ຕາມທັດສະນະຂອງນັກປົກຄອງການປົກປ້ອງຊັບສິນທາງປັນຍາຄວນເຮັດແນວໃດ?


 

            ຕ້ອງສ່ົງເສີມທີ່ມີລັກສະນະການສ້າງສັນຊັບສິນທາງປັນຍາຂອງລາວ ໂດຍສະເພາະໃນສ່ວນທີ່ລາວ

ມີຄວາມສາມດໃນການແຂ່ງຂັນໃນເວທີໂລກແລະໃນຂະແໜງຕະຫລາດທີ່ຕ້ອງການໂດຍມີວິທີການດັ່ງນີ້

- ສົ່ງເສີມການສ້າງຊັບສິນທາງປັນຍາ ຈາກການວິໃຈ ແລະພັດທະນາພື້ນຖານ ແລະການຕໍ່ຍອດ ໂດຍການພັດທະນາລະຫວ່າງໜ່ວຍງານແລະຄວາມຕ້ອງການຂອງພາກອຸດສາຫະກຳທັງໃນລະດັບປະເທດທ້ອງຖິ່ນ

- ສະໜັບສະໜູນການຮ່ວມທຶນລະຫວ່າງລັດແລະເອກະຊົນໃນການພັດທະນາເຕັກໂນໂລຊີ

-  ພັດທະນາຖານຂໍ້ມູນຊັບສິນທາງປັນຍາທັງຂອງລາວແລະຂອງຕ່າງປະເທດ ລວມທັງຖານຂໍ້ມູນພູມປັນຍາຂອງຊາວບ້ານ ແລະຊັບພະຍາກອນທາງທຳມະຊາດ ເພື່ອໃຫ້ນັກວິໃຈ, ນັກປະດິດສ້າງ ທັງຂອງລັດ ແລະເອກະຊົນສາມາດເຂົ້າເຖິງໄດ້

-  ສົ່ງເສີມຄວາມຮ່ວມມືກັບຕ່າງປະເທດໃນການພັດທະນາ ແລະຜະລິດສິນຄ້າ ແລະບໍລິການໃຫ້ມີຄຸນນະພາບ ບົນພື້ນຖານໃນການສ້າງສັນ

- ສ່ົງເສີມການວິໃຈແລະພັດທະນາສິນຄ້າຕົ້ນແບບ(prototype) ທີ່ພ້ອມເຂົ້າສູ່ແລະເປັນໄປຕາມຄວາມຕ້ອງການຂອງຕະຫລາດ

-  ສົ່ງເສີມຄວາມຮ່ວມມືກັບຕ່າງປະເທດໃນການພັດທະນາ ແລະຜະລິດສິນຄ້າ ແລະບໍລິການໃຫ້ມີຄຸນນະພາບ ບົນພື້ນຖານໃນການສ້າງສັນ

- ສ່ົງເສີມການວິໃຈແລະພັດທະນາສິນຄ້າຕົ້ນແບບ(prototype) ທີ່ພ້ອມເຂົ້າສູ່ແລະເປັນໄປຕາມຄວາມຕ້ອງການຂອງຕະຫລາດ

-  ພັດທະນາໂຄງສ້າງພື້ນຖານທາງເຕັກໂນໂລຊີ ສ້າງຫ້ອງທົດລອງທາງການວິໃຈ ເພື່ອສະໜັບສະໜູນການພັດທະນາ ແລະຊັບສິນທາງປັນຍາ  

ເພື່ອໃຫ້ຊັບສິນທາງປັນຍາຂອງຄົນລາວ, ໄດ້ຮັບການນຳໄປໃຊ້ໃຫ້ເກີດມີປະໂຫຍດຢ່າງແທ້ຈິງ ພັດທະນາໃຫ້ກາຍເປັນສິນຄ້າ ແລະການບໍລິການທີ່ສ້າງມູນລະຄ່າເພີ່ມ

-  ສະໜັບສະໜູນການສ້າງ ແລະພັດທະນາສິນຄ້າແລະບໍລິການໃຫ້ສາມາດເຂົ້າຕະຫລາດໄດ້ຢ່າງມີປະສິດຕິພາບເຊິ່ງລວມເຖິງການສ້າງກາປະທັບ(branding) ໃຫ້ເປັນທີ່ຍອມຮັບທັງພາຍໃນແລະຕ່າງປະເທດ

-  ສົ່ງເສີມຜູ້ປະກອບການໃນທ້ອງຖິ່ນໃຫ້ໃຊ້ຊັບສິນທາງປັນຍາເພື່ອເພີ່ມມູນຄ່າແລະບໍລິການ

-  ຈັດຕັ້ງອົງກອນຈັດເກັບຄ່າລິຂະສິດໂດຍສະເພາະໃນວຽກທີ່ຄົນລາວເຮັດທີ່ມີຄຸນນະພາບໃນລັກສະນະທາງສ້າງສັນເຊັ່ນ ບົດລະຄອນ, ເພັງ ແລະໜັງສືບົດເປັນຕົ້ນ

ການຄຸ້ມຄອງຊັບສິນທາງປັນຍາ

-  ເພື່ອສ້າງລະບົບການຄຸ້ມຄອງຊັບສິນທາງປັນຍາໃຫ້ເປັນໄປຕາມມາດຕະຖານສາກົນ ເໝາະສົມແລະທັນກັບການປ່ຽນແປງຂອງເທັກໂນໂລຊີ ລວມທັງພັດທະນາລະບົບການຄຸ້ມຄອງພູມປັນຍາທ້ອງຖິ່ນ ແລະຊັບພະຍາກອນທຳມະຊາດໂດຍມີ ກົນໄກໃນທາງປະຕິບັດດັ່ງນີ້

-  ພັດທະນາການກວດກາແລະການຈົດທະບີຽນສິດທິບັດແລະເຄື່ອງໝາຍການຄ້າໃຫ້ມີຄວາມສະດວກ, ວ່ອງໄວຂື້ນ ແລະຖືກຕ້ອງ ໂດຍປັບປຸງຄຸນນະພາບ ຂະບວນການໃຫ້ປອດໃສ ກວດກາໄດ້ ພ້ອມທັງລະບົບການຄວບຄຸມຄຸນນະພາບການກວດກາໃຫ້ເປັນທີ່ຍອມຮັບໃນລະດັບສາກົນ

-  ພັດທະນາລະບຽບແລະກົດໝາຍການຄຸ້ມຄອງຊັບສິນທາງປັນຍາຂອງລາວໃຫ້ເໝາະສົມກັບລະດັບການພັດທະນາປະເທດ ທັນກັບສະພາບການ ການປ່ຽນແປງຂອງເຕັກໂນໂລຊີ ລວມທັງການເຂົ້າເປັນພາຄີຂອງສົນທິສັນຍາທີ່ກ່ຽວກັບຊັບສິນທາງປັນຍາເພື່ອຊ່ວຍໃຫ້ຊັບສິນທາງປັນຍາຂອງລາວໄດ້ຮັບການຄຸ້ມຄອງໃຫ້ດີຂື້ນໃນຕ່າງປະເທດ

-          ພັດທະນາລະບົບກົດໝາຍການຄຸ້ມຄອງພູມປັນຍາຊາວບ້ານ ແລະຊັບພະຍາກອນທຳມະຊາດຂອງລາວ ແລະຊຸກຍູ້ສ້າງຫລັກການດັ່ງກ່າວເປັນທີ່ຍອມຮັບໃນສາກົນ

ການປ້ອງກັນ ແລະປາບປາມການລະເມີດຊັບສິນທາງປັນຍາ

ເພື່ອໃຫ້ວຽກງານການປ້ອງກັນ ແລະປາບປາມການລະເມີດຊັບສິນທາງປັນຍາເປັນໄປຢ່າງມີປະສິດຕິພາບໂດຍມີກົນໄກໃນການປະຕິບັດດັ່ງຕ່ໍໄປນີ້

-  ຍົກລະດັບພາລະບົດບາດໃນການເຮັດວຽກຂອງໜ່ວຍງານທີ່ກ່ຽວຂ້ອງກັບການປ້ອງກັນແລະປາບປາມການລະເມີດຊັບສິນທາງປັນຍາ ເພື່ອໃຫ້ການປະຕິບັດງານເປັນໄປຢ່າງມີປະສິດຕິພາບ ຈິງຈັງແລະຕ່ອເນື່ອງ

-  ຮິບດຳເນີນໃນຂະບວນການທາງກໄດໝາຍຕໍ່ກັບຜູ້ລະເມີດຊັບສິນທາງປັນຍາ ແລະນຳເອົາກົດໝາຍທີ່ກ່ຽວຂ້ອງທຸກສະບັບມາໃຊ້ໃນການດຳເນີນຄະດີຕໍ່ກັບຜູ້ກະທຳຜິດໄດ້ຢ່າງມີປະສິດຕິພາບລວມທັງຈັດການທຳລາຍຂອງກາງລະເມີດຊັບສິນທາງປັນຍາຢ່າງຕ່ໍເນື່ອງ

-  ພັດທະນາກົດໝາຍທີ່ກ່ຽວຂ້ອງກັບການປາມປາມການລະເມີດຊັບສິນທາງປັນຍາ ໃຫ້ສາມາດບັງຄັບໃຊ້ໄດ້ຢ່າງມີປະສິດທິພາບທັນສະໃໝ ແລະທັບສະພາບການປ່ຽນແປງຂອງເຕັກໂນໂລຊີຕະຫລອດຈົນເຖິງການທົດໃຊ້ຄ່າເສຍຫານຜູ້ໄດ້ຮັບຜົນກະທົບຈາກການລະເມີດຊັບສິນທາງປັນຍາ

-  ພັດທະນາປັບປຸງສ້າງຖານຂ້ໍມູນທີ່ກ່ຽວຂ້ອງກັບການປ້ອງກັນປາບປາມການລະເມີດຊັນສິນທາງປັນຍາ ເພື່ອໃຫ້ໄດ້ສາມາດຕິດຕາມແລະປະເມີນຜົນໄດ້ຢ່າງມີປະສິດທິພາບ

ການປູກຈິດສຳນຶກ ແລະການສຶກສາດ້ານຊັບສິນທາງປັນຍາ

       ເພື່ອໃຫ້ຄົນລາວມີຄ່ານິຍົມແລະຈິດສຳນຶກໃນການເຄົາລົບຊັບສິນທາງປັນຍາແລະພັດທະນາລະບົບການສຶກສາໃນການສ້າງຈິດສຳນຶກຂອງເດັກແລະເຍົາວະຊົນ ຕະຫລອດເຖິງການສ້າງບຸກຄະລາກອນທີ່ມີຄວາມຊ່ຽນຊານດ້ານຊັບສິນທາງປັນຍາໂດຍມີກົນດັ່ງລຸ່ມນີ້

-  ສ້າງແລະພັດທະນາຫລັກສູດແລະລະບົບການສຶກສາລະດັບຂັ້ນປະຖົມສຶກສາ ເພື່ອໃຫ້ມີຈິດສຳນຶກໃນການເຄົາລົບຊັບສິນທາງປັນຍາ

-  ເສີມສ້າງຄ່ານິຍົມ ຈັນຍາທຳຂອງຄົນລາວໃຫ້ມີຈິດສຳນຶກໃນການເຄົາລົບຊັບສິນທາງປັນຍາຂອງຜູ້ອື່ນ

-  ສ້າງແລະພັດທະນາຫລັກສູດແລະລະບົບການສຶກສາ ເພື່ອສ້າງບຸກຄະລາກອນທີ່ມີຄວາມຊ່ຽວຊານດ້ານຊັບສິນທາງປັນຍາຕ່າງໆທັງການສ້າງເຮັດການວິຈັຍ ແລະພັດທະນາການກວດກາ,ການຂື້ນທະບຽນຊັບສິນທາງປັນຍາ ແລະການປາບປາມການລະເມີດຊັບສິນທາງປັນຍາ

-  ໂຄສະນາເຜີຍແຜ່ ແລະຈັດກິດຈະກຳຕ່າງໆເພື່ອໃຫ້ຄົນລາວໃນທຸກລະດັບມີຈິດສຳນຶກໃນການເຄົາລົບຊັບສິນທາງປັນຍາ ແລະສ້າງໃຫ້ໃຊ້ສະຕິປັນຍາໃນທາງທີ່ສ້າງສັນຜົນງານ ຊັບສິນທາງປັນຍາ

ສະໜັບສະໜູນແລະສ້າງເງື່ອນໄຂໃຫ້ສາມາດເຂົ້າຫາແຫລ່ງທຶນທາງການເງິນ

  ເພື່ອໃຫ້ໜ່ວຍງານທີ່ກ່ຽວຂ້ອງທັງລັດແລະເອກະຊົນສາມາດເຂົ້າເຖິງແຫລ່ງທຶນເຊິ່ງເປັນປັດໃຈພື້ນຖານໃນການສະໜັບສະໜູນໃຫ້ເກີດການສ້າງສັນ ການຄຸ້ມຄອງ, ການປາບປາມການລະເມີດ ແລະນຳເອົາຊັບສິນທາງປັນຍາໄປໃຊ້ໃຫ້ເປັນປະໂຫຍດໃນເຊີງທຸລະກິດໄດ້ຢ່າງມີປະສິດຕິພາບໂດຍມີກົນໄກດັ່ງລຸ່ມນີ້

-  ກຳນົດມາດຕະການທາງດ້ານການເງິນທີ່ສະໜັບສະໜູນການພັດທະນາຊັບສິນທາງປັນຍາທັງລະບົບ ຄົບວົງຈອນ ເຊິ່ງລວມເຖິງການສ້າງ, ພັດທະນາຕໍ່ຍອດ ແລະ ການໃຊ້ໃຫ້ເກີດປະໂຫຍດຈາກຊັບສິນທາງປັນຍາ ໃນເຊີງທາງທຸລກິດແລະການຄ້າ ແລະການຄຸ້ມຄອງຊັບສິນທາງປັນຍາລາວໃນຕ່າງປະເທດ

-  ສະໜັບສະໜູນການຮ່ວມທຶນກັບຕ່າງປະເທດ ແລະການຮ່ວມທຶນລະຫວ່າງຜູ້ປະກອບການ ເພື່ອພັດທະນາຊັບສິນທາງປັນ

-  ສະໜັບສະໜູນການປະເມີນມູນຄ່າທາງເສດຖະກິດຂອງຊັບສິນທາງປັນຍາ ຍອມຮັບຊັບສິນທາງປັນຍາເປັນຫລັກປະກັນການກູ້ຢືມຫລື ຊັບສິນໃນການເຮັດທຸລະກິດ

ປະຕີບັດນະໂຍບາຍແລະໃຊ້ມາດຕະການຕໍ່ຜູ້ລະເມີດ

ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

-    ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາ ເປັນຕົ້ນໃນການຄຸ້ມຄອງ ແລະການປົກປ້ອງຊັບສິນທາງປັນຍາຈະໄດ້ຮັບການຍ້ອງຍໍ ຫຼືນະໂຍບາຍຕາມລະບຽບກົດໝາຍ 

-     ນະໂຍບາຍຕໍ່ຜູ້ປະດິດສ້າງ ຫຼື ຜູ້ປະດິດຄິດແຕ່ງ    ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານໃນການປະດິດສ້າງຫຼືປະດິດຄິດແຕ່ງ ຈະໄດ້ຮັບການຍ້ອງຍໍ, ລາງວັນ ຫຼື ນະໂຍບາຍອື່ນຕາມລະບຽບການ

ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດກົດໝາຍວ່າດ້ວຍຊັບສິນທາງປັນຍາຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໄໝ, ໃຊ້ແທນທາງແພ່ງ ຫຼືລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ

หมายเลขบันทึก: 391761เขียนเมื่อ 7 กันยายน 2010 08:45 น. ()แก้ไขเมื่อ 12 กุมภาพันธ์ 2012 16:13 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (2)
  • สะบายดี
  • มาทักทาย
  • มาเขียนบ่อยๆๆนะครับ

A jan, this is very good and useful resources information for studying law, i will recommend and encourage other students to visit this website. Sonenaly

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท