ຜົນສຳເລັດທາງການຮຽນຄະນິດສາດເລື່ອງ: ຄວາມຖີ່ນັກຮຽນຫ້ອງ ມ3 ກ ຂອງໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງ ທີ່ໄດ້ຮັບການສອນແບບທົດລອງ”

ບົດນຳ

• 1.ຄວາມເປັນມາ ແລະຄວາມສຳຄັນຂອງການວິໄຈ

ຄະນິດສາດເປັນເລື່ອງນາມມະທຳ ຈິ່ງເປັນການຍາກທີ່ຈະທ່າຍຖອດໃຫ້ຜູ້ອື່ນເຂົ້າໃຈໄດ້ງ່າຍໆ ໃນນັ້ນແມ່ນນັກຮຽນ

ຊັ້ນມັດທະຍົມສຶກສາທີ່ມີແນວຄວາມຄິດເປັນຮູບປະທຳຫຼາຍກວ່ານາມມະທຳ ເຂົາເຈົ້າມັກຫຼິ້ນ ມ່ວນຊື່ນ, ມັກສັງເກດ, ມັກຊອກຮູ້ຊອກຫາຕ່າງໆນາໆ ແລະ ອື່ນໆ…

ດັ່ງນັ້ນ ຄູຜູ້ສອນຈຳເປັນສຸດຈະຕ້ອງຈັດການຮຽນ-ການສອນຄະນິດສາດໃຫ້ຖືກຕ້ອງກັບຈຸດພິເສດຂອງນັກຮຽນ ເພາະວ່າ ນັກຮຽນຈະຮຽນໄດ້ກໍ່ຕໍ່ເມື່ອໄດ້ເຫັນວັດຖຸຈິງ ( ຮູບປະທຳ ) ໄປສູ່ເຄິ່ງນາມມະທຳ ແລະ ສັນຍາລັກ. ຈາກຄວາມຮູ້ ແລະ ປະສົບການຂອງນັກຮຽນກ່ອນເຂົ້າໂຮງຮຽນໄດ້ພົວພັນກັບຄວາມຮູ້ທາງຄະນິດສາດເຊັ່ນ: ການນັບ, ການຫຼີ້ນແກ່ນໝາກຂາມ, ການປຽບທຽບສັ້ນຍາວ ( ການຫຼີ້ນໄມ້ຕີຫົວປາຄໍ່ ) ການແລກປ່ຽນ ( ຫຼິ້ນຊື້ຂາຍ ) ເຊິ່ງຄູຜູ້ສອນຄວນຄຳນຶງເຖິງຄວາມຮູ້ເບື້ອງຕົ້ນຂອງນັກຮຽນຜ່ານມາໃຫ້ມາປະສົມປະສານເຂົ້າໃນການຮຽນ-ການສອນວິຊາຄະນິດສາດ ແລະ ເນັ້ນໃສ່ການພັດທະນາ 3 ດ້ານໄປພ້ອມກັນຄື:

• -ການພັດທະນາແນວຄວາມຄິດທາງຄະນິດສາດ
• -ການພັດທະນາດ້ານທັກສະທາງຄະນິດສາດ
• -ການພັດທະນາວິທີການນຳໃຊ້ຄະນິດສາດ

ສາຍມັດທະຍົມສຶກສາເປັນສາຍໜຶ່ງທີ່ມີຄວາມສຳຄັນໃນການສຶກສາຢູ່ໃນສັງຄົມມະນຸດຊາດເຮົາ ທີ່ພັກ-ລັດເຮົາໄດ້ເລັງ

ໃສ່ແຜນຍຸດທະສາດດ້ານການພັດທະນາການສຶກສາຂັ້ນພື້ນຖານຄື: ສາຍອະນຸບານສຶກສາ, ປະຖົມສຶກສາ ແລະ ມັດທະຍົມສຶກສາຈົນກ້າວໄປເຖິງວິຊາຊີບສຶກສາ.

ໂຮງຮຽນມັດທະຍົມສົມບູນລະຄອນສີ ເປັນໂຮງຮຽນທີ່ຂຶ້ນກັບຫ້ອງສຶກສາທິການ ແລະ ກິລາເມືອງລະຄອນເພັງ ແຂວງສາລະວັນ ເຊິ່ງມີນັກຮຽນທັງໜົດ 55 ຄົນ, ຍິງ 20 ຄົນ, ນັກຮຽນສ່ວນໃຫຍ່ແມ່ນມາຈາກຫຼາຍບ້ານທີ່ມີພາສາສຳນຽງຄ້າຍຄືກັນ, ຊໍ່າອາຍຸແຕກຕ່າງກັນ, ສ່ວນຫຼາຍແມ່ນລູກຊາວນາ, ພໍ່ຄ້າຊາວຂາຍ ແລະ ພະນັກງານ, ສ່ວນໃຫຍ່ໂຮງຮຽນທີ່ນອນໃນເທດສະບານຂອງເມືອງ. ສະພາບການນຸ່ງຖືຂອງນັກຮຽນມີຄວາມເປັນລະບຽບຮຽບຮ້ອຍຈົບງາມ, ມີມາລະຍາດດີ, ການເວົ້າຈາສຸພາບ, ການໃຫ້ຄວາມເຄົາລົບຕໍ່ຄູອາຈານກໍ່ດີ, ນັກຮຽນສ່ວນໃຫຍ່ມີຄວາມລ້າເລີງແຈ່ມໃສ ແຕ່ເຖິງຢ່າງໃດກໍ່ຕາມການພັດທະນາທາງດ້ານການສຶກສາໃນໂຮງຮຽນແຫ່ງນີ້ຍັງມີຄວາມແຕກຕ່າງທາງດ້ານມັນສະໜອງ ( ການພັດທະນາຂອງມັນສະ

ໝອງໄວ - ຊ້າ ) ສະນັ້ນ ນັກຮຽນແຕ່ລະຄົນບໍ່ວ່າຊັ້ນຮຽນໃດຂອງໂຮງຮຽນແຫ່ງນີ້ຈິ່ງເປັນໜ້າສົນໃຈໃຫ້ແກ່ຄູ-ອາຈານຜູ້ສອນ ທີ່ຈະຕ້ອງສຶກສາຄົ້ນຄວ້າຊອກຫາຈຸດດີ - ຈຸດບົກຜ່ອງຂອງນັກຮຽນ ເພື່ອນຳມາແກ້ໄຂ ແລະ ພັດທະນາດ້ານການຮຽນ-ການສອນຂອງຄູໃຫ້ດີຂຶ້ນເທື່ອລະກ້າວ.

ການຮຽນ-ການສອນໃນທຸກລາຍວິຊາແມ່ນມີຄວາມສຳຄັນເທົ່າໆກັນຕໍ່ກັບການພັດທະນາການສຶກສາກໍ່ຄືການພັດທະນາປະເທດຊາດ. ດັ່ງນັ້ນ ໃນນາມທີ່ເປັນນັກສຶກສາລະບົບ 12+2 ສາຍຄູຄະນິດສາດທີ່ໄດ້ລົງເຝິກຫັດສອນໃນໄລຍະ 10 ອາທິດ ຢູ່ທີ່ໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງແຂວງສາລະວັນ ຂອງສົກຮຽນ 2013-2014. ຈິ່ງມີຄວາມສົນໃຈໃນການພັດທະນາຄວາມຮູ້ດ້ານວິຊາສະເພາະປະກອບກັບການເຝິກຫັດສອນຕົວຈິງໃນແຕ່ລະວິຊາຮຽນໃນຊັ້ນມັດທະຍົມ ໂດຍສະເພາະແມ່ນວິຊາຄະນິດສາດ ຫ້ອງ ມ 3 ທີ່ທີມງານວິໄຈພວກຂ້າພະເຈົ້າມີຄວາມສົນໃຈຢາກປັບປຸງ ແລະ ພັດທະນາການຮຽນ-ການສອນໃຫ້ດີຂຶ້ນ ເພື່ອນຳເອົາເປັນບົດຮຽນປະກອບເຂົ້າໃນອາຊີບຄູໃນອານາຄົດໄດ້.

ຕະຫຼອດໄລຍະຂອງການລົງເຝິກຫັດສອນຕົວຈິງ 10 ອາທິດ ທີມງານການວິໄຈພວກຂ້າພະເຈົ້າໄດ້ຈັບເອົາບັນຫາຈາກການລາຍງານຂອງຄູລາຍວິຊາຄະນິດສາດ ຫ້ອງ ມ 3 ບົດທີ 21: ຄວາມຖີ່ຂອງຂໍ້ມູນ, ຜ່ານມາຄູເກົ່າໄດ້ດຳເນີນການຮຽນ-ການສອນແບບດາວ 5 ແຈເຂົ້າໃນການສອນວິຊາຄະນິດສາດ ເພາະວ່າ: ວິທີສອນແບບດາວ 5 ແຈແມ່ນຂະບວນການທາງຍຸດທະວິທີການສອນຕ່າງໆ ຢ່າງປະສົມປະສານກັນໃນຊົ່ວໂມງສອນໃດໜຶ່ງ ເພື່ອເຮັດໃຫ້ການຮຽນໄດ້ບັນລຸເປົ້າໝາຍຕາມຈຸດປະສົງທີ່ວາງໄວ້ເຊັ່ນ: ການໃຊ້ຄຳຖາມ, ການໃຊ້ອຸປະກອນ, ການຈັດກຸ່ມ, ການຈັດກິດຈະກຳ ແລະ ການສອນຕິດພັນກັບຊີວິດປະຈຳວັນ. ເຊິ່ງໄດ້ພົບບັນຫາທີ່ເກີດຂຶ້ນໃນຊ່ວງດຳເນີນການຮຽນ-ການສອນໃນພາກຮຽນທີ 2 ມີນັກຮຽນຈຳນວນ 2 ຄົນ, ທັກສະການຄິດຄຳນວນມີຄວາມສຳຄັນຕໍ່ການຮຽນຮູ້ໃນວິຊາຄະນິດສາດເປັນຢ່າງຫຼາຍນັກຮຽນສ່ວນໃຫຍ່ຍັງຂາດທັກສະໃນການຄິດຄຳນວນເຊິິ່ງມີຫຼາຍສາຍເຫດດັ່ງນີ້:

• -ພື້ນຖານການຮຽນຮູ້ຂອງນັກຮຽນຍັງບໍ່ຄ່ອຍດີ
• -ນັກຮຽນຂາດການຄົ້ນຄວ້າໃນການຄິດທີ່ຕໍ່ເນື່ອງ
• -ນັກຮຽນມີທັກສະການຄິດຄຳນວນໃນຂັ້ນພື້ນຖານທີ່ບໍ່ຖືກຕ້ອງ

ດັ່ງນັ້ນ ຄູປະຈຳວິຊາຈິ່ງພະຍາຍາມຊອກຫາວິທີສອນຫຼາຍວິທີເພື່ອຊ່ວຍເຂົ້າໃນການດຳເນີນການຮຽນ-ການສອນວິຊາຄະນິດສາດ ຊັ້ນ ມ 3 ບົດທີ 22: ຄວາມຖີ່ ໂດຍນຳໃຊ້ວິທີສອນແບບທົດລອງ ເຊິ່ງວ່າການສອນແບບທົດລອງ ເປັນວິທີການສອນທີ່ມຸ້ງໃຫ້ຜູ້ຮຽນດ້ວຍການກະທຳ ຫຼື ດ້ວຍການສັງເກດ, ເປັນການນຳເອົາຮູບປະທຳ ມາອະທິບາຍນາມມະທຳ ຜູ້ຮຽນຈະຄົ້ນຄວ້າຫາຂໍ້ສະຫຼຸບຈາກການທົດລອງນັ້ນດ້ວຍຕົນເອງ ວິທີການສອນແບບທົດລອງນີ້ອາດຈະເຮັດເປັນກຸ່ມ ຫຼື ເປັນບຸກຄົນກໍ່ໄດ້ ທັງນີ້ກໍ່ຂຶ້ນກັບເນື້ອໃນ ແລະ ຄວາມເໜາະສົມ. ຈາກທິດສະດີຂອງການສອນຈິ່ງເຮັດໃຫ້ທີມງານວິໄຈພວກຂ້າພະເຈົ້າມີຄວາມສົນໃຈທີ່ຢາກຄົ້ນຄວ້າ ແລະ ຊອກວິທີການແກ້ໄຂບັນຫາທີ່ຍັງຄົງຄ້າງ, ສະນັ້ນ ທີມງານການວິໄຈຈິ່ງຕົກລົງຕັ້ງຫົວຂໍ້ການວິໄຈວ່າ: “ ຜົນສຳເລັດທາງການຮຽນຄະນິດສາດເລື່ອງ: ຄວາມຖີ່ນັກຮຽນຫ້ອງ ມ3 ກ ຂອງໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງ ທີ່ໄດ້ຮັບການສອນແບບທົດລອງ”

• 2.ຈຸດປະສົງຂອງການວິໄຈ
• -ເພື່ອປຽບທຽບຜົນສຳເລັດທາງການຮຽນວິຊາຄະນິດສາດຂອງນັກຮຽນຫ້ອງມ 3 ທີ່ໃດ້ຮັບການສອນແບບທົດລອງ.
• -ເພື່ອປັບປຸງແກ້ໄຂການຮຽນ-ການສອນໃນລາຍວິຊາຄະນິດສາດໃຫ້ດີຂຶ້ນກວ່າເກົ່າ
• 3.ຂອບເຂດຂອງການວິໄຈ
• 3.1. ປະຊາກອນ ແລະກຸ່ມຕົວຢ່າງ

ການວິໄຈ-ສຳມະນາຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນກັບທີມງານວິໄຈຂ້າພະເຈົ້າທີ່ໄດ້ລົງເຝິກຫັດສອນ ແລະ ປະຕິບັດການວິໄຈໄປຄຽງຄູ່ກັນຈົນສາມາດຈັບເອົາບັນຫາທີ່ເກີດໃນການຮຽນ-ການສອນວິຊາຄະນິດສາດ ແລະ ໄດ້ເລືອກເອົາຫ້ອງມ 3 ເປັນເປົ້າໝາຍເຮັດການວິໄຈ ເຊິ່ງມີນັກຮຽນທັງໜົດ 55 ຄົນ, ຍິງ 20 ຄົນ ໃນນັ້ນມີນັກຮຽນເປົ້າໝາຍ 2 ຄົນ, ຍິງ 1 ຄົນ.

3.2. ເນື້ອໃນທີ່ນຳການສອນຄື: ວິຊາຄະນິດສາດຊັ້ນມັດທະຍົມສຶກສາ ປີທີ 3

• ບົດທີ 21 : ຄວາມຖີ່ຂອງຂໍ້ມູນ
• ບົດທີ22: ຄວາມຖີ່ສະສົມຂອງຂໍ້ມູນ
• 3.3. ວິທີການສອນແບບທົດລອງ

ການຮຽນ-ການສອນກ່ຽວກັບຫົວຂໍ້:ຄວາມຖີ່ສະສົມຂອງຂໍ້ມູນໂດຍນຳໃຊ້ວິທີສອນແບບທົດລອງເຊິ່ງວ່າການສອນແບບທົດລອງ ເປັນວິທີການສອນທີ່ມຸ້ງໃຫ້ຜູ້ຮຽນດ້ວຍການກະທຳ ຫຼື ດ້ວຍການສັງເກດ, ເປັນການນຳເອົາຮູບປະທຳ ມາອະທິບາຍນາມມະທຳ ຜູ້ຮຽນຈະຄົ້ນຄວ້າຫາຂໍ້ສະຫຼຸບຈາກການທົດລອງນັ້ນດ້ວຍຕົນເອງ ວິທີການສອນແບບທົດລອງນີ້ອາດຈະເຮັດເປັນກຸ່ມ ຫຼື ເປັນບຸກຄົນກໍ່ໄດ້ ທັງນີ້ກໍ່ຂຶ້ນກັບເນື້ອໃນ ແລະ ຄວາມເເໜະສົມ. ຈຸດປະສົງການຳໃຊ້ວິທີການສອນທົດລອງນີ້ແມ່ນ:

• - ເພື່ອໃຫ້ຜູ້ຮຽນໄດ້ທົດລອງແລະຄົ້ນຫາມະໂນພາບດ້ວຍຕົນເອງ
• - ເພື່ອເຝິກໃຫ້ຜູ້ຮຽນຮູ້ຈັກການເຮັດວຽກເປັນກຸ່ມດ້ວຍການທົດລອງຮ່ວມກັນ
• - ເພື່ອເຝິກຜົນໃຫ້ຜູ້ຮຽນມີການສັງເກດແລະຮູ້ຈັກບັນທຶກຜົນ
• ເທັກນິກໃນການໃຊ້ຄໍາຖາມ:

ການຕັ້ງຄໍາຖາມເປັນເລື່ອງທີ່ຈໍາເປັນໃນການສອນ, ທັງນີ້ເພື່ອວ່າຜູ້ສອນຈະໄດ້ຄົ້ນຫາຄຳຕອບຈາກຜູ້ຮຽນວ່າຄວາມຄິດ

ແນວໃດໃນເລື່ອງນັ້ນ ແລະ ເຂົ້າໃຈພຽງໃດ. ການຕັ້ງຄຳຖາມທີ່ດີຈະເປັນເຄື່ອງມືຊ່ວຍເຫຼືອໃຫ້ຜູ້ຕອບພັດທະນາຄວາມຄິດຈົນຊອກຫາຄຳຕອບ ແລະ ສະຫຼຸບໄດ້ ຜູ້ສອນຈະຕ້ອງມີສິລະປະໃນການໃຊ້ຄຳຖາມ ເພື່ອເສີມສ້າງຄວາມສາມາດໃນທາງຄວາມຄິດເຫັນແກ່ຜູ້ຮຽນ. ລັກສະນະຄຳຖາມໄດ້ສະເໜີມາ ລັກສະນະຄຳຖາມທີ່ດີ.

• -ເປັນຄຳຖາມຊັດເຈນມີຄວາມໝາຍທີ່ແນ່ນອນ
• -ບໍ່ງ່າຍບໍ່ຍາກເກີນໄປ ເໝາະສົມກັບເນື້ອໃນນັ້ນ ແລະ ເໜາະສົມກັບໄວອາຍຸ ຕະຫຼອດຈົນລະດັບຊັ້ນຂອງຜູ້ຮຽນ
• -ບໍ່ຄວນເປັນຄຳຖາມຊ້ອນຄຳຖາມ, ຄວນຈະຖາມເທື່ອລະປະໂຫຍກ ເຊັ່ນ: ມາດຕາສ່ວນແມ່ນຫຍັງ ?
• ວິທີຄິດໄລ່ແນວໃດ ?
• -ບໍ່ຄວນເປັນຄຳຖາມແບບປະຕິເສດ
• -ບໍ່ຄວນເປັນຄຳຖາມໜໍ່າ
• -ຄຳຖາມທີ່ດີຄວນເປັນຄຳຖາມທີ່ພັດທະນາຄວາມຄິດ
• -ຄຳຖາມອາດຈະຖາມໃຫ້ມີຄຳຕອບຖືກ ຫຼື ຜິດ
• ເທັກນິກການສ້າງແຮງຈູງໃຈ:

ໃນຊີວິດປະຈໍາວັນຂອງພວກເຮົາ, ເມື່ອເຮົາເຮັດສິ່ງໃດກໍຍ່ອມຕ້ອງການຄວາມສຳເລັດ, ເມື່ອເກີດຄວາມສຳເລັດແລ້ວກໍ

ເຮັດໃຫ້ເກີດຄວາມພໍໃຈ ແລະ ມີກຳລັງໃຈໃນການປະຕິບັດວຽກງານດີ ອັນເປັນຜົນສົ່ງໃຫ້ເກີດແຮງຈູງໃຈແກ່ຜູ້ຮຽນ. ດ້ວຍເຫດນີ້ຜູ້ສອນຈິ່ງຕ້ອງສຶກສາວ່າເຮັດແນວໃດຈິ່ງຈະສ້າງແຮງຈູງໃຈໃຫ້ແກ່ຜູ້ຮຽນໄດ້.

ຜູ້ຮຽນຈະເກີດແຮງຈູງໃຈໄດ້ກໍຕໍ່ເມື່ອ:

• -ຜູ້ຮຽນໄດ້ຮັບການຍອມຮັບຈາກຜູ້ສອນ ຫຼື ຈາກເພື່ອນເຊັ່ນ ຜູ້ຮຽນແກ້ໂຈດບັນຫາຄະນິດສາດທີ່ຍາກທີ່ສູດໄດ້, ຜູ້ສອນ ແລະ ເພື່ອນກໍສະແດງການຍ້ອງຍໍ ຫຼື ສະແດງຄໍາວ່າເກັ່ງຫຼາຍ.
• -ຜູ້ຮຽນປະສົບຄວາມສຳເລັດ, ເລື່ອງນີ້ຜູ້ສອນຄວນພິຈາລະນາເຊັ່ນ ຜູ້ຮຽນອ່ອນທາງຄະນິດສາດ, ຜູ້ສອນຄວນຄຳນຶງເຖິງໂຈດບັນຫາທີ່ໃຫ້ນັກຮຽນແກ້, ຄວນໃຊ້ໂຈດທີ່ງ່າຍໄປຫາຍາກເພື່ອຜູ້ຮຽນຈະໄດ້ປະສົບຄວາມສຳເລັດເປັນຂັ້ນໆໄປ ກໍຈະເຮັດໃຫ້ເກີດແຮງຈູງໃຈຢາກຮຽນຕໍ່ໄປ.
• -ຜູ້ສອນຊີ້ໃຫ້ເຫັນປະໂຫຍດຂອງຄວາມຮູ້ທີ່ໄດ້ຮັບນັ້ນວ່າ ຈະນຳໄປໃຊ້ໃນເວລາຕໍ່ໄປແນວໃດ ແລະ ຈະໃຊ້ກັບວິຊາອື່ນໆແນວໃດ.
• -ຜູ້ສອນຈັດກິດຈະກຳການສອນ-ການຮຽນໄດ້ເໜາະສົມເຊັ່ນ: ການຊອກສື່ການສອນ-ການຮຽນມາປະກອບ, ການໃຊ້ຄະນິດສາດນັນທະນາການເຊັ່ນ ການຮ້ອງເພງ, ເກມ, ການແຂ່ງຂັນອື່ນໆເຂົ້າຊ່ວຍ.
• -ຜູ້ສອນມອບໝາຍວຽກທີ່ທ້າທາຍໃຫ້ຜູ້ຮຽນເຮັດ.
• -ຜູ້ຮຽນໄດ້ອ່ານ, ໄດ້ຟັງ, ເບິ່ງຮູບເງົາ, ຟັງວິທະຍຸ, ເບິ່ງໂທລະພາບ, ອ່ານວາລະສານກ່ຽວກັບຄະນິດສາດ, ເພາະຜູ້ຮຽນຈະໄດ້ເອົາເລື່ອງຕ່າງໆເຫຼົ່ານັ້ນ ມາສຳພັນກັບເນື້ອໃນທີ່ຮຽນໃນປະຈຸບັນ.
• -ຜູ້ຮຽນສາມາດຄົ້ນພົບຄຳຕອບດ້ວຍຕົນເອງ
• -ຜູ້ສອນຊີ້ໃຫ້ເຫັນວ່າຜູ້ຮຽນຄະນິດສາດນັ້ນຈະມີໂອກາດປະກອບອາຊີບແນວໃດ?
• -ຜູ້ສອນສ້າງແຮງຈູງໃຈດ້ວຍຕົວຜູ້ສອນເອງ, ບຸກຄະນິກທ່າທາງຂອງຜູ້ສອນ, ການປະຕິບັດຕົນເອງເປັນແບບຢ່າງທີ່ດີຕະຫຼອດຈົນວິທີການສອນ ແລະ ເທັກນິກການສອນ, ການມີມະນຸດສຳພັນທີ່ດີ ຈະເປັນແຮງຈູງໃຈໃຫ້ຜູ້ຮຽນສົນໃຈຢາກຮຽນວິຊາຄະນິດສາດຫຼາຍຂຶ້ນ.
• ເທັກນິກການເສີມແຮງຈູງໃຈ:

ການເສີມແຮງຈູງໃຈເປັນສິ່ງສໍາຄັນໃນການສອນ-ການຮຽນ ເພາະເມື່ອຜູ້ຮຽນຮັບຮູ້ວ່າພຶດຕິກຳທີ່ສະແດງອອກນັ້ນເປັນທີ່ຍອມຮັບ ກໍຈະເຮັດໃຫ້ເກີດກຳລັງໃຈທີ່ຈະດຳເນີນປະຕິບັດເລື່ອງອື່ນໆຕໍ່ໄປ. ຜູ້ສອນເປັນຜູ້ທີ່ມີບົດບາດສຳຄັນຍິ່ງ ໃນເລື່ອງການເສີມແຮງ ແຕ່ຜູ້ສອນຈະຕ້ອງເບິ່ງໃຫ້ເໝາະສົມ ທັງນີ້ກໍເພື່ອເຮັດໃຫ້ເກີດກຳລັງໃຈໃນການຮຽນຕໍ່ໄປເລື້ອຍໆ.

ວິທີການເສີມແຮງອາດປະຕິບັດດັງນີ້:

• -ການຊົມເຊີຍໃນຂະນະທີ່ຜູ້ຮຽນກຳລັງປະຕິບັດຢູ່ ເຊັ່ນ: ຜູ້ສອນໃຫ້ຜູ້ຮຽນອອກແກ້ໂຈດຢູ່ກະດານ. ເມື່ອຜູ້ຮຽນແກ້ໄດ້ຖືກຕ້ອງ ກໍອາດຈະໃຊ້ທ່າທາງປະກອບດ້ວຍການງຶກຫົວ ຫຼື ໃຊ້ວາຈາປະກອບວ່າ ດີຫຼາຍ, ຖືກຕ້ອງແລ້ວ.
• ເມື່ອຜູ້ຮຽນເຮັດສິ່ງໃດຖືກຕ້ອງກໍຕ້ອງຊົມເຊີຍທັນທີ, ແຕ່ຢ່າໃຫ້ການຊົມເຊີຍໂລດໂຜນ ແລະ ຖ້າແກ້ໂຈດບໍ່ຖືກຕ້ອງກໍຄວນພະຍາຍາມໃຊ້ຄຳເວົ້າເຊັ່ນ ນ້ອງກຳລັງຈະແກ້ໄດ້ຖືກຕ້ອງແລ້ວພະຍາຍາມຕໍ່ໄປອີກໜ້ອຍໜຶ່ງ.
• -ການຍົກຍ້ອງຄວາມສາມາດເຊັ່ນ ເມື່ອຜູ້ຮຽນໄປສ້າງຊື່ສຽງໃຫ້ແກ່ສະຖາບັນການສຶກສາຂອງຕົນດ້ວຍການສອບແຂ່ງຂັນ ຫຼື ຕອບບັນຫາຊະນະຜູ້ສອນຈະຕ້ອງຍ້ອງຍໍຊົມເຊີຍ.
• -ການໃຫ້ລາງວັນ, ເລື່ອງນີ້ຜູ້ສອນຕ້ອງລະວັງຢ່າໃຫ້ລາງວັນຈົນເຟິ້ ຈົນບໍ່ມີຄວາມໝາຍ.
• -ການສົ່ງຜົນງານທີ່ກວດແລ້ວກັບຄືນໄປໃຫ້ຜູ້ຮຽນ ຄວນໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້ ເພາະຖ້າຜູ້ຮຽນແກ້ໄດ້ຖືກຕ້ອງກໍຈະເປັນການເສີມແຮງ.
• -ການຍົກຕົວຢ່າງປຽບທຽບເຊັ່ນ ຜູ້ຮຽນທໍ້ຖອຍຕໍ່ການຮຽນ ເພາະບັນຫາທາງດ້ານຄອບຄົວ, ດ້ານເສດຖະກິດ ຜູ້ສອນຕ້ອງພະຍາຍາມຍົກຕົວຢ່າງຊີວິດຂອງບຸກຄົນຕ່າງໆ ທີ່ເຂົາສາມາດເອົາຊະນະອຸປະສັກໄດ້ເພື່ອເສີມແຮງໃຫ້ແກ່ຜູ້ຮຽນ.
• -ການບອກຈຸດປະສົງໃຫ້ແກ່ຜູ້ຮຽນ, ຜູ້ສອນຕ້ອງການໃຫ້ຜູ້ຮຽນເຮັດຫຍັງ ເພາະຖ້າຜູ້ຮຽນເຮັດໄດ້ຊ້າກໍຈະເກີດຄວາມທໍ້ຖອຍ, ຜູ້ສອນຈະຕ້ອງເສີມແຮງໃຫ້ຜູ້ຮຽນເຮັດໃຫ້ຖືກຕ້ອງ ແລະ ເພີ່ມຄວາມໄວຂຶ້ນ.
• -ການພະຍາຍາມເຮັດໃຫ້ຜູ້ຮຽນຮູ້ສຶກພາກພູມໃຈ ໃນຜົນງານຂອງເຂົາ, ຖ້າຜູ້ຮຽນປະສົບຄວາມສໍາເລັດໃນລະດັບສູງຜູ້ສອນກໍອາດຈະເວົ້າວ່າ ດີເລີດ, ດີຫຼາຍ, ນ້ອງເຮັດໄດ້ດີ ແລະ ວ່ອງໄວທີ່ສຸດ ເຖິງຢ່າງໃດກໍຕາມການເສີມແຮງຈະມີປະສິດທິພາບກໍ່ຕໍ່ເມື່ອເປັນການເສີມແຮງໃນເວລາກຳລັງຮຽນ ແລະ ຜູ້ຮຽນປະຕິບັດໄດ້ຜົນຕາມຄວາມຕ້ອງການ ໃນເວລານັ້ນເປັນການເສີມແຮງທີ່ຕິດຕາມການອອກມາທັນທີ ຫຼັງຈາກພຶດຕິກໍາທີ່ຕ້ອງການເກີດຂຶ້ນເຊັ່ນ ຜູ້ສອນອາດສະແດງທ່າທາງ, ໃຊ້ວາຈາເສີມແຮງທັນທີ ເມື່ອຜູ້ຮຽນເຮັດໄດ້ດີ ແລະ ຖືກຕ້ອງ.
• -ເປັນການເສີມແຮງທີ່ສຳພັນກັບພຶດຕິກຳທີ່ຕ້ອງການ
• -ເປັນການເສີມແຮງດ້ວຍການຊີ້ແນະແນວທາງ ຫຼື ໃຊ້ຄຳເວົ້າໃນພຶດຕິກຳທີ່ບໍ່ຕ້ອງການ

4. ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ

ຜ່ານການດຳເນີນການວິໄຈ ໃນຫົວຂໍ້: “ຜົນສຳເລັດທາງການຮຽນຄະນິດສາດເລື່ອງ: ຄວາມຖີ່ ນັກຮຽນຫ້ອງ ມ 3 ກ ຂອງໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງ ທີ່ໄດ້ຮັບການສອນແບບທົດລອງ” ສະຫຼຸບໄດ້ຈາກຜົນການວິໄຈຄັ້ງນີ້ຄື:

ປະສົບການໃນການເຮັດບົດວິໄຈ, ຮູ້ຈັກວິທີເຮັດວຽກເປັນທີມ, ຮູ້ວິທີການວາງແຜນໃນການເຮັດບົດວິໄຈ, ປັບປຸງກິດຈະກຳການຮຽນ-ການສອນເມື່ອນັກຮຽນບໍ່ໄດ້, ແກ້ໄຂບັນຫາທີ່ເກີດຂຶ້ນກັບນັກຮຽນ, ຂັ້ນຕອນຕ່າງໆໃນການດຳເນີນການວິໄຈ, ວິທີສອນແບບທົດລອງ ແລະ ວິທີເກັບກຳຂໍ້ມູນຕ່າງໆມາເຮັດວິໄຈ.

ຜູ້ຮຽນສາມາດຄົ້ນຄວ້າຫາຄວາມຈິງດ້ວຍຕົນເອງ, ເກີດຄວາມສົນໃຈ ແລະ ຢາກຮຽນວິຊາຄະນິດສາດ, ຜູ້ຮຽນມີອິດສະຫຼະໃນການເຮັດວຽກເປັນກຸ່ມ ແລະ ໄດ້ລົງມືດ້ວຍຕົນເອງ, ຊ່ວຍໃຫ້ຜູ້ຮຽນເຮັດວຽກຮ່ວມກັນ, ຮູ້ຈັກແລກປ່ຽນບົດຮຽນ, ແລກປ່ຽນຄວາມຄິດເຫັນນຳໝູ່ນັກຮຽນດ້ວຍກັນ, ເມື່ອຜູ້ຮຽນມີຜົນສຳເລັດໃນການທົດລອງ ກໍຈະເກີດກໍ່າລັງໃຈໃນການຮຽນ ແລະ ເປັນການແລກປ່ຽນການຮຽນຈາກຮູບປະທຳໄປສູ່ນາມມະທຳ.

5.ວິທີສອນໃນໄລຍະການລົງເຝິກຫັດ

• ຕະຫຼອດໄລຍະຂອງການເຝິກຫັດ ທີມງານການວິໄຈພວກຂ້າພະເຈົ້າໄດ້ມີຄວາມພາກພູມໃຈຍ່າງຍິ່ງຫາອັນປຽບບໍ່ໄດ້ທີ່

ໄດ້ຮັບການມອບໝາຍວຽກວິຊາການຈາກຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງ ແຂວງສາລະວັນ ເວົ້າສະເພາະແມ່ນວຽກສິດສອນຂອງຕົນຄື: ວິຊາຄະນິດສາດ ແລະ ພ້ອມກັນນັ້ນທີມງານກໍ່ໄດ້ດຳເນີນການວິໄຈ-ສຳມະນາໄປພ້ອມໆກັນອີກດ້ວຍ.

• ການຮຽນ-ການສອນຄະນິດສາດຊັ້ນມັດທະຍົມແມ່ນມີຄວາມໝາຍ ແລະ ຄວາມສຳຄັນຫຼາຍຕໍ່ຄູຜູ້ສອນ ແລະ

ຜູ້ຮຽນ ສະນັ້ນ ຂ້າພະເຈົ້າທີມງານການວິໄຈ ຈິ່ງວາງແຜນການດຳເນີນການຮຽນ-ການສອນວິຊາຄະນິດສາດ ຫ້ອງ ມ 3 ແລະ ໄດ້ຮັບການຮ່ວມມືຈາກຄູປະຈຳວິຊາ ( ຄູເກົ່າ ) ແລະ ວິຊາການໂຮງຮຽນບ່ອນລົງເຝິກຫັດເປັນຍ່າງດີເຊັ່ນ: ການແຕ່ງແຜນການສອນໄລຍະຍາວ, ແຕ່ງບົດສອນປະຈຳບົດ, ຜະລິດສື່ການສອນ, ການສອນທົດລອງ ແລະ ການນຳເອົາບົດສອນໄປຜ່ານກ່ອນ 24 ຊົ່ວໂມງກ່ອນຂຶ້ນຫ້ອງສອນ.

ຜ່ານການດຳເນີນການຮຽນ-ການສອນ ວິຊາຄະນິດສາດ ບົດທີ21: ຄວາມຖີ່ ຂອງຂໍ້ມູນໃຊ້ເວລາ 120 ນາທີ, ເຊິ່ງນຳໃຊ້ວິທີສອນແບບທົດລອງໂດຍເນັ້ນເອົານັກຮຽນເປັນໃຈກາງ.

5.1 ຂັ້ນນໍາເຂົ້າສູ່ບົດຮຽນ:

ຄູໄດ້ຕັ້ງຄຳຖາມສົນທະນາກັບນັກຮຽນຄືນໃນບົດຮຽນທີ່ຜ່ານມາ ແລະ ຕາງໜ້ານັກຮຽນລຸກຕອບ 1-2 ຄົນແລ້ວຄູກໍສະຫຼຸບບົດຮຽນຄືນ.

5.2 ຂັ້ນສອນບົດໃໝ່:

ໃນເວລາດຳເນີນການຮຽນ-ການສອນຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ, ຄູສະເໜີຫົວຂໍ້ ແລະ ຈຸດປະສົງຂອງບົດຮຽນສູ່ນັກຮຽນຟັງແລ້ວເລີ່ມເຂົ້າສູ່ກິດຈະກຳຂອງບົດຮຽນໃໝ່ ( ກິດຈະກຳ 1) ແມ່ນຄູໄດ້ສະເໜີບົດຮຽນຕາມປຶ້ມແບບຮຽນ ແລະ ໃບກິດຈະກຳເປັນກຸ່ມ ( ໃບຄຳຖາມ ), ຄູ ແລະ ນັກຮຽນໄດ້ສົນທະນາກ່ຽວກັບຜົນຄະແນນປະຈຳເດືອນຂອງນັກຮຽນຫ້ອງ ມ 3 , ຄູຍົກຄະແນນໃຫ້ນັກຮຽນເບິ່ງ, ຄູອ່ານຄຳຖາມໃຫ້ນັກຮຽນຟັງ ແລະ ໄດ້ແນະນໍາຂັ້ນຕອນຂອງການແກ້ກິດຈະກຳໂດຍສະເພາະແມ່ນການຕື່ມຕົວເລກໃສ່ຕາຕະລາງ ເຊັ່ນ:

ກິດຈະກຳ 1: ຄູສະເໜີກິດຈະກຳໃຫ້ນັກຮຽນຮູ້

1. ຂໍ້ມູນຕໍ່ໄປນີ້ແມ່ນຄະແນນກວດກາວິຊາຄະນິດສາດປະຈຳເດືອນຂອງນັກຮຽນຫ້ອງ ມ 3 ມີດັ່ງນີ້:

10, 10, 2, 3, 10, 3, 8, 9, 7, 3, 5, 3

5, 8, 7, 6, 2, 10, 4, 1, 3, 2, 4, 5

9, 4, 5, 6, 7, 8, 7, 4, 5, 9, 8, 2

• 1.ອີງໃສ່ຂໍ້ມູນເບື້ອງເທິງແລ້ວຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ
ຄະແນນ 1 2 3 4 5 6 7 8 9 10
ຄວາມຖີ່ 1 4 5 …… …… …… …… …… ……
ຄວາມຖີ່ສະສົມ 1 5 10 …… …… …… …… …… ……

ຄູອະທິບາຍກິດຈະກຳໂດຍອີງໃສ່ຂໍ້ມູນເບື້ອງເທິງ ເຮົາມີ:

ຄະແນນ

1

2

3

4

5

6

7

8

9

10

ຄວາມຖີ່

1

4

5

ຄວາມຖີ່ສະສົມ

1

5

10

ຂໍ້ມູນເດີມ:10, 10, 2, 3, 10, 3, 8, 9, 7, 3, 5, 3
5, 8, 7, 6, 2, 10, 4, 1, 3, 2, 4, 5

9, 4, 5, 6, 7, 8, 7, 4, 5, 9, 8, 2

-ນັກຮຽນສັງເກດການອະທິບາຍຂອງຄູ ແລະ ແຕ່ລະກຸ່ມພາກັນຄົ້ນຄວ້າ

-ຕາງໜ້າກຸ່ມອອກແກ້ຢູ່ກະດານ ເຊັ່ນ:

ຜົນແກ້ກຸ່ມທີ 1, 2 ແລະ 3:

ຄະແນນ

1

2

3

4

5

6

7

8

9

10

ຄວາມຖີ່

1

4

5

4

5

2

4

4

3

4

ຄວາມຖີ່ສະສົມ

1

5

10

14

19

21

25

29

32

36

ຜົນແກ້ກຸ່ມທີ 4 ແລະ 5:

ຄະແນນ

1

2

3

4

5

6

7

8

9

10

ຄວາມຖີ່

1

4

5

4

5

2

4

4

3

4

ຄວາມຖີ່ສະສົມ

1

5

10

14

19

21

25

29

32

36

ຄູ ແລະ ນັກຮຽນພ້ອມກັນສະຫຼຸບຄຳຕອບຄືນ ກຸ່ມທີ່ແກ້ຖຶກຄູຊົມເຊີຍ ກຸ່ມທີ່ແກ້ຜິດຄູແນະນຳຕື່ມສະຫຼຸບຄຳຕອບທີ່ຖືກຕ້ອງ ແມ່ນກຸ່ມ 1, 2 ແລະ 3 ແນະນຳນັກຮຽນຈົດເອົາເປັນບົດຮຽນໃສ່ປຶ້ມຂຽນຂອງໃຜລາວ.
ກິດຈະກຳທີ2: ຄູສະເໜີກິດຈະກຳໃຫ້ນັກຮຽນຮູ້ ແລະ ອະທິບາຍວິທີແກ້ເປັນຕົວຢ່າງ

1. ຕາຕະລາງລຸ່ມນີ້ສະແດງເຖິງຂໍ້ມູນຄະແນນກວດກາວິຊາພາສາອັງກິດ ຂອງນັກຮຽນຫ້ອງ ມ 3

ຄະແນນ

1

2

3

4

5

6

7

8

9

10

ຄວາມຖີ່

2

4

7

8

6

4

4

2

5

3

ຄວາມຖີ່ສະສົມ

2

6

13

21

27

31

35

37

42

45

-ຈົ່ງສັງເກດຕາຕະລາງແລ້ວຕອບຄຳຖາມຕໍ່ໄປນີ້:

ກ. ນັກຮຽນຫ້ອງ ມ3 ມີຈັກຄົນ…?ຂ. ຈົ່ງຊອກຄວາມຖີ່ສຳພັດ ສຳລັບຂໍ້ມູນແຕ່ລະຄ່າໂດຍຊອກອັດຕາສ່ວນລະຫວ່າງຈຳນວນນັກຮຽນທີ່ໄດ້ແຕ່
ລະຄະແນນ

ຄ. ຈົ່ງຄິດໄລ່ເປີເຊັນຄວາມຖີ່ສຳພັດສຳລັບຂໍ້ມູນແຕ່ລະຄ່າໂດຍອີງໃສ່ຂໍ້ມູນແຕ່ລະຄ່າໃສ່ກັບ 100.

ງ. ຈົ່ງຄິດໄລ່ຄວາມຖີ່ສະສົມສຳພັດຂອງແຕ່ລະຄະແນນໂດຍເອົາຜົນຫານລະຫວ່າງຄວາມຖີ່ສະສົມຂອງແຕ່ລະ

ຄະແນນໃຫ້ຈຳນວນນັກຮຽນທັງໜົດ

ຈ. ຈົ່ງຄິດໄລ່ເປີເຊັນຄວາມຖີ່ສຳພັດຂອງແຕ່ລະຄະແນນໂດຍການເອົາຜົນຄູນລະຫວ່າງຄວາມຖີ່ສະສົມສຳພັດ

ຂອງແຕ່ລະຄະແນນໃຫ້ຄົບຖ້ວນ 100

2. ຈົ່ງຕື່ມຕາຕະລາງໃຫ້ຄົບຖ້ວນ

ຄະແນນ

ຄວາມຖີ່

ຄວາມຖີ່ສະສົມ

ຄວາມຖີ່ສຳພັດ

ຄວາມຖີ່ສະສົມສຳພັດ

ເປີເຊັນຄວາມຖີ່ສຳພັດ %

ເປິເຊັນຄວາມຖີ່ສະສົມສຳພັດ %

1

2

2

0,045

0,045

4,5

4,5

2

4

6

0,089

0,133

8,9

13,3

3

7

13

0,156

0,289

15,6

28,9

4

5

6

7

8

9

10

ລວມ

45

100

100

-ນັກຮຽນແຕ່ລະກຸ່ມສົນທະນາກັນຄົ້ນຄວ້າ

-ນັກຮຽນຕາງໜ້າກຸ່ມອອກແກ້ຢູ່ກະດານ1-2 ຄົນ

ຜົນການຄົ້ນຄວ້າຂອງແຕ່ລະກຸ່ມ ແລະ ອອກແກ້ຢູ່ກະດານ ກຸ່ມທີ 1:ບົດແກ້ກິດຈະກຳທີ2:
ຕາຕະລາງລຸ່ມນີ້ສະແດງເຖິງຂໍ້ມູນກ່ຽວກັບຄະແນນກວດກາວິຊາ ພາສາອັງກິດ ຫ້ອງມ 3 ຂອງໂຮງຮຽນມັດທະຍົມແຫ່ງໜຶ່ງ

ຄະແນນ

ຄວາມຖີ່

ຄວາມຖີ່ສະສົມ

1

2

2

2

4

6

3

7

13

4

8

21

5

6

27

6

4

31

7

4

35

8

2

37

9

5

42

10

3

45

1. ຈົ່ງສັງເກດຕາຕະລາງທີ 2 ແລ້ວຕອບຄຳຖາມຕໍ່ໄປນີ້ກ. ນັກຮຽນຫ້ອງ ມ 3 ມີ 45 ຄົນ
ຂ. ຄວາມຖີ່ສຳພັດ = ຄວາມຖີ່ຂອງຂໍ້ມູນ ຫານໃຫ້ ຈຳນວນທັງໜົດ

ຄ. ເປີເຊັນຄວາມຖີ່ສຳພັດ = ຄວາມຖີ່ສຳພັດ ຄູນໃຫ້ 100

ງ. ຄວາມຖີ່ສະສົມສຳພັດ = ຄວາມຖີ່ສະສົມ ຫານໃຫ້ ຈຳນວນທັງໜົດ

ຈ. ເປີເຊັນຄວາມຖີ່ສະສົມສຳພັດ = ຄວາມຖີ່ສະສົສຳພັດ ຄູນໃຫ້ 100

2. ຈົ່ງຕື່ມຕາຕະລາງໃຫ້ຄົບຖ້ວນ

ຄະແນນ

ຄວາມຖີ່

ຄວາມຖີ່ສະສົມ

ຄວາມຖີ່ສຳພັດ

ຄວາມຖີ່ສະສົມສຳພັດ

ເປີເຊັນຄວາມຖີ່ສຳພັດ %

ເປິເຊັນຄວາມຖີ່ສະສົມສຳພັດ %

1

2

2

0,045

0,045

4,5

4,5

2

4

6

0,089

0,133

8,9

13,3

3

7

13

0,156

0,289

15,6

28,9

4

8

21

0,178

0,467

17,8

46,7

5

6

27

0,133

0,606

13,3

60

6

4

31

0,09

0,689

9

68,9

7

4

35

0,09

0,778

9

77,8

8

2

37

0,089

0,822

4,5

82,2

9

5

42

0,11

0,933

11

93,3

10

3

45

0,067

1,000

6,7

100

ລ

45

100

100

ຜົນການຄົ້ນຄວ້າຂອງ ແລະ ອອກແກ້ຢູ່ກະດານ ກຸ່ມທີ 2:ບົດແກ້ກິດຈະກຳທີ2:
2. ຈົ່ງຕື່ມຕາຕະລາງໃຫ້ຄົບຖ້ວນ

ຄະແນນ

ຄວາມຖີ່

ຄວາມຖີ່ສະສົມ

ຄວາມຖີ່ສຳພັດ

ຄວາມຖີ່ສະສົມສຳພັດ

ເປີເຊັນຄວາມຖີ່ສຳພັດ %

ເປິເຊັນຄວາມຖີ່ສະສົມສຳພັດ %

1

2

2

0,045

0,045

4,5

4,5

2

4

6

0,089

0,133

8,9

13,3

3

7

13

0,156

0,289

15,6

28,9

4

8

21

0,178

0,467

17,8

46,7

5

6

27

0,133

0,606

13,3

60

6

4

31

0,09

0,689

9

68,9

7

4

35

0,09

0,778

9

77,8

8

2

37

0,089

0,822

4,5

82,2

9

5

42

0,11

0,933

11

93,3

10

3

45

0,067

1,000

100

100

ລວມ

45

100

100

ຄູ ແລະ ນັກຮຽນພ້ອມກັນສະຫຼຸບຄຳຕອບຄືນ ກຸ່ມທີ່ແກ້ຖືກຄູຊົມເຊີຍ ກຸ່ມທີ່ແກ້ຜິດຄູແນະນຳຕື່ມສະຫຼຸບຄຳຕອບທີ່ຖຶກຕ້ອງ ແມ່ນກຸ່ມ 1, 2 ແລະ 3 ແນະນຳນັກຮຽນຈົດເອົາເປັນບົດຮຽນໃສ່ປື້ມຂຽນຂອງໃຜລາວ.
ຈາກການດຳເນີນກິດຈະກຳການຮຽນ-ການສອນຫຼາຍກິດຈະກຳດ້ວຍການຈັດກິດຈະກຳຄົ້ນຄວ້າເປັນກຸ່ມ ແລະ ໃຫ້ຕາງໜ້າກຸ່ມຂຽນເປັນບົດລາຍງານພ້ອມອອກແກ້ຢູ່ກະດານ.

5.3 ຂັ້ນສະຫຼຸບ

ເມື່ອຄູສອນສຳເລັດແລ້ວຄູກໍ່ມີການສະຫຼຸບຄືນບົດຮຽນທີ່ຮຽນຜ່ານມາກ່ຽວກັບເນື້ອໃນລວມຂອງບົດຮຽນເພື່ອໃຫ້ນັກຮຽນເຂົ້າໃຈໃນບົດຮຽນຫຼັງຈາກນັ້ນຄູກໍ່ຖາມຂໍ້ຂ້ອງໃຈຂອງນັກຮຽນກ່ຽວກັບບົດຮຽນທີ່ຮຽນຜ່ານມາແລ້ວໃຫ້ນັກຮຽນຈົດເອົາບົດຮຽນໃສ່ປຶ້ມຂອງໃຜລາວ ດັ່ງນີ້:

ໃຈຄວາມ:

1. ຄວາມຖີ່ແມ່ນຈຳນວນທີ່ສະແດງການປະກົດຕົວຂອງຂໍ້ມູນໃດໜຶ່ງ

2. ການຈັດຄ່າຄວາມຖີ່ຂອງແຕ່ລະຂໍ້ມູນໃສ່ຕາຕະລາງເອີ້ນວ່າ ການສ້າງຕາຕະລາງຄວາມຖີ່ ຫຼື ວ່າແມ່ນສະເໜີຂໍ້ມູນດ້ວຍຕາຕະລາງເຊິ່ງມີ 2 ແບບຄື: ກໍລະນີ: ກຸ່ມຂໍ້ມູນບໍ່ຫຼາຍ ແລະ ຜູ້ວິໄຈຢາກອະທິບາຍຄວາມຖີ່ຂອງຄ່າຄວາມຈິງຂອງຂໍ້ມູນ ເພິ່ນກໍ່ສາມາດຈັດຕາຕະລາງຂໍ້ມູນໄດ້.

5.4 ຂັ້ນວັດຜົນ ແລະ ປະເມີນຜົນ

ໃນການສອນຄັ້ງນີ້ ຄູຜູ້ສອນໃດ້ປະເມີນຄືນດ້ວຍການຕັ້ງຄຳຖາມທົດສອບເປັນບຸກຄົນຄື:

ຄຳຖາມ:

1.ໃຫ້ຮູ້ຕາຕະລາງເກັບຈຳນວນອ້າຍ ແລະ ເອື້ອຍຂອງນັກຮຽນຈຳນວນອື່ນໆ

ກ. ຈົ່ງຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ

ຈຳນວນອ້າຍ ແລະເອື້ອຍ

ຄວາມຖີ່3

ຄວາມຖີ່ສະສົມ

ຄວາມຖີ່ສຳພັດ

ຄວາມຖີ່ສະສົມສຳພັດ

ເປີເຊັນຄວາມຖີ່ສຳພັດ %

0

11

1

9

2

6

3

8

4

2

ບົດແກ້ເປັນບຸກຄົນ: ທ້າວ ຈ໋ອດ ກ. ຈົ່ງຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ

ຈຳນວນອ້າຍ ແລະເອື້ອຍ

ຄວາມຖີ່3

ຄວາມຖີ່ສະສົມ

ຄວາມຖີ່ສຳພັດ

ຄວາມຖີ່ສະສົມສຳພັດ

ເປີເຊັນຄວາມຖີ່ສຳພັດ %

0

11

11

0,3056

0,3056

30,56

1

9

20

0,250

0,556

25

2

6

26

0,1667

0,7222

16,67

3

8

32

0,222

0,9444

22,2

4

2

36

0,0556

1,000

5,66

ບົດແກ້ເປັນບຸກຄົນ: ທ້າວ ຄຳແກ້ວ ກ. ຈົ່ງຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ

ຈຳນວນອ້າຍ ແລະເອື້ອຍ

ຄວາມຖີ່3

ຄວາມຖີ່ສະສົມ

ຄວາມຖີ່ສຳພັດ

ຄວາມຖີ່ສະສົມສຳພັດ

ເປີເຊັນຄວາມຖີ່ສຳພັດ %

0

11

11

0,3056

0,3056

30,56

1

9

20

0,250

0,556

25

2

6

26

0,1667

0,7222

16,67

3

8

34

0,222

0,9444

22,2

4

2

36

0,0556

1,000

5,66

ຈາກນັ້ນຄູໄດ້ກວດເບິ່ງຜົນການສອບຂອງນັກຮຽນໃນຫ້ອງໃຫ້ຄະແນນພ້ອມໃຫ້ຄຳຕຳນິຕິຊົມບ່ອນທີ່ຜິດພາດຂອງນັກຮຽນເພື່ອໃຫ້ນັກຮຽນມີຄວາມສາມາດຄຳນວນໄດ້ ພ້ອມທັງໃຫ້ຄຳຍ້ອງຍໍຊົມເຊີຍໃຫ້ນັກຮຽນແຕ່ລະຄົນເພື່ອສ້າງແຮງຈູງໃຈໃຫ້ແກ່ນັກຮຽນ.5.5 ຂັ້ນຕັກເຕືອນ / ມອບວຽກບ້ານ

ເປັນຂັ້ນຕອນສຸດທ້າຍຂອງການສອນໃນເມື່ອຄູສອນສຳເລັດການສອນ ຄູກໍ່ໄດ້ຕັກເຕືອນໃຫ້ນັກຮຽນໃນເວລາ

ເມືອເຮືອນຊ່ອຍວຽກພໍ່ແມ່ແລ້ວເບິ່ງບົດຮຽນທີ່ຄູມອບໃຫ້ໃນບົດເຝິກຫັດຂໍ້ທີ 1 , 2 ແລະ ມາຊົ່ວໂມງໜ້າຄູໃຫ້ອອກໄປແຕ້ມຢູ່ກະດານເພື່ອເອົາຄະແນນເດືອນທີ 3.

6. ວິເຄາະຂໍ້ມູນ

ການວິເຄາະຂໍ້ມູນໂດຍໃຊ້ສະຕິຖິພື້ນຖານໄດ້ແກ່ ຄ່າສະເລ່ຍ, ຮ້ອຍລະ ແລະ ປຽບທຽບພັດທະນາການຂອງນັກຮຽນແຕ່ລະຄົນໂດຍນຳໃຊ້ ຄະແນນກ່ອນການຮຽນ ແລະ ຫຼັງການຮຽນມາປຽບທຽບກັນ.

ຕາຕະລາງຄະແນນນັກຮຽນກ່ອນ - ຫຼັງຮຽນ

ລ/ດ

ຊື່ແລະນາມສະກຸນ

ຄະແນນກ່ອນຮຽນ ( 10 )

ຄະແນນຫຼັງຮຽນ ( 10 )

ຄະແນນ ພັດທະນາ ( 10 )

ຜົນການປະເມີນ

1

ທ. ຈ໋ອດ

2

6

4

ຜ່ານ

2

ນ. ແກ້ວ

3,5

7

3,5

ຜ່ານ

ລວມ

5,5

13

7,5

ສະເລ່ຍ

2,75

6,5

3,75

ຮ້ອຍລະ

55

65

75

ຈາກຕາຕະລາງພົບວ່າ ຫຼັງຈາກໄດ້ນໍາໃຊ້ວິທີສອນແບບທົດລອງແລ້ວນັກຮຽນຈໍານວນ 2 ຄົນມີການພັດທະນາດ້ານທັກສະການຄຳນວນໂດຍລວມຮ້ອຍລະ 75, ຄະແນນນັກຮຽນຫຼັງຮຽນຮ້ອຍລະ 65 ສະແດງວ່ານັກຮຽນຜ່ານເກນການປະເມີນ

7.ສະຫຼຸບຜົນການວິໄຈຕາມຈຸດປະສົງຂອງການວິໄຈ

ຜ່ານການປະຕິບັດທັງສອງຄັ້ງແລ້ວກໍ່ສັງເກດເຫັນວ່ານັກຮຽນມີຄວາມເຂົ້າໃຈຕໍ່ບົດຮຽນນັກຮຽນສາມາດຄໍານວນກ່ຽວ

ກັບຊອກຄວາມຖີ່, ຊອກຫາຄ່າສະເລ່ຍ ໄດ້ຢ່າງຖືກຕ້ອງ, ນັກຮຽນມີການປ່ຽນແປງໄປທາງທີ່ດີເຮົາສາມາດຄິດໄລ່ຮ້ອຍລະ 65

ເວລາການປະຕິບັດເຮັດວຽກເປັນກຸ່ມທີ່ຄູມອບກິດຈະກໍາໃຫ້ນັກຮຽນແຕ່ລະຄົນກໍ່ມີຄວາມຫ້າວຫັນໄດ້ປະກອບຄໍາຄິດ

ຄຳເຫັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕໍ່ການເຮັດກິດຈະກຳໂດຍສະເພາະແມ່ນນັກຮຽນທີ່ຮຽນອ່ອນເມື່ອໄດ້ຈັດເຂົ້າກັບນັກຮຽນທີ່ຮຽນເກັ່ງແລ້ວນັກຮຽນທີ່ຮຽນອ່ອນກໍ່ມີການປ່ຽນແປງໄປທາງທີ່ດີສາມາດຊອກຫາຄວາມຖີ່ໄດ້ດ້ວຍການຊ່ວຍເຫຼືອຈາກຄູ ແລະ ນັກຮຽນພາຍໃນກຸ່ມ.

ນອກນັ້ນຍັງເສີມສ້າງໃຫ້ຄູສອນໄດ້ເຕັກນິກວິທີສອນແບບໃໝ່ໂດຍສະເພາະແມ່ນວິທີສອນແບບທົດລອງ ແລະ

ຄູກໍ່ໄດ້ຮູ້ຈັກຄວາມໝາຍຂອງວິທີສອນແບບທົດລອງເຮັດໃຫ້ຄວາມຮູ້ຄວາມສາມາດໃນການສອນຂອງຄູດີຂຶ້ນກວ່າເກົ່ານອກຈາກນີ້ຍັງເຮັດໃຫ້ຄຸນນະພາບຂອງການສຶກສາດີຂຶ້ນເທື່ອລະກ້າວ.

ຜ່ານການດຳເນີນການວິໄຈພາກປະຕິບັດຢູ່ໂຮງຮຽນມັດທະຍົມສົມບູນລະຄອນສີໃນຄັ້ງນີ້ນອກຈາກຜົນໄດ້ຮັບໃນທາງ

ທີ່ດີແລ້ວກໍ່ຍັງມີບັນຫາທີ່ຄົງຄ້າງເຖິງການປະຕິບັດຂອງພວກຂ້າພະເຈົ້ານີ້ໄດ້ດຳເນີນໄປຕາມແຜນການທີ່ວາງໄວ້ແຕ່ກໍ່ຍັງມີຂໍ້ທີ່ຄົງຄ້າງກໍ່ຄືນັກຮຽນຈຳນວນ 1 ຄົນ, ຍິງ 0 ຄົນບໍ່ທັນມີການປ່ຽນແປງ ຫຼື ມີການປ່ຽນແປງໄດ້ນ້ອຍຍັງບໍ່ສາມາດຊອກຄ່າຄວາມຖີ່ໄດ້ເທົ່າກັບຄົນອື່ນ, ເນື່ອງຈາກວ່າເວລາຍັງບໍທັນພຽງພໍກັບຄວາມຕ້ອງການໃນການເຮັດວິໄຈໃນຄັ້ງນີ້ມີຂໍ້ຄົງຄ້າງ.

ຈາກຜົນຂອງການວິໄຈທີ່ສະຫຼຸບ ແລະ ອະທິບາຍທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າມີບາງຂັ້ນຕອນຈະຕ້ອງໄດ້ແກ້ໄຂ

ແລະ ປັບປຸງເພື່ອໃຫ້ຂະບວນການຮຽນ-ການສອນຂອງຄູ ແລະ ນັກຮຽນມີຄຸນະພາບດີຂຶ້ນ ສະນັ້ນ ທີມງານວິໄຈຈີ່ງມີຂໍ້ສະເໜີແນະດັ່ງນີ້:

8.ຂໍ້ສະເໜີແນະ

ຈາກຜົນຂອງການວິໄຈທີ່ສະຫຼຸບ ແລະ ອະທິບາຍທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າມີບາງຂັ້ນຕອນຈະຕ້ອງໄດ້ແກ້ໄຂ ແລະ ປັບປຸງເພື່ອໃຫ້ຂະບວນການຮຽນ-ການສອນຂອງຄູ ແລະ ນັກຮຽນມີຄຸນະພາບດີຂຶ້ນ ສະນັ້ນ ທີມງານວິໄຈຈີ່ງມີຂໍ້ສະເໜີແນະດັ່ງນີ້:

-ຄູຄວນເຮັດການວິໄຈກ່ຽວກັບບັນຫາທີ່ເກີດຂຶ້ນກັບນັກຮຽນ.

-ຄູຄວນມອບວຽກບ້ານ ຫຼື ບົດເຝິກຫັດໃຫ້ນັກຮຽນເມືອແກ້ຢູ່ບ້ານແລ້ວກວດວຽກບ້ານທີ່ມອບໃຫ້ເພື່ອປະເມີນວ່າ: ນັກຮຽນມີຄວາມເຂົ້າໃຈຫຼາຍປານໃດທີ່ໄດ້ຈາກການຮຽນ.

-ຄູຄວນຕິດຕາມສັງເກດ ແລະ ບັນທຶກຜົນການຮຽນຂອງນັກຮຽນກຸ່ມເປົ້າໝາຍໃນເວລາດຳເນີນກິດຈະກຳການຮຽນ-ການສອນ.

9.ເອກະສານອ້າງອີງ

ທອງເຄນ ຄຳສຸກຖາວົງ ແລະ ພິມມະສອນ ວໍລະຍຸດ, ວິທີສອນຄະນິດສາດ 1 , ພິມທີ່ Nhan Dan Printing House HCMC , ປີ 2008

ທອງເຄນ ຄຳສຸກຖາວົງ ແລະ ສຸກສາຄອນ ພຸດທະວົງ, ວິທີສອນຄະນິດສາດ 4 , ພິມທີ່ Nhan Dan Printing

House HCMC, ປີ 2009

ວິລະເລີດ ສະພົງທອງ ແລະ ສີສົມພູ ລາວຽງວົງ, ຄະນິດສາດມັດທະຍົມປີທີ 3 , ພິມທີ່ PiTAMBRA ( ປະເທດອິນ

ເດຍ ), ປີ 2012

ວິລະເລີດ ສະພົງທອງ ແລະ ສີສົມພູ ລາວຽງວົງ , ຄູ່ມືຄູຄະນິດສາດມັດທະຍົມປີທີ 3, ພິມທີ່ PiTAMBRA (

ປະເທດອິນເດຍ ), ປີ 2012

คำสำคัญ (Tags): #chanthavixay#venephanchan#TTC at salavan
หมายเลขบันทึก: 570086เขียนเมื่อ 9 มิถุนายน 2014 13:28 น. ()แก้ไขเมื่อ 9 มิถุนายน 2014 13:28 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:

ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท