ການປັບປຸງທັກສະການສ້າງຮູບສາມແຈຂອງນັກຮຽນຊັ້ນມັດທະຍົມຕົ້ນຫ້ອງມ.2/1 ໂດຍນຳໃຊ້ ບັນທັດ ແລະ ວົງວຽນ


1.  ບົດນຳ

1.1  ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

    ການສຶກສາເປັນພື້ນຖານສຳຄັນໃນການພັດທະນາຊັບພະຍາກອນມະນຸດ. ເພາະການສຶກສາເປັນທິດຊີ້ຂາດໃຫ້ແກ່ການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ. ພ້ອມທັງການດຳລົງຊີວິດຂອງຄົນເຮົາ ສະນັ້ນ ບໍ່ວ່າສັງຄົມໃດກໍປາດຖະໜາ ແລະ ຊອກສະແຫວງຫາການສຶກສາຮ່ຳຮຽນ ເພື່ອໃຫ້ສັງຄົມມີການກ້າວໜ້າ ເຮັດໃຫ້ຕົນເອງກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ.

  ບົດບາດຄວາມສຳຄັນ ແລະ ຈຸດປະສົງຂອງເລຂາຄະນິດແມ່ນຄວາມຮູ້ພື້ນຖານປູດຈິດສຳນຶກໃຫ້ນັກຮຽນຮູ້ຈັກໂຄງສ້າງຕ່າງໆໃນທຳມະຊາດດ້ວຍໂລຊິກ, ຮູ້ຈັກປຽບທຽບເລຂາຄະນິດກັບຊີວິດປະຈຳວັນ, ຊ່ວຍໃຫ້ນັກຮຽນມີຄວາມສາມາດໃນການສ້າງຮູບ, ວັດແທກ ແລະ ຄິດໄລ່, ສາມາດພິສູດອະທິບາຍບັດດາຫຼັກເກນ, ຮູ້ຈຳແນກແກ້ບົດເຝິກຫັດ ແລະ ນຳໄປເປັນແນວທາງໃນການສ້າງແຜນການສອນ, ວັດ ແລະ ປະເມີນການຮຽນເລຂາຄະນິດ, ທັງເປັນພື້ນຖານ ແລະ ຕິດພັນກັບວິທະຍາສາດອື່ນໆເຊັ່ນ: ວິຊາເຄຫະສະຖານ, ວິຊາຊົນລະປະທານ, ແຜນຜັງ...

  ໂຮງຮຽນມັດທະຍົມສົມບູນຄໍາທອງເປັນໂຮງຮຽນໜຶ່ງທີ່ຂຶ້ນກັບຫ້ອງການສຶກສາກິລາ ເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງໃນນັ້ນມີອາຄານຮຽນທັງໝົດ 4 ຫຼັງ, ຫ້ອງຮຽນມີແຕ່ ມ 1 - ມ 7 ໃນສົກຮຽນ 2012-2013 ມີນັກຮຽນທັງໝົດ 678 ຄົນ, ຍິງ 343 ຄົນ ແລະ ຄູອາຈານສອນທັງໝົດ 33 ຄົນ, ຍິງ 18 ຄົນ , ການສອນແມ່ນຖືເອົາວິທີສອນແບບເອົາຄູເປັນໃຈກາງ ແລະ ແບບເອົານັກຮຽນເປັນໃຈກາງ.

  ສະພາບການຮຽນ-ການສອນໂດຍລວມແລ້ວແມ່ນຄູອາຈານສອນແບບເອົາຄູເປັນໃຈກາງ  ແລະ  ນັກຮຽນເປັນໃຈກາງ ເນື່ອງຈາກວ່າສະພາບຂອງຫ້ອງຮຽນມີຄວາມແອອັດຫຼາຍ ເພາະວ່າ ນັກຮຽນມີຈຳນວນຫຼວງຫຼາຍເຮັດໃຫ້ການສົ່ງຄວາມຮູ້ຂອງຄູນັ້ນບໍ່ທົ່ວເຖິງໂດຍສະເພາະແມ່ນວິຊາຄະນິດສາດ ຫ້ອງມ2/1 ມີຈໍານວນນັກຮຽນທັງໝົດ 45 ຄົນ. ຍິງ 17 ຄົນ.

  ທັກສະໃນພາກປະຕິບັດຕົວຈິງແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ການຈັດການຮຽນ-ການສອນວິຊາຄະນິດສາດມັນໄດ້ເຮັດໃຫ້ນັກຮຽນມີຄວາມຄ່ອງແຄ້ວໃນແຕ່ລະບາດກ້າວຂອງການສ້າງຮູບ. ເບື້ອງຕົ້ນຕ້ອງມີທັກສະການນຳໃຊ້ອຸປະກອນຕ່າງເຊັ່ນ: ບັນທັດ, ວົງວຽນ, ເຄື່ອງວັດແທກມຸມ, ບັນທັດສາກ...ເຝິກທັກສະການກຽມອຸປະກອນເຂົ້າໃນການເຮັດກິດຈະກຳຕ່າງໆ ເພາະວ່າ ການສອນທີ່ໃຊ້ອຸປະກອນສາມາດເຮັດໃຫ້ນັກຮຽນຈຳໄດ້ຫຼາຍ  ແລະ ຈຳໄດ້ນານກວ່າການສະເໜີຂໍ້ມູນ ແລະ ຂ່າວສານ ດັ່ງນັ້ນ ຄູໃຊ້ອຸປະກອນ ຫຼື ສິ່ງຂອງໃຫ້ນັກຮຽນໄດ້ຫຼິ້ນໄດ້ຈັບດ້ວຍຕົນເອງໄດ້ສັງເກດໄດ້ກວດສອບແລ້ວຕັ້ງບັນຫາໃຫ້ນັກຮຽນ ຈາກນັ້ນ ນັກຮຽນຈະຫາທາງແກ້ບັນຫາເລົ່ານັ້ນເອງຄູມີໜ້າທີ່ຈັດສິ່ງແວບລ້ອມໃຫ້ເໜາະສົມ ແລະ ໃຫ້ຄຳແນະນຳນ້ອຍທີ່ສຸດ ຈາກການຈັດການຮຽນ-ການສອນໃນຊັ້ນຮຽນຜູ້ວິໄຈພົບວ່າເມື່ອກຳນົດໃຫ້ນັກຮຽນແຕ້ມຮູບເລຂາຄະນິດໜ້າພຽງ ໃຫ້ນັກຮຽນສະແດງວິທີແຕ້ມ ແລະ ຄຳຕອບ ນັກຮຽນສ່ວນໃຫຍ່ເຮັດໄດ້ຕາມເກນທີ່ກຳນົດມີນັກຮຽນ 4 ຄົນທີ່ບໍ່ສາມາດເຮັດຕາມເກນທີ່ກຳນົດໄວ້ໄດ້ ຜູ້ວິໄຈຈິງຕ້ອງການທີ່ຈະພັດທະນານັກຮຽນທັງ 4 ຄົນນີ້ໃຫ້ສາມາດແຕ້ມຮູບເລຂາຄະນິດໜ້າພຽງໄດ້ ແລະ ສາມາດຕິດຕາມບົດຮຽນໄດ້ທັນເພື່ອນໃນຊັ້ນຮຽນເພື່ອເປັນແນວທາງໃນການແກ້ບັນຫາ.

1.2 ຈຸດປະສົງ​ໃນ​ການ​ວິ​ໄຈ

-   ​ເພຶ່ອ​ປັບປຸງ​ທັກ​ສະ​ຂອງ​ການ​ສ້າງຮູບສາມແຈ​ຂອງນັກຮຽນ​ຫ້ອງ​ມ.2.

-  ​ ເພຶ່ອປັບປຸງ​ການ​ຮຽນ-ການ​ສອນ​ຂອງ​ຄູ ​ແລະ ນັກຮຽນ​ໃຫ້​ມີ​ປະສິດທິພາບ​ສູງ.

2.  ວິ​ທີ​ການ​ດຳ​ເນີນ​ການ​ວິ​ໄຈ

  2.1  ສຶກສາ​ສະພາບ​ບັນຫາ

  ​​ເພື່ອ​ຢາກ​​ໄດ້​ຂໍ້​ມູນ​ໃຫ້​ລະອຽດ ແລະ ມີ​ຄວາມ​ຈະ​ແຈ້ງ​ຊັດ​ເຈນ​ກວ່າ​ເກົ່າ. ດັ່ງ​ນັ້ນ ທັງ​ທີມງານຂອງພວກຂ້າ

ເຈົ້າ. ໄດ້ສົນທະນາປຶກສາກັນວ່າຈະເຮັດແນວໃດຈິ່ງຈະໄດ້ຂໍ້ມູນຄົບຖ້ວນ. ສະນັ້ນທີມງານວິ​ໄຈໄດ້ຕົກລົງກັນໂດຍການສຳພາດຈາກຄູປະຈຳຫ້ອງ ແລະ ຄູປະຈຳວິຊາເຊິ່ງເພິ່ນກໍ່ໃຫ້ຄວາມຮ່ວມມືເປັນຢ່າງດີ ນັກຮຽນຈຳນວນ 4 ຄົນ ​ແມ່ນຂາດ​ພີ້ນຖານຫຼັກເກນ, ຫຼັກການ, ນິຍາມ, ຄຸນລັກສະນະຂອງຮູບເລຂາຄະນິດໜ້າພຽງ​ ແລະ ຂາດທັກສະໃນການປະຕິບັດຕົວຈິງ  ຈາກ​ນັ້ນທີມງານວິ​ໄຈໄດ້ເຂົ້າຮ່ວມໂມງສອນຂອງຄູເກົ່າ ວິຊາ: ​ຄະນິດສາດ ບົດ​ທີ 32 ຮູບສາມແຈ ໃຊ້ເວລາ 2 ຊົ່ວໂມງ ຈາກການສັງເກດ​​ເຫັນວ່າຄູບໍ່ໄດ້ກະກຽມສື່ການສອນຫຍັງເລີຍ. ມີແຕ່ປື້ມແບບຮຽນ ແລະ ປື້ມຄູ່ມືຄູ. ຜ່ານການສັງເກດການສອນສາມາດເຫັນຂັ້ນຕອນ ແລະ ວິທີການສອນຂອງຄູເຊັ່ນ: ການດຳເນີນການສອນຄູໄດ້ທວນຄຶນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາ. ຈາກນັ້ນຄູສອນກໍສະເໜີເຂົ້າສູ່ບົດໃໜ່ຕອນທຳອິດຄູສອນແບບອະທິບາຍ ແລະ ສາທິດ ຈາກນັ້ນຄູກໍຍົກຕົວຢ່າງໃຫ້ນັກຮຽນເບິ່ງ ກ່ຽວກັບການສ້າງຮູບສາມແຈ ຈາກນັ້ນຄູກໍເອີ້ນນັກຮຽນກຸ່ມເປົ້າໝາຍອອກມາແກ້ຢູ່ກະດານ​ໃຫ້ໝູ່ເບິ່ງກ່ຽວກັບການສ້າງຮູບສາມແຈ ຈາກນັ້ນຄູກໍເອີ້ນນັກຮຽນກຸ່ມເປົ້າໝາຍອອກມາແກ້ເຫັນວ່ານັກຮຽນກຸ່ມເປົ້າໝາຍແກ້ບໍ່ໄດ້. ສະ​ນັ້ນ​ຄູ​ຈິ່ງ​ໃຫ້​ນັກຮຽນ​ເກັ່ງ​ອອກ​ມາ​ແກ້ຊ່ວຍພ້ອມ​ນັ້ນ​ຄູ​ກໍ​ອະທິບາຍ​ຄືນ​ກ່ຽວກັບການສ້າງຮູບສາມແຈ,ຈາກ​ນັ້ນ ​ຄູ​ກໍ​ໄດ້​ສະຫຼຸບ​ບົດຮຽນ​ໃຫ້​ນັກຮຽນຈົດສຸດ​ທ້າຍຄູກໍໄດ້ສຶກສາ​ອົບຮົມ​ແນວ​ຄິດ​ພ້ອມ ​ແລະ ມອບວຽກບ້ານໃຫ້ນັກຮຽນເອົາໄປແກ້ຢູ່ເຮືອນ.

  ຜ່ານ​ການ​ສັງ​ເກດ​ການ​ສອນ​ຂອງ​ຄູ​​ໃນ​ເວລາ 2 ຊົ່ວ​ໂມງທີມງານ​ການ​ວິ​ໄຈ​ຂອງ​ພວກ​ຂ້າພະ​ເຈົ້າຄິດ​ວ່າ​ບັນຫາ​ນີ້​ເກີດ​ຈາກ​ຜູ້​ສອນ​ທີ່​ບໍ່​ເອົາ​ໃຈ​ໃສ່​, ບໍ່ໃຫ້​ຄວາມ​ຊ່ວຍ​ເຫຼືອແລະ ​ໃກ້​ຊິດ​ຕິດ​ແທດ​ກັບ​ກຸ່ມ​ເປົ້າ​ໝາຍ​ ​ການ​ສິດສອນ​ຂອງ​ຄູ​ແມ່ນ​ຍັງ​ຂາດ​ສື່​ການ​ສອນ​​ປະກອບ​ເຂົ້າ​ໃນ​ການ​ສອນ​ເຊັ່ນ: ​​ເຈ້ຍແຜ່ນ​ໃຫຍ່, ກະດານ​ກະປູ​ແລະອີກ​ຢ່າງ​ໜຶ່ງ​ແມ່ນ​ເກີດ​ຂຶ້ນ​ກັບ​ຕົວ​ນັກຮຽນ​ເອງທີ່ຂາດ​ການ​ສຶກສາ​ຮ່ຳຮຽນ. ສະ​ນັ້ນ ​ເພື່ອ​ຢາກ​ພັດທະນາ​ການ​ຮຽນ - ການ​ສອນ​ຂອງ​​ນັກຮຽນ ທີມງານ​ການ​ວິ​​ໄຈ​ຂອງ​ພວກ​ຂ້າ​ເຈົ້າ​ຈິ່ງ​ໄດ້​ກຳນົດ​ເອົາ​ຫົວ​ຂໍ້​​ວິ​ໄຈ​ໄດ້​ດັ່ງ​ນີ້.

v  ຄຳ​ຖາມ​ວິ​ໄຈ

  <<ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ນັກຮຽນຈຳນວນ 4 ຄົນສ້າງ​ຮູບສາມ​ແຈ​ໄດ້​ຖືກຕ້ອງໂດຍ​ນຳ​​ໃຊ້​​​ໄມ້ບັນທັດ ​ແລະ ວົງວຽນ >>

2.2  ວາງ​ແຜນ

  ພາຍຫຼັງທີ່ທີມງານຂອງພວກຂ້າພະເຈ້າໄດ້ສຶກສາສະພາບບັນຫາທີ່​ຮຽບຮ້ອຍ​ແລ້ວ ທີ​ມງານ​ວິ​ໄຈ​ຈື່ງ​ໄດ້ປຶກສາ​ຫາລື​ກັນ​ຊ່ວຍ​ກັນ​ວາງ​ແຜນ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ວິ​ທີ​ການ​ປັບປຸງ​ແກ້​ໄຂ​ໃຫ້​ນັກຮຽນກຸ່ມ​ເປົ້າໝາຍດັ່ງ​ກ່າວ ​ມີ​ພຶດຕິກຳ​ດີ​ຂຶ້ນເຊິ່ງ​ໄດ້​ວາງ​ແຜນ​ດັ່ງ​ນີ້:

-  ຄູ​ສອນໂດຍນຳໃຊ້ວິທີສອນແບບສາທິດ.

-  ໃຫ້​ຄວາມ​ໃກ້ຊິດຕິດ​ແທດ​ກັບ​ນັກຮຽນກຸ່ມ​ເປົ້າ​ໝາຍ.

-  ຄູສອນໂດຍນໍາໃຊ້ວິທີສອນແບບຮ່ວມມື

-  ສື່​ການ​ສອນ​ເຊັ່ນ: ກະດານກະປູ , ຢາງ ບັນທັດ​ຍາວ ​ແລະວົງວຽນ.

-  ສ້າງ​ແຮງ​ຈູງ​ໃຈ​ແກ່​ນັກຮຽນກຸ່ມເປົ້າໝາຍເຊັ່ນ: ໃຫ້ຄະແນນເພີ່ມ, ໃຫ້ຄຳຍ້ອງຍໍ.

2.3  ປະຕິບັດ ​ແລະ ​ສັງ​ເກດ

  ຫຼັງຈາກ​ການວາງ​ແຜນ​ລະອຽດ​ແລ້ວ   ​ທີ​ມງາ​ນວິໄຈ​ຂອງ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​​ໄດ້​ນຳ​ເອົາແຜນທີ່ວາງໄວ້ໄປທີ່​ວາງ​ໄວ້​​ໄປ​ປະຕິບັດ​ໃນ​ວັນ​ທີ 11 /02 /2013 ຢູ່​ຫ້ອງ​ມ.2/1 ​ເຊິ່ງ​ແມ່ນ ທ. ສົມ​ໃຈ ບັດ​ສະ​ດີ ​ເປັນ​ຜູ້​ສອນ​ໃນ​ຊົ່ວ​ໂມ​ງ 1-2  ວິຊາ​: ຄະນິ​ດສາ​ດ ບົດ​ທີ 32 ຮູບສາມ​ແຈ ແລະ ຜູ້​ຮ່ວມ​ງານ​ເປັນ​ຜູ້​ບັນທຶກ​ ໃນ​ເວລາ​ດຳ​ເນີນ​ການ​ສອນ, ຄູ​ໄດ້ທວນ​ຄືນ​ບົດຮຽນ​ເກົ່າ​ດ້ວຍ​ການ​​ຕັ້ງຄຳ​ຖາມ​ໃສ່​ກະດານ​ແລ້ວ​ໃຫ້​ນັກຮຽນອອກ​ມາ​ແກ້ເມື່ອນັກຮຽນແກ້ແລ້ວຄູ​ໄດ້​ສະຫຼຸບຄືນໃຫ້ນັກຮຽນຟັງແລ້ວເລີ່ມເຂົ້າສອນບົດໃໜ່ຄູໄດ້ຂຽນຫົວບົດໃສ່ກະດານແລ້ວຍົກອຸປະກອນໃຫ້ນັກຮຽນເບິ່ງແລ້ວຖາມນັກຮຽນວ່ານີ້ແມ່ນຫຍັງ? ພ້ອມທັງສາທິດໃຫ້ນັກຮຽນເບິ່ງໃນການສ້າງຮູບໃສ່ອູປະກອນ ແລ້ວເອີ້ນນັກຮຽນອອກມາສ້າງຮູບແບບເລຂາຄະນິດໜ້າພຽງເທື່ອລະຄົນ ເມື່ອເຮັດກິດຈະກຳນີ້ສິ້ນສຸດແລ້ວຄູກໍ່ສາທິດໃຫ້ນັກຮຽນເບິ່ງແລ້ວແຕ້ມໄປນຳກັນ ພ້ອມ ຄູອະທິບາຍກ່ຽວກັບການ​ສ້າງ​ຮູບສາມ​ແຈ ​ແລະ ຍົກ​ຕົວຢ່າງ, ຄູແບ່ງນັກຮຽນອອກເປັນ 5 ກຸ່ມເຊິ່ງລະ 6-7 ຄົນ ແລ້ວຄູຢາຍຄໍາຖາມໃຫ້ແຕ່ລະກຸ່ມ ຄູໃຫ້ນັກຮຽນແຕ່ລະກຸ່ມຄົ້ນຄວ້າ( ຄູກໍານົດເວລາ ) ຄູຕິດຕາມການຄົ້ນຄວ້າຂອງແຕ່ລະກຸ່ມ ແລ້ວໃຫ້ນັກຮຽນແຕ່ລະກຸ່ມອອກມາລາຍງານ ຈາກນັ້ນຄູກໍໄດ້ສະຫຼຸບບົດຮຽນຄືນໃນບົດຮຽນທີ່ຮຽນຜ່ານມາ ແລ້ວຄູກໍ່ໄດ້ຕັ້ງບົດເລກໃສ່ກະດານໃຫ້ນັກຮຽນອອກມາແຕ້ມໃຫ້ຄູເບິ່ງສັງເກດເຫັນວ່ານັກຮຽນແຕ້ມໄດ້ດີພ້ອມທັງໃຫ້ກຳລັງໃຈ ແລະ ສຶກສາອົບຮົບແນວຄິດນັກຮຽນພ້ອມທັງໃຫ້ວຽກບ້ານໄປເຮັດຢູ່ເຮືອນ.

2.4   ສະທ້ອນຄືນ

   ຜ່ານການປະຕິບັດ ແລະ ສັງເກດ​ໃນ​ເວລາ 2 ​ຊົ່ວ​ໂມງ​ຜ່ານ​ມາ​ ທິມງານ​ວິ​ໄຈ​ໄດ້ນໍາເອົາແຜນທີ່ວາງໄວ້ໄປຈັດຕັ້ງປະຕິບັດໃນການຮຽນ - ການສອນເພື່ອປັບປຸງແກ້ໄຂການຮຽນຂອງນັກຮຽນໃຫ້ດີຂຶ້ນ. ຜ່ານການສັງເກດ ​ທີມງານ​ວິ​ໄຈສາມາດສະຫຼຸບໄດ້ວ່າເມື່ອທີມງານສອນໂດຍນຳໃຊ້ການສອນແບບສາທິດໂດຍນຳໃຊ້ອຸປະກອນປະກອບການສອນໄລຍະທຳອິດນັກຮຽນພຽງແຕ່ນັ່ງເບິ່ງ ແລະ ຟັງ ຫຼື ເຮັດບາງຢ່າງທີ່ບໍ່ກ່ຽວຂ້ອງກັບບົດຮຽນ. ສິ່ງນີ້ບໍ່ໄດ້ຊ່ວຍການຮຽນຮູ້ຂອງພວກເຂົາເບິ່ງຄືວ່າເຂົາເຈົ້າເບື່ອໜ່າຍ ແລະ ບໍ່ສົນໃຈໃນສິ່ງທີ່ພວກເຂົາກຳລັງເຮັດຢູ່ໃນບົດຮຽນເມື່ອຄູໃຫ້ນັກຮຽນກຸ່ມເປົ້າໝາຍອອກມາສາທິດໃຫ້ໝູ່ເບິ່ງໂດຍນຳໃຊ້ອຸປະກອນນັກຮຽນພຽງແຕ່ເຮັດໄດ້ພຽງ 1-2 ຄົນເທົ່ານັ້ນມັນອາດຈະມາຈາກນັກຮຽນບໍ່ຈື່ ນິຍາມ , ຄຸນລັກສະນະ ຈະເຮັດໃຫ້ນັກຮຽນແຕ້ມຮູບບໍ່ໄດ້ດີຈາກນັ້ນເມື່ອແບ່ງນັກຮຽນອອກເປັນກຸ່ມລະ 6-7 ຄົນ ພ້ອມດ້ວຍອຸປະກອນນຳແລ້ວເຈ້ຍຄຳຖາມພ້ອມ ນັກຮຽນພາກັນສົນທະນາກັນພ້ອມດ້ວຍສາທິດໃສ່ອຸປະກອນໃຫ້ກັນເບິ່ງ ສິ່ງນີ້ມັນຊ່ວຍການຮຽນຮູ້ເຂົາເພາະວ່າເຂົາໄດ້ເຮັດຕົວຈິງແລ້ວຕອບໃສ່ເຈ້ຍເມື່ອນັກຮຽນອອກມາລາຍງານໃຫ້ຄູຟັງສັງເກດເຫັນນັກຮຽນເປົ້າໝາຍກໍໄດ້ສາທິດໃຫ້ໝູ່ເບິ່ງດ້ວຍອຸປະກອນໄດ້ດີຂຶ້ນສະພາບປະຈຸບັນນີ້ມັນມີແຫຼ່ງຂໍ້ມູນຫຼາຍແຫ່ງທີ່ຊ່ວຍທີມງານຂ້ອຍຊອກຫາວິທີແກ້ໄຂ ຂ້ອຍຄິດວ່າຄວນພະຍາຍາມໃຊ້ວິທີສອນຄຳຖາມໃສ່ອີກເຂົ້າໃນເວລາການສອນຈິ່ງຈະເຮັດໃຫ້ນັກຮຽນມີຄວາມເຂົ້າໃຈໄດ້ດີ.

2.5  ການວາງແຜນ​ຄັ້ງ​ທີ 2

  ພາຍຫຼັງທີ່ໄດ້ປະຕິບັດ ແລະ ສັງເກດແລ້ວພົບເຫັນບັນຫາທີ່ຍັງຄົງຄ້າງຄື: ນັກຮຽນກຸ່ມ​ເປົ້າ​ໝາຍ 1 ຄົນ​ຍັງ​ບໍ່​ທັນ​ສາມາດ​ສ້າງ​ຮູບສາມ​ແຈ​ໄດ້ ສະ​ນັ້ນ​ຂ້າພະ​ເຈົ້າ​ຈິ່ງ​ໄດ້​ວາງ​ແຜນ​ຄືນໃໝ່ດັ່ງ​ນີ້:

-  ​ການນຳໃຊ້ການຮຽນເປັນກຸ່ມ

-  ໃຊ້ວິທີສອນແບບໃຊ້ຄຳຖາມ

-  ນຳໃຊ້ສື່ການສອນເຊັ່ນ: ກະດານກະປູ, ຢາງ, ໄມ້ບັນທັດ ແລະ ວົງວຽນ

2.6 ປະຕິບັດແລ​ະ ສັງ​ເກດຄັ້ງທີ  2

   ພາຍຫຼັງ​ທີ່​ຂ້າພະ​ເຈົ້າ​ພ້ອມ​ດ້ວຍ​ຄູ່​ຮ່ວມ​ງານວາງ​ແຜນ​ຄືນ​ໃໝ່​ລະອຽດ ​ແລະ ​ໄດ້​ນຳ​ເອົາ​ແຜນ​ທີ່​ວາງ​​ໄວ້​ມາ​ປະຕິບັດ​ໃນ​ວັນ​ທີ 11 / 03 / 2013 ​ເຊິ່ງ​ແມ່ນ​ ທ. ສົມ​ໃຈ ບັດ​ສະ​ດີ ​ເປັນ​ຜູ້​ສອນ  ​ຄູ​ຮ່ວມ​ງານ​ເປັນ​ຜູ້​ສັງ​ເກດ​ຢູ່​ໃນ​ຫ້ອງ​ມ.2/1 ​ໃນ​ຫົວ​ຂໍ້: ຮູບສາມ​ແຈ.  ໃນ​ຂັ້ນ​ຕອນ​ທຳ​ອິດ​ຂ້າພະ​ເຈົ້າ​ໄດ້​ທວນຄືນ​ບົດຮຽນ​ເກົ່າ​ແລ້ວ​ເລີ່​ມສອນ​ບົດໃໝ່

ຄູໄດ້ຕັ້ງຄຳຖາມກ່ອນໂດຍໃຫ້ນັກຮຽນກຸ່ມເປົ້າໝາຍຕອບຖ້າຕອບບໍ່ໄດ້ກໍໝູ່ຊ່ວຍແລ້ວຄູກໍ່ສະຫຼຸບຄືນກ່ຽວກັບຄຳຕອບ​ແລ້ວ​ຈັດ​ນັກຮຽນອອກ 6 ກຸ່ມລະ 4-5 ​ຄົນ, ​ແຍກ​ກຸ່ມ​ເປົ້າ​ໝາຍ​ອອກ​ໄປ​ນັ່ງ​ນຳ​ນັກຮຽນ​ເກັ່ງ, ຄູ​ຢາຍ​ຄຳ​ຖາມ​ໃຫ້​ແຕ່​ລະ​ກຸ່ມ​ເຊິ່ງຄຳ​ຖາມ​ຄື​ກັນ​ໝົດ​(ກຳນົດ​ເວລາ​ພ້ອມ) ​ໂດຍ​​ເອົາ​ໃຈ​ໃສ່​ນັກຮຽນກຸ່ມ​ເປົ້າ​ໝາຍ​ເປັນ​ພິ​ເສດ​ ຄູ​ໃຫ້​​ແຕ່​ລະ​ກຸ່ມ​ອອກ​ລາຍ​ງານ ຈາກ​ນັ້ນ​ຄູ​ສະຫຼຸບ​ຄືນ​ແຕ່​ລະ​ກຸ່ມຈົດ​ເອົາ​ເປັນ​ບົດຮຽນ​ ​ໃນ​ກິດຈະກຳ​ຄັ້ງ​ນີ້​ຂ້າພະ​ເຈົ້າ​ໄດ້​ນຳ​ໃຊ້​ວິ​ທີສອນ​ຫຼາຍ​ຢ່າງ​ເຊັນ: ສອນ​ແບບ​ເປັນ​ກຸ່ມ, ສອນ​ແບບ​​ຕັ້ງຄຳຖາມ.

2.7  ສະທ້ອນ​ຄືນ

  ທີມງານ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ປຶກສາ​ຫາລື​ກັນ​ຖອດ​ຖອນ​ເອົາ​ບົດຮຽນ, ລວບ​ລວມ​ເອົາ​ຂໍ້​ມູນ​ປະຕິບັດ ​ແລະ ສັງ​ເກດ​ໃນ​ຄັ້ງ​ທີ 2 ​ຜົນ​ການ​ທົດ​ລອງ​ການ​ສອນ​ໂດຍ​ໃຫ້​ນັກຮຽນກຸ່ມເປົ້າໝາຍ​ໄປ​ນັ່ງ​ກັບ​ນັກຮຽນ​ເກັ່ງ​ໃຫ້​ຄວາມ​ໃກ້ຊິດຕິດ​ແທດ ​ໃຫ້​ກຳລັງ​ໃຈ ຂ້ອຍໄດ້ຈັດນັກຮຽນເປັນ 6 ກຸ່ມ ກຸ່ມລະ 4-5 ຄົນ ເພາະວ່າກຸ່ມນ້ອຍຈະຊ່ວຍໃຫ້ແຕ່ລະຄົນປະກອບສ່ວນເຂົ້າໃນການເຮັດກິດຈະກຳກຸ່ມສະດວກຂຶ້ນ ໂດຍສະເພາະຂ້ອຍສາມາດເຫັນໄດ້ວ່ານັກຮຽນຜູ້ທີ່ມັກອາຍແດ່ກໍມີຄວາມຫ້າວຫັນ ແລະ ສົນໃຈໃນສິ່ງທີ່ພວກເຂົາເຮັດຫຼາຍກວ່າ ແລະ ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້. ທີມງານຂ້ອຍໄດ້ຮຽນຮູ້ວ່ານັກຮຽນມີຄວາມພໍໃຈ ແລະ ຢາກມີສ່ວນຮ່ວມເຂົ້າໃນການຮຽນຢ່າງຫ້າວຫັນ.

  ຜ່ານ​ການ​ປະຕິບັດ ​ແລະ ສັງ​ເກດ​ເຊິ່ງ​ໄດ້ນຳ​ເອົາ​ແຜນ​ທີ່​ວາງ​​ໄວ້​ໄປ​ຈັດ​ຕັ້ງ​ປະຕິບັດ​ການ​ຮຽນ - ການ​ສອນ ​ເພື່ອ​ປັບປຸງ​ການ​ຮຽນການ​ສອນ​ໃຫ້ດີ​ຂຶ້ນ. ຈາກ​ການ​ສັງ​ເກດ ​ແລະ ​ບັນທຶກ ທີມງານ​ຂ້າພະ​ເຈົ້າ​ໄດ້​ເຫັນ​ກຸ່ມ​ເປົ້າ​ໝາຍຈຳນວນ 3 ຄົນສາມາດ​ສ້າງ​ຮູບສາມ​ແຈ​ໄດ້ ​ໂດຍ​ນຳ​ໃຊ້​ບັນທັດ ​ແລະ ວົງວຽນ.

  ທີມງານຂ້ອຍຮູ້ສຶກດີໃຈຫຼາຍກ່ຽວກັບສິ່ງທີ່ພວກຂ້ອຍໄດ້ເຮັດ ເພາະວ່າ ການປັບປຸງການຮຽນຂອງນັກຮຽນໃຫ້ໄດ້ດີຂຶ້ນແມ່ນມີຄວາມສຳຄັນ. ທີມງານຮູ້ສຶກພໍໃຈກັບສິ່ງທີ່ກຳລັງເຮັດ ແຕ່ຍັງມີບັນຫາວ່າຈະເຮັດແນວໃດເພື່ອຊ່ວຍໃຫ້ນັກຮຽນທີ່ມີບັນຫາໃນການຮຽນ ທີມງານຄິດວ່າໄດ້ເຮັດວຽກປົກະຕິປະຈຳວັນມັນກໍ່ຈະເຮັດໃຫ້ນັກຮຽນ ຮຽນໄດ້ດີຂຶ້ນເລື້ອຍໆ.

3. ສະຫຼຸບ

  ຜ່າ​ນການ​ດຳ​ເນີນ​ການ​ວິ​ໄຈ​ພາກ​ປະຕິບັດ​ຄັ້ງ​ນີ້​ໃນ​ຫົວ​ຂໍ້ ການປັບປຸງ​ທັກ​ສະການ​ສ້າງ​ຮູບສາມ​ແຈຂອງ​ນັກຮຽນຊັ້ນ​ມັດທະຍົມ​ຕົ້ນ​ຂອງ​ຫ້ອງ​ມ.2/1 ​ໂດຍ​ນຳ​ໃຊ້​ບັນທັດ ​ແລະ ວົງວຽນ ​ ເພື່ອ​ໃຫ້​ນັກຮຽນມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ຮູບສາມ​ແຈ ​ແລະ ​ເພື່ອ​ປັບປຸງ​ການ​ຮຽນ - ການ​ສອນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ການ​ດຳ​ເນີນ​ການ​ວິ​​ໄຈ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ເລີ່​ມ​ແຕ່​ວັນ​ທີ 11/02/2013 – 011/03/2013 ສະຖານ​ທີ່​ເຮັດ​ການ​ວິ​ໄຈ​ແມ່ນ​ໂຮງຮຽນມັດທະຍົມ​ສົມບູນ​ຄຳ​ທອງ​ໃນ​ການ​ດຳ​ເນີນ​ການ​ວິ​​ໄຈຕາມ​ຮອບ​ວຽນ​ຂອງການ​ວິ​ໄຈ​ເຊັ່ນ: ສຶກສາ​ສະພາບ​ບັນຫາ 2 ຄັ້ງ, ປະຕິບັດ ​ແລະ ສັງ​ເກດ 2 ຄັ້ງ ​ແລະ ​ໄດ້​ສະທ້ອນ​ຄືນ 2 ຄັ້ງ. ຂ້າພະ​ເຈົ້າ​ໄດ້​ດຳ​ເນີນ​ຕາມ​ຮອບ​ວຽນຂອງ​ການ​ວິ​ໃຈ​ທຸກ​ຂັ້ນ​ຕອນ.

  ​ໃນ​ການ​ເຮັດ​ບົດ​ວິ​ໄຈ​ຄັ້ງ​ນີ້​ໄດ້​ເປີດ​ໂອກາດ​ໃຫ້​ນັກຮຽນກຸ່ມ​ເປົ້າ​ໝາຍ ​ໂດຍ​ສະ​ເພາະ​ແມ່​ນກຸ່ມ​ເປົ້າ​ໝາຍ 4 ຄົນ ​ໄດ້​ມີ​ການ​ປ່ຽນ​ແປງ​ຈາກ​ການ​ສ້າງ​ຮູບສາມ​ແຈບໍ່​ໄດ້, ກາຍ​ເປັນ​ຄົນ​ທີ່​ສາມາດສ້າງ​ຮູບສາມ​ແຈ​ໄດ້​ເຊິ່ງມັນ​ມີ​ຄວາມ​ສຳຄັນ​ຕໍ່​ກັບ​ການ​ສຶກສາ​ຮ່ຳຮຽນ ​ແລະ ຊ່ວຍ​ນຳ​ໄປ​ໃຊ້​ໃນຊີວິດ​ປະຈຳ​ວັນ. ​ເຊິ່ງ​ໃນ​ນັ້ນ 3 ຄົນ​ແມ່ນ​ມີ​ການ​ປ່ຽນ​ແປງ​ພຶດຕິ​ກຳ ​ແລະ ອີກ 1 ຄົນ​ຍັງ​ບໍ່​ທັນ​ປ່ຽນ​ແປງ​ພຶດຕິ​ກຳ. ຕາມ​ຈຸດປະສົງ​ທີ່​ວາງ​​ໄວ້​ເຖິງ​ແມ່ນ​ວ່າ​ຈະ​ບໍ່​ປ່ຽນ​ແປງ​ພຶດຕິ​ກຳ​ໝົດ​ທຸກ​ຄົນ​ກໍ​ຕາມ ມັນ​ກໍ​ໄດ້​ແກ້​ໄຂ​ນັກຮຽນສ່ວນ​ໃດ​ສ່ວນ​ໜຶ່ງ​ ກໍ​ເພື່ອ​ປັບປຸງ​ການ​ຮຽນ - ການ​ສອນ​ໃຫ້​ດີ​ຂຶ້ນ.

  ​ໃນ​ການ​ປະຕິບັດ​ເຮັດ​ບົດ​ວິ​ໄຈ​ຄັ້ງ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​ປະສົບ​ການ ​ແລະ ​ໄດ້ບົດຮຽນ, ຮູ້ຈັກ​ວາງ​ແຜນ, ວິທີ​ແກ້​ໄຂ​ບັນຫາ ​ແລະ ວິທີ​ບັນທຶກ​ຂໍ້​ມູນ​ຕ່າງໆ ​ເພາະວ່າ​ການ​ເຮັດ​ບົດ​ວິ​ໄຈ ​ແມ່ນ​ການ​ປັບປຸງ​ການ​ຮຽນຂອງ​ນັກຮຽນ ​ແລະ​ການ​ສອນ​ຂອງ​ຄູ​ໃຫ້​ດີ​ຂື້ນ​ເທື່ອ​ລະ​ກ້າວ ​ເພື່ອ​ພັດທະນາ​ການ​ຮຽນການ​ສອນ​ດີ​ຂຶ້ນ​.

4. ຂໍ້​ສະ​ເໜີ​ແນະ

4.1 ຂໍ້​ສະ​ເໜີ​ແນະ​ຜົນ​ການ​ວິ​ໄຈ.

  ທີມງານວິໄຈມີຄວາມເຫັນວ່າການປັບປຸງທັກສະຂອງການແຕ້ມຮູບໄດ້ນຳໃຊ້ໄມ້ບັນທັດ ແລະ ວົງວຽນສາມາດນຳມາໃຊ້ໃນການຈັດການຮຽນ-ການສອນວິຊາຄະນິດສາດໄດ້ເປັນຢ່າງດີ ສ່ວນນັກຮຽນທີ່ແຕ້ມບໍ່ໄດ້ນັ້ນຄວນມີການຊ່ວຍເຫຼືອເຂົາຕໍ່ໄປ.

4.2  ຂໍ້​ສະ​ເໜີ​ແນະ​ໃນ​ການ​ວິ​ໄຈ​ຄັ້ງ​ຕໍ່​ໄປ.

  ຄູ​ສືບຕໍ່ດຳ​ເນີນ​ການ​ວິ​ໄຈ​ຊັ້ນ​ຮຽນອື່ນ  ​ແລະ ວິຊາ​ອື່ນ​​ໃນ​ຫ້ອງ​ຮຽນ ຫຼື ​ພາຍ​ໃນ​ໂຮງຮຽນ.


หมายเลขบันทึก: 537036เขียนเมื่อ 25 พฤษภาคม 2013 10:56 น. ()แก้ไขเมื่อ 25 พฤษภาคม 2013 10:56 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

ตื่นเต้นที่จะได้อ่านหลายภาษาในการเข้าสู่ประชาคมอาเซียนนะคะ  แบบนี้คล้ายจะอ่านได้ค่ะขอศึกษาภาษาลาวพี่น้องของเรา (ขอแปลให้อ่านอีกบันทึกนะคะ)


พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท