ຄວາມຄິດເຫັນຂອງນັກສຶກສາປີ 4 IR ສົກສຶກສາ 2010 – 2011 (1)


ພິມໂດຍ: ນາງຈັນສະໄໝ ສຸກສັນ ແລະ ນາງ ພຸດທະສອນ ໄຕແກ້ວພິທູນ ສະແດງຄວາມຄິດເຫັນໂດຍ:1. ທ. ວັນໄຊ ທິບພະວົງ, 2.ນ. ເພັດສຸລີ ບຸບຜານ3. ທອນ ສົມພາວິໄລ, 4. ນ. ສົມສະໜຸກ ອຸ່ນນະລາດ, 5. ນ. ສັນສະນີ ໄຊຍະກຸມມານ, 6. ທ. ອາລົມ ມີໄຊ, 7. ນ. ສົມປາດຖະໜາ ວົງປະຊາ, 8. ທ. ສະຖາພອນ ມິ່ງມຸງຄຸນ, 9. ນ. ຈັນມາລາ ພຸດທິຈັກ,10. ນ. ວຽງວິໄລພອນ ຜັນທະວີໄຊ, 11. ທ. ແຫຼມທອງ ຈຽມສີສຸລາດ,12. ທ. ສຸວັນໄຊ ອິນສີຊຽງໃໝ່, 13 ນ. ຈັນລິຍາ ແພງດີ, 14. ນ. ຈິນດາວຽງ ບຸດສະບາພາພອນ, 15. ນ. ສຸກດາລີ ສີສຸວົງ,
  1. 1.   ມື້ນີ້ໄດ້ຮຽນຮູ້ຫຍັງແດ່?
    1. ມື້ນີ້​ຂ້າພະ​ເຈົ້າ​ໄດ້​ຮຽນຮູ້ກ່ຽວກັບວິທີການສອນແບບໃໝ່ເຊັ່ນວ່າ ການເອົານັກສຶກສາເປັນໃຈກາງ ເປັນການຮຽນຮູ້ໂດຍຜ່ານອິນເຕີ ເນັດ.
    2. ການໃຊ້ອິນເຕີເນັດເພື່ອຊອກຫາຂໍ້ມູນຕ່າງໆທີ່ກ່ຽວກັບກົດໝາຍລະຫວ່າງຊາດທີ່ອາຈານບຸນມີ ໄດ້ແນະນໍາ BOX ທີ່​ອາຈານ​​ໄດ້​ສ້າງຂຶ້ນ​ເອງ ​ເພື່ອ​ໃຫ້​ນັກ​ສຶກສາ​ເຂົ້າ​ໄປ​ຊອກ​ຫາ​ຄວາ​ມຮູ້​ເພີ່ມ​ເຕີມ ​ເພື່ອ​ໃຫ້​ນັກ​ສຶກສາ​ໄດ້​ໄປ​ຕິດຕາມ ​ແລະ ​ໃຫ້​ຄວາມ​ຄິດ​ເຫັນ​ທີ່​ອາຈານ​ໄດ້​ນໍາ​ເອົາ​ຄວາມ​ຮູ້​ໄວ້​ໃນ BOX ທີ່​ອາຈານ​ສ້າງ​ຂຶ້ນ.
    3. ການ​ແນະ​ນໍາ​ການ​ຮຽນ, ການ​ສອນ, ການ​ຄົ້ນ​ຫາ​ຂໍ້​ມູນ​ຕ່າງໆ ​ແລະ ການ​ເຂົ້າ​ໃຊ້​ອິນ​ເຕີ​ເນັດ​ໃນ​ການ​ຊອກ​ຫາ​ຂໍ້ມູນ​ຕ່າງໆທີ່​ກ່ຽວຂ້ອງ​ກັບ​ວິຊາ​ກົດໝາຍສາກົນ​ພາກ​ລັດ.
    4. ການ​ຮຽນ​ໃນ​ລະບົບ​ອິນ​ເຕີ​ເນັດ, ການ​ຊອກ​ຫາ​ຂໍ້​ມູນ​ການ​ຮຽນກ່ຽວກັບ​ກົດໝາຍລະຫວ່າງ​ຊາດ​ຢູ່ໃນ BOX ທີ່​ອາຈານ​ບຸນ​ມີ​ສ້າງ​ຂຶ້ນ​ໄວ້​ໃນ​ອິນ​ເຕີ​ເນັດ ​ແລະ ​ໃຫ້​ນັກ​ສຶກສາທຸກ​ຄົນ​ສາມາດ​ສະ​ແດງ​ຄວາມ​ຄິດ​ເຫັນ​ໄດ້, ຖ້າ​ມີ​ຂ່າວສານ ຫຼື​ເຫດການ​ໃດໜຶ່ງທີ່​ກ່ຽວຂ້ອງ​ກັບ​ບົດຮຽນ ​ເຮົາ​ກໍ່ສາມາດ​ສະ​ແດງ​ຄວາມ​ຄິດ​​ເຫັນ​ໄວ້ໄດ້ ຫຼື ​ເຂົ້າ​ໄປ​ອ່ານ​ຕິດຕາມ​ການ​ເຄື່ອນ​ໄຫວ​ການ​ຮຽນຢູ່​ນັ້ນ​ໄດ້.
    5. ວິທີ​ການ​ອະທິບາຍ​ກ່ຽວກັບ​ການ​ຮຽນການ​ສອນ​ວິຊາ​ກົດໝາຍລະຫວ່າງ​ຊາດ ​ແລະ ການ​ຂຽນບົດ​ລາຍ​ງານ ຫຼື ຂໍ້ ຄິດ​ເຫັນຕ່າງໆຜ່ານ​ທາງ​ອິນ​ເຕີ​ເນັດ.
    6. ການ​ສອນ​ແບບ​ໃໝ່​ໂດຍ​ໃຊ້​ອິນ​ເຕີ​ເນັດ​ເປັນ​ພາກສ່ວນໜຶ່ງ​ເຂົ້າ​ມາ​ໃນ​ການ​ສອນ.ນອກຈາກ​ນັ້ນ​ເວລາ​ສົ່ງ​ບົດ​ລາຍ​ງານ​ກໍ່ສາມາດ​ສົ່ງຜ່າ​ນທາງນີ້​ໄດ້ ​ໂດຍ​ອີງ​ຕາມ​ແບບ​ຟອມທີ່​ອາຈານ​ໄດ້​ໃຫ້​ລົງທະບຽນ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການ​ສົ່ງ​ບົດ. ຍິ່ງ​ໄປ​ກວ່າ​ນັ້ນ ​ການ​ສອນ ຫຼື ການ​ຮຽນ​ແບບ​ນີ້ ຈະ​ຊ່ວຍ​ໃຫ້​ມັນ​ບໍ່​ເສຍ​ເວລາ. ​ເວລາ​ມີ​ຄໍາ​ຖາມ​ກໍ່ສາມາດ​ຖາມ​ໄດ້​ຢ່າງ​ງ່າຍດາຍ.
    7. ການ​ໃຊ້​ບົດຮຽນ​ເຂົ້າ​ກັບ Internet ​ແລະ ວິທີ​ນໍາ​ໃຊ້.
    8. ​ໄດ້​ຮຽນຮູ້​ວິທີ​ການ​ຮຽນການ​ສອນ​ແບບ​ໃໝ່ໆທີ່​ແທດ​ເໝາະກັບ​ຍຸກ​ປະຈຸ​ບັນ ກໍ່ຄື​ໄດ້​ນໍາ​ໃຊ້​ວິທີ​ການ​ສອນ​ແບບ​ໃໝ່ທີ່​ຈະ​ນໍ​ໃຊ້ Internet ​ເຂົ້າ​ມາ​ໃນ​ການ​ສອນ ​ເພື່ອ​ເປັນຄວາມ​ສະດວກ​ໃນ​ການ​ຄົ້ນ ​ແລະ ການ​ຊອກ​ຫາ​ຂໍ້​ມູນ​ຂອງ​ໂຕ​ນັກ​ສຶກສາ​ເອງ ​ແລະ ທົ່ວ​ໄປ. ​
    9. ຫຼັກການ​ທີ່​ຈະ​ຮຽນ​ໃນ​ແຕ່​ລະອາ​ທິດ. ວິທີການ​ທີ່​ອາຈານ​ຈະ​ສິດສອນ, ວິທີ​ການ​ໃຫ້​ຄະ​ແນນ ​ແລະ ການ​ຮຽນດ້ວຍ​ແບບ​ການ​ເຮັດ​ບົດ​ລາຍ​ງານ.​ໃຫ້​ສົ່ງ​ບົດ​ລາຍ​ງານ​ທາງ Internet ​ແລະ ​ເຂົ້າ​ໄປ​ເບິ່ງ​ບົດຮຽນທີ່​ອາຈານ​ໄດ້​ເຮັດ​ໄວ້​ໃນ Web ທີ່​ອາຈານ​ໄດ້​ບອກ. ບອກ​ວິທີ​ການ​ຮຽນດ້ວຍຕົວ​ເອງ​ໂດຍ​ການ​ໄປ​ສຶກສາ​ຄົ້ນຄວ້າຫາ​ຂໍ້​ມູນ​ແລ້ວ​ມາ​ຂຽນ​ເປັນ​ບົດ​ລາຍ​ງານ​ສົ່ງ​​ໃຫ້ອາຈານ.

10. ການຊອກຫາຄວາມຮູ້ຜ່ານທາງອິນເຕີເນັດ, ວິທີນໍາໃຊ້ ແລະ ການຂຽນບົດລາຍງານສົ່ງອາຈານຜ່ານ ອິນເຕີເນັດ.

11. ໂຄງຮ່າງ, ແຜນການສິດສອນຂອງວິຊາກົດໝາຍລະຫວ່າງຊາດພາກລັດ ເຊິ່ງອາຈານບຸນມີລາດຊະມີໄຊ ໄດ້ນໍາສະເໜີກ່ຽວກັບບົດຮຽນ ແລະ ຫົວຂໍ້ທີ່ເຮົາຈະໄດ້ຮຽນ ແລະ ການຂຽນບົດລາຍງານ ແລະ ວິທີສົ່ງບົດລາຍງານຜ່ານທາງອິນເຕີເນັດ( Internet ) ​ແລະ ​ໄດ້​ຮຽນຮູ້​ກ່ຽວກັບ​ເວັບ​ໄຊ້​ຕ່າງໆທີກ່ຽວຂ້ອງ​ກັບ​ການ​ຮຽນ​ໃນ​ວິຊາ​ນີ້ດ້ວຍ.

12. ການ​ຮຽນກົດໝາຍລະຫວ່າງ​ຊາດ ​ເຊິ່ງ​ເປັນ​ການ​ກະກຽມ​ໃນ​ການ​ຮຽນການ​ສອນ, ການ​ເຮັດ​ບົດ​ລາຍ​ງານ, ຫຼັກການ​ຕ່າງໆ​ໃນ​ການ​ສຶກສາ​ສໍາລັບ​ພາກຮຽນນີ້ ​ເຊິ່ງຈະ​ມີ​ທາງ​ເລືອກ​ລະຫວ່າງ​ການ​ຮຽນ​ແບບ​ເອົາ​ນັກ​ສຶກສາ​ເປັນ​ໃຈ​ກາງ ​ແລະ ການ​ຮຽນ​ແບບ​ອາຈານ​ເປັນ​ຜູ້​ສອນ.

13. ວິຊາ​ກົດໝາຍລະຫວ່າງ​ຊາດ​ພາກ​ລັດ​ໃນ​ປີ 4ນີ້. ມື້​ນີ້ ອາຈານ​ໄດ້​ຂຶ້ນ​ມາ​ສະ​ເໜີວິທີ​ການ​ຮຽນການ​ສອນ​ທີ່​ຈະ​ເປັນ​ໄປ​ໃນ​ສົກຮຽນນີ້. ອາຈານ​ໄດ້​ສະ​ເໜີ​ໃຫ້​ເຮົາ​ຮຽນທາງ​ອິນ​ເຕີ​ເນັດ ​ແລະ ຂຽນ blog, ຂຽນຄໍາ​ຄິດ​ຄໍາ​ເຫັນ​ຂອງ​ຕົນ​ກ່ຽວກັບ​ຫົວ​ຂໍ້​ຕ່າງໆຢູ່​ໃນ blog , ມັນ​ເປັນ​ຫຍັງ​ທີ່​ໃໝ່ຫຼາຍ ​ເພາະວ່າ​ຂ້າພະ​ເຈົ້າ​ເອງ​ແມ່ນບໍ່ຮູ​ກ່ຽວກັບ website ນີ້​ເລີຍ ​ແລະ website ທີ່​ກ່ຽວຂ້ອງ​ເຊັ່ນ www.na.gov.lao ​ເຊິ່ງ​ເປັນ website ທີ່ໜ້າສົນ​ໃຈຫຼາຍ ​ເພາະ​ມັນ​ຈະ​ມີ​ທຸກ​ຢ່າງ​ຢູ່​ໃນ​ຫັ້ນ. ​ໂດຍ​ສ່ວນ​ຕົວ​ຂ້າພະ​ເຈົ້າ​ເອງ​ແລ້ວ, ການ​ຮຽນມື້ນີ້​ແມ່ນ​ມີ​ອັນ​ໃໝ່ໆ ​ໃຫ້​ເຮົາ​ໄດ້ຮູ້ຫຼາຍຂຶ້ນ.

14. ​ໄດ້​ຮຽນຮູ້ຫຼາຍຢ່າງ ​ໂດຍ​ສະ​ເພາະ​ກ່ຽວກັບ​ການ​ຮຽນຮູ້​ການ​ເຂົ້າ website ທີ່ໜ້າສົນ​ໃຈ ​ແລະ ​ເປັນ Website ທີ່​ມີ​ຄວາມ​ຈໍາ​ເປັນ​ທີ່​ພວກ​ນ້ອງ​ຈະ​ສາມາດ​ນໍາເອົາ​ມາ​ໃຊ້ມາ​ເປັນ​ບົດຮຽນທີ່​ແປກ​ໃໝ່ ​ແລະ ທັນ​ສະ​ໄໝຂຶ້ນ​ອີກ​ຕື່ມ.

15. ການ​ເປີດ​ສົກຮຽນ​ໃໝ່ຂອງ​ກົດໝາຍລະຫວ່າງ​ຊາດ ​ເຫຼັ້ມII ​ໄດ້ຮຽນຮູ້​ກ່ຽວກັບ​ຕາ​ຕາລາງ​ຮຽນ ​ແລະ ຕາ​ຕາລາງ​ສອນ, ​ແບບ​ແຜນການ​ຮຽນຂອງ​ອາຈານ ​ແລະ ມື້ນີ້​ໄດ້​ຮຽນສິ່ງທີ່​ແປກ​ໃໝ່ ​ໂດຍ​ສະ​ເພາະ​ແມ່ນ​ການ​ຮຽນ​ໂດຍ​ໃຊ້ Internet ທີ່​ຈະ​ຄົ້ນ​ຫາ​ຂໍ້​ມູນ​ຕ່າງໆທີ່​ອາຈານ​ບຸນ​ມີ​ໄດ້​ລົງ​ໄວ້​ຢູ່​ໃນ web.

16. ​ໄດ້​ຮູ້​ວິທີ​ການ​ໃຊ້ Internet ​ແລະ ວິທີ​ການ​ເຂົ້າ web ຂອງ​ວິຊາ​ທີ່​ຈະ​ໄດ້​ຮຽນ​ໃນຕໍ່ໜ້າ.

17. ຈຸດ​ທີ່​ຈະ​ນໍາ​ສະ​ເໜີ​ໂດຍ Mr. Bounmy Ladsamyxay ​ໂດຍ​ມີ​ການ​ນໍາ​ສະ​ເໜີບົດ​ແບບ​ໃໝ່( ​ການ​ບັນຍາຍ​ໂດຍ​ຜ່ານ​ຊ່ອງ​ທາງ​ອິນ​ເຕີ​ເນັດ ​ໂດຍ​ນໍາ​ເອັາການ​ຫັນ​ໃຊ້ Technology ມາ​ຊ່ວຍ ​ເຮັດ​ໃຫ້​ນັກ​ສຶກສາ​ເຮົາ​ມີ​ແນວ​ຄິດ​ໃໝ່ຂຶ້ນ ​ແລະ ຮູບ​ແບບ​ໃໝ່ນີ້ ມັນ​ບໍ່ຫຼ້າຫຼັງ ) ​ແລະ ​ແບບ​ເກົ່າ( ຂຶ້ນຫ້ອງ​ທໍາ​ມະ​ດາ ຕາມ​ຊົ່ວ​ໂມງ, ການ​ໃຫ້​ຄະ​ແນນ, ການ​ແຈກ​ຢາຍ​ເອກະສານ ​ແລະ ອື່ນໆ ).

18. ​ແບບ​ແຜນການ​ສິດສອນ​ຂອງ​ວິຊາ​ນີ້ ​ແລະ ຮູ້​ວິທີ​ການ​ເຂົ້າ​ໄປ​ນໍາ​ໃຊ້ Internet ​ໃນ​ການ​ຊອກ​ຫາ​ຂໍ້​ມູນ ​ແລະ ສົ່ງ​ບົດ​ລາຍ​ງານ​ທີ່​ມີ​ຄວາມ​ສະດວກ​ສະບາຍ ​ແລະ ສາມາດ​ຕິດຕໍ່​ແລກປ່ຽນຄວາມ​ຄິດ​ເຫັນ​ກັບຫຼາຍຄົນ.

19. ການ​ທີ່​ຈະ​ນໍາ​ຫາ​ຂໍ້​ມູນ​ທາງ​ດ້ານ​ການ​ສຶກສາ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ຮຽນ​ເຊິ່ງ​ເປັນ​ປະ​ໂຫຍ​ດ​ໃນ​ການ​ສຶກສາ ​ແລະ ​ໃນ​ການ​ຂຽນບົດ​ລາຍ​ງານ.

20. ​ມື້ນີ້​ເປັນ​ມື້ທໍາ​ອິດ​ຂອງ​ການ​ຮຽນວິຊາ​ກົດໝາຍລະຫວ່າງ​ຊາດ​ພາກ​ລັດ ​ເຊິ່ງອາຈານ​ປະ​ຈໍາ​ວິຊາ​ໄດ້​ແນະ​ນໍາ ​ແລະ ອະທິບາຍ​ກ່ຽວກັບແບບ​ແຜນການ​ຮຽນ-ການ​ສິດສອນ ​ເຊິ່ງ​ເຮັດ​ໃຫ້​ນັກຮຽນມີ​ຄວາມ​ຕື່ນ​ເຕັ້ນ​ກ່ຽວກັບ​ລັກສະນະ​ການ​ສອນ​ແບບ​ທັນ​ສະ​ໄໝກວ່າ​ເກົ່າ ​ແລະ ຮຽນຮູ້​ກ່ຽວກັບ​ການ​ຂຽນບົດ​ລາຍ​ງານ​ແບບ​ໃໝ່ທີ່​ຕ້ອງ​ສົ່ງ​ທາງ internet ການ​ເຂົ້າ​ໄປ​ຊອກ​ຂໍ້​ມູນຕ່າງໆກ່ຽວກັບ​ວິຊາ​ກົດໝາຍລະຫວ່າງ​ຊາດ ​ເຊິ່ງມັນ​ມີ​ຄວາມ​ສໍາຄັນ ​ແລະ ຈໍາ​ເປັນ​ສໍາລັບ​ນັກ​ສຶກສາ​ເອງ ​ແລະ ຍັງ​ສະດວກ​ສະບາຍ​ທັງ​ຜູ້​ຮຽນ ​ແລະ ຜູ້​ສອນ ​ເມື່ອ​ຮູ້​ນໍາ​ໃຊ້ website ຕ່າງໆ.

21. ວິທີ​ການ​ສອນ​ຂອງ​ອາຈານ, ຜົນ​ຂອງ​ການ​ນໍາ​ໃຊ້​ອິນ​ເຕີ​ເນັດ, ການ​ສົ່ງ​ບົດ​ລາຍ​ງານ​ທາງ​ອີ​ເມ​ລ ​ແລະ ການ​ຂຶ້ນຫ້ອງ ການ​ໃຫ້​ຄະ​ແນນ.

22. ການ​ເຂົ້າ​ເຖິງ​ບົດຮຽນກົດໝາຍລະຫວ່າງ​ຊາດ​ໃນ Internet, ການ​ຊອກ​ຫາ​ຂໍ້​ມູນ​ຕ່າງໆ ​ແລະ ການສະ​ເໜີບົດ​ຂອງ​ອາຈານ.

23. ຮູບ​ແບບ​ການ​ຮຽນ ການ​ທີ່​ທາງ​ອາຈານ​ຈະ​ນໍາ​ມາ​ໃຊ້​ສິດສອນ​ນັກ​ສຶກສາ​ໃນ​ປີ4 ພາກ​ວິຊາ​ພົວພັນ​ສາກົນ​ນີ້ ​ເຊິ່ງມີ​ຮູບ​ແບບ​ການ​ຮຽນການ​ສອນ​ທີ່ໜ້າສົນ​ໃຈ​ໂດຍ​ສະ​ເພາະ​ແມ່ນການຮຽນຮູ້ກ່ຽວກັບກ່ຽວກັບວິຊາກົດ ໝາຍລະຫວ່າງຊາດ ຜ່ານທາງ Internet ​ໂດຍ​ນັກ​ສຶກສາ​ຈະ​ຕ້ອງ​ໄດ້​ຕິດຕາມ​ຂໍ້​ມູນ​ຂ່າວສານ​ຜ່ານ​ທາງ Website ຂອງ​ອາຈານ​ຢ່າງ​ປົກກະຕິ. ນອກຈາກນີ້ ທາງ​ນັກ​ສຶກສາ​ຍັງ​ສາມາດ​ເຂົ້າ​ໄປສະ​ແດງ​ຄໍາ​ຄິດ​ຄໍາ​ເຫັນ​ທາງ Website ​ແລະ ສາມາດ​ສົ່ງ​ລາຍ​ງານຜ່ານ​ທາງ ​ເວັບ​ໄຊ ​ໄດ້​ອີກ​ດ້ວຍ ​ໂດຍ​ຈະ​ຕ້ອງ​ມີ​ການ​ລົງທະບຽນກ່ອນ ​ແລະ ຫຼັງຈາກ​ໄດ້​ຮຽນ​ໃນ​ແຕ່​ລະ​ຊົ່ວ​ໂມງ ນັກ​ສຶກສາ​ຈະ​ຕ້ອງ​ໄດ້​ສົ່ງ​ລາຍ​ງານ​ໂດຍ​ມີ​ເນື້ອ​ໃນ​ຢ່າງໜ້ອຍ 4 – 5 ​ແຖວ.

24. ການກວດ​ເບິ່ງ​ບົດຮຽນກົດໝາຍລະຫວ່າງ​ຊາດ​ທາງອິນເຕີ​ເນັດ. ນອກ​ນັ້ນ ຍັງ​ໄດ້​ຮູ້​ເຖິງ​​ໂຄງການ​ການ​ຮຽນການ​ສອນ​ວິຊາ​ກົດໝາຍລະຫວ່າງ​ຊາດ ​ໃນ​ພາກຮຽນທີ 1.

25. ມື້ນີ້​ເປັນ​ມື້ທີ່​ຂຶ້ນຫ້ອງ​ເປັນ​ຄັ້ງ​ທໍາ​ອິດ ​ເປັນ​ມື້ທີ່​ອາຈານ​ໄດ້​ຂຶ້ນມາ​ນໍາ​ສະ​ເໜີບົດຮຽນ​ໃນ​ການຈະ​ຂຶ້ນສອນ​ໃນ​ຄັ້ງ​ຕໍ່​ໄປ, ການ​ສອນ​ການ​ຮຽນ​ໃນ​ການ​ຄົ້ນ​ຫາ​ຂໍ້​ມູນ​ໃນ Internet, ການ​ຊອກ​ຫາ​ຂໍ້​ມູນ​ຕ່າງໆ ​ແລະ ການ​ແນະ​ນໍາ​ການ​ສອນ.

26. ການ​ແນະ​ນໍາ​ການ​ຮຽນ ​ແລະ ການ​ສອນ ​ແລະ ຕະຫຼອດ​ເຖິງ​ການ​ຊອກ​ຫາ​ຂໍ້​ມູນ​ການ​ນໍາ​ໃຊ້ internet.

27. ​ແຜນການ​ສອນ, ວິທີ​ການ​ຮຽນ,​ ໃຫ້​ຄະ​ແນນ, Website ຂອງ​ອາຈານ​ທີ່​ອາຈານ​ແນະ​ນໍາ​ໃຫ້​ນັກ​ສຶກສາ​ໄດ້​ເຂົ້າ​ໄປ​ຄົ້ນ​ຄວ້າ​ກ່ຽວກັບ​ວິຊາ​ກົດໝາຍສາກົນ ທີ່​ຖື​ວ່າ​ສ້າງ​ຄວາມ​ສະດວກ​ໃນ​ແກ່​ນັກ​ສຶກສາ​ເປັນ​ຢ່າງ​ຍິ່ງ.

  1. 1.   ຖ້າ​ເຮົາ​ຮຽນ​ແບບ​ເອົາ​ນັກ​ສຶກສາ​ເປັນ​ໃຈກາງ ດີ ຫຼືບໍ່? ຍ້ອນ​ຫຍັງ?
    1. ຖ້າ​ຮຽນ​ໃນ​ລັກສະນະ​ແບບ​ນີ້ ຂ້າພະ​ເຈົ້າ​ຄິດ​ວ່າ​ອາດ​ມີ​ທັງ​ຜົນ​ດີ ​ແລະ ຜົນ​ເສຍ​ຄວບ​ຄູ່​ກັນ​ໄປ​ເຊັ່ນ​ວ່າ ຜູ້​ທີ່​ມີ​ຄວາມ​ຮູ້​ດ້ານ​ການ​ໃຊ້ Computer ກໍ່ອາດ​ຈະ​ມີ​ຄວາມ​ສະດວກ, ​ແຕ່​ຖ້າ​ຫາກ​ວ່າ​ຄົນ​ທີ່​ບໍ່ມີ​ຄວາມ​ຮູ້​ທາງ​ດ້ານ​ Computer ກໍ່ອາດ​ຈະ​ພົບ​ກັບ​ຄວາມ​ຫຍຸ້ງຍາກ.
    2. ຈະ​ເປັນ​ຜົນ​ດີ​ຕໍ່ນັກ​ສຶກສາ​, ຈະ​ເປັນ​ບ່ອນຊອກ​ຫາ​ຄວາມ​ຮູ້​ເພີ່ມ​ເຕີມ, ສະດວກ​ໃນ​ການ​ໃຊ້, ສາມາດ​ສົ່ງ​ບົດ​ລາຍ​ງານ​ໃນ​ທາງ​ອິນ​ເຕີ​ເນັດ, ມີ​ຄວາມ​ວ່ອງ​ໄວ.
    3. ​ເປັນ​ຜົນ​ດີ ​ເພາະວ່າ​ຈະ​ເຮັດ​ໃຫ້​ແຕ່ລະຄົນ​ໄດ້​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ ​ແລະ ​ໄດ້​ແລກປ່ຽນຄວາມ​ຮູ້.
    4. ມັນ​ຈະ​ມີ​ຜົນ​ດີ ​ແກ່​ການ​ຮຽນຂອງ​ເຮົາ ​ເພາະ​ມັນ​ເປັນ​ເສັ້ນທາງໜຶ່ງທີ່​ສະດວກ​ໃນ​ການ​ໃຊ້​ຄອມ​ພິວ​ເຕີ ທີ່​ຈະ​ສົ່ງ​ບົດ​ລາຍ​ງານ​ໃຫ້​ອາຈານ ​ແຕ່​ສໍາລັບ​ບາງ​ຄົນ​ທີ່​ບໍ່ຮູ້​ໃຊ້ ຫຼື ບໍ່ມີ​ຄອມ​ພິວ​ເຕີ​ກໍ່ສາມາດ​ຖາມ ຫຼື ​ໃຊ້​ຄອມ​ພິວ​ເຕີ​ນໍາໝູ່ກໍ່​ໄດ້, ​ເປັນ​ການ​ຊ່ວຍ​ເຫຼືອກັນ​ໄປ​ໃນ​ໂຕ​ເລີຍ ​ແລະ ​ເຮັດ​ໃຫ້​ພວກ​ເຂົາ​ເຫຼົ່ານັ້ນມີ​ຄວາມ​ພັດທະນາ​ທາງ​ດ້ານ​ເຕັກ​ໂນ​ໂລຢີ​ໄປ​ໃນ​ໂຕ ​ເພາະຖ້າ​ບໍ່​ໃຊ້​ຈັກ​ເທື່ອ ມັນ​ກໍ່ຈະ​ບໍ່​ເປັນ​ຈັກ​ເທື່ອ.
    5. ມີ​ຜົນ​ດີຫຼາຍ​ເນື່ອງ​ຈາກ​ວ່າ ການ​ຮຽນຮູ້​ອາດ​ຈະ​ວ່ອງ​ໄວ​ກວ່າ​ການ​ທີ່​ຈະ​ໄປ​ຊອກ​ຫາ​ປຶ້ມ​ຕໍາລາ ​ແລະ ​ເຮົາ​ຈະ​ຮັບ​ຮູ້​ກ່ຽວກັບ​ຄວາມ​ຄິດ​ເຫັນ​ຕ່າງໆຂອງ​ຜູ້​ອື່ນໆທີ່​ແຕກ​ຕ່າງ​ຈາກ​ເຮົາ ​ແລະ ກໍ່​ເປັນ​ວິທີ​ການ​ທີ່​ສະດວກ​ສະບາຍຫຼາຍຂຶ້ນ.
    6. ກໍ່ດີ ຍ້ອນ​ຈະ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ຮູ້, ການ​ເຂົ້າ​ໃຈ​ຂອງ​ນັກ​ສຶກສາ​ວ່າ​ຮອດ​ລະດັບ​ໃດ​ແລ້ວ ​ແລະ ມັນ​ກໍ່​ເປັນ​ການ​ດີ​ສໍາລັບ​ອາຈານ​ທີ່​ຈະ​ເຂົ້າ​ເຖິງ​ນັກ​ສຶກສາ​ໄດ້​ງ່າຍ​ວ່າ​ຄວນ​ຈະ​ປັບປຸງ​ແນວ​ໃດ​ເພື່ອ​ໃຫ້​ແທດ​ເໝາະ ​ແລະ ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈງ່າຍ.
    7. ເປັນຜົນດີ ເພື່ອໃຫ້ນັກຮຽນໄດ້ອອກຄວາມຄິດຄວາມເຫັນ ແລະ ເພື່ອໃຫ້ອາຈານເຂົ້າໃຈນັກຮຽນຂຶ້ນຕື່ມ.
    8. ຖືວ່າດີ ເພາະວ່າການທີ່ເອົານັກສຶກສາເປັນໃຈກາງນັ້ນ ກໍ່ຄື ຈະຊ່ວຍເສີມສ້າງໃຫ້ນັກສຶກສາກະຕືລືລົ້ນຂຶ້ນ ແລະ ຊ່ວຍເສີມສ້າງແນວຄວາມຄິດໃໝ່ໆດ້ວຍຕົນເອງ ປະກອບກັບການຊີ້ນໍາຂອງອາຈານ ແລະ ຍັງເສີມສ້າງທັກສະຂອງນັກຮຽນໃຫ້ປະສິດທິພາບເທົ່າທີ່ຄວນ.
    9. ກໍຈະເປັນຜົນດີຄືເຮັດໃຫ້ນັກສຶກສາໄດ້ຊອກຮູ້ດ້ວຍຕົນເອງ ໃນການໄປຊອກຫາຂໍ້ມູນ ຫຼືບົດຮຽນມາເຮັດບົດລາຍງານສົ່ງ.ແຕ່ວ່ານ້ອງເອງບໍ່ຮູ້ຈະໄປເອົາຂໍ້ມູນໃສ ເພາະເຂົ້າໄປຫາຢູ່ Internet ບໍ່​ເປັນ.

10. ຄິດ​ວ່າ​ເປັນ​ຜົນ​ດີ ​ເພາະວ່າ​ນັກ​ສຶກສາ​ຈະ​ໄດ້​ຄົ້ນຄວ້າ​ບົດຮຽນຫຼາຍຂຶ້ນ, ​ໃຜ​ທີ່​ຍັງ​ບໍ່ທັນ​ຮູ້​ກ່ຽວກັບ​ລາຍ​ລະອຽດຂອງ​ບົດຮຽນກໍ່ສາມາດ​ເຂົ້າ​ໄປ​ອ່ານ​ໃນອິນ​ເຕີ​ເນັດ​ໄດ້ ​ແລະ ຍັງ​ສາມາດ​ອອກ​ຄໍາ​ຄິດ​ຄໍ​ເຫັນ​ໄດ້​ອີກ ​ແລະ ສາມາດ​ສະ​ແດງ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ໄດ້ ​ເພາະ​ທຸກ​ຄົນ​ສາມາດ​ຮັບ​ຮູ້ ​ແລະ ນໍາ​ໃຊ້​ໄດ້​ຈິງ.

11. ດີ ​ເພາະວ່າ​ໄດ້​ເຮັດ​ໃຫ້​ນັກ​ສຶກສາ​ກ້າ​ສະ​ແດງ​ອອກ, ມີ​ຄວາມ​ເຂົ້າ​ໃຈ​ໃນ​ບົດຮຽນຫຼາຍຂຶ້ນ ​ເຊິ່ງຈະ​ເຮັດ​ໃຫ້​ເຮົາ​ສາມາດ​ຕັ້ງ​ຄໍາ​ຖາມ ​ເພື່ອ​ຖາມ​ຄວາມ​ຄິດ​ເຫັນ​ຈາກໝູ່ ຫຼື ອາຈານ ​ແລະ ​ເປັນ​ວິທີ​ທີ່​ເຮັດ​ໃຫ້​ນັກ​ສຶກສາມີ​ຄວາມ​ກະຕືລື​ລົ້ນ​ໃນ​ການ​ຮໍ່າຮຽນຫຼາຍຂຶ້ນ.

12. ຖື​ວ່າ​ເປັນ​ຂໍ້​ດີ ​ເພາະວ່າ​ນັກຮຽນຈະ​ຮັບ​ຮູ້​ເຖິງ​ບົດຮຽນ​ໄດ້​ດີ, ຮູ້​ເຖິງ​ແຫຼ່ງທີ່​ມາ, ​ເຂົ້າ​ໃຈ​ໃນ​ບົດຮຽນຢ່າງ​ທ່ອງ​ແທ້ ​ແລະ ມີ​ການ​ກ້າ​ສະ​ແດງ​ອອກ, ​ເຖິງ​ວ່າ​ຂໍ້​ມູນ​ທີ່​ນໍາ​ມາ ຈະ​ຖືກ ຫຼືວ່າ​ຜິດ ​ແຕ່​ກໍ່​ໄດ້​ຮັບ​ປະສົບ​ການ​ທີ່​ດີ ​ແລະ ຈົດ​ຈໍາ​ບົດຮຽນທີ່​ຕົນ​ເຮັດ​ມາ.

13. ດີຫຼາຍ ​ເພາະ​ຈະ​ເອົາ​ນັກ​ສຶກສາ​ເປັນ​ໃຈກາງ, ​ໃຫ້​ນັກຮຽນ​ໄດ້​ຮູ້​ເຮັດ​ຫຍັງ​ດ້ວຍ​ຕົນ​ເອງ, ຮູ້ຈັກ​ຂຽນຄໍາ​ຄິດ​ເຫັນ​ຂອງ​ຕົນ ​ໂດຍ​ສະ​ເພາະ​ຄົນ​ທີ່​ບໍ່ກ້າ​ສະ​ແດງ​ອອກ, ພວກ​ເຂົາ​ຈະ​ສາມາດ​ຂຽນລົງ​ໃນ blog​ໄດ້ ​ເຊິ່ງ​ເປັນ​ການ​ດີຫຼາຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກໍ່ຍັງ​ມີ​ຄົນ​ຈໍານວນໜຶ່ງທີ່​ສວຍ​ໃຊ້​ໂອກາດ​ນີ້ ​ໃນ​ການຈະ​ບໍ່​ເຮັດ​ຫຍັງ​ເລີຍ ​ແລະ ​ເປັນອັນ​ຫຍຸ້ງຍາກ​ສໍາລັບ​ຄົນ​ບໍ່ມີ​ Computer ​ໃຊ້ ​ແລະ ​ໃຊ້​ບໍ່​ເປັນ.

14. ມັນ​ມີ​ຄວາມ​ແຕກ​​ຕ່າງ​ຈາກ​ບົດຮຽນ​ໂຕ​ເກົ່າຫຼາຍຢ່າງ ​ເພາະວ່າ​ມັນ​ໄດ້​ເປັນ​ການ​ຝຶກ​ໂຕ​ເອງ​ໄປ​ໃນ​ໂຕ( ສະ​ເພາະ​ຜູ້​ທີ່​ບໍ່ມັກ​ນໍາ​ໃຊ້ Computer ) ​ເນື່ອງ​ຈາກ​ວ່າ​ເຮັດ​ໃຫ້​ນັກ​ສຶກສາບໍ່ໜ້າ​ເບື່ອ ​ແລະ ​ເຮັດ​ໃຫ້​ມີ​ການ​ກະຕືລື​ລົ້ນ​ໃນ​ການ​ຮຽນຫຼາຍຂຶ້ນ ​ແລະ ສາມາດ​ນໍາ​ໃຊ້​ຄວາມ​ສາມາດ​ໃນ​ໂຕ​ເອງ​ທີ່​ສະ​ເໜີ​ໃຫ້​ອາຈານ​ຮັບ​ຮູ້ ​ແລະ ສາມາດ​ນໍາ​ໃຊ້​ຄວາມ​ຄິດ​ຂອງ​ຕົນ​ເອງ​ເປັນຫຼັກ.

15. ​ເປັນ​ຜົນ​ດີຫຼາຍສໍາລັບ​ນັກ​ສຶກສາ IR ​ແຕ່​ກໍ່ມີ​ນັກ​ສຶກສາ​ບາງ​ກຸ່ມ​ບໍ່ຮູ້​ນໍາ​ໃຊ້ Internet ​ແລະ ນ້ອງ​ເອງ​ຄິດ​ວ່າການ​ຮຽນ​ແບບ​ນີ້ມັນ​ເປັນ​ການ​ຝຶກ​ແອບ​​ໃຫ້ພວກ​ນ້ອງ​​ໄດ້​ກ້າວ​ໄປ​ສູ່​ໂລກ​ໃໝ່, ​ໂລກ​ແຫ່ງ​ເຕັກ​ໂນ​ໂລ​ຢີ, ​ໄດ້​ຮັບ​ຄວາມ​ຮູ້​ໃໝ່ໆ​ໃນ​ສິ່ງ​ທີ່​ເຮົາ​ບໍ່ຮູ້.

16. ມີ​ຜົນ​ດີ​ແນ່ນອນ​ຕໍ່ກັບ​ພວກ​ນ້ອງ​​ເອງ ​ເພາະ​ໄດ້​ຮຽນຮູ້​ສິ່ງ​ໃໝ່ໆ ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮຽນຈາກ​ທາງ net​ເພາະ​ມັນ​ຈະ​ເຮັດ​ໃຫ້​ພວກ​ນ້ອງ​ກ້າວ​ໄປ​ທັນ​ຍຸກ​ທັນ​ສະ​ໄໝ.

17. ​ເປັນ​ແນວ​ຄິດ​ທີ່​ທັນ​ສະ​ໄໝຫຼາຍສໍາລັບ​ໄວໜຸ່ມ​ເຮົາ( ການ​ສື່ສານ​ໂດຍ​ຊ່ອງ​ທາງນີ້​ແມ່ນ​ແນວ​ຄິດ​ທີ່​ດີ ​ແລະ ຄິດ​ວ່າ​ໃນ​ອະນາຄົດ​ຂ້າງໜ້າຈະ​ມີ​ຮູບ​ແບບ​ໃໝ່ທີ່​ທັນ​ສະ​ໄໝ​ແບບ​ນີ້ກໍາ​ເນີ​ດ​ເກີດ​ຂຶ້ນຕື່ມ​ອີກ ​ແລະ ​ແຜ່ຫຼາຍ ).

18. ມີ​ທັງ​ຂໍ້​ດີ ​ແລະ ຂໍ້​ເສຍ.ຂໍ້​ດີ ​ແມ່ນ​ຈະສ້າງຄວາມ​ກະຕືລື​ລົ້ນ ​ໃນ​ການ​ຊອກ​ຮູ້​ຂໍ້​ມູນດ້ວຍ​ຕົນ​ເອງ, ຮູ້​ຄິດ, ວິ​ເຄາະ​ບັນຫາ​ດ້ວຍ​ຕົນ​ເອງ.ຂໍ້​ເສຍ ​ແມ່ນ​ບາງ​ຄັ້ງ​ທີ່​ນັກ​ສຶກສາ​ຊອກ​ມາ​ອາດ​ຈະ​ບໍ່ຖືກຕ້ອງ ຫຼືມີ​ຂໍ້​ບົກ​ຜ່ອງ​ບາງ​ປະການ. ນັກ​ສຶກສາ​ບາງ​ຄົນ​ບໍ່ສົນ​ໃຈ​ບົດຮຽນຂອງ​ຄົນ​ອື່ນ ​ແລະ ວິທີ​ນີ້​ແມ່ນ​ໄດ້​ໃຊ້​ງົບປະມານຫຼາຍ​ເກີນ​ໄປ.

19. ຖື​ວ່າ​ດີ ​ເພາະ​ທຸກໆຄົນ​ອາດ​ຈະ​ມີ​ແນວ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ກັນ ​ເຊິ່ງຈະ​ເປັນ​ການ​ດີ​ທີ່​ຈະ​ໄດ້​ແລກປ່ຽນ​ແນວ​ຄວາມ​ຄິດ​ໃນ​ການ​ຮຽນ.

20. ມີ​ຈຸດ​ດີ ​ເພາະວ່າ​ນັກ​ສຶກສາ​ ສາມາດສະ​ແດງ​ຄວາ​ມຄິດ​ຄວາມ​ເຫັນ​ຂອງ​ຕົນ​ເອງ​ອອກ​ມາ​ໄດ້​ຢ່າງ​ເຕັມທີ່ ທັງ​ເປັນ​ການ​ແລກປ່ຽນຂໍ້​ມູນ​ຕ່າງໆກັບ​ບັນດາ​ນັກສຶກສາ​ດ້ວຍ​ກັນ ​ແລະ ຄູ​ອາຈານ​ອີກ​ດ້ວຍ. ມັນ​ຈະ​ເພີ່ມ​ປະສິດທິພາບ​ໃຫ້​ນັກ​ສຶກສາ ກ້າ​ຄິດ​ກ້າ​ສະ​ແດງ​ອອກ ​ໂດຍ​ພາຍ​ໃຕ້​ການ​ແນະ​ນໍາ​ຂອງ​ອາຈານ.

21. ມີຜົນ​ດີ ​ແລະ ທັງ​ຜົນ​ເສຍ. ຜົນ​ດີ ​ແມ່ນ​ມີ​ຄວາມ​ຮູ້​ທາງ​ດ້ານ Internet ຫຼາຍຂຶ້ນ. ຜົນ​ເສຍ ​ແມ່ນ​ເກີດ​ມີ​ຄວາມ​ຫຍຸ້ງຍາກ ​ເພາະ​ບາງ​ຄົນ​ບໍ່ມີ​ຄອມ​ພິວ​ເຕີ ​ແລະ ບໍ່ຊໍານານ.

22. ​ແມ່ນ​ເປັນ​ວິທີ​ທີ່​ດີ​ຢ່າງໜຶ່ງ ​ເພາະ​ມັນ​ເຮັດ​ໃຫ້​ນັກຮຽນຈໍາ​ເປັນ​ຕ້ອງ​ໄດ້​ຄົ້ນຄວ້າ​ບົດຮຽນຂຶ້ນ​ຕື່ມ ​ແລະ ​ເຮັດ​ໃຫ້​ເຂົ້າ​ໃຈ​ບົດຮຽນຫຼາຍຂຶ້ນ.

23. ຈະ​ເຮັດ​ໃຫ້​ນັກ​ສຶກສາມີຄວາມ​ຕື່ນ​ຕົວ ​ແລະ ກະຕືລື​ລົ້ນ, ​ເຮັດ​ໃຫ້​ນັກ​ສຶກສາ​ກ້າ​ຄິດ​ ກ້າ​ເວົ້າ ກ້າ​ສະ​ແດງ​ອອກ ​ແລະ​ເຮັດ​ໃຫ້ການ​ຮຽນຂອງ​ນັກ​ສຶກສາ​ດໍາ​ເນີນ​ໄປ​ຢ່າງ​ມີ​ປະສິດທິພາບ.

24. ຈະ​ເປັນ​ການ​ດີ ກໍ່ຄື ນັກ​ສຶກສາ​ໄດ້​ໃຊ້​ຄວາມ​ສາມາດ ​ໃນ​ການ​ຊອກ​ຫາ​ຂໍ້​ມູນ​ດ້ວຍ​ຕົນ​ເອງ, ນັກ​ສຶກສາມີ​ອິດສະຫຼະ​ໃນ​ການ​ໃຊ້​ຄວາມ​ຄິດ ​ແລະ ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ.

25. ​ແມ່ນ​ການ​ສອນ​ທີ່​ເປັນ​ວິທີໜຶ່ງທີ່​ດີ ​ເຊິ່ງ​ໃຫ້​ນັກ​ສຶກສາ​ໄດ້​ຮູ້ຈັກ​ຄົ້ນຄວ້າ​ຮໍ່າຮຽນດ້ວຍ​ຕົນ​ເອງ, ​ເຮັດ​ໃຫ້​ໄດ້​ຄົ້ນຄວ້າ​ບົດຮຽນຫຼາຍຂຶ້ນ​ຈຶ່ງ​ເຮັດ​ໃຫ້​ນັກ​ສຶກສາ​ໄດ້​ເຂົ້າ​ເຖິງບົດຮຽນຫຼາຍຂຶ້ນ. ​ແລະ ຍັງ​ມີ​ຜົນ​ເສຍ ຄື​ການ​ສຶກສາ​ໂດຍ​ເອົາ​ນັກ​ສຶກສາ​ເປັນ​ໃຈກາງ​ເຮັດ​ໃຫ້​ບໍ່ສົນ​ໃຈ​ຜູ້​ອື່ນ, ບໍ່ຕັ້ງ​ໃຈ​ຟັງ​ອາຈານ​ອະທິບາຍ.

26. ມີ​ທັງ​ຜົນ​ດີ ​ແລະ ຜົນ​ເສຍ. ຜົນ​ດີ ​ຄື​ເຮັດ​ໃຫ້​ນັກ​ສຶກສາມີ​ຄວາມ​ກະຕືລື​ລົ້ນ​ໃນ​ການ​ຮຽນ,ຮູ້​ຂ່າວສານ​ທີ່​ທັນ​ສະ​ໄໝ, ຮູ້​ວິທີ​ການ​ໃຊ້ internet, ຖ້າ​ຈັດ​ເປັນ​ກຸ່ມ ຈະ​ເຮັດ​ໃຫ້​ນັກ​ສຶກສາທຸກ​ຄົນ​ມີ​ສ່ວນ​ຮ່ວມ​ນໍາ​ກັນ ​ແລະ ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ຕື່ມ​ອີກ.

27. ດີ. ​ເພາະວ່າ ​ເຮົາ​ສາມາດ​ເກັບ​ຄະ​ແນນ​ໄປ​ແຕ່​ລະ​ຊ່ວງ ບໍ່​ແມ່ນ​ຈະ​ເກັບ​ຄະ​ແນນ​ແຕ່​ຊ່ວງ​ທ້າຍ​ພາກຮຽນຄັ້ງ​ດຽວ. ນອກ​ນີ້ ຍັງ​ເຮັດ​ໃຫ້​ນັກ​ສຶກສາມີ​ຄວາມ​ກະຕືລື​ລົ້ນ​ທີ່​ຈະ​ມາ​ໂຮງຮຽນ, ອອກ​ຄວາມ​ຄິດ​ເຫັນ​ໃນ​ຫ້ອງ​ຮຽນ​ໄດ້ຫຼາຍຂຶ້ນ, ມີ​ຄວາມ​ກ້າຫານຫຼາຍຂຶ້ນ.

หมายเลขบันทึก: 406039เขียนเมื่อ 2 พฤศจิกายน 2010 13:34 น. ()แก้ไขเมื่อ 22 มิถุนายน 2012 12:22 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (1)

Teaching based on students' needs is very good and useful method, so students are fun because they can participate in their learning and it's very useful. I like your teaching method. Thank you, Sonenaly

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท