ບົດທີ 2 ການວັດຜົນ ປະເມີນຜົນທີ່ເນັ້ນຜູ້ຮຽນເປັນໃຈກາງ


ບົດທີ 2

ການວັດຜົນ ປະເມີນຜົນທີ່ເນັ້ນຜູ້ຮຽນເປັນໃຈກາງ

  • 1.ການປະເມີນຜົນທີ່ສອດຄ່ອງກັບການຮຽນການສອນ
  • ການປະເມີນຜົນສຳເລັດຂອງການຈັດຂະບວນການຮຽນຮູ້ທີ່ເນັ້ນຜູ້ຮຽນເປັນໃຈກາງເປັນການປະເມີນທີ່ມຸ່ງເນັ້ນ

ຜົນທີ່ເກີດຂຶ້ນກັບຜູ້ຮຽນເປັນສຳຄັນ ໂດຍຄູຕ້ອງສຶກສາໃນເນື້ອໃນບົດຮຽນ ແລະ ຈຸດເນັ້ນ ການປະເມີນກ່ຽວກັບພັດທະນາການຮຽນຂອງຜູ້ຮຽນ ຄວາມປະພຶດ ສັງເກດ ພຶດຕິກຳການຮຽນ ການຮ່ວມກິດຈະກຳການຮຽນຮູ້ ແລະ ການທົດສອບເພື່ອພັດທະນາສັກກະຍະພາບ ຈຸດດີ , ຈຸດອ່ອນຂອງຜູ່ຮຽນ ແລະ ກວດສອບວ່າ ຂະບວນການຮຽນຮູ້ໄດ້ພັດທະນາຜູ່ຮຽນຕາມຈຸດປະສົງຂອງການຮຽນຮູ້ທີ່ກຳນົດໄວ້ ຫຼື ບໍ ອີກທັງຜົນການຮຽນຂອງຜູ່ຮຽນຈະເປັນຕົວຊີ້ປະສິດທິພາບການສອນຂອງຄູດ້ວຍ ສະນັ້ນ ການວັດ ແລະ ປະເມີນຜົນການຮຽນຮູ້ທີ່ເນັ້ນຜູ້ຮຽນເປັນໃຈກາງຕ້ອງວັດແລະ ປະເມີນໃຫ້ຄວບຄຸມທຸກດ້ານ ທັງຂະບວນການ ແລະ ຜົນງານ ທັງດ້ານຄວາມຮູ້ ທັກສະ ແລະ ຄຸນນະທຳຂອງຜູ່ຮຽນ ແລະ ປະເມີນຕາມສະພາບຄວາມເປັນຈິງ ເຊິ່ງໃນການວັດ ແລະ ປະເມີນຜົນການຮຽນຮູ້ສາມາດປະເມີນໄດ້ຕັ້ງແຕ່ກ່ອນ ລະຫວ່າງການຮຽນການສອນ ແລະ ຫຼັງການຮຽນການສອນເຊິ່ງເປັນການປະເມີນສະຫຼຸບລວມ.

  • 1.1ຫຼັກການປະເມີນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງ
  • ຫຼັກການ 1 ຄວາມຄິດທີ່ຊັດເຈນ ແລະ ສື່ສານເຂົ້າໃຈ
  • ການປະເມີນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງຕ້ອງອາໄສຄວາມຄິດທີ່ຊັດເຈນ ແລະ ການສື່ສານໃຫ້ເຂົ້າໃຈໄດ້ຢ່າງແທ້

ຈິງ ໂດຍສາມາດໃຊ້ຄຳ, ຮູບພາບ , ການສະແດງ ຕົວຢ່າງ ແລະ ວິທີການອື່ນໆໃນການສື່ຄວາມໝາຍກ່ຽວກັບຜົນການຮຽນຂອງຜູ່ຮຽນໄດ້ ຄູຜູ່ສອນຕ້ອງມີຄວາມຄິດທີ່ຊັດເຈນກ່ຽວກັບຄວາມໝາຍຂອງຄວາມສຳເລັດທທາງວິຊາການໃນຊັ້ນຮຽນ ແລະ ສື່ສານທີ່ມີຄວາມໝາຍ ເຊິ່ງເປັນຜົນປະໂຫຍດຢ່າງແທ້ຈິງແກ່ຜູ່ຮຽນ ພໍ່ແມ່ຜູ່ປົກຄອງ ແລະ ໂຮງຮຽນດ້ວຍການໃຊ້ການປະເມີນການປະຕິບັດພ້ອມຕົວຢ່າງການປະຕິບັດຂອງຜູ່ຮຽນ.

  • ຫຼັກການ 2 ເປັນການປະເມີນໃນລະດັບຊັ້ນຮຽນ
  • ການປະເມີນການຮຽນຮູ້ເກືອບທຸກວິຊາຄູຜູ່ສອນເປັນຜູ່ດຳເນີນການ ເຊິ່ງຈະຕ້ອງອາໄສເວລາໃນການປະເມີນການຈັດ

ກິດຈະກຳການຮຽນຮູ້ທັງໝົດ ໂດຍການຕີຄວາມໝາຍຄຳຕອບ ສັງເກດການສະແດງການເຮັດກິດຈະກຳການຮຽນຮູ້ຂອງຜູ່ຮຽນ ການກວດວຽກບ້ານ ແລະ ໃຊ້ການທົດສອບຍ່ອຍໆ ເຊິ່ງເປັັນການປະເມີນທີ່ຕໍ່ເນື່ອງຕິດຕໍ່ກັນ ຄວບຄູ່ໄປກັບການຮຽນຮູ້ຂອງຜູ່ຮຽນໃນແຕ່ລະວັນ.

ຫຼັກການ 3 ຜູ່ໃຊ້ຜົນການປະເມີນທີ່ສໍາຄັນທີ່ສູດຄືຜູ່ຮຽນ

ສາລະສົນເທດຂອງການປະເມີນໃນຊັ້ນຮຽນເໜືອນແຮງກະຕຸ້ນທີ່ຈໍາເປັນກໍ່ໃຫ້ເກີດເປັນພະລັງໃນລະບົບການຮຽນຮູ້

ຂອງຜູ່ຮຽນ ຖ້າຜູ່ຮຽນໄດ້ພົບຫຼັກຖານທີ່ສະແດງວ່າ ຕົນເອງມີຄວາມສຳເລັດແລ້ວ ຜູ່ຮຽນຈະສ້າງຄວາມຫວັງໃນຄວາມສຳເລັດ ແລະ ຄາດຫວັງຄວາມສຳເລັດທີ່ສູງຂຶ້ນຕໍ່ໄປ ຫຼັກຖານດັ່ງກ່າວຈະໄດ້ຮັບຈາກຄູຜູ່ສອນທີ່ເຮັດການປະເມີນໃນລະດັບຊັ້ນຮຽນຢ່າງຕໍ່ເນື່ອງ.

ໃນທາງກົງກັນຂ້າມ ຖ້າຜູ່ຮຽນບໍ່ປະສົບຜົນສໍາເລັດເນື່ອງຈາກຂາດຄວາມຮູ້ຄວາມສາມາດຄູຜູ່ສອນຈໍາເປັນຕ້ອງປັບປ່ຽນກິດຈະກຳການຮຽນຮູ້ເພື່ອປ້ອງກັນຄວາມລົ້ມເລວຕ່າງໆ ທີ່ເກີດຂຶ້ນ ໂດຍຄົ້ນຫາວິທີການທີ່ຕ່າງໄປເພື່ອເຮັດໃຫ້ຜູ່ຮຽນມີຄວາມຫວັງຕໍ່ຄວາມສຳເລັດໃນອານາຄົດ ແລະ ຕ້ອງໃຊ້ການປະເມີນໃນຊັ້ນຮຽນຢ່າງຕໍ່ເນື່ອງເພື່ອເປີດເຜີຍຄວາມສຳເລັດຕໍ່ຜູ່ຮຽນ.

ຫຼັກການ 4 ຈຸດໝາຍການຮຽນຮູ້ທີ່ຊັດເຈນ ແລະ ເໜາະສົມ

ການປະເມີນການຮຽນຮູ້ທີ່ມີຄຸນະພາບ ສິ່ງສໍາຄັນທໍາອິດຄື ຕ້ອງນິຍາມຈຸດໝາຍການຮຽນຮູ້ທີ່ຕ້ອງການປະເມີນໃຫ້ຊັດເຈນ ແລະ ເໝາະສົມ ເຮົາບໍ່ສາມາດປະເມີນຜົນການຮຽນຢ່າງແທ້ຈິງໄດ້ ຖ້າເຮົາບໍ່ຮູ້ ແລະ ເຂົ້າໃຈວ່າ ຈຸດໝາຍການຮຽນມີຄຸນຄ່າຢ່າງໃດແດ່ ເນື່ອງຈາກຜົນການຮຽນຮູ້ທີ່ມີຄຸນຄ່າຫຼາກຫຼາຍຊະນິດຢູ່ໃນລະບົບການສຶກສາຂອງເຮົາ ຕັ້ງແຕ່ຄວາມຮູ້ຄວາມຈຳ ເນື້ອໃນວິຊາຈົນເຖິງຄວາມສາມາດໃນການແກ້ບັນຫາທີ່ຊັບຊ້ອນໃນການປະເມີນຈຸດໝາຍເຫຼົ່ານີ້ໄດ້ດີ ເຮົາຕ້ອງຖາມຕົວເອງກ່ອນວ່າ ເຮົາຮູ້ ຫຼື ວ່າສິ່ງທີ່ຈະເຮັດໃຫ້ດີໝາຍເຖິງຫຍັງ ? ຫຼື ສິ່ງທີ່ຈະເຮັດໃຫ້ສຳເລັດທາງວິຊາການຄືຫຍັງ ເຮົາພ້ອມທີ່ຈະປະເມີນໃນສິ່ງທີ່ເຮົາສາມາດຕອບຄຳຖາມໄດ້ຊັດເຈນ ແລະ ໜັ້ນໃຈເທົ່ານັ້ນ.

ຫຼັກການ 5 ເປັນຂະບວນການຮຽນ-ການສອນຢ່າງໜຶ່ງ

ການປະເມີນການຮຽນຮູ້ເປັນຂະບວນການດຽວກັບການຮຽນ-ການສອນເຖິງແມ່ນວ່າໃນບາງຄັ້ງເຮົາໃຊ້ການປະເມີນໃນລັກສະນະການກວດສອບທີ່ເຊື່ອມຕໍ່ກັບຂະບວນການຮຽນບການສອນໂດຍທັນທີກໍ່ຕາມ ແຕ່ເຮົາສາມາດປັບປ່ຽນຄວາມຄິດໃຫ້ຂະບວນການປະເມີນກາຍເປັນເຄື່ອງມືຂອງການສອນທີ່ມີຄຸນະພາບໄດ້ ວິທີການທີ່ດີທີ່ສຸດທີ່ຈະເຮັດໄດ້ຄືການໃຫ້ຜູ່ຮຽນເຂົ້າມາມີສ່ວນຮ່ວມໃນຖານະຜູ່ຮ່ວມປະເມີນຄົນໜຶ່ງ ເຮົາສາມາດນຳຜູ່ຮຽນເຂົ້າມາມີສ່ວນຮ່ວມໃນລະດັບຕ່າງໆໄດ້ເຊັ່ນ ເຂົ້າຮັບການສອບເສັງ ແລະ ຮັບເກຼດ ໃຫ້ຂໍ້ຄິດເຫັນຕໍ່ຄູໃນການປັບບປຸງແບບທົດສອບ ແນະນຳວຽກງານສຳລັບການປະເມີນເທົ່າທີ່ຈະເຮັດໄດ້ ພັດທະນາແບບປະເມີນຈິງ ຊ່ວຍຄູສ້າງເກນການໃຫ້ຄະແນນ ສ້າງເກນການໃຫ້ຄະແນນປະເມີນຜົນການປະຕິບັດຂອງຕົນເອງເປັນຕົ້ນ.

ຫຼັກການ 6 ຕ້ອງມີຄວາມເຂົ້າໃຈຄວາມຮູ້ສຶກສ່ວນບຸກຄົນ

ການປະເມີນເປັນກິດຈະກໍາລະຫວ່າງບຸກຄົນມີລັກສະນະສໍາຄັນສອງຂໍ້ຄື:

  • 1.ຜົນການຕັດສິນອາດມີຄວາມລຳອຽງເກີດຂຶ້ນ ຄູຈະຕ້ອງເອົາໃຈໃສ່ ແລະ ລະມັດລະວັງການປະເມີນ ຈະເປັນທີ່

ຍອມຮັບໄດ້ຢ່າງແທ້ຈິງເມື່ອເຮົາສາມາດຄວບຄູມແຫຼ່ງຄວາມລຳອຽງສ່ວນຕົວໄດ້

  • 2.ການປະເມີນເປັນກິດຈະກຳລະຫວ່າງບຸກຄົນທີ່ສະລັບສັບຊ້ອນເນື່ອງຈາກການປະເມີນ ການປະເມີນເປັນການ

ເຊື່ອມໂຍງນັກຮຽນຂອງເຮົາກັບຄວາມຮູ້ທາງວິຊາການທີ່ເກີດຂຶ້ນ ແລະ ສັງເກດແຫ່ງຕົນຂອງແຕ່ລະຄົນຢູ່ຕະຫຼອດເວລາ ນັກຮຽນມັກຈະສາມາດຄວບຄຸມຄວາມຮູ້ສຶກໃນທາງທີ່ຈະເປັນຄົນດີໃນໂຮງຮຽນໄດ້ ຖ້າຮູ້ວ່າສາມາດປະສົບຜົນສຳເລັດ ແລະ ຮູ້ສຶກວ່າສາມາດໄປສູ່ທີ່ໝາຍຂອງຕົນເອງໄດ້ ແຕ່ເຂົາຈະບໍ່ສາມາດຄວບຄຸມຄວາມຮູ້ສຶກໃນທາງຈະເປັນຄົນດີໄດ້ຖ້າເຂົາບໍໍ່ເຂົ້າໃຈຄວາມໝາຍຂອງຄວາມສຳເລັດ ຫຼື ຮູ້ສຶກຜິດຫວັງໝົດກຳລັງໃຈຕໍ່ຄວາມລົ້ມເຫຼວຂອງຕົນເອງ ການປະເມີນຜົນທີ່ດີຕ້ອງສົ່ງເສີມໃຫ້ຜູ່ຮຽນເກີດຄວາມຮູ້ສຶກທີ່ຈະຄວບຄຸມຄວາມຮູ້ສຶກຕົນເອງໄດ້.

ຫຼັກເກນ 7 ຕ້ອງມີຄຸນນະພາບສູງ

ການປະເມີນທີ່ດີຄວນປະກອບດ້ວຍເກນຄຸນະພາບທີ່ສະເພາະເຈາະຈົງ ການປະເມີນທຸກຊະນິດຕ້ອງເປັນໄປຕາມເກນ

ເຊິ່ງໄດ້ແກ່ ການມີຈຸດມຸ່ງໝາຍຂອງການປະເມີນຊັດເຈນ ມີຈຸດມຸ່ງໝາຍການຮຽນຊັດເຈນ ແລະ ເໜາະສົມ ມີວິທີການປະເມີນເໜາະສົມ ມີສຸ່ມຕົວຢ່າງການປະຕິບັດໄດ້ດີ ແລະ ການປະເມີນຕ້ອງແມ້ນຢໍາ ອີກລຽງຄວາມລຳອຽງ ແລະ ບີດເບືອນ.

  • 1.2ຂໍ້ຕົກລົງເບື້ອງຕົ້ນຂອງການປະເມີນທີ່ເນັ້ນຜູ່ຮຽນເປັນໃຈກາງ
  • ການປະເມີນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງຈະດຳເນີນການໄດ້ຢ່າງມີປະສິດທິພາບຈຳເປັນຕ້ອງອາໄສປັດໃຈສຳຄັນ ເຊິ່ງດຳເນີນການພາຍໃຕ້ຂໍ້ຕົກລົງເບື້ອງຕົ້ນ ດັ່ງຕໍ່ໄປນີ້.
  • 1.ຂໍ້ຕົກລົງກ່ຽວກັບການຈັດການສຶກສາ
  • 2.ຂໍ້ຕົກລົງກ່ຽວກັບການຮຽນຮູ້
  • 3.ຂໍ້ຕົກລົງກ່ຽວກັບຄວາມຮູ້
  • 4.ຂໍ້ຕົກລົງກ່ຽວກັບການຮຽນ-ການສອນ
  • 5.ຂໍ້ຕົກລົງກ່ຽວກັບການປະເມີນການຮຽນຮູ້
  • 1.ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການຈັດການສຶກສາ
  • 1.1ຜູ່ຮຽນໂດຍນິໄສແລ້ວມີຄວາມຍາກຮູ້ ຍາກເຫັນ ມີຄວາມສາມາດໃນການຮຽນຮູ້ ມີຄວາມກະຕືລືລົ້ນທີ່ຈະຮຽນຮູ້ ແລະ ເປັນຜູ່ຮຽນຮູ້ທີ່ເຊື່ອຖືໄດ້
  • 1.2ການຈັດກິດຈະກຳການຮຽນຮູ້ເພື່ອເສີມສ້າງປະສົບການທີ່ດີຈະກະຕຸ້ນໃຫ້ຜູ່ຮຽນເກີດການຮຽນຮູ້ ເປັນຄົນເກັ່ງ ຄົນດີ ແລະ ມີຄວາມສຸກ ແລະ ຄວາມສາມາດກໍາກັບການຮຽນຮູ້ຂອງຕົນເອງໄດ້
  • 1.3ຜູ່ຮຽນສາມາດສ້າງສັນຄວາມຮູ້ຂຶ້ນໄດ້ຈາກການມີປະຕິສຳພັນກັບບຸກຄົນອື່ນ ແລະ ໄດ້ຮັບສື່ວັດສະດູອຸປະກອນທີ່ມີຄວາມໝາຍໃນສະຖານນະການທີ່ເປັນຈິງ
  • 1.4ຜູ່ຮຽນມີການພັດທະນາດ້ານສະຕິປັນຍາ ຮ່າງກາຍ ຈິດໃຈ ອາລົມ ແລະ ສັງຄົມ ໃນລະດັບ ແລະ ອັດຕາທີ່ແຕກຕ່າງກັນ
  • 1.5ຜູ່ຮຽນຄວນໄດ້ຮັບການພັດທະນາພ້ອມກັນໂດຍລວມທຸກດ້ານ
  • 2.ຂໍ້ຕົກລົງເບື້ອງຕົກກ່ຽວກັບການຮຽນຮູ້
  • 2.1ຂະບວນການຮຽນຮູ້ເລີ່ມຈາກຮູບປະທຳໄປສູ່ນາມມະທຳໂດຍອາໄສ
  • 2.1.1ການເສາະສະແຫວ່ງ ແລະ ຄົ້ນຫາຄຳຕອງ
  • 2.1.2ການຈັດສະພາບແວບລ້ອມທີ່ກະຕຸ້ນການຮຽນຮູ້
  • 2.1.3ການຈັດສະພາບສັງຄົມທີ່ກະຕຸ້ນໃຫ້ເກີດປະຕິສຳພັນກັບຜູ່ຮຽນ
  • 2.1.4ຜູ່ມີປະສົບການຈັດກິດຈະກຳຂັ້ນຕອນການຮຽນຮູ້ທີ່ເໜາະສົມ
  • 2.2ເມື່ອເກີດການຮຽນຮູ້ແລ້ວຍ່ອມເຂົ້າຝັງລຶກພາຍໃນຈິດໃຈ
  • 2.3ມີຄວາມຫຼາກຫຼາຍທາງສະຕິປັນຍາທີ່ແຕກຕ່າງກັນໃນການຮຽນຮູ້ ເຊັ່ນ ດ້ານພາສາ ຄະນິດສາດ ມີຕິສຳພັນ ກ້າມເນື້ອ ການເຄື່ອນໄຫວທາງຮ່າງກາຍ ການເຂົ້າໃຈຜູ່ອື່ນ ການເຂົ້າໃຈຕົນເອງ.
  • 3.ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບຄວາມຮູ້
  • 3.1ຄວາມຮູ້ມີຮາກຖານມາຈາກຄວາມສາມາດທາງພາສາ ຄວາມເຊື່ອ ແລະ ລະບຽບ ປະເພນີ ວັດທະນາທຳທີ່ຕ່າງກັນ
  • 3.2ຄວາມຮູ້ມີຫຼາກຫຼາຍສາຂາວິຊາເຊັ່ນ ວິທະຍາສາດ , ຄະນິດສາດ , ສັງຄົມສາດ ເປັນຕົ້ນ
  • 3.3ຜົນຜະລິດ ແລະ ທັກສະວິທີການມີຄວາມສຳຄັນຕໍ່ການໄດ້ມາເຊິ່ງຄວາມຮູ້
  • 3.4ຄວາມຮູ້ທີ່ຜ່ານຂະບວນການແກ້ບັນຫາຈະຊ່ວຍໃຫ້ຄວາມຮູ້ຢູ່ດົນກວ່າການຈົດຈໍາ
  • 3.5ຄວາມຮູ້ໃໝ່ໆຈະເສີມສ້າງຂຶ້ນຈາກຄວາມຮູ້ເດີມ ແລະ ປະສົບການເດີມ ແລະ ຈະມີອິດທິພົນຈາກການຮັບຮູ້ຂອງແຕ່ລະບຸກຄົນ.
  • 3.6ໃນສະພາບການທີ່ມີຄວາມໝາຍຕໍ່ຜູ່ຮຽນ ຈະຊ່ວຍເສີມສ້າງຄວາມຮູ້ໄດ້ຢ່າງມີປະສິດທິພາບ
  • 3.7ການເສີມສ້າງຄວາມຮູ້ເປັັນຂະບວນການທີ່ຕໍເນື່ອງຕະຫຼອດຊີວິດ
  • 3.8ຄວາມຮູ້ບໍ່ໄດ້ມີຄົງທີ່ເທົ່າເດີມ ດັ່ງນັ້ນຈິ່ງຈຳເປັນທີ່ທຸກຄົນຈະຕ້ອງສະແຫວງຫາເພີ່ມເຕີມຢູ່ຕະຫຼອດເວລາ.
  • 4.ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການຮຽນ-ການສອນ
  • 4.1ຄູຜູ່ສອນຈະຕ້ອງໄດ້ຮັບການຝຶກອົບຮົມທັກສະການສອນເປັນພິເສໂດຍສະເພາະການສອນເດັກນ້ອຍ
  • 4.2ການຮຽນ-ການສອນຕ້ອງເປັນການສອນທີ່ເນັ້ນຕອບສະໜອງຜູ່ຮຽນເປັນສຳຄັນຫຼາຍກວ່າເນັ້ນທັກສະການທ່ອງຈຳເນື້ອໃນ ບົດຮຽນຕາມຫຼັກສູດ
  • 4.3ການຮຽນ-ການສອນເນັ້ນການສົ່ງເສີມເປັນລາຍບຸກຄົນ ແລະ ເປັນກຸ່ມນ້ອຍ
  • 4.4ການຮຽນ-ການສອນຕ້ອງຄວບຄຸມ ແລະ ຕອບສະໜອງຕໍ່ການຄົ້ນຄວ້າວິໄຈຄວາມຮູ້ໃໝ່ໆກ່ຽວກັບການຈະເລີນງອກງາມ ພັດທະນາການ ແລະ ການຮຽນຮູ້ຂອງຜູ່ຮຽນ
  • 4.5ການຮຽນ-ການສອນຕ້ອງຄວບຄຸມ ແລະ ຕອບສະໜອງຢ່າງຫຼາກຫຼາຍສາຂາວິຊາ ຫຼື ຢ່າງມີບູລະນາການ
  • 4.6ການຮຽນ-ການສອນຕ້ອງຍອມຮັບຄວາມແຕກຕ່າງທາງດ້ານວັດທະນາທຳ ແລະ ວິທີການຮຽນຮູ້ ທີ່ແຕກຕ່າງກັນຂອງຜູ່ຮຽນ
  • 4.7ການຮຽນ-ການສອນ ແລະ ການປະເມີນຈະຕ້ອງດຳເນີນຄວບຄູ່ຕໍເນື່ອງກັນ ກົມກືນເປັນສິ່ງດຽວກັນ
  • 5.ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການປະເມີນການຮຽນຮູ້
  • 5.1ບໍ່ເນັ້ນການປຽບທຽບຜົນງານລະຫວ່າງກັນໃນກຸ່ມ
  • 5.2ເປັນການສະທ້ອນປະຕິສຳພັນລະຫວ່າງບຸກຄົນກັບສິ່ງແວບລ້ອມ ແລະ ຄວາມສາມາດທີ່ເກີດຂຶ້ນຫຼາຍກວ່າປະລິມານ ຄວາມຮູ້ທີ່ມີຢູ່
  • 5.3ເປັນການປະເມີນສະພາບຈິງທີ່ມີຮາກຖານຂອງການສ້າງຫຼັກຖານທາງວິທະຍາສາດໃນການໃຫ້ຂໍ້ມູນທາງດ້ານພັດທະນາການຄວາມຄິດ ແລະ ຈິດວິທະຍາ.
  • 5.4ເປັນການປະເມີນສະພາບຈິງທີ່ໃຫ້ຂໍ້ມູນສາລະສົນເທດທີ່ທ່ຽງຕົງກ່ຽວກັບຜູ່ຮຽນລວມທັງຂະບວນການທາງການຮຽນຮູ້
  • 5.5ເປັນການປະເມີນສະພາບຈິງ ຕ້ອງພິຈາລະນາເຖິງສະຕິປັນຍາທີ່ແຕກຕ່າງກັນ ລີລາການຮຽນຮູ້ທີ່ແຕກຕ່າງກັນ ແລະ ສະພາບການຮຽນຮູ້ທີ່ແຕກຕ່າງກັນ ແລະ ສະທ້ອນຄວາມເຂົ້າໃຈໄດ້ຖືກຕ້ອງທີ່ສຸດຈາກຄວາມແຕກຕ່າງຂອງມະນຸດ
  • 5.6ເປັນການປະເມີນສະພາບຈິງທີ່ມີຮາກຖານຈາກຄວາມຮູ້ດ້ານການຈະເລີນງອກງາມ ແລະ ພັດທະນາການຂອງຜູ່ຮຽນທີ່ສາມາດເດົາກ່ນປະຕິບັດໃນອານາຄົດໄດ້ທ່ຽງຕົງ
  • 5.7ຮູບແບບການປະເມີນລັກສະນະຄຸນະພາບສາມາດໃຫ້ຂໍ້ມູນກ່ຽວກັບຜູ່ຮຽນໄດ້ຢ່າງເປັນປາລະໄນ ແລະ ເຊື່ອຖືໄດ້
  • 5.8ການປະເມີນທີ່ເໜາະສົມກັບພັດທະນາການໄດ້ມາຈາກການພັດທະນາຫຼັກສູດໄດ້ຢ່າງເໝາະສົມກັບພັດທະນາການ ແລະ ໄປທາງກັບກັນ ຫຼັກສູດມີຄວາມເໝາະສົມກັບພັດທະນາການຂອງຜູ່ຮຽນໄດ້ມາຈາກການປະເມີນທີ່ເໝາະສົມກັບພັດທະນາການ
  • 5.9ເປັນການປະເມີນສະພາບຈິງ ເປີດໂອກາດໃຫ້ຜູ່ຮຽນ ແລະ ຄູຜູ່ສອນສະທ້ອນຄວາມຄິດເຫັນຕໍ່ເປົ້າໝາຍ ແລະ ແນວທາງສູ່ຄວາມສຳເລັດໄດ້
  • 1.3ລັກສະນະສຳຄັນຂອງການປະເມີນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງ
  • ຈາກພື້ນຖານແນວຄິດ ແລະ ຫຼັກການການປະເມີນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງສາມາດສະຫຼຸບລັກສະນະສຳຄັນຂອງການປະເມີນທີ່ເນັ້ນຜູ່ຮຽນເປັນໃຈກາງດັ່ງນີ້:
  • 1.3.1ເປັັນການປະເມີນສະພາບຈິງທີ່ລວບລວມສາລະສົນເທດຂອງການພັດທະນາ ແລະ ການຮຽນ
  • 1.3.2ເປັນການປະເມີນສະພາບຈິງທີ່ມຸ່ງເນັ້ນພັດທະນາການທີ່ເກີດຂຶ້ນຢ່າງເດັ່ນຊັດ
  • 1.3.3ເປັນການປະເມີນສະພາບຈິງທີ່ໃຫ້ຄວາມສຳຄັນກັບຈຸດເດັ່ນຂອງນັກຮຽນ
  • 1.3.4ເປັນການປະເມີນສະພາບຈິງທີ່ເປັນຜົນມາຈາກການຈັດຫຼັກສູດການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນໃຈກາງ
  • 1.3.5ເປັນການປະເມີນສະພາບຈິງທີ່ສະຖານະການທີ່ສອດຄ່ອງກັບຊີວິດຈິງ
  • 1.3.6ເປັນການປະເມີນສະພາບຈິງທີ່ອາໄສການປະຕິບັດ
  • 1.3.7ເປັນການປະເມີນສະພາບຈິງທີ່ສອດຄ່ອງກົມກືນກັບການຮຽນ-ການສອນ
  • 1.3.8ເປັນການປະເມີນສະພາບຈິງທີ່ເນັ້ນການຮຽນຮູ້ຢ່າງມີຈຸດໝາຍ
  • 1.3.9ເປັນການປະເມີນສະພາບຈິງທີ່ຕ້ອງດຳເນີນຄວບຄູ່ໄປກັບທຸກສະພາບແວບລ້ອມ
  • 1.3.10ເປັນການປະເມີນສະພາບຈິງຕ້ອງອາໄສຄວາມຮ່ວມມືກັນລະຫວ່າງຜູ່ປົກຄອງ ຄູ ແລະ ນັກຮຽນ ລວມທັງບຸກຄົນໃນວິຊາຊີບອື່ນໆຕາມຄວາມເປັນຈິງ.
  • 2ການປະເມີນຈາກສະພາບຈິງ
  • 2.1 ຄວາມໝາຍການປະເມີນຈາກສະພາບຈິງ
  • ເປັນວິທີການປະເມີນເພື່ອສະທ້ອນໃຫ້ເຫັນພຶດຕິກຳ ແລະ ທັກສະທີ່ຈຳເປັນຂອງນັກຮຽນໃນສະຖານການທີ່ເປັນຈິງແຫ່

ໂລກປະຈຸບັນ ເນັ້ນວຽກທີ່ນັກຮຽນສະແດງອອກໃນພາກປະຕິບັດ ( Performance ) ເນັ້ນຂະບວນການຮຽນຮູ້

(Process ) ຜົນຜະລິດ ( Products ) ແລະ ແຟ້ມສະສົມຜົນງານ (Portfolio ) ເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມໃນການປະເມີນຜົນ ແລະ ມີສ່ວນຮ່ວມໃນການຈັດຂະບວນການຮຽນຮູ້ຂອງຕົນເອງດ້ວຍ ຂະບວນການທີ່ໃຊ້ໃນການປະເມີນອາດໃຊ້ການ ສັງເກດ ການບັນທຶກ ແລະ ການລວບລວມ ຂໍ້ມູນຈາກຜົນງານ ແລະ ວິທີການທີ່ນັກຮຽນເຮັດ ຫາກຄູຕັດສິນໃຈຈະໃຊ້ວິທີປະເມີນຈາກສະພາບຈິງຄູຕ້ອງຄຳນິງສະເໜີວ່າ ຫຼັກສູດ (Curriculum ) ການຮຽນ-ການສອນ ( Instruction ) ການປະເມີນ( Assessment ) ມີຄວາມສໍາພັນກັນ.

ການປະເມີນຈາກສະພາບຈິງມີລັກສະນະຮ່ວມກັນ 2 ປະການຄື

  • -ເປັນການປະເມີນທີ່ເປັນທາງເລືອກໃໝ່ແທນການໃຊ້ແບບທົດສອບ, ແບບເລືອກຕອບ
  • -ເປັນການປະເມີນທີ່ເປັນການກວດສອບການປະຕິບັດຂອງຜູ່ຮຽນໃນຂະນະທີ່ເນັດກິດຈະກຳບາງຢ່າງທີ່ມີຄວາມສຳຄັນ ແລະ ຈຳເປັນຕໍ່ຊີວິດປະຈຳວັນ.
  • 2.2ປັດສະຍາພື້ນຖານຂອງການປະເມີນຈາກສະພາບຈິງ
  • 2.2.1 ການປະເມີນຈາກສະພາບຈິງແມ່ນມູ່ງເນັ້ນຄວາມເລື່ອງໃດເລື່ອງໜຶ່ງມີຄວາມໝາຍໄດ້ຫຼາກຫຼາຍສຳ
  • ຫຼັບທຸກຄົນໃນທຸກໂອກາດ.
  • 2.2.2ການຮຽນຮູ້ເປັນເລື່ອງຂອງຂະບວນການທີ່ເປັນທຳມະຊາດມີບູລະນາການ ແລະ ເປັນສ່ວນໜຶ່ງຂອງຊີວິດ ບໍ່ແມ່ນເປັນເລື່ອງຂອງການຫຍິບຍື່ນ ຫຼື ຍັດໃຫ້ຮຽນຮູ້ ຜູ່ຮຽນຕ້ອງການກະຕືລືລົ້ນທີ່ຈະຄົ້ນຄວ້າເພື່ອຫາຄວາມໝາຍຂອງສິ່ງທີ່ຮຽນ ການຮຽນຮູ້ຈິງເປັນຜົນຈາກການປະຕິບັດຈິງຫຼາຍກວ່າ ການເຮັດຊໍ້າ ຫຼື ເຮັດຕາມຄຳບອກເທົ່ານັ້ນ.
  • 2.2.3ການປະເມີນຈາກສະພາບຈິງມຸ່ງເນັ້ນຂະບວນການ (Process ) ແລະ ຜົນຜະລິດ ( Products ) ທີ່ເກີດຂຶ້ນ ຂະບວນການມີຄວາມສຳຄັນເຊັ່ນດຽວກັບຜົນຜະລິດຈາກການກະທຳ ມຸ່ງເນັ້ນການພິຈາລະນາວ່າຜູ່ຮຽນໄດ້ຮຽນຮູ້ຫຍັງ ? ຮຽນຮູ້ໄດ້ຢ່າງໃດ ແລະ ເປັນຫຍັງຈິງຮຽນຮູ້ເຊັ່ນນັ້ນ
  • 2.2.4ການປະເມີນຈາກສະພາບບຈິງມຸ່ງເນັ້ນການສືບສວນສອບສວນ ( Inquiry ) ຄື ເນັ້ນການພັດທະນາທັກສະການແກ້ບັນຫາຕາມສະພາບທີ່ເປັນຈິງໃນຊີວິດປະຈຳວັນ ເຊິ່ງຜູ່ຮຽນຈະຕ້ອງສັງເກດ ຄິດ ຖາມ ແລະ ທົດສອບຄວາມຄິດຂອງຕົນເອງ.
  • 2.2.5ການປະເມີນຈາກສະພາບຈິງມີຈຸດໝາຍເພື່ອກະຕຸ້ນ ແລະ ອຳນວຍຄວາມສະດວກຕໍ່ການຮຽນຮູ້ຂອງຜູ່ຮຽນ ເມື່ອຜູ່ຮຽນໄດ້ຮັບຂໍ້ມູນຍ້ອນກັບກ່ຽວກັບການຮຽນຈະຊ່ວຍໃຫ້ຜູ່ຮຽນໄດ້ຮັບແນວທາງໃໝ່ໆ ແລະ ສາມາດພັດທະນາການຮຽນຮູ້ໄດ້ກວ້າງຂວາງຍິ່ງຂຶ້ນ ນອກຈາກນີ້ຈຸດມຸ່ງໝາຍຂອງການປະເມີນຈິງບໍໄດ້ຢູ່ໃນການຈັດລຳດັບ ຫຼື ຈັດປະເພດຂອງຜູ່ຮຽນແຕ່ຢ່າງໃດ
  • 2.2.6ການປະເມີນຈາກສະພາບຈິງເນັ້ນການເຊື່ມໂຍງລະຫວ່າງພູດທິພິໄສ ຈິດພິໄສ ແລະ ທັກສະພິໄສ ເມື່ອຜູ່ຮຽນເຫັນຄວາມສຳຄັນຂອງກິດຈະກຳການຮຽນ ຜູ່ຮຽນຍ່ອມເກີດຄວາມສົນໃຈທີ່ຈະສຶກສາ ແລະ ເກີດຄວາມພະຍາຍາມຍິ່ງຂຶ້ນ ເຊິ່ງສົ່ງຜົນໃຫ້ສາມາດຮຽນຮູ້ສິ່ງນັ້ນໆໄດ້ຢ່າງຫຼາຍ
  • 2.2.7ການປະເມີນຈາກສະພາບຈິງ ມີຄວາມເຊື່ອວ່າການຕັດສິນໃຈໃນສິ່ງທີ່ຈະສອນ ແລະ ສິ່ງທີ່ຈະວັດເປັນເລື່ອງອັດຕະໄນ ( Subjective ) ແລະ ເປັນເລື່ອງກ່ຽວກັບຄຸນຄ່າ ( Value ).
  • 2.2.8ການປະເມີນຈາກສະພາບຈິງ ເນັ້ນການມີສ່ວນຮ່ວມໃນການຕັດສິນໃຈ ໂດຍຜູ່ສອນຄວນຮ່ວມມືກັບຜູ່ຮຽນໃນການຕັດສິນໃຈກ່ຽວກັບສິ່ງທີ່ຮຽນ ແລະ ຮ່ວມກັນກວດສອບວ່າໄດ້ຮຽນຮູ້ຫຼາຍ ນ້ອຍພຽງໃດ ເຊິ່ງນັບເປັນຂະບວນການຕັດສິນໃຈປະຊາທິປະໄຕ
  • 2.2.9ການປະເມີນຈາກສະພາບຈິງເຊື່ອວ່າການຮຽນຮູ້ເປັນຂະບວນການທີ່ເກີດຈາກຄວາມຮ່ວມມື
  • ( Collaborative Process ) ຜູ່ຮຽນ ແລະ ຜູ່ສອນຕ້ອງຮ່ວມມືກັນ ມີອິດສະຫູະ ທີ່ຈະສະແດງອອກທາງຄວາມຄິດ ແລະ ທົດສອບຄວາມຄິດເຊິ່ງກັນ ແລະ ກັນ ທັງຜູ່ຮຽນ ແລະ ຜູ່ສອນຕ່ອງມີຄວາມຮັບຜິດຊອບທາງປັນຍາຕໍ່ກັນ ເພື່ອສ້າງຫຼັກສູດທີ່ໃຊ້ໃນຊັ້ນຮຽນ.
  • 2.3ລັກສະນະຂອງການປະເມີນຈາກສະພາບຈິງ
  • ລັກສະນະຂອງການປະເມີນຈາກສະພາບຈິງມີລັກສະນະດັ່ງນີ້:
  • 2.3.1 ການປະຕິບັດຈາກສະພາບຈິງ ການປະເມີນຈາກສະພາບຈິງອອກແບບຂຶ້ນເພື່ອປະເມີນການປະຕິບັດ

ໃນສະພາບຈິງເຊັ່ນ ນັກຮຽນ ຮຽນການຂຽນກໍ່ຕ້ອງຂຽນໃຫ້ຜູ່ອ່ານເປັນຜູ່ກວດ ບໍ່ແມ່ນຮຽນການຂຽນແລ້ວ ວັດຜູ່ຮຽນດ້ວຍພຽງການໃຊ້ແບບທົດສອບວັດການສະກົດຄໍາ ຫຼື ຕອບຄຳຖາມກ່ຽວກັບຫຼັກການຂຽນ ຫຼື ຖ້າໃຫ້ນັກຮຽນ ຮຽນວິທະຍາສາດກໍ່ຕ້ອງໃຫ້ນັກຮຽນເຮັດການທົດລອງວິທະຍາສາດເຮັດວຽກຄົ້ນຄວ້າວິໄຈ ຫຼື ເຮັດໂຄງການ ແທນການທົດສອບພຽງຄວາມຈຳກ່ຽວກັບຂໍ້ແທ້ຈິງໃນເນື້ອໃນວິທະຍາສາດ

  • 2.3.2ເກນທີ່ໃຊ້ໃນການປະເມີນທີ່ເປັນແກ່ນແທ້ ເກນທີ່ໃຊ້ໃນການປະເມີນຕ້ອງເປັນເກນປະເມີນ ແກ່ນແທ້

( Essentials ) ຂອງການປະຕິບັດຫຼາຍກວ່າເປັນເກນມາດຕະຖານທີ່ສ້າງຂຶ້ນຈາກຜູ່ໃດ ໂດຍສະເພາະ ເກນທີ່ເປັນເກນທີ່ເປັນແກ່ນແທ້ນີ້ເປັນເກນທີ່ເປີດເຜີຍ ແລະ ຮັບຮູ້ກັນຢູ່ໃນໂລກຂອງຄວາມເປັນຈິງຂອງທັງຕົວນັກຮຽນ ແລະ ຜູ່ອືນ ບໍ່ແມ່ນເກນທີ່ເປັນຄວາມລັບປົກປິດຢ່າງທີ່ປະເມີນແບບດັ້ງເດີມໃຊ້ຢູ່ ການໃຫ້ນັກຮຽນຮູ້ວ່າຕົນເອງເຮັດກິດຈະກຳອັດໃດ ແລະມີເກນຫຍັງ ການເປີດເຜີຍເກນບໍ່ແມ່ນເປັນການ ຄົດໂກງ ຖ້າກິດຈະກຳນັ້ນເປັນເລື່ອງກ່ຽວກັບການປະຕິບັດຈິງ ແຕ່ຖ້າກິດຈະກຳທີ່ໃຫ້ເຮັດເປັນການຫາຄໍາຕອບທີ່ຖືກທີ່ສຸດພຽງຄຳຕອບດຽວເຊັ່ນ: ຂໍ້ສອບແບບເລືອກຕອບ ການເປີດເຜີຍຄຳຕອບກ່ອນຍ່ອມບໍ່ຄວນເຮັດ.

  • 2.3.3ມີການປະເມີນຕົນເອງ ( Self- Assessment ) ຈຸດປະສົງຂອງການປະເມີນຈາກສະພາບຈິງ

ກໍຄື:

ກ. ເພື່ອຊ່ວຍໃຫ້ນັກຮຽນພັດທະນາຄວາມສາມາດໃນການປະເມີນງານຂອງຕົນໂດຍທຽບວັດກັບມາດຕະຖານທົ່ວໄປ

ຂ.ເພື່ອປັບປຸງ ຂະຍັບຂະຫຍາຍ ແລະ ປ່ຽນທິດທາງການດຳເນີນວຽກ.

ຄ. ເພື່ອເລີ່ມໃນການວັດຄວາມກ້າວໜ້າຂອງຕົນໃນແບບຕ່າງໆ ຫຼື ຈຸດຕ່າງໆ ຢ່າງທີ່ບໍ່ມີການວັດເຊັ່ນນີ້ມາກ່ອນ ຈະເຫັນໄດ້ວ່າການປະເມີນຕົນເອງເປັນການເຮັດວຽກທີ່ຕົນເປັນ ຜູ່ຊີ້ນຳຕົນເອງປັບປຸງຈາກແຮງຈູງໃຈຂອງຕົນເອງ ເຊິ່ງເປັນສິ່ງຈຳເປັນຕໍ່ມະນຸດໃນໂລກຂອງຄວາມເປັນຈິງ.

2.3.4 ມີການນຳສະເໜີຜົນງານ ກິດຈະກຳການນຳສະເໜີເຮັດໃຫ້ເກີດການຮຽນຮູ້ທີ່ຢັ່ງຮາກເລິກເນື່ອງຈາກນັກຮຽນໄດ້ສະທ້ອນຄວາມຮູ້ສຶກຂອງຕົນວ່າຮູ້ຫຍັງ ແລະ ນຳສະເໜີເພື່ອໃຫ້ຜູ່ອື່ນສາມາດເຂົ້າໃຈໄດ້ເຊິ່ງເປັນສິ່ງທີ່ເຮັດໃຫ້ແນ້ໃຈວ່ານັກຮຽນໄດ້ຮຽນຮູ້ໃຫ້ຫົວຂໍ້ນັ້ນໆຢ່າງແທ້ຈິງນອກຈາກນີ້ຄຸນລັກສະນະຂອງການປະເມີນຜົນຕາມສະພາບຈິງເຊັ່ນນີ້ມີປະໂຫຍດຕອບສະໜອງຕໍ່ຈຸດປະສົງທີ່ສຳຄັນອີກຫຼາຍປະການຄື:

ກ. ເປັນສັນຍາບົ່ງບອກວ່າວຽກຂອງນັກຮຽນມີຄວາມສຳຄັນຫຼາຍພໍທີ່ຈະໃຫ້ຜູ່ອື່ນຮັບຮູ້ ແລະ ຊື່ນຊົມໄດ້.

ຂ.ເປີດໂອກາດໃຫ້ຜູ່ອື່ນເຊັ່ນ : ຄູ ເພື່ອນນັກຮຽນ ຜູ່ປົກຄອງ ໄດ້ຮຽນຮູ້ ກວດສອບ ປັບປຸງ ແລະ ຊື່ນຊົມໃນຄວາມສຳດ້ວຍຢ່າງຕໍ່ເນື່ອງ.

ຄ. ເປັນຕົວແທນຂອງການບັນລຸເຖິງເປົ້າໝາຍໃນການວັດທາງການສຶກສາຢ່າງແທ້ຈິງ ແລະ ມີຊີວິດຊີວາ.

ສອດຄ່ອງກັບ Herman, Aschbacher ແລະ Winters ( 1993 ) ເຊິ່ງໄດ້ຈຳແນກຄຸນລັກສະນະຂອງການປະເມີນຈາກທາງເລືອກໃໝ່ໄວ້ 6 ປະການຫຼັກ ດັ່ງນີ້:

  • 1.ການປະເມີນຈາກທາງເລືອກໃໝ່ນີ້ ຜູ່ສອນຕ້ອງຈັດໂອກາດການຮຽນຮູ້ໃຫ້ຜູ່ຮຽນໄດ້ສະແດງອອກພາກປະຕິບັດ ຄິດສ້າງສັນຜະລິດຜົນງານ ຫຼື ເຮັດບາງສິ່ງບາງຢ່າງທີ່ສຳພັນກັບສິ່ງທີ່ຮຽນ.
  • 2.ຕ້ອງດຶງ ຫຼື ກະຕຸ້ນໃຫ້ຜູ່ຮຽນໄດ້ໃຊ້ລະດັບການຄິດຂັ້ນສູງ ແລະ ໃຊ້ທັກສະໃນການແກ້ບັນຫາ.
  • 3.ວຽກ ຫຼື ພາລະກິດ ຫຼື ກິດຈະກຳທີ່ໃຫ້ຜູ່ຮຽນເຮັດຕ້ອງເປັນສິ່ງທີ່ມີຄວາມໝາຍສຳລັບຜູ່ຮຽນ
  • 4.ສິ່ງທີ່ຮຽນຕ້ອງສາມາດນຳໄປປະຍຸກໃຊ້ໃນໂລກ
  •    

ຮູບປະກອບ ສະແດງຄຸນລັກສະນະຂອງການປະເມີນຈາກສະພາບຈິງ

( Authentic Assessment )

4. ການປະເມີນດ້ວຍແຟ້ມຜົນງານ

1.1 ຄວາມໝາຍຂອງແຟ້ມຜົນງານນັກຮຽນ

ແຟ້ມສະສົມຜົນງານຂອງນັກຮຽນຄື ການສະສົມຜົນງານຂອງນັກຮຽນຢ່າງມີຈຸດໝາຍທີ່ສະແດງເຖິງຄວາມພະຍາຍາມຂອງນັກຮຽນ, ຄວາມກ້າວໜ້າ ຜົນສຳເລັດຂອງນັກຮຽນໃນດ້ານໃດດ້ານໜຶ່ງ ຫຼື ຫຼາຍໆດ້ານ ການສະສົມຜົ

ງານນີ້ນັກຮຽນມີສ່ວນຮ່ວມໃນການເລືອກໃບງານໂດຍມີບັນທັດຖານ ຫຼື ເຫດຜົນຂອງການເລືອກຜົນງານແຕ່ລະອັນ

ເກນໃນການປະເມີນໃບງານ ການບັນທຶກຜົນການສະທ້ອນຜົນງານໂດຍຕົວນັກຮຽນເອງ

1.2ຄວາມໝາຍການປະເມີນແຟ້ມຜົນງານ

ການປະເມີນຜົນໂດຍໃຊ້ແຟ້ມສະສົມຜົນງານ ເປັນວິທີປະເມີນຜົນການຮຽນ-ການສອນໂດຍໃຫ້ນັກຮຽນມີສ່ວນຮ່ວມໃນການປະເມີນຜົນ ເຊິ່ງນັກຮຽນແຕ່ລະຄົນຈະໄດ້ລວບລວມຜົນງານຂອງຕົນເຊັ່ນ ວຽກງານ, ວຽກໂຄງການ, ວຽກງານກ່ຽວກັບສີລະປະກຳ, ການຂຽນຕ່າງໆ, ການທົດລອງ, ແບບສຳຫຼວດທັກສະ, ແບບທົດລອງ, ກິດຈະກຳກຸ່ມ, ການແກ້ປັນຫາ, ການບັນທຶກການອ່ານ ແລະ ການຂຽນ, ລາຍງານສະຫຼຸບຄວາມກ້າວໜ້າ ແລະ ອື່ນໆເອົາມາສະສົມໄວ້ໃນແຟ້ມຜົນງານ.

1.3 ຈຸດປະສົງໃນການປະເມີນແຟ້ມຜົນງານ

- ເພື່ອພັດທະນາສັກກະຍະພາບ ແລະ ຄຸນລັກສະນະທີ່ເພີ່ງປະສົງຂອງນັກຮຽນໃຫ້ບັນລຸຕາມຈຸດມຸ່ງໝາຍຂອງ

ຫຼັກສູດ

- ເພື່ອສົ່ງເສີມການຮຽນຮູ້ທີ່ເນັ້ນນັກຮຽນເປັນສໍາຄັນ ດ້ວຍການປະຕິບັດຕົວຈິງເຮັດໃຫ້ນັກຮຽນເກີດມີນິໄສຮັກ

ການເຮັດວຽກ ແລະ ສົ່ງເສີມການຮຽນຮູ້ຕາມສະພາບຈິງ.

- ເພື່ອສົ່ງເສີມໃຫ້ນັກຮຽນສ້າງອົງຄວາມຮູ້ດ້ວຍຕົນເອງແທນການທ່ອງຈຳຄວາມຮູ້ເພື່ອພັດທະນາພຸດທິປັນຍາ ແລະ

ຄວາມຄິດສ້າງສັນໃນການແກ້ບັນຫາ.

- ເພື່ອສົ່ງເສີມການຮຽນແບບຮ່ວມມືກັນ ລະຫວ່າງຄູ ນັກຮຽນ ຜູ່ປົກຄອງໃນກິດຈະກຳການຮຽນ-ການສອນ

ແລະ ການປະເມີນຜົນ.

- ເພື່ອໃຫ້ນັກຮຽນມີທັກສະໃນການເກັບສະສົມຂໍ້ມູນ ວິເຄາະຂໍ້ມູນ ສັງເຄາະຂໍ້ມູນ ຄັດເລືອກ ຈັດເກັບ ແລະ ນຳ

ສະເໜີຂໍ້ມູນຢ່າງເປັນລະບົບ ຈັດທຳແຟ້ມສະສົມຜົນງານ ເພື່ອເປັນການຕຽມຄົນໃຫ້ພ້ອມ ແລະ ສາມາດດຳລົງ

ຊີວິດຢູ່ໃນສັງຄົມຂໍ້ມູນຂ່າວສານ

- ເພື່ອໃຫ້ນັກຮຽນເກີດຄວາມພາກພູມໃຈໃນຄວາມກ້າວໜ້າ ແລະ ຄວາມສຳເລັດຂອງຕົນເອງເຮັດໃຫ້ເກີດແຮງ

ຈູງໃຈ ສຳເລັດໃນການຮຽນ

1.4ລັກສະນະຂອງແຟ້ມຜົນງານ

ລັກສະນະ ຫຼື້ ຮູບແບບຂອງແຟ້ມສະສົມຜົນງານຂຶ້ນຢູ່ກັບຈຸດປະສົງທີ່ຈັດເຮັດຂຶ້ນໄດ້ມີການຈຳແນກລັກສະນະຂອງແຟ້ມ

ສະສົມຜົນງານເປັນຫຼາຍລັກສະນະດັ່ງນີ້.

1.4.1 ຈຳແນກຄວາມບຸກຄົນ

1. ແຟ້ມສະສົມຜົນງານສ່ວນບຸກຄົົນ (Personal portfolio ) ເປັນແຟ້ມທີ່ສະແດງເຖິງບຸກຄະລິກຕະພາບສ່ວນຕົວຂອງນັກຮຽນແຕ່ລະຄົນ ເຮັດໃຫ້ຄູຮູ້ຈັກຄວາມສາມາດພິເສດ ຄວາມສົນໃຈ ຄວາມຖະໝັດ ຕາມທຳມະຊາດຂອງຜູ່ຮຽນ ເພື່ອເປັນປະໂຫຍດໃນການແນະແນວການສຶກສາພາຍໃນແຟ້ມປະກອບດ້ວຍຮູບພາບກິດຈະກຳຕ່າງໆ ນອກໂຮງຮຽນທີ່ນັກຮຽນເຮັດເມື່ອມີເວລາວ່າງ ເຊັ່ນ ວຽກທີ່ມັກ ດົນຕີ ກິລາ ແລະ ງານສິລະປະ ເປັນຕົ້ນ.

2. ແຟ້ມສະສົມຜົນງານຂອງໂຄງການຕ່າງໆ ( Project portfolio ) ເປັນແຟ້ມທີ່ສະແດງເຖິງຄວາມພະຍາຍາມເຮັດວຽກຕາມໂຄງການຈົນປະສົບຄວາມສຳເລັດເຊິ່ງເປັນສ່ວນໜຶ່ງຂອງການສຶກສາລາຍງານບຸກຄົນ (independent study )

ເຊັ່ນ ແຟ້ມສະສົມຜົນງານໂຄງການວິທະຍາສາດ ໃນແຟ້ມປະກອບດ້ວຍ ຄວາມເປັນມາ ຈຸດປະສົງຂອງໂຄງການ ຂັ້ນຕອນໃນການດຳເນີນງານ ອຸປະກອນທີ່ໃຊ້ ແລະ ຜົນງານທີ່ເກີດຂຶ້ນເປັນຕົ້ນ

  • 3.ແຟ້ມສະສົມຜົນງານທາງວິຊາການ ( academic Portfolio ) ຫຼື ແຟ້ມສະສົມຜົນງານຂອງນັກຮຽນ ( student portfolio )ເປັນແຟ້ມທີ່ສະແດງເຖິງຄວາມຮູ້ຄວາມສາມາດໃນການຮຽນຮູ້ຂອງນັກຮຽນຕາມຫຼັກສູດ ເພື່ອໃຊ້ເປັນຫຼັກຖານໃນການປະເມີນຜົນການຮຽນເຊິ່ງສາມາດຈັດເຮັດຮູບແບບຕ່າງໆກັນດັ່ງນີ໊
  • 3.1 ແຟ້ມສະສົມຜົນງານຂອງນັກຮຽນເປັນລາຍບຸກຄົນໂດຍເຮັັດເປັນລາຍວິຊາ ຫຼືເຮັດແບບບູລະນະການລາຍຫຼາຍວິຊາກໍ່ໄດ້ໃນພາກຮຽນ 1 ຫຼື 1 ສົກຮຽນໂດຍໃຫ້ນັກຮຽນເລືອກຜົນງານທີ່ດີເດັ່ນຂອງແຕ່ລະວິຊາມາເກັບສະສົມໄວ້ໃນໄລຍະເວລາໜຶ່ງໆເຊັ່ນ : ປ 1 - ປ4 ຫຼື ປ 4 - ປ 5 ເພື່ອໃຫ້ເຫັນພັດທະນາການໃນຊ່ວງເວລາດັ່ງກ່າວ.
  • 3.2 ແຟ້ມສະສົມຜົນງານຂອງຊັ້ນຮຽນເພື່ອເກັບສະສົມຜົນງານທີ່ສະແດງເຖິງພາບລວມຂອງຄວາມສຳສຳເລັໃນຊັ້ນຮຽນ ຫຼື ການເຮັດກິດຈະກຳຂອງນັກຮຽນໝົດຫ້ອງ ເຊັ່ນ ກິດຈະກຳການສະແດງລະຄອນ , ກິດຈະກຳກິລາ
  • 3.3 ແຟ້ມສະສົມຜົນງານຂອງໂຮງຮຽນ ເພື່ອເກັບສະສົມຜົນງານທີ່ສະແດງເຖິງຄວາມສຳເລັດໃນການການສຶກສາຂອງໂຮງຮຽນ ເຊັ່ນ: ກິດຈະກຳການປະກວດຂອງໂຮງຮຽນ

4. ແຟ້ມສະສົມຜົນຜົນງານວິຊາຊີບ ( Professional portfolio )

ເປັນແຟ້ມທີ່ສະແດງຄວາມຮູ້ຄວາມສາມາດຂອງບຸກຄົນ ອາດເຮັດໄດ້ໂດຍບຸກຄົນຫຼາຍຝ່າຍ ເຊັ່ນ ການສະສົມແຟ້ມຜົນງານເພື່ອການເຂົ້າຮຽນຕໍ່ລະດັບມັດທະຍົມປາຍ ແຟ້ມສະສົມຜົນງານກ່ຽວກັບການຝຶກສອນ ແຟ້ມສະສົມຜົນງານຂອງ

ຄູເພື່ອປະເມີນເລື່ອນຊັ້ນ ຫຼື ແຟ້ມສະສົມຜົນງານຂອງພະນັກງານ ເພື່ອປະໂຫຍດສຳລັບນາຍຈ້າງກວດສອບພຶດຕິກໄການເຮັດວຽກຂອງພະນັກງານ.

1.4.2 ຈຳແນກຕາມລະດັບຂອງການເຮັດແຟ້ມສະສົມຜົນງານ

1. ແຟ້ມສະສົມຜົນການດຳເນີນງານລະຫວ່າງດຳເນີນການ( working portfolio )ເປັນແຟ້ມທີ່ຢູ່ລະຫວ່າງການສະ

ສົມລວບລວມວຽກ ທີ່ຜູ່ຮຽນສ້າງຂຶ້ນຈາກການຮຽນ-ການສອນເພື່ອສອດຄ່ອງກັບສະພາບການຮຽນຈິງ (authentic learning ) ອາດຈະເປັນຜົນງານທີ່ຍັງເຮັດບໍ່ເລັດ ຫຼື ເຮັດສຳເລັດແລ້ວ ແລະ ຜ່ານການປະເມີນໂດຍບຸກຄົນຕ່າງໆທີ່ກ່ຽວຂ້ອງແລ້ວ ແຕ່ຍັງໄດ້ຄັດເລືອກຜົນງານທີ່ພໍໃຈ ການຈັດເກັບຍັງບໍ່ເປັນລະບົບຈິ່ງບໍ່ແມ່ນແຟ້ມສະສົມຜົນງານທີ່ສົມບູນ.

  • 2.ແຟ້ມສະສົມຜົນງານທີ່ສົມບູນ ( Final portfolio or portfolio evidence )ເປັນແຟ້ມທີ່ຜູ່ຮຽນຄັດເລືອກວຽກເພື່ອຈຸດປະສົງຫຼາຍປະການເຊັ່ນ: ເລືອກໃບງານທີ່ດີທີ່ສຸດ ວຽກສະແດງຄວາມກ້າວໜ້າ ວຽກທີ່ຕອບສະໜອງຈຸດປະສົງການຮຽນຮູ້ ຫຼື ຕອບສະໜອງຄວາມສາມາດທາງດ້ານສະຕິປັນຍາທີ່ຫຼາກຫຼາຍ ເປັນແຟ້ມທີ່ສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ແລະ ຄວາມສຳເລັດໃນການຮຽນ ສາມາດໃຊ້ເປັນຫຼັກຖານໃນການຕັດສິນຜົນການຮຽນຮູ້ສາມາດນຳແຟ້ມສະສົມຜົນງານສະບັບສົມບູນມາຈັດງານເທດສະການ ເພື່ອສະແດງໃຫ້ຜູ່ອື່ນໄດ້ຊົມ ດ້ວຍເຫດນີ້ບາງທີຂິ່ງເອີ້ນວ່າ ( showing portfolio )

1.4.3 ຈຳແນກຕາມລັກສະນະທຳມະຊາດຂອງວິຊາ

ການເຮັດແຟ້ມຜົນງານນັັກຮຽນສາມາດຈຳແນກຕາມລັກສະນະທຳມະຊາດຂອງວິຊາ ໄດ້ 2 ປະເພດຄື

  • 1.ແຟ້ມສະສົົມຜົນງານທີ່ສະແດງເຖິງຄວາມກ້າວໜ້າຂອງນັກຮຽນ ( Progress portfolio )ເປັນການເກັບສະສົມຜົນງານໃນວິຊາທັກສະທີ່ຕ້ອງການໃຫ້ນັກຮຽນຝຶກຜົນ ຫຼື ເຮັດຊໍ້າໃນເລື່ອງນັ້ນຢ່າງຕໍ່ເນື່ອງຈົນເກີດຄວາມຊຳນານ ເຊັ່ນ ແຟ້ມສະສົມຜົນງານການຂຽນກາບກອນ, ການຂຽນລຽງຄວາມ ເປັນຕົ້ນແຟ້ມສະສົມປະເພດນີ້ສະແດງໃຫ້ຜູ່ໄດ້ຮັບຮູ້ເຖິງພັດທະນາການຄວາມກ້າວໜ້າໃນເລື່ອງທີ່ຝຶກຜົນຕາມຈຸດປະສົງຂອງຫຼັກສູດ
  • 2.ແຟ້ມສະສົມຜົນງານທີ່ສະແດງເຖິງຄວາມຮອບຮູ້ຂອງຜູ່ຮຽນ ( mastery portfolio )ເປັນການເກັບສະສົມຜົນງານໃນວິຊາທີ່ນັກຮຽນຕ້ອງສຶກສາຄົ້ນຄວ້າ ທົດລອງປະຕິບັດ ເພື່ອສ້າງອົງຄວາມຮູ້ ຫຼືສະແດງເຖິງຄວາມຮອບຮູ້ໃນເລື່ອງຕ່າງໆເຊັ່ນ ແຟ້ມສະສົມຜົນງານກຸ່ມສ້າງເສີມປະສົບການຊິວິດ ແຟ້ມສະສົມຜົນງານປະເພດນີ້ຈະສະແດງອອກເຖິງຄວາມຮອບຮູ້ທີ່ຫຼາກຫຼາຍຂອງນັກຮຽນຕາມຈຸດປະສົງຂອງຫຼັກສູດ

1.4.4 ຈໍາແນຕາມຈຸດປະສົງການນໍາໄປໃຊ້ເປັນ 3 ລັກສະນະ

1 ແຟ້ມສະສົມຜົນງານຖາວອນ ( Permanent )ເປັນການເກັບຂໍ້ມູນທັງໝົດຂອງຜູ່ຮຽນໄວ້ ເຮັດໃຫ້ເຫັນຮູບ

ຂອງນັກຮຽນແຕ່ລະຄົນຢ່າງຊັດເຈນ ຕົວຢ່າງຜົນງານຈະຖືກຄັດເລືອກມາເປັນຢ່າງດີ ແຟ້ມນີ້ຈະເຮັດໃຫ້ຮູ້ປະຫວັດສ່ວນຕົວ ສຸຂະພາບນັກຮຽນ ການພັດທະນາການຂອງນັກຮຽນ ການປ່ຽນແປງຂອງເຈົ້າຂອງແຟ້ມທັງການຮຽນ ແລະ ຄວາມສາມາດຂອງນັກຮຽນ ແຟ້ມນີ້ຈະໃຊ້ຕິດຕົວໃນການຮຽນຊັ້ນສູງຕໍ່ໄປ ຫຼື ໃຊ້ເປັນຫຼັກຖານໃນການຕິດຕໍ່ ຫຼື ໃຊ້ໃນການສະໜັກວຽກ

2.ແຟ້ມສະສົມຜົນງານຄວາມກ້າວໜ້າ ( works in progress )ເປັນການເກັບລວບລວມຂໍ້ມູນຂອງບຸກຄົນທີ່ສະແດງໃຫ້ເຫັນເຖິງຄວາມສາມາດຂອງນັກຮຽນ ສະແດງໃຫ້ເຫັນເຖິງຄວາມພະຍາຍາມ ຄວາມກ້າວໜ້າ ລວມທັງຜົນ

  • ສຳເລັດທາງການຮຽນ ໂດຍມີຫຼັກຖານໃນການຈັດລະບົບຂໍ້ມູນ ມີເກນໃນການຄັດເລືອກຜົນງານ ແລະ ມີເກນໃນການຕັດສິນຄຸນຄ່າ ຈະຕ້ອງສະທ້ອນໃຫ້ເຫັນເຖິງສະພາບເຈົ້າຂອງແຟ້ມໃນການພັດທະນາຄວາມກ້າວໜ້າໃນດ້ານ
  • ຄວາມສາມາດ ເຈດຄະຕິ ທັກສະ ຄວາມຄາດຫວັງ
  • 3.ແຟ້ມສະສົມຜົນງານປັດຈຸບັນ ( Current year ) ເປັນແຟ້ມສະສົມວຽກທີ່ໃຊ້ປະເມີນຜົນການຮຽນຂອງ
  • ນັກຮຽນຮ່ວມກັບການສອບວັດອື່ນໆ ເປັນແຟ້ມທີ່ບອກເຖິງຄວາມສາມາດຂອງນັກຮຽນແຕ່ລະລາຍວິຊາເຮັດໃຫ້ເຫັນຜົນສຳເລັດທາງການຮຽນເປັນລາຍວິຊາ ແລະ ຄວາມກ້າວໜ້າວຽກງານທີ່ສະສົມໃນແຟ້ມຜົນງານຕ້ອງໄດ້ຮັບ
  • ການຄັດເລືອກໂດຍຢືດເກນທີ່ສອດຄ່ອງກັບຈຸດປະສົງການຮຽນຮູ້ ແລະ ສອດຄ່ອງກັບຫຼັກການຈັດການຮຽນ-ການສອນສະທ້ອນໃຫ້ເຫັນສະພາບການຈັດກິດຈະກຳການຮຽນ-ການສອນຂອງຄູອີກ.

1.5ໂຄງສ້າງຂອງແຟ້ມຜົນງານນັກຮຽນ

  • ໂຄງສ້າງແຟ້ມສະສົມຜົນງານແບ່ງອອກເປັນ 3 ພາກສ່ວນ ດັ່ງນີ໊:
  • 1 ເປັນສ່ວນນຳ ປະກອບດ້ວຍ ຫຼັງປົກ ປະຫວັດຜູ່ເຮັດ ລາຍການຕຸດປະສົງການຮຽນຮູ້ ແຜນການສຶກສາສ່ວນບຸກຄົນ ສາລະບານໃບງານ ຕົວຊີ້ບອກປະກອບວຽກ ລາຍການເອົາອອກ ແລະ ນຳເຂົ້າໃບງານ
  • 2.ເປັນທີ່ເກັບໃບງານທີ່ສ້າງຂຶ້ນຈາກການຮຽນການສອນ ການສະທ້ອນຄວາມຄິດເຫັນ ສະແດງປະຫວັດຂອງວຍກ ຈຳນວນໜັງສືທີ່ອ່ານ ເວລາທີ່ໃຊ້ເຮັດວຽກ ຄະແນນຈາກການສອນ ແບບສຳຫຼວດລາຍການຂອງຄູ ບັນທຶກຄວາມຄິດເຫັນກ່ຽວກັບວຽກ ຫຼື ວິຊາທີ່ຮຽນ.
  • 3. ເປັນທີ່ເກັບເກນການຕັດສິນແຟ້ມງານ ແລະ ຂໍ້ມູນການປະເມີນຂອງຄູ ເພື່ອນ ແລະ ຜູ່ປົກຄອງ ລວມທັງຫຼັກຖານ
  • ການປະເມີນຕົນເອງຂອງນັກຮຽນ ແຜນການ ແລະ ແນວຄິດໃນການປະຊຸມແຟ້ມຜົນງານ.
  • ໂຄ້ງສ້າງແຟ້ມສະສົມຜົນງານແບ່ງອອກເປັນ 3 ພາກສ່ວນດັ່ງນີ້:
  • 1.ສ່ວນນຳປະກອບດ້ວຍ
  • - ຂໍ້ມູນສ່ວນຕົວຂອງນັກຮຽນ
  • - ສະລະບານ
  • - ຈຸດປະສົງການຮຽນຮູ້ ຂໍ້ຕົກລົງ ເກນການຕັດສິນຜົນງານ
  • 2.ສ່ວນເນື້ອໃນ ( Content ) ປະກອບດ້ວຍຜົນງານ ຫຼື ຫຼັກຖານທີ່ນັກຮຽນເລືອກ
  • 3.ສ່ວນສະໜັບສະໜູນ ( support ) ປະກອບດ້ວຍ
  • -ແຜນພັດທະນາປັບປຸງການຮຽນ
  • -ສະຫຼຸບຜົນຄວາມກ້າວໜ້າໃນການຮຽນເປັນລາຍເດືອນ
  • -ຜົນການສອບ ຜົນການສັງເກດ ແລະ ໃບປະກາດສະນິຍະບັດ
  • 4. ສະຫຼຸບຜົນການປະເມີນ
  • ໂຄງສ້າງແຟ້ມສະສົມຜົນງານມີລັກສະນະດັ່ງນີ້ .
  • 1.ສະລະບານ
  • 2.ຄຳນຳ
  • 3.ປະຫວັດສ່ວນຕົວ
  • 4.ໃບງານ
  • 5.ແບບທົດສອບຕ່າງໆ
  • 6.ການປະເມີນຕົນເອງ
  • 7.ການປະເມີນໂດຍເພື່ອນ
  • 8.ການປະເມີນໂດຍຄູຜູ່ສອນ
  • 9.ການປະເມີນໂດຍຜູ່ປົກຄອງ
  • 10.ການປະເມີນໂດຍຜູ່ສົນໃຈອື່ນໆ
  • 11.ຄວາມຮູ້ສຶກຕໍ່ວິຊາ
  • 12.ພາກຜະໜວກ

1.6 ຂັ້ນຕອນໃນການສ້າງແຟ້ມຜົນງານ

ກ. ຂະບວນການໃນການຈັດແຟ້ມສະສົມຜົນງານກັບນັກຮຽນ

1. ຄູແນະນຳການປະເມີນໂດຍໃຊ້ແຟ້ມສະສົມຜົນງານໃຫ້ແກ່ນັກຮຽນເມື່ອເວລາເລີ່ມຕົ້ນສອນ.

2. ລະຫວ່າງແຕ່ລະບົດຮຽນຂອງການສອນ ຄູຄວນໃຫ້ເວລາແກ່ນັກຮຽນໄດ້ສະສົມຜົນງານ ແລະ ໃສ່ວັນທີຂອງ

ຜົນງານແຕ່ລະອັນ.

  • 1.ໃຫ້ນັກຮຽນພິຈາລະນາ ທົບທວນ ແລະ ເລືອກຜົນງານເພື່ອຈັດແຟ້ມສະສົມຜົນງານ.
  • 2.ຄູ ແລະ ນັກຮຽນມີການພົບປະຮ່ວມກັນເປັນລາຍບຸກຄົນເພື່ອປຶກສາຫາລືແລກປ່ຽນຄວາມຄຶດເຫັນກ່ຽວກັບຜົນງານຂອງນັກຮຽນ.
  • 3.ໃຫ້ນັກຮຽນຈັດແຟ້ມສະສົມຜົນງານ ແລະ ແລກປ່ຽນກັນພິຈາລະນາໃນໝູ່ເພື່ອນດ້ວຍກັນ.

ຂ. ຂັ້ນຕອນການຈັດແຟ້ມສະສົມຜົນງານ

  • ຂັ້ນວາງແຜນ
  • ເມື່ອເລີ່ມຕົ້ນເຮັດແຟ້ມສະສົມຜົນງານ ຄູຄວນເຮັດວຽກຮ່ວມກັບເພື່ອນຄູໃນກຸ່ມວິຊາດຽວກັນເປັນທີມ, ເພື່ອ

ຕົກລົງຮ່ວມກັນວ່າ ເຮົາຈະໃຊ້ການປະເມີນ ໂດຍໃຊ້ແຟ້ມສະສົມຜົນງານແນວໃດ, ເຊິ່ງອາດຈະຊ່ວຍກັນກຳນົດຈຸດປະສົງຂອງການສອນຄືຫຍັງ ? ເຮົາຈະເຮັດແນວໃດໃຫ້ການຮຽນ-ການສອນໄປສູ່ເປົ້າໝາຍ, ເຮົາຈະຕັ້ງເກນແນວໃດ ?

ຕົວຢ່າງ

ແນວທາງໃນການວາງແຜນສໍາຫຼັບຄູ ໃນການປະເມີນຜົນໃຊ້ແຟ້ມ ສະສົມຜົນງານ.

ຊື່ວິຊາ.................................ວັນ ເດືອນ ປີ................................

ຊື່ ແລະ ນາມສະກຸນຂອງຜູ່ວາງແຜນ:...........................................

ຄຳຊີ້ແຈງ

ໃຊ້ຄໍາຖາມ ແລະ ຕົວຢ່າງຕໍ່ໄປນີ້ເປັນຈຸດເລີ່ມຕົ້ນຂອງຂະບວນການວາງແຜນ

  • ແຟ້ມສະສົມຜົນງານປະເພດໃດເໜາະສົມທີ່ສຸດສຳຫຼັບນັກຮຽນ
  • ຕົວຢ່າງ 1 ປະເພດຂອງແຟ້ມສະສົມຜົນງານ: ກ້າວໜ້າ, ຮອບດ້ານ.
  • ຕົວຢ່າງ 2 ເນື້ອໃນວິຊາ ການອ່ານ, ການຂຽນ...
  • ຜົນງານອັນໃດທີ່ຈະລວບລວມ
  • ຕົວຢ່າງ
  • ການຂຽນບັນທຶກປະຈໍາວັນ, ຕາຕະລາງການອ່ານການບັນທຶກຫຍໍ້ການອະທິບາຍ, ການສະຫຼຸບຫຍໍ້ຈາກ

ການອ່ານປຶ້ມ, ໂຄງການ...

  • -ເກນການເລືອກຜົນງານແຕ່ລະອັນມີອັນໃດແດ່ ?

ຕົວຢ່າງ 1 ແຟ້ມສະສົມຜົນງານຊະນິດກ້າວໜ້າ, ວຽກທີ່ດີທີ່ສຸດ, ວຽກທີ່ມັກຫຼາຍ, ເປົ້າໝາຍຂອງຕົນວຽກທີ່ມີຄວາມ

ກ້າວໜ້າຫຼາຍ

ຕົວຢ່າງ 2 ແຟ້ມສະສົມຜົນງານຊະນິດຮອບຮູ້ຕາມເກນ: ທັກສະສະເພາະດ້ານ, ວຽກທີ່ບັນລຸເຖິງເກນ.

  • ເກນການເລື່ອນໄປສູ່ການຮຽນຮູ້ໃນລະດັບທີ່ສູງຂຶ້ນຄືແນວໃດ ?

ຕົວຢ່າງ ເຮັດກິດຈະກຳສົມບູນທຸກກິດຈະກຳສະແດງວ່າຮອບຮູ້ແລ້ວ.

  • ຂັ້ນແນະນຳການປະເມີນຜົນໂດຍໃຊ້ແຟ້ມສະສົມຜົນງານກ່ອນເລີ່ມຕົ້ນສອນ
  • ຄູອະທິບາຍກ່ຽວກັບການປະເມີນຜົນ ໂດຍໃຊ້ແຟ້ມສະສົມຜົນງານໃຫ້ນັກຮຽນຮູ້ວ່າເປັນວິທີການປະເມີນ

ຜົນງານ ທີ່ນັກຮຽນເຮັດໂດຍບໍ່ເນັ້ນການໃຊ້ແບບທົດສອບ, ວິທີນີ້ຂຶ້ນຢູ່ກັບຄວາມຮັບຜິດຊອບໃນເລື່ອງຕໍ່ໄປນີ້ຄື:

  • -ການວາງແຜນຂອງນັກຮຽນ
  • -ເກັບສະສົມຜົນງານແຕ່ລະອັນ.
  • -ການທົບທວນຜົນງານແຕ່ລະອັນ
  • -ການເລືອກຜົນງານແຕ່ລະອັນ
  • -ການປະເມີນຜົນງານແຕ່ລະອັນ.
  • ນອກຈາກນີ້ ຄູຕ້ອງອະທິບາຍວິທີເກັບຜົນງານໄວ້ໃນແຟ້ມລວມຜົນງານ ແລະ ການເລືອກຜົນງານເພື່ອຈະ

ເອົາໄປເຮັດເປັນແຟ້ມສະສົມຜົນງານຕໍ່ຈາກນັ້ນຄູ ແລະ ນັກຮຽນຈະພົບກັນເພື່ອອະທິບາຍກ່ຽວກັບຜົນງານລົງມືຈັດແຟ້ມສະສົມຜົນງານຂອງຕົນເອງ.

ຂັ້ນໃຫ້ນັກຮຽນສະສົມຜົນງານແຕ່ລະອັນນັກຮຽນຈະຜະລິດຜົນງານຫຼາຍຊະນິດທີ່ນັກຮຽນຕ້ອງການຜົນງານເຫຼົ່ານັ້ນນັກຮຽນຈະລວບລວມໄວ້ໃນແຟ້ມລວມຜົນງານ ເຊິ່ງແຟ້ມລວມຜົນງານນີ້ອາດເປັນແຟ້ມ, ເປັນກັບ, ເປັນຖົງ ຫຼື ອື່ນໆກໍໄດ້, ນັກຮຽນສາມາດໃຊ້ກັບ ຫຼື ກະເປົາເປັນແຟ້ມລວມຜົນງານກໍ່ໄດ້ເຊິ່ງນັກຮຽນແຕ່ລະຄົນຈະມີແຟ້ມລວມຜົນງານຂອງຕົນເອງ.

ການເກັບຜົນງານໃຫ້ເປັນລະບົບອາດຈັດລຽງຕາມວັນເດືອນປີທີ່ຜະລິດຜົນງານແຕ່ລະວັນ ຫຼື ນັກຮຽນສາມາດແຍກແຟ້ມລວມຜົນງານເປັນຕອນໆ ຕາມປະເພດຂອງຜົນງານ ເຊັ່ນ ຜົນງານກ່ຽວກັບການອ່ານ, ການຂຽນ, ໂຄງການເປັນຕົ້ນ. ຄູ ແລະ ນັກຮຽນຄວນວາງແຜນຮ່ວມກັນໃນການຈັດລະບົບການເກັບຜົນງານແຕ່ລະອັນໄວ້ໃນແຟ້ມລວມຜົນງານ.

ຫຼັກການ 3 ຢ່າງສຳຫຼັບການເຮັດແຟ້ມລວມຜົນງານທີ່ຄູຄວນສອນນັກຮຽນຄື:

  • -ເກັບຜົນງານທຸກອັນ
  • -ກຳນົດ ວັນ ເດືອນ ປີ ໃຫ້ແກ່ຜົນງານທຸກອັນ.
  • -ຈັດລະບົບແຟ້ມລວມຜົນງານ
  • ການຈັດສ່ວນປະກອບທີ່ສຳຄັນໃນແຟ້ມສະສົມຜົນງານ ໃຫ້ເປັນລະບຽບ ມີຄວາມສຳພັນ ຕໍ່ເນື່ອງເປັນ

ລະບົບປະກອບດ້ວຍ 3 ສ່ວນຄື:

ສ່ວນທີ 1 ສວນນຳປະກອບດ້ວຍ

  • -ຫຼັງປົກ
  • -ຄຳນຳ
  • -ສາລະບານ
  • -ປະຫັວດນັກຮຽນ
  • ສ່ວນທີ 2 ເນື້ອໃນປະກອບດ້ວຍ
  • - ໃບລາຍງານສະຫຼຸບຜົນງານໃນແຟ້ມສະສົມງານ
  • - ຕົວຢ່າງຜົນງານທີ່ຄັດເລືອກແລ້ວ
  • - ໃບສະຫຼຸບບຄວາມຄິດເຫັນຂອງຄູ
  • ສ່ວນທີ 3 ຂໍ້ມູນເພີ່ມເຕີມປະກອບດ້ວຍ
  • -ລາຍຊື່ປຶ້ມ ຫຼື ແຫຼ່ງສຶກສາຄົ້ນຄວ້າ
  • -ຄວາມຄິດເຫັນ ຫຼື ຄວາມຮູ້ສຶກຕໍ່ການຮຽນການສອນ
  • -ແບບບັນທຶກຕ່າງໆເຊັ່ນ ແບບທັນທຶກກ່ນປະຕິບັດງານ
  • -ເກນການປະເມີນຜົນງານ ຫຼື ປະເມີນແຟ້ມສະສົມຜົນງານ
  • -ຂໍ້ມູນການປະເມີນຂອງຄູ ເພື່ອນນັກຮຽນ ຫຼື ຜູ່ປົກຄອງ
  • -ແບບປະເມີນຜົນເອງຂອງນັກຮຽນ

ໃນການຈັດລະບົບແຟ້ມສະສົມຜົນງານ ຄວນເປີດໂອກາດໃຫ້ນັກຮຽນໄດ້ອອກແບບຕົກແຕ່ງປົກ ຈັດວາງຮູບແບບການນຳສະເໜີ ແລະ ສ່ວນປະກອບຕ່າງໆ ຂອງແຟ້ມສະສົມຜົນງານຢ່າງອິດສະຫຼະ ເພື່ອສະແດງຄວາມຄິດສ້າງສັນ ແລະ ລັກສະນະນິໄສຂອງນັກຮຽນ.

  • ຂັ້ນໃຫ້ນັກຮຽນເລືອກຜົນງານແຕ່ລະອັນ ເພື່ອກຽມເຮັດແຟ້ມສະສົມຜົນງານ
  • ຖ້າຄູສອນວິຊາໜຶ່ງໄປແລ້ວ 8 ອາທິດ ຫຼື ພົບກຸ່ມນັກຮຽນຫຼາຍກວ່າ 12 ຊົ່ວໂມງຕໍ່ອາທິດຈົ່ງໃຫ້ນັກຮຽນ

ເລືອກຜົນງານແຕ່ລະອັນເພື່ອຈັດແຟ້ມສະສົມຜົນງານ. ໃນລະຫວ່າງ ພາກຮຽນຄວນໃຫ້ນັກຮຽນພິຈາລະນາຜົນງານແຕ່ລະອັນໃນແຟ້ມລວມຜົນງານ ແລະ ເລືອກຜົນງານແຕ່ລະອັນໄດ້ ເພື່ອນັກຮຽນຈະໄດ້ທົບທວນແຕ່ລະຜົນງານ ເພື່ອປັບປຸງ ແລະ ວາງແຜນ ວ່າມີອັນໃດອີກທີ່ນັກຮຽນຕ້ອງການເຮັດ ເພື່ອໃຫ້ບັນລຸເປົ້າໝາຍຂອງນັກຮຽນ, ນັກຮຽນສາມາດເຮັດວຽກງານດ້ວຍກັນເປັນກຸ່ມ ເພື່ອຊ່ວຍກັນພິຈາລະນາວ່າຄວນເລືອກຜົນງານແຕ່ລະອັນ ແລະ ຄວນເລືອກອັນໃດ ແລະ ເປັນຫຍັງຈຶ່ງເລືອກຜົນງານອັນນັ້ນ, ແຕ່ທຸກຄົນໃນກຸ່ມຕ້ອງຄຳນຶງເຖິງ ເປົ້າໝາຍ ແລະ ເກນບັງຄັບຕ່າງໆ ທີ່ຕ້ອງເຮັດມີອັນໃດ?

  • ຂັ້ນພົບປະ ຫຼື ປະຊຸມຮ່ວມກັນ
  • ຫຼັງຈາກນັກຮຽນເລືອກຜົນງານເພື່ອຈັດແຟ້ມສະສົມຜົນງານແລ້ວ ຄູຕ້ອງພົບກັບນັກຮຽນເປັນລາຍບຸກຄົນໃນ

ເວລາສັ້ນໆ ເພື່ອອະທິບາຍກ່ຽວກັບຜົນງານແຕ່ລະອັນ ທີ່ນັກຮຽນເລືອກວ່າຜົນງານນັ້ນໆໄດ້ສະແດງໃຫ້ເຫັນວ່ານັກຮຽນໄດ້ຮຽນຮູ້ອັນໃດ ແລະ ສະແດງໃຫ້ເຫັນເຖິງການສອນຂອງຄູດ້ວຍ.

ຕົວຢ່າງ ຄໍາຖາມເພື່ອໃຊ້ໃນການປະຊຸມຮ່ວມກັບນັກຮຽນ.

ແບບສອບຖາມເພື່ອການປະຊຸມຮ່ວມກັບນັກຮຽນ.

ຊື່ ແລະ ນາມສະກຸນຄູ..........................ຊື່ ແລະ ນາມສະກຸນນັກຮຽນ.........................

ວິຊາ.............................. ວັນ ເດືອນ ປີ..........................

ຄຳຊີ້ແຈງ

ຄໍາຖາມຕໍ່ໄປນີ້ ເພື່ອທົບທວນ ແລະ ວາງແຜນການຈັດແຟ້ມສະສົມຜົນງານຮ່ວມກັນກັບນັກຮຽນ.

  • -ນັກຮຽນເລືອກຜົນງານອັນໃດແດ່ ?
  • -ນັກຮຽນຕັດສິນໃຈເລືອກຜົນງານນັ້ນໆ ໂດຍມີເກນແນວໃດ ?
  • -ນັກຮຽນໄດ້ຮຽນຮູ້ອັນໃດແດ່ ? ຈາກຜົນງານແຕ່ລະອັນທີ່ເລືອກ.
  • -ນັກຮຽນມີຄວາມເພີ່ງພໍໃຈອັນໃດຫຼາຍທີ່ສຸດ ?
  • -ນັກຮຽນຕ້ອງການຮຽນຮູ້ ຫຼື ພັດທະນາທັກສະໃດເພີ່ມຕື່ມອີກ ?
  • -ສິ່ງໃດທີ່ນັກຮຽນຕ້ອງການຮັກສາໄວ້ ?
  • -ນັກຮຽນມີຄຳແນະນຳໃນການປັບປຸງການຮຽນ-ການສອນແນວໃດແດ່ ?
  • -ໃນອານາຄົດນັກຮຽນຢາກເຮັດຜົນງານອັນໃດອີກແດ່ ?
  • ຂັ້ນຕຽມຈັດແຟ້ມສະສົມຜົນງານ
  • ໃນຂັ້ນນີ້ນັກຮຽນເລືອກຜົນງານເປັນຄັ້ງສຸດທ້າຍທີ່ຈະລວບລວມໄວ້ໃນແຟ້ມສະສົມຜົນງານ, ໃນການເລືອກນັ້ນ

ນັກຮຽນຕ້ອງຄຳນຶງສະເໜີເຖິງຄຳຖາມຕ່າງໆ ໃນຂໍ້ແນະນຳໃນການຕຽມແຟ້ມສະສົມຜົນງານດັ່ງຕໍ່ໄປນີ້:

ການຕຽມແຟ້ມສະສົມຜົນງານ

  • -ຊະນິດຂອງຜົນງານແຕ່ລະອັນແຕກຕ່າງກັນແນວໃດ, ຜົນງານທີ່ເຮັດມີຈັກຊະນິດ ?
  • -ຜົນງານອັນໃດທີ່ເປັນຕົວແທນຂອງແຕ່ລະຊະນິດທີ່ຈະໃຊ້ເຮັດແຟ້ມສະສົມຜົນງານ ?
  • -ມີຊື່ຜູ່ເຮັດ, ຫົວເລື່ອງ ວັນເດືອນ ປີ ໃນແຕ່ລະຜົນງານ ຫຼື ບໍ ?
  • -ຂຽນຊື່ກິດຈະກຳ ຫຼື ວຽກງານທີ່ໄດ້ຮັບມອບໝາຍລົງໃນບັນທຶກ ຫຼື ຍັງ ?
  • -ມີອັນໃດອີກທີ່ຈໍາເປັນຕ້ອງໃສ່ໄວ້ໃນແຟ້ມສະສົມຜົນງານ?

ການຂຽນສະຫຼຸບລາຍງານແຟ້ມສະສົມຜົນງານ

  • -ໜ້າສະຫຼຸບນີ້ເຮົາຂຽນໃຫ້ໃຜອ່ານ, ຜູ່ອ່ານຕ້ອງການຮູ້ອັນໃດ ?
  • -ຄວນບອກອັນໃດແດ່ໃນວຽກງານຂອງເຮົາ ?
  • -ເຮົາມັກອັນໃດແດ່ໃນວຽກງານຂອງເຮົາ ?
  • -ການເຮັດວຽກຂອງເຮົາມີຄວາມສະໜຸກສະໜານແນວໃດ ?
  • -ຜົນງານທີ່ດີທີ່ສຸດໃນແຟ້ມສະສົມຜົນງານຂອງເຮົາຄືອັນໃດ ?
  • -ເຮົາໄດ້ຮຽນຮູ້ອັນໃດແດ່ເຊິ່ງແຕ່ກ່ອນບໍ່ເຄີຍຮູ້ມາກ່ອນ ?
  • -ເຮົາເຮັດອັນໃດແດ່ ເຊິ່ງແຕ່ກ່ອນເຮົາເຮັດບໍ່ໄດ້ ?
  • -ມີຄວາມຄິດເຫັນແນວໃດກ່ຽວກັບວິຊາຮຽນ, ຄູ ຫຼື ອື່ນໆທີ່ກ່ຽວຂ້ອງ ?

ການຂຽນແຜ່ນປົກໜ້າຜົນງານແຕ່ລະອັນ

  • -ເປັນຫຍັງເຮົາຈຶ່ງເລືອກຜົນງານອັນນີ້
  • -ສິ່ງທີ່ເຮົາມັກກ່ຽວກັບຜົນງານນີ້ ແມ່ນອັນໃດ ?
  • -ເຮົາເຮັດອັນໃດໄດ້ແດ່ ?
  • -ເຮົາໄດ້ຮຽນຮູ້ອັນໃດແດ່ຈາກສິ່ງກ່ຽວກັບຕົນເອງ.
  • -ເຮົາໄດ້ຮຽນຮູ້ອັນໃດກ່ຽວກັບຕົນເອງ.

หมายเลขบันทึก: 570942เขียนเมื่อ 24 มิถุนายน 2014 13:32 น. ()แก้ไขเมื่อ 24 มิถุนายน 2014 13:32 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท