ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ ເລກສ່ວນ ຊັ້ນ ປ 4 ໂຮງຮຽນປະຖົມສົມບູນບ້ານມ່ວງ ເມືອງ ວາປີ ແຂວງສາລະວັນ ໂດຍນຳໃຊ້ວິທີສອນໂດຍກົງ


ບົດນຳ

  • 1.ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ.

ຄະນິດສາດມີບົດບາດສຳຄັນຍິ່ງຕໍ່ການພັດທະນາຄວາມຄິດຂອງມະນຸດ ແລະ ຄວາມຈະເລີນກ້າວໜ້າຂອງໂລກມະນຸດໃຊ້ຄະນິດສາດເປັນພື້ນຖານໃນການສຶກສາວິທະຍາສາດ ເທັກໂນໂລຍີ ແລະ ສາດອື່ນໆ ລວມທັງໃຊ້ຄະນິດສາດເປັນເຄື່ອງມືໃນການພັດທະນາການຄິດທີ່ຫຼາກຫຼາຍ ທັງການຄິດວິເຄາະ, ສັງເຄາະ ຄິດຢ່າງເປັນເຫດເປັນຜົນ ຄິດຢ່າງມີວິຈາລະຍານ ແລະ ຄິດຢ່າງເປັນລະບົບ ແລະ ມີລະບົບແບບແຜນ ລັກສະນະການຄິດດັ່ງກ່າວເຮັດໃຫ້ມະນຸດສາມາດວິເຄາະບັນຫາ ແລະ ສະຖານະການ ຄາດການ, ວາງແຜນ ຕັດສິນໃຈ ແລະ ແກ້ບັນຫາໄດ້ຢ່າງມີປະສິດທິພາບ.

ໂຮງຮຽນປະຖົມສົມບູນບ້ານມ່ວງຕັ້ງຢູ່ເມືອງວາປີ, ແຂວງສາລະວັນຫ່າງຈາກຕົວເມືອງວາປີ ມີຄູທັງໝົດ 9 ຄົນ, ຍິງ 6 ຄົນ, ສົກຮຽນ 2013-2014 ມີນັກຮຽນທັງໝົດ 131 ຄົນ, ຍິງ 41 ຄົນ, ຈຳນວນຫ້ອງຮຽນທັງໝົດ 7 ຫ້ອງ , ໃນນັ້ນຫ້ອງ ປ 4 ມີຈຳນວນນັກຮຽນທັງໝົດ 20 ຄົນ, ຍິງ 17 ຄົນ.

ສະພາບການຮຽນ-ການສອນວິຊານີ້ຜ່ານການສັງເກດໃນເວລາສອນເຫັນວ່ານັກຮຽນສ່ວນຫຼາຍມີຄວາມສົນໃຈຕໍ່ບົດຮຽນ ຫຼື ເຂົ້າໃຈຕໍ່ບົດຮຽນ, ສາມາດແຕ້ມຮູບ, ແບ່ງສ່ວນຮູບ ແລະ ຈຳແນກຈຳນວນພູດ, ພູດໄດ້, ນັກຮຽນ 1 ຄົນ, ຍິງ 1 ຄົນມີການເຂົ້າໃຈຕໍ່ບົດຮຽນໄດ້ຢາກ, ບໍ່ສາມາດຈຳແນກຈຳນວນພູດ, ພູດ ແລະ ຍັງບໍ່ເຂົ້າໃຈກ່ຽວກັບການແບ່ງສ່ວນ. ເນື່ອງຈາກວ່ານັກຮຽນບໍ່ເອົາໃຈໃສ່ໃນການຮຽນ, ບໍ່ມັກຟັງຄຳອະທິບາຍບົດຮຽນໃນເວລາຮຽນ, ບໍ່ມີສ່ວນຮ່ວມໃນເວລາປະຕິບັດກິດຈະກຳກຸ່ມ,ບໍ່ມັກປະກອບຄຳຄິດຄຳເຫັນ. ອາດຈະເປັນເພາະວ່າໃນເວລາຄູດໍາເນີນການສອນຄູຍັງຂາດສື່ການສອນ, ວິທີສອນ, ເທັກນິກການສອນ, ທັກສະການສ້າງຄຳຖາມ ແລະ ເສີມແຮງຈູງໃຈ.

ດັ່ງນັ້ນ ຄູປະຈຳລາຍວິຊາເຊິ່ງພະຍາຍາມຊອກຫາວິທີສອນຫຼາຍວິທີເພື່ອຊ່ວຍໃນການດຳເນີນການຮຽນ-ການສອນວິຊາຄະນິດສາດຊັ້ນ ປ 4 ບົດທີ 37 ເລກສ່ວນໂດຍນຳໃຊ້ວິທີສອນແບບໂດຍກົງເປັນວິທີສອນທີ່ມຸ້ງໃຫ້ນັກຮຽນເຂົ້າໃຈ ແລະ ປະຕິບັດໄດ້ດີເພາະເປັນປະສົບການທາງກົງມີຕົວຢ່າງໃຫ້ເບິ່ງ, ຈັບບາຍໄດ້ ແລະ ເຫັນຂັ້ນຕອນປະຕິບັດດ້ວຍຕົນເອງກະຕຸກຄວາມສົນໃຈແກ່ນັກຮຽນ, ເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມຫຼາຍໃນເວລາສອນຊຸກຍູ້ໃຫ້ນັກຮຽນເຂົ້າໃຈຫຼັກການ, ຫຼັກເກນ ຮູ້ສັງເກດເພື່ອຊອກຫາເຫດຜົນເພື່ອສະຫຼຸບເປັນຫຼັກເກນ.

ການຮຽນວິຊາຄະນິດສາດໂດຍສະເພາະການແບ່ງສ່ວນແມ່ນມີຄວາມສໍາຄັນຫຼາຍທີ່ສຸດໃນການດໍາລົງຊີວິດປະຈໍາວັນເຊັ່ນ: ການຄ້າຂາຍ, ການແລກປ່ຽນວັດຖູສິ່ງຂອງ ແລະ ອື່ນໆ ແຕ່ວ່າຄູສອນພັດບໍ່ໄດ້ຍົກໃຫ້ນັກຮຽນເຫັນການພົວພັນລະຫວ່າງບົດເລກກັບການນຳໄປໃຊ້ໃນຊີວິດປະຈຳວັນ ແລະ ຄຸນປະໂຫຍດຂອງເລກແບ່ງສ່ວນເຂົ້າໃນການນຳໃຊ້ວິຊາອື່ນ ຫຼື ນຳໃຊ້ເຂົ້າໃນການສຶກສາກ່ຽວກັບຄະນິດສາດ ແລະ ວິຊາອື່ນໆທີ່ອາໄສຄະນິດສາດ.

ເລກສ່ວນມີຄວາມສຳຄັນໃນການສ້າງໃຫ້ນັກຮຽນຮັບຮູ້ຄະນິດສາດໄປເທື່ອລະກ້າວຕາມໂຄງສ້າງທາງດ້ານຄະນິດສາດໝາຍຄວາມວ່າຈຳນວນຖ້ວນຫາຈຳນວນເລກສ່ວນ ໃຫ້ເກີດຄວາມເຂົ້າໃຈຕໍ່ກັບບັນຫາທີ່ນັກຮຽນໄດ້ພົບພໍໃນການດຳລົງຊີວິດເຊັ່ນ: ການວັດແທກ, ການແບ່ງປັນ ( ການຫານ ) ສ້າງໃຫ້ນັກຮຽນຮູ້ຈັກນຳໃຊ້ຈຳນວນສ່ວນໃນຊີວິດປະຈຳວັນເຊັ່ນ: ການບວກ, ການລົບ, ການຄູນ ແລະ ການຫານນອກຈາກນັ້ນຍັງຈະເຮັດໃຫ້ນັກຮຽນເຂົ້າໃຈຄວາມຮັບຮູ້ ແລະ ເອົາໄປນຳໃຊ້ໃນການຮຽນຮູ້ບັນຫາໃໝ່ອີກດ້ວຍ.

ດັ່ງນັ້ນ ທີມງານວິໄຈຂອງພວກຂ້າພະເຈົ້າຈິ່ງມີຄວາມສະໝັກໃຈເລືອກເອົາວິຊາ ຫຼື ຫົວຂໍ້ນີ້ມາເຮັດການວິໄຈເພື່ອປັບປຸງແກ້ໄຂບັນຫາການຮຽນ-ການສອນຂອງຄູ ແລະ ນັກຮຽນຫ້ອງ ປ.4ໃຫ້ມີຄຸນະພາບຂຶ້ນ .

2.ຈຸດປະສົງຂອງການວິໄຈ.

- ເພື່ອໃຫ້ນັກຮຽນສາມາດບອກເລກສ່ວນໄດ້.

- ເພື່ອທົດລອງໃຊ້ວິທີສິດສອນແບບໂດຍກົງ.

- ເພື່ອໃຫ້ນັກຮຽນສາມາດຂຽນເລກສ່ວນໄດ້

- ເພື່ອພັດທະນາການສອນຂອງຄູໃຫ້ດີຂຶ້ນ.

3. ຂອບເຂດຂອງການວິໄຈ.

  • 3.1.ປະຊາກອນ: ນັກຮຽນຫ້ອງ ປ.4 ແມ່ນຫ້ອງໜຶ່ງຂອງໂຮງຮຽນປະຖົມສົມບູນມ່ວງ ທີ່ຂຶ້ນກັບ ເມືອງວາປີ

ແຂວງ ສາລະວັນ ເຊິ່ງມີຈໍານວນນັກຮຽນໃນຫ້ອງ ປ.4 ທັງໝົດ 20 ຄົນ, ຍິງ 17 ຄົນ, ແລະ ມີຈໍານວນນັກຮຽນກຸ່ມເປົ້າໝາຍ 1 ຄົນ, ຍິງ 1 ຄົນ.

  • 3.2.ເນື້ອໃນທີ່ນໍາສອນຄື:ວິຊາຄະນິດສາດຊັ້ນປະຖົມສຶກສາ 4
  • ບົດທີ 37 ເລກສ່ວນ
  • ການແບ່ງສ່ວນ, ການອ່ານເລກສ່ວນ ແລະ ການຂຽນເລກສ່ວນ

3.3. ເຕັກນິກ ແລະ ວິທີສອນ

ວິທີສອນແບບໂດຍກົງ ແມ່ນວິທີສອນໂດຍຄູເປັນຜູ້ນໍາພາ ຫຼື ສະແດງໃຫ້ນັັກຮຽນເບິ່ງຢູ່ຫ້ອງ ການສະແດງຈະນໍາໃຊ້ສື່ການສອນປະກອບ ຫຼື ສະແດງໂດຍວິທີໃດກໍຕາມເຊັ່ນ ອະທິບາຍຫຼັກເກນ, ຫຼັກການ, ແນວຄວາມຄິດ ຫຼື ວິທີແກ້ບັນຫາທາງຄະນິດສາດຕາມຈຸດປະສົງທີ່ວາງໄວ້ເພື່ອໃຫ້ນັກຮຽນສາມາດສະຫຼຸບເອົາເປັນບົດຮຽນຈາກການສະແດງນັ້ນ.

4. ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ

ຜ່ານການດຳເນີນການວິໄຈໃນຫົວຂໍ້: ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ: ເລກສ່ວນ ຊັ້ນ ປ 4ໂຮງຮຽນປະຖົມສົມບູນບ້ານມ່ວງ, ເມືອງວາປິ ແຂວງສາລະວັນ ໂດຍນຳໃຊ້ວິທີສອນແບບໂດຍກົງສະຫຼຸບໄດ້ຈາກຜົນການວິໄຈຄັ້ງນີ້ຄື:

ປະສົບການໃນການເຮັດບົດວິໄຈ, ຮູ້ຈັກເຮັດວຽກເປັນທີມ, ການວາງແຜນ, ປັບປຸງກິດຈະກຳການຮຽນ-ການສອນ,ແກ້ໄຂບັນຫາທີ່ເກີດຂຶ້ນກັບນັກຮຽນ, ຂັ້ນຕອນຕ່າງໆໃນການດຳເນີນວິໄຈ, ວິທີສອນແບບໂດຍກົງ ແລະ ເກັບກຳຂໍ້ມູນຕ່າງໆມາເຮັດວິໄຈ.

ຜູ້ຮຽນສາມາດຄົ້ນຄວ້າຫາຄວາມຈິງດ້ວຍຕົນເອງ, ເກີດຄວາມສົນໃຈ ແລະ ຢາກຮຽນວິຊາຄະນິດສາດ, ຜູ່ຮຽນມີອິດສະຫຼະໃນການຮຽນ ແລະ ໄດ້ລົງມືດ້ວຍຕົນເອງ, ຊ່ວຍໃຫ້ຜູ່ຮຽນເຮັດວຽກຮ່ວມກັນ, ຮູ້ຈັກແລກປ່ຽນບົົດຮຽນ, ແລກປ່ຽນຄວາມຄິດເຫັນນຳໝູ່ນັກຮຽນດ້ວຍກັນ, ເມື່ອຜູ່ຮຽນມີຜົນສຳເລັດໃນການຮໍ່າຮຽນ ກໍຈະເກີດກຳລັງໃຈໃນການຮຽນ ແລະ ເປັນການແລກປ່ຽນການຮຽນຈາກຮູບປະທຳໄປສູ່ນາມມະທຳ.

5 . ວິທີການດຳເນີນການສອນໄລຍະລົງເຝິກຫັດ.

ການກະກຽມການສອນໃນຄັ້ງນີ້ໄດ້ກະກຽມດັ່ງນີ້:

  • -ທີມງານໄດ້ກະກຽມພົວພັນຜູ້ອຳນວຍການໂຮງຮຽນ ແລະ ຄູປະຈຳຫ້ອງເພື່ອຜ່ານຫົວຂໍ້ວິໄຈ.
  • -ສ້າງແຜນການສອນ ຫຼື ແຕ່ງບົດສອນ
  • -ສ້າງສື່ການສອນ
  • -ສ້າງບົດທົດສອບກກ່ອນຮຽນ ແລະ ຫຼັງຮຽນ
  • -ກຽມປະຕິບັດ ຫຼື ສອນທົດລອງ
  • ລາຍງານສະພາບການສອນຕົວຈິງຂອງບົດສອນ
  • vຂັ້ນນຳເຂົ້າສູ່ບົດຮຽນ
  • ກ່ອນຈະເຂົ້າສູ່ບົດຮຽນໃໝ່ຄູໄດ້ທວນຄືນບົດຮຽນໂດຍການຕັ້ງບັ້ງເລກໃສ່ກະດານໃຫ້

ນັກຮຽນອອກມາແກ້ຢູ່ກະດານ 1-2 ຄົນ. ເຊິ່ງມີບົດເລກດັ່ງລຸ່ມນີ້.

ຄູສັງເກດການແກ້ບົດເລກຂອງນັກຮຽນຄູໄດ້ກວດຄືນບົດເລກພ້ອມທັງສ້າງແຮງຈູງໃຈໃຫ້ແກ່ນັກຮຽນ.

ຈາກນັ້ນ ຄູໄດ້ລ້ຽວເຂົ້າສູ່ບົດຮຽນໃໝ່ດ້ວຍການຕັ້ງຄໍາຖາມວ່າ: ຖ້ານ້ອງມີໝາກໄມ້ 1 ໝ່ວຍ, ນ້ອງມີໝູ່ 1 ຄົນເຮັດແນວໃດໝູ່ນ້ອງຈຶ່ງຈະໄດ້ກິນນໍາ ຄູສັງເກດການຕອບຂອງນັກຮຽນພ້ອມສະເໜີຫົວຂໍ້ຂອງບົດຮຽນໃໝ່ທີ່ຈະສອນ. ມື້ນີ້ບ່າວຄູຈະມາສອນວິຊາຄະນິດສາດ ບົດທີ 37 ເລກສ່ວນ.

  • vຂັ້ນສອນ
  • ຄູສອນໄດ້ເລີ່ມສອນບົດຮຽນໃໜ່ກ່ຽວກັບຫົວຂໍ້: ເລກສ່ວນ ຂັ້ນຕອນທຳອິດຄູໄດ້ຍົກຮູບພາບຂຶ້ນໃຫ້ນັກຮຽນເບິ່ງໝົດ

ຫ້ອງແລ້ວຕັ້ງຄຳຖາມໃຫ້ນັກຮຽນເປົ້າໝາຍເປັນຜູ່ຕອບ


ແລ້ວຖາມນັກຮຽນວ່າສ່ວນຂີດລາຍນັ້ນເອີ້ນວ່າແນວໃດ ? ນັກຮຽນອອກມາຂຽນເປັນສັນຍາລັກຄະນິດສາດ ຄູດໍາເນີນກິດຈະກໍານີ້ 2 – 3 ເທື່ອດ້ວຍປ່ຽນເປັນຕົວເລກຕ່າງໆຄູກັບນັກຮຽນສະຫຼຸບກິດຈະກໍາ, ຄູເລີ່ມຂຽນເລກສ່ວນໃສ່ກະດານແລ້ວພານັກຮຽນອ່ານແຕ່ລະເລກສ່ວນ

ພ້ອມທັງອະທິບາຍໃຫ້ນັກຮຽນຟັງສ່ວນໃດແມ່ນຈຳນວນພູດ ສ່ວນໃດແມ່ນພູດ ຫຼັງຈາກນັ້ນກໍຂຽນເປັນຕົວໜັງສືໃສ່ກະດານ ແລ້ວໃຫ້ນັກຮຽນເປົ້າໝາຍອອກມາຂຽນເປັນສັນຍາລັກຈົ່ງຂຽນເປັນເລກສ່ວນຫ້າສ່ວນແປດ, ສິບສ່ວນສິບສາມ, ໜຶ່ງສ່ວນເກົ້າ, ເຈັດສ່ວນສິບ, ຫົກສ່ວນຊາວ, ສິບເຈັດສ່ວນຊາວຫ້າໃນເວລານັກຮຽນອອກມາແກ້ນັ້ນຄູກໍ່ໄດ້ສັງເກດໃຫ້ການຊ່ວຍເຫຼືອນັກຮຽນພ້ອມແຮງເສີມຈູງໃຈເມື່ອສຳເລັດຄູ ແລະ ນັກຮຽນພ້ອມກັນສະຫຼຸບກິດຈະກຳນີ້ ແລະ ຕໍ່ກິດຈະກຳໃໝ່

ຈົ່ງຂຽນເລກສ່ວນແທນສ່ວນທີ່ຂີດລາຍຂອງຮູບລຸ່ມນີ້: ໃສ່ບ່ອນຈໍ້າເມັດ

................... ............................

....................................

ຜ່ານການອະທິບາຍພ້ອມແກ້ຕົວຢ່າງແລ້ວ. ຄູໃຫ້ນັກຮຽນອອກມາແກ້ຂໍ້ທີ່ຍັງເຫຼືອຢູ່ກະດານໂດຍສະເພາະແມ່ນນັກຮຽນກຸ່ມເປົ້າໝາຍຈໍານວນ 3 ຄົນ. ສ່ວນນັກຮຽນທີ່ຍັງເຫຼືອແມ່ນປະຕິບັດກິດຈະກໍາຢູ່ທີ່ບ່ອນ. ຄູໄດ້ຕິດຕາມ ແລະ ຊ່ວຍເຫຼືອນັກຮຽນໃນຂະນະທີ່ປະຕິບັດກິດຈະກໍາຂອງແຕ່ລະຄົນຄູ ແລະ ນັກຮຽນພາກັນສະຫຼຸບບົດຮຽນ.

  • vຂັ້ນສະຫຼຸບ
  • ເມື່ອຄູສອນສໍາເລັດແລ້ວຄູກໍ່ມີການສະຫຼຸບຄືນສໍາລັບເນຶ້ອໃນບົດຮຽນທີ່ຮຽນຜ່ານມາກໍ່ຄື: ແຖບເຈ້ຍຍາວ 10 cm ແບ່ງເປັນ 5 ສ່ວນ ສະເໜີກັນແຕ່ລະສ່ວນມີລວງຍາວ 2 cm ເຊັ່ນ:

  • ຈໍານວນພູດຂອງເລກສ່ວນ
  • ອ່ານວ່າໜຶ່ງສ່ວນຫ້າ
  • ພູດຂອງເລກສ່ວນ

ຫຼັງຈາກນັ້ນຄູກໍ່ຖາມນັກຮຽນຂໍ້ຂ້ອງໃຈຂອງນັກຮຽນກຽ່ວບົດຮຽນຜ່ານມາໃຫ້ນັກຮຽນຈົດເອົາບົດຮຽນໃສ່ປື້ມຂຽນໃຜລາວ.

  • vຂັ້ນວັດຜົນ
  • ຄູໄດ້ປະເມີນຄວາມເຂົ້າໃຈຂອງນັກຮຽນໂດຍຄູບັນທຶກຄວາມເຂົ້າໃຈນັກຮຽນ ແລະ ຕິດບົດທົດສອບໃສ່ກະດານ

ໃຫ້ນັກຮຽນທັງໝົດໃນຫ້ອງສັງເກດຮູບແບ່ງສ່ວນໃນຮູບຄູກຳນົດໃຫ້ແລ້ວແກ້ສົ່ງຄູ. ຄູກວດຄະແນນ ແລະ ພ້ອມທັງຕຳນິຕິຊົມບ່ອນທີ່ຜິດພາດຂອງນັກຮຽນເພື່ອໃຫ້ນັກຮຽນມີຄວາມສາມາດໃນການແບ່ງສ່ວນຂອງເລກສ່ວນໃນຮູບທີ່ໄດ້ພ້ອມທັງໃຫ້ຄຳຍ້ອງຍໍຊົມເຊີຍໃຫ້ນັກຮຽນແຕ່ລະຄົນເພື່ອສ້າງແຮງຈູງໃຈໃຫ້ແກ່ເຂົາ.

  • vຂັ້ນຕັກເຕືອນ ແລະ ມອບວຽກບ້ານ.
  • ຄູໄດ້ສຶກສາອົບຮົມແນວຄິດຂອງນັກຮຽນເວລາເມືອເຮືອນໃຫ້ພວກນ້ອງຊ່ວຍວຽກພໍ່ແມ່ທີ່ຕົນສາມາດເຮັດໄດ້ຍາມ

ແລງມາພາກັນອ່ານບົດຮຽນ ແລະ ແກ້ບົດເຝິກຫັດທີ່ຄູມອບໃຫ້.

6.ສະຫຼຸບຜົນຂອງວິໄຈ

ການວິໄຈໃນຫ້ອງຮຽນໄດ້ດຳເນີນໃນໄລຍະເວລາສອງເດືອນກວ່າປະຕິບັດຕາມຂັ້ນຕອນສອນບົດຮຽນໂດຍສະເພາະແມ່ນກຸ່ມເປົ້າໝາຍຈໍານວນ 1 ຄົນສາມາດແບ່ງສ່ວນໄດ້ ແລະ ສາມາດຂຽນເລກສ່ວນໄດ້. ໃນການປະຕິບັດເຮັດການວິໄຈຄັ້ງນີ້ກຸ່ມຂ້າພະເຈົ້າໄດ້ມີປະສົບການ ແລະ ໄດ້ບົດຮຽນ, ຮູ້ຈັກວາງແຜນ, ວິທີແກ້ໄຂບັນຫາ ແລະ ວິທີບັນທຶກຂໍ້ມູນຕ່າງໆເພາະວ່າການເຮັດບົດວິໄຈແມ່ນການປັບປຸງການຮຽນຂອງນັກຮຽນ ແລະ ການສອນຂອງຄູໃຫ້ດີຂຶ້ນເທື່ອລະກ້າວ ເພື່ອພັດທະນາການຮຽນ - ການສອນດີຂຶ້ນເລື້ອຍໆ.

ການວິໄຈຂອງກຸ່ມຂ້າພະເຈົ້າໃນຄັ້ງນີ້ ຫ້ອງ ປ.4 ວິຊາ: ຄະນິດສາດ ບົດທີ 37 ເລກສ່ວນ ຜົນຂອງການວິໄຈເຫັນວ່າ: ນັກຮຽນກຸ່ມເປົ້າໝາຍຈໍານວນ 1 ຄົນ ມີການປ່ຽນແປງພຶດຕິກໍາດີຂຶ້ນກວ່າເກົ່າເຊິ່ງມັນສະແດງອອກໃນການປະຕິບັດຕົວຈິງສາມາດແບ່ງສ່ວນ, ຈຳແນກຈຳນວນພູດ ແລະ ພູດ. ໂດຍນໍາໃຊ້ວິທີສອນແບບໂດຍກົງມັນໄດ້ຊ່ວຍໃຫ້ນັກຮຽນເຂົ້າໃຈໃນການແບ່ງສ່ວນ. ວິທີສອນແບບໂດຍກົງນີ້ມັນສາມາດເຮັດໃຫ້ນັກຮຽນເຂົ້າໃຈ ແລະ ປະຕິບັດໄດ້ດີເພາະເປັນປະສົບການທາງກົງຈັບບາຍໄດ້ປະຕິບັດດ້ວຍຕົນເອງ ແລະ ເຫັນຂັ້ນຕອນປະຕິບັດດ້ວຍຕົນເອງ. ເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມໃນເວລາສອນກະຕຸກຊຸກຍູ້ໃຫ້ນັກຮຽນເຂົ້າໃຈຫຼັກການ, ຫຼັກເກນ ສາມາດຊອກຫາເຫດຜົນເພື່ອສະຫຼຸບເປັນຫຼັກເກນ ແລະ ຍັງນຳໃຊ້ເທັກນິກໃນການຕັ້ງຄຳຖາມ, ເທັກນິກການສ້າງແຮງຈູງໃຈ ແລະ ເທັກນິກການເສີມແຮງຈູງໃຈ.

ໃນການເຮັດວິໄຈຄັ້ງນີ້ທີ່ໂຮງຮຽນປະຖົມສົມບູນບ້ານມ່ວງກຸ່ມຂ້າພະເຈົ້າເຫັນວ່າ: ນັກຮຽນກຸ່ມເປົ້າໝາຍອີກ 1 ຄົນ. ບໍ່ສາມາດປ່ຽນແປງພຶດຕິກໍາໄດ້ເທົ່າທີ່ຄວນເຊິ່ງເຫັນໄດ້ໃນການປະຕິບັດຕົວຈິ່ງຂອງນັກຮຽນ.

7.ຂໍ້ສະເໜີແນະຂອງຕົນເອງຕໍ່ການວິໄຈ.

  • -ສະເໜີໃຫ້ຜູ້ວິໄຈຈະເຮັດວິໄຈຄັ້ງຕໍ່ໄປນີ້ຄວນເອົາໃຈໃສ່ສຶກສາສະພາບບັນຫາການຮຽນຂອງນັກຮຽນໃຫ້ລະອຽດເພື່ອວາງແຜນໃຫ້ຖືກຕ້ອງ.
  • -ຕ້ອງກຳນົດຫົວຂໍ້ໄດ້ກ່ອນລົງເຮັດການວິໄຈ
  • -ຕ້ອງກຳສະພາບ ແລະ ຈຸດພິເສດຜູ້ຮຽນໃຫ້ຊັດເຈນ.
  • -ຄວນດຳເນີນການວິໄຈຊັ້ນອື່ນໆໃນວິຊາຄະນິດສາດ
  • -ສະເໜີໃຫ້ຄູທັງໝົດໃນແຕ່ລະຊັ້ນຮຽນໃນໂຮງຮຽນປະຖົມສົມບູນບ້ານມ່ວງໄດ້ເຮັດການວິໄຈ.

8. ອີງກະສານອ້າງອີງ

ສຸກຂະສະຫວາດ ວົງຫາຈັກ ແລະ ຄຳຢາດ ເຄືອງຄໍາສີ, ວິທີສອນຄະນິດສາດ 1 ພິມທີ່Nhan Dan

Printing House HCMC, ປີ 2009

ຮສ. ດຣ ພັນ ຈໍາປາທອງ ພ້ອມດ້ວຍຄະນະ , ວິໄຈພາກປະຕິບັດ ພິມທີ່ Nhan Dan Printing House

HCMC, ປີ 2009

ສີມຸງຄຸນ ວົງຈຳປາ ( ສ.ວ.ສ ) ພ້ອມດ້ວຍຄະນະ ແບບຮຽນຄະນິດສາດຊັ້ນປະຖົມປີທີ 4 ພິມທີ່ ບໍລິສັດ ລັດວິ

ສາຫະກິດໂຮງພິມສຶກສາ ຕາມ ທບ 384 ພຈ 09112011, ປີ 2009

ສີມຸງຄຸນ ວົງຈຳປາ ( ສ.ວ.ສ ) ພ້ອມດ້ວຍຄະນະ ຄູ່ມືຄູຄະນິດສາດຊັ້ນປະຖົມປີທີ 4 ພິມທີ່ ບໍລິສັດ ລັດວິ

ສາຫະກິດໂຮງພິມສຶກສາ ຕາມ ທບ 384 ພຈ 09112011, ປີ 2009

คำสำคัญ (Tags): #chanthavixay#venephanchan#TTC at salavan
หมายเลขบันทึก: 570088เขียนเมื่อ 9 มิถุนายน 2014 13:35 น. ()แก้ไขเมื่อ 9 มิถุนายน 2014 13:35 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท