ກົດໝາຍ ແລະ ເສດຖະກິດລາວ

ຄວາມຮູ້ພື້ນຖານກ່ຽວກັບ ລັດຖະທຳມະນູນ ແຫ່ງ ສປປ ລາວ

ລັດຖະທຳມະນູນ ສະບັບປັບປຸງ ໄດ້ຖືກຮັບຮອງເອົາໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດຊຸດທີ V ໃນວັນທີ 6 ພຶດສະພາ 2003 ແລະ ປະທານປະເທດແຫ່ງ ສປປ ລາວ ໄດ້ປະກາດໃຊ້ ໃນວັນທີ 28 ພຶດສະພາ 2003 ຊຶ່ງປະກອບມີ 11 ໝວດ ແລະ 98 ມາດຕາ.

I. ຄວາມໝາຍສຳຄັນຂອງ ລັດຖະທຳມະນູນ.

ສາມສິບກວ່າປີ ແຫ່ງການບູລະນະ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນສະຫຼາດ ສ່ອງໄສ, ປີຊາສາມາດຂອງພັດປະຊາຊົນປະຕິວັດລາວ ອັນໄດ້ໄຂສັງກາດໃໝ່ໃນການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ບັນດາພື້ນຖານໂຄງລ່າງທາງສດ້ານການຈັດຕັ້ງຂອງ ສປປ ລາວ ແຕ່ສູນກາງ ລົງຮອດທ້ອງຖິ່ນ ມີຄວາມໜັກແໜ້ນ, ເຂັ້ມແຂງ, ພື້ນຖານທາງດ້ານເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ, ສະຫງົບ, ສີວິໄລ, ຍຸຕິທຳ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ນັບມື້ ດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັບການດຳເນີນແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກນັ້ນ ໃນປີ 1986 ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໄດ້ມີການກຳນົດ ແລະ ວາງແນວທາງການປ່ຽນແປງໃໝ່ ໃນແນວທາງ ໄດ້ວາງຍຸດທະສາດ ການຫັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍມະຕິ, ຄຳສັ່ງໃນເມື່ອກ່ອນ ມາຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ເທື່ອລະກ້າວ ແລະ ຈະສ້າງ ສປປ ລາວ ໃຫ້ເປັນລັດແຫ່ງກົດໝາຍ. ການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ແມ່ນມີຄວາມຈຳເປັນ ແລະ ພາວະວິໄສ ເພື່ອກຳນົດບັນທັດ ຖານ ສຳລັບການເຄື່ອນໄຫວ ແລະ ການດຳລົງຊີວິດຂອງຄົນຢູ່ໃນສັງຄົມ. ສະນັ້ນ, ການພັດທະນາກົດໝາຍໃຫ້ເປັນ ລະບົບ ແນໃສ່ດັດປັບສາຍພົວພັນສັງຄົມໃນສະພາບປັດຈຸບັນ ຊຶ່ງເອີ້ນກັນວ່າຍຸກໂລກາພິວັດ ທີ່ມີທັງການແກ່ງແຍ່ງ ແຂ່ງຂັນກັນສູງນີ້ ມັນຍິງມີຄວາມຈຳເປັນ ຕ້ອງໄດ້ມີການສ້າງ ແລະ ພັດທະນາກົດໝາຍ ໃຫ້ສອດຄ່ອງກັບຍຸກ ສະໄໝ ທັງນີ້ກໍເພື່ອສ້າງຄວາມໝັ້ນຄົງໃຫ້ແກ່ການຄຸ້ມຄອງສັງຄົມ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການພົວພັນຮ່ວມມື ກັບພາກພື້ນ, ສາກົນ, ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃສ່ທຸກຂະແໜງການຜະລິດ, ທຸລະກິດ ໃນ ສປປ ລາວ ໃຫ້ນັບມື້ກວ້າງຂວາງ.

ອັນທີ່ສະແດງໃຫ້ພວກເຮົາມີຄວາມເອກອ້າງທະນົງໃຈ ແລະ ເຫັນໄດ້ຢ່າງຊັດເຈນ ແມ່ນໃນຊ່ວງໄລຍະ ຊາວກວ່າປີທີ່ຜ່ານມານີ້ ເລີ່ມແຕ່ 15 ສິງຫາ 1991 ເປັນຕົ້ນມາ ພາຍາຫຼັງທີ່ໄດ້ຮັບຮອງ ແລະ ປະກາດໃຊ້ ລັດຖະທຳມະນູນ ແລະ ບັນດາກົດໝາຍຂະແໜງຕ່າງໆຈຳນວນໜຶ່ງແລ້ວ ເຫັນໄດ້ວ່າກົດໝາຍ ມີບົດບາດ ທີ່ພົ້ນ ເດັ່ນຢູ່ໃນສັງຄົມ, ກາຍເປັນເຄື່ອງມືອັນສຳຄັນໃຫ້ແກ່ພະນັກງານປົກປ້ອງກົດໝາຍ, ເປັນບ່ອນອີງອັນເປັນພື້ນຖານ ໃຫ້ທຸກຂົງເຂດວຽກງານ ແລະ ເປັນສິ່ງຢັ້ງຢືນຕໍ່ສາກົນວ່າ ພວກເຮົາໄດ້ມີການຫັນປ່ຽນ ຈາກການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍມະຕິ, ຄຳສັ່ງ ມາຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ຊຶ່ງການຫັນປ່ຽນນີ້ ແມ່ນການຫັນປ່ຽນທີ່ມີລັກສະນະວິທະຍາສາດ ທັງສອດຄ່ອງກັບກົດເກນຂອງລະບົບການປົກຄອງ ໃນລະບອບປະຊາທິປະໄຕປະຊາຊົນ ຂອງປະເທດເຮົາ ຊຶ່ງໝາກຜົນຂອງລັດຖະທຳມະນູນ ແມ່ນໄດ້ມາຈາກການປະກອບສ່ວນຢ່າງຕັ້ງໜ້າ ຂອງທຸກອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງມະຫາຊົນ, ທະຫານ, ຕຳຫຼວດ ແລະ ໄດ້ມາຈາກການປະກອບສ່ວນອັນໝົດຈິດ ໝົດໃຈຂອງ ປະຊາຊົນລາວບັນດາເຜົ່າ. ປັດຈຸບັນວຽກງານການຄົ້ນຄວ້າ, ສ້າງ ແລະ ພັດທະນາກົດໝາຍ ຂອງ ສປປ ລາວ ໄດ້ຢັ້ງຢືນໃຫ້ພວກເຮົາເຫັນເຖິງຜົນສຳເລັດໃນບາດກ້າວທີ່ສຳຄັນເບື້ອງຕົ້ນ ຊຶ່ງໄດ້ຮັບການສະໜັບສະໜູນ ຈາກບັນດາພາກສ່ວນຕ່າງໆຂອງລັດ, ເອກະຊົນ, ນັກທຸລະກິດ ແລະ ບັນດາອົງການຈັດຕັ້ງສາກົນນັບມື້ກວ້າງ ຂວາງຂຶ້ນ ແລະ ລັດຖະທຳມະນູນ ສະບັບປີ 1991 ໄດ້ຮັບການປັບປຸງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ V ໃນວັນທີ 6 ພຶດສະພາ 2003 ແລະ ຖືກປະກາດໃຊ້ຕາມລັດຖະດຳລັດ ຂອງປະທານປະເທດ ໃນວັນທີ 28 ພຶດສະພາ 2003.

ຍ້ອນສະພາບເສດຖະກິດ ນັບມື້ຂະຫຍາຍຕົວ, ສາຍພົວພັນສັງຄົມ ມີການປ່ຽນແປງຢ່າງບໍ່ຢຸດຢັ້ງ, ໃນນັ້ນ ມີທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ ຄຽງຄູ່ກັນໄປ ຊຶ່ງເປັນກົດເກນໃນຂະບວນວິວັດຂອງສັງຄົມມະນຸດ ທີ່ບໍ່ອາດ ສາມາດຫຼີກລ້ຽງໄດ້; ແຕ່ເພື່ອດັດປັບສາຍພົວພັນເຫຼົ່ານັ້ນໃຫ້ເປັນໄປຢ່າງຖືກຕ້ອງຮັບປະກັນໃຫ້ສັງຄົມມີຄວາມ ສະຫງົບ, ເປັນລະບຽບຮຽບຮ້ອຍ, ສີວິໄລ ແລະ ຍຸຕິທຳນັ້ນ ລັດຖະທຳມະນູນ ມີບົດບາດ ແລະ ເປັນເຄື່ອງມືທີ່ ສຳຄັນໃນການຕັດສິນ ເພື່ອສ້າງເງື່ອນໄຂ ແລະ ປະຖົມປັດໄຈໃຫ້ແກ່ການສ້າງສັງຄົມນິຍົມໃນອານາຄົດ, ຄວາມສຳຄັນ ຂອງລັດຖະທຳມະນູນ ສະແດງອອກດັ່ງນີ້:

ລັດຖະທຳມະນູນກຳນົດຫຼັກການຂອງລະບອບປະຊາທິປະໄຕປະຊາຊົນ.

ລັດຖະທຳມະນູນ ແມ່ນແມ່ຂອງບັນດາຂະແໜງກົດໝາຍຕ່າງໆ, ເປັນກົດໝາຍສູງສຸດ ຂອງ ສປປ ລາວ ແລະ ເປັນກົດໝາຍພື້ນຖານຂອງລັດ ສະແດງເຖິງ ເຈດຈຳນົງຂອງຊົນຊັ້ນປົກຄອງ, ກຳນົດລະບອບການເມືອງ, ເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົງຈັກລັດ, ລັດຖະທຳມະນູນ ແມ່ນນິຕິກຳທີ່ເປັນພື້ນຖານ ໃຫ້ແກ່ການກໍ່ສ້າງລະບົບກົດໝາຍ ແຫ່ງ ສປປ ລາວ. ທຸກນິຕິກຳ ທີ່ສ້າງຂຶ້ນຕ້ອງໃຫ້ສອດຄ່ອງກັບລັດຖະທຳມະນູນ, ຊຶ່ງທາດແທ້ຂອງລັດຖະທຳມະນູນ ແມ່ນທາດແທ້ຊົນຊັ້ນຂອງລັດ, ແມ່ນບັນຫາຕົ້ນຕໍ ອຳນາດປົກຄອງຕົກມາໃນມືຂອງໃຜ ແລະ ຮັບໃຊ້ໃຜ ຂໍ້ນີ້ຕັດ ສິນຊີ້ຂາດເນື້ອໃນທັງໝົດ ຂອງລັດຖະທຳມະນູນ.

ລັກສະນະຂອງລັດຖະທຳມະນູນ.

ລັດຖະທຳມະນູນ ແມ່ນນິຕິກຳ ທີ່ມີລັກສະນະສັງລວມ ໝາຍຄວາມວ່າ ໄດ້ສະຫຼຸບສັງລວມບັນດໝາກຜົນ ທີ່ການປະຕິວັດຍາດມາໄດ້ ພາຍໃຕ້ການນຳພາຂອງພັກ, ລະບຸແຈ້ງໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນເຮົາຍາດ ມາດໄດ້ໃນໄລຍະທີ່ຜ່ານມາ, ມັນສະຫຼຸບສັງລວມຄືນບັນດາໄລຍະທາງສຳຄັນຂອງປະຫວັດສາດຂອງປະເທດເຮົາ, ສະຫຼຸບບັນດາບົດຮຽນຂອງການປະຕິວັດ ເປັນຕົ້ນແມ່ນບົດຮຽນທີ່ຖອດຖອນມາໄດ້ໃນຂົງເຂດການເຄື່ອນໄຫວ ຕ່າງໆ ຂອງລັດທີ່ຈະໃຊ້ເປັນພື້ນຖານໃຫ້ແກ່ການກໍ່ສ້າງລັດ.

ລັດຖະທຳມະນູນມີລັກສະນະໂຄງການດຳເນີນງານ.

ລັດຖະທຳມະນູນ ບໍ່ພຽງແຕ່ເລົ້າເຖິງບັນດາໝາກຜົນຂອງການປະຕິວັດເທົ່ານັ້ນ ແຕ່ຫາກຍັງຊີ້ໃຫ້ເຫັນ ທິດທາງກ້າວຂຶ້ນໃນອານາຄົດ, ກຳນົດສິ່ງທີ່ຈະຕ້ອງບັນລຸ ໃນກຳນົດເວລາອັນຍາວນານສົມຄວນ. ຢູ່ໃນຄຳນຳຂອງ ລັດຖະທຳມະນູນ ໄດ້ກຳນົດຈຸດໝາຍທີ່ຈະບັນລຸຄື ສ້າງປະເທດຊາດໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດຖະນາທາວອນ.

ລັດຖະທຳມະນູນ ໄດ້ສະທ້ອນໃຫ້ເຫັນຄວາມມຸ້ງມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ ໃນການສືບຕໍ່ ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການສ້າງສັງຄົມນິຍົມ ໃນອານາຄົດ.

ລັດຖະທຳມະນູນເຮັດໃຫ້ແນວທາງນະໂຍບາຍຂອງພັກ ກາຍເປັນລະບອບຂອງລັດ.

ລັດຖະທຳມະນູນ ຕິດພັນຢ່າງແໜັ້ນແຟ້ນກັບໜ້າທີ່ການເມືອງ, ກັບແນວທາງນະໂຍບາຍທີ່ມະຕິກອງ ປະຊຸມຕ່າງໆ ຂອງພັກວາງອອກ ໃນການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາ ປະຖົມປັດໄຈ ໃຫ້ແກ່ການສ້າງສັງຄົມນິຍົມໃນອານາຄົດ. ເນື້ອໃນພື້ນຖານຂອງມະຕິກອງປະຊຸມໃຫຍ່ ຂອງພັກໄດ້ ກຳນົດເຂົ້າຢູ່ໃນລັດຖະທຳມະນູນ, ລັດໄດ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກເປັນອັນລະອຽດເປັນກົດໝາຍ ພື້ນຖານ.

ລັດຖະທຳມະນູນຂອງ ສປປ ລາວ ມີພາລະບົດບາດທັງປົກປັກຮັກສາ ແລະ ທັງກໍ່ສ້າງ ຄືປົກປັກຮັກສາລະ ບອບປະຊາທິປະໄຕ ປະຊາຊົນ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປາບປາມສັດຕູພາຍໃນ ແລະ ພາຍນອກ, ທັງກໍ່ສ້າງລະບອບໃໝ່, ພື້ນຖານເສດຖະກິດໃໝ່, ວັດທະນະທຳອັນດີງາມ ເພື່ອສ້າງຄົນລຸ້ນໃໝ່ ໃຫ້ ເປັນພົນລະເມືອງດີ.

ສະຫຼຸບລວມແລ້ວ ລັດຖະທຳມະນູນ ມີສາມໜ້າທີ່ພື້ນຖານທີ່ສຳຄັນຄື:

ກ. ໜ້າທີ່ດ້ານການເມືອງ

ລັດຖະທຳມະນູນ ກຳນົດລະບອບການເມືອງ, ເສດຖະກິດ-ສັງຄົມ, ທາດແທ້ຊົນຊັ້ນ ຂອງອຳນາດລັດ, ແນວທາງການເມືອງພາຍໃນ ແລະ ຕ່າງປະເທດ, ສິດ ແລະ ພັນທະພື້ນຖານ ຂອງພົນລະເມືອງ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ.

ຂ. ໜ້າທີ່ດ້ານກົດໝາຍ.

ລັດຖະທຳມະນູນ ແມ່ນກົດໝາຍພື້ນຖານ, ແມ່ນໃຈກາງຂອງລະບົບກົດໝາຍຂອງ ສປປ ລາວ.

ຄ. ໜ້າທີ່ດ້ານແນວຄິດ.

ລັດຖະທຳມະນູນ ມີການກະທົບດ້ານແນວຄິດຕໍ່ສັງຄົມ, ສຶກສາອົບຮົມປະຊາຊົນໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນລາວ, ເຊີດຊູສະຕິເປັນເຈົ້າຂອງປະເທດຊາດ, ສະຕິເຄົາລົບກົດໝາຍ.

II. ລັດຖະທຳມະນູນ ອະນຸຍາດໃຫ້ບຸກຄົນ ແລະ ການຈັດຕັ້ງເຮັດໄດ້ ມີຫຍັງແດ່?

1. ດ້ານການເມືອງ.

ຢູ່ໃນລະບອບການເມືອງ ກ່ອນອື່ນໝົດໄດ້ເວົ້າເຖິງຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນ ດິນອັນຄົບຖ້ວນ ແລະ ຄວາມເປັນເອກະພາບຂອງຊາດ ມັນແມ່ນບັນຫາພື້ນຖານກວ່າໝູ່, ມັນແມ່ນໝາກຜົນອັນ ໃຫຍ່ຫຼວງ ທີ່ປະຊາຊົນເຮົາຍາດມາໄດ້ ດວ້ຍຄວາມເສຍສະລະຕໍ່ສູ້ຢ່າງລຳບາກຍາວນານ, ມັນແມ່ນອົງປະກອບຂອງ ລັດໜຶ່ງທີ່ເປັນເອກະລາດ ຊຶ່ງບັນຫານີ້ລັດຖະບານແຫ່ງ ສປປ ລາວ ສົ່ງເສີມຄວາມສະເໝີພາບຂອງພົນລະເມືອງ ລາວ ທາງດ້ານການເມືອງ ແລະ ສັງຄົມ ຊຶ່ງສະແດງອອກຢູ່ບ່ອນວ່າ:

- ພົນລະເມືອງລາວ ໂດຍບໍ່ຈຳແນກຍິງຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າ ມີສິດເທົ່າທຽມກັນ ທາງດ້ານການເມືອງເຊັ່ນ: ພົນລະເມືອງລາວຜູ້ທີ່ມີອາຍຸແຕ່ສິບແປດປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ທີ່ມີອາຍຸແຕ່ຊາວເອັດປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ທີ່ຖືກສານຕັດສິນປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ, ມີສິດເຂົ້າຮ່ວມໃນການເຄື່ອນ ໄຫວວຽກງານ, ປຶກສາຫາລື ແລະ ຕົກລົງບັນຫາສຳຄັນຂອງຊາດ, ໄດ້ຮັບການແຕ່ງຕັ້ງຢ່າງເໝາະສົມເຂົ້າໃນຕຳແໜ່ງ ຂັ້ນຕ່າງໆ ຂອງບັນດາອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງ ສັງຄົມ. ເຖິງແມ່ນວ່າປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດອຳນາດ ແລະຜົນປະໂຫຍດຂອງຕົນ ຊຶ່ງມີຊື່ ວ່າສະພາແຫ່ງຊາດ ແຕ່ປະຊາຊົນກໍມີສິດສະເໜີປົດຜູ້ແທນຂອງຕົນໄດ້ ຖ້າຫາກເຫັນວ່າມີການປະພຶດຕົນ ບໍ່ສົມກຽດສັກສີ ແລະ ຂາດຄວາມໄວ້ວາງໃຈຈາກປະຊາຊົນ.

- ລັດປົກປ້ອງສິດອິດສະລະພາບ ແລະ ສິດປະຊາທິປະໄຕ ຂອງປະຊາຊົນ ທີ່ບໍ່ມີໃຜຈະລ່ວງລະເມີດໄດ້. ທຸກອົງການ ແລະ ພະນັກງານຂອງລັດ ຕ້ອງໂຄສະນາອົບຮົມບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ ໃຫ້ປະຊາຊົນ ແລະ ພ້ອມກັນຈັດຕັ້ງປະຕິບັດ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ.

- ລັດປະຕິບັດນະໂຍບາຍສາມັກຄີ ແລະ ສະເໝີພາບລະຫວ່າງຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ມີສິດ ປົກປັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຕົນ ແລະ ຂອງຊາດ.

- ລັດເຄົາລົບ ແລະ ປົກປ້ອງການເຄື່ອນໄຫວອັນຖືກກົດໝາຍ ຂອງພຸດທະສາສະນິກະຊົນ ແລະ ສາສະນິ ກະຊົນອື່ນ. ປຸກລະດົມສົ່ງເສີມພະພິກຂຸສາມະເນນ ແລະ ນັກບວດຂອງສາສະໜາໃຫ້ເຂົ້າຮ່ວມໃນການເຄື່ອນໄຫວ ທີ່ເປັນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ.

- ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື; ຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບທຸກປະເທດ ບົນຫຼັກ ການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກ ແຊງເຂົ້າວຽກງານພານໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

- ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໜັບສະໜູນການຕ່ໍສູ້ຂອງປະຊາຊົນໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.

2. ດ້ານເສດຖະກິດ ແລະ ສັງຄົມ.

ເສດຖະກິດແຫ່ງຊາດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເສດຖະກິດຫຼາຍພາກ ສ່ວນທີ່ຄົງຕົວຢ່າງຍາວນານ ຊຶ່ງລ້ວນແຕ່ໄດ້ຮັບການສົ່ງເສີມ ເພື່ອຂະຫຍາຍກຳລັງການຜະລິດ, ເປີດກວ້າງການ ຜະລິດ, ທຸລະກິດ ແລະ ການບໍລິການ, ຫັນເສດຖະກິດທຳມະຊາດ ໄປສູ່ເສດຖະກິດສິນຄ້າ, ປະຕິບັດການຫັນ ເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝເທື່ອລະກ້າວ; ເຊື່ອມໂຍງກັບເສດຖະກິດຂອງພາກພື້ນ ແລະ ຂອງໂລກ, ເຮັດໃຫ້ເສດຖະກິດແຫ່ງຊາດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍົກລະດັບຊີວິດ ການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ໃຫ້ສູງຂຶ້ນ. ທຸກພາກສ່ວນເສດຖະກິດ ລ້ວນແຕ່ມີຄວາມ ສະເໝີພາບຕໍ່ໜ້າກົດໝາຍ ແລະ ເຄື່ອນໄຫວຕາມກົນໄກເສດຖະກິດຕະຫຼາດ, ທັງແຂ່ງຂັນ ແລະ ຮ່ວມມືກັນ ຂະຫຍາຍການຜະລິດ, ທຸລະກິດພາຍໃຕ້ການດັດສົມຂອງລັດ ຕາມທິດສັງຄົມນິຍົມ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງປະເທດ ໂດຍນຳໃຊ້ຮູບການສຳພັນ ເສດຖະກິດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕຂອງກັນ ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

- ລັດ ສົ່ງເສີມທຸກພາກສ່ວນເສດຖະກິດພາຍໃນປະເທດ ລົງທຶນເຂົ້າໃນການຜະລິດ, ທຸລະກິດ ແລະ ການບໍລິການ, ປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝ, ເຮັດໃຫ້ ເສດຖະກິດແຫ່ງຊາດເຕີມໃຫຍ່ເຂັ້ມແຂງ.

- ລັດ ສົ່ງເສີມການລົງທຶນຂອງຕ່າງປະເທດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສ້າງ ສິ່ງແວດລ້ອມອຳນວຍຄວາມສະດວກໃຫ້ແກ່ການນຳເອົາທຶນ, ເຕັກໂນໂລຢີ ແລະ ການຄຸ້ມຄອງທີ່ກ້າວໜ້າ ເຂົ້າສູ່ ຂະບວນການຜະລິດ, ທຸລະກິດ ແລະ ການບໍລິການ.

- ຊັບສົມບັດ ແລະ ທຶນທີ່ຖືກຕ້ອງຕາມກົດໝາຍຂອງຜູ້ລົງທຶນຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະບໍ່ຖືກເກັບເກນ, ບໍ່ຖືກຍຶດ ຫຼື ໂອນເປັນຂອງລັດ.

- ລັດປົກປ້ອງ ແລະ ເສີມຂະຫຍາຍບັນດາຮູບການກຳມະສິດຂອງລັດ, ຂອງລວມໝູ່, ເອກະເທດ, ເອກະຊົນພາຍໃນ ແລະ ຕ່າງປະເທດທີ່ລົງທຶນຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

- ລັດປົກປ້ອງສິດກ່ຽວກັບກຳມະສິດ (ສິດຄອບຄອງ, ສິດນຳໃຊ້, ສິດໄດ້ຮັບໝາກຜົນ, ສິດຊີ້ຂາດ) ແລະ ສິດສືບທອດຊັບສົມບັດຂອງການຈັດຕັ້ງ ແລະ ຂອງບຸກຄົນ. ສຳລັບທີ່ດິນ ແມ່ນເປັນກຳມະສິດຂອງວົງຄະນະຍາດ ແຫ່ງຊາດ, ລັດຮັບປະກັນສິດນຳໃຊ້, ສິດໂອນ ແລະ ສິດສືບທອດຕາມກົດໝາຍ.

- ລັດຄຸ້ມຄອງເສດຖະກິດ ຕາມກົນໄກເສດຖະກິດຕະຫຼາດ ທີ່ມີການດັດສົມຂອງລັດ, ປະຕິບັດຫຼັກການ ສົມທົບການຄຸ້ມຄອງລວມສູນ ເປັນເອກະພາບ ຂອງຂະແໜງການສູນກາງກັບການແບ່ງຄວາມຮັບຜິດຊອບຄຸ້ມຄອງ ໃຫ້ທ້ອງຖິ່ນຕາມລະບຽບກົດໝາຍ.

- ທຸກອົງການຈັດຕັ້ງ ແລະ ພົນລະເມືອງທຸກຄົນ ຕ້ອງປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາຊັບ ພະຍາກອນທຳມະຊາດ: ໜ້າດິນ, ພື້ນດິນ, ປ່າໄມ້, ສັດ, ແຫຼ່ງນ້ຳ ແລະ ອາກາດ.

3. ດ້ານການສຶກສາ.

- ລັດເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາການສຶກສາ ປະຕິບັດລະບອບການສຶກສາ ຊັ້ນປະຖົມແບບ ບັງຄັບ ເພື່ອສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ ແລະ ຄວາມສາມາດ.

- ລັດໃຫ້ຄວາມສຳຄັນແກ່ການພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ໂດຍໃຫ້ບູລິມະສິດແກ່ການພັດທະນາຊັບພະຍາກອນມະນຸດ.

-ລັດ ແລະ ທົ່ວສັງຄົມ ຕັ້ງໜ້າພັດທະນາການສຶກສາ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ຮັບການສຶກສາຢ່າງທົ່ວ ເຖິງ ໂດຍສະເພາະປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ, ຊົນເຜົ່າ, ແມ່ຍິງ, ເດັກນ້ອຍ ແລະ ຜູ້ດ້ອຍໂອກາດ.

- ລັດສົ່ງເສີມ ແລະ ຊຸກຍູ້ໃຫ້ເອກະຊົນລົງທຶນເຂົ້າໃນການພັດທະນາການສຶກສາແຫ່ງຊາດ ຕາມກົດໝາຍ.

- ລັດເອົາໃຈໃສ່ສົ່ງເສີມສະຕິປັນຍາ ແລະ ຫົວຄິດປະດິດສ້າງໃນວຽກງານການຄົ້ນຄວ້າ ແລະ ການນຳໃຊ້ ວິທະຍາສາດ-ເຕັກໂນໂລຢີ, ປົກປ້ອງ ຊັບສິນທາງປັນຍາໄປຄຽງຄູ່ກັບການບຳລຸງ ແລະ ກໍ່ສ້າງນັກວິທະຍາສາດ ເພື່ອ ຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝ.

- ພົນລະເມືອງລາວ ມີສິດເສລີພາບໃນການຄົ້ນຄວ້າ ແລະ ນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຢີ, ປະດິດສ້າງສິນລະປະວັນນະຄະດີ ແລະ ດຳເນີນການເຄື່ອນໄຫວ ວັດທະນະທຳ ທີ່ບໍ່ ຂັດກັບລະບຽບກົດໝາຍ.

4. ດ້ານວັດທະນະທຳ-ສັງຄົມ.

- ລັດສົ່ງເສີມການອະນຸລັກວັດທະນະທຳ ທີ່ເປັນເອກະລັກ ແລະ ເປັນມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊົນເຜົ່າ ສົມທົບກັບການຮັບເອົາວັດທະນະທຳ ທີ່ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ.

- ລັດສົ່ງເສີມການເຄື່ອນໄຫວວັດທະນະທຳ, ສິນລະປະວັນນະຄະດີ, ການປະດິດຄິດແຕ່ງ, ຄຸ້ມຄອງ ແລະ ປົກປັກຮັກສາມໍລະດົກທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ, ບູລະນະປະຕິສັງຂອນ ວັດຖຸບູຮານ ແລະ ປູຊະນິຍະສະຖານ.

- ລັດເອົາໃຈໃສ່ປັບປຸງ ແລະ ຂະຫຍາຍວຽກງານສື່ມວນຊົນ ເພື່ອຮັບໃຊ້ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

5. ດ້ານສາທາລະນະສຸກ.

- ລັດເອົາໃຈໃສ່ປັບປຸງ ແລະ ຂະຫຍາຍວຽກງານສາທາລະນະສຸກ ເພື່ອຮັກສາສຸຂະພາບຂອງປະຊາຊົນ.

- ລັດ ແລະ ສັງຄົມຕັ້ງໜ້າກໍ່ສ້າງ ແລະ ປັບປຸງລະບົບການກັນພະຍາດ ແລະ ປິ່ນປົວຄົນເຈັບຢ່າງທົ່ວເຖິງ, ສ້າງເງື່ອນໄຂໃຫ້ປະຊາຊົນທຸກຄົນໄດ້ຮັບການເບິ່ງແຍງດ້ານສຸຂະພາບ ໂດຍສະເພາະແມ່ນແມ່ ແລະ ເດັກນ້ອຍ, ປະຊາຊົນຜູ້ທຸກຍາກ ແລະ ຜູ້ຢູ່ເຂດຫ່າງໄກສອກຫຼີກ ເພື່ອໃຫ້ທຸກຄົນມີສຸຂະພາບດີ.

ບັນຫາດ້ານສຸຂະພາບ ກໍເປັນບັນຫາໜຶ່ງທີ່ທາງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ເອົາໃຈໃສ່; ການທີ່ລັດຖະທຳມະນູນ ເນັ້ນໜັກບັນຫາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍນັ້ນ ກໍເນື່ອງຈາກວ່າ ແມ່ຍິງມີ ຄວາມສ່ຽງທາງດ້ານສຸຂະພາບຫຼາຍກວ່າເພດຊາຍ, ນອກຈາກຄວາມສ່ຽງທາງດ້ານສຸຂະພາບທີ່ທຸກຄົນຕ້ອງປະເຊີນ ແລ້ວ ແມ່ຍິງຍັງປະເຊີນກັບບັນຫາທາງດ້ານສຸຂະພາບເຊັ່ນ: ການຖືພາ, ອອກລູກ ແລະ ຫຼຸລູກ. ດ້ວຍເຫດນີ້ ການພັດທະນາ ແລະ ປົກປ້ອງແມ່ຍິງ ຕ້ອງຕິດພັນກັບການພັດທະນາທາງດ້ານຮ່າງກາຍ ເພື່ອເຮັດໃຫ້ແມ່ຍິງມີການ ຂະຫຍາຍຕົວທາງດ້ານຮ່າງກາຍຢ່າງສົມບູນ, ມີສຸຂະພາບແຂງແຮງ, ມັນສະໝອງດີ, ມີຄຸນນະພາບຊີວິດທີ່ດີ, ມີອາຍຸຍືນ ແລະ ການພັດທະນາແມ່ຍິງ ທາງດ້ານແນວຄິດຈິດໃຈ ແມ່ນການເຮັດໃຫ້ແມ່ຍິງມີສຸຂະພາບຈິດທີ່ດີ, ມີຈິດໃຈໜັກແໜ້ນເຂັ້ມແຂງ, ມີອຸດົມການ, ຄຸນສົມບັດສິນທຳປະຕິວັດ, ມີວັດທະນະທຳອັນດີງາມ, ມີກິລິຍາມາ ລາຍາດດີ, ມີຄວາມດຸໝັ່ນຂະຫຍັນພຽນ, ພ້ອມກັບສະມາຊິກຄອບຄົວຂອງຕົນ ສ້າງສັງຄົມ ແລະ ຄອບຄົວໃຫ້ຮັ່ງ ມີ, ຜາສຸກ ແລະ ກ້າວໜ້າ.

ລັດສົ່ງເສີມ ແລະ ຊຸກຍູ້ໃຫ້ເອກະຊົນລົງທຶນ ເປີດການບໍລິການດ້ານສາທາລະນະສຸກ ຕາມລະບຽບ ກົດໝາຍ.

6. ດ້ານການກິລາກາຍຍະກຳ.

ລັດ ແລະ ສັງຄົມເອົາໃຈໃສ່ຊຸກຍູ້, ສົ່ງເສີມ ແລະ ລົງທຶນເຂົ້າໃນການກິລາກາຍຍະກຳ ຂອງມະຫາຊົນນັບ ທັງ ປະເພດກິລາທີ່ເປັນມູນເຊື້ອອັນດີງາມຂອງເຜົ່າຕ່າງໆ ແລະ ກິລາສາກົນ ເພື່ອຍົກລະດັບຄວາມສາມາດດ້ານ ການກິລາ ໃຫ້ສູງຂຶ້ນ, ເສີມສ້າງກຳລັງ ແລະ ສຸຂະພາບຂອງປະຊາຊົນ.

7. ດ້ານວຽກເຮັດງານທຳ.

ລັດ ແລະ ສັງຄົມເອົາໃຈໃສ່ພັດທະນາ, ຍົກສູງວິໄນແຮງງານ, ສົ່ງເສີມວິຊາຊີບ ແລະ ວຽກເຮັດງານທຳ ຂອງປະຊາຊົນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ.

ການພັດທະນາດ້ານວິຊາຊີບ ແລະ ສີມືແຮງງານ ແມ່ນເພື່ອສ້າງເງື່ອນໄຂຮັບປະກັນໃຫ້ພົນລະເມືອງລາວ ມີຄວາມຮູ້, ຄວາມສາມາດ, ມີປະສົບການ, ມີວິໃນແຮງງານ ແລະ ມີວຽກເຮັດງານທຳໃນສັງຄົມ.

ພົນລະເມືອງລາວມີສິດເຮັດວຽກ ແລະ ປະກອບອາຊີບທີ່ບໍ່ຂັດກັບກົດໝາຍ, ຜູ້ອອກແຮງງານມີສິດໄດ້ ຮັບເງື່ອນໄຂ ແລະ ສິ່ງແວດລ້ອມ ໃນການອອກແຮງງານທີ່ປອດໄພ, ມີສະຫວັດດີການ, ໄດ້ຮັບຄ່າຕອບແທນ, ການພັກຜ່ອນ, ໄດ້ຮັບການຊ່ວຍເຫຼືອ ໃນກໍລະນີທີ່ໝົດຄວາມສາມາດອອກແຮງງານ, ເສຍອົງຄະ, ໃນເວລາເຖົ້າ ແກ່, ໄດ້ຮັບການປິ່ນປົວໃນເວລາເຈັບເປັນ ແລະ ນະໂຍບາຍອື່ນໆ.

ນອກນັ້ນ ພົນລະເມືອງລາວ ທີ່ປະກອບອາຊີບຢູ່ຕາມສຳນັກງານ, ອົງການຈັດຕັ້ງຂອງພັກ, ລັດ ແລະ ຢູ່ຕາມວິສາຫະກິດ ຫຼື ຫົວໜ່ວຍແຮງງານຕ່າງໆ ມີສິດໄດ້ຮັບເບ້ຍບຳນານ ຕາມເງື່ອນໄຂເຊັ່ນ:

- ຜູ້ຊາຍ ແລະ ແມ່ຍິງ ມີອາຍຸກະສຽນຄົບ ຫົກສິບປີ. ສຳລັບແມ່ຍິງ ຈະອອກຮັບເບ້ຍບຳນານກ່ອນກໍໄດ້ ແຕ່ອາຍຸກະສຽນບໍ່ໃຫ້ຫຼຸດ ຫ້າສິບຫ້າປີ;

- ອາຍຸການເຮັດວຽກຄົບ ຊາວຫ້າປີ.

ສຳລັບຜູ້ທີ່ເຮັດວຽກໃນບ່ອນທີ່ເປັນອັນຕະລາຍຕໍ່ສຸຂະພາບ ໃນໄລຍະເວລາຕໍ່ເນື່ອງກັນ ແຕ່ ຫ້າປີຂຶ້ນໄປ ກ່ອນມື້ຮັບເບ້ຍບຳນານນັ້ນ ອາຍຸການເຮັດວຽກແມ່ນ ຊາວປີ ແລະ ອາຍຸກະສຽນຄົບ ຫ້າສິບຫ້າປີ, ສຳລັບແມ່ຍິງ ຈະອອກຮັບເບ້ຍບຳນານກ່ອນກໍໄດ້ ແຕ່ອາຍຸກະສຽນບໍ່ໃຫ້ຫຼຸດ ຫ້າສິບປີ.

ສຳລັບຜູ້ອອກແຮງງານ ທີ່ໄດ້ເຂົ້າເປັນສະມາຊິກ ຂອງອົງການປະກັນສັງຄົມ ໃຫ້ປະຕິບັດຕາມລະບຽບການ ປະກັນສັງຄົມ. ສ່ວນຜູ້ທີ່ບໍ່ທັນໄດ້ເຂົ້າເປັນສະມາຊິກ ຂອງອົງການປະກັນສັງຄົມນັ້ນ ໃຫ້ຫົວໜ່ວຍແຮງງານ ຮັບຜິດ ຊອບຈ່າຍ ຕາມາລະບຽບການປະກັນສັງຄົມ.

8. ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

- ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ຂອງ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ເປັນພັນທະຂອງທຸກການຈັດຕັ້ງ ແລະ ພົນລະເມືອງລາວທຸກຄົນ ໃນການປົກປັກຮັກສາຄວາມເປັນເອກະ ລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ປົກປັກຮັກສາຊີວິດ ແລະ ຊັບສິນ ຂອງປະຊາຊົນ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນ.

- ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງສົມທົບແໜັ້ນກັບການພັດທະນາເສດຖະກິດ-ສັງຄົມ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງຕົນເອງ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເຊີດຊູຄວາມຈົງຮັກພັກດີຕໍ່ປະເທດຊາດ, ເປັນກຳລັງປະກອບອາວຸດ ຂອງປະຊາຊົນ ທີ່ມີທາດແທ້ປະຕິວັດ, ລະບຽບວິໄນເຂັ້ມງວດ ແລະ ມີແບບແຜນທັນສະໄໝ, ມີຄວາມສາມາດ ໃນການສູ້ຮົບສູງ; ເປັນກຳລັງ ຫຼັກແຫຼ່ງ ໃນການຮັກສາຄວາມໝັ້ນຄົງ ຂອງປະເທດຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

- ລັດເອົາໃຈໃສ່ປະກອບວັດຖຸອຸປະກອນ, ເຕັກນິກ, ເຕັກໂນໂລຢີ, ພາຫະນະ, ເຄື່ອງມື ແລະ ຍົກລະດັບ ຄວາມຮູ້, ຄວາມສາມາດ, ວິຊາສະເພາະ, ຢຸດທະສິນ ແລະ ຢຸດທະວິທີຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບໃຫ້ສູງຂຶ້ນ.

- ລັດ ແລະ ສັງຄົມເອົາໃຈໃສ່ປະຕິບັດນະໂຍບາຍ, ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ແລະ ປະຕິບັດນະໂຍບາຍແນວຫຼັງຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເພີ່ມທະວີຄວາມສາມາດ ໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບຂອງສັງຄົມ.

- ລັດ ແລະ ສັງຄົມເອົາໃຈໃສ່ປະຕິບັດນະໂຍບາຍສະຫວັດດີການສັງຄົມ ເປັນຢ່າງດີ ໂດຍສະເພາະຕໍ່ ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບຳນານ, ຜູ້ເສຍອົງຄະ, ຄອບຄົວຜູ້ເສຍສະລະຊີວິດ ເພື່ອພາລະ ກິດປະຕິວັດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.

- ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງເອົາໃຈໃສ່ຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ອອກແຮງງານສ້າງພະລາທິການກັບທີ່ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຕົນ ແລະ ປະກອບສ່ວນໃນການ ສ້າງສາພັດທະນາປະເທດຊາດ.

9. ດ້ານກົດໝາຍ.

- ພົນລະເມືອງລາວ ໂດຍບໍ່ຈຳແນກຍິງຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ສານ. ການດຳເນີນຄະດີ ຕ້ອງປະຕິບັດບົນພື້ນ ຖານ ແຫ່ງຄວາມສະເໝີພາບ ຂອງພົນລະເມືອງທຸກຄົນຕ່ໍໜ້າກົດໝາຍ ແລະ ສານປະຊາຊົນ; ສານປະຊາຊົນ ຕ້ອງສ້າງເງື່ອນໄຂໃຫ້ພົນລະເມືອງ ໂດຍສະເພາະຜູ້ຖືກຫາ, ຈຳເລີຍ, ໂຈດທາງແພ່ງໄດ້ປະຕິບັດສິດດັ່ງກ່າວ ເພື່ອ ຮັບປະກັນໃຫ້ການດຳເນີນຄະດີຖືກຕ້ອງຕາມຄວາມເປັນຈິງ ແລະ ພາວະວິໄສ.

- ພົນລະເມືອງລາວ ມີສິດສະເໝີພາບໃນການຕັ້ງພູມລຳເນົາ ແລະ ໃນການໄປມາຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ.

- ພົນລະເມືອງລາວ ມີສິດຮ້ອງທຸກ, ຮ້ອງຟ້ອງ ແລະ ສະເໜີຄວາມເຫັນຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບ ບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫຼື ສິດ ແລະ ຜົນປະໂຫຍດສະເພາະຂອງຕົນ. ຄຳຮ້ອງທຸກ, ຄຳຮ້ອງຟ້ອງ ແລະ ຄວາມເຫັນຂອງພົນລະເມືອງ ຕ້ອງໄດ້ຮັບການພິຈາລະນາ ແລະ ແກ້ໄຂຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ.

- ພົນລະເມືອງລາວ ມີສິດໂດຍບໍ່ມີໃຜຈະລ່ວງລະເມີດໄດ້ທາງດ້ານຮ່າງການ, ກຽດສັກສີ ແລະ ເຄຫະ ສະຖານ. ພົນລະເມືອງລາວຈະບໍ່ຖືກຈັບຕົວ ຫຼື ກວດຄົ້ນເຄຫະສະຖານ ຖ້າຫາກບໍ່ມີຄຳສັ່ງຂອງໄອຍະການ ຫຼື ສານປະຊາຊົນ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກຳນົດໄວ້ໃນກົດໝາຍ.

- ພົນລະເມືອງລາວ ມີສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ, ມີສິດເສລີາພາບໃນການ ປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ, ເດີນຂະບວນທີ່ບໍ່ຂັດກັບລະບຽບກົດໝາຍ ແລະ ມີສິດໄດ້ ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກກົດໝາຍ ຂອງພົນລະເມືອງລາວທີ່ຢູ່ຕ່າງປະເທດ.

- ພົນລະເມືອງລາວ ມີພັນທະເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ປະຕິບັດລະບຽບການອອກ ແຮງງານ, ລະບຽບການດຳລົງຊີວິດຂອງສັງຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.

- ພົນລະເມືອງລາວມີພັນທະເສຍພາສີ ແລະ ສ່ວນສາອາກອນຕາມລະບຽບກົດໝາຍ.

- ຊາວຕ່າງດ້າວ ແລະ ຜູ້ບ່ໍມີສັນຊາດ ກໍມີສິດໄດ້ຮັບການປົກປ້ອງສິດ ແລະ ເສລີພາບ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

- ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຄົນຕ່າງປະເທດ ທີ່ຖືກປາບ ປາມຍ້ອນໄດ້ທຳການຕໍ່ສູ້ເພື່ອອິດສະລະພາບ, ຄວາມເປັນທຳ, ສັນຕິພາບ, ພາລະກິດ ວິທະຍາສາດ ແລະ ມີພັນທະ ເຄົາລົບລັດຖະທຳມະນູນ ແລະ ກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວກ

ລະບົບກົງຈັກລັດ ແຫ່ງ ສປປ ລາວ

ກ. ຫຼັກການພື້ນຖານກ່ຽວກັບກົງຈັກລັດ.

ລັດໃດກໍມີກົງຈັກລັດຂອງຕົນ ແຕ່ມັນຄືທາດແທ້ຂອງລັດ; ກົງຈັກລັດຕ້ອງສອດຄ່ອງກັບສິດຜົນປະໂຫຍດ ຂອງຊົນຊັ້ນຄອບຄອງ ການຈັດຕັ້ງກົງຈັກລັດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ້ອງສອດຄ່ອງກັບ ເງື່ອນໄຂຕົວຈິງຂອງປະເທດເຮົາ, ໃນປັດຈຸບັນກົງຈັກລັດປະກອບດ້ວຍຫຼາຍອົງການຈັດຕັ້ງ ເປັນລະບົບ ແຕ່ລະ ອົງການຈັດຕັ້ງມີສິດ ແລະ ພາລະບົດບາດຂອງຕົນ, ມີລັກສະນະເອກະລາດ ຕໍ່ກັນໃນລະດັບແນ່ນອນ ແຕ່ພ້ອມກັນ ນັ້ນ ອົງການລັດກໍ່ມີສາຍພົວພັນຢ່າງສະໜິດແໜັ້ນປະກອບເປັນກຳລັກແຮງຂອງລັດ.

ຂ. ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດຢູ່ ສປປ ລາວ.

ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ ແມ່ນປະຕິບັດຕາມຫຼັກການພື້ນຖານດັ່ງນີ້:

1. ຫຼັກການນຳພາຂອງພັກ.

ຫຼັກການນີ້ໄດ້ຖືກກຳນົດໄວ້ວ່າ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າໄດ້ຮັບການປະຕິບັດ ແລະ ຮັບປະກັນດ້ວຍການເຄື່ອນໄຫວຂອງລະບົບການເມືອງ ໂດຍມີພັກປະຊາຊົນປະຕິວັດລາວເປັນແກນນຳ. ພັກ ເປັນກຳລັງນຳພາ ແລະ ກຳນົດທິດທາງເຄື່ອນໄຫວໃຫ້ແກ່ລັດ, ພັກນຳພາລັດ ແລະ ສັງຄົມດ້ວຍການວາງແນວທາງ ນະໂຍບາຍ ແລະ ຕິດຕາມກວດກາການປະຕິບັດແນວທາງນະໂຍບາຍນັ້ນໆ, ພັກບໍ່ເຮັດໜ້າທີ່ບໍລິຫານແທນລັດ.

2. ຫຼັກການເຂົ້າຮ່ວມຂອງປະຊາຊົນ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ.

ຫຼັກການນີ້ເປັນຫຼັກການທີ່ສຳຄັນກວ່າໝູ່, ຫຼັກການນີ້ໄດ້ຖືກກຳນົດໄວ້ຢູ່ໃນມາດຕາ 02 ຂອງລັດຖະທຳ ມະນູນ ຊຶ່ງມີເນື້ອໃນວ່າ ລັດແຫ່ງ ສປປ ລາວ ແມ່ນລັດປະຊາທິປະໄຕ ປະຊາຊົນ, ອຳນາດທັງໝົດເປັນຂອງ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນ ສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນເປັນຫຼັກແຫຼ່ງ; ມາດຕາ 04 ຂອງລັດຖະທຳ ມະນູນບົ່ງໄວ້ວ່າ ປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງຕົນ ຊຶ່ງມີຊື່ວ່າ ສະພາແຫ່ງຊາດ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແມ່ນປະຕິບັດຕາມຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ລົງຄະແນນສຽງປິດລັບ. ຜູ້ປ່ອນບັດເລືອກຕັ້ງມີສິດສະເໜີປົດຜູ້ແທນຂອງຕົນໄດ້ ຖ້າຫາກເຫັນວ່າ ມີການປະພຶດຕົນ ບໍ່ສົມກຽດສັກສີ ແລະ ຂາດຄວາມໄວ້ວາງໃຈຈາກປະຊາຊົນ. ມາດຕາ 03 ບົ່ງໄວ້ວ່າ ສິດເປັນເຈົ້າ ປະເທດຊາດຂອງປະຊາຊົນບັນດາເຜົ່າໄດ້ຮັບການປະຕິບັດ ແລະ ຮັບປະກັນດ້ວຍການເຄື່ອນໄຫວຂອງລະບົບການ ເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວເປັນແກນນຳ (ລະບົບການເມືອງຢູ່ ສປປ ລາວ ປະກອບມີ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ).

3. ຫຼັກການອຳນາດເອກະພາບ.

ຢູ່ ສປປ ລາວ ອຳນາດທັງໝົດເປັນຂອງປະຊາຊົນ ຊຶ່ງແມ່ນບໍ່ເກີດຂອງອຳນາດເອກະພາບ. ອຳນາດເອກະ ພາບ ບໍ່ໄດ້ໝາຍຄວາມວ່າ ແມ່ນການລວບອຳນາດທັງໝົດເຂົ້າໃນອົງການໜຶ່ງອົງການດຽວ. ລັດຖະທຳມະນູນ ໄດ້ແບ່ງໜ້າທີ່ໃຫ້ແຕ່ລະອົງການລັດຮັບຜິດຊອບປະຕິບັດຄື: ໜ້າທີ່ດ້ານນິຕິບັນຍັດ ມອບໃຫ້ສະພາແຫ່ງຊາດ, ໜ້າທີ່ດ້ານບໍລິຫານ ມອບໃຫ້ອົງການບໍລິຫານ ຊຶ່ງແມ່ນປະທານປະເທດ, ລັດຖະບານ ແລະ ອົງການປົກຄອງທ້ອງ ຖິ່ນ, ໜ້າທີ່ດ້ານຕຸລາການ ແມ່ນມອບໃຫ້ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ.

4. ຫຼັກການລວມສູນປະຊາທິປະໄຕ.

ຫຼັກການອຳນາດເອກະພາບທີ່ກ່າວມາເທິງນີ້ ຕິດພັນຢ່າງສະໜິດແໜັ້ນ ກັບຫຼັກການລວມສູນປະຊາທິ ປະໄຕ. ມາດຕາ 05 ຂອງລັດຖະທຳມະນູນໄດ້ກຳນົດໄວ້ວ່າ ສະພາແຫ່ງຊາດ ແລະ ທຸກອົງການຂອງລັດໄດ້ຮັບການ ຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ, ລວມສູນບົນພື້ນຖານປະຊາທິປະໄຕ, ຕິດພັນກັບ ປະຊາທິປະໄຕ ບົນພື້ນຖານການນຳພາຢ່າງລວມສູນ, ອົງການລັດຂັ້ນລຸ່ມລາຍງານການເຄື່ອນໄຫວຂອງຕົນ ຕໍ່ອົງ ການລັດຂັ້ນເທິງ, ອົງການລັດຂັ້ນເທິງກວດກາການເຄື່ອນໄຫວຂອງອົງການລັດຂັ້ນລຸ່ມ.

5. ຫຼັກການນິຕິທຳ.

ນິຕິທຳແມ່ນການເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ ໂດຍອົງການຈັດຕັ້ງຂອງພັກ, ຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ລັດຖະກອນ ແລະ ພົນລະເມືອງ. ຫຼັກການ ນິຕິທຳໄດ້ຖືກກຳນົດໄວ້ຢູ່ໃນ ມາດຕາ 10 ຂອງລັດຖະທຳມະນູນວ່າ ລັດຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະ ກົດໝາຍ, ທຸກອົງການຈັດຕັ້ງຂອງພັກ ແລະ ລັດ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນ ຕ້ອງເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ. ນິຕິທຳ ແມ່ນຫຼັກການໜຶ່ງໃນການເຄື່ອນໄຫວຂອງລັດ ສປປ ລາວ ພວກເຮົາ, ມັນແມ່ນເງື່ອນໄຂ ອັນຈຳເປັນ ສຳລັບການສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ.

6. ຫຼັກການສິດ ແລະ ເສລີພາບປະຊາທິປະໄຕຂອງພົນລະເມືອງ.

ຢູ່ໃນໝວດທີ IV ຂອງລັດຖະທຳມະນູນໄດ້ກຳນົດສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ນັ້ນ ແມ່ນສິດ ແລະ ເສລີພາບປະຊາທິປະໄຕ ຂອງພົນລະເມືອງ ທັງແມ່ນສິດທິມະນຸດ. ລັດຖະທຳມະນູນໃຫ້ສິດ ແລະ ເສລີພາບ ປະຊາທິປະໄຕຢ່າງກວ້າງຂວາງ ທັງຮັບປະກັນຕົວຈິງດ້ວຍກົດໝາຍ.

ລະບົບກົງຈັກລັດຢູ່ ສປປ ລາວ:

ການປະກາດສ້າງຕັ້ງ ສປປ ລາວ ຖືເປັນໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນລາວບັນດາເຜົ່າ ເນື່ອງມາຈາກ ການນຳອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກຄອມມູນິດອິນໂດຈີນໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິ ວັດລາວ ໃນປັດຈຸບັນ. ໄຊຊະນະຄັ້ງນີ້ເປັນການເປີດສັກກະລາດໃໝ່, ສັກກະລາດ ທີ່ປະເທດຊາດມີເອກະລາດ ແລະ ປະຊາຊົນໄດ້ມີອິດສະຫຼະພາບທີ່ແທ້ຈິງ. ການປະກາດສ້າງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເມື່ອວັນທີ 2 ທັນວາ 1975 ໄດ້ນຳມາ ຊຶ່ງການປ່ຽນແປງຄັ້ງຍິ່ງໃຫຍ່ ໃນປະຫວັດສາດຂອງ ຊາດລາວ, ເປັນການປ່ຽນແປງ ຈາກລະບອບລາຊາທິປະໄຕ ໄປສູ່ລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ.

ການຈັດຕັ້ງກົງຈັກລັດຢູ່ ສປປ ລາວ ໄດ້ກຳນົດໄວ້ຢູ່ໃນ ໝວດຫ້າ, ໝວດຫົກ, ໝວດເຈັດ, ໝວດແປດ ແລະ ໝວດເກົ້າ ຂອງລັດຖະທຳມະນູນ. ລະບົບກົງຈັກລັດ ສປປ ລາວ ປະກອບດ້ວຍສາມອົງການຈັດຕັ້ງຕົ້ນຕໍຄື:

1) ອົງການນິຕິບັນຍັດ (ສະພາແຫ່ງຊາດ);

2) ອົງການບໍລິຫານ (ປະທານປະເທດ, ລັດຖະບານ, ອົງການປົກຄອງທ້ອງຖິ່ນ;

3) ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ (ຕຸລາການ).

- ອົງການນິຕິບັນຍັດ: ແມ່ນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາ ເຜົ່າ, ເປັນອົງການອຳນາດແຫ່ງລັດ ແລະ ທັງເປັນອົງການນິຕິບັນຍັດ ທີ່ມິສິດຕົກລົງບັນຫາພື້ນຖານຂອງປະເທດ ຊາດ, ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ.

- ອົງການບໍລິຫານ: ມີປະທານປະເທດ ຊຶ່ງແມ່ນປະມຸກລັດ ທັງແມ່ນອົງການບໍລິຫານສູງສຸດ ເປັນຜູ້ຕາງ ໜ້າໃຫ້ປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ມີລັດຖະບານ ຊຶ່ງແມ່ນອົງການບໍລິຫານ ແຫ່ງລັດ; ລັດຖະບານຄຸ້ມຄອງຢ່າງເປັນເອກະພາບການປະຕິບັດໜ້າທີ່ຂອງລັດໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ອົງການບໍລິ ຫານທ້ອງຖິ່ນ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນ, ເຈົ້າເມືອງ, ຫົວໜ້າເທດສະບານ ແລະ ນາຍບ້ານ.

- ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ.

ສານປະຊາຊົນ ແມ່ນອົງການພິພາກສາຂອງລັດ, ມີພາລະບົດບາດດຳເນີນການພິພາກສາຄະດີ ແນໃສ່ ສຶກສາອົບຮົມພົນລະເມືອງ ໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປົກປັກຮັກສາ ແລະ ເສີມ ຂະຫຍາຍໝາກຜົນຂອງການປະຕິວັດ, ລະບອບການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ອົງການຈັດຕັ້ງ ຂອງພັກ, ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນຄວາມຍຸຕິທຳ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີນິຕິທຳ, ກຳຈັດ ແລະ ສະກັດກັ້ນການລະເມີດກົດໝາຍ.

ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີແຕ່ສານເທົ່ານັ້ນ ຈຶ່ງມີສິດອຳນາດພິພາກສາຄະດີ ບົນພື້ນຖານການເຄົາລົບກົດໝາຍຢ່າງເຂັ້ມງວດ.

ອົງການໄອຍະການປະຊາຊົນ ແມ່ນອົງການອຳນາດແຫ່ງລັດ, ມີພາລະບົດບາດຕິດຕາມກວດກາການປະຕິ ບັດກົດໝາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການທີ່ຂຶ້ນກັບ ລັດຖະບານ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ, ພົນລະເມືອງ ແລະ ປະຕິບັດສິດກ່າວຟ້ອງ.

ສິດ ແລະ ໜ້າທີ່ ອັນລະອຽດຂອງແຕ່ລະອົງການນັ້ນ ແມ່ນໄດ້ກຳນົດໄວ້ໃນກົດໝາຍ ຂອງ ສປປ ລາວ.

III. ລັດຖະທຳມະນູນ ຫ້າມບຸກຄົນ ແລະ ການຈັດຕັ້ງກະທຳ ມີແນວໃດ?

- ຫ້າມທຸກການກະທຳແບບອາດຍາສິດ, ຂົ່ມຂູ່ ອັນຈະກໍ່ຄວາມເສຍຫາຍ ເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດໃຈ ແລະ ຊັບສົມບັດຂອງປະຊາຊົນ.

- ລັດປະຕິບັດນະໂຍບາຍສາມັກຄີ ແລະ ສະເໝີພາບລະຫວ່າງຊົນເຜົ່າຕ່າງໆ ທຸກຊົນເຜົ່າລ້ວນແຕ່ມີສິດ ປົກປັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຕົນ ແລະ ຂອງຊາດ. ຫ້າມທຸກ ການກະທຳແບ່ງແຍກ ແລະ ການປະພຶດຈຳແນກລະຫວ່າງຊົນເຜົ່າ.

- ຫ້າມທຸກການກະທຳ ທີ່ເປັນການແບ່ງແຍກສາສະໜາ, ແບ່ງແຍກປະຊາຊົນ.

- ຫ້າມທຸກການເຄື່ອນໄຫວດ້ານວັດທະນະທຳ ຫຼື ນຳໃຊ້ສື່ມວນຊົນ ເພື່ອກໍ່ຄວາມເສຍຫາຍໃຫ້ແກ່ຜົນ ປະໂຫຍດຂອງຊາດ, ທຳລາຍຮີດຄອງປະເພນີອັນດີງາມ ຫຼື ກຽດສັກສີຄົນລາວ.

- ຫ້າມທຸກການບໍລິການດ້ານສາທາລະນະສຸກ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

- ຫ້າມການທ່ອງທ່ຽວທີ່ຈະສ້າງຄວາມເສື່ອມເສຍຕໍ່ວັດທະນະທຳອັນດີງາມຂອງຊາດ ຫຼື ຂັດກັບລະບຽບ ກົດໝາຍ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

IV. ມາດຕະການຕໍ່ຜູ້ລະເມີດ.

ບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລັດຖະທຳມະນູນ ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປະຕິ ບັດວິໄນ, ປັບໄໝ, ມາດຕະການທາງແພ່ງ ຫຼື ລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍຂະແໜງຕ່າງໆ.

บันทึกนี้เขียนที่ GotoKnow โดย  ใน ສັງລວມບົດຮຽນ



ความเห็น (0)