ການປັບປຸງການແກ້ສົມຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບຂອງນັກຮຽນມັດທະຍົມຕົ້ນປີ 2/1


  I.  ບົດນຳ

1.1  ຄວາມເປັນມາແລະ ຄວາມສຳຄັນຂອງບັນຫາ

ການຮຽນ-ການສອນວິຊາຄະນິດສາດແມ່ນການຊອກຫາຄວາມຮູ້ເວລາຮຽນທັງແມ່ນຂະບວນທີ່ບຸກຄົນມີການປ່ຽນແປງພຶດຕິກຳ, ຄະນິດສາດເປັນສິ່ງໜຶ່ງທີ່ມະນຸດສ້າງຂຶ້ນຫຼືຄົ້ນຄິດຂຶ້ນມາດົນແລ້ວຄະນິດສາດຈຶ່ງແຍກເປັນວິຊາໜຶ່ງ  ຕໍ່ມາກໍເປັນຂະແໜງການໜຶ່ງໃນການຄົ້ນຄວ້າຢ່າງກວ້າງຂວາງຈົນມີບົດບາດສຳຄັນອັນມະຫາສານຕໍ່ກັບການດຳລົງຊີວິດຂອງມະນຸດເປັນຕົ້ນແມ່ນຄວາມກ້າວໜ້າ, ການຂະຫຍາຍຕົວຢ່າງວ່ອງໄວທາງດ້ານເຕັກໂນໂລຊີຖືກນຳໄປໃຊ້ເກືອບທຸກວິຊາຮຽນ ແລະທຸກຂະແໜງການຕ່າງໆ.

ດັ່ງນັ້ນການຮຽນຄະນິດສາດຈຶ່ງກາຍເປັນຄວາມຈຳເປັນຂອງມະນຸດ, ຄະນິດສາດລະດັບມັດທະຍົມມີຄວາມສະຫຼັບຊັບຊ້ອນການຄົ້ນຄິດຂະບວນການຮຽນຮູ້ແລະມີລັກສະນະນາມມະທຳທີ່ສູງກວ່າລະດັບປະຖົມສຶກສາ, ເມື່ອພິຈາລະນາໂດຍທົ່ວໄປແລ້ວຈະເຫັນວ່າຄະນິດສາດລະດັບມັດທະຍົມເປັນຫົວລ້ຽວຫົວຕໍ່ລະຫວ່າງຄວາມຄິດຄວາມເຂົ້າໃຈລັກສະນະຮູບປະທຳແລະນາມມະທຳ, ການອະທິບາຍຈຸດປະສົງ, ການຍົກຕົວຢ່າງເລື່ອງປະໂຫຍກຂອງຄະນິດສາດໃນດ້ານຕ່າງໆໃຫ້ຜູ້ຮຽນໃນຊັ້ນມັດທະຍົມສຶກສາເກີດຄວາມຮູ້ ຄວາມເຂົ້າໃຈມັນເປັນເລື່ອງທີ່ມີຄວາມຈຳເປັນແລະສຳຄັນ, ໂດຍປົກກະຕິແລ້ວຜູ້ຮຽນຍັງເປັນເດັກເປັນໄວທີ່ມີຄວາມຢາກຮູ້ຢາກເຫັນແລະຢາກຮຽນຮູ້ໃນສິ່ງທີ່ມີປະໂຫຍດຕໍ່ຕົນເອງໃນປະຈຸບັນເຊັ່ນຜູ້ຮຽນມັກຈະຖາມວ່າຮຽນເລື່ອງນີ້ເພື່ອຫຍັງມີປະໂຫຍດອັນໃດແດ່ໃນແຕ່ລະວັນ, ເຂົາບໍ່ເຫັນວ່າຈະຕ້ອງໃຊ້ຄວາມຮູ້ດັ່ງກ່າວໃນການດຳລົງຊີວິດປະຈຳວັນເລີຍ.

ໃນທຳນອງດຽວກັນນັ້ນຜູ້ຮຽນກໍມີຄວາມສົງໄສວ່າການຮຽນເລື່ອງຕ່າງໆໃນຄະນິດສາດລ້ວນແຕ່ເປັນເລື່ອງທີ່ບໍ່ກ່ຽວຂ້ອງກັບຊີວິດປະຈຳວັນຂອງຜູ້ຮຽນແຕ່ກໍຍັງຕ້ອງມີການສຶກສາທຸກວັນຄຽງຄູ່ກັບບັນຫາຜູ້ຮຽນບໍ່ເຂົ້າໃຈຈຸດປະສົງຂອງການຮຽນຄະນິດສາດໃນລະຫວ່າງຜູ້ສອນສອນຄະນິດສາດໂດຍທົ່ວໄປມຸ່ງເນັ້ນເລື່ອງຄວາມເຂົ້າໃຈມະໂນພາບຄະນິດສາດແຕ່ດ້ານດຽວ, ຜູ້ສອນຍັງຈຳເປັນຕ້ອງໃຫ້ຜູ້ຮຽນຝຶກປະຕິບັດທາງດ້ານການແກ້ບົດເຝິກຫັດຫຼືການເຮັດວຽກບ້ານເພາະວ່າຄັນຖ້າສອນເລື່ອງໃດໃຫ້ນັກຮຽນເຂົ້າໃຈແລ້ວເຮັດຕົວຢ່າງໃຫ້ເບິ່ງແລະທັງໃຫ້ນັກຮຽນແກ້ບົດເຝິກຫັດຕາມຕົວຢ່າງທີ່ໃຫ້ກໍຖືວ່າເປັນການພຽງພໍ; ດັ່ງນັ້ນ ຈຶ່ງເກີດມີບັນຫາການຮຽນ-ການສອນຄະນິດສາດລະດັບມັດທະຍົມວ່າຜູ້ຮຽນສ່ວນຫຼາຍຂາດທັກສະໃນການຄົ້ນຄິດຄຳນວນແລະບໍ່ມີທັກສະໃນການແກ້ໂຈດບັນຫາທາງຄະນິດສາດຕາມທີ່ໄດ້ຕັ້ງຈຸດປະສົງໄວ້ກ່ອນທີ່ຈະສອນໃນແຕ່ລະຄັ້ງ, ຜູ້ສອນໄດ້ຕັ້ງຈຸດປະສົງໃນການສອນວ່າເມື່ອຮຽນຈົບບົດນີ້ຈະມີຜົນແນວໃດທີ່ເກີດຂຶ້ນກັບຜູ້ຮຽນ, ໃນການນຳໃຊ້ອຸປະກອນຕະຫຼອດຮອດການເຮັດການປະເມີນຜົນເພື່ອເປັນການນຳທາງໃຫ້ຜູ້ຮຽນມີພຶດຕິກຳທີ່ກຳນົດໄວ້, ບັນຫາດັ່ງກ່າວເກີດຂຶ້ນໄດ້ສະເໝີໃນຫ້ອງຮຽນເມື່ອຜູ້ສອນຈະສອນເລື່ອງໃດກໍຕາມຜູ້ສອນຈະມັກມຸ່ງໜ້າສອນແຕ່ເລື່ອງນັ້ນເລີຍບໍ່ມີຄວາມສົນໃຈຕໍ່ຄວາມຮູ້ພື້ນຖານຂອງນັກຮຽນເຊິ່ງບັນຫາທັງໝົດນັ້ນກໍຄືຈຸດປະສົງໃນການສອນຄະນິດສາດທີ່ຕ້ອງການແກ້ໄຂໃຫ້ໄດ້ ( ກະຊວງສຶກສາທິການ 199:2:8:9).

ຄະນິດສາດ​ແມ່ນເປັນ​ວິຊາ​ທີ່​ຍາກ​ໃນ​ການ​ຮຽນ ​ແລ​ະ ​​ເປັນ​ນາມ​ມະ​ທຳຜູ້​ຮຽນຕ້ອງ​ໄດ້​ໃຊ້​ມະ​ໂນ​ພາບ ​ໃຊ້​ຂະ​ບວນການ​ຄິດຢ່າງເປັນ​ລະບົບ, ​ເປັນ​ໂຄງ​ສ້າງ​ເພື່ອ​ເຊື່ອມ​ໂຍງ​ຄວາມ​ຮູ້​ຟື້ນ​ຖານ​ທີ່​ມີ ​ແລະ ​ເປັນການ​ຍາກ​ທີ່​ຈະ​ສອນ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ໄດ້​ງ່າ​ຍ ຄູ​ຜູ້​ສອນ​ຈະ​ຕ້ອງ​ໄດ້​ຊອກ​ຮູ້​ເຕັກນິກ​ວິທີ​ການ​ສອນ​ເພື່ອ​ໃຫ້​ນັກຮຽນຄິດ​ເປັນ, ​ເຮັດ​ເປັນ ​ແລະ ​ແກ້​ບັນຫາ​ດ້ວຍ​ຕົນ​ເອງ​ໄດ້ ຜູ້​ສອນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕໍ່ຜູ້​ຮຽນ​ເປັນສຳຄັນ​ໂດຍ​ໃຫ້​ຜູ້​ຮຽນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຮຽນ-ການ​ສອນ​ໃຫ້ຫຼາຍ, ຄູ​ພຽງ​​ເປັນ​ຜູ້​ໃຫ້​ຄຳ​ແນະນຳ​. ​ໂດຍ​ສະ​ເພາະ​ແມ່ນການຈັດການ​ຮຽນ-ການ​ສອນ​ແບບ​ເອົາ​ນັກຮຽນ​ເປັນ​ໃຈກາງ ​ແລະ ​ໃນການ​ຈັດການ​ຮຽນ-ການ​ສອນ​ແບບ​ນີ້​ແມ່ນ​ແນ​ໃສ່​ໃຫ້​ຜູ້​ຮຽນ​ເກີດ​ການ​ຮຽນຮູ້​ດ້ວຍ​ຕົນ​ເອງ ມີ​ການ​ຄົ້ນຄວ້າ​ດ້ວຍ​ຕົນ​ເອງຫຼາຍຂຶ້ນ. ມີ​ການ​ປະກອບສ່ວນ​ໃນ​ການ​ຮຽນ-ການ​ສອນ ​ແກ້​ໄຂ​ບັນຫາ​ດ້ວຍ​ຕົນ​ເອງ​ສ່ວນວ່າ​ຄູ​ເປັນ​ຜູ້​ຊຸກຍູ້​ຊ່ວຍ​ເຫຼືອ ​ແລະ ສົ່ງ​ເສີມ​ໃຫ້​ນັກຮຽນ​ໃນ​ການ​ເຮັດ​ກິດຈະກຳ​ຕ່າງໆ ​ໃຫ້​ຜູ້​ຮຽນມີ​ການ​ຄົ້ນຄວ້າ ​ແລະ ຊອກ​ຮູ້​ບັນຫາ​ດ້ວຍ​ຕົນ​ເອງ. ສອດຄ່ອງ​ກັບ ສະໜອງ ອິນ​ລະຄອນ (2546:3) ​ໄດ້​ຂຽນຫຼັກການ​ຟື້ນ​ຖານ​ການ​ຮຽນການ​ສອນ​ທີ່​ເນັ້ນ​ຜູ້​ຮຽນ​ເປັນ​ໃຈກາງ​ໄວ້​ວ່າ: ” ຜູ້​ຮຽນມີ​ບົດບາດ​ໃນ​ການ​ຮັບຜິດຊອບ​ຕໍ່ການ​ຮຽນຮູ້​ຂອງ​ຕົນ​ຜູ້​ຮຽນຈະ​ຮັບຜິດຊອບ​ຕັ້ງ​ແຕ່​ເລືອກ​ແລະ ວາງ​ແຜນ​ໃນ​ການ​ເລືອກ​ທີ່​ຕົນຈະ​ຮຽນ ຫຼື ມີ​ສ່ວນ​ຮ່ວມ​ໃນ​ການ​ເລືອກ ​ແລະ ​ເລີ່​ມຕົ້ນ​ການ​ຮຽນຮູ້​ດ້ວຍ​ຕົນ​ເອງ​ໃນ​ການ​ສຶກສາ​ຄົ້ນຄວ້າ​ປະດິດ​ຄິດ​ຄົ້ນ​ປະຕິບັດ ຫຼື ​ເຮັດ​ກິດຈະກຳ​ຮຽນຮູ້ ​ແລະ ປະ​ເມີນ​ຜົນ​ການ​ຮຽນຮູ້​ດ້ວຍ​ຕົນ​ເອງ. ການ​ຮຽນຮູ້​ຈະ​ປະສົບ​ຜົນສຳ​ເລັດ​ຫາກ​ຜູ້​ຮຽນມີ​ສ່ວນ​ຮ່ວມ​ໃນ​ການ​ປະຕິບັດ​ກິດຈະກຳ​ການ​ສອນ ສຳພັນທະ​ພາບ​ທີ່​ດີ​ລະຫວ່າງ​ຜູ້​ຮຽນຈະ​ເຮັດ​ໃຫ້​ເກີດ​ຄວາມ​ຈະ​ເລີ​ນງອກ​ງາມ ​ແລະ ຊ່ວຍ​ສົ່ງ​ເສີມ​ການ​ແລກປ່ຽນຄວາມ​ຮູ້​ເຊິ່ງກັນ ​ແລະ ກັນ. ຄູ​ຄື​ຜູ້ອຳນວຍ​ຄວາມ​ສະດວກ ​ແລະ ​ເປັນ​ແຫຼ່ງຄວາມ​ຮູ້, ​ເປັນ​ຜູ້ຄວບ​ຄຸມ​ແນະນຳ ​ແລະ ​ໂອກາດ​ມອງ​ເຫັນ​ຄວາມ​ສາມາດ​ຂອງ​ຕົນ​ເອງ​ ມີ​ຄວາມໝັ້ນ​ໃຈ​ຕໍ່ຕົນ​ເອງ, ຄວບ​ຄຸມ​ຕົນ​ເອງຕະຫຼອດຈົນ​ປັບ​ປ່ຽນພຶດຕິ​ກຳ​ຂອງ​ຕົນ​ເອງ​ໃຫ້​ມີ​ຄວາມ​ສອດຄ່ອງ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ທັງ​ມີ​ສ່ວນ​ຮ່ວມ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ທັງ​ມີ​ສ່ວນ​ຮ່ວມ​ກັບ​ເຫດການຫຼາຍຂຶ້ນ ”.

ໂຮງຮຽນມັດທະຍົມ​ສົມບູນ​ເມືອງ​ສະ​ໝ້ວຍ​​ໄດ້​ເຮັດ​ການ​ບໍລິການ​ທາງ​ດ້ານ​ການ​ສຶກສາ​ຮໍ່າຮຽນຂອງ​ໂຮງຮຽນທີ່​ຂຶ້ນ​ກັບ​ສຶກສາ​ທິການ​ເມືອງ​ສະ​ໝ້ວຍ. ອີກ​ຢ່າງໜຶ່ງອຸປະກອນ​ຮັບ​ໃຊ້​ໃນ​ການ​ຮຽນ-ການ​ສອນບໍ່ພຽງພໍ ສະ​ນັ້ນ ຈິ່ງ​ເຮັດ​ໃຫ້ການ​ຈັດການ​ຮຽນ-ການ​ສອນ​ຂອງ​ຄູ ​ແລະ ນັກຮຽນມີ​ຄວາມ​ຫຍຸ້ງຍາກ ​ແລະ ບໍ່ມີ​ບັນຍາກາດ, ນັກຮຽນມີ​ຄວາມ​ສົນ​ໃຈ​ຕໍ່ບົດຮຽນໜ້ອຍ.

​ໃນ​ໄລຍະ​ລົງ​ສັງ​ເກດ​ການ​ສອນ​ຂອງ​ຄູປະ​ຈໍາ​ວິຊາ​ຄະນິດສາດ​ໃນ​ຫ້ອງ ມ2 ສິ່ງ​ທີ່​ພົບ​ເຫັນ​ແມ່ນ​ນັກຮຽນລໍຖ້າ​ແຕ່​ກ່າຍ​ເອົາ​ບົດຮຽນຈາກ​ກະດານ, ຂາດ​ຄວາມ​ສາມາດ​ໃນ​ການ​ອອກ​ມາ​ແກ້​ເລກ​ຢູ່​ກະດານ ຂີ້​ອາຍ ​ແລະຫົວຂວັນ​ກັນ​ໃນ​ເວລາ​ຕອບ​ຄຳຖາມ​ບໍ່ຖືກ, ສິ່ງ​ທີ່​ພົບ​ຈາກ​ການ​ລາຍ​ງານ​ຂອງ​ຄູປະຈຳ​ວິຊາ​ຄະນິດສາດ ​ແລະຄູປະຈຳຫ້ອງມ2 ​ໄດ້​ຮູ້​ຕື່ມ​ອີກ​ວ່າ: ສະພາບ​ການ​ຮຽນ​ໃນ​ຫ້ອງ​ນີ້​​ແມ່ນບໍ່ມີ​ຄວາມ​ກະຕືລື​ລົ້ນ​ຕໍ່ການ​ຮຽນ, ນັກຮຽນ​ແກ້​ເລກ​ບໍ່​ໄດ້ ​ໂດຍ​ສະ​ເພາະ​ແມ່ນ​ການ​ແກ້​ເລກ​ກ່ຽວກັບວິທີ​ນໍາ​ໃຊ້​ຄຸນ​ລັກສະນະ​ຂອງ​ເອກະ​ຜົນຄວນ​ຈື່​ເຂົ້າ​ໃນ​ການ​ແກ້​ເລກ ​ແລະການ​ແກ້​ສົ​ມຜົນ​ ດັ່ງ​ນັ້ນ​ຜູ້​ວິ​ໄຈ​ພ້ອມ​ດ້ວຍ​ຄູ່​ຮ່ວມ​ງານ​ຈິ່ງ​ມີ​ຄວາມ​ສົນ​ໃຈ​ເລືອກ​ເອົາ​ບັນຫາ​ນັກຮຽນ​ແກ້​ສົມ​ຜົນ​ບໍ່​ໄດ້​ມາ​ສຶກສາ​ແລະ ​ໄດ້​ກຳນົດ​ຫົວ​ຂໍ້​ຂອງ​ການ​ວິ​ໄຈ​ດັ່ງ​ນີ້: ປັບປຸງການ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ​ສຳລັບ​ນັກຮຽນມັດທະຍົມ​ສົມບູນ​ປີ​ທີ2 ​ແລະ​ໄດ້​ກຳນົດ​ຈຸດປະສົງ​ຂອງ​ການ​ວິ​ໄຈ​ດັ່ງ​ນີ້:

1.2 ຈຸດປະສົງ​

-  ເພື່ອ​ປັບປຸງ​ວິທີ​ການ​ສອນ​ຂອງ​ຄູ​ໃຫ້​ພັດທະນາ​ໄປ​ສູ່​ຄຸ​ນະພາ​ບ

-  ເພື່ອ​ໃຫ້​ນັກຮຽນສາມາດ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ​ໄດ້

-  ເພື່ອສ້າງ​ໃຫ້​ນັກຮຽນມີ​ຄວາມ​ສົນ​ໃຈ ​ແລະ ກະຕືລື​ລົ້ນ​ໃນ​ການ​ຮຽນ

  II.  ວິທີ​ການ​ດຳ​ເນີນ​ການ​ວິ​ໄຈ

2.1 ສຶກສາ​ສະພາບ​ບັນຫາ

​ໃນການດຳເນີນການວິໄຈທີມງານຂ້າພະເຈົ້າໄດ້ສົນທະນາກັບເພື່ອນສອບຖາມນຳຜູ້ອຳນວຍການ, ຄູປະຈຳຫ້ອງ ແລະ ຄູປະຈຳລາຍວິຊາ ພວກທີມງານຂ້າພະເຈົ້າໄດ້ເຂົ້າຮ່ວມໂມງສອນນຳຄູເກົ່າດັ່ງນີ້:

{ຄັ້ງທີ 1

ວັນ​ທີ10 / 3 / 2013 ບົດ​ທີ21  ສົມ​ຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບ​ໄດ້​ສັງ​ເກດ​ເຫັນ​ວ່າ​ຄູ​ມີ​ສື່​ການ​ສອນ​ແລະກິດຈະກຳ​ບໍ່ຫຼາກຫຼາຍ. ຄູ​ຍົກ​ຕົວຢ່າງ​ໃຫ້ນັກຮຽນ​ເບິ່ງ​ແລ້ວ​ມອບ​ກິດຈະ​ກຳທີ່​ມີ​ຢູ່​ປຶ້ມ​ແບບຮຽນບໍ່ມີ​ການ​ເພີ່ມ​ເຕີມ​ບົດ​ເລກ. ຄູ​ໄດ້​ທວນ​ຄືນ​ບົດຮຽນ​ເກົ່າ​ວ່າ: ຈົ່ງ​ແກ້​ສົມ​ຜົນ​ລຸ່ມ​ນີ້​:

1. 

2. 

ນັກຮຽນສ່ວນຫຼາຍບໍ່ມີ​ການ​ຄົ້ນຄວ້າ​ສົນທະນາຫຼັງຈາກ​ນັ້ນ​ຄູກໍ່ຂຽນບົດຮຽນ​ໃໝ່​ໃສ່​ກະດານນຳພາ​ນັກຮຽນ​ເຂົ້າ​ສູ່​ບົດຮຽນ​ແລະກິດຈະກຳ​ຕ່າງໆດ້ວຍ​ການ​ຂຽນ​ໃສ່​ກະດານຄູ​ມອບ​ກິດຈະກຳ, ວິທີ​ການ​ແກ້​ແລະ​ໃຫ້​ນັກຮຽນປະຕິບັດ​ຕາມ​ການ​ແນະນຳຜ່ານ​ການ​ສອນ​ສັງ​ເກດ​ເຫັນ​ວ່າການ​ຮຽນບໍ່ຄ່ອຍ​ມີ​ບັນຍາກາດ, ນັກຮຽນຈໍານວນໜຶ່ງບໍ່ສົນ​ໃຈ​ໃນ​ການ​ຄົ້ນຄວ້າ, ນັ່ງ​ເສີຍມີ​ຄວາມ​ສາມາດໜ້ອຍ​ໃນ​ການ​ລາຍ​ງານ​ຜົນ​ການ​ຄົ້ນຄວ້າ, ບໍ່ຕອບ​ຄຳ​ຖາມ​ຄູຍ້ອນ​ແກ້​ບົດ​ເລກ​ບໍ່​ໄດ້​ດີ​

{ຄັ້ງທີ 2

ວັນ​ທີ 13 / 3 / 2013 ສັງ​ເກດ​ການ​ສອນວິຊາ​ຄະນິດສາດບົດ​ທີ21 (ຕໍ່)  ສົມ​ຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບຄັ້ງ​ນີ້​ຄູ​ໄດ້​ກະກຽມບົດ​ສອນ​ແຕ່​ການ​ສອນ​ຍັງ​​ເບິ່ງ​ປຶ້ມ​ແບບຮຽນ​ແລະຄູ່​ມື​ຄູ. ຄູ​ໄດ້​ດຳ​ເນີນ​ການ​ສອນ​ດ້ວຍ​ການ​ທວນຄືນ​ບົດຮຽນ​ເກົ່າ​ວ່າ: ຈົ່ງ​ແກ້​ສົມ​ຜົນ​ລຸ່ມ​ນີ້:

​ໃນ​ການ​ສອນ​ບົດ​ໃໝ່ກໍ່ບໍ່ຕ່າງ​ຫຍັງ​ກັບ​ຄັ້ງ​ທີ 1 ພົບ​ວ່າ: ນັກຮຽນຈຳນວນຫຼາຍມີ​ຄວາມ​ຕັ້ງໜ້າປະກອບສ່ວນ​ໃນ​ການ​ຮຽນ, ມີ​ຄວາມ​ເປັນ​ກັນ​ເອງ​ນັກຮຽນມີ​ການ​ສົນທະນາຮ່ວມ​ກັນ​ແຕ່​ມີ​ນັກຮຽນຈຳນວນ 2 ຄົນ​ວົນ​ແຊວ, ບໍ່ຟັງ​ຄູ​ອະທິບາຍ​ບົດ​ຮຽນ, ຕອບ​ຄຳ​ຖາມ​ຄູບໍ່​ໄດ້, ​ແກ້​ເລກ​ບໍ່​ໄດ້​ດີ​ແລະບາງຄັ້ງ​​ເວລາ​ຄູ​ເອີ້ນ​ອອກ​ແກ້​ເລກ​ຢູ່​ກະດານກໍ່ບໍ່ອອກ​ມາ​ແກ້.

ຈາ​ກການ​ສຳພາດ​ຄູ​ສອນ​ວິຊາ​ຄະນິດສາດ​ໃນການ​ສອນ​ບົດ​ທີ 21  ສົມ​ຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບ​ຊັ້ນມ2 ​ໃນ​ວັນ​ທີ 14 / 3 / 2013 ທ່ານ​ໄດ້​ໃຫ້​ຄຳ​ເຫັນ​ວ່າ​ຜ່ານ​ຈາກ​ການ​ສອນ​ຕົວ​ຈິງ​ມີ​ບັນຫາ​ທີ່​ຂ້າພະ​ເຈົ້າມີ​ຄວາມ​ກັງວົນ​ໃຈ​ຄື: ນັກຮຽນມີ​ຄວາມ​ເຂົ້າ​ໃຈໜ້ອຍກ່ຽວກັບ​ນິຍາມ​ຂອງ​ສົມ​ຜົນ, ບໍ່ຮູ້​ທີ່​ມາ​ຂອງ​ສົມ​ຜົນ​ແລະຄຸນ​ລັກສະນະ​ຂອງ​ສົມ​ຜົນ, ບໍ່ຮູ້​ວິທີ​ການ​ຍ້າຍ​ຕົວ​ລັບ​ແລະຈຳນວນ​ຈິງ​ຫາ​ຈຳນວນ​ຈິງຫຼືວິທີ​ການ​ແກ້​ສົມ​ຜົນ​ໂດຍ​ສະ​ເພາະ​ແມ່ນ​ນັກຮຽນ 2 ຄົນຍິງ 1 ຄົນສະ​ນັ້ນ​ຄູ​ສອນ​ໄດ້ເຫັນ​ວ່າ: ນັກຮຽນ 2 ຄົນ​ບໍ່ຕັ້ງ​ໃຈຮຽນບໍ່ມັກ​ຄົ້ນຄວ້າ, ບໍ່ຕອບ​ຄຳ​ຖາມ​ແລະເວລາ​ຄູ​ເອີ້ນ​ອອກ​ແກ້ເລກ​ຢູ່​ກະດານກໍ່ບໍ່ອອກ​ແກ້​.

ຈາກ​ການ​ສຳພາດ​ນັກຮຽນ 2 ຄົນ​ໃນ​ວັນ​ທີ 15 / 3 / 2013 ​ໄດ້​ຂໍ້​ມູນ​ວ່າ: ​ການ​ປະຕິ​ບັດ​ກິດຈະກຳ​ຕ່າງໆ​ຈາກ​ຄູແມ່ນ​​ເພິ່ນ​ແນະນຳ​ບາງ​ຈຸດ​ແລະ​ເວລາ​ຮຽນ​ໃນ​ຫ້ອງ​ຄູ​ໄດ້​ຈັດ​ກິດຈະກຳ​ຕ່າງໆຄື: ຈັດ​ເປັນ​ຄູ່, ​ເປັນ​ບຸກຄົນ​ໃນ​ການ​ປະຕິບັດ​ເປັນ​ກຸ່ມ​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​ເພາະວ່າ​ມີ​ແຕ່​ນັກຮຽນ​ເກັ່ງ​ເປັນ​ຜູ້​ປະ​ຕິ​ບັດ​ຍ້ອນ​ວ່າ​ຢ້ານບໍ່ທັນ​ເວລາ​ທີ່​ຄູ​ກຳນົດ​ໄວ້, ບາງ​ເທື່ອ​ກໍ່​ເຮັດ​ຄົນ​ດຽວສ່ວນນັກຮຽນທີ່​ຮຽນອ່ອນ​ນັ່ງ​ເສີຍ, ​ແຕ່​ຄູ​ໃຫ້​ຄະ​ແນນ​ກຸ່ມ​ເທົ່າ​ນັ້ນສຳລັບ​ການ​ສອນ​ຂອງ​ຄູ​ແມ່ນ​ເພິ່ນ​ເຂົ້າ​ໃຈດີ​ແຕ່​ເພິ່ນ​ໃຫ້​ຕົວຢ່າງ​ທີ່​ມີ​ແຕ່​ໃນ​ບົດຮຽນ​ເທົ່າ​ນັ້ນ.

  ສິ່ງ​ທີ່​ໄດ້​ຄົ້ນ​ພົບ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ຜູ້​ວິ​ໄຈ​ຈິ່ງ​ກຳນົດ​ເອົາ​ບັນຫາ​ນັກຮຽນ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ​ບໍ່​ໄດ້​ມາ​ສຶກສາ​ແລະຕັ້ງ​ຫົວ​ຂໍ້​ວິ​ໄຈ​ວ່າ:ປັບປຸງການ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ​ແລະ​ໄດ້​ຕັ້ງ​ຄໍາ​ຖາມ​ວິ​ໄຈ​ວ່າ: ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ນັກຮຽນຫ້ອງມ 2 ຈຳນວນ 2 ຄົນ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ​ໄດ້​?

2.2   ການວາງແຜນ

ຫຼັງຈາກ​ໄດ້​ສຶກສາ​ສະພາບ​ບັນຫາ​ແລະ​ໄດ້​ຫົວ​ຂໍ້​ວິ​ໄຈ​ເປັນ​ທີ່​ຮຽບຮ້ອຍ​ແລ້ວຄູ່ຮ່ວມງານ ແລະຂ້າພະ​ເຈົ້າ​​ຈິ່ງ​ໄດ້​ປຶກສາ​ຫາລື​ກັນ​ວາງ​ແຜນ​ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງ​ນີ້:

ວັນ​ທີ 16 / 3 / 2013 ​ໄດ້​ວາງ​ແຜນ​ດັ່ງ​ນີ້​:

-  ​ແຕ່ງ​ບົດສ​ອນ​ແລະສ້າງ​ແຜນ​ພູມ​ກິດຈະກຳ, ​ແຜນ​ພູມ​ຄໍາ​ຕອບ​ກິດຈະກຳ

-  ສັບ​ປ່ຽນບ່ອນ​ນັ່ງ​ນັກຮຽນກຸ່ມ​ເປົ້າໝາຍມາ​ນັ່ງ​ທາງໜ້ານັ່ງ​ກັບ​ນັກຮຽນ​ເກັ່ງ

-  ສອນ​ເພີ່ມ​ໃຫ້​ນັກຮຽນກຸ່ມ​ເປົ້າໝາຍຈໍານວນ 2 ຄົນ​ໃນ​ເວລາ​ນອກ​ໂມງ​ຮຽນ

-  ປະ​ເມີນ​ຜົນ​ການ​ຮຽນດ້ວຍ​ວິທີ​ການ​ທົດ​ສອບ​ດ້ວຍ​ການ​ຕັ້ງ​ບົດ​ເລກ​ຂຶ້ນ​ກະດານ

2.3  ປະຕິບັດແລະສັງເກດ

ວັນ​ທີ 18 / 3 / 2013 ​ໂດ​ຍ​ແມ່ນຜູ້​ວິ​ໄຈ​ເປັນ​ຜູ້​ສອນ​ວິຊາຄະນິດສາດບົດ​ທີ 21 ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ​ຄູ່​ວິ​ໄຈ​ເຂົ້າ​ຮ່ວມ​ສັງ​ເກດ​ການ​ສອນ​ຄື: ອາຈານ ​ເທືອງ​ເປັນ​ການ​ທົດ​ສອບ​ກຸ່ມ​ເປົ້າໝາຍ​ໂດຍ​ຕັ້ງ​ບົດ​ເລກ​ໃສ່​ກະດານ​ດັ່ງ​ນີ້:

ຈົ່ງ​ແກ້​ສົ​ມຜົນ

  ຄູ​ເອີ້​ນຊື່​ນັກຮຽນກຸ່ມ​ເປົ້າໝາຍອອກ​ມາ​ແກ້​ຢູ່​ກະດານ​ແລະສັງ​ເກດ​ເຫັນ​ວ່າ: ຜົນການ​ແກ້ຍັງ​ບໍ່ຖືກ​ຕ້ອງຕາ​ມຫຼັກການ​ແກ້.

  ​ໃນ​ການ​ສອນ​ຂ້າພະ​ເຈົ້າ​ໄດ້​ນໍາ​ເອົາ​ແຜນການ​ວິ​ໄຈ​ທີ່​ວາງ​ໄວ້​ໄປ​ນຳ​ໃຊ້​ກັບ​ນັກຮຽນດ້ວຍ​ບົດ​ທົດ​ສອບ​ນັກຮຽນກຸ່ມ​ເປົ້າໝາຍ 2 ຄົນຜົນ​ຂອງ​ການ​ທົດ​ສອບ​ເຫັນ​ວ່າ​: ນັກຮຽນກຸ່ມ​ເປົ້າໝາຍ​ແກ້ບໍ່ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ.

  ພາຍຫຼັງທີ່​ໄດ້​ສໍາ​ເລັດ​ການ​ສອນ​ແລະຮ່ວມ​ສັງ​ເກດ​ການ​ສອນ​ເຊັ່ນ: ຄູ​ໄດ້​ເອົາ​ໃຈ​ໃສ່​ຕິດຕາມ​ຊຸກຍູ້​ແລະ​ເຝິກ​ແອບ​ໃຫ້​ນັກຮຽນກ້າ​ຄິດ​ແກ້​ເລກ​ດ້ວຍ​ຕົນ​ເອງ. ຄູ​ໄດ້​ສ້າງ​ຄຳ​ຖາມ​ໃຫ້​ນັກຮຽນກຸ່ມ​ເປົ້າໝາຍ​ໄດ້​ສົນທະນາ​ກັບໝູ່ຄູ່​ເຮັດ​ໃຫ້​ເວລາ​ຮຽນ​ເປັນ​ກັນ​ເອງ​ບໍ່​ໂດດດ່ຽວ​ໃນ​ເວລາ​ຮຽນສິ່ງ​ທີ່​ຄວນ​ປັບປຸງ​ແມ່ນ​ວິທີ​ການ​ສ້າງ​ກິດຈະກຳ​ໃຫ້​ຄຳນຶງ​ເຖິງ​ເວລາໝາຍຄວາມ​ວ່າ​ສ້າງ​ກິດຈະກຳ​ໃຫ້​ເໝາະສົມບໍ່ຫຼາຍ​ເກີນ​ໄປ​ເນັ້ນ​ການ​ແກ້​ສົມ​ຜົນ​ການ​ໃຫ້​ກຳ​ລັງ​ໃຈ​ແກ່​ຜູ້​ຮຽນ​ແລະມີ​ການ​ແນະນຳ​ຢ່າງ​ໃກ້ຊິດ​ກັບ​ນັກຮຽນ​ເປົ້າໝາຍ​ແມ່ນ​ຖື​ວ່າ​ເປັນ​ສິ່ງ​ທີ່​ຂາດ​ບໍ່​ໄດ້.

  ສະ​ນັ້ນວັນ​ທີ  21 / 3 / 2013 ຄູ່​ວິ​ໄຈ​ໄດ້​ເປີດ​ການ​ສອນ​ເພີ່ມ​ໃຫ້​ນັກຮຽນກຸ່ມ​ເປົ້າໝາຍທ້າຍ​ຊົ່ວ​ໂມງ​ທີ 7 ​ໃຊ້​ເວລາ 30 ນາທີສອນ​ກ່ຽວກັບ​ການ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບຜ່ານ​ການ​ສອນ​ສັງ​ເກດ​ເຫັນ​ວ່າ​ຄູ​ໄດ້​ມີ​ການກຽມບົດ​ເລກ​ກ່ຽວກັບ​ການ​ແກ້ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບກ່ອນ​ການ​ສອນ​ຄູ​ໄດ້​ອະທິບາຍ​ແຈ້ງ​ກ່ຽວກັບ​ສົມ​ຜົນ​ແລະການ​ແກ້​ສົມ​ຜົນ​ເພື່ອ​ໃຫ້​ນັກຮຽນກຸ່ມ​ເປົ້າໝາຍ​ເຝິກ​ແກ້​ບົດ​ເລກ​ດ້ວຍ​ຕົນ​ເອງ​ກ່ຽວກັບ​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ.

  ຜ່ານ​ການ​ສອນ​ເພີ່ມ​ເຫັນ​ວ່າ​: ນັກຮຽນກຸ່ມ​ເປົ້າໝາຍມີ​ຄວາມ​ເຂົ້າ​ໃຈ​ກັບ​ສົມ​ຜົນ​ແລະວິທີ​ການ​ແກ້, ສາມາດ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ​ໄດ້.

  ຫຼັງຈາກ​ນັ້ນຄູ​ໄດ້​ເອົາ​ບົດ​ທົດ​ສອບມາ​ທົດ​ສອບ​ກຸ່ມ​ເປົ້າໝາຍ ( ​ໃຊ້​ເວລາ 10 ນາທີ ) ​ແລ້ວ​ເອົາ​ບົດສອບ​ຂອງ​ນັກຮຽນມາກ​ວດ​ເພື່ອ​ປະ​ເມີນ​ຜົນ​ການ​ຮຽນຂອງ​ນັກຮຽນກຸ່ມ​ເປົ້າໝາຍ.

/

ລ/ດ

ຊື່​ແລະນາມສະກຸນ

​ເກນ​ຄະ​ແນນ​ເຕັມ 10

ຄວາມ​ກ້າວໜ້າ

ກ່ອນ​ຮຽນ

ຫຼັງຮຽນ

1

ທ. ​ທອມ

3

7

4

2

ນ. ຕືບ

3

7

4

2.4  ສະທ້ອນຄືນ

ການ​ດຳ​ເນີນ​ການ​ວິ​ໄຈ​ໃນ​ຫົວ​ຂໍ້​ການ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບສຳລັບ​ນັກຮຽນ  ມັດທະຍົມ​ສົມບູນປີ​ທີ 2 ​ເຊິ່ງບັນຫາ​ຂອງ​ການ​ວິ​ໄຈ​ແມ່ນ​ນັກຮຽນ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ​ບໍ່​ໄດ້​ຄູ່​ວິ​ໄຈ​ໄດ້​ຈັດການ​ຮຽນ--ການ​ສອນ​ທີ່​ເນັ້ນ​ຜູ້​ຮຽນ​ເປັນ​ໃຈກາງຄູ​ເປັນ​ຜູ້​ແນະນຳ​ວິທີ​ການ​ເຮັດ​ກິດຈະກຳ​ໃຫ້​ນັກຮຽນມີ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ມີ​ການ​ສົນທະນາ​ແລກປ່ຽນຄວາມ​ຮູ້​ແລະຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ. ສ້າງ​ໃຫ້​ນັກຮຽນ​ໄດ້​ເຝິກ​ແອບ​ແກ້​ເລກ​ດ້ວຍ​ຕົນ​ເອງຜົນ​ຂອງ​ການ​ປະຕິບັດ​ໄດ້​ສະທ້ອນ​ໃຫ້​ເຫັນ​ວ່າ: ຄູ​ສອນ​ໄດ້​ມີ​ການ​ກະກຽມບົດ​ສອນ​ໄວ້​ລ່ວງໜ້າ​ເປັນ​ຢ່າງ​ດີການ​ດຳ​ເນີນ​ການ​ສິດສອນ​ຂອງ​ຄູ​​ແມ່ນ​ໄປ​ຕາມ​ຂັ້ນ​ຕອນ​ຂອງ​ການ​ສອນ​ແລະຖື​ເອົາ​ຜູ້​ຮຽນ​ເປັນ​ໃຈກາງ​ເຊັ່ນ: ຕັ້ງ​ບົດ​ເລກ​ໃຫ້​ນັກຮຽນ​ແກ້, ນັກຮຽນ​ໄດ້​ຄົ້ນຄວ້າ​ເປັນ​ກຸ່ມ​ມີ​ການ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ, ນັກຮຽນສ່ວນຫຼາຍມີ​ຄວາມ​ຕັ້ງ​ໃຈຮຽນ, ຄູ​ໄດ້​ມີ​ການສະຫຼຸບປະ​ເມີນ​ຜົນ. ຄູ​ນໍາ​ໃຊ້​ກິດຈະກຳ​ສອດ​ຄ່ອງ​ຕາມ​ແຜນ​ທີ່​ວາງ​ໄວ້. ການ​ສ້າງ​ຄຳ​ຖາມ​ແລະບົດ​ເລກ​ມີ​ເນື້ອ​ໃນ​ເໝາະສົມ​ກັບ​ເນື້ອ​ໃນ​ບົດຮຽນ​ແລະມີ​ການ​ສັບ​ປ່ຽນບ່ອນ​ນັ່ງ​ນັກຮຽນກຸ່ມ​ເປົ້າໝາຍ, ຄູ​ໃຫ້​ນັກຮຽນ​ເກັ່ງ​ຊ່ວຍ​ເຫຼືອນັກຮຽນກຸ່ມ​ເປົ້າ  ໝາຍ​ແລະ​ຄູ​ໄດ້​ຈັດການ​ສອນ​ເພີ່ມ​ໃຫ້​ນັກຮຽນກຸ່ມ​ເປົ້າໝາຍ​ເຮັດ​ໃຫ້​ນັກຮຽນກຸ່ມ​ເປົ້າໝາຍມີ​ການ​ພັດທະນາ​ການ​ໃນ​ການ​ແກ້​ສົມ​ຜົນ​ແລະຮຽນຮູ້​ວິທີ​ການ​ແກ້​ສົມ​ຜົນ​ໄດ້​ດີ​ຂຶ້ນ​ກວ່າ​ເກົ່າ. ​ເຊິ່ງມັນສະ​ແດງ​ອອກ​ໃນ​ການ​ທົດ​ສອບ​ຜົນ​ການ​ຮຽນ​ເຫັນ​ວ່າ​ນັກຮຽນກຸ່ມ​ເປົ້າໝາຍ 2 ຄົນ​ສາມາດ​ແກ້​ເລກ​ດ້ວຍຕົນ​ເອງ​ຜົນ​ການ​ທົດ​ສອບ​ແມ່ນ​ໄດ້​ຮັບ​ຄຳ​ຕອບ​ທີ່​ດີ​​ແລະຖືກຕ້ອງ.

  III.  ສະຫຼຸບ

ຜ່ານ​ຈາ​ກການ​ວິ​ໄຈ​ໃນ​ຫົວ​ຂໍ້: ປັບປຸງການ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ​ສໍາລັບ​ນັກຮຽນມັດທະຍົມ​ສົມບູນປີ​ທີ 2 ຕະຫຼອດ​ໄລຍະ​ເກັບ​ກຳ​ຂໍ້​ມູນສຶກສາ​ສະພາບ​ບັນຫາ​ດ້ານ​ການ​ຮຽນ--ການ​ສອນ​ຢູ່​ໂຮງຮຽນມັດທະຍົມ​ສົມບູນສະໝ້ວຍນັກຮຽນມີ​ການ​ປະກອບສ່ວນ​ໃນ​ການ​ແກ້​ບັນຫາ​ການ​ຮຽນຂອງ​ນັກຮຽນຫ້ອງມ2 ​ໂດຍ​ສະ​ເພາະ​ແມ່ນ​ການ​ສອນ​ໃຫ້​ນັກຮຽນຮູ້ຈັກ​ວິ​ທີ​​ແກ້​ເລກ ( ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ )

ຈາ​ກການ​ນຳ​ໃຊ້​​ແນວ​ຄິດ​ທິດ​ສະ​ດີ​ຕ່າງໆ​ເຂົ້າ​ມາ​ປະກອບ​ໃນ​ການ​ຈັດ​ກິດຈະກຳ​ການ​ຮຽນ-ການ​ສອນ​ໂດຍ​ສະ​ເພາະ​ທິດ​ສະ​ດີ​ກ່ຽວກັບ​ການ​ຮຽນ​ແບບ​ເອົາ​ນັກຮຽນ​ເປັນ​ໃຈກາງ​ຂອງ​ທ່ານ ສະໜອງ ອິນ​ລະຄອນ ​ໄດ້​ເຮັດ​ໃຫ້ການ​ຮຽນ-ການ​ສອນ​ໄດ້​ບັນລຸ​ຜົນ​ໂດຍ​ດີ ສະ​ນັ້ນ ຂ້າພະ​ເຈົ້າ ຈະ​ເອົາ​ເປັນ​ບົດຮຽນ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ການ​ຈັດການ​ຮຽນ-ການ​ສອນ​ໃນຕໍ່ໜ້າ.

ຜົນ​ການ​ວິ​ໄຈ​ເຫັນ​ວ່າ​ກຸ່ມ​ເປົ້າໝາຍ 2 ຄົນ​ໄດ້​ມີ​ການ​ພັດທະນາ​ການ​​ແກ້​ສົມ​ຜົນ​ດີ​ຂຶ້ນສະ​ແດງ​ອອກ​ນັກຮຽນສາມາດ​ແກ້​ສົມ​ຜົນ​ດ້ວຍຕົນ​ເອງ​ໄດ້​ແລະ​ໄດ້​ຕັ້ງໜ້າ​ໃນ​ການ​ຄົ້ນຄວ້າ​ຮ່ຳຮຽນມີ​ການ​ປະກອບສ່ວນ​ເວລາ​ເຮັດ​ກິດຈະກຳ​ຮ່ວມໝູ່ນັກຮຽນກ້າ​ຄິດ​ແລະສະ​ແດງ​ອອກ​ໃນ​ເວລາ​ຮຽນນັກ​ຮຽນມີ​ຄວາມ​ພາກພູມ​ໃຈ​ຕໍ່ຕົນ​ເອງ​ປະຕິບັດ​ໄດ້.

IV.  ຂໍ້ສະເໜີແນະ

4.1 ຂໍ້ສະເໜີແນະຜົນການວິໄຈ

ໃນ​ການ​ດຳ​ເນີນ​ການ​ຮຽນ--ການ​ສອນ​ຄູ​ຄວນ​ເນັ້ນໜັກ​ໃສ່​ກຸ່ມ​ເປົ້າໝາຍ​ເຊັ່ນ: ຄູ​ຄວນ​ໃຫ້​ຄວາມ​ໃກ້ຊິດ​ຕິດຕາມ​ແລະຊ່ວຍ​ເຫຼືອ​ໃນ​ເວລາ​ຮຽນ, ຄູ​ແກ້​ເປັນ​ຕົວຢ່າງ​ໃຫ້​ນັກຮຽນ​ເບິ່ງ, ຄູ​ຄວນ​ຄວບ​ຄຸມ​ຫ້ອງ​ໃນ​ເວລາ​ຮຽນ.

4.2​ ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ

ສະ​ເໜີ​ໃຫ້​ຄູປະຈຳ​ວິຊາ​ເຮັດ​ການ​ວິ​ໄຈ​ໃນ​ຫົວ​ຂໍ້: ການ​ນຳ​ໃຊ້​ຄຸນ​ລັກ​ສະ​ນະ​ຂອງ​ສະ​​​ໝີຜົນຄວນ​ຈື່​ເຂົ້າ​ໃນ​ການ​ແກ້​ເລກ.

  V.  ເອກະສານອ້າງອີງ

  ປຶ້ມ​ແບບຮຽນວິຊາ​ຄະນິດສາດຫ້ອງມ2

  ປຶ້ມ​ແບບຮຽນວິ​ໄຈ​ພາກ​ປະຕິບັດ

VI.  ຫຼັກຖານປະກອບ

  ບົດສອນ​

  ແຜນການ​ດຳ​ເນີນ​ການ​ວິ​ໄຈ

  ບັນທຶກ​ປະຈຳ​ວັນ

  ບົດ​ສຳພາດຄູ

  ບົດ​ສຳພາດ​ນັກຮຽນ

  ແບບ​ສຳພາດ​ການ​ສອນ

  ໂຄງການ​ວິ​ໄຈ

ແຜນການດໍາເນີນການວິໄຈ

/ /

ເວລາ

ກິດຈະກໍາທີ່ປະຕິບັດ

ຜູ້ເຂົ້າຮ່ວມ

ສະຖານທີ່

ສຶກສາສະພາບບັນຫາ

1/2/2013

2:00-3:00

ປຶກສາ​ຫາລື​ກັບ​ຄູປະ​ຈໍາ​ວິຊາ ຄະນິດສາດ ​ເພື່ອ​ສຶກສາ​ສະພາບ​ບັນຫາ

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

2/3/2013

7:30-8:20

ສັງ​ເກດ​ການ​ສອນ​ຂອງ ອ.ຈ ປະ​ຈໍ​າວິຊາ ຄະນິດ

ສາດ ​ແລະ ສໍາພາດ​ຄູປະ

ຈໍາວິຊາ

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງ ມ2

7/3/2013

1:00-2:00

ສໍາພາດ​ນັກຮຽນ ​ແລະ ຕັ້ງ​ຄໍາ​ຖາມ​ວິ​ໄຈ

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

ການວາງແຜນ

8/3/2013

7:30-8:20

ຮ່ວມກັບ​ຄູປຈໍາ​ວິຊາ​ຄະ

ນິດສາດ​ເພື່ອ​ວາງ​ແຜນ​ແກ້​ໄຂ​ບັນຫາ

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

ປະຕິບັດ ແລະ ສັງເກດ

  9/4/2013

8:30-9:20

ຂ້າພະ​ເຈົ້າ​ເປັນ​ຜູ້​ຂຶ້ນ​ຫ້ອງ​ສອນ ​ແລະ ປະຕິບັດ​ຕາມ​ແຜນ​ທີ່​ວາງ​ໄວ້

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງ ມ2

ສະທ້ອນຄືນ

16/4/2013

1:00  -200

ຂ້າພະ​ເຈົ້າ​ຮ່ວມ​ກັບ​ຄູ່​ຮ່ວມ​ງານ​ປຶກສາ​ຫາລື​ຜົນ​ຂອງ​ການ​ປະຕິບັດ​ແຜນ ​ແລະ ຂຽນສິງ​ທີ່​ສະທ້ອນ​ໃຫ້​ເຫັນ​

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

ສະຫຼຸບ

17/4/2013

7:30-8:20

ຂ້າພະ​ເຈົ້າ​ພ້ອມ​ດ້ວຍ​ຄູ່​ຮ່ວມ​ງານ​ໄດ້​ສະຫຼຸບຄືນຜົນ​ຂອງ​ການ​ເຮັດ​ການ​ວິ​ໄຈ​ພາກ​ປະຕິບັດ

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

18/4/2013

1:00-2:00

ລວບ​ລວມຂໍ້​ມູນ​ເພື່ອ​ຂຽນ

ບົດ​ລາຍ​ງານ​​ວິ​ໄຈພາກ​ປະຕິບັດ

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

ບັນທຶກປະຈໍາວັນ

/ /

ເວລາ

ກິດຈະກໍາທີ່ປະຕິບັດ

ຜູ້ເຂົ້າຮ່ວມ

ສະຖານທີ່

ສຶກສາສະພາບບັນຫາ

1/3/2013

2:00-3:00

ປຶກສາ​ຫາລື​ກັບ​ຄູປະ​ຈໍາ​ວິຊາ ຄະນິດສາດ ​ເພື່ອ​ສຶກສາ​ສະພາບ​ບັນຫາດັ່ງ​ນີ້: ໃນ​ໂຮງຮຽນບໍ່ມີ​ຫ້ອງ​ທົດ​ລອງ, ຂາດ​ອຸປະກອນ​ຮັບ​ໃຊ້​ໄດ້​ແກ່​ປຶ້ມ​ແບບຮຽນບາງ​ວິຊາ, ບັນທັດ​ແຕ່​ລະ​ຊະນິດ​ບໍ່ພຽງພໍ, ຄູ​ຂາດ​ການ​ຜະລິດອຸປະກອນ​ທີ່​ແທດ​ເໝາະກັບ​ເນື້ອ​ໃນ​ບົດຮຽນກ່ອນ​ຂຶ້ນ​ສອນ, ນັກຮຽນບາງ​ຄົນ​ບໍ່ສົນ​ໃຈຮຽນວິຊາ​ຄະນິດສາດ, ນັກຮຽນບໍ່ຕອບ​ຄໍາ​ຖາມ​ຂອງ​ຄູ, ຜູ້​ຮຽນບໍ່ມີ​ຄວາມ​ສົນ​ໃຈ​ຕໍ່ກັບ​ການ​ສອນ​ຂອງ​ຄູ

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

2/3/2013

7:30-8:20

ສັງ​ເກດ​ການ​ສອນ​ຂອງ ອ.ຈ ປະ​ຈໍ​າວິຊາ ຄະນິດ

ສາດ ​ແລະ ສໍາພາດ​ຄູປະ

ຈໍາວິຊາ​ໄດ້​ຂໍ້​ມູນ​ດັ່ງ​ນີ້: ​ເວລາ​ຄູ​ຂຶ້ນ​ຫ້ອງ​ສິດສອນ​ວິຊາ​ຄະນິດສາດ​ຢູ້ຫ້ອງ​ມ2ມີນັກຮຽນຫ້ອງ ມ2ຈຳນວນ 2 ຄົນ​ບໍ່ຕອບ​ຄໍາ​ຖາມ​ຂອງ​ຄູ, ​ເວລາ​ຄູ​ຖາມ​ຜູ້ກ່ຽວກໍ່ບໍ່ຕອບ​ນັ່ງ​​ເສີຍ​ຢູ່​ລ້າໆ.

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງ ມ2

7/3/2013

1:00-2:00

ສໍາພາດ​ນັກຮຽນ ​ແລະ ຕັ້ງ​ຄໍາ​ຖາມ​ວິ​ໄຈດັ່ງ​ນີ້: ໃນ​ເວລາ​ຄູ​ສອນ​ຄູ​ມັກ​ເວົ້າຫຼາຍ​ໂພດ​ບໍ່​ໄດ້​ສະຫຼຸບປະ​ເດັນ​ສຳຄັນ​ຂອງ​ບົດຮຽນ​ໃຫ້​ນັກຮຽນຟັງ, ຄໍາ​ຖາມ​ທີ່​ຄູ​ໃຊ້​ຖາມ​ມີ​ລັກສະນະ​ຍາວ, ຄໍາ​ຖາມ​ບໍ່ຕົງ​ປະ​ເດັນນວົ້າຫຼາຍ​ໂພດ​ບໍ່​ໄດ້​ເນັ້ນໜັກ, ສະຫຼຸບປະ​ເດັນ​ສຳຄັນ​ຂອງ​ບົດຮຽນ​ໃຫ້​ນັກຮຽນຟັງ, ຄໍາ​ຖາມ​ທີ່​ຄູ​ໃຊ້​ຖາມ​ມີ​ລ​​ເຮັດ​ໃຫ້​ນັກຮຽນບໍ່ຮູ້​ຫາ​ຄໍາ​ຕອບ, ສະ​ນັ້ນ​ຈິ່ງ​ເຮັດ​ໃຫ້​ນັກຮຽນຈຳນວນ 2 ຄົນ​ບໍ່ຕອບ​ຄຳ​ຖາມ​ຂອງ​ຄູ.

{ຄໍາຖາມວິໄຈ

  ຂ້າພະ​ເຈົ້າ​ຈະ​ເຮັດ​ແນວ​ໃດ ? ​ໃຫ້​ນັກຮຽນຫ້ອງ ມ2ຈໍານວນ 2 ຄົນ​ສາມາດ​ຕອບ​ຄໍາ​ຖາມ​ຂອງ​ຄູ​ໄດ້.

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

ການວາງແຜນ

8/3/2013

7:30-8:20

ຮ່ວມກັບ​ຄູປຈໍາ​ວິຊາ​ຄະ

ນິດສາດວາງ​ແຜນ​ແກ້​ໄຂ​ບັນຫາດັ່ງ​ນີ້:

-  ແຕ່ງ​ບົດ​ສອນ

-  ສ້າງ​ຄໍາ​ຖາມ​ທີ່ຈະ​ຖາມ​ນັກຮຽນ

-  ​ສອນ​ແບບ​ເປັນ​ກຸ່ມ​ເພື່ອ​ໃຫ້​ນັກຮຽນ​ໄດ້​ຊ່ວຍ​ເຫຼືອກັນ​ໃຫ້​ຄວາມ​ຄິດ​ເຫັນ​ໃນ​ການ​ຕອບ​ຄໍາ​ຖາມ

-  ​ເອົາ​ໃຈ​ໃສ່​ແນະນໍາ, ຊ່ວຍ​ເຫຼືອນັກຮຽນ​ໃນ​ການ​ແກ້​ໄຂ​ບັນຫາ​ຢ່າງ​ທົ່ວ​ເຖິງ​ໂດຍ​ສະ​ເພາະ​ນັກຮຽນກຸ່ມ​ເປົ້າໝາຍ

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

ປະຕິບັດ ແລະ ສັງເກດ

  9/4/2013

8:30-9:20

ຂ້າພະ​ເຈົ້າ​ເປັນ​ຜູ້​ຂຶ້ນ​ຫ້ອງ​ສອນ ​ແລະ ປະຕິບັດ​ຕາມ​ແຜນ​ທີ່​ວາງ​ໄວ້ຜົນ​ໄດ້​ຮັບ​ຈາກ​ການ​ປະຕິບັດ​ແຜນດັ່ງ​ນີ້: ຜ່ານ​ການ​ປະຕິບັດ​ຕາມ​ແຜນ​ໃນ​ຄັ້ງ​ນີ້ ສັງ​ເກດ​ເຫັນ​ວ່າ​ນັກຮຽນກຸ່ມ​ເປົ້າໝາຍຈຳນວນ 2 ຄົນ​ສາມາດ​ປ່ຽນ​ແປງ​ພຶດຕິ​ກຳ​ດີ​ຂຶ້ນ​ຄື ນັກຮຽນສາມາດ​ຕອບ​ຄຳ​ຖາມ​ຂອງ​ຄູ​ໄດ້​ຢ່າງ​ຖືກຕ້ອງ.

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງ ມ2

ສະທ້ອນຄືນ

16/4/2013

1:00-200

ນັກຮຽນກຸ່ມເປົ້າໝາຍຈໍານວນ 2 ຄົນສາມາດປ່ຽນ

ແປງພຶດຕິກຳດີ​ຂຶ້ນ​ເຊັ່ນ​ວ່າ: ນັກຮຽນສາມາດ​ຕອບ​ຄໍາ​ຖາມ​ຂອງ​ຄູ​ໄດ້​  ຢ່າ​ງຖືກຕ້ອງ.

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

ສະຫຼຸບ

17/4/2013

7:30-8:20

ການ​ເຮັດ​ການ​ວິ​ໄຈ​ໄດ້​ດຳ​ເນີນ​ມາ​ແຕ່​ວັນ​ທີ 1 / 3 / 2013ຮອດ​ວັນ​ທີ 6 / 4 / 2013ການ​ປະຕິ​ບັດ​ການ​ວິ​ໄຈ​ແມ່ນ​ໄດ້​ດຳ​ເນີນ​ຕາມ​ບາດກ້າວ ​ແລະ ຂັ້ນ​ຕອນ​ດັ່ງ​ນີ້: ສຶກສາ​ສະພາບ​ບັນຫາ, ການວາງ​ແຜນ, ປະຕິບັດ ​ແລະ ສັງ​ເກດ, ການ​ສະທ້ອນ​ຄືນ. ຜົນ​ຂອງ​ການ​ເຮັດ​ການ​ວິ​ໄຈ​ເຫັນ​ວ່າ ນັກຮຽນ​ໃນ​ກຸ່ມ​ເປົ້າໝາຍຈຳນວນ 2ຄົນ ​ໄດ້​ມີ​ການ​ປ່ຽນ​ແປງ​ພຶດຕິ​ກຳດີ​ຂຶ້ນ,

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

18/4/2013

1:00-2:00

ລວບ​ລວມຂໍ້​ມູນ​ເພື່ອ​ຂຽນ

ບົດ​ລາຍ​ງານ​​ວິ​ໄຈພາກ​ປະຕິບັດ

ອ.ຈ  ງອມ

ອ.ຈ ກັນ​ຕະນາ

ຫ້ອງການ

ແບບສຳພາດ

(​ແບບສຳພາດສຳລັບຄູສອນວິຊາ: ຄະນິດສາດ)

I.  ຂໍ້​ມູນ​ສ່ວນ​ຕົວ

1.  ​ເພດຊາຍ

2.  ອາຍຸ 26  ປີ

3.  ປະສົບ​ການ​ການ​ສອນ  3  ປີ

4.  ໝ້າທີ່​ຮັບຜິດຊອບ​ປະ​ຈຸ​ບັນຄູ​ສອນ

5.  ວິຊາ​ສອນວິຊາ:​ ຄະນິດສາດປີ​ທີ 2

II.  ຂໍ້​ມູນ​ດ້ານ​ວິຊາ​ການ

1.  ທ່ານ​ໄດ້​ວາງ​ແຜນການ​ສອນ​ບໍ່?

ໄດ້ວາງ

2.  ກ່ອນ​ການ​ສອນ​ແຕ່​ລະ​ບົດ​ທ່ານ​ໄດ້​ແຕ່ງ​ແຜນການ​ສອນບໍ່?​ 

  ກ່ອນສອນແຕ່ລະບົດໄດ້ແຕ່ງບົດສອນກ່ອນ

3.  ໃນ​ການກຽມການ​ສອນ​ທ່ານ​ໄດ້​ມີ​ການ​ກະກຽ​ມ​ແນວ​ໃດ ?

ໄດ້ກຽມບົດສອນ, ອຸປະກອນສອນໃສ່ປະກອບການສອນ

4.  ສິ່ງ​ໃດ​ທີ່​ທ່ານ​ຄິດ​ວ່າ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ເວລາ​ກະກຽມການ​ສອນ ?

ສິ່ງທີ່ພົບຄວາມຫຍຸ້ງຍາກໃນເວລາການກະກຽມການສອນ   ຍັງຂາດອຸປະກອນໃນການເຮັດສື່ການສອນ.

5.  ຜ່ານມາ​ທ່ານ​ໄດ້​ຮັບ​ການ​ເຝິກອົບຮົມ​ວິທີ​ສິດສອນ​ແນວ​ໃດ​ແດ່ ?  ບໍ່ໄດ້ເຝິກອົບຮົມວິທີສິດສອນ

6.  ທ່ານໄດ້ນຳເອົາວິທີສິດສອນທີ່ໄດ້ຮັບຈາກການເຝິກອົບຮົມມາໃຊ້ ເຂົ້າໃນການສິດສອນບໍ່ ? ໃຊ້ແນວໃດ ?

ບໍ່

7.  ວິທີສິດສອນແບບໃດທີ່ທ່ານມີຄວາມເຂົ້າໃຈ ແລະ ນຳໃຊ້ຫຼາຍກວ່າໝູ່? ຍ້ອນຫຍັງ?

  ແບບເອົາຄູເປັນໃຈກາງ ຍ້ອນວ່າເຮົາຈະເນັ້ນກິດຈະກຳພາ

  ນັກຮຽນເຮັດພາຍໃຕ້ການຊີ້ນຳຂອງຄູ

8.  ທ່ານ​ດຳ​ເນີນ​ການ​ສອນ​ດ້ວຍການ​ເນັ້ນ​ທິດ​ສະ​ດີ ຫຼື ​ການ​ເ​ຝິກປະຕິ​ບັດ?

ການເຝິກປະຕິບັດ

9.  ​ແຕ່​ລະ​ບົດ​ທ່ານ​ໄດ້​ຜະລິດ​ສື່​ການ​ສອນບໍ່?ມີຄວາມ​ຫຍຸ້ງຍາກ​ແນວ​ໃດ?

  ບໍ່ໄດ້ຜະລິດສື່ການສອນ

10.ທ່ານ​ໄດ້​ເລືອກ​ສື່​ການ​ສອນ​ອັນ​ໃດ​ຫຼາຍ​ກວ່າໝູ່ ? ​ເປັນ​ຫຍັັງຈຶ່ງ​ເລືອກ​ໃຊ້​ສິ່ງ​ນັ້ນ 

  ແຜ່ນພູມເຈ້ຍຄໍາຕອບ  ຍ້ອນວ່າ ບໍ່ເສຍເວລາຫຼາຍໃນການສອນ

11.ທ່ານ​ມີ​ຄວາມ​ເປັນ​ກັນ​ເອງ​ກັບ​ນັກຮຽນບໍ່ ? ​ເປັນ​ແນວ​​ໃດ ?

ເປັນກັນເອງເຊັ່ນ: ສົນທະນາແລກປ່ຽນບົດຮຽນຍາມເລີກຫຼິ້ນ

12.ທ່ານ​ເຄີຍ​ໃຫ້​ກຳລັງ​ໃຈ​ແກ່​ນັກຮຽນບໍ່ ? ​ໃຫ້​ດ້ວຍວິທີ​ໃດ ?

ເຄີຍຊ່ວຍເຫຼືອນັກຮຽນທີ່ອ່ອນ, ໃຫ້ຄໍາຍ້ອງຍໍຊົມເຊີຍ

13.ທ່ານ​ເຄີຍ​ສະໝັບສະໝູນນັກ​ຮຽນ​ເກັ່ງ​ໃຫ້​ຊ່ວຍ​ນັກຮຽນອ່ອນ​ບໍ່? ດ້ວຍ​ວິທີ​ໃດ?

ເຄີຍແນະນຳນັກຮຽນເກັ່ງໃຫ້ຊ່ວຍເຫຼືອນັກຮຽນອ່ອນໃນການອະທິບາຍບົດເລກ

14.​ເວລາ​ທີ່​ທ່ານ​ມອບ​ກິດຈະກຳ​ໃຫ້​ນັກຮຽນ​ເກັ່ງ ​ແລະ ​ນັກຮຽນອ່ອນ​ແນວ​ໃດ ? (ກິດຈະກຳ​ແຕກ​ຕ່າງ​ກັນ ຫຼື ຄື​ກັນ)

 ກິດຈະກໍາຄືກັນ

15.ທ່ານ​ເຄີຍ​ປະ​ເມີນ​ການ​ສອນ​ດ້ວຍ​ວິທີ​ໃດ?​

ເຄີຍປະເມີນດ້ວຍການສັງເກດເຊັ່ນ: ການຕອບຄຳຖາມ, ການແກ້ເລກ

16.ທ່ານ​ເຄີຍ​ໃຊ້​ເຄື່ອງມື​ ວັດ​ຜົນການ​ຮຽນ​ຊະນິດ​ໃດ​ແດ່

ບໍ່ເຄີຍ

17.ທ່ານ​ເຄີຍ​ຂຽນບົດ​ລາຍ​ງານ​ຜົນ​ການ​ຮຽນຂອງນັກຮຽນບໍ່?

ບໍ່

18.ທ່ານ​ໄດ້​ເອົາ​ຜົນ​ຈານ​ການ​ປະ​ເມີນ​ມາ​ປັບປຸງ​ການ​ຮຽນ-ການ​ສອນ​ແນວ​ໃດ?

ບໍ່ໄດ້ເອົາຜົນຈາກການປະເມີນມາປັບປຸງການຮຽນ-ການສອນ

19.ທ່ານມີ​ຄວາມ​ຕ້ອງການ​ແນວ​ໃດ?​ເພື່ອ​ເຮັດ​ໃຫ້ການ​ຮຽນ-ການ​ສອນ​ວິຊາຄະນິດສາດ​ດີ​ຂຶ້ນ? ຕ້ອງປັບປຸງການຮຽນ-ການສອນໃຫ້ດີຂຶ້ນ

20.ຄຳສະໝີອື່ນໆ………………………………………………

   ວັນ​ທີ………………….  ວັນ​ທີ…………

  ຜູ້​ສຳພາດ  ຜູ້​ຮັບ​ສຳພາດ

  ສາທາ​ລະນະ​ລັດປະຊາ​ທິປະ​ໄຕປະຊາຊົນ​ລາວ

  ສັນຕິພາບ ​ເອກະລາດປະຊາທິປະ​ໄຕ ​ເອກະ​ພາບວັດທະນາ​ຖາວອນ

  @@@@@@@@@@@@@@@@@@@

ກະຊວງ​ສຶກສາ​ທິການ​ ແລະ ​ກິລາ

ກົມ​ສ້າງ​ຄູ

ວິທະຍາ​ໄລ​ຄູ​ສາລະ​ວັນ

​  ໂຄງການວິໄຈພາກປະຕິບັດ

1. ຊື່​ຜູ້​ວິ​ໄຈ​ໃນ​ກຸ່ມ:

&n

หมายเลขบันทึก: 536766เขียนเมื่อ 22 พฤษภาคม 2013 14:06 น. ()แก้ไขเมื่อ 22 พฤษภาคม 2013 14:06 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท