ບົດທີ 2 ຂໍ້ຄົ້ນພົບຈາກງານວິໄຈ ແລະການສະຫລຸບວິເຄາະ


1.  ຂໍ້ແທ້ຈິງກໍລະນີຂອງ ນາງ ສົມສີ ແລະລູກ, (ທ້າວ ຊາຍສົມຊາດ ແລະ ນາງ ສົມໃຈ)[1]

         ນາງ ສົມສີ ວິໄລພອນ[2] ຫລືນາງຕຸ່ນ[3] ເກີດເມື່ອວັນທີ 8 ເມສາ ພ.ສ.2523 ທີ່ບ້ານບຶງວະ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ປະເທດລາວ ນາງ ສົມສີ ເປັນລູກຂອງ ທ້າວທົງ ແລະນາງມີ (ສັນຊາດລາວ) ນາງ ສົມສີ ມີພີ່ນ້ອງຮ່ວມອຸທອນດຽວກັນທັງໝົດ 8 ຄົນ ນາງ ສີມສີເປັນຄົນທີ 2 ເຊິ່ງບໍ່ໄດ້ຮັບການສຶກສາ ເນື່ອງມາຈາກປັນຫາຄວາມຍາກຈົນ ຈຶ່ງບໍ່ມີໂອກາດທີ່ຈະໄດ້ເຂົ້າຮຽນ ດັ່ງນັ້ນ ນາງ ສົມສີ ຈຶ່ງຈຳເປັນຕ້ອງຫາວຽກເຮັດເພື່ອນຳເງິນມາຊ່ວຍເຫລືອທາງຄອບຄົວ

      ເມື່ອປີ ພ.ສ.2537 ນາງ ສົມສີ ໄດ້ຕັດສິນໃຈເດີນທາງເຂົ້າປະເທດໄທ ເພື່ອຊອກວຽກເຮັດ ໂດຍເດີນທາງເຂົ້າຜ່ານທາງດ່ານແຂວງມຸກດາຫານ ມີນາຍໜ້າຊື່ວ່າ ປ້າໜິງ ເຊິ່ງມີພູມລຳເນົາຢູ່ທີ່ແຂວງສະຫວັນນະເຂດເຊັ່ນດຽວກັນ ເປັນຄົນພາໄປ ຕອນທີ່ເຂົ້າໄປນັ້ນນາງສົມສີໄດ້ເລົ່າໃຫ້ຟັງວ່າ ໄດ້ມາພ້ອມກັນທັງໝົດ 4 ຄົນ ດ້ວຍຄວາມຕັ້ງໃຈວ່າຈະພາກັນມາເຮັດວຽກທີ່ໂຮງງານເຮັດນ້ຳເຕົ້າຮູ້ ຕາມທີ່ນາຍໜ້າໄດ້ຮັບປາກໄວ້ ແຕ່ພໍໄປເຖິງປະເທດໄທກໍປະກົດວ່າບໍ່ມີວຽກໃຫ້ເຮັດຢ່າງທີ່ເຄີຍເວົ້າກັນໄວ້ ນາງສົມສີຈຶ່ງຕັດສິນໃຈໄປຮັບຈ້າງຂາຍປາທີ່ຕະຫລາດລັງສິດ ແຂວງປະທຸມທານີ ໄດ້ເງິນເປັນຄ່າຈ້າງ 1,400 ບາດ/ເດືອນ

      ເມື່ອປະມານປີ ພ.ສ.2544 ໃນຂະນະທີ່ເຮັດວຽກຂາຍປາທີ່ຕະຫລາດລັງສິດ ນາງສົມສີ ກໍໄດ້ພົບແລະຮູ້ຈັກກັບ ທ້າວຊາຍ   ແສນດີ ເປັນຊາວໄທໃຫຍ່ ບໍ່ມີສັນຊາດທີ່ອົບພະຍົບມາຈາກປະເທດມຽນມ້າເຂົ້າມາອາໄສຢູ່ໃນປະເທດໄທເປັນເວລາດົນນານແລ້ວ ທັງສອງໄດ້ຕັດສິນໃຈຢູ່ກິນນຳກັນເໝືອນສາມີພັນລະຍາ ໂດຍມີການແຕ່ງງານກັນຕາມປະເພນີຄວາມເຊື່ອ ແຕ່ບໍ່ໄດ້ຈົດທະບຽນແຕ່ງງານຕາມກົດໝາຍ

      ເມື່ອມາເຖິງວັນທີ 6 ມິຖຸນາ ພ.ສ.2545 ທ້າວຊາຍ ແລະນາງສົມສີ ກໍມີລູກຊາຍນຳກັນ 1 ຄົນ ຊື່ວ່າ ທ້າວສົມຊາດ ແສນດີ ເກີດທີ່ໂຮງໝໍປະທຸມທານີ ເມືອງທັນບູລີ ແຂວງປະທຸມທານີ ໂດຍທີ່ມີໃບຮັບຮອງການເກີດຈາກໂຮງໝໍ (ທ.ຣ.1/1) ແລະສູດຕິບັດສຳຫລັບບຸກຄົນທີ່ອາໄສຢູ່ໃນປະເທດໄທທີ່ຍັງບໍ່ຖືກຕ້ອງຕາມກົດໝາຍ ຫລືມີລັກສະນະຮູບການແບບຢູ່ຊົ່ວຄາວ ຈາກສຳນັກທະບຽນທ້ອງຖິ່ນເທດສະບານເມືອງປະທຸມທານີ (ທ.ຣ.3) ໂດຍທີ່ມີເລກປະຈຳຕົວປະຊາຊົນຄື 7 – XXXX-XXXXXX-XX-X ເຊິ່ງໃນເອກະສານ ທ.ຣ.3 ໄດ້ລະບຸໄວ້ວ່າ ມານດາຄື ນາງສົມສີ ວິໄລພອນ ເປັນບຸກຄົນທີ່ອົບພະຍົບມາຈາກປະເທດລາວ

      ເມື່ອປະມານທ້າຍປີ (ພ.ສ.2545) ນາງສົມສີ ແລະທ້າວຊາຍ ກໍໄດ້ຍ້າຍຖິ່ນຖານມາຢູ່ເຂດທ່າຕອນ ເມືອງແມ່ອາຍ ແຂວງຊຽງໃໝ່ ເຊິ່ງເປັນທີ່ຢູ່ເກົ່າຂອງທ້າວຊາຍ ຕັ້ງແຕ່ສະໄໝທີ່ທ້າວຊາຍ ແລະພີ່ນ້ອງໄດ້ອົບພະຍົບເຂົ້າມາຈາກປະເທດມຽນມ້າ

      ເມື່ອວັນທີ 10 ກໍລະກົດ ພ.ສ.2547 ນາງສົມສີ ແລະທ້າວຊາຍ ໄດ້ພາກັນໄປຂໍຂື້ນທະບຽນແຮງງານເປັນຄັ້ງທຳອິດ ໂດຍໄດ້ຮັບການບັນທຶກຊື່ໃນແບບຮັບຮອງລາຍການທະບຽນປະຫວັດຂອງຄົນຕ່າງດ້າວທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນຣາຊະອານາຈັກໄທເປັນກໍລະນີພິເສດ (ທ.ຣ.38/1) ບ້ານເລກທີ 98/1 ບ້ານຮົ່ມໄຊ ໜ່ວຍ14 ເຂດທ່າຕອນ ເມືອງແມ່ອາຍ ແຂວງຊຽງໃໝ່ ເຖິງແມ່ນວ່າທັງສອງຈະໄດ້ໄປຂື້ນທະບຽນແຮງງານ ແຕ່ບໍ່ໄດ້ໄປກວດສຸຂະພາບ ແລະຂໍອະນຸຍາດເຮັດວຽກ ເນື່ອງຈາກວ່າທັງສອງມີອາຊີບຮັບຈ້າງເປັນລາຍວັນທົ່ວໄປ ບໍ່ມີນາຍຈ້າງປະຈຳແນ່ນອນ ແລະກໍບໍ່ສາມາດຫາເງິນເພື່ອມາຊື້ຫລັກປະກັນສຸຂະພາບ ແລະເພື່ອຈ່າຍຄ່າທຳນຽມໃນການຂໍອະນຸຍາດເຮັດວຽກ ເຊິ່ງມີຄ່າໃຊ້ຈ່າຍສູງເຖິງ 1,900 ບາດ/ຄົນ/ປີ ແລະ1,800 ບາດ/ຄົນ/ປີ ຕາມລຳດັບ ຊຶ່ງຈາກສະຖານະການດັ່ງກ່າວໃນຄັ້ງນີ້ກໍ່ຍັງເຮັດໃຫ້ນາງສົມສີ ແລະທ້າຍຊາຍຍັງຖືວ່າເປັນຄົນຜິດກົດໝາຍທີ່ບໍ່ໄດ້ຮັບການຜ່ອນຜັນໃຫ້ມີສິດອາໄສຢູ່ຊົ່ວຄາວຕາມນະໂຍບາຍຂອງລັດຖະບານໄທໃນສະໄໝນັ້ນຢູ່ດີ ເຖິງແມ່ນວ່າຈະມີການຂື້ນທະບຽນແຮງງານແລ້ວກໍຕາມ

      ເມື່ຶອວັນທີ່ 14 ພະຈິກ ພ.ສ 2550 ທ້າວຊາຍກັບນາງສົມສີມີລູກສາວນໍາກັນອີກຫນຶ່ງຄົນ ຄື: ນາງ ສົມໃຈ ແສນດີ ເກີດທີ່ໂຮງໝໍຝາງ ເມືອງຝາງ ແຂວງຊຽງໄໝ່ ໂດຍມີໃບຮັບຮອງການເກີດຈາກໂຮງໝໍ (ທ.ຣ.1/1) ແລະ ສູດຕິບັດສໍາລັບບຸດຄົນຕ່າງດ້າວທີ່ໄດ້ຮັບອານຸຍາດໃຫ້ອາໄສຢູ່ໃນຣາຊະອານາຈັກເປັນກໍລະນີພິເສດ ຈາກສຳນັກທະບຽນທ້ອງຖິ່ນເທດສະບານ ເຂດວຽງຝາງ(ທ.ຣ.03) ໂດຍມີເລກປະຈຳຕົວປະຊາຊົນຄື: 00-XXXX-XXXXXX-X ເຊິ່ງໃນເອກະສານ ທ.ຣ.03 ລະບຸວ່າ ແມ່ ຄືນາງ ສົມສີ ວິໄລພອນ ແຕ່ພັດລະບຸວ່ານາງສົມສີເປັນຄົນສັນນຊາດພະມ້າ

      ໃນວັນທີ 21 ກໍລະກົດ ພ.ສ. 2552 ນາງສົມສີໄດ້ເຂົ້າສູ່ກະບວນການຈົດທະບຽນແຮງງານຕ່າງດ້າວວນອກລະບົບຜ່ອນຜັນຮອບໃໝ່ຕາມມະຕິຄະນະລັດຖະມົນຕີໃນວັນທີ 26 ພຶດສະພາ ພ.ສ.2552 ເພຶ່ອເປີດໂອກາດໃຫ້ແຮງງານທີ່ຢູ່ນອກລະບົບຜ່ອນຜັນໄດ້ເຂົ້າສູ່ລະບົບການຈ້າງງານທີ່ຖືກຕ້ອງຫາກແຕ່ໃນຄັ້ງນີ້ກໍ່ເຊັ່ນກັນ ນາງສົມສີຍັງບໍ່ສາມາດເຂົ້າສູ່ກະບວນການໄດ້ຢ່າງຄົບຂັ້ນຕອນດັ່ງກ່າວຄື ນາງສົມສີບໍ່ໄດ້ໄປກວດສຸຂະພາບແລະຂໍອະນຸຍາດເຮັດວຽກດ້ວຍເຫດຜົນເກົ່າທີ່ໄດ້ກ່າວໄວ້ໃນເບຶ້ອງຕົ້ນ ຜົນກໍຄື ນາງສົມສີກໍຍັງຕົກເປັນຄົນຜິດກົດໝາຍທີ່ບໍ່ໄດ້ຮັບການຜ່ອນຜັນໃຫ້ມີສິດອາໄສຊົ່ວຄາວຕາມນະໂຍບາຍຂອງລັດໄທໃນຄັ້ງນີ້ອີກຄືເກົ່າ

      ປັດຈຸບັນນາງສົມສີ ແລະທ້າວຊາຍກໍຍັງຄົງຮັບຈ້າງເຮັດໄຮ່ຕາມສວນຕ່າງໆ ໃນພື້ນທີ່ແມ່ອາຍໄປເປັນວັນໆ ສຸດແລ້ວແຕ່ຈະມີຜູ້ຈ້າງຫລືບໍ່ ສ່ວນລູກຊາຍທ້າວສົມຊາດ ແມ່ນກຳລັງຮຽນຢູ່ທີ່ໂຮງຮຽນຕຳຫລວດກວດກາຊາຍແດນໄລອອນມະຫາຈັກ 8 (ບ້ານຮົ່ມໄຊ ເມືອງແມ່ອາຍ ແຂວງຊຽງໃໝ່) ສ່ວນລູກສາວແມ່ນຍັງບໍ່ໄດ້ເຂົ້າຮຽນ ເນື່ອງຈາກວ່າອາຍຸຍັງບໍ່ເຖິງເກນ

      ຈາກຂໍ້ເທັດຈິງທີ່ກ່າວມາເບື້ອງຕົ້ນແມ່ນຊີ້ໃຫ້ເຫັນວ່າ ນາງສົມສີ ເປັນກຸ່ມຄົນທີ່ຈັດວ່າຫາກໍເຂົ້າມາໃໝ່ທີ່ໄດ້ຮັບການບັນທຶກໃນແບບຮັບຮອງລາຍການທະບຽນປະຫວັດຂອງຄົນຕ່າງດ້າວທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນຣາຊະອານາຈັກໄທເປັນກໍລະນີພິເສດ (ທ.ຣ.38/1) ແຕ່ບໍ່ໄດ້ເຂົ້າສູ່ກະບວນການຈັດລະບົບແຮງງານຕ່າງງານຕ່າງດ້າວຄົບຂັ້ນຕອນ ກ່າວຄື ບໍ່ໄດ້ໄປກວດສຸຂະພາບ ແລະບໍ່ໄດ້ຂໍອະນຸຍາດເຮັດວຽກກັບກົມຈັດຫາງານ ກະຊວງແຮງງານ ເຖິງແມ່ນຂໍ້ເທັດຈິງຈະປະກົດວ່ານາງສົມສີມີຄວາມເປັນໄປໄດ້ໃນການກັບປະເທດລາວເຊິ່ງເປັນປະເທດຕົ້ນທາງ ແຕ່ນາງສົມສີບໍ່ອາດເຂົ້າສູ່ກະບວນການພິສູດສັນຊາດເພື່ອປັບສະຖານະຈາກຄົນເຂົ້າເມຶອງຜິດກົດໝາຍເປັນຄົນເຂົ້າເມຶອງຖືກກົດໝາຍແລະເພຶ່ອກັບສູ່ປະເທດຕົ້ນທາງໄດ້

      ນອກຈາກນີ້ ຂໍ້ເທັດຈິງດັ່ງກ່າວຍັງສະທ້ອນໃຫ້ເຫັນປັນຫາຂອງແຮງງານຕ່າງດ້າວບໍ່ມີສີມືອີກເປັນຈຳນວນຫຼາຍທີ່ມີອາຊີບຮັບຈ້າງເປັນລາຍວັນແລະມີລາຍໄດ້ຕ່ຳຈົນບໍ່ອາດປະຕິບັດຕາມເງື່ອນໄຂ[4]ຂອງການເຂົ້າສູ່ລະບົບການຈ້າງງານທີ່ຖືກຕ້ອງໄດ້ ເຖິງວ່າພວກເຂົາຈະເປັນບຸກຄົນກຸ່ມເປົ້າໝາຍຕາມນະໂຍບາຍການບໍລິຫານຈັດການແຮງງານຕ່າງດ້າວຂອງລັດໄທກໍຕາມ



[1] ສຳຫລວດຂໍ້ເທັດຈິງໃນປະເທດໄທໂດຍ ຄະນະເຮັດວຽກດ້ານຂໍ້ເທັດຈິງຂອງໂຄງການ ແລະນາງບົງກົດ ນະພາອຳພອນ ແລະສຳຫລວດຂໍ້ເທັດຈິງໃນປະເທດລາວໂດຍ ອາຈາຣຍ໌ບຸນມີ ຣາຊະມີໄຊ

[2]  ຊື່ທີ່ປະກົດຕາມແບບຮັບຮອງລາຍການທະບຽນປະຫວັດຂອງຄົນຕ່າງດ້າວທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນຣາຊະອານາຈັກໄທ ເປັນກໍລະນີພິເສດ (ທ.ຣ.38/1) ເມື່ອວັນທີ 21 ກໍລະກົດ ພ.ສ.2552

[3]  ຊື່ທີ່ປະກົດຕາມປື້ມສຳມະໂນຄົວລາວ ສະບັບເລກທີ 293 ລົງວັນທີ 5 ກຸມພາ ພ.ສ.2551

[4]  ເງື່ອນໄຂຂອງການເຂົ້າສູ່ລະບົບການຈ້າງແຮງງານທີ່ຖືກກົດໝາຍດິ່ງກ່າວຄື ການມີນາຍຈ້າງປະຈຳ ການກວດສຸຂະພາບ ການຊື້ຫຼັກປະກັນສຸຂະພາບ ແລະການຂໍອະນຸຍາດເຮັດວຽກ

หมายเลขบันทึก: 435794เขียนเมื่อ 18 เมษายน 2011 14:14 น. ()แก้ไขเมื่อ 12 กุมภาพันธ์ 2012 19:05 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท