ປະຫວັດຄວາມເປັນມາຂອງວິຊາຈິດຕະວິທະຍາພັດທະນາການ


ຈິດຕະວິທະຍາພັດທະນາການເປັນຈິດຕະວິທະຍາສາຂາໄໝ່ ເຊີ່ງພັດທະນາມາຈາກຈິດຕະວິທະຍາເດັກ ແລະ ຈິດຕະວິທະຍາໄວລຸ້ນ. ຄວາມກ້າວໜ້າທາງການແພດ ເຮັດໃຫ້ຄົສ່ວນຫຼາຍໃນໂລກ ມີອາຍຸຍືຍຍາວໄປຈົນເຖິງໄວກາງຄົນ ແລະ ໄວສູງອາຍຸ ອີກທັ້ງຄວາມກ້າວໜ້າທາງການແພດ ແລະ ເຄື່ອງມືທາງວິທະຍາສາດ ເຮັດໃຫ້ວິທະຍາການກ່ຽວກັບການພັດທະນາການຂອງເດັກໃນໄວກ່ອນເກີດ ໄດ້ຮັບການສຶກສາຄົ້ນຄວ້າຢ່າງຖີ່ຖ້ວນ. ດັ່ງນັ້ນ ການສຶກສາຈິດຕະວິທະຍາພັດທະນາການ ເຊີ່ງແຕ່ເດີມເນັ້ນແຕ່ພຽງໄວເດັກ ແລະ ໄວລຸ້ນໄດ້ຂະຫຍາຍຂອບເຂດ ຕັ້ງແຕ່ໄວກ່ອນເກີດ ຈົນໄປເຖິງວາລະສຸດທ້າຍຂອງຊີວິດ, ສະນັ້ນ ຈື່ງເກີດມີວິທະຍາສາດສາຂາໄໝ່ເອີ້ນວ່າ ຈິດຕະວິທະຍາພັດທະນາການ


ໂດຍທົ່ວໄປແລ້ວ ວິຊານີ້ໄດ້ສຶກສາລັກສະນະການປ່ຽນແປງຂອງມະນຸດທາງດ້ານຮ່າງກາຍ, ສັງຄົມ, ອາລົມ, ສະຕິປັນຍາໃນໄວຕ່າງໆ ນັ້ບຕັ້ງແຕ່ຈຸດເລີ່ມຕົ້ນຂອງຊີວິດຈົນໄປເຖິງຈຸດສີ້ນສຸດຂອງຊີວິດ, ຄວບຄຸມເຖິງພືດຕິກຳທີ່ສາມາດເຫັນໄດ້ ແລະ ບໍ່ສາມາດເຫັນໄດ້ . ປັດຊະຍາພື້ນຖານຂອງສາຂາວິຊານີ້ແມ່ນ ມະນຸດທຸກໆໄວມີຄວາມສຳຄັນ, ມີຄຸນຄ່າ ແລະ ມີສັກກະຍະພາບໃນການພັດທະນາຕົນໃຫ້ສາມາດດຳເນີນຊີວິດຢ່າງມີຄຸນຄ່າເໝາະສົມຕາມໄວ ແລະ ຖ້າຫາກຂາດມະນຸດເຂົ້າໃຈວິຖີທຳມະຊາດໃຫ້ພັດທະນາໄປຢ່າງສ້າງສັນ ແລະ ມີຄຸນນະພາບ

หมายเลขบันทึก: 648478เขียนเมื่อ 23 มิถุนายน 2018 13:26 น. ()แก้ไขเมื่อ 23 มิถุนายน 2018 13:26 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท