ຄວາມຄິດເຫັນຂອງນັກສຶກສາປີ 4 IR ສົກສຶກສາ 2010 – 2011 (2)


ພິມໂດຍ: ນາງຈັນສະໄໝ ສຸກສັນ ແລະ ນາງ ພຸດທະສອນ ໄຕແກ້ວພິທູນ 16. ນ. ມິມາລາ ຈັນທະສອນ, 17. ນ. ແກ້ວວິພາພອນ ໄຂຄໍາພິທູນ,18. ທ. ໄຊຍະສິນ ພົມມະຈັນ, 19. ທ. ປັນຍາ ພິມພະຈັນ, 20, ນ. ນິດຕິຍາ ທິບພະຈັນ,21. ທ. ເກ້ຢ່າງ ນູເຈັງຢາງ, 22. ນ. ຈັນດາລີ ກວຍເກສອນ, 23. ທ. ພອນໄຊ ໄຫຼສຸລິວົງ, 24. ນ. ອຸລານນະສິນ ສຸວັນນຸດົມ, 25. ນ. ມີນາພອນ ລາດສະວົງສາ, 26. ນ. ປູຈັນນາ ໂງ່ນກະເສີມສຸກ, 27. ນ. ພຸດທະສອນ ໄຕແກ້ວພິທູນ, ­
  1. 1.   ກົດໝາຍລະຫວ່າງ​ຊາດ ​ເປັນ​ກົດໝາຍ ຫຼື ບໍ່? ດ້ວຍ​ເຫດ​ໃດ?
    1. ​ເປັນ​ກົດໝາຍ​ໄດ້ ​ໃນ​ກໍລະນີ​ທີ່​ກົດໝາຍນັ້ນໆມີ​ຜົນ​ບັງຄັບ​ທາງ​ກົດໝາຍ ​ແລະ ກົດໝາຍລະຫວ່າງ​ຊາດບໍ່​ເປັນ​ກົດໝາຍ​ໄດ້ ​ໃນ​ກໍລະນີ​ທີ່​ເປັນ​ນິຕິ​ກໍາ ຫຼື ຖະ​ແຫຼງການ​ທີ່​ບໍ່ມີ​ຂໍ້​ຜູກ​ພັນ​ທາງກົດໝາຍ.
    2. ​ເປັນ​ກົດໝາຍ.
    3. ​ເປັນ​ກົດໝາຍ ​ເພາະວ່າ​ມີ​ເອກະ​ສານ​ອ້າງ​ອີງ ​ແລະ ມີ​ຜົນ​ບັງຄັບ​ໃຊ້.
    4. ​ເປັນ​ກົດໝາຍ.
    5. ​ເປັນ​ກົດໝາຍ ​ເພາະວ່າ​ກົດໝາຍລະຫວ່າງ​ຊາດ​ເປັນ​ກົດໝາຍທີ່​ມີ​ການ​ພົວພັນ​ກັນ​ລະຫວ່າງ​ສິດ ​ແລະ ພັນທະ​ທຸກໆປະ​ເທດ ​ເປັນຜົນ​ເຮັດ​ໃຫ້ມີ​ການ​ຕັດສິນ​ຢ່າງ​ຍຸຕິ​ທໍາ ​ເນື່ອງ​ຈາກ​ກົດໝາຍ​ແຕ່ລະປະ​ເທດບໍ່ ຄ້າຍຄື​ກັນ, ກົດໝາຍລະຫວ່າງ​ຊາດ​ມີ​ຂໍ້​ແກ້​ໄຂ​ຂໍ້​ຂັດ​ແຍ່ງ.
    6. ​ເປັນ​ກົດໝາຍ ຍ້ອນ​ກົດໝາຍລະຫວ່າງ​ຊາດ​ສາມາດ​ຢັບຢັ້ງ​ຂໍ້​ຂັດ​ແຍ່ງ  ລະ ຫວ່າງ​ຄົນ​ທີ່ຢູ່​ໃນ​ປະ​ເທດ ກັບ ຄົນ​ຕ່າງປະ​ເທດ​ທີ່​ມາ​ເຮັດ​ວຽກຢູ່​ໃນ​ປະ​ເທດ​ຕົນ ​ເມື່ອ​ເກີດ​ບັນຫາ​ຂຶ້ນ​ມາ​ແລ້ວ​ບໍ່ສາມາດ​ແກ້​ໄຂ​ໄດ້. ກົດໝາຍສາມາດ​ນໍາ​ໃຊ້​ໄດ້ ຖື​ວ່າ​ເປັນ​ກົດໝາຍ.
    7. ​ເປັນ​ກົດໝາຍ
    8. ​ເປັນ​ກົດໝາຍ ​ເພາະວ່າ​ບັນດາ​ປະ​ເທດ​ຕ່າງໆທີ່​ມີ​ສົນທິສັນຍາ​ຮ່ວມ​ກັນ ​ແລະ ຫຼາຍໆປະ​ເທດ​ນໍາ​ໃຊ້ ​ແລະ ​ໃຫ້ການ​ຍອມຮັບ​ທີ່​ຈະ​ນໍາ​ໃຊ້​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ​ແລະ ຍອມຮັບ​ໂດຍ​ທົ່ວ​ໄປ. ສະ​ນັ້ນ ກົດໝາຍລະຫວ່າງ​ຊາດ​ເປັນ​ກົດໝາຍ.
    9. ​ເປັນ​ກົດໝາຍ ​ເພາະ​ມັນ​ມີ​ຜົນ​ບັງຄັບ​ໃຊ້​ຕໍ່ລັດ​ພາຄີ ຄື ຖ້າ​ລັດ​ຕ່າງໆ​ເຂົ້າ​ເປັນ​ພາຄີ​ແລ້ວ​ຕ້ອງ​ຖື​ວ່າ​ກົດໝາຍລະຫວ່າງ​ຊາດຕ້ອງ​ເຫັນ​ອີກ​ວ່າ​ກົດໝາຍພາຍ​ໃນ ​ແລະ ຖ້າ​ທັງ​ສອງ​ກົດໝາຍຂັດ​ກັນ​ຕ້ອງ​ໄດ້​ຖື​ເອົາ​ກົດໝາຍລະຫວ່າງ​ຊາດ​ໃຫ້​ມີ​ຜົນ​ບັງຄັບ​ແທນ.ສະ​ນັ້ນ ກົດໝາຍລະຫວ່າງ​​ເປັນ​ກົດໝາຍ.

10. ​ເປັນ​ກົດໝາຍ.

11. ສາມາດ​ເປັນ​ໄດ້​ທັງ 2 ກໍລະນີ. ​ແຕ່​ໃນ​ຄວາມ​ຄິດ​ຂອງ​ນ້ອງ ​ແມ່ນຄິດ​ວ່າ​ເປັນ​ກົດໝາຍ ​ເພາະວ່າ​ມັນ​ມີກົ​ດ​ເກນ​ຂໍ້​ບັງຄັບ​ໃຊ້​ໃນຫຼາຍປະ​ເທດ ​ແລະ ກົດໝາຍມີ​ອໍານາດ​ລະຫວ່າງ​ປະ​ເທດ.

12. ກໍ່​ແມ່ນ​ກົດໝາຍ​ເຊັ່ນ​ດຽວກັນ ​ເພາະ​ມັນ​ຂໍ້​ກໍານົດ​ໄດ້​ປະຕິບັດ​ເພື່ອ​ຄວາມ​ລະບຽບຮຽບຮ້ອຍ ລະຫວ່າງ​ຊາຍ​ແດນ​ລັດຕໍ່ລັດ, ​ແລະ ມີ​ພັນທະ​ທີ່​ລັດ​ຮ່ວມ​ພາຄີ​ຕ້ອງ​ໄດ​ປະຕິບັດ​ຕາມ.

13. ​ເປັນ​ກົດໝາຍ ​ເພາະວ່າ​ຕາມຫຼັກ​ແລ້ວ ຖ້າ​ປະ​ເທດ​ໃດໜຶ່ງ ​ເຊັນ​ສັນຍາ​ກັບ​ອີກ​ປະ​ເທດໜຶ່ງ, ທັງສອງ​ປະ​ເທດ​ນັ້ນ​ຈະ​ຖື​ເອົາ​ກົດໝາຍລະຫວ່າງ​ຊາດ​ເປັນ​ອັນ​ຕັດ​ສິນ ຖ້າ​ເກີດ​ມີ​ຂໍ້​ຂັດ​ແຍ່ງ​ເກີດ​ຂຶ້ນ.

14. ​ເປັນ​ກົດໝາຍ ​ເພາະວ່າ​ກົດໝາຍລະຫວ່າງ​ຊາດ​ແມ່ນ​ສ້າງ​ຕັ້ງ​ຂຶ້ນ​ຈາກ​ລັດ​ພາຄີ​ຕ່າງໆທີ່​ໄດ້​ເຊັນ​ສົນທິສັນຍາ ​ແລະ ມີ​ຜົນ​ບັງຄັບ​ໃຊ້.

15. ​ເປັນ​ກົດໝາຍ ​ເພາະ​ເປັນ​ກົດໝາຍທີ່​ບັງຄັບ ຫຼື ອອກ​ລະບຽບທີ່​ບັງຄັບ ​ແລະ ມີ​ຜົນ​ບັງຄັບ​ຈິງ​ໃນ​ລະຫວ່າງ​ຊາດ ​ແລະ ​ໄດ້​ຖືກ​ນໍາ​ໃຊ້​ຢູ່​ໃນ​ລະຫວ່າງ​ຊາດ, ລະຫວ່າງ​ປະ​ເທດ.

16. ​ເປັນ​ກົດໝາຍ​ແນ່ນອນ ​ເພາະວ່າ​ຈະ​ສ້າງ​ກົດໝາຍ​ໃດໜຶ່ງຂຶ້ນ​ມາ ​ແນ່ນອນ​ແລ້ວ​ວ່າ ​ໃນ​ເມື່ອ​ສ້າງ​ຂຶ້ນ​ມາກໍ່​ເພື່ອທີ່​ຈະ​ເຮັດ​ໃຫ້​ທຸກ​ຄົນ​ປະຕິບັດ​ນໍາ​ໃຊ້ ​ແລະ ​ໃນ​ເມື່ອ​ທຸກ​ຄົນ​ນໍາ​ໃຊ້ ​ແລະ ປະຕິບັດ​ກົດໝາຍດັ່ງກ່າວ ກໍ່ຈະ​ຖື​ວ່າ​ເປັນ​ກົດໝາຍ.

17. ກົດໝາຍລະຫວ່າງ​ຊາດ ​ແມ່ນ​ມີ​ຜົນ​ບັງຄັບ​ໃຊ້ ​ແລະ ມີ​ອໍານາດ. ການ​ທີ່​ມີ​ກົດໝາຍລະຫວ່າງ​ຊາດ​ອອກ​ມາ​ສາມາດ​ແກ້​ໄຂຫຼາຍໆບັນຫາ​ຂອງ​ໂລກ​ເຮົາ.ກົດໝາຍລະຫວ່າງ​ຊາດ ນ້ອງ​ຖື​ວ່າ​ເປັນ​ຂໍ້​ບັງຄັບ ​ແລະ ນິຕິ​ກໍາ​ທີ່​ສັກສິດ ​ແລະ ນ້ອງ​ສາມາດ​ທີ່​ຈະ​ເອີ້ນມັນ​ວ່າ “ ກົດໝາຍ ”.

18. ບໍ່ອາດ​ຈະ​ເປັນ​ກົດໝາຍ ​ເພາະວ່າ​ເປັນ​ພຽງຂໍ້​ຜູກ​ມັດ​ລະຫວ່າງ​ລັດ​ກັບ​ລັດ​ທີ່​ຮັບ​ຮູ້ ຫຼື ລົງ​ສັດຕະຍະ​ບັນ​ເທົ່າ​ນັ້ນ. ຂໍ້​ຜູກ​ມັດ​ດັ່ງກ່າວ​ເປັນ​ພຽງ​ແນວ​ທາງ ຫຼື ວິທີ​ປະຕິບັດ​ເທົ່າ​ນັ້ນ ຄື​ດັ່ງ​ທີ່​ເຫັນ​ໄດ້​ໃນ​ປະຈຸ​ບັນ​ມີຫຼາຍປະ​ເທດ​ຍັງ​ມີ​ການລະ​ເມີດ​ກົດໝາຍດັ່ງກ່າວ​ໂດຍ​ບໍ່ສົນ​ໃຈ​ຄໍາ​ຕໍານິຂອງ​ປະ​ເທດ​ອື່ນ.

19. ​ເປັນ​ກົດໝາຍ ​ເຊິ່ງວ່າ​ມັນ​ມີ​ຜົນ​ບັງຄັບ​ຕໍ່ບັນດາ​ຄູ່​ສັນຍາ​ທີ່​ໄດ້​ລົງ​ນາມ​ກັນ.

20. ​ແມ່ນ​ກົດໝາຍ ຍ້ອນ​ວ່າ​ກົດໝາຍດັ່ງກ່າ​ວສ້າງ​ຂຶ້ນ​ມາ ​ແລະ ຫຼາຍໆປະ​ເທດ​ຍອມຮັບ ​ແລະ ນໍາ​ມາ​ປະຕິບັດ​ຕົວ​ຈິງ ກໍ່ຈະ​ເປັນ​ກົດໝາຍ​ໄດ້​ໃນ​ຕົວ​ມັນ​ເອງ.

21. ​ເປັນ​ກົດໝາຍ ​ເພາະ​ເປັນ​ຮີດຄອງ​ປະ​ເພນີ ​ແລະ ທັງ​ລາຍ​ລັກ​ອັກສອນ ທີ່​ປະຕິບັດ ທັງ​ເປັນ​ສົນທິສັນຍາ​ໃຫ້​ບັນດາ​ປະ​ເທດ​ຍອມຮັບ.

22. ​ແມ່ນ​ຖື​ວ່າ​ເປັນ​ກົດໝາຍ ຖ້າ​ຫາກ​ວ່າ​ກົດໝາຍດັ່ງກ່າວ​ຖືກ​ຍອມຮັບ ​ແລະ ​ໄດ້​ຮັບ​ການ​ປະຕິບັດ, ກົດໝາຍດັ່ງກ່າວ​ຈະ​ບໍ່​ເປັນ​ກົດໝາຍ ຖ້າ​ຫາກ​ບໍ່ຖືກ​ຍອມຮັບ ​ແລະ ປະຕິບັດ​ຕາມ.

23. ​ເປັນ​ກົດໝາຍ ​ເນື່ອງ​ຈາກ ກົດໝາຍດັ່ງກ່າວ​ມີ​ຄວາມ​ສໍາຄັນ​ໃນ​ທາງ​ປະຕິບັດ​ລະຫວ່າງ​ປະ​ເທດ ​ແລະ ມີ​ການ​ຍອມຮັບ​ຂອງ​ບັນດາ​ປະ​ເທດ​ຕ່າງໆ​ໃນ​ການຈັດ​ຕັ້ງ​ປະຕິບັດ.

24. ​ເປັນ​ກົດໝາຍກໍ່ຕໍ່​ເມື່ອ​ມີ​ຂໍ້​ຂັດ​ແຍ່​ງເກີດ​ຂຶ້ນ​ລະຫວ່າງສອງປະ​ເທ​ດ ​ເຊິ່ງທັງ​ສອງ​ປະ​ເທດ​ດັ່ງກ່າວ​ໄດ້​ເປັນ​ພາຄີ ​ແລະ ຍອມຮັບໃນສົນທິສັນຍາວ່າດ້ວຍການກະທໍາຜິດດັ່ງກ່າວ. ບໍ່ເປັນກົດໝາຍກໍ່ເວັ້ນວ່າ ມີຂໍ້ຂັດແຍ່ງທີ່ເກີດຂຶ້ນຢູ່ພາຍໃນປະເທດ.

25. ເປັນກົດໝາຍໄດ້ກໍ່ຕໍ່ເມື່ອເກີດຂໍ້ຂັດແຍ່ງກັນລະຫວ່າງປະເທດໜຶ່ງກັບປະເທດອື່ນ.ແຕ່ກົດໝາຍລະຫວ່າງຊາດບໍ່ເປັນກົດໝາຍກໍ່ຕໍ່ເມື່ອຂໍ້ຂັດແຍ່ງນັ້ນເກີດຢູ່ພາຍໃນປະເທດເອງ.

26. ເປັນກົດໝາຍ.

27. ຈະເປັນກົດໝາຍໄດ້ກໍ່ຕໍ່ເມື່ອເກີດມີຂໍ້ຂັດແຍ່ງລະຫວ່າງສອງປະເທດ,ແລ້ວກົດໝາຍດັ່ງກ່າວກໍ່ ສາມາດໃຊ້ໄດ້. ແຕ່ກົດໝາຍລະຫວ່າງຈະບໍ່ເປັນກົດໝາຍ ຫາກກໍລະນີເກີດຂໍ້ຂັດແຍ່ງພາຍໃນ ປະເທດໜຶ່ງເທົ່ານັ້ນ ແລະ ກົດໝາຍດັ່ງກ່າວກໍ່ບໍ່ສາມາດໃຊ້ກັບຂໍ້ຂັດແຍ່ງດັ່ງກ່າວນັ້ນໄດ້.

หมายเลขบันทึก: 406044เขียนเมื่อ 2 พฤศจิกายน 2010 13:43 น. ()แก้ไขเมื่อ 11 มิถุนายน 2012 21:39 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (1)

​ເປັນ​ກົດໝາຍ​ໄດ້ ​ໃນ​ກໍລະນີ​ທີ່​ກົດໝາຍນັ້ນໆມີ​ຜົນ​ບັງຄັບ​ທາງ​ກົດໝາຍ ​ແລະ ກົດໝາຍລະຫວ່າງ​ຊາດບໍ່​ເປັນ​ກົດໝາຍ​ໄດ້ ​ໃນ​ກໍລະນີ​ທີ່​ເປັນ​ນິຕິ​ກໍາ ຫຼື ຖະ​ແຫຼງການ​ທີ່​ບໍ່ມີ​ຂໍ້​ຜູກ​ພັນ​ທາງກົດໝາຍ.

thank you

Miss soukdaly SISOUVONG

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท