1. ສະຖານະບຸກຄົນຕາມກົດໝາຍລາວຂອງນາງສົມສີ ວິໄລພອນ


 ຂໍ້ເທັດຈິງຂອງນາງສົມສີດັ່ງທີ່ໄດ້ກ່າວມາຂ້າງເທິງເຮັດໃຫ້ທີມນັກວິໄຈເຊື່ອວ່ານາງສົມສີເຂົ້າສູ່ກະບວນການພິສູດເຖິງການມີສັນຊາດລາວ ລວມທັງການອອກເອກະສານພິສູດຕົນເພຶ່ອທີ່ນາງສົມສີຈະສາມາດໃຊ້ສິດໃນສັນຊາດລາວໄດ້ດັ່ງນັ້ນເພຶ່ອໃຫ້ເກີດຄວາມຊັດເຈນວ່ານາງສົມສີນັ້ນມີສັນຊາດລາວຕາມກົດໝາຍວ່າດ້ວຍສັນຊາດລາວຈິງການວິເຄາະໃຫ້ເຫັນເຖິງສະຖານະບຸກຄົນຂອງນາງສົມສີຕາມກົດໝາຍລາວຈຶ່ງມີຄວາມຈຳເປັນໃນຂັ້ນຕອນຕໍ່ມາ

ຈາກການກວດສອບຂໍ້ເທັດຈິງລວມທັງການຮວບຮວມພະຍານຫຼັກຖານຂອງນາງສົມສີ ທັງຈາກຝັ່ງໄທແລະຝັ່ງລາວ ເຮັດໃຫ້ເຊື່ອໄດ້ວ່ານາງສົມສີເປັນຄົນທີ່ເກີດຢູ່ປະເທດລາວ ໂດຍມີພະຍານບຸກຄົນຄື ທ້າວພົມມີ[1] ອາຍຸ 44 ປີ ສັນຊາດລາວ ສາສະໜາພຸດ ອາຊີບຊາວນາ ຢູ່ບ້ານເລກທີ່ 97 ຖະນົນບ້ານບຶງວະ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ປະເທດລາວ ເປັນພະຍານຜູ໊ຮັບຮອງ ນາງສົມສີມີຄອບຄົວແລະເຄີຍອາໄສຢູ່ທີ່ປະເທດລາວ ໂດຍມີພະຍານເອກະສານຄື ປື້ມສຳມະໂນຄົວສະບັບເລກທີ່ xxx ລົງວັນທີ 3 ກຸມພາ ພ.ສ.2551 ເຊິ່ງມີຊື່ຂອງນາງສົມສີ ລະບຸວ່າເປັນບຸກຄນທີ່ອາໄສຢູ່ໃນບ້ານນີ້ດ້ວຍ ນອກຈາກນີ້ຍັງມີ ເອກະສານຮັບຮອງ(ໜັງສືຍັ້ງຍືນ) ວ່ານາງສົມສີເປັນລູກຂອງທ້າວທົງແລະນາງນີ ເຊິ່ງເປັນບຸກຄົນດຽວກັນຕາມຊື່ທີ່ປະກົດຢູ່ໃນປື້ມສຳມະໂນຄົວ ໂດຍມີພະຍານຮັບຮອງທັງ 3 ຄົນຄື ທ້າວທາ ທ້າວແສງ ແລະທ້າວພົມມີ ແລະໜັງສືຢືນຢັນນີ້ກໍໄດ້ຮັບການຢືນຢັນຄວາມຖືກຕ້ອງຈາກນາຍບ້ານຄື ທ່ານຄຳມ່ານ ແກ້ວຄຳພັນ ອີກດ້ວຍ

ແລະຈາກການພິຈາລະນາຂໍ້ເທັດຈິງຂອງນາງສົມສີຂ້າງເທິງ ປະກອບກັບການພິຈາລະນາກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ມາດຕາ2[2]  ເຊິ່ງໄດ້ໃຫ້ຄວາມໝາຍຂອງສັນຊາດລາວ ແລະ ມາດຕາ 10[3] ວ່າດ້ວຍການໄດ້ສັນຊາດລາວໂດຍການເກີດຂອງລູກທີ່ເກີດໃນຂະນະທີ່ພໍ່ ແລະແມ່ເປັນພົນລະເມືອງລາວແລ້ວເຮັດໃຫ້ສະຫຼຸບໄດ້ວ່າ ນາງກາວີພອນມີສັນຊາດລາວ ໂດຍຫຼັກສືບສາຍເລືອດ ເນື່ອງຈາກໃນຂະນະທີ່ນາງກະວີພອນເກີດ ພໍ່ແມ່ຂອງນາງກາວີພອນເປັນພົນລະເມືອງລາວຕາມ ມາດຕາ 10 ແຫ່ງກົດໝາຍດ້ວຍສັນຊາດລາວ ຄ.ສ.2004

ຢ່າງໃດກໍຕາມ ມາດຕາ20[4]ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ໄດ້ບັນຍັດເລື່ອງການເສຍສັນຊາດລາວດ້ວຍເຫດຂອງການໄປຢູ່ຕ່າງປະເທດ ເຊິ່ງປະເດັນທີ່ກ່ຽວຂ້ອງກັບນາງສົມສີເຊິ່ງໄດ້ເດີນທາງອອກມາຈາກປະເທດລາວຢ່າງຜິດກົດໝາຍ ແລະອາໄສຢູ່ໃນປະເທດໄທຫລາຍກວ່າ 15 ປີ ຈຶ່ງຈໍາເປັນຕ້ອງນໍາມາດຕາດັ່ງກ່າວມາພິຈາລະນາປະກອບດ້ວຍ ວ່ານາງສົມສີຈະເສຍສັນຊາດລາວຫຼືບໍ່

ແຕ່ເມຶ່ອພິຈາລະນາຂໍ້ເທັດຈິງເພີ່ມເຕີມທີ່ໄດ້ຈາກການສຳພາດພໍ່ ແລະແມ່ຂອງນາງສົມສີ ລວມທັ້ງຈາກການປະກົດຊື່ຂອງນາງສົມສີໃນປື້ມສຳມະໂນຄົວລາວຈົນມາເຖິງປັດຈຸບັນກໍອາດຈະສາມາດສະຫຼຸບໄດ້ວ່າ ເຖິງວ່ານາງສົມສີຈະອອກມາຈາກປະເທດລາວຢ່າງຜິດກົດໝາຍເກີນ 7 ປີ ແລະບໍ່ໄດ້ຢູ່ໃນຄວາມຄຸ້ມຄອງຂອງສະຖານທູດລາວປະຈຳປະເທດໄທ ເຊິ່ງອາດຈະສົ່ງຜົນໃຫ້ເສຍສັນຊາດລາວຕາມທີ່ລະບຸໃນ ມາດຕາ 20 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ກໍຕາມ ແຕ່ຄວາມເປັນຈິງປະກົດວ່າພໍ່ແມ່ຂອງນາງສົມສີຍັງໄດ້ເສຍພາສີໃຫ້ແກ່ລັດຖະບານລາວໃນນາມຂອງນາງສົມສີຢ່າງສະໝ່ຳສະເໝີ[5] ເຊິ່ງໜ້າທີ່ດັ່ງກ່າວຂອງພົນລະເມືອງລາວເປັນໄປຕາມມາດຕາ48[6] ແຫ່ງລັດຖະທໍາມະນູນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄ.ສ.2003 ດ້ວຍເຫດນີ້ ນາງສົມສີ ຈຶ່ງຍັງບໍ່ຂາດສາຍພົວພັນທາງກົດໝາຍກັບລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະຍັງມີສັນຊາດລາວຕາມມາດຕາ 2 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004

ແຕ່ເຈົ້າໜ້າທີ່ໃນລະດັບປະຕິບັດໃນໜ່ວຍທີ່ກ່ຽວຂ້ອງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລັດລາວພິຈາລະນາວ່ານາງສົມສີໄດ້ເສຍສັນຊາດລາວ ຕາມມາດຕາ 20 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ແລ້ວເຖິງວ່ານາງສົມສີຍັງມີສາຍພົວພັນກັບລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໂດຍການເສຍພາສີດັ່ງທີ່ກົດໝາຍກຳນົດກໍຕາມ ກໍລະນີທີມນັກວິໄຈເຫັນວ່າຄວນຍື່ນເລື່ອງຂອງນາງສົມສີໃຫ້ທາງຄະນະກຳມາທິການກົດໝາຍຂອງສະພາແຫ່ງຊາດລາວເຊິ່ງມີໜ້າທີ່ໃນການຕີຄວາມຂໍ້ກົດໝາຍ ໄດ້ທຳການຕີຄວາມປະເດັນການເສຍສັນຊາດລາວຂອງພົນລະເມືອງລາວທີ່ໄປຢູ່ຕ່າງປະເທດຕໍ່ໄປເພື່ອໃຫ້ຂໍ້ກົດໝາຍແລະແນວທາງປະຕິບັດນັ້ນມີຄວາມສ່ອດຄ່ອງກັນ

ສຸດທ້າຍ ຫາກມີການຕີຄວາມວ່ານາງສົມສີນັ້ນໄດ້ເສຍສັນຊາດລາວຕາມມາດຕາ 20 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004ແລ້ວ ໝາຍຄວາມວ່ານາງສົມສີ ກໍຍັງສາມາດຮ້ອງຂໍສັນຊາດລາວຄືນໄດ້ ຕາມມາດຕາ 21[7] ປະກອບກັບມາດຕາ 15[8] ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004



[1]  ສຳພາດທ້າວພົມມີຜູ້ເປັນພະຍານບຸກຄົນຮັບຮອງການເກີດຂອງນາງກາວີພອນ ເມື່ອວັນທີ 20 ກຸມພາ ພ.ສ.2553

[2] ມາດຕາ2 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ບັນຍັດວ່າ ”ສັນຊາດລາວແມ່ນສາຍກ່ຽວພັນຢ່າງສະໜິດແໜ້ນທາງດ້ານການເມືອງແລະກົດໝາຍລະຫວ່າງບຸກຄົນກັບລັດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງສະແດງອອກເຖິງສິດແລະພັນທະກໍລະນີຂອງພົນລະເມືອງລາວຕໍ່ລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສິດທິແລະຄວາມຮັບຜິດຊອບຂອງລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ພົນລະເມືອງລາວຜູ້ທີ່ມີສັນຊາດລາວຖືວ່າພົນລະເມືອງລາວ”

[3] ມາດຕາ 10 ແຫ່ງ ກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ບັນຍັດຕິວ່າ “ເດັກນ້ອຍເຊິງໃນເວລາເກີດນັ້ນພໍ່ແລະແມ່ເປັນພົນລະເມືອງລາວກໍຖືວ່າເປັນພົນລະເມືອງລາວ ໂດຍບໍ່ຂື້ນກັບວ່າລູກນັ້ນເກີດຢຸ່ໃນຫຼືນອກດິນແດນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ”

[4]ມາດຕາ 20 ແຫ່ງກົົົົົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ບັນຍັດວ່າ”ບຸກຄົນຜູ້ໃດທີ່ໄດ້ໄປຢູ່ຕ່າງປະເທດເກີນ 7 ປີໂດຍບໍ່ໄດ້ຮັບອະນຸຍາດແຕ່ຫາກເກີນກຳນົດແລະບ່ໄດ້ຢູ່ໃນຄວາມຄຸ້ມຄອງຂອງສະຖານທູດຫຼືກົງສຸນລາວຂອງປະເທດນັ້ນ ແລະຂາດສາຍພົວພັນທາງກົກໝາຍກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເກີນ 10 ປີກໍຈະເສຍສັນຊາດລາວ

[5] ຂໍ້ມູນເລື່ອງການເສຍພາສີໃຫ້ແກ່ລັດຖະບານລາວດັ່ງກ່າວໄດ້ຈາກການສຳພາດພໍ່ແມ່ຂອງນາງສົມສີແລະນາຍບ້ານ ບ້ານບຶງວະ

[6] ມາດຕາ 48 ແຫ່ງລັດຖະທຳມະນູນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄ.ສ.2003 ບັນຍັດວ່າ “ພົນລະເມືອງລາວທຸກຄົນມີພັນທະເສຍພາສີ ແລະ ອາກອນຕາມລະບຽບກົດໝາຍທີ່ກຳນົດ”

[7]  ມາດຕາ 21 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ບັນຍັດໄວ້ວ່າ “ຜູ້ທີ່ໄດ້ເສຍສັນຊາດລາວໄປແລ້ວ ອາດໄດ້ສັນຊາດລາວຄືນຕາມຄຳຮ້ອງຂໍຂອງຜູ້ກ່ຽວຂ້ອງ ແລະຕາມຄວາມຕົກລົງຂອງຄະນະປະຈຳສະພາແຫ່ງຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຜູ້ຮ້ອງຂໍເອົາສັນຊາດລາວຄືນໃໝ່ຕ້ອງນຳເອົາຫລັກຖານມາຢັ້ງຢືນວ່າ ຕົນເຄີຍມີສັນຊາດລາວມາກ່ອນ”

[8]  ມາດຕາ 15 ແຫ່ງກົດໝາຍວ່າດ້ວຍສັນຊາດລາວ ຄ.ສ.2004 ບັນຍັດໄວ້ວ່າ “ຜູ້ທີ່ມີເຊື້ອຊາດລາວ ອາດໄດ້ສັນຊາດຕາມຄຳຮ້ອງຂໍຂອງຜູ້ກ່ຽວຕາມເງື່ອນໄຂທີ່ໄດ້ກຳໜົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້ ຍົກເວັ້ນຂໍ້ 9 ໂດຍມີກຳໜົດເວລາຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນເວລາ 5ປີຂື້ນໄປ ສຳຫລັບຜູ້ທີ່ໄດ້ສັນຊາດອື່ນແລ້ວ ແລະ3ປີຂື້ນໄປສຳຫລັບຜູ້ທີ່ຍັງບໍ່ໄດ້ສັນຊາດອື່ນ”

หมายเลขบันทึก: 435795เขียนเมื่อ 18 เมษายน 2011 14:18 น. ()แก้ไขเมื่อ 31 พฤษภาคม 2012 07:02 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท