ບົດທີ 1 ຄໍານໍາ


 

ການວິໄຈແລະການພັດທະນາວິທີການພິສູດສັນຊາດລາວໂດຍວິທີທາງການທູດນີ້ແມ່ນກິດຈະກໍາໜຶ່ງພາຍໃຕ້ໂຄງການຕໍ່ຍອດອົງຄວາມຮູ້ຄີລີນິກກົດໝາຍຊາວບ້ານດ້ານສິດແລະສະຖານະບຸກຄົນ ເມືອງແມ່ອາຍ ແຂວງຊຽງໃໝ່ ໄລຍະທີສາມ[1]ໂດຍການສະໜັບສະໜູນຂອງອົງການຢູນີເຊບປະເທດໄທ(UNICEF Thailand), SIDA, and LUX-Delopment ແລະກອງທຶນຂອງທ່ານສາດສະດາຈານ  ຄະນຶງ ຣຶໄຊ ເຊິ່ງເກີດຂື້ນຈາກປະສົບການໃນການເຮັດວຽກຂອງທິມນັກວິໄຈ[2]ແລະ ມວນມິດ[3] ທີ່ເຮັດວຽກຮ່ວມກັນຢ່າງຍາວນານ ຈົນເກີດການຄົ້ນພົບຂໍ້ເທັດຈິງທີ່ປະກົດເປັນຫຼັກຖານທີ່ຊັດເຈນວ່າ ມີຄົນຕ່າງດ້າວໂດຍສະເພາະແມ່ນຄົນລາວທີ່ອາໃສຢູ່ໃນປະເທດໄທ ກຸ່ມໜຶ່ງແມ່ນບໍ່ສາມາດເຂົ້າເຖິງການແກ້ໄຂບັນຫາດ້ານສະຖານະບຸກຄົນໂດຍກົດໝາຍນະໂຍບາຍຂອງລັດໄທໄດ້ ສ່ວນໜຶ່ງກໍ່ຄືຄົນລາວທີ່ເຂົ້າມາເຮັດວຽກໃນປະເທດໄທຢ່າງຜິດກົດໝາຍແລະບໍ່ສາມາດທີ່ຈະເຂົ້າສູ່ຂະບວນການພັດທະນາສະຖານະເປັນຄົນຖືກກົດໝາຍໄດ້ຕາມນະໂຍບາຍການບໍລິຫານຈັດການແຮງງານຕ່າງດ້າວທີ່ລັດໄທພະຍາຍາມດໍາເນີນການມາຕັ້ງແຕ່ປີ ພ.ສ. 2547 ເປັນຕົ້ນມາ

     ທິມນັກວິໄຈຮ່ວມກັບຄະນະທິມງານຂອງໂຄງການໂຄງການຕໍ່ຍອດອົງຄວາມຮູ້ຄີລີນິກກົດໝາຍຊາວບ້ານດ້ານສິດແລະສະຖານະບຸກຄົນ ອໍາເພີແມ່ອາຍ ຈັງຫວັດຊຽງໃໝ່ໄລຍະສາມ ຈິ່ງໄດ້ພະຍາຍາມເຮັດການວິໄຈແລະພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດຂື້ນໂດຍເນັ້ນໄປທີ່ຂະບວນການພິສູດສັນຊາດລາວ ເພື່ອສຶກສາຄວາມເປັນໄປໄດ້ໃນການແກ້ໄຂບັນຫາສະຖານະບຸກຄົນຂອງກຸ່ມຄົນລາວຊຶ່ງກໍາລັງຕົກຢູ່ໃນໂຄງການທາງນະໂຍບາຍຂອງລັດໄທ ໂດຍການສຶກສາທາງເລືອກອື່ນໃນການແກ້ໄຂບັນຫາສະຖານະບຸກຄົນຕໍ່ກຸ່ມຄົນນີ້ ແລະຫວັງເປັນຢ່າງຍິ່ງວ່າຜົນຂອງການວິໄຈໃນຄັ້ງນີ້ຈະສາມາດພັດທະນາຕໍ່ໄປເພື່ອເປັນແນວທາງໃນການພິສູດສັນຊາດກັບປະເທດຕົ້ນທາງທີ່ມີປະສິດຕິພາບແລະຢືນຍົງໃນລະດັບຕໍ່ໄປໃນທ້າຍທີ່ສຸດ

     ລາຍງານການວິໄຈແລະພັດທະນາວິທີການພິສູດສັນຊາດໂດຍວິທີທາງການທູດສະບັບນີ້ປະກອບດ້ວຍ 3 ສ່ວນຄື:

     1) ຄວາມເປັນມາຂອງບັນຫາທີ່ນໍາໄປສູ່ການວິໄຈແລະພັດທະນາ ຊຶ່ງຈະກ່າວເຖິງສາເຫດແລະສະພາບບັນຫາສະຖານະບຸກຄົນໃນລາຍລະອຽດຂອງຄົນກຸ່ມເປົ້າໝາຍໃນປະເທດໄທ ທີ່ນໍາມາສູ່ຄວາມພະຍາຍາມໃນການວິໄຈແລະພັດທະນາຂື້ນ

     2) ຂໍ້ຄົ້ນພົບຈາກການວິໄຈແລະສະຫຼຸບວິເຄາະ ຊຶ່ງຈະກ່າວເຖິງ ຂໍ້ເທັດຈິງຂອງນາງ ສົມສີ, ທ້າວ ຊາຍສົມຊາດ ແລະ ນາງ ສົມໃຈ ສະຖານະບຸກຄົນຕາມກົດໝາຍລາວຂອງນາງ ສົມສີ, ທ້າວ ຊາຍສົມຊາດ ແລະ ນາງ ສົມໃຈ ຄວາມເປັນໄປໄດ້ໃນການຮ້ອງຂໍອອກນອກປະເທດໄທເພື່ອດໍາເນີນການພິສູດສັນຊາດລາວ, ຄວາມເປັນໄປໄດ້ໃນການຮ້ອງຂໍກັບເຂົ້າໃນປະເທດໄທ, ຄວາມເປັນໄປໄດ້ໃນການຮ້ອງຂໍອານຸຍາດເຮັດວຽກໃນປະເທດໄທ ແລະຄວາມເປັນໄປໄດ້ໃນການຮ້ອງຂໍສັນຊາດລາວຂອງທ້າວ ຊາຍທີ່ເປັນສາມີຂອງນາງສົມສີ

     3) ຂັ້ນຕອນໃນການດໍາເນີນການໃຫ້ຄວາມຊ່ວຍເຫຼືອທາງກົດໝາຍທີ່ນໍາໄປສູ່ການພິສູດສັນຊາດລາວໂດຍວິທີທາງການທູດ ທີ່ປະກອບດ້ວຍຂັ້ນຕອນໃນທາງປະຕິບັດຕາມຄວາມເປັນຈິງທີ່ທິມນັກວິໄຈເຮັດການສຶກສາເພື່ອພັດທະນາໃຫ້ຄວາມຊ່ວຍເຫຼືອຕໍ່ກໍລະນີສຶກສາ



[1] ກິດຈະກໍາໜຶ່ງພາຍໃຕ້ໂຄງການຕໍ່ຍອດອົງຄວາມຮູ້ຄີລີນິກກົດໝາຍຊາວບ້ານດ້ານສິດແລະສະຖານະບຸກຄົນ ອໍາເພີແມ່ອາຍ ຈັງຫວັດຊຽງໃໝ່ ໄລຍະທີສາມ ໂດຍການສະໜັບສະໜູນຂອງອົງການຢູນີເຊບປະເທດໄທ(UNICEF Thailand), SIDA, and LUX-Delopment ແລະກອງທຶນຂອງທ່ານສາດສະດາຈານ  ຄະນຶງ ຣຶໄຊ

[2] ຄະນະທິມງານຂອງໂຄງການຕໍ່ຍອດອົງຄວາມຮູ້ຄີລີນິກກົດໝາຍຊາວບ້ານດ້ານສິດທິແລະສະຖານະບຸກຄົນ ອໍາເພີແມ່ອາຍ ຈັງຫວັດຊຽງໃໝ່

  ນັກວິໄຈຝັ່ງລາວຄື: ອາຈານ ບຸນມີລາດຊະມີໄຊ ຊຶ່ງຈົບປະລິນຍາໂທທາງດ້ານກົດໝາຍລະຫວ່າງຊາດຈາກຄະນະນິຕິສາດ ມະຫາວິທະຍາໄລທໍາມະສາດ ເຮັດວິທະຍານິພົນໃນຫົວຂໍ້ “ສະຖານະທາງກົດໝາຍຂອງຄົນລາວໃນປະເທດໄທ” ແລະເປັນຜູ້ເລີ່ມຕົ້ນສຶກສາແລະພັດທະນາວິທີການພິສູດສັນຊາດລາວໂດຍວິທີທາງການທູດມາຕັ້ງແຕ່ສະໃໝທີ່ເຮັດວິທະຍານິພົນໃນຫົວຂໍ້ດັ່ງກ່າວ ໂດຍມີກໍລະນີສຶກສາໃນວິທະຍານິພົນທີ່ປະສົບຄວາມສໍາເລັດໃນການພິສູດສັນຊາດລາວໂດຍວິທີທາງການທູດແລ້ວກໍ່ຄື ທ້າວ ຄໍາຕຸ່ນ ໄຊຍະສີ, ນາງ ວິໄລວັນ

  ນັກວິໄຈຝັ່ງໄທ ກໍ່ຄື ນາງ ບົງກົດ ນະພາອໍາພອນ ເຊິ່ງເຮັດວຽກແລະພັດທະນາກັບໂຄງການບາງກອກຄີລີນິກ ຄະນະນິຕິສາດ ມະຫາວິທະຍາໄລທໍາມະສາດ ຮ່ວມກັບໂຄງການພັດທະນາຄຸນນະພາບຊີວິດແຮງງານຂ້າມຊາດແລະຜູ້ມີປັນຫາສະຖານະບຸກຄົນ ສໍານັກງານກອງທຶນສ່ງເສີມສຸຂະພາບ(ສສສ) ໂດຍມຸ້ງສຶກສາໄປທີ່ “ຂະບວນການພິສູດສັນຊາດກັບປະເທດຕົ້ນທາງຂອງແຮງງານຕ່າງດ້າວໃນປະເທດໄທ” ແລະກໍາລັງເຮັດວິທະຍານິພົນປະລິນຍາໂທດ້ານສິດທິມະນຸດໃນຫົວຂໍ້ “ການວິເຄາະຂະບວນການພິສູດສັນຊາດຂອງແຮງງານຕ່າງດ້າວທີ່ມາຈາກປະເທດພະມ້າ, ລາວ ແລະກໍາປູ່ເຈຍ”

[3] ໄດ້ແກ່ 1) ຄະນະນິຕິສາດ ມະຫາວິທະຍາໄລທໍາມະສາດໂດຍ ຮສ.ດຣ ພັນທິບ ການຈະນາຈິດຕຣາ ສາຍສູນທອນ ອາຈານທີ່ປຶກສາໂຄງການ ແລະຄະນະທິມງານໂຄງການບາງກອກຄີລີນິກ 2) ຄະນະນິຕິສາດ ມະຫາວິທະຍາໄລພະເຍົາ ໂດຍ ອາຈານ ຊົນຣຶໄທ ແກ້ວຣຸ່ງເຣືອງ 3) ທ່ານ ອາດິສອນ ເກີດມົງຄົນ ໂຄງການພັດທະນາຄຸນນະພາບຊີວິດແຮງງານຂ້າມຊາດ ແລະຜູ້ມີປັນຫາສະຖານະບຸກຄົນ ສໍານັກງານກອງທຶນສົ່ງເສີມ (ສສສ.) 4) ທ່ານການ ເສຣີມໄຊວົງ ນັກວິຊາການອິດສະຫຼະຜູ້ຊ່ຽວຊານໃນປະເດັນແຮງງານຕ່າງດ້າວແລະຜູ້ລີ້ໄພ

คำสำคัญ (Tags): #ບົດນໍາ
หมายเลขบันทึก: 435790เขียนเมื่อ 18 เมษายน 2011 13:50 น. ()แก้ไขเมื่อ 14 มิถุนายน 2012 08:59 น. ()สัญญาอนุญาต: สงวนสิทธิ์ทุกประการจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท