ກົດໝາຍລະຫວ່າງຊາດສ່ວນສາທາລະນະມີຄວາມໝາຍຄືແນວໃດ? (ອະທິບາຍ)


 

       ກົດໝາຍລະຫວ່າງຊາດສ່ວນສາທາລະນະ(Public International Law) ຕັ້ງແຕ່ເດີມເອີ້ນວ່າໂດຍທົ່ວໄປວ່າ “ກົດໝາຍລະຫວ່າງຊາດ ”( International Law or Law of Nation) ເຊິ່ງໄດ້ມີນັກນິຕິສາດໄດ້ໃຫ້ຄໍາຈໍາກັດຄວາມຫຼືຄໍານິຍາມໄວ້ທີ່ແຕກຕ່າງກັນໄປ ຕາມປັດຊະຍາ, ປະສົບການ ແລະແຕ່ລະຍຸກແຕ່ລະສະໃໝຂອງແຕ່ລະຄົນ ແຕ່ພໍສະຫຼຸບໄດ້ວ່າ ກົດໝາຍລະຫວ່າງຊາດ ເຊິ່ງໝາຍເຖິງກົດເກນການປະພຶດທີ່ໃຊ້ໃນການພົວພັນລະຫວ່າງປະເທດ ເພື່ອໃຫ້ເກີດຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເປັນທໍາທາງສັງຄົມນາໆຊາດ

      (Lawrence) ລໍເຣນ ທີ່ເປັນນັກກົດໝາຍຂອງອັງກິດ ທ່ານໄດ້ໃຫ້ຄໍາຈໍາກັດຄວາມໄວ້ວ່າ ກົດໝາຍລະຫວ່າງຊາດແມ່ນ “ ກົດເກນທີ່ກໍານົດການປະພຶດແລະປະຕິບັດຂອງລັດໃນການພົວພັນເຊິ່ງກັນແລະກັນ” ຖ້າລັດທີ່ມີການພົວພັນກັນໂດຍປາສະຈາກຫຼັກການ ແລະເຫດຜົນທີ່ເໝາະສົມແລ້ວຍ່ອມເປັນສາເຫດທີ່ພາໃຫ້ເກີດຂໍ້ຂັດແຍ່ງກັນ ສະນັ້ນມັນຈິ່ງຈໍາເປັນຕ້ອງມີກະຕິກາສໍາຫຼັບຄວບຄຸມການປະພຶດແລະປະຕິບັດຕໍ່ກັນໄວ້ໃນທຸກສະຖານະການລວມທັງໃນຍາມສົງຄາມ

      Oppenheim ອ໋ອບເພັນຮຽມ ໄດ້ໃຫ້ຄໍານິຍາມກົດໝາຍລະຫວ່າງຊາດໄວ້ວ່າ (ແມ່ນກົດເກນ, ປະເພນີ ແລະສົນທິສັນຍາ ເຊິ່ງຖືວ່າຜູກພັນທາງກົດໝາຍຕໍ່ລັດໃນການພົວພັນກັນ)

      Fenwick : ກົດໝາຍລະຫວ່າງຊາດຄື ກຸ່ມຂອງຫລັກການທົ່ວໄປແລະຫຼັກການສະເພາະເຊິ່ງຜູກພັນລັດສະມາຊິກຂອງສັງຄົມລະຫວ່າງປະເທດໃນການພົວພັນເຊິ່ງແລະກັນ

    Akehurst ກົດໝາຍລະຫວ່າງຊາດຄື: ລະບົບກົດໝາຍທີ່ທີ່ໃຊ້ບັງຄັບການພົວພັນລະຫວ່າງລັດ ໃນອາດີດມີແຕ່ລັດເທົ່ານັ້ນທີ່ຈະມີສະພາບເປັນບຸກຄົນຊຶ່ງມີສິດແລະໜ້າທີ່ພາຍໃຕ້ກົດໝາຍສາກົນ ແຕ່ໃນປະຈຸບັນ ອົງການລະຫວ່າງປະເທດ,ອົງການທຸລະກິດ,ແລະເອກະຊົນທັງຫຼາຍ ຕ່າງກໍ່ມີສິດແລະໜ້າທີ່ພາຍໃຕ້ກົດໝາຍສາກົນ ເຖິງແນວໃດກໍ່ຕາມ ໃນຄວາມເປັນຈິງລັດແມ່ນເປັນເຈົ້າກຳໃນອັບ1ພາຍໃຕ້ກົດໝາຍສາກົນ

Parry ໄດ້ຂຽນຄວາມໝາຍຂອງກົດໝາຍສາກົນໄວ້ໃນໜັງສືທີ່ມີຊື່ວ່າ: Sorensen”s Manual of public International law “ກົດໝາຍສາກົນເປັນສິນລະປະຮູບແບບໜຶ່ງເຊິ່ງສະແດງອອກເຖິງລະບົບກົດໝາຍທີ່ເຮັດໜ້າທີ່ບັງຄັບການພົວພັນລະຫວ່າງລັດໜຶ່ງຕໍ່ອີກລັດໜຶ່ງ ເນື່ອງຈາກລັດທັງຫຼາຍໄດ້ມີການລວມກຸ່ມກັບການຈັດຕັ້ງເປັນອົງການລະຫວ່າງປະເທດຂື້ນ ດັ່ງນັ້ນ ກົດໝາຍສາກົນຈິ່ງເປັນເລື່ອງທີ່ເຂົ້າໄປກ່ຽວຂ້ອງກັບອົງການລະຫວ່າງປະເທດນຳ ແລະຈະເຂົ້າໄປກ່ຽວຂ້ອງຫຼາຍຂື້ນ ເພາະເປັນທີ່ຮູ້ກັນວ່າລັດທັງຫຼາຍມີແນວໂນ້ມທີ່ຈະລວມຕົວກັນຈັດຕັ້ງເປັນປະຊາຄົມຂອງລັດແລະເນື່ອງຈາກລັດປະກອບດ້ວຍເອກະຊົນ ລັດຈິ່ງຕ້ອງເຮັດໜ້າທີ່ໃຫ້ບໍລິການແລະຮັບໃຊ້ຄວາມຕ້ອງການຂອງບຸກຄົນ ກົດໝາຍສາກົນຈິ່ງເຂົ້າໄປກ່ຽວຂ້ອງສະເໝີກັບການພົວພັນລະຫວ່າງບຸກຄົນບໍ່ວ່າຈະເປັນລັດຫຼືບຸກຄົນຂອງລັດອື່ນ”

ນອກຈາກນີ້ ໃນຄະດີ Lotus ປີ 1927 ສານຍຸຕິທໍາສາກົນຂອງສັນນິບາດຊາດກໍ່ໄດ້ໃຫ້ຄຳຈຳກັດຄວາມຂອງຂອງກົດໝາຍສາກົນໄວ້ວ່າ:

        ກົດໝາຍສາກົນຄື: ກົດເກນທີ່ໃຊ້ບັງຄັບການພົວພັນລະຫວ່າງລັດເອກະລາດທັງຫຼາຍ ກົດເກນເຫຼົ່ານີ້ຜູກພັນເໜືອລັດແລະນຳພາໃຫ້ລັດທັງຫຼາຍສະລະອະທິປະໄຕຂອງຕົນ ເພື່ອຮ່ວມກັນເຮັດຂໍ້ຕົກລົງ(ສົນທິສັນຍາ) ຫຼືຫລັກປະຕິບັດຕ່າງໆເປັນທີ່ຍອມຮັບກັນທົ່ວໄປວ່າເປັນຫລັກກົດໝາຍແລະເຮັດຂື້ນເພື່ອຈັດລະບຽບການພົວພັນລະຫວ່າງປະຊາຊາດເອກະລາດທັງຫຼາຍຫຼືເພື່ອບັນລຸວັດຖຸປະສົງທີ່ຕັ້ງໄວ້ຮ່ວມກັນ

ພາຍຫຼັງສົງຄາມໂລກຄັ້ງທີສອງ ການພົວພັນລະຫວ່າງປະເທດໄດ້ພັດທະນາຫຼາຍຂື້ນຈິ່ງໄດ້ມີການປ່ຽນແປງຄຳນິຍາມຂອງກົດໝາຍສາກົນໂດຍເພີ່ມເຕີມຄຳນິຍາມໃຫ້ເໝາະສົມດັ່ງຕໍ່ໄປນີ້:

       ປະກອບດ້ວຍຫຼັກການ(principles)ແລະລະບຽບ(Rules)ເຊິ່ງລັດຕ່າງໆຕ້ອງປະຕິບັດໃນການພົວພັນເຊິ່ງກັນແລະກັນ

1. ຫຼັກການຕ່າງໆກ່ຽວກັບໜ້າທີ່ຂອງສະຖາບັນ(Institution)ຫຼືອົງການລະຫວ່າງປະເທດນັ້ນໆເອງ ແລະການພົວພັນລະຫວ່າງສະຖາບັນແລະອົງການລະຫວ່າງປະເທດນັ້ນໆກັບລັດຫຼືເອກະຊົນ

2. ຫຼືການຕ່າງໆ ກ່ຽວກັບສິດແລະໜ້າທີ່ຂອງເອກະຊົນຫຼືສະຖາບັນໃດໆທີ່ບໍ່ມີຖານະເທົ່າລັດ ໃນກໍລະນີທີ່ກ່ຽວຂ້ອງກັບກິດຈະການລະຫວ່າງປະເທດ

        ຈາກຄໍານິຍາມຕ່າງໆ ທີ່ກ່າວມາຂ້າງຕົ້ນຈິ່ງພໍສະຫຼຸບໄດ້ວ່າ: ກົດໝາຍລະຫວ່າງຊາດຄືບັນດາຫຼັກການຕ່າງໆທີ່ມີຢູ່ໂດຍປະເພນີຫຼືໂດຍການສ້າງຂື້ນໄວ້ໂດຍນານາປະເທດຫຼໂດຍການຕົກລົງລະຫວ່າງປະເທດ ໃຊ້ບັງຄັບການພົວພັນລະຫວ່າງລັດສະມາຊິກສັງຄົມລະຫວ່າງປະເທດ ເຊິ່ງໝາຍເຖິງ ລັດ, ອົງການລະຫວ່າງປະເທດ ແລະບຸກຄົນເຊິ່ງສະຖານະທາງກົດໝາຍຖືກກຳນົດໂດຍກົດໝາຍລະຫວ່າງປະເທດ

คำสำคัญ (Tags): #ຖາມ-ຕອບ
หมายเลขบันทึก: 435835เขียนเมื่อ 18 เมษายน 2011 17:21 น. ()แก้ไขเมื่อ 21 มิถุนายน 2012 13:23 น. ()สัญญาอนุญาต: สงวนสิทธิ์ทุกประการจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท