ບົດທີ 3 ການຂຽນຂໍ້ສອບປາລະໄນ ແລະ ອັດຕາໄນ


ບົດທີ 3

ການຂຽນຂໍ້ສອບປາລະໄນ ແລະ ອັດຕາໄນ

  • 1.ການຂຽນຂໍ້ສອບແບບອັດຕາໄນ
  • 1.1ຄວາມໝາຍຂອງຂໍ້ສອບແບບອັດຕາໄນ
  • ຂໍ້ສອບອັດຕາໄນແມ່ນຂໍ້ສອບທີ່ມີສະເພາະແຕ່ຄຳຖາມແລ້ວເປີດໂອກາດໃຫ້ນັກຮຽນຕອບຢ່າງເສລີ ໂດຍການ

ຂຽນບັນລະຍາຍຕາມຄວາມຮູ້ ແລະ ຕາມຄວາມຄິດເຫັນຂອງຕົນເອງ .

  • 1.2ຫຼັກການສ້າງຂໍ້ສອບແບບອັດຕາໄນ ແລະ ຫຼັກການໃຫ້ຄະແນນ
  • ຫຼັກການສ້າງຂໍ້ສອບແບບອັດຕາໄນ
  • 1.ຂຽນຄຳອະທິບາຍໃຫ້ຊັດເຈນ ກ່ຽວກັບການຕອບຄຳຖາມ ເວລາທີ່ໃຊ້ສອບ ແລະ ຄະແນນເຕັມໃນແຕ່ລະຂໍ້
  • 2.ຄວນໃຊ້ຄຳຖາມໃນສິ່ງທີ່ຂໍ້ສອບສາມາດວັດໄດ້ດີທີ່ສຸດ ເຊັ່ນ ການບັນລະຍາຍ, ການສະແດງຄວາມຄິດເຫັນ ແລະ ວິເຄາະວິຈານຕ່າງໆ ຄວນຫຼີກເວັ້ນຄຳຖາມທີ່ເປັນຄວາມຈຳ.
  • 3.ຄວນຄຳນຶງຄວາມສຳຄັນຂອງຈຸດປະສົງທີ່ວາງໄວ້ໃນຕາຕະລາງວິເຄາະຫຼັກສູດໂດຍເລືອກເອົາສະເພາະຈຸດສຳຄັນທີ່ສຸດ.
  • 4.ພະຍາຍາມສ້າງຂໍ້ສອບໃຫ້ເໜາະກັບເວລາທີ່ໃຊ້ໃນການສອບ.
  • 5.ບໍ່ຄວນໃຫ້ນັກຮຽນເລືອກຕອບເປັນບາງຂໍ້ ເຊັ່ນ ມີ 5 ຂໍ້ ຕອບພຽງ 4 ຂໍ້ ເພາະອາດຈະມີ ການໄດ້ປຽບເສຍປຽບເພາະຂໍ້ສອບຈະມີຄວາມຍາກງ່າຍບໍ່ເທົ່າກັນ ເຮັດໃຫ້ຄະແນນທີ່ໄດ້ນັ້ນປຽບທຽບກັນບໍ່ໄດ້.
  • ຫຼັກການກວດໃຫ້ຄະແນນ
  • 1.ສ້າງຂະໜານຕອບໃຫ້ສົມບູນ ແລະ ກຳນົດຄະແນນຂອງແຕ່ລະຄຳຕອບ
  • 2.ຄວນໃຫ້ຄະແນນຄຳຕອບທີ່ເປັນການລວບລວມຄວາມຄິດ ລັກສະນະການຂຽນຊັດເຈນການອະທິບາຍຖືກຕ້ອງຂອງແຕ່ລະຕອນ.
  • 3.ຄວນກວດຂໍ້ສອບຂອງຜູ່ສອບເທື່ອລະຂໍ້ພ້ອມກັນທຸກຄົນແລ້ວຈຶ່ງຄ່ອຍກວດຂໍ້ຕໍ່ໄປ
  • 4.ຄວນປະເມີນຜົນຂອງຄຳຕອບຕາມທີ່ນັກຮຽນຕອບບໍ່ຄວນເອົາຄວາມຮູ້ສຶກດ້ານອື່ນໆໄປປະປົນ.
  • 5.ຖ້າເປັນໄປໄດ້ຄວນມີຜູ່ກວດຢ່າງນ້ອຍ 2 ຄົນຂຶ້ນໄປໃນການກວດຂໍ້ສອບດຽວກັນ.
  • 1.3ຕົວຢ່າງຂໍ້ສອບແບບອັດຕະໄນ
  • 1.ຈົ່ງອະທິບາຍຄຳວ່າ “ ການຂາດດູນການຄ້າ” ຕາມຫຼັກເສດຖະສາດ ?
  • 2.ຍ້ອນຫຍັງຢູ່ເຂດພູພຽງບໍລິເວນຈິ່ງມີຝົນຕົກຫຼາຍ ?
  • 3.ຢາເສບຕິດມີຜົນຮ້າຍຕໍ່ສຸຂະພາບແນວໃດ ?
  • 1.4ຈຸດດີ ແລະ ຈູດອ່ອນຂອງຂໍ້ສອບແບບອັດຕະໄນ
  • ຈຸດດີ
  • ຈຸດອ່ອນ
    • -ສາມາດວັດຂະບວນການຄິດ ແລະ ຄວາມສາມາດໃນການຂຽນ
    • -ວັດຄວາມຄິດສ້າງສັນ ແລະ ຄວາມສາມາດໃນການປະເມີນຄ່າໄດ້ດີ
    • -ສາມາດວັດທັດສະນະຄະຕິ ແລະ ຄວາມຄິດຄວາມເຫັນຕ່າງໆໄດ້ດີ.
    • -ມີຄວາມສະດວກ ແລະ ງ່າຍໃນການອອກຂໍ້ສອບ
    • -ຜູ່ຕອບມີອິດສະຫຼະໃນການສະແດງຄວາມຄິດຄວາມເຫັນໄດ້ຢ່າງເຕັມທີ່.
  • -ການໃຫ້ຄະແນນບໍ່ແນ່ນອນ ຄະແນນທີ່ໄດ້ຂຶ້ນຢູ່ກັບຜູ່ກວດ ເຊັ່ນ ອາລົມ, ທັດສະນະຄະຕິ, ຕົວໜັງສືເປັນຕົ້ນ.
  • -ຂາດຄວາມທ່ຽງຕົງດ້ານເນື້ອໃນ ເພາະອອກຂໍ້ສອບໄດ້ໜ້ອຍຂໍ້ຈຶ່ງບໍ່ຄວບຄຸມທຸກ ເນື້ອໃນທີ່ຮຽນມາ.
  • -ກວດໃຫ້ຄະແນນຍາກເສຍເວລາຫຼາຍ.
    • 2.ການຂຽນຂໍ້ສອບແບບປາລະໄນ
    • 2.1ຄວາມໝາຍຂອງຂໍ້ສອບແບບປາລະໄນ
    • ຂໍ້ສອບແບບປາລະໄນຈະປະກອບດ້ວຍ 2 ພາກສ່ວນຄື ຄຳຖາມ ແລະ ຄຳຕອບ. ຄຳຖາມຂອງຂໍ້ສອບປາລະໄນແຕ່ລະຂໍ້ຈະເຈາະຈົງສະເພາະຈຸດນ້ອຍໆຂອງເນື້ອໃນບົດຮຽນ. ດັ່ງນັ້ນ, ຈຶ່ງມີຄຳຖາມຫຼາຍຂໍ້ ສ່ວນຄຳຕອບນັ້ນຜູ່ຕອບຕ້ອງໃຊ້ເວລາໃນການຄຶດ ແລ້ວຂຽນຕອບເປັນປະໂຫຍກສັ້ນໆ ຫຼື ຂີດເຄື່ອງໝາຍໃສ່ຄຳຕອບທີ່ຕ້ອງການເລືອກ. ດັ່ງນັ້ນ, ຜູ່ຕອບຕ້ອງປະຕິບັດດັ່ງນີ້:
    • - ຕ້ອງອ່ານຂໍ້ສອບແຕ່ລະຂໍ້ພ້ອມທັງຄຳຖາມ ແລະ ຄຳຕອບທີ່ສົມບູນ
    • - ເລືອກຄຳຕອບທີ່ຖືກທີ່ສຸດຈາກຕົວເລືອກທີ່ຜູ່ຂຽນກຳນົດມາແລ້ວ
    • - ຕ້ອງຕ້ອງຄຳຖາມຈາກແບບທົດສອບຫຼາຍຂໍ້
    • 2.2 ຮູບແບບຂອງຂໍ້ສອບແບບປາລະໄນ
    • ກ. ຂໍ້ສອບແບບຕອບສັ້ນໆ ( Short Answer Items )
    • ຂໍ້ສອບຈະປະກອບດ້ວຍຄຳຖາມທີ່ສົມບູນ ແລ້ວໃຫ້ຜູ່ຕອບສະແດງຄວາມສາມາດໃນການແກ້ບັນຫາດ້ວຍການຂຽນຕອບເປັນຄຳດຽວ ຫຼື ປະໂຫຍກສັ້ນໆ.
    • ຫຼັກການສ້າງ
    • ຕັ້ງບັນຫາເປັນຮູບຄຳຖາມ ແລະ ຕ້ອງການຄຳຕອບພຽງສັ້ນ
    • ຕ້ອງເປັນຄຳຖາມທີ່ມີຄຳຕອບຕາຍຕົວແນ່ນອນ
    ຕົວຢ່າງ
    • -ເມືອງລະຄອນເພັງຕັ້ງຢູ່ທິດໃດຂອງແຂວງສາລະວັນ ?
    • -ປະທານປະເທດລາວຄົນປະຈຸບັນມີຊື່ ແລະ ນາມສະກຸນວ່າແນວໃດ ?
    • -ວັນສະຖາປະນາ ສປປ ລາວ ແມ່ນວັນທີ ເດືອນ ປີ ໃດ ?
    • -ນາຍົກລັດຖະມົນຕີຂອງລາວຄົນປະຈຸບັນມີຊື່ ແລະ ນາມສະກຸນວ່າແນວໃດ ?
    • -ຈົ່ງໃຫ້ຄວາມໝາຍຂອງຄຳວ່າ “ ການປະເມີນ ” ?
    • -ເລື່ອງ ສິນໄຊ ແມ່ນບົດປະພັນຂອງຜູ່ໃດ ?
    • ຈຸດດີ
    • ຈຸດອ່ອນ
      • -ສ້າງງ່າຍ ສະດວກ ແລະ ສ້າງໄດ້ໄວ
      • -ສາມາດຂຽນຄຳຖາມໄດ້ຫຼາຍຂໍ້
      • -ຂຽນຄຳຕອບໄດ້ງ່າຍກວ່າຂໍ້ສອບອັດຕາໄນ
      • -ເໝາະສໍາລັບວັດພຶດຕິກຳດ້ານຄວາມຮູ້ຄວາມຈຳ ເຊັ່ນ ຖາມກ່ຽວກັບຄຳສັບ, ກົດເກນ, ນິຍາມເປັນຕົນ
    • -ບາງຄັ້ງອາດເກີດບັນຫາໃນການໃຫ້ຄະແນນ ເຊັ່ນ ຜູ່ຕອບໃຊ້ພາສາຜິດພາດ.
    • - ກວດຍາກກວ່າຂໍ້ສອບປາລະໄນປະເພດກຳນົດຄໍາຕອບມາໃຫ້
    • -ບໍ່ສາມາດວັດພຶດຕິກຳ, ການວິເຄາະ, ການສັງເຄາະ ແລະ ການປະເມີນຄ່າ.
    • -ຍາກທີ່ຂຽນຄຳຖາມໃຫ້ໄດ້ພຽງຄຳຕອບດຽວ
      • ຂ. ຂໍ້ສອບແບບຕື່ມຄຳ ( Completion Items )
      • ຄໍາຖາມຈະຂຽນປະໂຫຍກໃດໜຶ່ງໄວ້ ແລ້ວຈົ່ງຫວ່າງໄວ້ທາງກາງ ຫຼື ທ້າຍຂອງປະໂຫຍກເພື່ອໄວ້ໃຫ້ຕື່ມໃສ່ ເພື່ອໃຫ້ໄດ້ປະໂຫຍກທີ່ສົມບູນ. ການຈົ່ງຫວ່າງໄວ້ໃຫ້ຕື່ມໃສ່ນັ້ນສາມາດຈົ່ງໄດ້ຫຼາຍຫວ່າງ
      • ຫຼັກການສ້າງ
      • 1.ພະຍາຍາມຂຽນປະໂຫຍກໃຫ້ຊັດເຈນ ເພື່ອບໍ່ໃຫ້ຜູ່ຕອບເສຍເວລາໃນການຕີຄວາມໝາຍເຊັ່ນ
      • ບໍ່ດີ ຜູ່ທີ່ບວດເປັນພະໄດ້ຕ້ອງ........................
      • ດີ ຜູ່ທີ່ບວດເປັນພະໄດ້ຕ້ອງເປັນຜູ່ຊາຍ ມີອາຍຸ.........ປີເຕັມຂຶ້ນໄປ.
      • 2.ບໍ່ຄວນຈົ່ງຫວ່າງຫຼາຍເກີນໄປຈົນບໍ່ສາມາດຮູ້ໄດ້ວ່າຕ້ອງການຫຍັງເຊັ່ນ
      • ບໍ່ດີ.................ຊອກໄດ້ໂດຍເອົາ..................ຫານໃຫ້..............
      • ດີ ຄວາມໄວຊອກໄດ້ໂດຍເອົາ...........ຫານໃຫ້..................
      • 3.ຄໍາທີ່ຈະເອົາມາຕື່ມນັ້ນຄວນເປັນຄຳທີ່ສຳຄັນເຊັ່ນ
      • ບໍ່ດີ ໃນປີ 1492 ໂກລຳບັດໄດ້.................ທະວີບອາເມຣິກາ
      • ດີ ໂກລຳບັດໄດ້ພົບທະວີບອາເມລິກາ ໃນປີ.................
      • 4.ການຈົ່ງຫວ່າງໄວ້ຄວນຈົ່ງໄວ້ທ້າຍປະໂຫຍກ ດີກວ່າຈົ່ງໄວ້ທາງກາງ ຫຼື ຕົ້ນປະໂຫຍກເຊັ່ນ
      • ບໍ່ດີ .............. ຄືສັນຍາລັກທາງເຄມີຂອງນໍ້າ
      • ດີ ສັນຍາລັກທາງເຄມີຂອງນໍ້າຄື: .......................
      • 5.ບໍ່ຄວນກ່າຍເອົາປະໂຫຍກໃດໜຶ່ງໃນບົດຮຽນມາຂຽນຖາມໂດຍການຕັດຄຳສັບໃດໜຶ່ງອອກເພາະຈະເຮັດໃຫ້ນັກຮຽນຕອບດ້ວຍການເລົ່າບົດຮຽນ.
      • 6.ຄວນສ້າງຄຳຖາມເພື່ອໃຫ້ໄດ້ຄຳຕອບທີ່ສັ້ນທີ່ສຸດ.
      • 7.ຄວນສ້າງຄຳຖາມເພື່ອໃຫ້ໄດ້ຄຳຕອບພຽງຢ່າງດຽວ.
      • 8.ຈົ່ງຫວ່າງເພື່ອຂຽນຄຳຕອບໃຫ້ພຽງພໍ ແລະ ຄວນຈົ່ງຫວ່າງໃຫ້ເທົ່າກັນ.
      • 9.ຄະແນນແຕ່ລະຫວ່າງຄວນໃຫ້ເທົ່າກັນ.
      • 10.ຖ້າຫວ່າງທີ່ຕ້ອງການໃຫ້ຕື່ມມີຫຼາຍຫວ່າງກໍບໍ່ຄວນຂຽນຄຳຖາມປະເພດນີ້ ເພາະຈະເປັນການແນະນຳຄຳຕອບ ເຊັ່ນ ທຸງຊາດລາວມີ............ສີ ຄື 1. ສີ..............2. ສີ.............3. ສີ..................
      • 11.ຖ້າຂຽນປະໂຫຍກບໍ່ດີຈະບໍ່ເປັນຄຳຖາມ ແບບປາລະໄນເຊັ່ນ
      • ບໍ່ດີ ສະບູເປັນ.........................................................
      • ດີ ສະບູເປັນທາດປະສົມລະຫວ່າງ...........ກັບ...................
      • ຈຸດດີ
      • ຈຸດອ່ອນ
        • -ສ້າງງ່າຍ ສະດວກ ແລະ ສ້າງໄດ້ໄວ
        • -ໂອກາດທີ່ຕອບຖືກໂດຍການເດົາມີໜ້ອຍ
        • -ສາມາດສ້າງຄຳຖາມເນື້ອໃນເລື່ອງໜຶ່ງໄດ້ຫຼາຍຂໍ້
        • -ວັດໄດ້ແຕ່ພຶດຕິກຳດ້ານ ຄວາມຮູ້-ຄວາມຈື່ຈຳ
        • ຕົວຢ່າງ
        • -ນາຍົກລັດຖະມົນຕີຂອງ ສ ປ ປ ລາວ ຄົນປັດຈຸບັນມີຊື່ແລະນາມສະກຸນວ່າ.............................................
        • -ພູທີ່ສູງກວ່າໝູ່ໃນ ສປປລາວແມ່ນ...........................................
        • - ມີຄ່າເທົ່າກັບ.........................................................
        ຄ. ຂໍ້ສອບແບບຈັບຄູ່ ( Matching Test Items )ຂໍ້ສອບຈະປະກອບດ້ວຍພາກຄຳຖາມ ແລະ ພາກຄຳຕອບ ໂດຍຜູ່ຕອບຈະຕ້ອງຊອກຫາຄູ່ລະຫວ່າງຄຳຖາມ ແລະ ຄຳຕອບ

        ທີ່ກຳນົດໄວ້ນັ້ນກົງກັນ ຫຼື ພົວພັນກັນຢ່າງມີເຫດຜົນ.

        • ຫຼັກການສ້າງ
        • -ຄວນຂຽນຄຳອະທິບາຍໃຫ້ຜູ່ຕອບປະຕິບັດຢ່າງຊັດເຈນ
        • -ຈຳນວນຂໍ້ໃນພາກຄຳຕອບຄວນໃຫ້ມີຫຼາຍກວ່າຈຳນວນຂໍ້ຄຳຖາມ.
        • -ຄໍາທີ່ຢູ່ໃນພາກສ່ວນຄຳຖາມ ແລະ ຄຳຕອບຄວນໃຫ້ເປັນຊະນິດດຽວກັນ.
        • -ຄຳທີ່ເວົ້າຄູ່ກັນຄວນຢູ່ສະຫຼັບກັນ ຫຼື ອາດຈັດລຽງລຳດັບຕົວອັກສອນເວລາ ຫຼື ຈາກໜ້ອຍ ໄປຫາຫຼາຍ.
        • -ພະຍາຍາມໃຫ້ພາກຄຳຖາມ ແລະ ພາກຄຳຕອບດຸ່ນດ່ຽງກັນຈຳນວນຂໍ້ຍ່ອຍໃນພາກຄຳຖາມຄວນຢູ່ໃນລະຫວ່າງ
        • 5-8 ຂໍ້ເຊັ່່ນ:
        • ພາກຄຳຖາມມີ 5 ຂໍ້ ພາກສ່ວນຄຳຕອບຄວນມີ 8-10 ຂໍ້
        • ພາກຄຳຖາມມີ 7 ຂໍ້ ພາກສ່ວນຄຳຕອບຄວນມີ 10-12 ຂໍ້
        • -ທັງພາກຄຳຖາມ ແລະ ພາກຄຳຕອບຄວນໃຫ້ຢູ່ໃນໜ້າດຽວກັນ.
        • ລັກສະນະຄຳ ຫຼື ຂໍ້ຄວາມທີ່ຄວນນຳມາຈັບຄູ່ກັນ
        • ຊື່ບຸກຄົນສຳຄັນ ຈັບຄູ່ກັບ ຜົນງານທີ່ເດັ່ນໆ
        • ຊື່ນັກປະພັນ ຈັບຄູ່ກັບ ຊື່ປຶ້ມເລື່ອງ
        • ຄຳສັບ ຈັບຄູ່ກັບ ຄວາມໝາຍຂອງຄຳສັບ
        • ກົດເກນ ຈັບຄູ່ກັບ ຕົວຢ່າງ
        • ເຫດເກນ ຈັບຄູ່ກັບ ວັນທີ ເດືອນ ປີ
        • ພະຍາດ ຈັບຄູ່ກັບ ອາການຂອງພະຍາດ
        • ວັດຖູ ຈັບຄູ່ກັບ ໜ້າທີ່ຂອງມັນ
        • ສັນຍາລັກ ຈັບຄູ່ກັບ ຄວາມໝາຍ
        • ຊື່ປະເເທດ ຈັບຄູ່ກັບ ນະຄອນຫຼວງ ໆລໆ
        • ຈຸດດີ
        • ຈຸດອ່ອນ
          • -ສ້າງງ່າຍ ແລະ ປະຢັດເວລາ
          • -ສາມາດຖາມໄດ້ຫຼາຍຂໍ້ໃນເວລາຈຳກັດ
          • -ເໜາະສຳລັບການວັດຄວາມຈຳ
          • -ກວດໃຫ້ຄະແນນໄວ ແລະ ສາມາດໃຊ້ຄອມພີວເຕີກວດໄດ້.
          • -ສາມາດພັດທະນາເປັນຂໍ້ສອບແບບເລືອກຕອບໄດ້
          • -ສ້າງຂໍ້ສອບໃຫ້ມີການພົວພັນກັນຍາກ
          • -ວັດພຶດຕິກຳຂັ້ນສູງໄດ້ໜ້ອຍ
          • -ຂໍ້ສອບຂໍ້ທີ່ຢູ່ທາງຫຼັງ ມີໂອກາດຕອບຖືກໄດ້ງ່າຍ.
          ຕົວຢ່າງ:
          • ຄຳຊີ້ແຈງ: ໃຫ້ນັກຮຽນຂີດເສັ້ນເຊື່ອມໂຍງກັນລະຫວ່າງຂໍ້ຄວາມເບື້ອງຊ້າຍມືໃສ່ເບື້ອງຂວາມືທີ່ເຫັນວ່າມີຄວາມກ່ຽວພັນກັນ
          • ປະເທດ ນະຄອນຫຼວງ
          • ຫວຽດນາມ ພະນົມເປັນ
          • ໄທ ປັກກິ່ງ
          • ກໍາປູເຈຍ ໂຕກຽວ
          • ຈີນ ຮ່າໂນ້ຍ
          • ຍີ່ປຸ່ນ ຢາງກຸ້ງ
          • ບາງກອກ
          • ໂຮ່ຈິມິນ
          ງ. ຂໍ້ສອບແບບຖືກຜິດ ( True – False )

          ເປັນຂໍ້ສອບທີ່ໃຫ້ພິຈາລະນາວ່າ ຄຳຖາມທີ່ຖາມໄປນັ້ນຖືກ ຫຼື ຜິດຕາມເນື້ອໃນຂອງບົດຮຽນ ໂດຍທີ່ຜູ່ຕອບຕ້ອງຂຽນຄຳຖາມວ່າ ຖືກ - ຜິດ , ແມ່ນ - ບໍ່ແມ່ນ, ເຫັນດີ - ບໍ່ເຫັນດີເປັນຕົ້ນ.

          • ຫຼັກການສ້າງ
          • -ຂຽນຂໍ້ສອບໃຫ້ເປັນປະໂຫຍກບອກເລົ່າ ແລະ ບໍ່ຄວນຖາມຍາກເກີນໄປ
          • -ຄວນໃຊ້ພາສາງ່າຍໆເຊັ່ນ:
          • ບໍ່ດີ ຖືກ ຜິດ ທຸກຄົນມີການເທົ່າທຽມກັນ
          • ດີ ຖືກ ຜິດ ລັດຖະທຳມະນູນລະບູໄວ້ວ່າທຸກຄົນມີສິດເທົ່າທຽມກັນ.
          • -ຫຼີກເວັ້ນການໃຊ້ຄຳສັບບາງປະເພດທີ່ເປັນການແນະນຳຄຳຕອບ ເຊັ່ນ ທັງໝົດ , ສະເໜີ, ບໍ່ມີເລີຍ, ທຸກໆ..... ເພາະຄຳສັບປະເພດນີ້ຈະເຮັດໃຫ້ປະໂຫຍກຜິດຫຼາຍກວ່າຖືກ ສ່ວນຄຳວ່າອາດຈະ, ບາງຢ່າງ, ບາງຄັ້ງ ອາດຈະເຮັດໃຫ້ປະໂຫຍກນັ້ນຖືກຫຼາຍກວ່າຜິດ.
          • -ພະຍາຍາມໃຊ້ຄຳເວົ້າທີ່ສະແດງເຖິງປະລິມານຫຼາຍກວ່າ ຄຳເວົ້າທີ່ສະແດງເຖິງຄຸນນະພາບ ເພາະການໃຊ້ຄຳເວົ້າ ຫຼາຍ, ໜ້ອຍ, ດີ, ຊົ່ວ ເປັນສິ່ງທີ່ຕັດສິນໃຈຍາກ.
          • -ເຮັດໃຫ້ຄຳຖາມມີຄວາມຄິດດຽວກັນ ບໍ່ຄວນເຮັດໃຫ້ສ່ວນທີ່ຢູ່ທາງໜ້າຜິດ ແຕ່ສ່ວນທີ່ຢູ່ທາງຫຼັງຖືກ.
          • -ບໍ່ຄວນໃຊ້ຄຳສັບທີ່ມີລັກສະນະຄຳສັ່ງ.
          • -ບໍ່ຄວນໃຊ້ຄຳປະຕິເສດຊ້ອນກັນ.
          • -ຖ້າອອກຂໍ້ສອບປະເພດຖືກຜິດທັງໝົດ ຄວນສ້າງຄຳຖາມໃຫ້ຫຼາຍໆ ເຊັ່ນ 50 , 100 ຫຼື 200 ຂໍ້ ແລະ ຄວນວາງຂໍ້ຖືກຜິດສະຫຼັບກັນຢ່າງບໍ່ມີລະບົບ.
          • -ຄວນກຳນົດຄະແນນໄວ້ ໃນຄຳອະທິບາຍແນ່ນອນ ເຊັ່ນ ຂໍ້ລະ 1 ຄະແນນ ແລະ ບໍໍ່ຄວນຫັກຄະແນນ ຫຼື ໃຫ້ຄະແນນຕິດລົບໃນຂໍ້ທີ່ເຮັດຜິດ.
          • ຈຸດດີ
          • ຈຸດອ່ອນ
            • -ກວດງ່າຍ, ໄວ, ຍຸດຕິທຳ ແລະ ເປັນປາລະໄນ
            • -ສາມາດວັດຄວາມຮູ້ຄວາມຈຳໄດ້ດີ
            • -ສາມາດວັດເນື້ອໃນຂອງບົດຮຽນໄດ້ຫຼາຍກວ່າຂໍ້ສອບແບບອື່ນໆ
            • -ສາມາດພັດທະນາເປັນຂໍ້ສອບແບບເລືອກຕອບໄດ້.
            • -ອອກຂໍ້ສອບງ່າຍ ໄດ້ຈຳນວນຫຼາຍຂໍ້ ແຕ່ຜູ່ສອບໃຊ້ເວລາເຮັດໜ້ອຍ.
            • -ນັກຮຽນໄດ້ຄະແນນຈາກການເດົາສູງ.
            • -ບໍ່ສາມາດວິນິດໄສໄດ້ວ່ານັກຮຽນເຮັດຜິດເພາະສາຍເຫດໃດ?
            • -ມີຄວາມເຊື່ອໜັ້ນຕໍ່າ ດັ່ງນັ້ນ ຄວນອອກຂໍ້ສອບ 50 ຂໍ້ຂຶ້ນໄປ.
            • -ສາມາດວັດໄດ້ສະເພາະພຶດຕິກຳຄວາມຮູ້ຄວາມຈຳ
            • -ສົ່ງເສີມການຮຽນທີ່ບໍ່ດີໃຫ້ແກ່ນັກຮຽນ.
            • ຕົວຢ່າງ
            • 1................ພູທີ່ສຸດທີ່ສຸດໃນປະເທດລາວ ຄືພູເບ້ຍ
            • 2.............. ເລື່ອງກອງພັນທີສອງເປັນບົດປະພັນຂອງ ສ.ບຸຜານຸວົງ.
            • 3............ ນໍ້າຂອງໄຫຼຜ່ານປະເທດລາວມີລວງຍາວ 2.500 ກິໂລແມັດ.
            ຈ. ຂໍ້ສອບແບບເລືອກຕອບ ຂໍ້ສອບປະກອບດ້ວຍຄໍາຖາມທີ່ເປັນປະໂຫຍກທີ່ສົມບູນ ເພື່ອວັດຄວາມຮູ້ຄວາມສາມາດກັບຕົວເລືອກຕັ້ງແຕ່ 3 ຕົວຂຶ້ນໄປໃນຕົວເລືອກນັ້ນຈະມີທັງຄຳຕອບຖືກ ແລະ ຄໍາຕອບຜິດທີ່ເປັນຕົວລວງມາໃຫ້ນັກຮຽນພິຈາລະນາ

            ຫຼັກການສ້າງ

            • 1.ຄຳຖາມຄວນເປັນປະໂຫຍກທີ່ສົມບູນແລ້ວໃສ່ເຄື່ອງໝາຍຖາມ ( ? ) ເພື່ອຈະຊ່ວຍໃຫ້ມີຄວາມຊັດເຈນ ແລະ ເຂົ້າໃຈງ່ານເຊັ່ນ :
            • ບໍ່ດີ ໂລກປິ່ນອ້ອມຕົວເອງ
            • ກ. ເຮັດໃຫ້ເກີດມີລະດູການ ງ. ໃນທິດທາງດຽວກັນ
            • ຂ. ໃຊ້ເວລາ 24 ຊົ່ວໂມງ ຈ. ເຮັດໃຫ້ເກີດນໍ້ຂຶ້ນນໍ້າລົງ
            • ຄ. ເຮັດໃຫ້ເກີດກາງເວັນກາງຄືນ
            • ດີ ໂລກປິ່ນອ້ອມຕົວເອງເຮັດໃຫ້ເກີດມີປະກົດການຫຍັງ ?
            • ກ. ລະດູການ ງ. ນໍ້າຂຶ້ນນໍ້າລົງ
            • ຂ. ແຮງດຶງດູດ ຈ. ເດືອນຂຶ້ນເດືອນແຮມ
            • ຄ. ກາງເວັນກາງຄືນ

            2. ເນັ້ນຈຸດທີ່ຈະຖາມໃຫ້ຊັດເຈນເຊັ່ນ

            • ບໍ່ດີ ຖ້າຍົກກຳລັງສອງຂອງຈໍານວນໃດໜຶ່ງຜົນຮັບຈະເປັນແນວໃດ ?
            • ກ. ເທົ່າກັນ ຂ. ຫຼາຍກວ່າກັນ
            • ຂ. ຫຍັບເຂົ້າໃກ້ 1 ຈ. ເປັນທັງຄ່າບວກ ແລະ ຄ່າລົບ
            • ຄ. ໜ້ອຍກວ່າເກົ່າ
            • ດີ ຖ້າຍົກກໍາລັງສອງຂອງຈຳນວນເສດສ່ວນນ້ອຍກວ່າໜຶ່ງຜົນຮັບຈະເປັນແນວໃດ ?
            • ກ. ເທົ່າກັນ ຂ. ຫຼາຍກວ່າກັນ
            • ຂ. ຫຍັບເຂົ້າໃກ້ 1 ຈ. ເປັນທັງຄ່າບວກ ແລະ ຄ່າລົບ
            • ຄ. ໜ້ອຍກວ່າເກົ່າ

            3.ຄວນຫຼີກເວັ້ນຄຳຖາມທີ່ເປັນປະໂຫຍກປະຕິເສດ

            4. ຄວນໃຊ້ຄຳຖາມສັ້ນກະທັດຮັດ ແລະ ໄດ້ໃຈຄວາມເຊັ່ນ:

            • ບໍ່ດີ ການຖູແຂ້ວຜິດວິທີຈະເຮັດໃຫ້ເກີດສິ່ງໃດ ?
            • ດີ ການຖູແຂ້ວຜິດວິທີຈະເຮັດໃຫ້ເກີດສິ່ງໃດ ?
            • 5.ຖາມໃນສິ່ງທີ່ມີປະໂຫຍດເພາະຈະເຮັດໃຫ້ນັກຮຽນໄດ້ຮຽນຮູ້ສິ່ງທີ່ດີງາມ.
            • 6. ຖາມໃນສິ່ງທີ່ຫາຂໍ້ຍຸດຕິໄດ້ໃນບົດຮຽນ ເພື່ອໃຫ້ນັກຮຽນໃຊ້ຄວາມຄິດບໍ່ຄວນຖາມໃນສິ່ງທີ່ເປັນຄວາມເຊື່ອຖື
            • 7. ຄວນຖາມພຶດຕິກຳທີ່ໃຊ້ຄວາມຄິດ ແລະ ຫຼີກເວັ້ນການຖາມຄວາມຈື່ຈຳຈາກບົດຮຽນ
            • 8. ໃຊ້ພາສາໃຫ້ເໜາະສົມກັບນັກຮຽນ
            • 9. ຄວນໃຊ້ຄຳຖາມແບບຍົວະເຍົາຊັກຊວນໃຫ້ນັກຮຽນຄຶດບາງຄັ້ງອາດຕັ້ງຄຳຖາມເປັນຮູບພາບ ສັນຍາລັກ
            • ສະຖານະການ ເພື່ອໃຫ້ນັກຮຽນຢາກເຮັດ
            • 10. ຕົວເລືອກຄວນສັ້ນກະທັດຮັດ ແລະ ມີຄວາມໝາຍ
            • 11. ຕົວເລືອກແຕ່ລະຕົວຄວນມີຄວາມຍາວເທົ່າໆກັນ ຖ້າມີຄວາມຍາວແຕກຕ່າງກັນໃຫ້ລຽງລຳດັບແຕ່ສັ້ນຫາຍາວ ຖ້າເປັນວັນເດືອນປີ ຫຼື ຈຳນວນໃຫ້ລຽງຈາກໜ້ອຍຫາຫຼາຍ
            • 12. ຄວນຫຼີກເວັ້ນການຂຽນຕົວເລືອກຊໍ້າກັນ ຫຼື ມີຄວາມຄືກັນ
            • 13. ຕົວເລືອກຕ້ອງມີການພົວພັນກັນ
            • 14. ຄວນລະມັດລະວັງໃນການໃຊ້ຄຳຖາມປາຍເປີດ ແລະ ປາຍປິດ ເຊັ່ນ ຖືກທຸກຂໍ້, ຜິດທຸກຂໍ້, ບໍ່ມີຂໍ້ຖືກ,
            • ສະຫຼຸບແນ່ນອນບໍ່ໄດ້ເປັນຕົ້ນ.
            • 15. ຫຼີກເວັ້ນການແນະນຳຄຳຕອບ
            • 16. ບໍ່ຄວນຖາມໃນສິ່ງທີ່ນັກຮຽນຈື່ກັບປາກ.
            • 17. ຄວນກະຈາຍຕົວເລືອກທີ່ເປັນຂໍ້ຖືກຢູ່ໃນຕໍາແໜ່ງທີ່ຕ່າງກັນແຕ່ລະຕົວຄວນມີໂອກາດເປັນຂໍ້ຖືກເທົ່າໆກັນ.
            • ຈຸດດີ
            • ຈຸດອ່ອນ
              • -ວັດພຶດຕິກຳໄດ້ຫຼາຍດ້ານ.
              • -ກວດໃຫ້ຄະແນນງ່າຍຖືກຕ້ອງໄວ ແລະ ເປັນປາລະໄນ
              • -ສາມາດຄວບຄຸມຄວາມຍາກງ່າຍຂອງຂໍ້ສອບໄດ້
              • -ສາມາດວິນິດໄສໄດ້ວ່ານັກຮຽນເຮັດຜິດນັ້ນມາຈາກສາຍເຫດອັນໃດ.
              • -ມີຄວາມເຊື່ອໜັ້ນສູງເພາະມີຂໍ້ສອບຫຼາຍຂໍ້ ແລະ ໂອກາດການເດົາມີໜ້ອຍ..
              • -ສ້າງຂໍ້ສອບໃຫ້ດີໂດຍໃຫ້ຕົວລວງທີ່ມີປະສິດທິພາບໄດ້ຍາກ ແລະ ໃຊ້ເວລາໃນການສ້າງຫຼາຍ.
              • -ບໍ່ເໝາະໃນການວັດຄວາມຄິດສ້າງສັນ ການສະ
              • ເໜີແນວຄິດ ແລະ ທັກສະດ້ານການຂຽນ
              • -ສິ້ນເປືອງຄ່າໃຊ້ຈ່າຍໃນການສ້າງຂໍ້ສອບ
              • ຮູບແບບຂອງຂໍ່້ສອບແບບເລືອກຕອບທີ່ນິຍົມໃຊ້ມີ 3 ປະເພດຄື
              • 1.ປະເພດຄຳຖາມດ່ຽວ
              • ເປັນຂໍ້ສອບເລືອກຕອບທີ່ແຕ່ລະຂໍ້ຈະຖາມໃນເລື່ອງໃດເລື່ອງໜຶ່ງໂດຍສະເພາະ ແລະ ສົມບູນໃນຕົວໂດຍບໍ່ກ່ຽວຂ້ອງກັບຂໍ້ອື່ນໆ ໝາຍຄວາມວ່າແຕ່ລະຂໍ້ເປັນອິດສະຫຼະຈາກກັນ.
              • 2.ປະເພດຕົວເລືອກຄົງທີ່
              • ໃນແຕ່ລະຕອນມີຕົວເລືອກຢູ່ຊຸດໜິ່ງເພື່ອໃຫ້ນັກຮຽນພິຈາລະນາຕົວເລືອກເລົ່ານັ້ນແລ້ວໄປຕອບຄໍາຖາມທີ່ກຳນົດມາໄດ້ຫຼາຍຄຳຖາມ.
              • 3.ປະເພດສະຖານະການ
              • ຄຳຖາມຊະນິດນີ້ຈະປະກອບດ້ວຍບົດຄວາມ ຮູບພາບ ຫຼື ບົດເລື່ອງໃດເລື່ອງໜຶ່ງມາໃຫ້ນັກຮຽນອ່ານ ແລ້ວຕັ້ງຄຳຖາມຫຼາຍຂໍ້ຫຼາຍດ້ານທີ່ກ່ຽວຂ້ອງກັບເລື່ອງນັ້ນ. ຄຳຖາມຊະນິດນີ້ມີຄຸນຄ່າທີ່ຈະວັດຜົນສຳເລັດຂອງການສຶກສາໄດ້ເປັນຢ່າງດີ ແລະ ສາມາດວັດສະມັດຖະພາບທາງສະໜອງໄດ້ງ່າຍກວ່າຂໍ້ສອບປະເພດອື່ນ.

              3.ວິທີການອອກຂໍ້ສອບ

              3.1 ການວາງແຜນການສ້າງຂໍ້ສອບແບບທົດສອບ

              • ກຳນົດຈຸດປະສົງຂອງການສອບ ( ເຊັ່ນ: ວັດຜົນສຳເລັດການຮຽນ )
              • ກຳນົດຂອບເຂດເນື້ອໃນວິຊາທີ່ຈະວັດ ( ເຊັ່ນ : ມີຫົວຂໍ້ຫຍັງແດ່ )
              • ກຳນົດຈຸດປະສົງສະເພາະວິຊາຂອງເນື້ອໃນທີ່ຈະຂຽນສອບນັ້ນມາວິເຄາະຫາພຶດຕິກຳຫຼັກ ແລະ ຄວນເປັນຈຸດປະສົງທີ່ຜູ່ຮຽນສາມາດສະແດງອອກມາດ້ວຍພຶດຕິກຳທີ່ສາມາດວັດ ແລະ ສັງເກດໄດ້.
              • ສ້າງຕາຕະລາງວິເຄາະຫຼັກສູດ
              • ໂຄງຮ່າງການວິເຄາະ
              • ເນື້ອໃນ
              • ຈຸດປະສົງ
              • ລະດັບພຶດຕິກໍາ
              • ລວມ
              • ຄວາມຮູ້
              • ຄວາມຈຳ
              • ຄວາມ
              • ເຂົ້າໃຈ
              • ການນຳ
              • ໄປໃຊ້
              • ການວິ
              • ເຄາະ
              • ການສັງ
              • ເຄາະ
              • ການປະ
              • ເມີນ
                • ຕົວຢ່າງ
                • 1ເລກກຳລັງ
              • ນັກຮຽນສາມາດ
              • 1.ບອກທິດສະດີກ່ຽວກັບເລກກຳລັງ
              • 2.ຄຳນວນຄ່າຂອງຈຳນວນທີ່ຢູ່ໃນຮູບເລກກຳລັງໄດ້
              • 1
              • 2
              • 1
              • 2
              • ລວມ
              • 1
              • 2
              • 3
                • 3.2ການສ້າງແບບທົດສອບ
                • ໃນການສ້າງແບບທົດສອບນັ້ນຄູຕ້ອງຂຽນຂໍ້ສອບໃຫ້ສອດຄ່ອງກັບຕາຕະລາງວິເຄາະຫຼັກສູດ ການຂຽນຂໍ້ສອບທີ່ມີຄຸນະພາບດີນັ້ນຜູ່ຂຽນຕ້ອງມີຄວາມຮູ້ຄວາມຊໍານານໃນເລື່ອງຕ່າງໆດັ່ງຕໍ່ໄປນີ້
                • 1.ຮູ້ເທັກນິກການຂຽນຂໍ້ສອບ
                • 2.ຮູ້ຄຸນລັກສະນະທີ່ດີຂອງແບບທົດສອບ
                • 3.ຮູ້ຫຼັກການຂຽນຂໍ້ສອບແບບຕ່າງໆ
                • 4.ກຳນົດເນື້ອໃນວິຊາທີ່ຈະຂຽນຂໍ້ສອບ
                • 5.ມີຄວາມສາມາດໃນການໃຊ້ພາສາເປັນເຄື່ອງມືໃນການສື່ສານ
                • 3.3ການກວດສອບຄຸນນະພາບຂອງແບບທົດສອບ
                • ຫຼັງຂຽນຂໍ້ສອບສຳເລັດແລ້ວຜູ່ສ້າງຂໍ້ສອບສາມາດນຳແບບທົດສອບໄປທົດລອງສອບແລ້ວນຳຜົນມາວິເຄາະ ເພື່ອກວດສອບຄຸນນະພາບຂອງແບບທົດສອບ ໃນການວິເຄາະຂໍ້ສອບນັ້ນຈະເຮັດໃຫ້ຜູ່ສ້າງຂໍ້ສອບສາມາດປັບປຸງຂໍ້ສອບໄດ້ ເພາະການວິເຄາະຂໍ້ສອບຈະເຮັດໃຫ້ຮູ້ວ່າ ຂໍ້ສອບແຕ່ລະຂໍ້ມີລະດັບຄວາມຍາກງ່າຍຢູ່ໃນຂັ້ນໃດ ງ່າຍ ຫຼື ຍາກເກີນໄປ ຫຼື ສາມາດຈຳແນກນັກຮຽນເກັ່ງ ກັບນັກຮຽນອ່ອນ ແລະ ຕົວເລືອກທີ່ເປັນຕົວລວງມີຄຸນນະພາບໃນການລວງພຽງໃດ.
                • 3.4ການຄັດເລືອກ ແລະ ການປັບປຸງຂໍ້ສອບ
                • ຈາກການກວດຄຸນນະພາບຂອງແບບທົດສອບຈະເຮັດໃຫ້ຮູ້ວ່າຂໍ້ສອບຂໍ້ໃດແດ່ທີ່ເປັນຂໍ້ສອບທີ່ດີຕາມເກນທີ່ກຳນົດໄວ້ ເຊິ່ງເກນໃນການພິຈາລະນາຂໍ້ສອບຈະແຕກຕ່າງກັນອອກໄປ ຕາມຈຸດປະສົງຂອງແບບທົດສອບເຊັ່ນ: ຂໍ້ສອບຄັດເລືອກຈະຕ້ອງມີອຳນາດຈຳແນກສູງ, ຂ້ອນຂ້າງຍາກ, ຂໍ້ສອບທີ່ໃຊ້ໃນການທົດສອບຍ່ອຍ ອາດບໍ່ຕ້ອງການຄຳນຶງເຖິງອຳນາດຈຳແນກ ເພາະຂໍ້ສອບຊະນິດນີ້ຈະໃຊ້ໃນການວັດເພື່ອປະເມີນຜູ່ຮຽນວ່າຮູ້ແລ້ວ ຫຼຶ ຍັງບໍ່ຮູ້.
                • 3.5ການພິມແບບທົດສອບສະບັບສົມບູນ
                • - ເລືອກຂໍ້ສອບໃຫ້ໄດ້ຄົບຕາມຈຳນວນທີ່ຕ້ອງການ
                • - ເບິ່ງຄືນຂໍ້ສອບແຕ່ລະຂໍ້ອີກຄັ້ງ
                • - ປັບປຸງແກ້ໄຂສໍານວນຂອງຂໍ້ສອບແຕ່ລະຂໍ້ໃຫ້ສົມບູນ
                • - ພິມຂໍ້ຄວາມແລ້ວກວດເບິ່ງຮູບແບບ ຄວາມຖືກຕ້ອງແລ້ວຈິ່ງພິມ ຫຼື ອັດສໍາເນົາຕາມຈໍານວນທີ່ຕ້ອງການ.

หมายเลขบันทึก: 570874เขียนเมื่อ 23 มิถุนายน 2014 08:36 น. ()แก้ไขเมื่อ 23 มิถุนายน 2014 08:36 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท