ຄວາມເປັນມາຂອງປັນຫາທີ່ນຳມາສູ່ການວິໄຈ ແລະພັດທະນາ,ສົມມຸຕິຖານຂອງການວິໄຈ, ຈຸດປະສົງຂອງການວິໄຈ, ວິທີການວິໄຈ, ຂອບເຂດໃນການວິໄຈ, ຜົນທີ່ຄາດວ່າຈະໄດ້ຮັບຈາກການວິໄຈ


1.   ຄວາມເປັນມາຂອງປັນຫາທີ່ນຳມາສູ່ການວິໄຈ ແລະພັດທະນາ  

       ເປັນທີ່ຮູ້ຈັກກັນດີແລ້ວວ່າ ປະເທດໄທມີອານາເຂດຕິດຕໍ່ກັບຫລາຍປະເທດດ້ວຍກັນເຊັ່ນ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະເທດກຳປູເຈຍ ປະເທດມຽນມ້າ ແລະປະເທດມາເລເຊຍ ເຊິ່ງການປັກປັນເຂດແດນກັບປະເທດເພື່ອນບ້ານຫລາຍໆ ປະເທດທີ່ກ່າວມາຂ້າງຕົ້ນຍັງມີປັນຫາຢູ່ ຈົນມາຮອດປັດຈຸບັນ ນອກຈາກປັນຫາເລື້ອງເຂດແດນທີ່ວ່າມານີ້ແລ້ວ ປັນຫາເລື້ອງການຄວບຄຸມຄົນ ເຂົ້າ-ອອກເມືອງ ກໍເປັນອີກປະເດັນໜຶ່ງທີ່ເຮັດໃຫ້ຄົນຈາກປະເທດເພື່ອນບ້ານ ຫລືແມ່ນແຕ່ຄົນຈາກປະເທດໄທເອງກໍຍັງສາມາດລັກລອບເຂົ້າ ຫລືອອກເມືອງໄດ້ ໂດຍຜ່ານຊ່ອງທາງທີ່ຍັງມີປັນຫາເຫລົ່ານີ້

     ການລັກລອບເຂົ້າເມືອງໄທຂອງຄົນຈາກປະເທດເພື່ອນບ້ານອາດຈະມາຈາກຫລາຍໆ ສາເຫດດ້ວຍກັນ ເຊັ່ນ ເພື່ອໜີໄພຄວາມຕາຍ ເພື່ອເຂົ້າມາເຮັດວຽກ ຫລືເພື່ອຕິດຕາມຄອບຄົວເຂົ້າມາ ເປັນຕົ້ນ ແຕ່ຖ້າຈະແບ່ງປະເພດຂອງຄົນອົບພະຍົບເຫລົ່ານີ້ຕາມໄລຍະເວລາຂອງການເຂົ້າມາອາໄສຢູ່ໃນປະເທດໄທແລ້ວ ກໍອາດຈະແບ່ງອອກໄດ້ເປັນ 2 ກຸ່ມໃຫຍ່ໆ ດ້ວຍກັນຄື ກຸ່ມຄົນທີ່ເຂົ້າມາດົນນານແລ້ວ (Old comers) ແລະກຸ່ມຄົນທີ່ເຂົ້າມາໃໝ່ (New comers)

     ກຸ່ມຄົນທີ່ເຂົ້າມາດົນນານແລ້ວ[1] ສ່ວນໃຫຍ່ແມ່ນເປັນກຸ່ມທີ່ໜີໄພຄວາມຕາຍມາໃນຊ່ວງເວລາທີ່ແຕກຕ່າງກັນ ລັດໄທໄດ້ຈັດການແກ້ໄຂປັນຫາຄົນເຫລົ່ານີ້ ໂດຍສະເພາະຜູ້ທີ່ມີປັນຫາທາງສະຖານະບຸກຄົນ ໂດຍການບັນທຶກໃນທະບຽນຣາຊະດອນຂອງລັດໄທປະເພດຢູ່ຊົ່ວຄາວ ເມື່ອໄດ້ອາໄສຢູ່ດົນນານຂື້ນ ກໍສາມາດຂໍສິດອາໄສຢູ່ຖາວອນ ແລະສາມາດຮ້ອງຂໍສັນຊາດໄທໄດ້ຕາມມລຳດັບ

     ສ່ວນກຸ່ມຄົນທີ່ເຂົ້າມາໃໝ່ນັ້ນ[2] ນັ້ນ ລັດໄທບໍ່ສາມາດຈັດການໂດຍໃຊ້ວິທີດຽວກັນກັບການແກ້ໄຂປັນຫາສຳຫລັບກຸ່ມທຳອິດໄດ້ ດ້ວຍເຫດຜົນປະການທີໜຶ່ງ ເປັນກຸ່ມທີ່ສ່ວນໃຫຍ່ບໍ່ໄດ້ເປັນຜູ້ໜີໄພຄວາມຕາຍມາ ແຕ່ຫາກເປັນການເຂົ້າມາເພື່ອຊອກຫາວຽກເຮັດ ແລະເປັນທີ່ແນ່ນອນວ່າຍັງສາມາດກັບປະເທດຕົ້ນທາງໄດ້ ແລະ ເຫດຜົນປະການທີສອງ ຄື ເປັນຄົນກຸ່ມໃຫຍ່ທີ່ມີຈຳນວນບໍ່ຕ່ຳກວ່າ 1 ລ້ານຄົນ[3] ທີ່ອົບພະຍົບມາຈາກປະເທດມຽນມ້າ ປະເທດລາວ ປະເທດກຳປູເຈຍ ແລະອາດຈະມີປະເທດອື່ນອີກທີ່ປະປົນກັນຢູ່ ດັ່ງນັ້ນ ການໃຫ້ສະຖານະໃດໆ ອາດຈະເປັນປັດໄຈໃຫ້ເກີດການຫລັ່ງໄຫລເຂົ້າໃນປະເທດໄທຂອງຄົນໃນລັກສະນະຮູບການດຽວກັນອີກ ໃນຊ່ວງທີ່ລະບົບການຄວບຄຸມເຂົ້າຫລືອອກເມືອງຂອງປະເທດໄທຍັງບໍ່ມີປະສິດທິພາບເທົ່າທີ່ຄວນ ດັ່ງນັ້ນ ການແກ້ໄຂປັນຫາສຳຫລັບຄົນກຸ່ມນີ້ຂອງລັດໄທ[4] ຄືການບັນທຶກບຸກຄົນເຫລົ່ານີ້ໄວ້ໃນທະບຽນຣາຊະດອນປະເພດໜຶ່ງ ເຊິ່ງເອີ້ນວ່າ ແບບຮັບຮອງລາຍການທະບຽນປະຫວັດຂອງຄົນຕ່າງດ້າວທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນຣາຊະອານາຈັກໄທເປັນກໍລະນີພິເສດ (ທ.ຣ.38/1) ແລະຜ່ອນຜັນໃຫ້ອາໄສຢູ່ຊົ່ວຄາວໃນປະເທດໄທ ແລະອະນຸຍາດໃຫ້ເຮັດວຽກໄດ້ຕາມຄວາມເໝາະສົມ ໃນລະຫວ່າງລໍຖ້າການເຂົ້າສູ່ກະບວນການພິສູດສັນຊາດກັບປະເທດຕົ້ນທາງ[5] ເພື່ອປັບສະຖານະແຮງງານທີ່ຜິດກົດໝາຍໃຫ້ກາຍເປັນແຮງງານທີ່ຖືກຕ້ອງຕາມກົດໝາຍໃນທີ່ສຸດ ເຊິ່ງການດຳເນີນການເພື່ອໃຫ້ແຮງງານດັ່ງກ່າວເຂົ້າສູ່ກະບວນການພິສູດສັນຊາດກັບປະເທດຕົ້ນທາງໃຫ້ເປັນໄປຕາມບັນທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືດ້ານການຈ້າງແຮງງານລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ ກັບລັດຖະບານຂອງປະເທດມຽນມ້າ ປະເທດລາວ ແລະປະເທດກຳປູເຈຍ (Memorandum of Understanding on Cooperation in the Employment of Workers between the Thai Government and the Government of Myanmar, Lao PDR, and Cambodia – MOU)

     ຢ່າງໃດກໍຕາມ ຂໍ້ເທັດຈິງທີ່ໄດ້ຈາກການເຮັດວິໄຈຢ່າງຍາວນານຂອງທີມນັກວິໄຈ ປະກົດວ່າກະບວນການໃນການພິສູດສັນຊາດກັບປະເທດຕົ້ນທາງຕາມມບັນທຶກຄວາມເຂົ້າໃຈນັ້ນ ຍັງມີຊ່ອງວ່າງທີ່ເຮັດໃຫ້ແຮງງານຕ່າງດ້າວຈຳນວນຫລາຍບໍ່ອາດສາມາດເຂົ້າສູ່ກະບວນການພິສູດສັນຊາດຕາມບັນທຶກຄວາມຕົກລົງໄດ້ ເຊິ່ງຈະສົ່ງຜົນໃຫ້ແຮງງານຕ່າງດ້າວຈຳນວນໜຶ່ງຕ້ອງຕົກຄ້າງຢູ່ໃນປະເທດໄທຢ່າງຜິດກົດໝາຍ ແລະບໍ່ມີສະຖານະໃດເລີຍ ເຖິງແມ່ນວ່າຈະສິ້ນສຸດໄລຍະເວລາການຈ້າງເຮັດວຽກຕາມທີ່ກຳໜົດໄວ້ໃນບັນທຶກຄວາມເຂົ້າໃຈແລ້ວກໍຕາມ ກຸ່ມແຮງງານຕ່າງດ້າວດັ່ງກ່າວປະກອບໄປດ້ວຍ ກຸ່ມທີໜຶ່ງ ຄື ກຸ່ມທີ່ຕົຫລົ່ນຈາກການຂື້ນທະບຽນແຮງງານ(ທ.ຣ. 38/1) ກັບກົມການປົກຄອງ ທີ່ກະຊວງມະຫາດໄທ(ກະຊວງປ້ອງຄວາມສະຫງົບ) ຈຶ່ງກາຍເປັນແຮງງານທີ່ບໍ່ມີລັດໃນປະເທດໄທ ກຸ່ມທີສອງ ຄື ກຸ່ມຄົນທີ່ຂື້ນທະບຽນແຮງງານຕ່າງດ້າວ (ທ.ຣ.38/1) ກັບກົມການປົກຄອງ ແຕ່ບໍ່ໄດ້ຂໍອະນຸຍາດເຮັດວຽກກັບກົມຈັດຫາງານ ກະຊວງແຮງງານ ເນື່ອງຈາກວ່າເປັນກຸ່ມແຮງງານຮັບຈ້າງລາຍວັນທີ່ບໍ່ມີນາຍຈ້າງ ເຊິ່ງແຮງງານຮັບຈ້າງລາຍວັນເຫລົ່ານີ້ກໍອາດຈະບໍ່ມີເງິນພຽງພໍທີ່ຈະໄປຂໍອະນຸຍາດເຮັດວຽກ ກຸ່ມທີ່ສາມ ຄື ກຸ່ມຄົນທີ່ມາຈາກປະເທດອື່ນ ນອກເໜືອຈາກປະເທດມຽນມ້າ ປະເທດລາວ ແລະປະເທດກຳປູເຈຍ ເຊັ່ນ ແຮງງານຕ່າງດ້າວຈາກປະເທດຫວຽດນາມ ຫລືຈາກປະເທດຈີນ ເປັນຕົ້ນ ແລະ ກຸ່ມສຸດທ້າຍ ຄື ກຸ່ມລູກ ຫລືຜູ້ຕິດຕາມຂອງແຮງງານຕ່າງດ້າວ

     ນອກຈາກນີ້ ຈາກການເປີດຫ້ອງຮຽນດ້ານສິດທິ ແລະສະຖານະບຸກຄົນ[6] ເພື່ອໃຫ້ຄວາມຊ່ວຍເຫລືອບຸກຄົນທີ່ມີປັນຫາສະຖານະບຸກຄົນໃນພື້ນທີ່ ເມືອງແມ່ອາຍ ແຂວງຊຽງໃໝ່ ກໍເຮັດໃຫ້ພົບຂໍ້ເທັດຈິງທີ່ວ່າມານີ້ເຊັ່ນດຽວກັນ ໃນພື້ນທີ່ຊາຍແດນ ເຊັ່ນເມືອງແມ່ອາຍ ແຂວງຊຽງໃໝ່ ເຫັນວ່າມີແຮງງານຕ່າງດ້າວທີ່ບໍ່ສາມາດເຂົ້າສູ່ກະບວນການພິສູດສັນຊາດກັບປະເທດຕົ້ນທາງຕາມບັນທຶກຄວາມເຂົ້າໃຈ ທັງ 4 ກຸ່ມດ້ວຍກັນ ບໍ່ວ່າຈະເປັນແຮງງານບໍ່ມີລັດ ທີ່ເດີນທາງເຂົ້າມາຈາກປະເທດມຽນມ້າ ເພື່ອຮັບຈ້າງເຮັດວຽກໃນໄລຍະເວລາສັ້ນໆ ຈຶ່ງບໍ່ໄດ້ໄປຂື້ນຈົດທະບຽນແຮງງານກັບລັດຖະບານໄທ ແຮງງານຮັບຈ້າງລາຍວັນທີ່ບໍ່ມີນາຍຈ້າງປະຈຳ ຈຶ່ງໄດ້ຂື້ນພຽງແຕ່ທະບຽນແຮງງານ ແຕ່ບໍ່ໄດ້ຂໍອະນຸຍາດເຮັດວຽກ ແຮງງານຕ່າງດ້າວທີ່ມາຈາກປະເທດຫວຽດນາມ ຈຶ່ງຈໍາເປັນຕ້ອງໄປສະແດງຕົນເປັນຄົນນກຳປູເຈຍ ເພື່ອໃຫ້ໄດ້ຂື້ນທະບຽນແຮງງານຕາມລະບົບທີ່ເປີດໃຫ້ພຽງແຕ່ຄົນທີ່ມາຈາກ 3 ປະເທດເທົ່ານັ້ນ ແລະລູກຂອງແຮງງານຕ່າງດ້າວ ລວມທັງທີ່ອົບພະຍົບເຂົ້າມາ ແລະເກີດໃນປະເທດໄທ

     ຈາກບັນຫາທີ່ເກີດຂື້ນຕໍ່ກັບຄົນກຸ່ມນີ້ຊຶ່ງກໍາລັງຕົກຢູ່ໃນໂຄງການທາງນະໂຍບາຍຂອງລັດໄທ ທາງໂຄງການ ฯ ຈຶ່ງໄດ້ພິຈາລະນາ ແລະເຫັນສົມຄວນໃຫ້ເຮັດການສຶກສາແນວທາງການພິສູດສັນຊາດກັບປະເທດຕົ້ນທາງໃນຊ່ອງທາງອື່ນ ນອກເໜືອໄປຈາກຊ່ອງທາງຕາມບັນທຶກຄວາມເຂົ້າໃຈ ເພື່ອສະແຫວງຫາຄວາມເປັນໄປໄດ້ໃນການສ້າງທາງເລືອກ ໃນການແກ້ໄຂປັນຫາສຳຫລັບຄົນກຸ່ມນີ້ ແລະເພື່ອພັດທະນາໃຫ້ເປັນແນວທາງໃນການພິສູດສັນຊາດກັບປະເທດຕົ້ນທາງທີ່ມີປະສິດທິພາບ ແລະປະສິດທິຜົນແບບຍືນຍົງໃນທ້າຍທີ່ສຸດ

     ດ້ວຍເຫດນີ້ ທາງໂຄງການ ຈຶ່ງເລືອກທີ່ຈະທຳການສຶກສາເຊີງເລິກ ເຈາະປະເດັນໄປທີ່ແຮງງານທີ່ອົບພະຍົບມາຈາກປະເທດລາວເສຍກ່ອນ ເນື່ອງຈາກວ່າທາງໂຄງການ ໄດ້ເລັງເຫັນຄວາມເປັນໄປໄດ້ໃນການພັດທະນາແນວທາງການພິສູດສັນຊາດ ໂດຍວິທີທາງການທູດ[7] ກັບປະເທດລາວ ຈາກຄວາມຮ່ວມມືຂອງນັກວິຊາການດ້ານກົດໝາຍຈາກປະເທດລາວ (ອາຈາຣຍ໌ ບຸນມີ ຣາຊະມີໄຊ ອາຈາຣຍ໌ປະຈຳຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໜຶ່ງໃນທີມນັກວິໄຈ) ຮ່ວມກັບສະຖານທູດແຫ່ງ ສປປ ລາວ ປະຈຳປະເທດໄທ

     ດັ່ງນັ້ນ ລາຍງານການວິໄຈ ແລະການພັດທະນາສະບັບນີ້ຈຶ່ງເກີດຂື້ນພາຍໃຕ້ຄວາມຮ່ວມມືຂອງນັກວິຊາການທັງຂອງລາວ ແລະ ຂອງໄທ ກ່າວຄື ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບຄະນະນິຕິສາດ ມະຫາວິທະຍາໄລພາຍັບ ແລະຄລີນິກກົດໝາຍຊາວບ້ານດ້ານສິດທິ ແລະສະຖານະບຸກຄົນ ເມືອງແມ່ອາຍ ແຂວງຊຽງໃໝ່ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາຊ່ອງທາງໃນການພິສູດສັນຊາດລາວໃຫ້ກັບກໍລະນີສຶກສາທີ່ບໍ່ອາດເຂົ້າສູ່ກະບວນການພິສູດສັນຊາດລາວຕາມບັກທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືດ້ານການຈ້າງແຮງງານລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ ກັບລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (Memorandum of Understanding on Cooperation in the Employment of Workers between the Thai Government and the Government of Lao PDR – MOU) ໄດ້ ໂດຍການພັດທະນາແນວທາງການພິສູດສັນຊາດ ໂດຍວິທີທາງການທູດ ດັ່ງທີ່ໄດ້ກ່າວມາຂ້າງຕົ້ນ

2. ສົມມຸຕິຖານຂອງການວິໄຈ

   ປະຈຸບັນແມ່ນຍັງບໍ່ທັນມີລະບຽບກົດໝາຍທີ່ຊັດເຈນເທື່ອເພື່ອກໍານົດເຖິງວີທີແລະຂັ້ນຕອນຂອງການພິສູດສັນຊາດໂດຍວິທີທາງການທູດ ເພື່ອທີ່ຈະໃຊ້ເປັນມາດຕະຖານຫຼືຕົ້ນແບບໃນຂະບວນໃຫ້ຄວາມຊ່ວຍເຫຼືອຕໍ່ບຸກຄົນທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ໄດ້ອາໃສໃນປະເທດໄທ ໂດຍສະເພາະກຸ່ມຄນທີ່ໄປເຮັດວຽກຫຼືອາໃນໃນປະເທດໄທແບບຜິດກົດໝາຍ ຊຶ່ງໄດ້ໄປຂື້ນທະບຽນແຮງງານ ຫຼືບໍ່ສາມາດທີ່ຈະໄປຂື້ນທະບຽນແຮງງານຕ່າງດ້າວກັບກົມຈັດຫາງານກະຊວງແຮງງານໃນປະເທດໄທ ດັ່ງນັ້ນຈຶ່ງສົມຄວນທີ່ຈະທໍາການສຶກສາວິໄຈເພື່ອຫາວິທີ,ຂັ້ນຕອນແລະສະເໜີແນວທາງແກ້ໄຂໃຫ້ເໝາະກັບສະພາບຄວາມເປັນຈິງ

3. ຈຸດປະສົງຂອງການວິໄຈ

   1) ຈະໄດ້ສຶກສາເຖິງວິທີແລະຂັ້ນຕອນຂອງການພິສູດສັນຊາດໂດຍວິທີທາງການທູດ

   2) ເພື່ອໃຫ້ເກີດເປັນຕົ້ນແບບຂອງການຂະຈັດຄົນບໍ່ມີສັນຊາດໃຫ້ຕໍ່ບຸກຄົນທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ

   3) ເພື່ອໃຫ້ເກີດມີຮູ້ແບບມີສ່ວນຮູ້ຈາກທຸກພາກສ່ວນທີ່ກ່ຽວຂ້ອງເພື່ອພັດທະນາຄວາມຮູ້ຈາກຝັ່ງລາວໃນການຂະຈັດຄົນບໍ່ສັນຊາດທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ

4. ວິທີການວິໄຈ

   ການວິໄຈຄັ້ງນີ້ແມ່ນໄດ້ລົງພື້ນທີ່ສຳຫຼວດຂໍ້ເທັດຈິງ, ປະເມີນຂໍ້ມູນ, ຈັດປະຊຸມສໍາມະນາເພື່ອລະດົມຄວາມຄິດທັງຝັ່ງລາວ, ຝັ່ງໄທ ແລະການປະຊຸມເຜີຍແຜ່ຜົນຂອງການຄົ້ນພົບ

   ຄົ້ນຄວ້າຕາມລະບຽບກົດໝາຍລາວ, ກົດໝາຍໄທ, ກົດໝາຍສາກົນ, ຕະຫຼອດຈົນເຖິງນະໂຍບາຍຕ່າງໆທີ່ກ່ຽວຂ້ອງ

5. ຂອບເຂດໃນການວິໄຈ

   ການສຶກສາວິໄຈໃນບົດນີ້ແມ່ໄດ້ມຸ້ງເນັ່ງສຶກສາແຕ່ຄົນລາວໃນປະເທດໄທໃນການພິສູດສັນຊາດໂດຍໄດ້ເອົາໃນຊ່ອງທາງທາງການທູດ ເພື່ອພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດ ເຊິ່ງໄດ້ເອົາຄອບຄົວຂອງນາງ ສົມສີ ວິໄລພອນ ມາເປັນກໍລະນີສຶກສາ ແລະເພື່ອໃຫ້ເກີດເປັນຕົ້ນແບບຂອງການຂະຈັດຄົນບໍ່ມີສັນຊາດໃຫ້ຕໍ່ບຸກຄົນທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ

6. ຜົນທີ່ຄາດວ່າຈະໄດ້ຮັບຈາກການວິໄຈ

   1) ຮູ້ໄດ້ວິທີແລະຂັ້ນຕອນຂອງການພິສູດສັນຊາດໂດຍວິທີທາງການທູດ

   2) ເກີດເປັນຕົ້ນແບບຂອງການຂະຈັດຄົນບໍ່ມີສັນຊາດໃຫ້ຕໍ່ບຸກຄົນທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ

   3) ເກີດມີຮູ້ແບບມີສ່ວນຮູ້ຈາກທຸກພາກສ່ວນທີ່ກ່ຽວຂ້ອງເພື່ອພັດທະນາຄວາມຮູ້ຈາກຝັ່ງລາວໃນການຂະຈັດຄົນບໍ່ສັນຊາດທີ່ມີຈຸດເກາະກ່ຽວກັບປະເທດລາວທີ່ອາໃສຢູ່ໃນປະເທດໄທ



[1]  ກຸ່ມຄົນທີ່ເຂົ້າມາດົນນານແລ້ວ (Old comers) ໃນທີ່ນີ້ໝາຍເຖິງຄົນທີ່ໜີໄພຄວາມຕາຍເຂົ້າມາໃນຊ່ວງເວລາທີ່ແຕກຕ່າງກັນ ແລະພາຍຫລັງທີ່ໄດ້ຮັບການບັນທຶກໃນທະບຽນຣາຊະດອນຂອງລັດໄທ ປະເພດຄົນຢູ່ຊົ່ວຄາວ (ທ.ຣ.13) ແລະຖືບັດປະຊາຊົນກຸ່ມນ້ອຍ 16 ກຸ່ມ ດັ່ງຕໍ່ໄປນີ້ 1) ຢວນອົບພະຍົບ 2) ອະດີດທະຫານຈີນຄະນະຊາດ 3) ຈີນຫໍ້ອົບພະຍົບ 4) ຈີນຫໍ້ອິດສະລະ 5) ຜູ້ຮ່ວມພັດທະນາຊາດໄທ (ອະດີດໂຈນຈີນຄອມມິວນິດມາລາຍາ) 6) ລາວອົບພະຍົບ 7) ເນປານອົບພະຍົບ 8) ຜູ້ພັດຖິ່ນສັນຊາດມຽນມ້າ 9) ຜູ້ຫລົບໜີເຂົ້າເມືອງຈາກມຽນມ້າ (ຫລັງວັນທີ 19 ມີນາ ພ.ສ. 2519) 10) ຜູ້ພັດຖິ່ນສັນຊາດມຽນມ້າ ເຊື້ອສາຍໄທ 11) ໄທລື້ 12) ບຸກຄົນເທິງພື້ນທີ່ສູງ 13) ຜູ້ອົບພະຍົບເຊື້ອສາຍໄທຈາກແຂວງເກາະກົງຂອງກຳປູເຈຍ 14) ຜູ້ຫລົບໜີເຂົ້າເມືອງຈາກກຳປູເຈຍ 15) ເຜົ່າຕອງເຫລືອງ (ມະລາບຣີ) ແລະ 16) ຊຸມຊົນເທິງພື້ນທີ່ສູງ ເຊິ່ງປັດຈຸບັນ (ຫລັງປີ ພ.ສ. 2547) ບຸກຄົນເຫລົ່ານີ້ໄດ້ປ່ຽນມາຖື “ບັດປະຈຳຕົວຄົນເຊິ່ງບໍ່ມີສັນຊາດໄທ” ແລະວົງເລັບທີ່ມາດັ້ງເດີມຂອງບັດແຕ່ລະກຸ່ມໃນ 16 ກຸ່ມນີ້ເອົາໄວ້.

[2]  ກຸ່ມຄົນທີ່ເຂົ້າມາໃໝ່ (New comers) ໃນທີ່ນີ້ໝາຍເຖິງ ຄົນຕ່າງດ້າວທີ່ຫລົບໜີເຂົ້າມາອາໄສຢູ່ໃນປະເທດໄທເພື່ອເຮັດວຽກ ສ່ວນໜຶ່ງກໍເຂົ້າສູ່ການຈັດລະບົບການຈ້າງແຮງງານ ໂດຍການຈົດຂື້ນທະບຽນແຮງງານ (ທ.ຣ.38/1) ກວດສຸຂະພາບ ແລະຂໍອະນຸຍາດເຂົ້າເຮັດວຽກ ເຮັດໃຫ້ຄົນຕ່າງດ້າວກຸ່ມນີ້ໄດ້ຮັບການຜ່ອນຜັນໃຫ້ມີສິດອາໄສຢູ່ຊົ່ວຄາວ ເພື່ອລໍຖ້າການສົ່ງກັບ ປັດຈຸບັນບຸກຄົນເຫລົ່ານີ້ຈະຖື “ບັດປະຈຳຕົວຄົນເຊິ່ງບໍ່ມີສັນຊາດໄທ” ແລະວົງເລັບປະເທດຕົ້ນທາງເອົາໄວ້ ເຊັ່ນ ມຽນມ້າ ລາວ ຫລື ກຳປູເຈຍ

[3]  ຂໍ້ມູນຈາກສຳນັກບໍລິຫານແຮງງານຕ່າງດ້າວ ເມື່ອວັນທີ 5 ມີນາ ພ.ສ. 2553 ລະບຸວ່າ ມີແຮງງານຕ່າງດ້າວຈາກປະເທດມຽນມ້າ ລາວ ແລະກຳປູເຈຍ ມາຂື້ນທະບຽນແຮງງານ (ທ.ຣ.38/1) ຕາມມະຕິຄະນະລັດຖະມົນຕີ ເມື່ອວັນທີ 19 ມັງກອນ ພ.ສ. 2553

[4] ລັດໄທເລີ່ມມີການຈັດການປັນຫາຂອງຄົນກຸ່ມຫລັງ (ເຊິ່ງຕໍ່ໄປນີ້ຈະເອີ້ນວ່າ “ແຮງງານຕ່າງດ້າວ”) ຢ່າງເປັນລະບົບເປັນຄັ້ງທຳອິດ ໂດຍມີມະຕິຄະນະລັດມົນຕີວ່າດ້ວຍແນວທາງການບໍລິຫານຈັດການແຮງງານຕ່າງດ້າວທັງລະບົບ ເມື່ອວັນທີ 27 ເມສາ ພ.ສ.2547

[5]  ຫລັກການ ແລະຄວາມພະຍາຍາມຂອງລັດໄທໃນການເປັນຕົວກາງໃນການແກ້ໄຂປັນຫາສະຖານະບຸກຄົນໃຫ້ແກ່ແຮງງານຕ່າງດ້າວທີ່ມີສະຖານະທີ່ຜິດກົດໝາຍໃຫ້ກາຍເປັນແຮງງານທີ່ຖືກຕ້ອງຕາມກົດໝາຍ ໂດຍຜ່ານກະບວນການພິສູດສັນຊາດກັບປະເທດຕົ້ນທາງນີ້ ຖືໄດ້ວ່າເປັນນະວັດຕະກຳທາງນິຕິລັດຖະສາດທີ່ກ້າວໜ້າຫລາຍ ທີ່ຊ່ວຍຫລຸດລະດັບຄວາມບໍ່ມີສັນຊາດໃຫ້ແກ່ບຸກຄົນທີ່ມາຈາກປະເທດອື່ນ

[6] ກິດຈະກຳພາຍໃຕ້ໂຄງການຕໍ່ຍອດອົງຄວາມຮູ້ ຄລີນິກກົດໝາຍຊາວບ້ານ ດ້ານສິດທິ ແລະສະຖານະບຸກຄົນ ເມືອງແມ່ອາຍ ແຂວງຊຽງໃໝ່ ໄລຍະທີສາມ ໂດຍການສະໜັບສະໜຸນຂອງອົງການຍູນີເຊບ ປະເທດໄທ (UNICEF Thailand)

[7]  ເນື່ອງຈາກວ່າທີມນັກວິໄຈໃຊ້ວິທີການເຈລະຈາກັບຜູ້ທີ່ມີສ່ວນກ່ຽວຂ້ອງໃນການຄຸ້ມຄອງຄົນລາວ ແລະມີອຳນາດໃນການດຳເນີນການຊ່ວຍເຫລືອຄົນລາວທີ່ມີປັນຫາສະຖານະບຸກຄົນໃນປະເທດໄທ ເປັນຕົ້ນແມ່ນ ສະຖານທູດລາວປະຈຳປະເທດໄທ ເພື່ອພັດທະນາງານວິໄຈນີ້ ຈຶ່ງຂໍເອີ້ນວິທີການໃຫ້ຄວາມຊ່ວຍເຫລືອດ້ານສະຖານະບຸກຄົນແກ່ຄົນລາວທີ່ໄດ້ເຮັດການສຶກສາໃນລາຍງານວິໄຈນີ້ຕໍ່ໄປວ່າ “ການພິສູດສັນຊາດໂດຍວິທີທາງການທູດ”

หมายเลขบันทึก: 435792เขียนเมื่อ 18 เมษายน 2011 13:58 น. ()แก้ไขเมื่อ 22 มิถุนายน 2012 14:11 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท