ສະຖານະບຸຄົນຕາມກົດໝາຍລາວຂອງ ທ້າວສົມຊາດ ແລະນາງສົມໃຈ (ຜູ້ເປັນລູກຊາຍ ແລະລູກສາວ)


ສະຖານະບຸກຄົນຕາມກົດໝາຍລາວ ກໍລະນີຂອງທ້າວສົມຊາດຊາດ ແລະນາງສົມໃຈ ຍ່ອມຂື້ນຢູ່ກັບສະຖານະບຸກຄົນຕາມກົດໝາຍລາວຂອງນາງສົມສີຜູ້ເປັນມານດາ ໂດຍສະເພາະການມີສັນຊາດລາວ

ຖ້າຫາກນາງສົມສີຜູ້ເປັນມານດາໄດ້ຮັບການພິຈາລະນາວ່າມີສັນຊາດລາວຕາມມາດຕາ 10 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ໂດຍຫລັກການແລ້ວລູກທັງສອງຄົນຂອງນາງສົມສີກໍຈະມີສັນຊາດລາວ ໂດຍຫລັກສືບສາຍເລືອດຈາກມານດາ ເຖິງແມ່ນວ່າເດັກນ້ອຍທັງສອງຄົນຈະເກີດຢູ່ໃນປະເທດໄທກໍຕາມ ເນື່ອງຈາກວ່າຂະນະທີ່ເດັກນ້ອຍທັງສອງເກີດນັ້ນ ນາງສົມສີຜູ້ເປັນແມ່ມີສະຖານະເປັນພົນລະເມືອງລາວ ຫລືມີສັນຊາດລາວ ເຊິ່ງການໄດ້ສັນຊາດລາວຂອງລູກທັງສອງຄົນນັ້ນ ແມ່ນເປັນໄປຕາມ ມາດຕາ 11[1] ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004

ແຕ່ຖ້າຫາກວ່າ ນາງສົມສີຜູ້ເປັນມານດາໄດ້ຮັບການພິຈາລະນາວ່າເສຍສັນຊາດລາວຕາມມາດຕາ 20 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ໃນຂະນະທີ່ລູກຊາຍຄື ທ້າວສົມຊາດ ແລະລູກສາວຄື ນາງສົມໃຈເກີດນັ້ນ ເດັກນ້ອຍທັງສອງນີ້ກໍຈະບໍ່ໄດ້ສັນຊາດລາວໂດຍຫລັກສືບສາຍເລືອດຈາກມານດາ

ແຕ່ຖ້າຕໍ່ມາພາຍຫລັງນາງສົມສີຜູ້ເປັນແມ່ໄດ້ຮັບສັນຊາດລາວກັບຄືນມາ ຈາກການຮ້ອງຂໍຕາມມາດຕາ 21 ປະກອບກັບມາດຕາ 15 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ດັ່ງທີ່ໄດ້ກ່າວມາແລ້ວ ນາງສົມສີຜູ້ເປັນແມ່ກໍສາມາດຮ້ອງຂໍສັນຊາດລາວໃຫ້ແກ່ເດັກນ້ອຍທັງສອງຜູ້ເປັນລູກໄດ້ ຕາມມາດຕາ 23[2] ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004



[1]  ມາດຕາ 11 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ບັນຍັດໄວ້ວ່າ “ໃນເມື່ອບິດາ ຫລືມານດາຂອງເດັກນ້ອຍເປັນພົນລະເມືອງລາວ ໃນເວລາທີ່ເດັກນ້ອຍເກີດອອກມາກໍຈະຖືວ່າເດັກນ້ອຍຜູ້ນັ້ນເປັນພົນລະເມືອງລາວ ຖ້າຫາກວ່າ

  1. ເດັກນ້ອຍຜູ້ນັ້ນໄດ້ເກີດຢູ່ໃນດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
  2. ເດັກນ້ອຍຜູ້ນັ້ນໄດ້ເກີດຢູ່ນອກດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ

ລາວ ໃນຕອນທີ່ເກີດນັ້ນ ບິດາມານດາ ທັງສອງ ຫລືບິດາມານດາຜູ້ໃດຜູ້ໜຶ່ງມີທີ່ຢູ່ຖາວອນໃນດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

“ໃນກໍລະນີທີ່ເດັັກນ້ອຍຜູ້ນັ້ນໄດ້ເກີດຢູ່ນອກດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະບິດາມານດາທັງສອງມີທີ່ຢູ່ຖາວອນຢູ່ນອກດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຊາດຂອງເດັກນ້ອຍນັ້ນແມ່ນໃຫ້ຖືເອົາຕາມຄວາມຕັດສິນໃຈຂອງ ຫລືຄວາມເຫັນດີຂອງຜູ້ເປັນບິດາ ແລະມານດາ”

[2]  ມາດຕາ 23 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ບັນຍັດໄວ້ວ່າ “ຖ້າຫາກບິດາຫລືມານດາໄດ້ສັນຊາດລາວແລ້ວ ແຕ່ອີກຄົນໜຶ່ງຍັງຖືສັນຊາດອື່ນຢູ່ ເດັກນ້ອຍອາດໄດ້ສັນຊາດລາວຕາມຄຳຮ້ອງຂໍຂອງບິດາ ຫລືມານດາຜູ້ທີ່ໄດ້ສັນຊາດລາວນັ້ນ ໃນກໍລະນີທີ່ມີການປ່ຽນແປງສັນຊາດຂອງບິດາ ຫລືມານດານັ້ນ ເດັກນ້ອຍທີ່ເປັນພົນລະເມືອງລາວ ເຊິ່ງມີອາຍຸແຕ່ 15 ປີຂື້ນໄປ ແຕ່ຍັງບໍ່ເຖິງ 18ປີ ທີ່ໄດ້ແຕ່ງງານຖືກຕ້ອງຕາມກົດໝາຍແລ້ວ ຈະເລືອກເອົາສັນຊາດຂອງເກົ່າ ຕາມສັນຊາດຂອງບິດາ ຫລືມານດາກໍໄດ້ ຖ້າຫາກວ່າບິດາ ຫລືມານດາຫາກໄດ້ສັນຊາດລາວແລ້ວ ແຕ່ອີກຜູ້ໜຶ່ງເປັນຄົນບໍ່ມີສັນຊາດ ເດັກນ້ອຍທີ່ອາໄສຢູ່ໃນດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຈະຖືວ່າເປັນພົນລະເມືອງລາວ ຖ້າວ່າບິດາຫລືມານດາໄດ້ສັນຊາດລາວແລ້ວ ແຕ່ອີກຜູ້ໜຶ່ງເປັນຄົນບໍ່ມີສັນຊາດ ເດັກນ້ອຍທີ່ອາໄສຢູ່ນອກດິນແດນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອາດໄດ້ສັນຊາດລາວຕາມຄຳຮ້ອງຂອງບິດາ ຫລືມານດາຜູ້ທີ່ໄດ້ສັນຊາດ ຕາມຄຳຮ້ອງຂໍຂອງບິດາ ຫລືມານດາຜູ້ທີ່ໄດ້ສັນຊາດລາວ

หมายเลขบันทึก: 435798เขียนเมื่อ 18 เมษายน 2011 14:20 น. ()แก้ไขเมื่อ 12 กุมภาพันธ์ 2012 19:05 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท