ເປົ້າໝາຍຄົ້ນຄວ້າຂອງປັດຊະຍາມາກ - ເລນິນ


ປັດຊະຍາ ມີປະຫວັດສາດການຂະຫຍາຍຕົວຢ່າງຍາວນານ ພ້ອມໆໄປກັບການຂະຫຍາຍຕົວຂອງປະຫວັດສາດປັດຊະຍານັ້ນ ເປົ້າໝາຍການຄົ້ນຄວ້າຂອງປັດຊະຍາກໍ່ໄດ້ມີການປ່ຽນແປງ ແລະ ກຳນົດຂອບເຂດນັບມື້ນັບແຈ້ງຂື້ນ ຄື ຂະແໜງວິທະຍາສາດອື່ນໆ ບໍ່ທັນສາມາດທົດລອງໄດ້ ເຂົາເຈົ້າໄດ້ອີງໃສ່ປັດຊະຍາເພື່ອສັງເກດ ອະທິບາຍ ແລະ ໄລຍະນັ້ນປັດຊະຍາບໍ່ພຽງແຕ່ຄົ້ນຄວ້າໂລກໂດຍສັງເຂບເທົ່ານັ້ນ ແຕ່ຍັງໄດ້ຄົ້ນຄວ້າບັນດາປາກົດການອັນລະອຽດຂອງທຳມະຊາດ ແລະ ສັງຄົມ ໃນເວລາຕໍ່ມາເມື່ອມີການຜະລິດຂະຫຍາຍຕົວຂື້ນ ໃນລະດັບໃດໜື່ງບັນດາຂະແໜງການວິທະຍາສາດຕ່າງໆສາມາດຄົ້ນຄວ້າ ແລະ ທົດລອງໄດ້ ເວລານັ້ນວິທະຍາສາດຂະແໜງການຕ່າງໆໄດ້ຂະຫຍາຍຕົວແບບເອກະລາດ ແລ້ວຈາກນັ້ນຄົນເຮົາຈື່ງບໍ່ຕ້ອງການສີ່ງເອີ້ນວ່າ ວິທະຍາສາດຂອງວິທະຍາສາດ ຈົນມາຮອດສະໄໝຂອງທ່ານກາກມາກ ທ່ານ ອັງແກນ ຈື່ງສາມາດກຳນົດແຈ້ງເຖິງເປົ້າໝາຍການຄົ້ນຄວ້າຂອງປັດຊະຍາ ສະນັ້ນ ເປົ້າໝາຍການຄົ້ນຄວ້າຂອງປັດຊະຍາແມ່ນບັນດາກົດເກນລວມທີ່ສຸດຂອງການເຄື່ອນເໜັງ ແລະ ການຂະຫຍາຍຕົວຂອງໂລກທຳມະຊາດ ສັງຄົມ ແລະ ຈິນຕະນາການບົນພື້ນຖານການແກ້ໄຂບັນຫາພື້ນຖານຂອງປັດຊະຍາຢ່າງຖຶກຕ້ອງ.

หมายเลขบันทึก: 626125เขียนเมื่อ 19 มีนาคม 2017 11:46 น. ()แก้ไขเมื่อ 19 มีนาคม 2017 11:46 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท