ຄວາມກົດດັນຂອງບັນຍາກาດ


I.ອາກາດມີນ້ຳໜັກ ແລະ ມີຄວາມກົດດັນ

ອາກາດທີ່ຫຸ້ມຫໍ່ໜ່ວຍໂລກເຮົານີ້ ແມ່ນສະສານຫຼືວັດຖຸຢ່າງໜື່ງ ແລະ ກໍແມ່ນສີ່ງທີ່ມີນ້ຳໜັກ ໂດຍທີ່ເຮົາ

ສາມາດຊັ່ງຕວງໄດ້ ຄື ອາກາດ 1ລິດ ຈະມີນ້ຳໜັກປະມານ 1,3ກຣາມ. ອາກາດໃນຫ້ອງຮຽນຫ້ອງໜື່ງມີຂະໜາດກວ້າງ6ແມັດ ຍາວ8ແມັດ ແລະສູງ3ແມັດ ຈະມີນ້ຳໜັກເຖິງ 187ກິໂລກຣາມ ເຮົາສາມາດທົດລອງໄດ້ເພື່ອໃຫ້ຮູ້ວ່າອາກາດມີນ້ຳຫນັກ ໂດຍເອົາມາກປູ້ມເປົ້າຫ່ຽວມາຊັ່ງ ແລ້ວຈາກນັ້ນກໍ່ປົ່າລົມເຂົ້າ ແລ້ວຊັ່ງອີກ ເຮົາຈະ ເຫັນວ່າຫມາກປູ້ມເປົ້າເມື່ອມີອາກາດຢູ່ໃນນັ້ນໜັກກວ່າເມື່ອຍງຫ່ຽວ ນ້ຳໜັກຂອງອາກາດທີ່ທັບລົງໃສ່ໜ້າໂລກເຮົາເອີ້ນວ່າ ” ຄວາມກົດດັນຂອງບັນຍາກາດ ” ເຊີ່ງຄວາມໝາຍທີ່ແທ້ຈິງແລ້ວ ມັນແມ່ນນ້ຳໜັກ ຫຼື ແຮງລຳຂອງອາກາດທີ່ກະທຳຕໍ່ເນື້ອທີ່ 1ຊັງຕີແມັດ ຫຼື ເວົ້າອີກຢ່າງໜື່ງວ່າຄວາມກົດດັນຂອງບນຍາກາດແມ່ນກຳລັງແລະນ້ຳໜັກຂອງບັນຍາກາດຢູ່ເທິງໜ້າພຽງໜື່ງເຊີ່ງໄດ້ກົດລົງໃສ່ໜ້າພຽງດັ່ງກ່າວ

ການກົດດັນຂອງບັນຍາກາດນີ້ບໍ່ແມ່ນວ່າມັນຈະກົດດັນລົງໃສ່ໜ້າດິນໃນທິດທາງໃດທິດທາງໜື່ງເທົ່ານັ້ນມັນຫາກກົດດັນໄປທົ່ວທຸກທິດທຸກທາງຈື່ງເຮັດໃຫ້ເຮົາບໍ່ຮູ້ສຶກວ່າເຮົາຖຶກມັນກົດດັນເລຍ ຍ້ອນອາກາດມີຄວາມກົດດັນໄປທົ່ວທຸກທິດຈື່ງເຮັດໃຫ້ວັດຖຸສີ່ງຂອງຕ່າງໆມີຮູບຊົງສົມບູນ ແລະ ຖາວອນຢູ່ສະເໝີ ຕົວຢ່າງວ່າ ຖ້າເຮົາເອົາແຜ່ນເຈ້ຍໃສ່ປາກຈວຍໄວ້ແລ້ວດູດອາກາດພາຍໃນຈວຍອອກເຮົາຈະເຫັນວ່າແຜ່ນເຈ້ຍວູບເຂົ້າໄປໃນປາກຈວຍ ຍ້ອນວ່າ ອາກາດພາຍນອກມີຄວາມກົດດັນແຮງກວ່າອາກາດພາຍໃນຈື່ງດັນໃຫ້ແຜ່ນເຈ້ຍວູບເຂົ້າໄປໃນປາກຈວຍ

II.ໜ່ວຍວັດແທກຄວາມກົດດັນຂອງລົມ

ເພື່ອຢາກຮູ້ວ່າແຮງຄວາມກົດດັນຂອງບັນຍາກາດຈະຄ່ອຍຫຼືແຮງເພີ່ນອາໄສອຸປະກອນຊະນິດໜື່ງ ເອີ້ນວ່າ ບຣາໂຣແມັດ ເປັນສີ່ງວັດແທກແລະຖືເອົາຄວາມຍາວຂອງລຳບາຫຼອດຄິດຄ່າເປັນ 760mm ເທົ່າກບ 1 ບັນຍາກາດຂອງອັດໂມສະແຟ ທີ່ເປັນຄວາມກົດດັນມາດຕະຖານຖ້າຄິດເປັນນ້ຳໜັກກໍປະມານ 1ກິໂລກຣາມ ສຳລັບຫົວໜ່ວຍທີ່ໃຊ້ໃນການວັດແທກນັ້ນທາງການອຸຕຸນິຍົມໄດ້ນຳໃຊ້ໃນຫຼາຍຊະນິດຄື

ມິນລິບາ( mb ), ມິນລິແມັດບາຫຼອດ ( mm de Hg ), ອັດໂມສ ( Atm ).

ແຕ່ລະຊະນິດມີຄ່າປຽບທຽບຄຶ:

1 mb = 102 ບາຣີ = 0,750 ມມHg ຫຼື = 10-2 ບາ ຫຼື =100ປາສະການ(PA)

ຫຼື = 1000cm2

1 mm de Hg = 1 ຕໍຣ໌ ຫຼື 4/3 ມິລິບາ ຫຼື 133,3 ປາສະການ

1 Atm = 760 ຕໍຣ໌ = 760 ມມHg ຫຼື 1013,3 ມິລິບາ ຫຼື 1,03 ຊັງຕີແມັດ2

ຄວາມຈິງແລ້ວ ຄວາມກົດດັນຂອງບັນຍາກາດຢູ່ທີ່ສິງຈະຕ່ຳກວ່າເຂດກົ້ນເຫວເລີກ ເພາະມວນອາການເບົາບາງກວ່າ ດັ່ງນັ້ໜເພື່ອໃຫ້ມີມາດຕາຖານເພີ່ນຈື່ງເອົາລະດັບໜ້ານ້ຳທະເລ ຄື 0ແມັດ ໃນເຂດອົງສາຂະໜານ 45ເປັນຫຼັກໃນການກຳນົດຄວາມກົດດັນສະເລ່ຍປານກາງ ຖ້າຄວາມກົດດັນສູງກວ່າ 760 ເພີ່ນເອີ້ນວ່າອາກາດມີຄວາມກົດດັນສູງ ແລະຖ້າຫຼຸດລົງມາເພີ່ນເອີ້ນວ່າຄວາມກົດດັນຕ່ຳ

III.ທົ່ງຄວາມກົດດັນຂອງອາກາດ ແລະ ອົງປະກອບຂອງມັນ

ທົ່ງຄວາມກົດດັນຂອງອາກາດໝາຍເຖິງບໍລິເວນຄວາມກົດດັນສູງ ຫຼື ຕ່ຳ ຂອງອາກາດຢູ່ເທິງໜ້າໂລກທີ່ສະແດງໃຫ້ເຮົາເຫັນຢູ່ໃນແຜນທີ່ອາກາດບັນດາເຄື່ອງໝາຍເລົ່ານັ້ນມີເສັ້ນສະແດງຄວາມກົດດັນສະ ເໝີ ບັນດາຕົວອັກສອນ ແລະ ເຄື່ອງໝາຍອື່ນໆ ບັນດາເສັ້ນຕ່າງໆລ້ວນແຕ່ປະກອບດ້ວຍເຄື່ອງໝາຍເລົ່ານີ້ແລະສະແດງໃຫ້ເຫັນທົ່ງຄວາມກົດດັນໄລຍະສັ້ນ ໃນດະດັບຂອງໜ້າດິນ ກໍສະແດງໃຫ້ເຫັນ ເສັ້ນຂອງຄວາມກົດດັນສະເໝີຈະຕ້ອງມີເລກໝາຍໄວເພື່ອບົ່ງບອກໃຫ້ຮູ້ເຖິງລະດັບຄວາມແຮງຂອງຄວາມກົດດັນອາກາດ ບໍລິເວນທີ່ຢູ່ໃນວົງອ້ອມຂອງບັນດາເສັ້ນຄວາມດັນສະເໝີທີ່ມີໝາຍເລກສູງກວ່າ1015ມິລີບາ ເພີ່ນເອີ້ນວ່າເຂດຄວາມກົດດັນສູງ ບາງເທື່ອເພີ່ນກໍ່ໃຊ້ເຄື່ອງໝາຍ +

ສຳລັບເຂດທີ່ຢູ່ໃນວົງອ້ອມຂອງບັນດາເສັ້ນທີ່ມີຄວາມກົດດັນສະເໝີທີ່ມີໝາຍເລກຕ່ຳກວ່າ1015ມິລີບາ ເພີ່ນເອີ້ນວ່າ ເຂດທີ່ມີຄວາມກົດດັນຕ່ຳ ແລະຈຸດໃຈກາງຂອງມັນໝາຍດ້ວຍຕົວອັກສອນ D ບາງເທື່ອເພີ່ນກໍ່ໃຊ້ເຄື່ອງໝາຍ -

ບໍ່ພຽງແຕ່ເທົ່ານີ້ບາງເທື່ອໃນແຜນທີ່ອາກາດບັນດາຈຸດຂອງຄວາມດັນສະເໝີຍັງສະແດງໃຫ້ເຮົາຮູ້ດ້ວຍບັນດາເຄື່ອງໝາຍທີ່ຄ້າຍຄືເຄື່ອງໝາຍຢູ່ໃນແຜນທີ່ພູມສັນຖານ ເຊີ່ງເຄື່ອງໝາຍຂອງອາກາດທີ່ມີຄວາມກົດດັນຕ່ຳແມ່ນເພີ່ໝາຍ ຂຸ້ນ ແລະເຄື່ອງໝາຍຂອງຄວາມກົດດັນສູງເພີ່ນໝາຍດ້ວຍ ຈຸດສູງ

ນອກຈາກນີ້ເພີ່ນຍັງໃຊ້ຕົວອັກສອນ D ເພື່ອບອກເຖີງເຂດທີ່ຢູ່ເລາະລຽບເຂດອາກາດຄວາມກົດ

ດັນສູງ ແລະຕົວອັສອນ C ເພື່ອບອກເຖິງເຂດທີ່ຢູ່ເລາະລຽບເຂດອາກາດທີ່ມີຄວາມກົດດັນຕ່ຳ ແລະ ບໍລິເວນທີ່ມີທົ່ງຄວມດັນບໍ່ແຈ້ງ

I.ບັນດາສູນຄວາມດັນຕ່າງໆ

ຖ້າເຮົາຕິດຕາມ ແລະ ສັງເກດແຜນທີ່ອາກາດປະຈຳວັນເຮົາຈະເຫັນວ່າມັນມີການປ່ຽນແປງລັກສະນະ

ປ່ຽນແປງໄປໃນແຕ່ລະວັນ ນັ້ນກໍເພາະວ່າບັນດາອົງປະກອບຕ່າງໆຂອງທົ່ງຄວາມດັນນັ້ນມີການປຽນແປງຢູ່ເປັນປະຈຳ ບັນດາສູນຄວາມກົດດັນຕ່າງໆມີການເຄື່ອນທີ່ໄປມາ ເຊັ່ນມັນອາດຈະຂະຫຍາຍຕົວກວ້າງອອກ ຫຼື ຫົດຕົວແຄບເຂົ້າ ບັນດາຄວາມກົດດັນຕ່າງໆນີ້ບາງເທື່ຶເພີ່ນກະເອີ້ນວ່າ ສູນກາງການເຄື່ອນໄຫວ ເຊີ່ງໃນທາງອຸຕຸນິຍົມວິທະຍາເພີ່ນມັກໃສ່ໝາຍເລກໄວ້ ເພີ່ອຕິດຕາມການເຄື່ອນໄຫວ ສູນກາງການເຄື່ອນໄຫວນີ້ ມັນຍັງມີຊື່ສະເພາະອີກຕ່າວງຫາກອີກ ເຊັ່ນວ່າ Anna, Ethel, Marie – Rose……

ຄຳວ່າ ສູນກາງການເຄື່ອນໄຫວ ມີຄວາມໝາຍວ່າ ບັນດາສູນຄວາມດັນສູງ ແລະ ຕ່ຳ ຕ່າງໆນັ້ນ ແມ່ນປັດໄຈສຳຄັນທີ່ກຳນົດລັກສະນະຂອງກາລະອາກາດ ແລະ ພູມອາກາດ ໝາຍຄວາມວ່າສະພາບອາກາດຢູ່ບໍລິເວນໃດໜື່ງແມ່ນຂື້ນກັບຂົງເຂດທີ່ຢູ່ໃກ້ຫຼືໄກສູນປະຕິບັດການດັ່ງການ

ບັນດາຄວາມກົດດັນເຫຼົ່ານີ້ ບາງຊະນິດກໍຄົງຕົວໃນບໍລິເວນໃດໜື່ງ ຫຼືມັນອາດຈະຄົງຕົວຕະຫຼອດປີ ແຕ່ລະສູນຄວາມກົດດັນຈະມີຂະໜາດໃຫຍ່ນ້ອຍແຕກຕ່າງກັນໄປແຕ່ສ່ວນຫຼາຍພວກທີ່ມີຂະໜາດໃຫຍ່ ແມ່ນຈະມີເສັ້ນຜ່າສູງກາງຍາວແຕ່ 2000 ຫາ 6000ກິໂລແມັດ ສ່ວນພວກທີ່ມີຂະໜາດນ້ອຍຈະມີເສັ້ນຜ່າສູນກາງແຕ່ 500 ຫາ 800 ກິໂລແມັດ ບັນດາເຂດຂອງຄວາມກົດດັນຕ່ຳເຖີງວ່າຈະມີການເຄື່ອນໄຫວແຮງພໍສົມຄວນແຕ່ກໍຈະບໍ່ຄ່ອຍມີຂະໜາດກວ້າງໃຫຍ່ປານໃດ

ໃນບັນດາສູນຄວາມກົດດັນສູງ ແລະ ຕ່ຳ ທີ່ແຈກຢາຍເທິງໜ້າໂລກອັນສຳຄັນມີ

-ບັນດາສູນຄວາມດັນຕ່ຳເສັ້ນສູນສູດ

-ບັນດາສູນຄວາມດັນສູງເຂດເສັ້ນຂະໜານທີ 30ເໜືອ ແລະ ໃຕ້

-ບັນດາສູນຄວາມດັນຕ່ຳຢູ່ເຂດອົບອຸ່ນເຟື້ອງໂລກເໜືອ ແລະ ເຟື້ອງໂລກໃຕ້

-ບັນດາສູນຄວາມດັນສູງຢູ່ເຂດຂົ້ວໂລກເໜືອ ແລະ ຂົ້ວໂລກໃຕ້

ຈຳພວກສູນຄວາມດັນດັ່ງກ່າວນີ້ ແມ່ນຈຳພວກທີ່ມີລັກສະນະຄົງທີ່ ເພາະມັນມີການເຄື່ອນຍ້າຍໄປມາພຽງເລັກນ້ອຍເທົ່ານັ້ນສະເພາະເຂດທະເລ ແລະ ມະຫາສະໝູດ

II.ທີ່ມາຂອງຄວາມກົດດັນອາກາດ

I.ຄວາມກົດດັນເກີດຈາກອຸນຫະພູມ

ຄວາມຮ້ອນຂອງແສງຕາເວັນທີ່ແຜ່ມາໂລກເຮົານີ້ມີບົດບາດສຳຄັນຕໍ່ການກຳເນີດຂອງບັນດາສູນຄວາມກົດດັນ

ສູງ ແລະ ຕ່ຳ ເຂດຂົ້ວໂລກເປັນເຂດທີ່ໄດ້ຮັບແສງຕາເວັນນ້ອຍກວ່າອື່ນອື່ນໆໃນໂລກ ແລະ ເປັນເຂດທີ່ມີອາກາດໜາວເຢັນກວ່າເຂດອື່ນ ອາດກາດໜາວໜັກກວ່າອາກາດຮ້ອນ ເຮັດໃຫ້ເກີດຄວາມກົດດັນສູງໃນທ້ອງຖີ່ນ ຫຼື ບໍລິເວນໃດໜື່ງເຊີ່ງຖືກແດດເຜົາໃໝ້ແຮງ ອາກາດກໍຈະຮ້ອນ ແລະ ເບົາ ຈື່ງເຮັດໃຫ້ເກີດຄວາມກົດດັນຕ່ຳ ແລ້ວປິວຂື້ນສູ່ເບື້ອງບົນ ຄວາມກົດດັນສູູງ ແລະຕ່ຳ ມີກົກເຄົ້າມາຈາກອຸນຫະພູມເພີ່ນເອີ້້ນວ່າ ຄວາມກົດດັນ ອຸນຫະວັດ

II.ຄວາມກົດດັນເກີດຈາກພະລັງງານໄດນາມິກ

ແມ່ນຄວາມກົດດັນທີ່ມີການບີບ ຫຼື ເນັ້ນຂອງກະແສອາກາດ ການທີ່ອາກາດຢູ່ໜ້າດິນໄດ້ແຜ່ອອກເຮົາສາມາດ

ເອີ້ນໄດ້ວ່າ ຄວາມກົດດັນທີ່ເກີດຈາກພະລັງງານໄດນາມິກ ເຊັ່ນ ຄວາມກົດດັນຢູ່ເຂດເສັ້ນສູນສູດ ເຊີ່ງມາຈາກ 2ມວນອາກາດເຄື່ອນທີ່ເຂົ້າຫາກັນ ແລ້ວລອຍຕົວຂື້ນໄປເບື້ອງບົນ 2ມວນອາກາດດັ່ງກ່າວນີ້ ມາຈາກເຂດຄວາມກົດດັນສູງໃນເຂດໃກ້ເຂດຮ້ອນ ພາຍຫຼັງທີ່ມັນແຜ່ກະຈາຍອອກໄປ ເວົ້າລວມແລ້ວ ຄວາມກົດດັນທີ່ເກີດຈາກພະລັງງານໄດນາມິກນີ້ ແມ່ນຄວາມກົດດັນທີ່ເກີດຈາກການເຄື່ອນຍ້າຍຂອງມວນອາກາດ ເຊີ່ງເພີ່ນເອີ້ນປະກົດການດັ່ງກ່າວນີ້ວ່າ ຄວາມກົດດັນ ພາລະວັດ

III.ການປ່ຽນແປງຂອງຄວາມກົດດັນ ແລະ ປັດໄຈທີ່ພາໃຫ້ເກີດການປ່ຽນແປງ

ໃນແຕ່ລະໄລຍະ ຄວາມກົດດັນຂອງອາກາດຈະມີການປ່ຽນແປງຢູ່ສະເໝີຈາກມື້ໜື່ງໄປຫາມື້ໜື່ງແມ່ນຈະມີ

ການເຄື່ອນຍ້າຍ ມີຄ່າເພີ່ມຂື້ນ ແລະ ຫຼຸດລົງ ເຊີ່ງຄວາມກົດດັນຂອງອາກາດມີການປ່ຽນຄ່າເຖິງ 4ຄັ້ງຄື

-ເວລາ 04:00 ເປັນຕົ້ນໄປຈະມີຄ່າສູງສຸດໃນເວລາ 10:00

-ເວລາ 10:00 ເປັນຕົ້ນໄປ ຄວາມກົດດັນຂອງອາກາດຈະລົດຕ່ຳລົງ ແລະມີຄ່າຕ່ຳສຸດໃນເວລາປະມານ 16:00

-ພາຍຫຼັງ 16:00 ຄວາມກົດດັນກໍຈະເລີ່ມສູງຂື້ນເລື້ອຍໆຈົນຮອດເວລາ 22:00 ມັນຈື່ງລົດລົງເປັນລຳດັບຈົນຕ່ຳສຸດໃນເວລາ 04:00

ການປ່ຽນຂອງຄວາມກົດດັນນີ້ ເກີດຈາກບັນດາບັດໃຈ ແລະ ໃນເງື່ອນໄຂຄື ອຸນຫະພູມຂອງກາກາດ ຍ່ານຄວາມສູງ ລະບົບຄວາມດັນເຄື່ອນທີ່ ແລະ ລະດູການ

1.ຄວາມກົດດັນຂອງອາກາດປ່ຽນແປງໄປຕາມລະດັບຄວາມສູງ

ຄວາມກົດດັນຂອງອາກາດໃນສະພາບປົກກະຕິຈະມີຄ່າເທົ່າກັບ 760ມິລີແມັດບາຫຼອດ ແຕ່ເມື່ອໄປຮອດ

ລະດັບສູງ1000ແມັດ ຈະມີພຽງແຕ່ 674ມິລີແມັດບາຫຼອດ ເມື່ອໄປຮອດຍ່ານຄວາມສູງ 10,000ແມັດ ຄວາມກົດດັນຍິ່ງຕ່ຳລົງ135ມິລີແມັດບາຫຼອດ

ຈາກຕົວເລກນີ້ເຮົາເຫັນວ່າຍິ່ງສູງຈາກໜ້າດິນຫຼາຍເທົ່າໃດມວນອາກາດຍີ່ງເບົາບາງລົງເທົ່ານັ້ນແຕ່ການຫຼຸດລົງຂອງຄວາມກົດດັນອາກາດບໍ່ໄດ້ຫຼຸດລົງຕາມອັດຕາສ່ວນຄືກັບການຫຼູດລົງຂອງອຸນຫະພູມ ເມື່ອຂື້ນສູງຫຼາຍເທົ່າໃດອັດຕາການຫຼຸດລົງຍິ່ງຕ່ຳເລື້ອຍໆ

ລະດັບຄວາມສູງ

( ມມ )

ຄວາມກົດດັນ

( ມມ ບາຫຼອດ )

ລະດັບຄວາມສູງ

( ມມ )

ຄວາມກົດດັນ

( ມມ ບາຫຼອດ )

0

7600

14000

6422

1000

7557

15000

6354

2000

7422

16000

6266

3000

7333

17000

6199

4000

7255

18000

6111

5000

7220

19000

6004

6000

7000

20000

5966

7000

6999

21000

5255

8000

6911

22000

4611

9000

6881

23000

4033

10000

6744

24000

3522

11000

6666

25000

3066

12000

6558

26000

2666

13000

6540

27000

2600

2.ຄວາມກົດດັນຂອງອາກາດປ່ຽນແປງໄປຕາມການປ່ຽນແປງຂອງອຸນຫະພູມ

ໃນເວລາທີ່ມວນອາກາດໜື່ງຫາກໜາວເຢັນລົງ ບໍລີມາດຂອງມັນຈະຫຼຸດລົງ ແລະ ມວນສານຂອງມັນຈະເພີ່ມ

ຂື້ນ ໝາຍຄວາມວ່ານ້ຳໜັກຂອງມັນເພີ່ມຂື້ນໃນເວລານີ້ມວນອາກາດດັ່ງກ່າວຈະເຄື່ອນຈາກເທິງລົງລຸ່ມແລະເຮັດໃຫ້ມີຄວາມກົດດັນສູງ ຖ້າວ່າອາກາດຫາກຖືກຄວາມຮ້ອນເຜົາໄໝ້ ບໍລິມາດກໍຈະເພີ່ມຂື້ນ ແລະ ມວນສານຈະຫຼຸດລົງ ເຮັດໃຫ້ເກີດຄວາມດັນຕ່ຳ ສ່ວນບໍລິເວນທີ່ຖືກອາກາດເຜົາໄໝ້ແຮງ ແລະມີອາກາດປິວຂື້ນັ້ນເປັເຂດຂອງຄວາມກົດດັນຕ່ຳ.

ນອກຈາກນີ້ຄວາມແຕກຕ່າງຂອງອຸນຫະພູມລະຫວ່າງກາງເວັນແລະກາງຄືນ ກໍມີຜົນໃຫ້ຄວາມກົດດັນຂອງອາກາດມີການປ່ຽນແປງເຮົາຈະສັງເກດໄດ້ວ່າ ບັນດາສູນຄວາມດັນສູງ ແລະ ຕ່ຳ ມີການເຄື່ອຍຍ້າຍຢ່າງເນືອງນິດສະເພາະແມ່ນການເຄື່ອນທີ່ຂື້ນເໜືອ ແລະ ລົງໃຕ້ ການທີ່ເປັນເຊັ່ນນີ້ສະແດງໃຫ້ເຮົາເຫັນວ່າຄວາມກົດດັນຂອງອາກາດມີການພົວພັນຢ່າງໃກ້ຊິດເຮົາສາມາດສັງເກດໄດ້ວ່າເຟື້ອໂລກໃຕ້ນັ້ນຄວາມກົດດັນມີລັກສະນະຄົງທີ່ ແລະ ປົກກະຕິກວ່າຢູ່ເຟື້ອງໂລກເໜືອ .

3.ຄວາມກົດດັນຂອງອາກາດປ່ຽນແປງຍ້ອນລະດັບຄວາມດັນເຄື່ອນທີ່

ນອກຈາກບັນດາປັດໄຈຕ່າງໆທີ່ສົ່ງຜົນສະທ້ອນໃຫ້ຄວາມກົດດັນມີການປ່ຽນແປງດັ່ງທີ່ກ່າວມານັ້ນລະບົບ

ຄວາມກົດດັນຂອງອາກາດທີ່ເຄື່ອນທີ່ໄດ້ນັ້ນກໍແມ່ນປັດໄຈໜື່ງທີ່ມີຄວາມສາມາດເຮັດໃຫ້ຄວາມກົດດັນຂອງອາກາດໃນຂົງເຂດ ຫຼື ບໍລິເວນຄວາມກົດດັນໃດໜື່ງມີການປ່ຽນແປງ ເຊີ່ງລະບົບຄວາມກົດດັນມີ 2 ປະເພດຄື ລະບົບຄວາມກົດດັນສູງ ແລະ ລະບົບຄວາມກົດດັນຕ່ຳ

ຖ້າຄວາມກົດດັນສູງຂອງອາກາດຫາກເຄື່ອນທີ່ໄປຜ່ານ ຫຼື ປົກຄຸມຂົງເຂດໃດແລ້ວກໍຈະພາໃຫ້ມີຄວາມກົດດັນຕ່ຳ ແລະ ອາດມີລັກສະນະປັ່ນປ່ວນ ມີລົມພັດແຮງ ແລະ ຝົນຕົກໜັກ ຈົນກວ່າລະບົບຄວາມກົດດັນດັ່ງກ່າວຈະເຄື່ອນທີ່ຜ່ານພົ້ນໄປ.

4.ຄວາມກົດດັນຂອງອາກາດປ່ຽນແປງໄປຕາມລະດູການ

ເມື່ອເບີ່ງຕາມແຜນທີ່ລຸ່ມນີ້ເຮົາຈະເຫັນວ່າບັນດາສູນຄວາມດັນຕ່າງຢູ່ເທິງໜ້າໂລກມີການເຄື່ອນຂື້ນເໜືອ ຫຼື ລົງ

ໃຕ້ ແລະ ປ່ຽນແປງໄປຕາມລະດູການ ເຖິງວ່າສູນຄວາມດັນຈຳນວນໜື່ງທີ່ມີລັກສະນະຄົງທີ່ຢູ່ເທີງມະຫາສະໝຸດໃນເຂດເສັ້ນຂະໜານທີ 30ເໜືອ ຫຼື ໃຕ້ ແຕ່ບັນດາສູນຄວາມດັນເຫຼົ່ານີ້ກໍຍັງມີການປ່ຽນແປງຮູບຮ່າງ ແລະ ມີການເຄື່ອນທີ່ຢູ່ເລັກນ້ອຍ.

ຮູບທີ ຄວາມກົດດັນຂອງອາກາດໃນເດືອນມັງກອນ



ຢູ່ໃນແຜນທີ່ນັ້ນ ໃນໄລຍະເດືອນມັງກອນ ບັນດາສູນຄວາມດັນສູງເຂດຂົ້ວໂລກເໜືອ ໄດ້ຂະຫຍາຍຕົວອອກແລະລົງມາປົກຄຸມທະວີບອາຊີ ແລະ ແຜ່ນດິນອາເມຮິກາເໜືອ ພ້ອມດຽວກັນນີ້ມັນກໍ່ໄດ້ເຊື່ອມຕໍ່ໃສ່ເຂດຄວາມກົດດັນສູງທີ່ກວ້າງໃຫຍ່ໄພສານຂອງເຟື້ອງໂລກເໜືອ ຍົກເວັ້ນເຂດເໜືອຂອງມະຫາສະໝຸດອັດລັງຕິກ ແລະ ປາຊີຟິກ. ໃນໄລຍະເດືອນກໍລະກົດ ເຂດຄວາມກົດດັນສູງຢູ່ເຟື້ອງໂລກເໜືອນັ້ນເກືອບວ່າບໍ່ມີເລີຍ ຍົກເວັ້ນເຂດມະຫາສະໝຸດ ເຂດເສັ້ນຂະໜານທີ 30ເໜືອ ແຕ່ກໍຢູ່ໃນສະພາບທີ່ຫົດຕົວ ກົງກັນຂ້າມທາງເຟື້ອງໂລກໃຕ້ບັນດາສູນຄວາມກົດດັນຕ່າງໆໄດ້ຂະຫຍາຍຕົວ ເວລານີ້ທະວີບອາຊີແມ່ນຖຶກປົກຄຸມດ້ວຍເຂດອາກາດກົດດັນຕ່ຳ ເຊີ່ງຈຸດສູນກາງແມ່ນຢູ່ພາກຕາເວັນຕົກສ່ຽງເໜືອຂອງອິນເດຍ.

IV.ສະພາບຂອງຄວາມກົດດັນຂອງອາກາດໃນຕຳແໜ່ງຕ່າງໆຂອງຍ່ານຄວາມສູງ

1.ຄວາມກົດດັນຂອງອາກາດໃນລະດັບໜ້າດິນ

ບັນດາສູນຄວາມດັນຕ່າງໆມີການປ່ຽນແປງຮູບຮ່າງລັກສະນະ ແລະ ມີການເຄື່ອນທີ່ໄປມາຕາມລະດູການ ບັນ

ດາເສັ້ນຄວາມດັນສະເໝີກໍມີການວົນວຽນໄປມາຢ່າງບໍ່ສະໝ່ຳສະເໝີກັນ ແລະ ບໍ່ເປັນລະບຽບປານໃດ ໝາຍຄວາມວ່າ ສະພາບຄວາມກົດດັນຢູ່ໜ້າໂລກນັ້ນມີການພົວພັນໂດຍກົງກັບການແຈກຍາຍຂອງອຸນຫະພູມຢູ່ໃນແຕ່ລະຂົງເຂດຂອງໂລກ ເວົ້າລວມແມ່ນຂື້ນກັບນ້ຳໜັກຂອງອາກາດແຕ່ເທິງລົງລຸ່ມ ທີ່ກົດທັບກັນລົງໃສ່ໜ້າດິນ ແຕ່ນ້ຳນັກດັ່ງກ່າວນັ້ນ ແຕກຕ່າງກັນລະຫວ່າງອາກາດກັບອຸນຫະພູມ ດັ່ງນັ້ນອາກາດຢູ່ໃນຊັ້ນຕ່ຳສຸດຂອງບັນຍາກາດຈື່ງເຮັດໃຫ້ເກີດຄວມກົດດັນສູງ

ເນື່ອງຈາກອາກາດເຄື່ອນຍ້າຍຈາກເຂດຄວາມກົດດັນສູງໄປຫາເຂດຄວາມກົດດັນຕ່ຳ ອາກາດເຢັນຈະຕ້ອງໄຫຼໄປຫາອາກາດຮ້ອນເປັນປະຈຳ ສູນຄວາມກົດດັນສູງຈະແຜ່ຂະຫຍາຍອອກຈາກເຂດໃຈກາງຂອງມັນ ແລ້ວພັດໄປບໍລິເວນຄວາມກົດດັນຕ່ຳ ສູນຄວາມກົດດັນຕ່ຳບ່ອນທີ່ອາກາດເຄື່ອນທີ່ສູງກໍຈະດູດເອົາອາກາດຈາກເຂດອ້ອມຂ້າງການເປັນໄປຄືດັ່ງກ່າວນີ້ມັນແມ່ນບຸກຄະລິກະພາບໂດຍທົ່ວໄປຂອງສະພາບຄວາມກົດດັນຊັ້ນຕ່ຳສຸດຂອງບັນຍາກາດນີ້.

2.ຄວາມກົດດັນໃນຍ່ານສູງໆ

ຢູ່ຍ່ານສູງໆແຕ່ 3000ແມັດຂື້ນໄປ ເພີ່ນພົບວ່າ ສະພາບຄວາມກົດດັນຂອງອາກາດ ແມ່ນມີລັກສະນະ

ກົງກັນຂ້າມຢູ່ໃນລະດັບຂອງໜ້າດິນ ໂດຍສະເພາະແມ່ນໃນລະດັບປະມານ 9000ແມັດ ຈາກໜ້າດິນ ບັນດາເສັ້ນຄວາມດັນສະເໝີແມ່ນເນັ່ງໃສ່ເສັ້ນຊື່ ແຕ່ທິດຕາເວັນອອກ ຫາ ທິດຕາເວັນຕົກ ແລະ ບອກໃຫ້ຮູ້ວ່າ ຄວາມກົດດັນຂອງອາກາດມີການເພີ່ມຂື້ນຕັ້ງແຕ່ເຂດຂົ້ວໂລກໄປຫາເຂດເສັ້ນສູນສູດ

ການທີ່ຄວາມດັນຂອງອາກາດຢູ່ໃນຍ່ານສູງໆມີສະພາບຄວາມເປັນໄປຄືດັ່ງກ່າວມານັ້ນກໍແມ່ນມີສາເຫດມາຈາກອຸນຫະພູມໃນສະພາບທີ່ມວນອາກາດຕ່າງໆຫາກມີອຸນຫະພູມຕ່າງກັນແມ່ນຈະພາໃຫ້ເກີດກະຣາດຽງຂອງຄວາມກົດດັນກໍຈະພາໃຫ້ເກີດການເຄື່ອນທີ່ຂອງອາກາດ ຕາມທຳມະດາແລ້ວເມື່ອຂື້ນສູງຈກໜ້າດິນຫຼາຍເທົ່າໃດຄວາມກົດດັນຂອງອາກາດຍີ່ງຕ່ຳລົງ ແຕ່ໃນຕົວຈິງອາກາດຫຼຸດລົງຂອງຄວາມກົດດັນຕາມລະດັບຄວາມສູງນັ້ນຈະມີຄວາມໄວແຕກຕ່າງກັນສຳລັບມວນອາກາດເຢັນ ຫຼື ໜາວ ຈະມີອັດຕາສ່ວນການຫຼູດຂອງຄວາມກົດດັນຕາມລະດັບຄວາມສູງ

ເຖີງວ່າຄວາມກົດດັນຂອງອາກາດເຢັນເມື່ອຢູ່ໃນລະດັບຂອງໜ້າດິນຈະສູງກວ່າຄວາມກົດດັນຂອງອາກາດຮ້ອນກໍຕາມແຕ່ເມື່ອຂື້ນສູ່ລະດັບສູງແລ້ວ ຄວາມກົດດັນຂອງມັນກໍຈະຕ່ຳກວ່າລະດັບຄວາມກົດດັນຂອງອາກາດຮ້ອນ ເຫດຜົນດັ່ງກ່າວຍ້ອນມວນອາກາດຮ້ອນພາໃຫ້ເກີດຄວາມກົດດັນສູງ ແລະ ມວນອາກາດເຢັນພາໃຫ້ເກີດຄວາມກົດດັນຕ່ຳ ອັນເປັນຜົນເຮັດໃຫ້ອາກາດຕ້ອງເຄື່ອນທີ່ຈາກອາກາດຮ້ອນໄປຫາອາກາດເຢັນ ເຊີ່ງເປັນການກົງກັນຂ້າມກັບສະພາບຄວາມກົດດັນແລະການເຄື່ອນທີ່ຂອງອາກາດຢູ່ໃນລະດັບຂອງໜ້າດິນ.

ກະແສອາກາດທີ່ເຄື່ອນທີ່ກົງກັນຂ້າມນີ້ ມີຜົນສະທ້ອນບໍ່ນ້ອຍຕໍການເຄື່ອນທີ່ຂອງອາກາດຢູ່ເຂດຕ່ຳສຸດຂອງບັນຍາກາດນີ້ເປັນຕົ້ນແມ່ນເຂດໜ້າດິນດ້ວຍເຫດນີ້ເອງມວນອາກາດຂອງເຂດຄວາມກົດດັນສູງຈື່ງຖືກທຳລາຍຫຼຶຖືກກຳຈັດລົງເຮັດໃຫ້ມໍລະສຸມໜາວເຢັນມາເປັນໄລຍະ ໂດຍມີລັກສະນະພັດມາເປັນຄື້ນ ສ່ວນໃນລະດູຮ້ອນ ລົມມໍລະສຸມຮ້ອນ ແລະ ຊຸ່ມ ກໍໄດ້ພັດຜ່ານປະເທດເຮົາໄປໃນລັກສະນະດຽວກັນ ເຊີ່ງບາງຄັ້ງກໍພາໃຫ້ມີລະດູແລ້ງເປັນບາງຄັ້ງຢູ່ໃນກາງໄລຍະຂອງລະດູຝົນ

ບັນດາສູນຄວາມດັນຢູ່ໃນຊັ້ນຕ່ຳສຸດຂອງບັນຍາກາດນີ້ຈະສືບຕໍ່ຄົງຕົວໄດ້ຍາວນານອາກາດຈະມີການເຄື່ອນທີ່ຢ່າງເປັນປົກກະຕິກໍຕໍ່ເມື່ອການແບ່ງປັນຂອງອຸນຫະພູມໄດ້ສ້າງໃຫ້ເກີດການເຄື່ອນທີ່ກໍລະນີດັ່ງກ່າວນີ້ເພີ່ນເອີ້ນວ່າ ຄວາມກົດດັນສູງແບບປະສົມ ຫຼື ຄວາມດັນຕ່ຳແບບປະສົມ , ຄວາມກົດດັນສູງແບບປະສົມຈະເກີດຂື້ນໄດ້ກໍໍ່ຕໍ່ເມື່ອ 2ມວນອາກາດ ຊ້ອນທັບກັນ ເຊີ່ງທາງລຸ່ມແມ່ນມວນອາກາດໜາວຈັດ ສ່ວນທາງເທີງກໍແມ່ນອາກາດທີ່ຮ້ອນແລະຮ້ອນຜິດປົກກະຕິ ເຊີ່ງ2ມວນອາກາດນີ້ ໄດ້ກໍໃຫ້ເກີດສະພາບຄວາມກົດັນສູງໂດຍທົ່ວໄປໃນທຸກລະດັບຄວາມສູງ ສ່ວນຄວາມກົດດັນຕ່ຳແບບປະສົມ ມັນຈະເກີດຂື້ນໄດ້ກໍຕໍເມື່ອ ມວນອາກາດໜາວຊ້ອນຢູ່ເທີງມວນອາກາດຮ້ອນ ເຊີ່ງກໍລະນີດັ່ງກ່າວໄດ້ພາໃຫ້ເກີດສະພາບຄວາມກົດດັນຕ່ຳຢູ່ໃນທຸກລະດັບຂອງຍ່ານຄວາມສູງ

V.ອຸປະກອນສຳລັບວັດແທກຄວາມກົດດັນຂອງບັນຍາກາດ

ອຸປະກອນສຳລັບວັດແທກຄວາມກົດດັນຂອງອາກາດໄດ້ແກ່ບຣາໂຣແມັດເຊີ່ງມີຫຼາຍແບບຫຼາຍຊະນິດແຕກ

ຕ່າງກັນໃນນັ້ນມີ 2 ຊະນິດສຳຄັນຄື ບາໂຣແມັດບາຫຼອດ ແລະ ບຣາໂຣແມັດໂລຫະ

1.ບຣາໂຣແມັດບາຫຼອດ

ແມ່ນອຸປະກອນວັດແທກຄວາມກົດດັນຂອງບັນຍາກາດຊະນິດໜື່ງທີ່ຖຶກປະດິດຂື້ນມາໂດຍຖືເອົາການທົດ

ລອງຂອງທ່ານ ຕໍຣີແຊນລີ ນັກວິທະຍາສາດຄົນອີຕາລີ ໃນການທົດລອງ ໄດ້ເອົາຫຼອດແກ້ວຍາວ 1 ແມັດ ມາບັນຈຸນ້ຳໃຫ້ເຕັມ ແລ້ວເອົາໂປ້ມືອັດປາກແກ້ວໄວ້ ແລ້ວເອົາບາຫຼອດນັ້ນໄປຂວ້ຳລົງອ່າງແກ້ວບາຫຼອດ ຜົນປາກົດນ້ຳໃນບາຫຼອດແກ້ວນັ້ນໄດ້ລົດຄວາມສູງລົງຍັງເຫຼືອພຽງແຕ່ 760ມິລີແມັດ ນັ້ນກໍເພາະວ່າຄວາມກົດດັນຂອງບັນຍາກາດພາຍໃນແກ້ວຖືກກົດດັນລົງ ອີງຕາມຫຼັກການດັ່ງກ່າວໃນການສ້າງບາໂລແມັດບາຫຼອດແລ້ວບັນຈຸນ້ຳບາຫຼອດແມ່ນມີສອງຊະນິດ ຄື ບາໂລແມັດແອ່ງ ແລະ ບາໂລແມັດຂໍ

vບາໂລແມັດຂໍ

ແມ່ນບາໂລແມັດຊະນິດໜື່ງທີ່ເຮັດດ້ວຍຫຼອດແກ້ວບາງກວ່າຍາວໆ ແລະ ຂົດເປັນຂໍທາງລຸ່ມ ແລະ ສ່ວນປາຍຂອງມັນເປັນເປົ້າໃຫຍ່ອອກ ການອ່ານຄ່າຂອງບາໂລແມັດນີ້ຕ້ອງອາໄສ ມາດຕາສ່ວນຂະຫຍາຍຂຶ້ນລົງຂອງ

ຮູບ ບາໂລແມັດຂໍ

vບາໂລແມັດແອ່ງ

ແມ່ນອຸປະກອນຊະນິດໜື່ງທີ່ມີການນຳໃຊ້ຢ່າງແຜ່ຫຼາຍໃນການວັດແທກຄວາມກົດດັນຂອງບັນຍາກາດ

ອຸປະກອນຊະນິດນີ້ເຮັດດ້ວຍຫຼອດແກ້ວຍາວປະມານ 80 ຫາ 90ຊັງຕີແມັດ ຢູ່ໃນຂ້າງໃນນັ້ນເພີ່ນບັນຈຸນ້ຳບາຫຼອດໃສໄວ້ ນ້ຳບາຫຼອດຢູ່ໃນຫຼອດແກ້ວນັ້ນຈະລົດຕ່ຳລົງເທົ່າກັບແຮງຄວາມດັນຂອງບັນຍາກາດທີ່ມີຕໍ່ນ້ຳບາຫຼອດ ໃນແອ່ງນັ້ນຄືມີຄວາມສູງປະມານ 760ມິລິບາ ຖ້າຄວາມກົດດັນຂອງບັນຍາກາດມີການປ່ຽນແປງໄປລະດັບຂອງນ້ຳບາຫຼອດໃນຫຼອດແກ້ວນັ້ນກໍຈະມີການປ່ຽນແປງໄປດ້ວຍ

ຮູບ ບາໂລແມັດແອ່ງ

2.ບາໂລແມັດໂລຫະ

ແມ່ນອຸປະກອນສຳລັບວັດແທກຄວາມດັນຂອງບັນຍາກາດຊະນິດໜື່ງທີ່ເຮັດດ້ວຍໂລຫະ ແທນທີ່ຈະເຮັດ

ດ້ວຍຫຼອດແກ້ວ ບາໂລແມັດຊະນິດນີ້ມີຫຼາຍຊະນິດນຳກັນຄື

vບາໂຮແມັດກັບ

ເຮັດດ້ວຍສູນຍາກາດແປໆ ດ້ານລຸ່ມຖຶກຍືດຕິດກັບແທ່ນໄວ້ ສຳລັບປາຍອີກດ້ານໜື່ງຖຶກຕິດກັບເຂັມຊີ້ ແລະ ພັນຮອບໝາກລໍ້ໄວ້ ເມື່ອອາກາດດັນລົງໃສ່ແອບສູນຍາກາດ ມັນຈະເຮັດໃຫ້ແອບດັ່ງກ່າວໂພງອອກ ແລະ ແວບເຂົ້າ ຖ້າວ່າຄວາມກົດດັນຫາກຄ່ອຍລົງແອບໂລຫະນັ້ນຈະໂພງອອກແລະເຮັດໃຫ້ປາຍຄານຫຍັບເຂົ້າ ພ້ອມດຽວກັນນີ້ໃຍສະປິງທີ່ຍຶດຕິດໝາກລໍ້ໄວ້ກໍຈະໝູນລູກໝາກລໍ້ມ້ວນໂສ້ເຂົ້າ ແລະການໝູນປີ່ນໄປ ກັບຂອງເຂັມຊີ້ນັ້ນຈະບອກຄ່າຄວາມກົດດັນຂອງບັນຍາກາດຢູ່ເທີງແຜ່ນມາດຕາສ່ວນຕາມສະພາບຄວາມກົດດັນຕ່ຳຫຼືສູງ.

ຮູບ ບາໂຮແມັດ ແລະ ຮູບສະແດງສ່ວນປະກອບຕ່າງໆຂອງມັນ

vບາໂຮກຣາບ

ແມ່ນອຸປະກອນວັດແທກຄວາມກົດດັນຂອງບັນຍາກາດຊະນິດໜື່ງທີ່ຖຶກດັດແປງມາຈາກບາໂຮແມັດແອບແລະເປັນອຸປະກອນທີ່ສາມາດບັນທຶກຄ່າຄວາມກົດດັນຂອງບັນຍາກາດໄດ້ເອງ ມັນປະກອບດ້ວຍແອບວັດແທກສູນຍາກາດແປໆຫຫຼາຍອັນ ທີ່ໄດ້ຍຶດຕິດກັບແທ່ນຂອງເຄື່ອງ ແລະ ແຜ່ນຍຶດຂອງແອບທີ່ຢູ່ເທິງສຸດ ເມື່ອຄວາມກົດດັນຂອງບັນຍາກາດມີການປ່ຽນແປງມັນກໍຈະເຮັດໃຫ້ແອບໂລຫະແວບເຂົ້າ ຫຼື ໂພງອອກເນື່ອງຈາກວ່າກະບັງດັ່ງກ່າວໝູນປີ່ນອ້ອມຕົວມັນເອງ ໂດຍໃຊ້ເວລາ 24ຊົ່ວໂມງ ເຮັດໃຫ້ຮອຍເສັ້ນຂີດເທີງບັ້ງກະດານກຣາບນັ້ນຫັນຂື້ນຕາມສະພາບຄວາມແຮງຂອງຄວາມກົດດັນ

ຮູບ ບາໂລກຣາບ

vບາໂລແມັດໜ້າປັດ

ແມ່ນອຸປະກອນວັດແທກຄວາມກົດດັນຂອງບັນຍາກາດອີກຊະນິດໜື່ງທີ່ມີການນຳໃຊ້ຢ່າງແຜ່ຫຼາຍໃນປະຈຸບັນ ແຕ່ບາຊະນິດນີ້ມີຮູບລັກສະນະຄືໜ່ວຍໂມງ ເທິງໜ້າປັດເພີ່ນຂີດເສັ້ນມາດຕາສ່ວນໄວ້ ແລະ ໝາຍເລກຕົວອັກສອນເພື່ອບອກໃຫ້ຮູ້ເຖິງລະດັບຕ່ຳ ຫຼື ສູງຂອງສະພາບອາກາດ ສຳລັບບາໂລແມັດນີ້ເພີ່ນຍັງໃຊ້ເຂົ້າໃນການວັດແທກຄວາມສູງອີກສະເພາະແມ່ນໃນວຽກງານການບິນຕ້ອງໃຊ້ເປັນປະຈຳເພື່ອຕິດຕາມກວດກາວ່າເຮືອບິນນັ້ນບິນໃນຄວາມສູງຄວາມຕ່ຳເທົ່າໃດ

ຮູບຄວາມກົດດັນຂອງບັນຍາກາດໃນເດືອນມັງກອນ

คำสำคัญ (Tags): #ບັນ​ຍາ​ກາດ
หมายเลขบันทึก: 628826เขียนเมื่อ 25 พฤษภาคม 2017 14:51 น. ()แก้ไขเมื่อ 25 พฤษภาคม 2017 14:51 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท