ຄວາມ​ສຳ​ຄັນ ແລະ ຄຸນ​ປະ​ໂຫຍດ​ຂອງ​ແຜນ​ທີ່


ຄວາມ​ສຳ​ຄັນ ແລະ ຄຸນ​ປະ​ໂຫຍດ​ຂອງ​ແຜນ​ທີ່

ແຜນທີ່ມີບົດບາດສຳຄັນຫຼາຍທີ່ສຸດໃນການດຳລົງຊີວິດ ແລະ ການເຄື່ອນໄຫວກິດຈະກຳຂອງມະນຸດ ເຊີ່ງໄດ້ສະແດງໃຫ້ເຫັນຄວາມສຳຄັນດັ່ງນີ້:

  1. ນຳໃຊ້ໃນວຽກງານຄົມມະນາຄົມຂົນສົ່ງ ( ທາງທະເລ ) ລ້ວນແຕ່ມີຄວາມຈຳເປັນນຳໃຊ້ແຜນທີ່ ແລະ ກໍ່ເປັນແຜນທີ່ສະເພາະ ເພື່ອຄວາມສະດວກໃນການເດີນສັນຈອນຕ້ອງໄດ້ກຳນົດທິດທາງເພື່ອໃຫ້ໄປເຖິງຈຸດໝາຍ
  2. ໃຊ້ໃນການສຳຫຼວດພື້ນທີ່ໃນທຳມະຊາດ ເຊັ່ນ ການສຳຫຼວດສາຍພູ ປ່າໄມ້ ດິນ ຊັບພະຍາກອນບໍ່ແຮ່  ແລະ ອື່ນໆ ການເດີນສຳຫຼວດ ກໍ່ຕ້ອງໄດ້ດຳເນີນການສຳຫຼວດຈາກແຜນທີ່ສາກ່ອນເມື່ອຮູ້ຈຸດໝາຍເປັນທີ່ແນ່ນອນ ແລ້ວຈື່ງສຳຫຼວດຕາມພື້ນທີ່ຈິງໃນເປົ້າໝາຍນັ້ນ ປະການສຳຄັນໃນການສຳຫຼວດພື້ນທີ່ຈິງແຕ່ລະຄັ້ງໄດ້ສ້າງແຜນທີ່ຂື້ນໄໝ່ເພື່ອເຮັດໃຫ້ບັນລຸຈຸດເປົ້າໝາຍຂອງການເດີນສຳຫຼວດມີຄວາມຊັດເຈນ
  3. ໃຊ້ໃນດ້ານເສດຖະກິດເປັນຕົ້ນແມ່ນການວາງແຜນການພັດທະນາເສດຖະກິດ ກໍ່ຕ້ອງໄດ້ອາໃສແຜນທີ່ ແລ້ວນຳເອົາເປົ້າໝາຍຂອງພຶ້ນທີ່ນັ້ນມາພິຈາລະນາຢ່າງຖີ່ຖ້ວນວ່າ ເປົ້າໝາຍຂອງການສຳຫຼວດນັ້ນແທດເໝາະກັບຕົວຈິງໃນແຕ່ລະຂະແໜງເສດຖະກິດ ໃນແຕ່ລະຂົງເຂດ ນອກຈາກນັ້ນແຜນທີ່ຍັງມີບົດບາດສຳຄັນໃຫ້ແກ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ວຽກງານການທ່ອງທ່ຽວ ວຽກງານການສຶກສາຮ່ຳຮຽນ ແລະ ວຽກງານອື່ນໆ

 ຜນທີ່ເປັນກິດຈະການວິທະຍາສາດ  ແລະ ເປັນພາຫານະແກ່ການຄົ້ນຄ້ວາ ວິທະຍາສາດ ຍ້ອນວ່າສິທະຍາສາດອື່ນໆຂະຫຍາຍຕົວ ມັນໄດ້ເຮັດໃຫ້ວິຊາແຜນທີ່ວິທະຍາຂະຫຍາຍຕົວໄປພ້ອມ ແຕ່ວິທະຍາສາດແຜນທີ່ຂະຫຍາຍຕົວ ມັນໄດ້ເພີ່ມຄຸນປະໂຫຍດຊຸກດັນໃຫ້ແກ່ວິທະຍາສາດຂະຫຍາຍຕົວອື່ນໆ ຂະຫຍາຍຕົວ ທັ້ງນີ້ ກໍ່ຍ້ອນວ່າບັນດາປະກົດການ ແລະ ເປົ້າໝາຍຄົ້ນຄ້ວາຢູ່ເທິງໜ້າໂລກນັ້ນ ກວ້າງຂວາງມີສາຍພົວພັນໃນລະດັບແຕກຕ່າງກັນ ບັນດາປາກົດການ ເປົ້າໝາຍເຫຼົ່ານັ້ນ ສາມາດນຳມາສະແດງໃສ່ໃນແຕ່ລະແຜນທີ່ໄດ້ຢ່າງຈະແຈ້ງ

ໃນປະຈຸບັນ ວິທະຍາສາດມີຄວາມຈະເລີນກ້າວໜ້າ ເທັກໂນໂລຊີນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ການສຳຫຼວດໜ້າໂລກມີຄວາມວ່ອງໄວ ແລະ ຊັດເຈນຍ້ອນການນຳໃຊ້ດາວທຽມ ຍານອາວະກາດ ຈື່ງເຮັດໃຫ້ການເກັບກຳຂໍ້ມູນ ແລະ ການສ້າງແຜນທີ່ໄດ້ຢ່າງຊັດເຈນ ຈາກຂໍ້ມູນທີ່ກ່າວມາຂ້າງເທິງນັ້ນ ມັນເປັຍເງື່ອນໄຂໃຫ້ນັກສຳຫຼວດ ນັກຄົ້ນຄວ້າ ນັກວາງແຜນໄດ້ມີຂໍ້ມູນທີ່ຊັດເຈນ

หมายเลขบันทึก: 640198เขียนเมื่อ 1 พฤศจิกายน 2017 11:35 น. ()แก้ไขเมื่อ 1 พฤศจิกายน 2017 11:35 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท