ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ: ເລກສ່ວນພັນ ໂດຍນໍາໃຊ້ວິທີສອນແບບໂດຍກົງ ຊັ້ນ ປ 4 ໂຮງຮຽນປະຖົມສົມບູນບ້ານມ່ວງ ເມືອງ ວາປີ ແຂວງສາລະວັນ

ບົດນຳ

1.ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

ຄະນິດສາດເປັນວິຊາໜຶ່ງທີ່ສຶກສາກ່ຽວກັບ ຈໍານວນ ແລະ ການຄຳນວນ ພ້ອມທັງການນຳໄປໃຊ້, ຮູບຊົງ ແລະ ຕໍາແໜ່ງທີ່ຕັ້ງ, ການວັດແທກ ພາສາທາງຄະນິດສາດ ແລະ ສັນຍາລັກທາງຄະນິດສາດ ແນວຄວາມຄິດ ແລະ ຂະບວນການທາງຄະນິດສາດມີຢູ່ໃນທຸກຂົງເຂດ ແລະ ມັນມີຄວາມຈຳເປັນສຳລັບການນຳໃຊ້ເຂົ້າໃນກິດຈະກຳຂອງຊີວິດປະຈຳວັນ. ຕະຫຼອດຊີວິດທຸກຄົນລ້ວນແຕ່ມີສ່ວນຮ່ວມໃນກິດຈະກຳທາງຄະນິດສາດ.

ຄະນິດສາດແມ່ນການຄົ້ນຄວ້າກ່ຽວກັບຮູບແບບ, ລະບຽບການ ແລະ ສາຍກ່ຽວພັນຢູ່ໃນໂລກມັນແມ່ນວິທີທາງໃນການຄົ້ນຄິດ, ໃນການສື່ສານ ແລະ ມັນກໍ່ແມ່ນກິດຈະກຳທີ່ມີລັກສະນະສ້າງງສັນ. ຄະນິດສາດຖືກນຳໃຊ້ໃນສິ່ງວັດຖຸ ແລະ ສະຖານະການທີ່ມີລັກສະນະຮູບປະທຳ, ແຕ່ວ່າ ມັນກໍຍັງມີສ່ວນຮ່ວມໃນດ້ານຄວາມເຂົ້າໃຈກ່ຽວກັບສິ່ງທີ່ມີລັກສະນະນາມມະທຳ, ການສະແດງຄວາມຄິດເຫັນ ແລະ ການສື່ສານ.

ສະມັດຖະພາບຂັ້ນພື້ນຖານດ້ານການຮຽນໃນລະດັບປະຖົມສຶກສານັກຮຽນສາມາດພັດທະນາທັກສະພື້ນຖານ ເພື່ອແກ້ບັນຫາທາງຄະນິດສາດທີ່ພວກເຂົາພົບພໍ້ໃນແຕ່ລະວັນ, ນັກຮຽນຍັງໄດ້ຮຽນຈຳແນກສະຖານະການບັນຫາ ໃນສຳນວນຄະນິດສາດ, ນຳໃຊ້ຂະບວນການທາງຄະນິດສາດ ເພື່ອແກ້ໂຈດບັນຫາ, ບັນທຶກຄຳຕອບຂອງຕົນເອງ ແລະ ສື່ສານຄຳຕອບໃນສຳນວນຄະນິດສາດຢ່າງຊັດເຈນໃຫ້ບຸກຄົນອື່ນ. ນັກຮຽນຈະໄດ້ພັດທະນາຄວາມຮູ້ ແລະ ທັກສະທາງຄະນິດສາດເຂົ້າໃນການຮຽນວິຊາອື່ນໆ ແລະ ນຳໃຊ້ເຂົ້າຮຽນຕໍ່ໃນລະດັບສູງ.

ຈາກການລາຍງານຂອງຄູເກົ່າສະພາບການຮຽນ-ການສອນຜ່ານມາຂອງນັກຮຽນຫ້ອງ ປ 4 ຈໍານວນນັກຮຽນທັງໝົດ 20 ຄົນ, ຍິງ 13 ຄົນ, ການຮຽນມີຂະບວນຟົດຟື້ນ ແຕ່ລະຄົນມີຄວາມກ້າຫານ ກ້າສະແດງເຊິ່ງມັນສະແດງອອກໃນຍາມຄູຕັ້ງບົດເລກຢູ່ກະດານ ນັກຮຽນສາມາດອອກມາແກ້ໄດ້ເປັນຈຳນວນຫຼວງຫຼາຍ ແຕ່ຍັງມີນັກຮຽນຈຳນວນ 5 ຄົນບໍ່ສາມາດປ່ຽນເລກຈຳນວນທົດສະນິຍົມເປັນເລກສ່ວນພັນໄດ້, ມັນອາດເປັນເພາະວ່ານັກຮຽນຂາດທັກສະການຈື່ຫົວໜ່ວຍໃນຕາລະລາງ, ຄວາມຮັບຮູ້ຊ້າ, ການສອນຂອງຄູຍັງຂາດການນຳໃຊ້ສື່ການສອນ, ຂາດການກະຕຸ້ນໃຫ້ນັກຮຽນມີສ່ວນຮ່ວມຍາມສອນ.

ດັ່ງນັ້ນ ເຮົາຄວນຈະປັບປຸງການຮຽນ-ການສອນວິຊາຄະນິດສາດໃຫ້ດີຂຶ້ນເພື່ອເຮັດໃຫ້ນັກຮຽນມີຜົນການຮຽນດີ ການຈັດການຮຽນ-ການສອນຄະນິດສາດຕ້ອງໃຊ້ທັກສະ ເຊິ່ງ ເນື້ອໃນສ່ວນໃຫຍ່ເປັນເລື່ອງທີ່ກ່ຽວຂ້ອງກັບນາມມະທຳຍາກແກ່ການອະທິບາຍ ແລະ ຍົກຕົວຢ່າງໃຫ້ເຫັນຢ່າງຊັດເຈນ ເຮັດໃຫ້ການສອນບາງຄັ້ງບໍ່ບັນລຸຕາມຈຸດປະສົງ ແລະ ສົ່ງຜົນກະທົບຕໍ່ການຮຽນຂອງນັກຮຽນ ດັ່ງນັ້ນ ການຈັດການຮຽນ-ການສອນທີ່ສົ່ງຜົນໃຫ້ນັກຮຽນມີຜົນການຮຽນຄະນິດສາດຕໍ່າ ຫຼື ສູງ ນັ້ນ ຍ່ອມມີປັດໃຈ ແລະ ຫຼາຍສາຍເຫດ ປັດໃຈທີ່ສຳຄັນ ປະການແລກຄືການສອນຂອງຄູ ຖ້າຄູມີຄວາມສາມາດ ແລະ ທັກສະ ໃນການໃຊ້ຂະບວນການສອນຖືກຕ້ອງແທ້ຈິງກໍຍ່ອມເຊື່ອໄດ້ວ່າຈະເປັນມາດຖານສຳຄັນຫຼາຍທີ່ສາມາດຊ່ວຍໃຫ້ນັກຮຽນມີຜົນການຮຽນທີ່ດີ ຄູຈິ່ງຕ້ອງປ່ຽນການຮຽນ-ການສອນ, ເທັກນິກ, ວິທີສອນໃຫ້ມີຄວາມຫຼາກຫຼາຍ ໂດຍປັບໃຊ້ໃຫ້ເໝາະສົມກັບນັກຮຽນ.

ຜ່ານການສຶກສາເອກະສານວິທີສອນຕ່າງໆທີມງານຂ້າພະເຈົ້າຄິດວ່າວິທີສອນແບບໂດຍກົງນີ້ເປັນວິທີສອນໜຶ່ງທີ່ໄດ້ເຮັດໃຫ້ນັກຮຽນຈົດບັນທຶກໄດ້ຢ່າງສະດວກ ຈຸດສົມໃສ່ຜົນການຮໍ່າຮຽນທີ່ຄາດໝາຍໄວ້ ທີ່ນັກຮຽນຕ້ອງບັນລຸເຖິງ,ຄູສາມາດເນັ້ນໜັກຈຸດສຳຄັນຕ່າງໆໃຫ້ນັກຮຽນ, ເປັນວິທີສອນໄດ້ຮັບຜົນດີສຳລັບການສົ່ງຂໍ້ມູນຂ່າວສານ.

ຈາກການສຶກສາວິທີສອນແບບໂດຍກົງນີ້ໃນຂັ້ນຕົ້ນພົບວ່າເໝາະສົມທີ່ຈະນຳໄປໃຊ້ໃນການຮຽນ-ການສອນຄະນິດສາດມັນເປັນຮູບແບບທີ່ກະຕຸ້ນໃຫ້ນັກຮຽນໄດ້ຮຽນຮູ້ຕະຫຼອດເວລາສ້າງສັນໃນການສ້າງຄວາມຮູ້ຄວາມເຂົ້າໃຈດ້ວຍຕົນເອງເຊິ່ງຈະເຮັດໃຫ້ເກີດມີການພັດທະນາການຮຽນຮູ້ ແລະ ພັດທະນາຄວາມສາມາດຂອງນັກຮຽນແຕ່ລະຄົນໄດ້ເຕັມສັກກະຍະພາບຂອງເຂົາ.

ດ້ວຍເຫດນີ້ທີມງານວິໄຈມີຄວາມສົນໃຈທີ່ນໍາວິທີການສອນແບບໂດຍກົງເພື່ອພັດທະນາຜົນການຮຽນຂອງນັກຮຽນຫ້ອງ ປ 4 ເພື່ອໃຫ້ເກີດຄວາມເໝາະສົມກັບຜູ່ຮຽນທີ່ແຕກຕ່າງກັນ ແລະ ຊ່ວຍໃຫ້ພັດທະນານັກຮຽນເກີດການຮຽນຮູ້ຕາມສັກກະຍະພາບໂດຍຮຽນຢ່າງມີຄວາມສຸກ ແລະ ສາມາດນຳຄວາມຮູ້ທີ່ໄດ້ໄປໃຊ້ໃຫ້ມີປະໂຫຍດໃນຊີວິດປະຈຳວັນໄດ້ຢ່າງມີປະສິດທິພາບອີກດ້ວຍ.

2.ຈຸດປະສົງຂອງການວິໄຈ

• -ເພື່ອໃຫ້ນັກຮຽນສາມາດປ່ຽນເລກຈຳນວນທົດສະນິຍົມເປັນເລກສ່ວນພັນໄດ້
• -ເພື່ອປັບປຸງແກ້ໄຂ ແລະ ພັດທະນາການຮຽນ-ການສອນໃນລາຍວິຊາຄະນິດສາດໃຫ້ດີຂຶ້ນກວ່າເກົ່າ
• -ເພື່ອໃຫ້ນັກຮຽນເຫັນຄວາມສຳຄັນ ແລະ ນຳໃຊ້ເລກສ່ວນພັນໃນຊີວິດປະຈຳວັນ

3.ຂອບເຂດຂອງການວິໄຈ

3.1. ປະຊາກອນ ຄື: ນັກຮຽນຫ້ອງ ປ 4 ພາກຮຽນ 2 ສົກຮຽນ 2014 ໂຮງຮຽນປະຖົມສົມບູນບ້ານມ່ວງ, ເມືອງ ວາປິ ແຂວງສາລະວັນ ຈຳນວນ 1 ຫ້ອງ ລວມນັກຮຽນທັງໝົດ 20 ຄົນ. ໃນນັ້ນມີກຸ່ມຕົວຢ່າງ 4 ຄົນ, ຍິງ 3 ຄົນ

3.2. ເນື້ອໃນທີ່ນໍາສອນ ຄື: ວິຊາ ຄະນິດສາດຊັ້ນປະຖົມສຶກສາ 4

ບົດທີ 40 ເລກສ່ວນພັນ

• - ການຫານຈຳນວນຖ້ວນໃຫ້ 10, 100 ແລະ 1000
• - ການຂຽນຈຳນວນທົດສະນິຍົມໃສ່ຕາຕະລາງ

3.3 ເຕັກນິກ ແລະ ວິທີສອນ

ການດຳເນີນການວິໄຈຄັ້ງນີ້ໄດ້ນຳໃຊ້ວິທີສອນແບບໂດຍກົງເຊິ່ງນຳໃຊ້ເທັກນິກການສອນແບບນຳໃຊ້ຄຳຖາມ, ສ້າງແຮງຈູງໃຈ ແລະ ເສີມແຮງຈູງໃຈ

4.ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ

ການດໍາເນີນວິໄຈຫົວຂໍ້: ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ: ເລກສ່ວນພັນ ຊັ້ນ ປ4ຂອງໂຮງຮຽນປະຖົມສົມບູນບ້ານມ່ວງ ເມືອງວາປີ ແຂວງສາລະວັນ ສົກຮຽນ 2013-2014ຜ່ານການດຳເນີນວິໄຈໄລຍະສອງເດືອນກວ່າໄດ້ມີການວາງແຜນເຮັດວຽກ, ສຶກສາສະພາບບັນຫາ, ຂັ້ນຕອນການດຳເນີນການວິໄຈ ແລະ ເຮັດໃຫ້ໃຫ້ການຮຽນ-ການສອນດີຂຶ້ນ, ນັກຮຽນກຸ່ມເປົ້າໝາຍສາມາດປ່ຽນເລກສ່ວນພັນໄດ້ ແລະ ພັດທະນາການຮຽນ-ການສອນມີຄຸນະພາບ.

5. ວິທີການດຳເນີນການສອນໃນໄລຍະການລົງເຝິກຫັດ

ທີມງານພວກຂ້າພະເຈົ້າລົງເຝິກຫັດແຕ່ວັນທີ 7 / 2 / 2014 – 11/4/2014 ເປັນໄລຍະສອງເດືອນກວ່າໄລຍະທຳອິດພວກຂ້າພະເຈົ້າໄດ້ພົວພັນວຽກງານນຳຄູປະຈຳຫ້ອງ, ອຳນວຍການ ແລ້ວ ສ້າງແຜນການສອນໄລຍະຍາວ ແລະ ໄລຍະສັ້ນພ້ອມຜະລິດສື່ການສອນ, ສອນທົດລອງນອກຈາກນີ້ຍັງໄດ້ສຶກສາສະພາບບັນຫາໃຫ້ຫ້ອງຮຽນຕາມຫົວຂໍ້ທີ່ໄດ້ພ້ອມທັງເກັບກຳຂໍ້ມູນຕ່າງໆ ວາງແຜນການສອນ ແລະ ປະຕິບັດຕາມແຜນທີ່ວາງໄວ້ເຊິ່ງມີລາຍລະອຽດດັ່ງນີ້:

5.1 ຂັ້ນນໍາເຂົ້າສູ່ບົດຮຽນ

ໃນການດຳເນີນການຮຽນ-ການສອນຄັ້ງນີ້ໃນຂັ້ນຕອນທຳອິດທາງທີມງານຂ້າພະເຈົ້າໄດ້ທວນຄືນບົດຮຽນເກົ່າໂດຍຄູຕັ້ງບັ້ງເລກໃສ່ກະດານ

• 1.ຈົ່ງຂຽນເລກສ່ວນຮ້ອຍລຸ່ມນີ້ເປັນຈຳນວນທົດສະນິຍົມ
• ( ແກ້ 7,52 ; 12,54 )
• ຫຼັງຈາກຄູຕັ້ງບັ້ງເລກໃສ່ກະດານແລ້ວເອີ້ນເອົານັກຮຽນອາສາສະໜັກ 2-3 ຄົນອອກໄປຂຽນເລກສ່ວນຮ້ອຍ

ເປັນຈຳນວນທົດສະນິຍົມ, ນັກຮຽນອອກໄປຂຽນແລ້ວກວດແກ້ ພ້ອມທັງສະຫຼຸບຄືນການຂຽນຂອງນັກຮຽນ ແລະ ໃຫ້ເສີມແຮງຈູງໃຈນັກຮຽນພ້ອມ ຕໍ່ຈາກນັ້ນຄູໄດ້ຂຽນບົດເລກໃສ່ກະດານ ແລ້ວຖາມນັກຮຽນວ່າ: ນີ້ແມ່ນເລກຫຍັງ ? ນັກຮຽນຕອບຕາມຄວາມເຂົ້າໃຈ ( ເລກສ່ວນພັນ )

5.2 ຂັ້ນສອນບົດໃໝ່

ກ່ອນເລີ່ມສອນຄູໄດ້ສອບເສັງນັກຮຽນໂດຍໃຊ້ເວລາ ປະມານ 10 ນາທີ ແລ້ວເລີ່ມສອນ ກິດຈະກຳ 1 ໂດຍຄູຕິດເຈ້ຍຕາຕະລາງໃສ່ກະດານໃຫ້ນັກຮຽນເບິ່ງເຊິ່ງຕາຕະລາງລຸ່ມນີ້:

5147
6284 7543 7614 8362 8104

5,147

ຄູອະທິບາຍໃຫ້ນັກຮຽນຟັງ ແລະ ພ້ອມທັງແກ້ເປັນຕົວຢ່າງໃຫ້ນັກຮຽນເບິ່ງປະມານ 1-2 ຈຳນວນແລ້ວຄູເອີ້ນເອົານັກຮຽນອາສາສະໝັກອອກມາຄິດໄລ່ແລ້ວຂຽນຕື່ມໃສ່ຕາຕະລາງທີ່ຄູຕິດໃສ່ກະດານຜູ້ລະ 1 ຈຳນວນ, ຄູສັງເກດເບິ່ງການອອກໄປຂຽນຕື່ມໃສ່ຂອງນັກຮຽນແຕ່ລະຄົນພ້ອມທັງເສີມແຮງຈູງໃຈ ແລະ ໃຫ້ເຫດຜົນ, ເມື່ອຕື່ມໃສ່ແລ້ວສະຫຼຸບຄືນການແກ້ຂອງນັກຮຽນໃນກິດຈະກຳທີ 1 ພ້ອມທັງອະທິບາຍຕື່ມອີກ ແລະ ແກ້ຄືນໂດຍເນັ້ນໜັກໃສ່ນັກຮຽນກຸ່ມເປົ້າໝາຍຜູ້ທີ່ແກ້ບໍ່ທັນໄດ້, ຫຼັງຈາກຄູອະທິບາຍຕື່ມແລ້ວຕໍ່ໄປຄູພານັກຮຽນເຂົ້າໄປກິດຈະກຳ 2 ຄູຕິດເຈ້ຍຕາຕະລາງໃຫ້ນັກຮຽນເບິ່ງອີກ

ຫົວຮ້ອຍ

ຫົວສິບ

ຫົວໜ່ວຍ

ໜຶ່ງສ່ວນສິບ

ໜຶ່ງສ່ວນຮ້ອຍ

ໜຶ່ງສ່ວນພັນ

3

4

5

0

8

6

345,086
426,83

59,5

24,601

6,710

ຄູອະທິບາຍ ແລະ ຕື່ມໃສ່ຈໍານວນຕາຕະລາງໃຫ້ນັກຮຽນເບິ່ງເປັນຕົວຢ່າງແລ້ວຄູເອີ້ນເອົານັກຮຽນອາສາສະໜັກປະມານ 4 ຄົນ ອອກມາຂຽນຕື່ມໃສ່ຕາຕະລາງ ຄູຕິດຕາມເບິ່ງການອອກມາຕື່ມໃສ່ພ້ອມທັງໃຫ້ການແນະນຳ ແລະ ອະທິບາຍຕື່ມ, ຄູສະຫຼຸບຄືນໃນການເຮັດກິດຈະກຳນີ້.

5.3 ຂັ້ນສະຫຼຸບ

ຄູຖາມຂໍ້ຂ້ອງໃຈຂອງນັກຮຽນຄືນກ່ຽວກັບເລກສ່ວນພັນຈາກນັ້ນຄູສະຫຼຸບຄືນກ່ຽວກັບຄວາມໝາຍເລກສ່ວນພັນເພື່ອໃຫ້ຜົນໄດ້ຮັບຊັດເຈນເພິ່ນໃຊ້ຈຳນວນທົດສະນິຍົມທີ່ມີຫຼາຍຕົວເລກຫຼັງຈາກຈຸດ.

5.4 ຂັ້ນວັດ ແລະ ປະເມີນຜົນ

ຄູໄດ້ສັງເກດການຕອບຄຳຖາມ ແລະ ບັນທຶກຜົນສຳເລັດການແກ້ຂອງນັກຮຽນ ຈາກນັ້ນຄູຕັ້ງບັ້ງເລກໃສ່ກະດານໃຫ້ນັກຮຽນອອກມາແກ້

1.ຈົ່ງຄຳນວນເລກລຸ່ມນີ້:

ກ.

ຫຼັງຈາກນັ້ນຄູເອີ້ນນັກຮຽນ 1-3 ຄົນອອກໄປແກ້ເລກໃນກະດານ. ພ້ອມທັງອະທິບາຍວິທີການຄຳນວນເລກ. ນັກຮຽນອອກໄປແກ້ແລ້ວຄູສະຫຼຸບການແກ້ຂອງນັກຮຽນຄືນ ແລະ ທົດສອບນັກຮຽນຫຼັງຈາກຮຽນແລ້ວ.

5.5 ຂັ້ນຕັກເຕືອນ / ມອບວຽກບ້ານ

ຄູໄດ້ສຶກສາອົບຮົມແນວຄິດຂອງນັກຮຽນໃຫ້ມີຄວາມກະຕືລືລົ້ນຄົ້ນຄວ້າບົດຮຽນ ແລະ ສຸດທ້າຍຄູມອບວຽກບ້ານໃຫ້ນັກຮຽນເມືອແກ້ຢູ່ເຮືອນ.

1. ຈົ່ງຄໍານວນເລກລຸ່ມນີ້

6. ວິເຄາະຂໍ້ມູນ

ການວິເຄາະຂໍ້ມູນໂດຍໃຊ້ສະຕິຖິພື້ນຖານໄດ້ແກ່ ຄ່າສະເລ່ຍ, ຮ້ອຍລະ ແລະ ປຽບທຽບພັດທະນາການຂອງນັກຮຽນແຕ່ລະຄົນໂດຍນຳໃຊ້ ຄະແນນກ່ອນການຮຽນ ແລະ ຫຼັງການຮຽນມາປຽບທຽບກັນ.

ຕາຕະລາງຄະແນນນັກຮຽນກ່ອນ - ຫຼັງຮຽນ

ລ/ດ

ຊື່ແລະນາມສະກຸນ

ຄະແນນກ່ອນຮຽນ ( 10 )

ຄະແນນຫຼັງຮຽນ ( 10 )

ຄະແນນ ພັດທະນາ ( 10 )

ຜົນການປະເມີນ

1

ທ. ຕຸ້ຍ

4

9

5

ຜ່ານ

2

ນ. ຕາດຳ

4

10

6

ຜ່ານ

3

ນ. ກາສີ

4

10

6

ຜ່ານ

4

ນ. ໜິ່ງນ້ອຍ

5

10

5

ຜ່ານ

ລວມ

17

39

22

ສະເລ່ຍ

4,25

9,75

5,5

ຮ້ອຍລະ

42,5

97,5

55

ຈາກຕາຕະລາງພົບວ່າ ຫຼັງຈາກໄດ້ນໍາໃຊ້ວິທີສອນແບບໂດຍກົງແລ້ວນັກຮຽນຈໍານວນ 4 ຄົນມີການພັດທະນາດ້ານທັກສະການຄຳນວນໂດຍລວມຮ້ອຍລະ 55, ຄະແນນນັກຮຽນຫຼັງຮຽນຮ້ອຍລະ 97,5 ສະແດງວ່ານັກຮຽນຜ່ານເກນການປະເມີນ

7. ສະຫຼຸບຜົນວິໄຈ

ຜ່ານການປະຕິບັດຄັ້ງນີ້ທີມງານວິໄຈຂອງຂ້າພະເຈົ້າໄດ້ປະຕິບັດຕາມຂັ້ນຕອນຂອງການວິໄຈຄື: ສຶກສາສະພາບບັນຫາ, ສຳພາດຄູເກົ່າ ແລະ ສຳພາດນັກຮຽນ ເພື່ອເກັບກໍາຂໍ້ມູນ ຫຼັງຈາກນັ້ນກໍໄດ້ປຶກສາຫາລືເພື່ອກຳນົດຫົວຂໍ້ວິໄຈແລ້ວກໍວາງແຜນ ແລະ ປະຕິບັດ ແລະ ສັງເກດເຫັນວ່ານັກຮຽນຫ້ອງ ປ 4 ຈຳນວນ 4 ຄົນຜ່ານເກີນການປະເມີນ, ມີການປ່ຽນແປງພຶດຕິກຳໄປໃນທາງທີ່ດີສະແດງອອກຢ່າງຈະແຈ້ງວ່ານັກຮຽນແຕ່ລະຄົນຄຳນວນເລກສ່ວນພັນໄດ້ສະນັ້ນຈິ່ງສອດຄ່ອງກັບທິດສະດີດິນທີ່ວ່າ: ໃນການສອນຄູຄວນເລີ່ມດ້ວຍອຸປະກອນ ຫຼື ສິ່ງຂອງໃຫ້ນັກຮຽນໄດ້ຫຼິ້ນ, ໄດ້ສຳພັດດ້ວຍຕົນເອງ, ໄດ້ສັງເກດ, ໄດ້ສຳຫຼວດແລ້ວຕັ້ງບັນຫາໃຫ້ນັກຮຽນໃຫ້ນັກຮຽນຄິດ ຈາກນັ້ນນັກຮຽນຈະຫາທາງແກ້ບັນຫາເຫູົ່ານັ້ນ, ຄູມີໜ້າທີ່ຈັດສິ່ງແວດລ້ອມໃຫ້ເໜາະສົມ ແລະ ໃຫ້ຄຳແນະນຳໜ້ອຍທີ່ສຸດ[1]. ສິ່ງກ່າວມານີ້ເນື່ອງຈາກວ່າທີມງານການວິໄຈຂອງຂ້າພະເຈົ້າໄດ້ມີການປຶກສາຫາລືຮ່ວມກັນ, ວາງແຜນຮ່ວມກັນ ແລະ ຊອກຫາວິທີການສອນໃຫ້ສອດຄ່ອງກັບເນື້ອໃນບົດຮຽນ, ຊອກຍຸດທະວີທີເຂົ້າໃນການແກ້ບັນຫາວິທີສອນໂດຍກົງມັນເຮັດໃຫ້ນັກຮຽນເຂົ້າໃຈ ແລະ ປະຕິບັດໄດ້ດີເພາະເປັນປະສົບການທາງກົງ, ມີຕົວຢ່າງໃຫ້ເບິ່ງ ຈັບບາຍໄດ້ ແລະ ເຫັນຂັ້ນຕອນປະຕິບັດດ້ວຍຕົນເອງ, ກະຕຸກຄວາມສົນໃຈແກ່ນັກຮຽນ. ເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມຫຼາຍໃນເວລາສອນ ຊຸກຍູ້ໃຫ້ນັກຮຽນເຂົ້າໃຈຫຼັກການ, ຫຼັກເກນ, ຮູ້ສັງເກດເພື່ອຊອກຫາເຫດຜົນເພື່ອສະຫຼຸບເປັນຫຼັກເກນ.

ຜ່ານການເຮັດວິໄຈຄັ້ງນີ້ພວກຂ້າພະເຈົ້າທັງໝົດພາຍໃນກຸ່ມມີຄວາມພາກພູມໃຈ, ນອກຈາກນີ້ແລ້ວທີມງານການວິໄຈຂອງພວກຂ້າພະເຈົ້າຍັງໄດ້ບົດຮຽນຫຼາຍຢ່າງເຊັ່ນ: ປະສົບການໃນເຮັດວິໄຈ, ວິທີເກັບກຳຂໍ້ມູນ, ວິທີເຮັດວຽກເປັນທີມງານ, ຂັ້ນຕອນໃນການວາງແຜນ, ວິທີແກ້ໄຂ ການປັບປຸງການຮຽນ-ການສອນ ແລະ ສາມາດເຮັດວິໄຈໃນສົກຮຽນຕໍ່ໄປ.

8. ຂໍ້ສະເໜີແນະ

8.1 ສະເໜີຕໍ່ການນຳຜົນຂອງການວິໄຈໄປໃຊ້

ໃນການພັດທະນາການຮຽນ-ການສອນເຮົາຄວນນຳໃຊ້ວິທີສອນໂດຍກົງ ເພາະວ່າ ມັນເຮັດໃຫ້ນັກຮຽນເຂົ້າໃຈ

ແລະ ປະຕິບັດໄດ້ດີເພາະເປັນປະສົບການທາງກົງ, ມີຕົວຢ່າງໃຫ້ເບິ່ງ ຈັບບາຍໄດ້ ແລະ ເຫັນຂັ້ນຕອນປະຕິບັດດ້ວຍຕົນເອງ, ກະຕຸກຄວາມສົນໃຈແກ່ນັກຮຽນ. ເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມຫຼາຍໃນເວລາສອນ ຊຸກຍູ້ໃຫ້ນັກຮຽນເຂົ້າໃຈຫຼັກການ, ຫຼັກເກນ, ຮູ້ສັງເກດເພື່ອຊອກຫາເຫດຜົນເພື່ອສະຫຼຸບເປັນຫຼັກເກນ.

8.2ສະເໜີຕໍ່ຜູ້ທີ່ຈະເຮັດການວິໄຈໃນຕໍ່ໜ້າ

ການເຮັດວິໄຈຄັ້ງຕໍ່ໄປຄູຄວນເລືອກເອົາວິທີສອນແບບໂດຍກົງໄປໃຊ້ກັບວິຊາອື່ນຄວນຈັດກິດຈະກຳການຮຽນ-ການ

ສອນຫຼາກຫຼາຍ ແລະ ສອດຄ່ອງກັບວິທີສອນແບບໂດຍກົງໃນທຸກກິດຈະກຳ ແລະ ຄວນກຳນົດກິດຈະກຳຕ່າງໆໃຫ້ສອດຄ່ອງຕາມກຳນົດເວລາຂອງຊົ່ວໂມງຮຽນດ້ວຍ.

9. ເອກະສານອ້າງອີງ

ສຸກຂະສະຫວາດ ວົງຫາຈັກ ແລະ ຄຳຢາດ ເຄືອງຄໍາສີ , ວິທີສອນຄະນິດສາດ 1 ພິມທີ່

Nhan Dan Printing House HCMC, ປີ 2009

ຮສ.ດຣ ພັນ ຈຳປາທອງ ແລະ ຄະນະ, ວິໄຈພາກປະຕິບັດ,ພິມທີ່ Nhan Dan Printing House HCMC

ປີ 2009

ສີມຸງຄຸນ ວົງຈຳປາ ( ສ.ວ.ສ ) ພ້ອມດ້ວຍຄະນະ, ແບບຮຽນຄະນິດສາດຊັ້ນປະຖົມປີທີ 4

ພິມທີ່ ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ຕາມ ທບ 384 ພຈ 09112011, ປີ 2009

ສີມຸງຄຸນ ວົງຈໍາປາ ພ້ອມດ້ວຍຄະນະ, ຄູ່ມືຄູຄະນິດສາດຊັ້ນປະຖົມປີທີ 4, ພິມທີ່ Eastern Printing pubic.co.l t d

51 / 29 Moo 3 soi. Saimsamakee Waphawadee Rangsit Road Talad Bangkhen laksi Bangkok 10210

ຕາມ ລທ. ບ 084 ພ.ຕ. 19032009, ປີ 2009

ທອງເຄນ ຄຳສຸກຖາວົງ ແລະ ພິມມະສອນ ວໍລະຍຸດ, ວິທີສອນຄະນິດສາດ 1 , ພິມທີ່ Nhan Dan Printing House HCMC, ປີ 2009, ໜ້າ111

[1]

คำสำคัญ (Tags): #chanthavixay#venephachan#salavan TTC
หมายเลขบันทึก: 570090เขียนเมื่อ 9 มิถุนายน 2014 13:41 น. ()แก้ไขเมื่อ 9 มิถุนายน 2014 13:41 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:

ความเห็น (1)

สวัสดีครับอาจารย์จัน  มาชุดใหญ่เลยนะครับ  ตามมาหัดอ่านภาษาลาวครับ วันนี้ขออ่านชื่อเรื่องก็พอ...

ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ: ເລກສ່ວນພັນ ໂດຍນໍາໃຊ້ວິທີສອນແບບໂດຍກົງ ຊັ້ນ ປ 4 ໂຮງຮຽນປະຖົມສົມບູນບ້ານມ່ວງ ເມືອງ ວາປີ ແຂວງສາລະວັນ

การจัดกิจกรรมการเรียน การสอนวิชา คณิตศาสตร์ เรื่อง:เลขส่วนพัน โดยนำใช้วิธีสอนแบบโดยตรง ชั้น ป.๔ โรงเรียนประถมสมบูรณ์ บ้านม่อง เมืองอาปิ แขวงสาวัน...

ช่วยอธิบายความหมายและวิธีเขียนคำที่ลงสีไว้ให้ด้วยครับ...ขอบคุณมากครับ

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท