ຄວາມເປັນໄປໄດ້ໃນການຮ້ອງຂໍອອກນອກປະເທດໄທ ເພື່ອດຳເນີນການພິສູດສັນຊາດລາວ


 v ນາງກາວີພອນ ວິໄລວັນ

ດັ່ງທີ່ໄດ້ກ່າວມາແລ້ວໃນບົດນຳເບື້ອງຕົ້ນວ່າ ໃນປະເທດໄທເອງໄດ້ຄົ້ນພົບວ່າມີແຮງງານຕ່າງດ້າວຈຳນວນຫລາຍທີ່ບໍ່ສາມາດທີ່ຈະເຂົ້າສູ່ກະບວນການພິສູດສັນຊາດຕາມບົດບັນທຶກຄວາມຕົກລົງໄດ້ ເຊິ່ງນາງ ສົມສີ ວິໄລພອນເອງ ກໍເປັນໜຶ່ງໃນກຸ່ມຄົນເຫລົ່ານັ້ນ ກໍລະນີຂອງນາງສົມສີນັ້ນ ຈັດວ່າເປັນກຸ່ມຄົນທີ່ຂື້ນທະບຽນແຮງງານຕ່າງດ້າວ (ທ.ຣ.38/1) ກັບກົມການປົກຄອງ ກະຊວງມະຫາດໄທ(ປ້ອງກັນຄວາມສະຫງົບ) ແຕ່ບໍ່ໄດ້ຂໍອະນຸຍາດເຮັດວຽກກັບກົມການຈັດຫາງານ ກະຊວງແຮງງານ ເນື່ອງຈາກນາງສົມສີມີອາຊີບຮັບຈ້າງທົ່ວໄປບໍ່ມີນາຍຈ້າງເປັນປະຈຳ ເປັນເຫດໃຫ້ບໍ່ສາມາດຫາເງິນເພື່ອຊື້ຫລັກປະກັນສຸຂະພາບ ແລະເພື່ອຄ່າທຳນຽມຕ່າງໆ ໃນການຂໍອະນຸຍາດເຮັດວຽກ ເຊິ່ງມີຄ່າໃຊ້ຈ່າຍສູງພໍສົມຄວນສຳຫລັບຕົວນາງສົມສີເອງ

ດັ່ງນັ້ນ ການພິສູດສັນຊາດໂດຍການໃຊ້ຊ່ອງທາງອື່ນ ສຳຫລັບນາງສົມສີ ແລະຄົນເຫລົ່ານີ້ທີ່ຕົກຢູ່ໃນສະຖານະການດຽວກັນ ແມ່ນໃຊ້ວີທີທາງການທູດ ເປັນຕົ້ນ ເພື່ອເປັນຊ່ອງທາງໃນການດຳເນີນການ ເພື່ອເປັນແນວທາງທາງໃຫ້ແກ່ການສຶກສາ ແລະພັດທະນາ ເພາະເຫັນຄວາມເປັນໄປໄດ້ ໂດຍໄດ້ເລີ້ມຕົ້ນຈາກການສຶກສາ ແລະກວດສອບຫາຂໍ້ແທ້ຈິງ ເຊິ່ງນັ້ນໝາຍເຖິງການໄດ້ຮວບຮວມເອົາຫລັກຖານຕ່າງໆ[1] ຂອງນາງສົມສີດັ່ງທີ່ກ່າວມາແລ້ວຂ້າງຕົ້ນ ຈົນເປັນທີ່ໝັ້ນໃຈໄດ້ວ່າຈາກຂໍ້ມູນພະຍານຫລັກຖານຕ່າງໆ ທີ່ວ່ານີ້ ສາມາດລະບຸໄດ້ວ່ານາງສົມສີມີສັນຊາດລາວຕາມກົດໝາຍສັນຊາດລາວ ພຽງເທົ່ານີ້ກໍສາມາດຮ້ອງຂໍໃຫ້ສະຖານທູດລາວປະຈຳປະເທດໄທອອກ “ໃບເດີນທາງ” (ເຊິ່ງມີອາຍຸພຽງ 7 ວັນ ນັບຈາກວັນທີ່ອອກເດີນທາງ) ເພື່ອໃຊ້ເປັນເອກະສານເດີນທາງໃນການອອກນອກປະເທດໄທ ໄປເຖິງປະເທດລາວໄດ້

ເຖິງແນວໃດກໍຕາມ ດ້ວຍສະຖານະເຂົ້າເມືອງຜິດກົດໝາຍ ແລະບໍ່ມີສິດອາໄສຢູ່ໃນໄທຂອງນາງສົມສີນັ້ນ ອາດຈະສົ່ງຜົນໃຫ້ນາງສົມສີ ສ່ຽງຕໍ່ການຖືກຈັບ ແລະຖືກຈັບຕົວສົ່ງອອກນອກປະເທດໄທໄດ້ຕະຫລອດເວລາ ແຕ່ການເດີນທາງຈາກພື້ນທີ່ເມືອງແມ່ອາຍ ໄປຫາກຸງເທບນັ້ນ ເພື່ອເຮັດໃຫ້ນາງສົມສີຈະໄດ້ສາມາດກັບຄືນສູ່ປະເທດລາວຢ່າງຖືກຕ້ອງຕາມກົດໝາຍ ຫາກສະຖານທູດອະນຸມັດການສົ່ງຕົວນາງສົມສີ ເພື່ອໄປພິສູດສັນຊາດທີ່ປະເທດລາວ ດັ່ງນັ້ນ ເພື່ອຄຸ້ມຄອງນາງສົມສີບໍ່ໃຫ້ຖືກຈັບ ຫລືກົດດັນກັກຕົວລະຫວ່າງການເດີນທາງຈາກແຂວງຊຽງໃໝ່ໄປຫາສະຖານທູດທີ່ບາງກອກ ອາດຈະສາມາດເຮັດໄດ້ໂດຍການຂໍໃຫ້ຄະນະກຳມະການສິດທິມະນຸດແຫ່ງຊາດຮັບຄຳຮ້ອງ[2] ໃນການຄຸ້ມຄອງຂອງນາງສົມສີ ເປັນການຊົ່ວຄາວ ເພື່ອໃຫ້ນາງສົມສີສາມາດເດີນທາງແຂວງຊຽງໃໝ່ໄປຫາສະຖານທູດລາວທີ່ບາງກອກໄດ້ ເພື່ອຂໍດຳເນີນການຂໍຮ້ອງໃບເດີນທາງຈາກສະຖານທູດລາວ ເພື່ອເດີນທາງມາພິສູດສັນຊາດທີ່ປະເທດລາວໄດ້

v ລູກຊາຍຄື ທ້າວຊົນລະຊາດ ແລະລູກສາວຄື ນາງຊະລິດາ

ຄວາມເປັນໄປໄດ້ ແລະແນວທາງໃນການເດີນທາງອອກນອກປະເທດໄທ ເພື່ອດຳເນີນການພິສູດສັນຊາດລາວຂອງລູກນາງສົມສີ ກໍຈະເປັນໄປໃນລັກສະນະດຽວກັນກັບນາງສົມສີຜູ້ເປັນແມ່ ເຖິງແນວໃດກໍຕາມ ຈາກການໄດ້ໂອ້ລົມ ປຶກສາຫາລືກັບທາງສະຖານທູດລາວປະຈຳປະເທດໄທ ກໍເຮັດໃຫ້ມີຄວາມໜັກໃຈໃນກໍລະນີຂອງລູກທັງສອງຂອງນາງສົມສີທີ່ຈະເດີນທາງໄປພ້ອມກັນ ທາງສະຖານທູດລາວແມ່ນມີຄວາມຍິນດີອອກໃບເດີນທາງໃຫ້ແກ່ເດັກນ້ອຍທັງສອງ ຫາກມີການຢັ້ງຢືນໄດ້ວ່າລູກທັງສອງນັ້ນເປັນລູກຂອງນາງສົມສີຢ່າງແທ້ຈິງ ເພາະຢ້ານວ່າຫາກບໍ່ມີການກວດສອບທີ່ເຂັ້ມງວດແລ້ວ ອາດຈະເປັນການເປີດຊ່ອງທາງໃຫ້ເກີດຂະບວນການຄ້າເດັກກໍເປັນໄປໄດ້ ດັ່ງນັ້ນ ໃນກໍລະນີເຊັ່ນນີ້ ສູດຕິບັດຂອງເດັກນ້ອຍທັງສອງ ກໍອາດຈະເປັນເອກະສານຫລັກຖານຢ່າງໜຶ່ງໄດ້ ເພື່ອຢັ້ງຢືນວ່າເດັກນ້ອຍທັງສອງແມ່ນລູກຂອງນາງສົມສີແທ້



[1]  ເຊັ່ນປື້ມສໍາມະໂນຄົວທີ່ມີຊື່ນາງ ສົມສີ ໜັງສືຢັ້ງຢືນວ່ານາງສົມສີເປັນລູກຂອງຄົນທີ່ມີສັນຊາດລາວຄື ທ້າວທົງ ແລະນາງນີ ແລະໜັງສືຢັ້ງຢືນການເກີດ ທີ່ຮັບຮອງວ່ານາງກາວີພອນເກີດທີ່ປະເທດລາວແທ້ ເປັນຕົ້ນ

[2]  ອຳນາດໃນການຮັບຄຳຮ້ອງຂອງຄະນະກຳມະການສິດທິມະນຸດແຫ່ງຊາດດັ່ງກ່າວແມ່ນເປັນໄປຕາມພຣະຣາຊະບັນຍັດຄະນະກຳມະການສິດທິມະນຸດແຫ່ງຊາດ ພ.ສ.2542 ມາດຕາ 23, 24, 25 ແລະມາດຕາ 26 ສ່ວນວິທີປະຕິບັດໃນເລື້ອງດັ່ງກ່າວ ໃຫ້ສຶກສາເພີ່ມເຕີມໃນ ລະບຽບຄະນະກຳມະການສິດທິມະນຸດແຫ່ງຊາດ ວ່າດ້ວຍຫລັກເກນ ແລະວິທີການໃນການກວດສອບການລະເມີດສິດທິມະນຸດ ພ.ສ.2545

หมายเลขบันทึก: 435799เขียนเมื่อ 18 เมษายน 2011 14:23 น. ()แก้ไขเมื่อ 11 มิถุนายน 2012 08:34 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท