ຄວາມເປັນໄປໄດ້ໃນການຮ້ອງຂໍກັບເຂົ້າປະເທດໄທອີກ


v ນາງ ສົມສີ ວິໄລພອນ

ອີງຕາມມາດຕາ 34 ແຫ່ງພຣະຣາຊະບັນຍັດຄົນເຂົ້າເມືອງ ພ.ສ.2522 ໄດ້ອະນຸຍາດໃຫ້ບຸກຄົນ 15 ປະເພດດັ່ງຕໍ່ໄປນີ້ ສາມາດຂໍອະນຸຍາດເຂົ້າເມືອງໄດ້ ກ່າວຄື (1) ຜູ້ປະຕິບັດໜ້າທີ່ທາງການທູດ ຫລືກົງສຸນ (2) ຜູ້ປະຕິບັດໜ້າທີ່ທາງຣາຊະການ (3) ນັກທ່ອງທ່ຽວ (4) ນັກກິລາ (5) ນັກທຸລະກິດ (6) ນັກລົງທຶນທີ່ໄດ້ຮັບຄວາມເຫັນຊອບໃນການລົງທຶນຈາກກະຊວງ ແລະກົມກອງທີ່ກ່ຽວຂ້ອງ (7) ນັກລົງທຶນທີ່ລົງທຶນພາຍໃຕ້ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (8) ຜູ້ທີ່ເດີນທາງຜ່ານປະເທດໄທ (9) ຜູ້ຄວບຄຸມພາຫະນະ ຫລືຄົນປະຈຳພາຫະນະທີ່ເຂົ້າມາຍັງທ່າ ສະຖານີ ຫລືຖິ່ນຖານໃນປະເທດໄທ (10) ນັກສຶກສາ ຫລືຜູ້ເຂົ້າມາທັດສະນະສຶກສາວຽກ (11) ສື່ມວນຊົນ (12) ຜູ້ທີ່ເຂົ້າມາເຜີຍແຜ່ສາສນາທີ່ໄດ້ຮັບຄວາມເຫັນຊອບຈາກກະຊວງ ຫລືກົມກອງໜ່ວຍງານທີ່ກ່ຽວຂ້ອງ (13) ນັກວິທະຍາສາດ ຫລືຜູ້ເຝິກສອນໃນສະຖາບັນຄົ້ນຄວ້າ ຫລືສະຖາບັນການສຶກສາໃນປະເທດໄທ (14) ຊ່າງສີມື ຫລືຜູ້ຊ່ຽວຊານ (15) ອື່ນໆ[1]

ແຕ່ເມື່ອພິຈາລະນາແລ້ວພໍສະຫລຸບໄດ້ວ່າ ກໍລະນີຂອງນາງສົມສີນັ້ນ ສາມາດຂໍອະນຸຍາດໃນການກັບເຂົ້າໄປປະເທດໄທອີກໄດ້ຢ່າງຖືກຕ້ອງຕາມກົດໝາຍໃນ 2 ກໍລະນີ ດັ່ງຕໍ່ໄປນີ້

1)  ສະຖານະການທົ່ວໄປ

ປະການທີ່ໜຶ່ງ ນາງສົມສີສາມາດຂໍອະນຸຍາດເຂົ້າໄປໃນຣາຊະອານາຈັກເປັນການຊົ່ວຄາວ ເພື່ອທ່ອງທ່ຽວໄດ້ ຕາມມາດຕາ 12 ປະກອບກັບມາດຕາ 34(3) ແລະມາດຕາ 35(2) ແຫ່ງພຣະຣາຊະບັນຍັດຄົນເຂົ້າເມືອງ ພ.ສ.2522 (ຂໍ Visa ຈາກສະຖານທູດໄທໃນປະເທດລາວ) ເຊິ່ງມີອົງປະກອບຂອງຂໍ້ເທັດຈິງທີ່ກົດໝາຍກຳໜົດ ຄື (1) ຕ້ອງມີໜັງສືເດີນທາງ ຫລືເອກະສານທີ່ໃຊ້ແທນໜັງສືເດີນທາງທີ່ຖືກຕ້ອງ ແລະຍັງມີຄວາມສົມບູນຢູ່ (2) ຕ້ອງໄດ້ຮັບການກວດແລະລົງປະທັບກາ (3) ຕ້ອງບໍ່ເປັນພາລະທາງເສດຖະກິດ ຄື ມີປັດໄຈການຍັງຊີບຕາມສົມຄວນ ແລະບໍ່ເຂົ້າມາເຮັດວຽກເປັນກຳມະກອນ ຫລືຮັບຈ້າງເຮັດວຽກໂດຍບໍ່ໄດ້ອາໄສວິຊາຄວາມຮູ້ (4) ຕ້ອງບໍ່ເປັນພາລະທາງສາທາລະນະສຸກໃຫ້ແກ່ປະເທດໄທ ແລະ (5) ຕ້ອງບໍ່ເປັນໄພຕໍ່ລັດ ແລະສັງຄົມໄທ ໃນກໍລະນີນີ້ນາງສົມສີຈະສາມາດອາໄສຢູ່ໃນປະເທດໄທໄດ້ບໍ່ເກີນ 90 ວັນ ຫລືມີເຫດຈຳເປັນຈະຕ້ອງຢູ່ເກີນ 90 ວັນ ກໍໃຫ້ອະທິບໍດີເປັນຜູ້ພິຈາລະນາອະນຸຍາດໃຫ້ຢູ່ຕໍ່ໄປໄດ້ຄັ້ງລະບໍ່ເກີນ 1 ປີ[2]

ປະການທີສອງ ນາງສົມສີສາມາດການຂໍອະນຸຍາດເດີນທາງຂ້າມພົມແດນຊົ່ວຄາວ ເຊິ່ງເປັນໄປຕາມຄວາມຕົກລົງວ່າດ້ວຍການສັນຈອນຂ້າມແດນລະຫວ່າງລັດຖະບານໄທກັບລັດຖະບານລາວ ເມື່ອວັນທີ 20 ມິຖຸນາ ພ.ສ.2522 (ຂໍ Temporary Border Pass ຈາກ ຕ.ມ.ກວດຄົນເຂົ້າເມືອງຂອງໄທ) ກໍລະນີນາງ ສົມສີ ເຊິ່ງອາໄສຢູ່ນອກພື້ນທີ່ຊາຍແດນສາມາດອາໄສຢູ່ໃນປະເທດໄທໄດ້ 3 ວັນ 2 ຄືນ

2)  ສະຖານະການພິເສດ

ໃນສະຖານະການພິເສດ ນາງສົມສີສາມາດຂໍອະນຸຍາດເຂົ້າໃນປະເທດໄທໂດຍມີຈຸດປະສົງເພື່ອເຮັດວຽກຕາມບັນທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືດ້ານການແຈ້ງແຮງງານລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທກັບລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງເປັນການໃຊ້ອຳນາດຕາມມາດຕາ 17 ແຫ່ງ ພຣະຣາຊະບັນຍັດຄົນເຂົ້າເມືອງ ພ.ສ.2522 ໃນການອານຸຍາດໃຫ້ນາງ ສົມສີ ເຂົ້າມາໃນປະເທດໄທໄດ້

vລູກຊາຍສົມຊາດຊາດ ແລະລູກສາວສົມໃຈ

ການອະນຸຍາດເຂົ້າເມືອງຂອງລູກຊາຍສົມຊາດ ແລະລູກສາວສົມໃຈລູກຂອງນາງສົມສີນັ້ນຍອມເປັນໄປຕາມຖານະເຂົ້າເມືອງຂອງຜູ້ເປັນແມ່ຢ່າງໃດກໍຕາມລູກສົມຊາດ ແລະລູກສາວສົມໃຈສາມາດຂໍອະນຸຍາດເຂົ້າເມືອງໃນຖານະຜູ້ຕິດຕາມຂອງນາງສົມສີໄດ້



[1]  ອັນໄດ້ແກ່ (1) ພໍ່ ແມ່ ຜູ້ແຕ່ງງານ ຫລືລູກຂອງຜູ້ປະຕິບັດໜ້າທີ່ທາງການທູດ ຫລືກົງສຸນຜູ້ປະຕິບັດໜ້າທີ່ທາງຣາຊະການ ນັກທຸລະກິດ ນັກລົງທຶນ ທີ່ໄດ້ຮັບຄວາມເຫັນຊອບໃນການລົງທຶນຈາກກະຊວງ ກົມກອງທີ່ກ່ຽວຂ້ອງ ນັກລົງທຶນທີ່ລົງທຶນພາຍໃຕ້ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ນັກສຶກສາ ຫລືຜູ້ເຂົ້າມາເບິ່ງສຶກສາງານ ສື່ມວນຊົນ ຜູ້ທີ່ເຂົ້າມາເຜີຍແຜ່ສາສນາທີ່ໄດ້ຮັບຄວາມເຫັນຊອບຈາກກະຊວງ ກົມກອງທີ່ກ່ຽວຂ້ອງ ນັກວິທະຍາສາດ ຫລືຜູ້ທີ່ເຝິກສອນໃນສະຖາບັນຄົ້ນຄວ້າ ຫລືສະຖາບັນການສຶກສາໃນປະເທດໄທ ແລະຊ່າງສີມື ຫລືຜູ້ຊ່ຽວຊານ (2) ບຸກຄົນທີ່ໃຫ້ຄວາມອຸປະກາລະແກ່ ພໍ່ແມ່ ຜູ້ແຕ່ງງານ ຫລືລູກທີ່ມີສັນຊາດໄທ ຫລືມີຖິ່ນທີ່ຢູ່ໃນປະເທດໄທ (3) ບຸກຄົນທີ່ໄດ້ຮັບອຸປະກາລະຈາກ ພໍ່ແມ່ ຜູ້ແຕ່ງງານ ຫລືລູກ ທີ່ມີສັນຊາດໄທ ຫລືມີຖິ່ນທີ່ຢູ່ໃນປະເທດໄທ ຫລື (4) ບຸກຄົນທີ່ປະຕິບັດໜ້າທີ່ໃຫ້ແກ່ລັດວິສາຫະກິດ ຫລືອົງກອນການກຸສົນສາທາລະນະ

[2]  ໃຫ້ເບິ່ງມາດຕາ 35 ວັກ 3 ແຫ່ງພຣະຣາຊະບັນຍັດຄົນເຂົ້າເມືອງ ພ.ສ.2522

หมายเลขบันทึก: 435800เขียนเมื่อ 18 เมษายน 2011 14:25 น. ()แก้ไขเมื่อ 12 กุมภาพันธ์ 2012 19:05 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท