ການວັດຜົນ ປະເມີນຜົນທີ່ເນັ້ນຜູ່ຮຽນເປັນໃຈກາງ


                                              ບົດທີ 3

                             ການວັດຜົນ ປະເມີນຜົນທີ່ເນັ້ນຜູ້ຮຽນເປັນໃຈກາງ

1.   ການປະເມີນຜົນທີ່ສອດຄ່ອງກັບການຮຽນການສອນ

ການປະເມີນຜົນສຳເລັດຂອງການຈັດຂະບວນການຮຽນຮູ້ທີ່ເນັ້ນຜູ້ຮຽນເປັນໃຈກາງເປັນການປະເມີນທີ່ມຸ່ງເນັ້ນ

ຜົນທີ່ເກີດຂຶ້ນກັບຜູ້ຮຽນເປັນສຳຄັນ ໂດຍຄູຕ້ອງສຶກສາໃນເນື້ອໃນບົດຮຽນ ແລະ ຈຸດເນັ້ນ ການປະເມີນກ່ຽວກັບພັດທະນາການຮຽນຂອງຜູ້ຮຽນ ຄວາມປະພຶດ ສັງເກດ ພຶດຕິກຳການຮຽນ ການຮ່ວມກິດຈະກຳການຮຽນຮູ້ ແລະ ການທົດສອບເພື່ອພັດທະນາສັກກະຍະພາບ ຈຸດດີ , ຈຸດອ່ອນຂອງຜູ່ຮຽນ ແລະ ກວດສອບວ່າ ຂະບວນການຮຽນຮູ້ໄດ້ພັດທະນາຜູ່ຮຽນຕາມຈຸດປະສົງຂອງການຮຽນຮູ້ທີ່ກຳນົດໄວ້ ຫຼື ບໍ ອີກທັງຜົນການຮລຽນຂອງຜູ່ຮຽນຈະເປັນຕົວຊີ້ປະສິດທິພາບການສອນຂອງຄູດ້ວຍ ສະນັ້ນ ການວັດ ແລະ ປະເມີນຜົນການຮຽນຮູ້ທີ່ເນັ້ນຜູ້ຮຽນເປັນໃຈກາງຕ້ອງວັດແລະປະເມີນໃຫ້ຄວບຄຸມທຸກດ້ານ ທັງຂະບວນການ ແລະ ຜົນງານ ທັງດ້ານຄວາມຮູ້ ທັກສະ ແລະ ຄຸນນະທຳຂອງຜູ່ຮຽນ ແລະ ປະເມີນຕາມສະພາບຄວາມເປັນຈິງ ເຊິງໃນການວັດ ແລະ ປະເມີນຜົນການຮຽນຮູ້ສາມາດປະເມີນໄດ້ຕັ້ງແຕ່ກ່ອນ ລະຫວ່າງການຮຽນການສອນ ແລະ ຫຼັງການຮຽນການສອນເຊິ່ງເປັນການປະເມີນສະຫຼຸບລວມ.

2.  ຂັ້ນຕອນສຳຄັນສຳລັບການວັດ ແລະ ປະເມີນຜົນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງ

ຈາກແນວຄິດພື້ນຖານສຳລັບການວັດ ແລະ ປະເມີນຜົນການຮຽນຮູ້ຂອງຜູ່ຮຽນເຊິ່ງເປັນສິ່ງທີ່ຜູ່ປະເມີນຈະ

ຕ້ອງພິຈາລະນາວາງແຜນການດຳເນີນກິດຈະກຳຢູ່ບົນພື້ນຖານຂອງການຕອບຄຳຖາມຫຼັກ 5 ຄຳຖາມໄດ້ແກ່ວັດ ແລະ ປະເມີນໄປເຮັດຫຍັງ? ວັດ ແລະ ປະເມີນຫຍັງ? ວັດ ແລະ ປະເມີນເພື່ອໃຜ? ວັດ ແລະ ປະເມີນຢ່າງໃດ? ວັດ ແລະ ປະເມີນແມ່ນໃຜ? ການຕັ້ງຄຳຖາມດັ່ງກ່າວຈະຊ່ວຍກຳນົດທິດທາງ ແລະ ກອບຂອງຂະບວນການວັດ ແລະ ປະເມີນຜົນໃຫ້ດຳເນີນໄປຢ່າງເປັນລະບົບ ເຊິ່ງສາມາດແບ່ງຂັ້ນຕອນເປັນ 10 ຂັ້ນຕອນດັ່ງຕາຕະລາງທີ່ 1.1

            ຕາຕະລາງທີ່ 2.1  ຄວາມພົວພັນລະຫວ່າງແນວຄິດພື້ນຖານ ແລະ ຂັ້ນຕອນສໍາຫຼັບການວັດ ແລະ ປະເມີນ

ແນວຄິດພື້ນຖານ

ຂັ້ນຕອນສຳຄັນ

ເປັນຫຍັງຈິງວັດ ແລະ ປະເມີນຜົນ?

(why ?)

1.     ກຳນົດຄວາມໝາຍຂອງການວັດ ແລະ ປະເມີນຜົນ

( Evaluation Definition )

2.    ກຳນົດເປົ້າໝາຍຂອງການວັດ ແລະ ປະເມີນຜົນ

( Evaluation Goal)

3.    ກຳນົດບົດບາດຂອງການວັດ ແລະ ປະເມີນຜົນ(Evaluation Role)

ວັດ ແລະ ປະເມີນຫຍັງ ?(what ?)

4.    ກຳນົດສິ່ງທີ່ຈະວັດ ແລະ ປະເມີນຜົນ (Evaluation Object)

ວັດ ແລະ ປະເມີນໃຜ ຫຼື ເພື່ອໃຫ້ໄດ້ຫຍັງ? (who?)

5.    ກຳນົດຜູ່ທີ່ໃຊ້ຜົນການວັດ ແລະ ປະເມີນຜົນ (Evaluation Audiences)

6.    ກຳນົດຂໍ້ມູນ ຫຼື ສາລະສົນເທດທີ່ຕ້ອງການຈາກການວັດ ແລະ ປະເມີນຜົນ(Evaluation Information)

 ວັດ ແລະ ປະເມີນຢ່າງໃດ? (how?)

7.    ກຳນົດລະບົບການວັດ ແລະ ປະເມີນຜົນ (Evaluation System )

8.    ກຳນົດຂະບວນການວັດ ແລະ ປະເມີນຜົນ(Evaluation Procedure)

8.1  ສ້າງເຄື່ອງມື

-       ອອກແບບການສ້າງເຄື່ອງມື

-       ລົງມືສ້າງເຄື່ອງມື

-       ທົດລອງໃຊ້ ແລະ ກວດສອບຄຸນະພາບຂອງເຄື່ອງມື

8.2ເກັບລວບລວມຂໍ້ມູນ

8.3ວິເຄາະຂໍ້ມູນ

9.    ກຳນົດເກນການວັດ ແລະ ປະເມີນຜົນ(Evaluation Criteria )

ວັດ ແລະ ປະເມີນຜົນກພວກໃດ ?

( whom ?)

10.  ກຳນົດຜູ້ທີ່ເຮັດໜ້າທີ່ການວັດ ແລະ ປະເມີນຜົນ

( Evaluator )

 

    ການວັດ ແລະ ການປະເມີນຜົນການຮຽນຮູ້ຢ່າງມີປະສິດທິພາບຍນັ້ນ ຜູ້ສອນຄວນເລີ່ມຕົ້ນວາງແຜນການວັດ ແລະ ປະເມີນຜົນດ້ວຍການຕອບຄຳຖາມຫຼັກ 5 ຄຳຖາມ ( ໃນຕາຕະລາງ 1.2 )

2.2ເປັນຫຍັງຈິງວັດ ແລະ ປະເມີນຜົນ ? (why ?)

ຜູ່ສອນຈະຕ້ອງຕອບຄຳຖາມທຳອິດວ່າ: ເປັນຫຍັງເຮົາຈະຕ້ອງປະເມີນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງ

ຈາກຄຳຖາມດັ່ງກ່າວຕ້ອງແຍກຕອບເປັນ 3 ປະເດັນຍ່ອຍຄື: ການວັດ ແລະ ການປະເມີນຜົນການຮຽນຮູ້ຄືຫຍັງ?

(Evaluation Definition) ການວັດ ແລະ ປະເມີນຜົນການຮຽນຮູ້ມີເປົ້າໝາຍຢ່າງໃດ? ( Evaluation Goal )

ການວັດ ແລະ ປະເມີນຜົນການຮຽນຮູ້ມີບົດບາດຢ່າງໃດ? (Evaluation Role)

2.2.1   ຄວາມໝາຍ (Evaluation Definition)

ການປະເມີນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງ ເປັນຂະບວນການຕັດສິນຄຸນຄ່າຂອງເນື້ອໃນການຮຽນ

ຮູ້ ແລະ ພັດທະນາດ້ານຄວາມຮູ້ ທັກສະ ແລະ ຄຸນະທຳຂອງຜູ້ຮຽນ ໂດຍການປຽບທຽບກັບເກນ ຫຼື ມາດຕະຖານຕາມເປົ້າໝາຍການຮຽນຮູ້ທີ່ກຳນົດໄວ້.

2.2.2  ເປົ້າໝາຍຂອງການປະເມີນ ( Evaluation Goal )

ການປະເມີນເປັນການເກັບລວບລວມຂໍ້ມູນເພື່ອພິຈາລະນາຕັດສິນຄຸນຄ່າຂອງສິ່ງທີ່ຈະປະເມີນ

( Value Judgement oriented )

 

 

 

 

2.2.3  ບົດບາດຂອງການປະເມີນ (Evaluation Role)

ການປະເມີນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງມີຈຸດມຸ່ງໝາຍເພື່ອກວດສອບຄວາມກ້າວໜ້າໃນການ

ຮຽນຮູ້ຂອງຜູ່ຮຽນໂດຍເບິ່ງຈາກພັດທະນາດ້ານຄວາມຮູ້ ຄວາມຄາດເຄື່ອນຂອງການຮຽນຮູ້ທີ່ເກີດຂຶ້ນສຳເລັບການປັບປຸງແກ້ໄຂ ແລະ ຮຽນເສີມ ເຊິ່ງການປະເມີນຜົນການຮຽນດັ່ງກ່າວມີ ບົດບາດສຳຄັນໃນການປະເມີນຄວາມກ້າວໜ້າ(Formative Evaluation ) ຂອງຜູ່ຮຽນ ແລະ ມີການປະເມີນລວມສະຫຼຸບ ( Summative Evaluation) ເພື່ອຕັດສິນລະດັບຜົນສຳເລັດຂອງຜູ່ຮຽນ ຫຼື ຄວາມຮອບຮູ້ຕາມວັດຖຸປະສົງຂອງການຮຽນການສອນ ການວັດ ແລະ ການປະເມີນຜົນການຮຽນຮູ້ຄວນເຮັດໄດ້ທັງກ່ອນ ລະຫວ່າງ ແລະ ຫຼັງການຈັດກິດຈະກຳການຮຽນການສອນດັ່ງນີ້:

   ກ. ການປະເມີນກ່ອນເລີ່ມຕົ້ນການຮຽນການສອນເພື່ອຈັດວາງຕຳແໜ່ງຜູ່ຮຽນ ຫຼື ປະເມີນຄວາມຮອບຮູ້ຂອງຜູ່ຮຽນກ່ອນເລີ່ມກິດຈະກຳ ອັນຈະໄດ້ຂໍ້ມູນທີ່ເປັນປະໂຫຍດຕໍ່ການຕັດສິນໃຈໃນການວາງແຜນຈັດກິດຈະກຳການຮຽນການສອນໃຫ້ເໜາະສົມກັບຜູ່ຮຽນ.

   ຂ. ການປະເມີນລະຫວ່າງການຮຽນການສອນເພື່ອກວດສອບຄວາມຮູ້ຄວາມສາມາດທັກສະຜູ້ຮຽນຂະນະທີ່ການຮຽນການສອນຍັງຄົງດຳເນີນຢູ່ ອັນຈະໄດ້ຂໍ້ມູນຍ້ອນກັບທີ່ເປັນປະໂຫຍດຕໍ່ການຕິດຕາມເບິ່ງຄວາມກ້າວໜ້າ ຫຼື ພັດທະນາການໃນການຮຽນຮູ້ ຕະຫຼອດຈົນຈຸດບົກຜ່ອງໃນການຮຽນຮູ້ຂອງຜູ່ຮຽນ

   ຄ. ການປະເມີນຫຼັງສິ້ນສຸດການຮຽນການສອນເພື່ອສະຫຼຸບຜົນການຮຽນຮູ້ຂອງຜູ່ຮຽນອັນຈະໄດ້ຂໍ້ມູນທີ່ເປັນປະໂຫຍດຕໍການຕັດສິນລະດັບຜົນສຳເລັດຂອງຜູ່ຮຽນ

2.3 ວັດ ແລະ ປະເມີນຫຍັງ ?(what ?)

      ເມື່ອມີຈຸດມູ່ງໝາຍຂອງການປະເມີນຊັດເຈນຄຳຖາມທີ 2 ຄື : ການປະເມີນຫຍັງ ? ຂອງຜູ່ຮຽນ ( Evaluation Objects)  ຫຼື ຕ້ອງການເນັ້ນການປະເມີນຜົນການຮຽນຮູ້ດ້ານໃດແດ່ ເຊິ່ງໃນການປະເມີນຜົນການຮຽນຮູ້ທີ່ເນັ້ນຜູ້ຮຽນເປັນໃຈກາງໃນລະດັບລາຍວິຊາ ຜູ່ສອນອາດປະເມີນຄວບຄຸມການຮຽນຮູ້ຕ່າງໆເຊັ່ນ ( ສີລິໄຊ ການຈັນວາສີ,2543)

2.3.1 ປະເມີນເນື້ອໃນການຮຽນຮູ້ ( ລະດັບຄວາມຮູ້ ແລະ ທັກສະຂັ້ນສຸດທ້າຍ)

2.3.1.1 ຄວາມຮູ້ທີ່ຈຳເປັນພື້ນຖານຂອງວິຊາ

2.3.1.2 ທັກສະປະຕິບັດທີ່ສຳຄັນຂອງວິຊາ

2.3.1.3 ທັກສະຄວາມຄິດ ແລະ ຂະບວນການສະແຫວງຫາຄວາມຮູ້ຂອງວິຊານັ້ນໆ

2.3.2 ປະເມີນພັດທະນາການຂອງການຮຽນຮູ້ ( ຄວາມກ້າວໜ້າຂອງຄວາມຮູ້ ແລະ ທັກສະ )

2.3.2.1 ພັດທະນາການຂອງຄວາມຮູ້ພື້ນຖານ

2.3.2.2 ພັດທະນາການຂອງທັກສະການປະຕິບັດ

2.3.2.3 ພັດທະນາການຂອງທັກສະການຄິດ ແລະ ຂະບວນການສະແຫວງຫາຄວາມຮູ້

2.4 ວັດ ແລະ ປະເມີນໃຜ (who?)

      ໃນການຕອບຄໍາຖາມວ່າຜົນການປະເມີນນັ້ນສະໜອງຄວາມຕ້ອງການຂອງໃຜ ມີສ່ວນສຳຄັນທີ່ຕ້ອງການຄຳຕອບຄຳຖາມວ່າ: ປະເມີນເພື່ອໃຜ ( Evaluation Audiences ) ແລະ ຕ້ອງການໄດ້ຂໍ້ມູນຂອງການປະເມີນຫຍັງ? (Evaluation Information )

 

 

2.4.1 ການວັດ ແລະ ປະເມີນຜົຍເພື່ອໃຜ ( Evaluation Audiences )

        ການປະເມີນຜົນການຮຽນຮູ້ທີ່ເນັ້ນຜູ້ຮຽນເປັນໃຈກາງເປັນການປະເມີນເພື່ອຜູ້ທີ່ກ່ຽວຂ້ອງທຸກຝ່າຍອັນປະກອບດ້ວຍ ຄູ ນັກຮຽນ ຜູ່ປົກຄອງ ຜູ່ບໍລິິຫານເປັນຕົ້ນ.

2.4.2 ຂໍ້ມູນຂອງການປະເມີນຄືຫຍັງ? (Evaluation Information )

        ຂໍ້ມູນທີ່ໄດ້ຈາກການປະເມີນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງເປັນການນຳສະເໜີຂໍ້ມູນທີ່ສອດຄ່ອງກັບສະພາບຈິງຂອງຜູ່ຮຽນ(Authentic Assessment ) ຢືດການພັດທະນາຂອງຜູ່ຮຽນຄື: ເບິ່ງຄວາມກ້າວໜ້າການຮຽນຮູ້ຂອງຜູ່ຮຽນ ຈຸດດີ, ຈຸດອ່ອນຂອງຜູ່ຮຽນແຕ່ລະຄົນລວມທັງເບິ່ງຂະບວນການຈັດການຮຽນການສອນຂອງຄູດ້ວຍເພື່ອເປັນຂໍ້ມູນຍ້ອນກັບ( Feedback)ໄປຍັງຕົວຄູຜູ່ສອນ ແລະ ຕົວນັກຮຽນ.

2.5 ປະເມີນຢ່າງໃດ (how?)

        ເມື່ອຜູ່ສອນມີຄວາມຊັດເຈນໃນຄໍາຖາມ 3 ຄຳຖາມຄື: ເປັນຫຍັງຈິງປະເມີນ, ປະເມີນຢ່າງໃດ ແລະ ປະເມີນພວກໃດຄຳຖາມຕໍ່ມາກໍຄື: ຄວນປະເມີນຢ່າງໃດ ຫຼື ທີ່ເອີ້ນວ່າມີຂະບວນການວັດ ແລະ ປະເມີນຜົນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງຢ່າງໃດ ຜູ່ສອນຈະຕ້ອງເລືອກວິທີການປະເມີນໃຫ້ເໜາະສົມກັບການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງໂດຍລະບຸລະບົບການປະເມີນ( Evaluation system)ຂະບວນການວັດ ແລະ ການປະເມີນ (Evaluation Procedures) ແລະ ເກນການປະເມີນ ( Evaluation Criterion).

2.5.1 ລະບົບການວັດ ແລະ ການປະເມີນ ( Evaluation system)

        ການປະເມີນຜົນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງຄວນໃຊ້ວິທີການປະເມີນທີ່ສອດຄ່ອງກັບທຳມະຊາດ(Naturalistic Approach ) ຂອງການຮຽນຮູ້ເຊິ່ງເປັນການປະເມີນທີ່ມີຄວາມຢືດຍຸ່ນມີການເກັບລວບລວມຂໍ້ມູນຕາມສະພາບທຳມະຊາດ ຫຼື ຕາມສະພາບທີ່ແທ້ຈິງ ໂດຍເນັ້ນການສັງເກດແບບມີສ່ວນຮ່ວມ ຮູບແບບການປະເມີນທີ່ສາມາດນຳມາໃຊ້ໄດ້ເຊັ່ນ: ການປະເມີນຕາມສະພາບຈິງ ( Authentic Assessment ) ການປະເມີນພາກປະຕິບັດ (Performance Assessment) ການໃຊ້ແຟ້ມສະສົມຜົນງານ ( Portfolio) ການທົດສອບ  (Testing) ການປະເມີນໂດຍສຸນກາງການປະເມີນ (Assessment ) ເປັນຕົ້ນ.

2.5.2 ຂະບວນການວັດ ແລະ ການປະເມີນ (Evaluation Procedures )

       ຂະບວນການວັດ ແລະ ການປະເມີນຜົນການຮຽນຮູ້ທີ່ເນັ້ນຜູ່ຮຽນເປັນໃຈກາງມີຂະບວນການ ການປະເມີນດັ່ງນີ້:

2.5.2.1 ກຳນົດວັດຖຸປະສົງ ແລະ ເປົ້າໝາຍການປະເມີນທີ່ສອດຄ່ອງກັບວັດຖຸປະສົງຂອງການຮຽນຮູ້

2.5.2.2 ພິຈາລະນາຂອບເຂດ ເກນ ວິທີການ ແລະ ສິ່ງທີ່ຈະປະເມີນຕົວຢ່າງເຊັ່ນ:

           - ປະເມີນພັດທະນາການດ້ານສິລະປະ, ດົນຕີ, ຄະນິດສາດ, ພາສາ, ວິທະຍາສາດ ແລະ ພັດທະນາທາງດ້ານຮ່າງກາຍ ພັດທະນາການຂອງບຸກະລິກເປັນຕົ້ນ.

           - ຂອບເຂດຂອງການປະເມີນເຊັ່ນ: ດ້ານຄວາມຮູ້ ທັກສະ ຄວາມຮູ້ສຶກ ແລະ ຄຸນລັກສະນະເປັນຕົ້ນ.

2.5.2.3 ພິຈາລະນາກຳນົດອົງປະກອບ ແລະ ຜູ່ປະເມີນວ່າມີໃຜແດ່ທີ່ເປັນຜູ່ປະເມີນເຊັ່ນ: ນັກຮຽນປະເມີນຕົນເອງ ເພື່ອນນັກຮຽນ ຄູປະຈຳຫ້ອງ ຜູ່ປົກຄອງ ຊຸມຊົນ ຫຼື ຜູ່ກ່ຽວຂ້ອງເປັນຕົ້ນ.

2.5.2.4 ເລືອກໃຊ້ເທັກນິກ ແລະ ເຄື່ອງມືໃນການປະເມີນທີ່ຫຼາກຫຼາຍເໝາະສົມກັບອົງປະກອບ ແລະ ເກນໃນການປະເມີນເຊັ່ນ: ການທົດສອບ, ການສຳພາດ, ການບັນທຶກພຶດຕິກຳ ແບບສຳລວດຄວາມຄິດເຫັນ ບັນທຶກຈາກຜູ່ທີ່ກ່ຽວຂ້ອງ ແຟ້ມສະສົມງານເປັນຕົ້ນ ແຕ່ລະວິທີສາມາດໃຊ້ເຄື່ອງມືວັດໄດ້ແຕກຕ່າງກັນຕາມຄວາມເໝາະສົມດັ່ງຕົວຢ່າງສະແດງໃນຕາຕະລາງທີ່ 2.5.2.1

ຕາຕະລາງທີ່ 2.5.2.1 ວິທີການ ແລະ ຕົວຢ່າງເຄື່ອງມືທີ່ນິຍົມໃຊ້

ວິທີການວັດ

ຕົວຢ່າງເຄື່ອງມື

ການທົດສອບ (Testing)

ແບບທົດສອບຂໍ້ຂຽນ (Written Test)

ແບບທົດສອບພາກປະຕິບັດ (Performance Test)

ແບບວັດ  (scale)

ການສຳພາດ (Interview)

 ແບບສໍາພາດ  (Interview Guide)

ການສອບຖາມ

ແບບສອບຖາມ (Quesionnaire)

ການສັງເກດ (Observation)

ແບບກວດຕາມລາຍກາ

หมายเลขบันทึก: 548623เขียนเมื่อ 18 กันยายน 2013 13:50 น. ()แก้ไขเมื่อ 18 กันยายน 2013 13:50 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

อาจารย์จันทวิไซครับ ทำไมตารางมันคร่อมเข้าไปในฟอร์มของโกทูโนได้ครับนี่...

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท