ການພັດທະນາທັກສະການວັດແທກລວງຍາວໂດຍເນັ້ນການສອນແບບແກ້ໄຂບັນຫາດ້ວຍນຳໃຊ້ຕາຕະລາງ ສຳລັບນັກຮຽນຂັ້ນ ປ 5 ທີ່ໂຮງຮຽນປະຖົມສົມບູນເທດສະບານ ເມືອງຕະໂອ້ຍ ແຂວງສາລະວັນສົກຮຽນ 2015-2016


ບົດນຳ

  • ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

ຄະນິດສາດເປັນເຄື່ອງມືທີ່ສຳຄັນ ໃນການພັດທະນາສັກກາຍະພາບທາງສະໜອງໃນດ້ານການຄົ້ນຄິດ ການໃຫ້ເຫດຜົນ ແລະ ການແກ້ບັນຫາຢ່າງມີລະບົບ ຄະນິດສາດຍັງເປັນຄວາມຮູ້ພື້ນຖານຂອງວິທະຍາການຂະແໜງໜຶ່ງຕ່າງໆ ເປັນເຄື່ອງມືທີ່ນຳຄວາມຈະເລີນກ້າວໜ້າ ທາງດ້ານວິທະຍາສາດ, ເທັກໂນໂລຊີ, ເສດຖະກິດ ແລະ ສັງຄົມ ຕະຫຼອດຈົນເປັນພື້ນຖານຂອງການຄົ້ນຄວ້າວິໄຈ ທຸກປະເພດ ຄະນິດສາດ ຍັງເປັນປັດໃຈທີ່ສຳຄັນທີ່ສຸດໃນການພັດທະນາຄຸນະພາບຂອງມະນຸດເພາະວ່າຄະນິດສາດຊ່ວຍພັດທະນາຄວາມຄິດໄດ້ຢ່າງມີລະບົບ, ມີເຫດຜົນ, ແກ້ບັນຫາໄດ້ຢ່າງມີປະສິດທິພາບ ແລະ ສາມາດນຳໃຊ້ເປັນເຄື່ອງມືໃນການຮຽນຮູ້ວິຊາອື່ນໆອີກດ້ວຍ ການວັດແທກລວງຍາວທາງຄະນິດສາດແມ່ນສະຖານະການ ຫຼື ຄຳຖາມທີ່ປະກອບດ້ວຍພາສາຄຳເວົ້າ ແລະ ຕົວເລກ ເຊິ່ງຕ້ອງການຫາຄຳຕອບອອກມາໃນຮູບແບບຕ່າງໆເຊັ່ນ: ລວງຍາວ, ລວງກວ້າງ, ລວງສູງ, ໄລຍະຫ່າງ, ລວງຮອບ, ລະດັບສູງ, ຄວາມໝາ ໂດຍຜູ້ວັດແທກຈະຕ້ອງອາໄສ ຄວາມຮູ້ ຄວາມເຂົ້າໃຈທັກສະ ແລະ ປະສົບການທີ່ມີຢູ່ໃນເຄື່ອງມື ຕັດສິນ ການວັດແທກນັ້ນຢ່າງມີຂະບວນການທີ່ເໝາະສົມທີ່ສຸດ.

ການຈັດການຮຽນ-ການສອນເລື່ອງການພັດທະນາທັກສະການວັດແທກລວງຍາວແມ່ນມີຄວາມສຳຄັນຕໍ່ການຮຽນຮູ້ໃນວິຊາຄະນິດສາດຢ່າງຫຼວງຫຼາຍ ໂດຍສະເພາະບົດຮຽນທີ 29 ການວັດແທກລວງຍາວຍິ່ງມີຄວາມສຳຄັນເພື່ອໃຫ້ຜູ້ຮຽນຊອກເຄື່ອງມືຕ່າງໆທີ່ມີຄວາມເໝາະສົມ ເຂົ້າໃນການວັດແທກລວງຍາວໄດ້ຖືກຕ້ອງ ແລະ ຊັດເຈນ ນັກຮຽນໄດ້ພັດທະນາການຄົ້ນຄິດຊອກຫາເຄື່ອງມືຕ່າງໆໃຫ້ມີຄວາມເໝາະສົມເຂົ້າໃນການວັດແທກລວງຍາວທີ່ຫຼາກຫຼາຍໂດຍຜ່ານກິດຈະກຳຕ່າງໆທີ່ຄູສ້າງຂຶ້ນມາ ການພັດທະນາທັກສະການວັດແທກລວງຍາວ ໂດຍຜ່ານກິດຈະກຳຕາມປຶ້ມແບບຮຽນໄດ້ຢ່າງຖືກຕ້ອງອັນໜຶ່ງມາຈາກຫຼາຍສາຍເຫດຄື: ນັກຮຽນຂາດທັກສະພື້ນຖານວັດແທກ ພື້ນຖານການຮຽນຮູ້ຂອງນັກຮຽນກ່ຽວກັບຕາຕະລາງການພົວພັນລະຫວ່າງຫົວໜ່ວຍ ບໍ່ໝັກແໜ້ນໂດຍສະເພາະແມ່ນການປ່ຽນຫົວໜ່ວຍ ນັກຮຽນຂາດທັກສະໃນການປ່ຽນຫົວໜ່ວຍຕ່າງໆ ເຂົ້າໃນຕາຕະລາງການວັດແທກ.

ສະນັ້ນ ການວັດແທກລວງຍາວມັນມີຄວາມສໍາຄັນໃນການດໍາລົງຊີວິດປະຈໍາວັນເຊັ່ນ: ການຕັດເຄື່ອງຫົ່ມ,ການເຮັດທາງ, ການຊື້ດິນປຸກສ້າງ ແລະ ອື່ນໆ ແມ່ນໄດ້ນຳໃຊ້ການວັດແທກລວງຍາວເຂົ້າວຽກງານນັ້ນ.

ດັ່ງນັ້ນ ຜູ້ວິໄຈຈິ່ງມີຄວາມສົນໃຈໃນເລື່ອງ: ພັດທະນາທັກສະການວັດແທກລວງຍາວຂອງນັກຮຽນເພື່ອໃຫ້ນັກຮຽນມີຄວາມຮູ້ພື້ນຖານໃນການວັດແທກລວງຍາວ ແລະ ສຶກສາເອກະສານວິທີສອນ, ເທັກນິກການສອນ, ຮູບແບບຈັດກິດຈະກຳການຮຽນ-ການສອນໃນຫ້ອງຮຽນຂ້າພະເຈົ້າຄິດວ່າວິທີສອນແບບແກ້ໄຂບັນຫາ ເປັນວິທີສອນທີ່ຜູ້ສອນກະຕຸ້ນຜູ້ຮຽນແກ້ບັນຫາຢ່າງມີເຫດຜົນ ໂດຍອາໄສມະໂນພາບກົດເກນຂໍ້ສະຫຼຸບ, ປະສົບການ, ຄວາມຮູ້ ຄວາມຊຳນິຊຳນານທີ່ກ່ຽວຂ້ອງກັບເລື່ອງນັ້ນ. ໃນການພິຈາລະນາບັນຫານັ້ນຈະຕ້ອງມີຂັ້ນຕອນ ຜູ້ສອນຈະຕ້ອງພະຍາຍາມຊ່ວຍຜູ້ຮຽນໃຫ້ຜູ້ຮຽນເຂົ້າໃຈບັນຫານັ້ນຢ່າງຈະແຈ້ງເສຍກ່ອນວ່າໂຈດບອກອັນໃດ, ໂຈດຕ້ອງການອັນໃດ ເມື່ອພິຈາລະນາບັນຫານັ້ນແລ້ວ ກໍ່ແຍກບັນຫານັ້ນອອກມາເປັນຂໍ້ຍ່ອຍດ້ວຍການວິເຄາະຂໍ້ມູນຕ່າງໆທີ່ໂຈດບອກກໍ່ຈະເປັນແນວທາງໃນການຕອບບັນຫາ ແລະ ສະຫຼຸບບັນຫານັ້ນໄດ້ ເມື່ອໄດ້ຜົນອອກມາແລ້ວຜູ້ສອນຄວນຈະໃຫ້ຜູ້ຮຽນຮູ້ຈັກກວດສອບເບີ່ງວ່າ ຜົນທີ່ໄດ້ຮັບຖືກຕ້ອງຕາມຂໍ້ມູນທີ່ກຳນົດໃຫ້ມາ ຫຼື ບໍ່ ອາດຈະກວດຄືນຈາກຜົນໄປສູ່ເຫດ ຫຼື ກວດຈາກເຫດໄປສູ່ຜົນກໍ່ໄດ້ ແລ້ວແຕ່ຄວາມເໝາະສົມຂອງເນື້ອໃນ ແລະ ມັນກໍ່ເປັນວີທີການສອນໜຶ່ງທີ່ຊ່ວຍນັກຮຽນຈະຕ້ອງມີການແກ້ບັນຫາ, ຜູ້ຮຽນຮູ້ຈັກວິເຄາະ ແລະ ຄິດແກ້ບັນຫາ ເຮັດໃຫ້ຜູ້ຮຽນມີໂອກາດສະແດງອອກດ້ວຍການຄິດທີ່ຫຼາກຫຼາຍ ແລະ ມີສ່ວນຮ່ວມໃນການສອນ-ການຮຽນ ເພື່ອພັດທະນາສັກກະຍະພາບຂອງນັກຮຽນໃຫ້ດີຂຶ້ນ.

ສະນັ້ນຈິ່ງໄດ້ຫົວຂໍ້ການວິໄຈ: ການຈັດການຮຽນ-ການສອນວິຊາຄະນິດສາດເລື່ອງ ການພັດທະນາທັກສະການວັດແທກລວງຍາວໂດຍເນັ້ນການສອນແບບແກ້ໄຂບັນຫານຳໃຊ້ດ້ວຍຕາຕະລາງຫົວໜ່ວຍສຳລັບຂັ້ນ ປ 5 ທີ່ໂຮງຮຽນປະຖົມສົມບູນເທດສະບານ ເມືອງ ຕະໂອ້ຍ ແຂວງສາລະວັນ ສົກຮຽນ 2015-2016. ແລະ ຄໍາຖາມການວິໄຈ:

ຂ້ອຍຈະໃຊ້ວິທີການໃດເພື່ອຊ່ວຍໃຫ້ນັກຮຽນພັດທະນາທັກສະການວັດແທກໄດ້ດີຂຶ້ນ ແລະ ການໃຊ້ແບບເຝິກຫັດການພັດທະນາທັກສະການວັດແທກລວງຍາວ ມັນຈະຊ່ວຍໃຫ້ນັກຮຽນພັດທະນາທັກສະການວັດແທກລວງຍາວໄດ້ ຫຼື ບໍ ?

2.ຈຸດປະສົງ:

-ເພື່ອປຽບທຽບຜົນການຮຽນວິຊາຄະນິດສາດເລື່ອງຫົວໜ່ວຍການວັດແທກລວງຍາວຂອງນັກຮຽນໂດຍນໍາ

ໃຊ້ວິທີສອນ ແກ້ໄຂບັນຫາ.

-ເພື່ອໃຫ້ນັກຮຽນສາມາດປ່ຽນຫົວໜ່ວຍວັດແທກລວງຍາວໃນຕາຕະລາງໄດ້

3. ປະໂຫຍດທີ່ຄາດວ່າຈະໄດ້ຮັບ

ນັກຮຽນຂັ້ນປະຖົມສຶກສາຫ້ອງ ປ 5 ຈໍານວນ 3 ທ່ານ, ຍິງ 1 ທ່ານ ນຳໃຊ້ການວັດແທກເຂົ້າໃນຊີວິດປະຈຳວັນໄດ້.

4.ວິທີດໍາເນີນການວິໄຈ

1. ປະຊາກອນ ແລະ ກຸ່ມຕົວຢ່າງ

ປະຊາກອນ: ນັກຮຽນປະຖົມສຶກສາຂັ້ນ ປ 5 ຂອງໂຮງຮຽນປະຖົມສົມບູນເທດສະບານ ເມືອງຕະໂອ້ຍ ແຂວງສາລະວັນ ມີຈໍານວນ 45 ທ່ານ, ຍິງ 20 ທ່ານ.

ກຸ່ມຕົວຢ່າງ: ນັກຮຽນປະຖົມສຶກສາຂັ້ນ ປ 5 ຂອງໂຮງຮຽນປະຖົມສົມບູນເທດສະບານ ເມືອງຕະໂອ້ຍ ແຂວງສາລະວັນ ມີຈໍານວນ 3 ທ່ານ, ຍິງ 1 ທ່ານ

2. ເຄື່ອງມືທີ່ໃຊ້ໃນການວິໄຈ

1. ເຄື່ອງມືແກ້ໄຂບັນຫາ

ໃນການເຮັດວິໄຈຄັ້ງນີ້ຜູ້ວິໄຈນໍາໃຊ້ເຄື່ອງມືແກ້ໄຂບັນຫາດັ່ງນີ້:

ແຜນການສອນ 1 ບົດ ໂດຍນຳໃຊ້ວິທີສອນແກ້ໄຂບັນຫາ, ຕາຕະລາງຫົວໜ່ວຍ ປະກອບເປັນສື່ການສອນ

ບົດທົດສອບຈຳນວນ 2 ຂໍ້ , ທົດສອບກ່ອນຮຽນ ແລະ ຫຼັງຮຽນ

2. ເຄື່ອງມືໃນການເກັບກໍາຂໍ້ມູນ

ໃນການເຮັດວິໄຈຄັ້ງນີ້ຜູ້ວິໄຈນໍາໃຊ້ເຄື່ອງມືເກັບກໍາຂໍ້ມູນດັ່ງນີ້:

ບົດສຳພາດນັກຮຽນກຸ່ມເປົ້າໝາຍຈຳນວນ 8 ຂໍ້

ບົດສໍາພາດຄູປະຈໍາຫ້ອງຈໍານວນ 6 ຂໍ້

ບົດທົດສອບຈຳນວນ 2 ຂໍ້ ,ທົດສອບກ່ອນຮຽນ ແລະ ຫຼັງຮຽນ

3. ການເກັບກໍາລວບລວມຂໍ້ມູນ

ການເກັບລວບລວມຂໍ້ມູນທາງຂ້າພະເຈົ້່າໄດ້ດໍາເນີນຕາມຂັ້ນຕອນດັ່ງນີ້:

ນຳໃບສະເໜີເລື່ອງການວິໄຈໃນຫ້ອງຮຽນໃຫ້ອຳນວຍການໂຮງຮຽນສົມບູນເທດສະບານ ເມືອງຕະໂອ້ຍ

ແຂວງສາລະວັນເພື່ອເກັບກຳຂໍ້ມູນນຳນັກຮຽນ ປ 5

ວິເຄາະຜູ້ຮຽນ

ວິເຄາະດ້ານເນື້ອໃນບົດຮຽນຂັ້ນຕອນດຳເນີນການມີດັ່ງນີ້:

ຂັ້ນອອກແບບ

ແບບທົດສອບວັດຄວາມຮູ້ກ່ຽວກັບການວັດແທກລວງຍາວກ່ອນຮຽນ ແລະ ຫຼັງຮຽນ

ສຶກສາເອກະສານກ່່ຽວກັບວິທີສອນແບບແກ້ໄຂບັນຫາ

ຂັ້ນດຳເນີນການມີດັ່ງນີ້

ເຮັດການທົດສອບກັບນັກຮຽນຫ້ອງ ປ 5 ໂດຍໃຫ້ແບບທົດສອບກ່ອນຮຽນກ່ຽວກັບການລົບເລກມີຈື່ແລ້ວ

ບັນທຶກຄະແນນໄວ້.

ຂ້າພະເຈົ້ານຳເອົາແຜນການສອນທີ່ໄດ້ນຳໃຊ້ວິທີສອນແກ້ໄຂບັນຫາມາສອນນັກຮຽນຫ້ອງ ປ 5

ເຮັດການທົດສອບອີກຄັ້ງໂດຍໃຫ້ນັກຮຽນເຮັດການທົດສອບຫຼັງຮຽນໂດຍທີ່ຂໍ້ສອບຈະມີການປັບປຸງບາງຂໍ້

ຈາກຂໍ້ສອບກ່ອນຮຽນເພື່ອໃຫ້ສອດຄ່ອງກັບພັດທະນາການຂອງນັກຮຽນ

4.ວິທີວິເຄາະຂໍ້ມູນ ແລະ ສະຖິຕິທີ່ໃຊ້

ເຮັດການວິເຄາະຂໍ້ມູນລຸ່ມນີ້

-ວິເຄາະຜົນຈາກຄະແນນທີ່ໄດ້ຈາກການເຮັດແບບທົດສອບກ່ອນຮຽນ

-ວິເຄາະຜົນຈາກຄະແນນທີ່ໄດ້ຈາກແບບທົດສອບຫຼັງຮຽນ

-ນຳຄະແນນທັງໝົດມາປຽບທຽບການພັດທະນາການ

ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນມີດັ່ງນີ້:

ຄ່າສະເລ່ຍ

ຜົນການວິເຄາະຂໍ້ມູນຕາມຕາຕະລາງລຸ່ມນີ້:

ຕາຕະລາງ 1 ບັນທຶກຄະແນນຜົນການທົດສອບນັກຮຽນກ່ອນຮຽນ ແລະ ຫຼັງການຮຽນ

ລ.ດ

ຊື່ແລະນາມສະກຸນ

ຄະແນນ

ຄວາມກ້າວໜ້າ

ກ່ອນການຮຽນ

ຫຼັງການຮຽນ

1

ນ. ອຸຫຼີ ຫຼອຍວັນໄຊ

4

6

2

2

ທ. ທອງດີ ແກ້ວຊົມພູ

3

5

2

3

ທ. ເພັດແສງຈະເລີນ

3

6

3

ລວມ

10

17

7

ສະເລ່ຍ

3,33

5,66

2,33

ຈາກຕາຕະລາງບັນທຶກຄະແນນ ຜົນການການທົດສອບນັກຮຽນກ່ອນ ແລະ ຫຼັງການຮຽນສະຫຼຸບໄດ້ວ່າ:

ນັກຮຽນກຸ່ມຕົວຢ່າງ 3 ຄົນ, ຍິງ 1 ຄົນ ມີຄະແນນກ່ອນການຮຽນແມ່ນ (4+3+3=103=3,33) ແລະ ສະເລ່ຍກ່ອນຫຼັງຮຽນ ( 6+5+6=17 ) ສາເຫດທີ່ເລືອກ 3 ຄົນມາເປັນກຸ່ມຕົວຢ່າງຍ້ອນວ່າຜົນການທົດສອບກ່ອນການຮຽນແມ່ນບໍ່ໄດ້ຄາດໝາຍ ແຕ່ຖ້າທຽບໃສ່ຫຼັງຮຽນແມ່ນເຂົາມີຄວາມກ້າວໜ້າໃນການຮຽນໃນລະດັບປານກາງ ເຖິງວ່ານັກຮຽນໃນກຸ່ມຕົວຢ່າງມີຄວາມກ້າວໜ້າ ຖ້າທຽບໃສ່ເມື່ອກ່ອນການຮຽນແຕ່ຍັງບໍ່ໄດ້ຄາດໝາຍຢູ່ໃນຂະນະດຽວກັນນັ້ນ, ນັກຮຽນໃນກຸ່ມຕົວຢ່າງ ເຂົາກໍ່ມີຜົນການຮຽນວິຊາຄະນິດສາດໃນລະດັບປານກາງ.

ສະຫຼຸບແລ້ວ ຄະແນນການສອບຫຼັງການຮຽນແມ່ນສູງກວ່າຄະແນນການສອບກ່ອນການຮຽນເຊິ່ງສະແດງໃຫ້ເຫັນໃນຜົນການສອບກ່ອນການຮຽນມີຄະແນນສະເລ່ຍ 3,33 ແລະ ຜົນການສອບຫຼັງການຮຽນ ມີຄະແນນສະເລ່ຍ 5,66

5. ສະຫຼຸບຜົນ, ອະພິປາຍຜົນ ແລະ ຂໍ້ສະເໜີແນະ

5.1 ສະຫຼຸບຜົນ

ຈາກການດໍາເນີນການວິໄຈໃນເລື່ອງ: ການພັດທະນາທັກສະການວັດແທກລວງຍາວໂດຍເນັ້ນການສອນແບບແກ້ໄຂບັນຫານຳໃຊ້ດ້ວຍຕາຕະລາງຫົວໜ່ວຍສຳລັບຂັ້ນ ປ 5 ທີ່ໂຮງຮຽນປະຖົມສົມບູນເທດສະບານ ເມືອງ ຕະໂອ້ຍ ແຂວງສາລະວັນ ສົກຮຽນ 2015-2016. ການວິໄຈຄັ້ງນີ້ ເພື່ອປຽບທຽບຜົນການຮຽນວິຊາຄະນິດສາດເລື່ອງການວັດແທກລວງຍາວຂອງນັກຮຽນໂດຍນຳໃຊ້ວິທີສອນແກ້ໄຂບັນຫາ. ເພື່ອໃຫ້ນັກຮຽນສາມາດປ່ຽນຫົວໜ່ວຍວັດແທກລວງຍາວໃນຕາຕະລາງໄດ້. ປະຊາກອນໃນການວິໄຈຄັ້ງນີ້ ໄດ້ແກ່ ນັກຮຽນປະຖົມສຶກສາຂັ້ນ ປ 5 ຈໍານວນ 45 ຄົນ, ຍິງ 28 ຄົນ. ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈໄດ້ແກ່ນັກຮຽນປະຖົມສຶກສາຂັ້ນ ປ 5 ຈໍານວນ 3 ຄົນ, ຍິງ 1 ຄົນ. ເຄື່ອງມືທີ່ໃຊ້ໃນການເກັບກໍາຂໍ້ມູນໄດ້ແກ່, ບົດສອນ 1 ບົດ, ແບບສຳພາດນັກຮຽນຈຳນວນ 8 ຂໍ້, ແບບສໍາພາດຄູຈໍານວນ 6 ຂໍ້, ບົດທົດສອບກ່ອນ ແລະ ຫຼັງຈຳນວນ 2 ຂໍ້, ສະຖິຕິທີ່ໃຊ້ໃນການວິໄຈໄດ້ແກ່ ຄ່າສະເລ່ຍ.

ຜົນການວິໄຈພົບວ່າ:

ຄະແນນການສອບຫຼັງການຮຽນແມ່ນສູງກວ່າຄະແນນການສອບກ່ອນການຮຽນເຊິ່ງສະແດງໃຫ້ເຫັນໃນຜົນການສອບກ່ອນການຮຽນມີຄະແນນສະເລ່ຍ 3,33 ແລະ ຜົນການສອບຫຼັງການຮຽນ ມີຄະແນນສະເລ່ຍ 5,66

ນັກຮຽນນຳໃຊ້ຕາຕະລາງຫົວໜ່ວຍໃນການປ່ຽນຫົວໜ່ວຍດີຂຶ້ນເລື້ອຍໆ

5.2 ອະພິປາຍຜົນ

ຈາກການນໍຳເອົາວິທີການສອນແບບແກ້ໄຂບັນຫາໂດຍນໍາໃຊ້ຕາຕະລາງຫົວໜ່ວຍວັດແທກໄປທົດລອງໃຊ້ກັບການຈັດການຮຽນ-ການສອນວິຊາຄະນິດສາດເລື່ອງການພັດທະນາທັກສະ ແລະ ການວັດແທກລວງຍາວ ເຊິ່ງປະກອບມີ 1 ກິດຈະກຳ ກໍໄດ້ເຮັດການທົດສອບກ່ອນ ແລະ ຫຼັງການຮຽນໄດ້ສະແດງໃຫ້ເຫັນວ່າຜົນການທົດສອບກ່ອນການຮຽນຂອງນັກຮຽນແຕ່ລະຄົນມີຜົນການຮຽນຕໍ່າໂດຍສະເພາະນັກຮຽນກຸ່ມຕົວຢ່າງ 3 ຄົນໄດ້ຄະແນນສະເລ່ຍພຽງແຕ່ 3,33 ແລະ ຫຼັງການຮຽນນັກຮຽນມີຜົນການຮຽນໃນລະດັບປານກາງໂດຍສະເພາະແມ່ນໃຫ້ເຫັນວ່າຜົນຂອງການເອົາວິທີສອນແບບແກ້ໄຂບັນຫາໂດຍນຳໃຊ້ຕາຕະລາງວັດແທກໄປທົດລອງໃຊ້ກັບການຈັດການຮຽນ-ການສອນວິຊາຄະນິດສາດເລື່ອງການພັດທະນາທັກສະ ແລະ ການວັດແທກລວງຍາວແມ່ນມີຄວາມສອດຄ່ອງກັບຕົວຜຸ້ຮຽນ ແລະ ມີຄວາມເໝາະສົມກ່ຽວກັບເນື້ອໃນຂອງບົດຮຽນຍ້ອນວ່ານັກຮຽນມີຄວາມຫ້າວຫັນແກ້ໄຂບັນຫາໂດຍນຳໃຊ້ຕາຕະລາງຫົວໜ່ວຍວັດແທກຢ່າງເປັນຂະບວນຟົດຟື້ນ ນັກຮຽນໄດ້ມີການສົນທະນາ ແລະ ມີຄວາມສະໜິດສະໜົມກັນສະແດງໃຫ້ເຫັນຢ່າງຈະແຈ້ງຄືນັກຮຽນໃນກຸ່ມຕົວຢ່າງມີຄວາມສາມາດເອົາຈຳນວນໃສ່ຕາຕະລາງຫົວໜ່ວຍໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບງານວິໄຈຂອງ (ສີລິພອນ ທິບຄົງ, 2545 ) ທີ່ກ່າວວ່າ ບັນຍາກາດທີ່ຊ່ວຍສົ່ງເສີມຄວາມຄິດສ້າງສັນໄດ້ແກ່ການເປີດໂອກາດໃຫ້ຜູ້ຮຽນຄິດ ແລະ ນໍາສະເໜີແນວຄິດຂອງຕົນເອງຢ່າງອິດສະຫຼະພາຍໃຕ້ການໃຫ້ຄໍາປືກສາ ແລະ ແນະນໍາຈາກຜູ້ສອນການຈັດກິດຈະກໍາການຮຽນຮູ້ ຄວນເລີ່ມຈາກການນໍາສະເໜີບັນຫາທີ່ໜ້າສົນໃຈເໝາະສົມກັບໄວຂອງຜູ້ຮຽນ ທ້າທາຍຄວາມຄິດ ໃຫ້ຜູ້ຮຽນໄດ້ຮ່ວມກັນແກ້ບັນຫາ ສະແດງຄວາມຄິດເຫັນ ຮ່ວມກັນອະພິປາຍໃຫ້ໄດ້ແນວຄິດໃນການແກ້ໄຂບັນຫາທີ່ສົມບູນ ແລະ ຫຼາກຫຼາຍຂະບວນການສອນຂອງຄູເປັນລະບົບເຮັດໃຫ້ນັກຮຽນເຂົ້າໃຈຄວາມຄິດລວມຍອດທາງຄະນິດສາດ ນັກຮຽນໄດ້ມີໂອກາດໃນການຄິດແກ້ໄຂບັນຫາ, ນັກຮຽນແຕ່ລະຄົນນັ້ນສາມາດເຂົ້າໃຈເນື້ອໃນທີ່ສຳຄັນຂອງເລື່ອງທີ່ຮຽນໄດ້ດີຂຶ້ນຕົວຢ່າງໃນການຈັດການຮຽນ-ການສອນການວັດແທກລວງຍາວຂ້າພະເຈົ້າໄດ້ໃຊ້ຮູບແບບການນຳໃຊ້ຕາຕະລາງຫົວໜ່ວຍສັງເກດເຫັນວ່ານັກຮຽນມີຄວາມກະຕືລືລົ້ນໃນການຮ່ວມມືກັບຄູ ສະນັ້ນ ເຮັດໃຫ້ນັກຮຽນສາມາດຮຽນເລື່ອງການວັດແທກລວງຍາວໄດ້ດີຂຶ້ນ.

ຜ່ານການສິດສອນໃນບົດນີ້ໂດຍນໍາໃຊ້ວິທີສອນແກ້ໄຂບັນຫາໂດຍນໍາຕາຕະລາງສັງເກດເຫັນນັກຮຽນໝົດທຸກຄົນພາກັນແກ້ໄຂບັນຫາທີ່ຄູໃຫ້ເຮັດໂດຍນຳຕາຕະລາງແມ່ນເຮັດໄດ້ດີ ອາດເປັນເພາະວ່າໃນການນຳໃຊ້ວິທີສອນແບບນີ້ນັກຮຽນສາມາດແກ້ບັນຫາໂດຍຕົນເອງ, ວິເຄາະບັນຫາ, ຫາທາງແກ້ໄຂບັນຫາ ແລະ ຂໍ້ສະຫຼຸບ ໃນເວລາຄູສອນໄດ້ໃຫ້ນັກຮຽນນຳໃຊ້ຕາຕະລາງຫົວໜ່ວຍເປັນຫຼັກເຂົ້າໃນການແຈກຫົວໜ່ວຍຕ່າງໆ ນັກຮຽນກໍ່ມີການພັດທະນາຂຶ້້ນເປັນເທື່ອລະກ້າວ ເຊິ່ງສອດຄ່ອງກັບທິດສະດີຂອງ ຈອນບຣູເນີ(ກະຊວງສຶກສາທິການ,2009:110) ” ການທີ່ເດັກຈະຮຽນຮູ້ຢ່າງມີປະສິດທິພາບ ເຂົາຄວນຈະໄດ້ຮ່ວມໃນການຄົ້ນພົບ ຫຼື ຂະບວນການແກ້ບັນຫາດ້ວຍຕົນເອງ, ການຈົດຈຳຄວາມຈິງ ຫຼື ກົດເກນຕ່າງໆໃນຄະນິດສາດມີຄວາມຈຳເປັນໃນບາງກໍລະນີເທົ່ານັ້ນ ເຊັ່ນ ກໍລະນີສິ່ງເຫຼົ່ານັ້ນຈຳເປັນຕ້ອງໃຊ້ເພື່ອໃຫ້ໄດ້ຄຳຕອບຂອງບັນຫາ”

3.ຂໍ້ສະເໜີແນະ:

ຄວນນຳໄປເຜີຍແຜ່ໃຫ້ຄູອາຈານໃນໂຮງຮຽນບ່ອນທີ່ຜູ້ວິໄຈດຳເນີນການສອນພ້ອມທັງມີການຖອດຖອນບົດຮຽນໃຫ້ເລິກເຊິ່ງ ແລະ ຄວນຈັດຕັ້ງການເຮັດການວິໄຈໃນໂຮງຮຽນນຳອີກດ້ວຍ.

ຄວນມີການຈັດຕັ້ງການເຝິກອົບຮົມການວິໄຈພາກປະຕິບັດ ແລະ ຈັດຕັ້ງການວິໄຈໃນໂຮງຮຽນປະຖົມໃຫ້ທົ່ວເຖິງ.

ເອກະສານອ້າງອີງ

ທອງເຄນ ຄຳສຸກຖາວົງ,ພິມມະສອນ ວໍໍລະຍຸດ, 2009, ວິທີສອນຄະນິດສາດ 1. ພິມຄັ້ງທີ1 .ກະຊວງສຶກສາທິການ,ກົມສ້າງຄູ, ສູນພັດທະນາຄູ, ພິມທີ່ Nhan Dan Printing House HCMC

ອຸທິດ ທິບມະນີ ( ສ.ວ.ສ ) ແລະ ຄະນະ. ແບບຮຽນຄະນິດສາດຊັ້ນປະຖົມປີທີ 5. ພິມຄັ້ງທີ 1.ພິມທີ່ໂຮງພິມ Pitambra Books Pvt.Ltd.,B-95,Bijoli industrial Area,PIN-284001, Jhansi,Uttar Pradesh,INDIAD

ອຸທິດ ທິບມະນີ ( ສ.ວ.ສ ) ແລະ ຄະນະ. ຄູ່ມືຄູຄະນິດສາດຊັ້ນປະຖົມປີທີ 5. ພິມຄັ້ງທີ 1.ພິມທີ່ໂຮງພິມ Pitambra Books Pvt.Ltd.,B-95,Bijoli industrial Area,PIN-284001, Jhansi,Uttar Pradesh,INDIAD

หมายเลขบันทึก: 616528เขียนเมื่อ 4 ตุลาคม 2016 13:56 น. ()แก้ไขเมื่อ 4 ตุลาคม 2016 13:56 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท