກັບປະເທດຕົ້ນທາງ
ເພື່ອປັບສະຖານະແຮງງານທີ່ຜິດກົດໝາຍໃຫ້ກາຍເປັນແຮງງານທີ່ຖືກຕ້ອງຕາມກົດໝາຍໃນທີ່ສຸດ
ເຊິ່ງການດຳເນີນການເພື່ອໃຫ້ແຮງງານດັ່ງກ່າວເຂົ້າສູ່ກະບວນການພິສູດສັນຊາດກັບປະເທດຕົ້ນທາງໃຫ້ເປັນໄປຕາມບັນທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືດ້ານການຈ້າງແຮງງານລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ
ກັບລັດຖະບານຂອງປະເທດມຽນມ້າ ປະເທດລາວ ແລະປະເທດກຳປູເຈຍ (Memorandum of Understanding on Cooperation in the Employment of Workers between the Thai Government and the Government of Myanmar, Lao
PDR, and Cambodia – MOU)
  ຢ່າງໃດກໍຕາມ ຂໍ້ເທັດຈິງທີ່ໄດ້ຈາກການເຮັດວິໄຈຢ່າງຍາວນານຂອງທີມນັກວິໄຈ
ປະກົດວ່າກະບວນການໃນການພິສູດສັນຊາດກັບປະເທດຕົ້ນທາງຕາມມບັນທຶກຄວາມເຂົ້າໃຈນັ້ນ
ຍັງມີຊ່ອງວ່າງທີ່ເຮັດໃຫ້ແຮງງານຕ່າງດ້າວຈຳນວນຫລາຍບໍ່ອາດສາມາດເຂົ້າສູ່ກະບວນການພິສູດສັນຊາດຕາມບັນທຶກຄວາມຕົກລົງໄດ້
ເຊິ່ງຈະສົ່ງຜົນໃຫ້ແຮງງານຕ່າງດ້າວ(ສັນຊາດລາວ)ຈຳນວນໜຶ່ງຕ້ອງຕົກຄ້າງຢູ່ໃນປະເທດໄທຢ່າງຜິດກົດໝາຍ
ແລະບໍ່ມີສະຖານະໃດເລີຍ
ເຖິງແມ່ນວ່າຈະສິ້ນສຸດໄລຍະເວລາການຈ້າງເຮັດວຽກຕາມທີ່ກຳໜົດໄວ້ໃນບັນທຶກຄວາມເຂົ້າໃຈແລ້ວກໍຕາມ
ກຸ່ມແຮງງານຕ່າງດ້າວດັ່ງກ່າວປະກອບໄປດ້ວຍ ກຸ່ມທີໜຶ່ງ ຄື
ກຸ່ມທີ່ຕົຫລົ່ນຈາກການຂື້ນທະບຽນແຮງງານ(ທ.ຣ. 38/1) ກັບກົມການປົກຄອງ
ທີ່ກະຊວງມະຫາດໄທ(ກະຊວງປ້ອງຄວາມສະຫງົບ) ຈຶ່ງກາຍເປັນແຮງງານທີ່ບໍ່ມີລັດໃນປະເທດໄທ ກຸ່ມທີສອງ
ຄື ກຸ່ມຄົນທີ່ຂື້ນທະບຽນແຮງງານຕ່າງດ້າວ (ທ.ຣ.38/1) ກັບກົມການປົກຄອງ
ແຕ່ບໍ່ໄດ້ຂໍອະນຸຍາດເຮັດວຽກກັບກົມຈັດຫາງານ ກະຊວງແຮງງານ
ເນື່ອງຈາກວ່າເປັນກຸ່ມແຮງງານຮັບຈ້າງລາຍວັນທີ່ບໍ່ມີນາຍຈ້າງ
ເຊິ່ງແຮງງານຮັບຈ້າງລາຍວັນເຫລົ່ານີ້ກໍອາດຈະບໍ່ມີເງິນພຽງພໍທີ່ຈະໄປຂໍອະນຸຍາດເຮັດວຽກ
ແລະ ກຸ່ມສຸດທ້າຍ ຄື ກຸ່ມລູກ ຫລືຜູ້ຕິດຕາມຂອງແຮງງານຕ່າງດ້າວ  ຈາກບັນຫາທີ່ເກີດຂື້ນຕໍ່ກັບຄົນກຸ່ມນີ້ຊຶ່ງກໍາລັງຕົກຢູ່ໃນໂຄງການທາງນະໂຍບາຍຂອງລັດໄທ
ທາງໂຄງການ ฯ ຈຶ່ງໄດ້ພິຈາລະນາ
ແລະເຫັນສົມຄວນໃຫ້ເຮັດການສຶກສາແນວທາງການພິສູດສັນຊາດກັບປະເທດຕົ້ນທາງໃນຊ່ອງທາງອື່ນ
ນອກເໜືອໄປຈາກຊ່ອງທາງຕາມບັນທຶກຄວາມເຂົ້າໃຈ
ເພື່ອສະແຫວງຫາຄວາມເປັນໄປໄດ້ໃນການສ້າງທາງເລືອກ ໃນການແກ້ໄຂປັນຫາສຳຫລັບຄົນກຸ່ມນີ້
ແລະເພື່ອພັດທະນາໃຫ້ເປັນແນວທາງໃນການພິສູດສັນຊາດກັບປະເທດຕົ້ນທາງທີ່ມີປະສິດທິພາບ
ແລະປະສິດທິຜົນແບບຍືນຍົງໃນທ້າຍທີ່ສຸດ
     ດັ່ງນັ້ນ ລາຍງານການວິໄຈ
ແລະການພັດທະນາສະບັບນີ້ຈຶ່ງເກີດຂື້ນພາຍໃຕ້ຄວາມຮ່ວມມືຂອງນັກວິຊາການທັງຂອງລາວ ແລະ
ຂອງໄທ ກ່າວຄື ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບຄະນະນິຕິສາດ
ມະຫາວິທະຍາໄລພາຍັບ ແລະຄລີນິກກົດໝາຍຊາວບ້ານດ້ານສິດທິ ແລະສະຖານະບຸກຄົນ ເມືອງແມ່ອາຍ
ແຂວງຊຽງໃໝ່
ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາຊ່ອງທາງໃນການພິສູດສັນຊາດລາວໃຫ້ກັບກໍລະນີສຶກສາທີ່ບໍ່ອາດເຂົ້າສູ່ກະບວນການພິສູດສັນຊາດລາວຕາມບັກທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືດ້ານການຈ້າງແຮງງານລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ
ກັບລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (Memorandum of Understanding on Cooperation in the Employment of Workers
between the Thai Government and the Government of Lao PDR – MOU) ໄດ້ ໂດຍການພັດທະນາແນວທາງການພິສູດສັນຊາດ ໂດຍວິທີທາງການທູດ ດັ່ງທີ່ໄດ້ກ່າວມາຂ້າງຕົ້ນ
2. ຂໍ້ສະເໜີ
   1.ສະເໜີໃຫ້ໜ່ວຍງານຫຼືອົງກອນທີ່ຮັບຜິດຊອບໃນການພິສູດສັນຊາດຄວນທີ່ຈະໃຫ້ກຸ່ມຄົນແຮງງານຕ່າງດ້າວແລະລູກຂອງແຮງງານຕ່າງດ້າວທີ່ບໍ່ໄດ້ຂື້ນທະເບີຍນແຮງງານກັບກະຊວງແຮງງານໃນປະເທດສາມາດເຂົ້າພິສູດສັນຊາດໄດ້ຖ້າຫາກວ່າກຸ່ມຄົນເຫຼົ່ານີ້ຫາກສາມາດມີຫຼັກຖານໃດໜຶ່ງ
 2.
ສະເໜີໃຫ້ມີໜ່ວຍງານທີ່ເຮັດໜ້າການພິສູດສັນຊາດທັງສອງຝ່າຍຄືໜ່ວຍງານໜຶ່ງກວດສອບຂໍ້ມູນຫຼັກຖານຈາກຝັ່ງໄທ
ແລະອີກໜ່ວຍງານກວດສອບຂໍ້ມູນຫຼັກຖານຈາກຝັ່ງລາວແລ້ວຈິ່ງນໍາສະເໜີໜ່ວຍງານທີ່ມີສິດອໍາພິຈາລະນາຕັດວ່າຈະໃຫ້ຫຼືບໍ່ໃຫ້
3ສະເໜີໃຫ້ມີຄວາມຕົກລົງສອງຝ່າຍລະຫວ່າງລັດຖະບານຂອງສປປລາວແລະລັດຖະບານແຫ່ງຣາຊະອານາຈັກໄທເລື່ອງການພິສູດສັນຊາດໃຫ້ຄວບຄຸມເຖິງທຸກກຸ່ມຄົນບໍ່່ວ່າຈະໄດ້ຂື້ນທະບຽນແຮງງານຫຼືບໍ່ໄດ້ຂື້ນທະບຽນແຮງງານຕ່າງດ້າວກໍ່ຕາມ
                                                            ວັນ​ທີ 18/12/2011
                                                   ອ.ບຸນ​ມີ​ລາດ​ຊະ​ມີ​+ອ.ບົງກົດອຳພາພອນ


[1] (ລາຍລະອຽດກາລຸນາອ່ານເພີ່ມເຕີມໃນບົດຄົ້ນຄວ້າລາຍງານການວິໃຈເລື່ອງ: ການພິສູດສັນຊາດ
ສຶກສາກໍລະນີ “ນາງ
ສົມສີ ວິໄລພອນ ແລະລູກ”)
[2]  ກຸ່ມຄົນທີ່ເຂົ້າມາໃໝ່ (New comers) ໃນທີ່ນີ້ໝາຍເຖິງ
ຄົນຕ່າງດ້າວທີ່ຫລົບໜີເຂົ້າມາອາໄສຢູ່ໃນປະເທດໄທເພື່ອເຮັດວຽກ
ສ່ວນໜຶ່ງກໍເຂົ້າສູ່ການຈັດລະບົບການຈ້າງແຮງງານ ໂດຍການຈົດຂື້ນທະບຽນແຮງງານ (ທ.ຣ.38/1)
ກວດສຸຂະພາບ ແລະຂໍອະນຸຍາດເຂົ້າເຮັດວຽກ
ເຮັດໃຫ້ຄົນຕ່າງດ້າວກຸ່ມນີ້ໄດ້ຮັບການຜ່ອນຜັນໃຫ້ມີສິດອາໄສຢູ່ຊົ່ວຄາວ
ເພື່ອລໍຖ້າການສົ່ງກັບ ປັດຈຸບັນບຸກຄົນເຫລົ່ານີ້ຈະຖື “ບັດປະຈຳຕົວຄົນເຊິ່ງບໍ່ມີສັນຊາດໄທ” ແລະວົງເລັບປະເທດຕົ້ນທາງເອົາໄວ້
[3]  ຂໍ້ມູນຈາກສຳນັກບໍລິຫານແຮງງານຕ່າງດ້າວ ເມື່ອວັນທີ 5 ມີນາ
ພ.ສ. 2553 ລະບຸວ່າ ມີແຮງງານຕ່າງດ້າວຈາກປະເທດມຽນມ້າ ລາວ ແລະກຳປູເຈຍ
ມາຂື້ນທະບຽນແຮງງານ (ທ.ຣ.38/1) ຕາມມະຕິຄະນະລັດຖະມົນຕີ ເມື່ອວັນທີ 19 ມັງກອນ ພ.ສ.
2553
[4] ລັດໄທເລີ່ມມີການຈັດການປັນຫາຂອງຄົນກຸ່ມຫລັງ (ເຊິ່ງຕໍ່ໄປນີ້ຈະເອີ້ນວ່າ
“ແຮງງານຕ່າງດ້າວ”)
ຢ່າງເປັນລະບົບເປັນຄັ້ງທຳອິດ
ໂດຍມີມະຕິຄະນະລັດມົນຕີວ່າດ້ວຍແນວທາງການບໍລິຫານຈັດການແຮງງານຕ່າງດ້າວທັງລະບົບ
ເມື່ອວັນທີ 27 ເມສາ ພ.ສ.2547
[5]  ຫລັກການ
ແລະຄວາມພະຍາຍາມຂອງລັດໄທໃນການເປັນຕົວກາງໃນການແກ້ໄຂປັນຫາສະຖານະບຸກຄົນໃຫ້ແກ່ແຮງງານຕ່າງດ້າວທີ່ມີສະຖານະທີ່ຜິດກົດໝາຍໃຫ້ກາຍເປັນແຮງງານທີ່ຖືກຕ້ອງຕາມກົດໝາຍ
ໂດຍຜ່ານກະບວນການພິສູດສັນຊາດກັບປະເທດຕົ້ນທາງນີ້
ຖືໄດ້ວ່າເປັນນະວັດຕະກຳທາງນິຕິລັດຖະສາດທີ່ກ້າວໜ້າຫລາຍ
ທີ່ຊ່ວຍຫລຸດລະດັບຄວາມບໍ່ມີສັນຊາດໃຫ້ແກ່ບຸກຄົນທີ່ມາຈາກປະເທດອື່ນ
[6] ກິດຈະກຳພາຍໃຕ້ໂຄງການຕໍ່ຍອດອົງຄວາມຮູ້
ຄລີນິກກົດໝາຍຊາວບ້ານ ດ້ານສິດທິ ແລະສະຖານະບຸກຄົນ ເມືອງແມ່ອາຍ ແຂວງຊຽງໃໝ່ ໄລຍະທີສາມ
ໂດຍການສະໜັບສະໜຸນຂອງອົງການຍູນີເຊບ ປະເທດໄທ (UNICEF
Thailand)
[7]  ເນື່ອງຈາກວ່າທີມນັກວິໄຈໃຊ້ວິທີການເຈລະຈາກັບຜູ້ທີ່ມີສ່ວນກ່ຽວຂ້ອງໃນການຄຸ້ມຄອງຄົນລາວ
ແລະມີອຳນາດໃນການດຳເນີນການຊ່ວຍເຫລືອຄົນລາວທີ່ມີປັນຫາສະຖານະບຸກຄົນໃນປະເທດໄທ
ເປັນຕົ້ນແມ່ນ ສະຖານທູດລາວປະຈຳປະເທດໄທ ເພື່ອພັດທະນາງານວິໄຈນີ້
ຈຶ່ງຂໍເອີ້ນວິທີການໃຫ້ຄວາມຊ່ວຍເຫລືອດ້ານສະຖານະບຸກຄົນແກ່ຄົນລາວທີ່ໄດ້ເຮັດການສຶກສາໃນລາຍງານວິໄຈນີ້ຕໍ່ໄປວ່າ
“ການພິສູດສັນຊາດໂດຍວິທີທາງການທູດ”
หมายเลขบันทึก: 471613เขียนเมื่อ 18 ธันวาคม 2011 08:59 น. ()แก้ไขเมื่อ 3 มกราคม 2013 10:39 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท